Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລະຄອນໄທຍ໌ເລື່ອງທອງເນື້ອເກົ້າ
Anonymous

Date:
RE: ລະຄອນໄທຍ໌ເລື່ອງທອງເນື້ອເກົ້າ

Anonymous wrote:

 ເບິ່ງໃນຄລິບນັ້ນແລ້ວຄວາມເຂົ້າໃຈຂອງຂ້ອຍແມ່ນຜູ່ທີ່ຕັ້ງກະທູ້ນີ້ໄດ້ເວົ້າເຖິງຄົນໄທດູຖູກ

ຄົນລາວ ເພາະຜູ້ແຕ່ງລະຄອນເລື່ອງນີ້ໄດ້ເອົາຄົນເຊື້ອຊາດລາວ(ສັນຊາດໄທ)ເປັນຄົນຮັບໃຊ້

ຂຸນນາງໄທຜູ້ດີ ແລ້ວຖືກເຈົ້ານາຍກົດຂີ່ຂົ່ມເຫັງໃຊ້ວຽກຢ່າງບໍ່ມີເປັນເວລາ ແລະພ້ອມກັນນີ້

ຍັງຖືກບ້າຍບ່ຽງການຈ່າຍເງິນເດືອນອີກ. ສາວໃຊ້ຄົນລາວເງີຍຜິດຖຽງກັບນາຍຈ້າງຈຶ່ງຕັ້ງໃຈ

ປະທະຕົບຕິກັບຜູ້ເປັນນາຍ ແລະສາວຄົນໃຊ້ກໍໄດ້ປ່ອຍວາຈາອອກເປັນພາສາລາວອ້ອຍຕ້ອຍ

ໃນກ່ອນແລະເວລາກຳລັງຕົບກັບນາຍຈ້າງຄົນນັ້ນ.

ແລະອີກກໍລະນີນຶ່ງລາວຢາກເວົ້າວ່າ ກ່ອນ 75 ເຫັນມີແຕ່ຄົນໄທມາແຕ່ປະເທດໄທທີ່ມາເປັນຄົນ

ໃຊ້ຄົນລາວແຕ່ເໜືອເຖິງໃຕ້ ແຕ່ຄົນລາວບໍ່ເຄີຍມີປະວັດທີ່ຈະໃຊ້ຄົນໃຊ້ແບບທາລຸນແລະສໍ້ໂກງ

ເງິນເດືອນຂອງຄົນໃຊ້ທີ່ເປັນຄົນສັນຊາດໄທ ແລະນາຍຈ້າງລາວຍັງໄດ້ຊ່ວຍເຫຼືອຄົນໃຊ້ທີ່ເປັນ

ຄົນໄທໃຫ້ມີຖິ່ນຖານທຳມາຫາກິນມີຄອບຄົວແລະດຳລົງປະກອບຊີວິດຢູ່ທີ່ປະເທດລາວນັ້ນມາຕະ

ຫລອດ, ເຖິງເມືອງລາວຈະປ່ຽນແປງລະບອບການປົກຄອງຫລັງຈາກ 75 ມານັ້ນລາວກໍຍັງເຫັນ

ຄົນໄທອະດີດເປັນຄົນໃຊ້ເຈົ້ານາຍລາວຫລືຄົນລາວເຫຼົ່ານັ້ນ ຍັງສືບຕໍ່ແລະກັບກາຍມາເປັນປະຊາ

ຊົນລາວສັນຊາດລາວແລະໄດ້ຕັ້ງຖິ່ນຖານຢູ່ທີ່ປະເທດລາວເລີຍກໍມີ.

ອັນນີ້ເປັນຄວາມຈິງທີ່ເມື່ອກ່ອນ 75 ແມ່ນຄົນໄທຢູ່ປະເທດໄທພາກັນຫລັ່ງໄຫລເຂົ້າມາລາວເພື່ອ

ຫາວຽກເຮົດງານທຳ ບໍ່ວ່າວຽກງານໃດໆຈະໜັກຫຼືເບົາແມ່ນຮັບໄດ້ໝົດ ຂໍພຽງໄຕ່ວ່າແມ່ນງານ

ສຸດຈາລິດແລະໄດ້ເງິນຄ່າຈ້າງຕາມເວລາຕົກລົງກັນ. ກ່ອນ 75 ລັດຖະບານລາວໄດ້ມີກົດໝາຍ

ໃຫ້ສິດທຽບເທົ່າປະຊາຊົນລາວແລະເປັນສັນຊາດລາວໄດ້ຫລັງຈາກມາຢູ່ປະເທດລາວໄດ້ 3 ປີ ( ອັນ

ນີ້ແມ່ນກົດໝາຍໃຊ້ໄດ້ສະເພາະຄົນໄທແລະຂະເໝນທີ່ຢາກມາເປັນຄົ້ນຊິວິດໃໝ່ຢູ່ທີ່ປະເທດລາວ).

ສ່ວນຫລາຍອະດີດຄົນໃຊ້ລາວທີ່ເປັນຄົນໄທນັ້ນແມ່ນຢູ່ປະກອບແລະດຳລົງຊິວິດຢູ່ປະເທດລາວເລີຍ

ເຖິງແມ່ນວ່າປະເທດລາວຈະປ່ຽນແປງລະບອບການປົກຄອງມາເປັນສັງຄົມນິຍົມ ແຕ່ພວກເຂົາກໍ

ບໍ່ຍອມກັບຄືນໄປປະເທດໄທ, ຈະດ້ວຍເຫດຜົນອັນໃດນັ້ນ ຂ້າພະເຈົ້າຈະໄປຂໍຖາມພວກຂະເຈົ້າເບິ່ງ

ກ່ອນແລະເມື່ອໃດໄດ້ຄຳຕອບອັນແນ່ນອນແລ້ວຈະນຳເອົາມາເວົ່າສູ່ກັນຟັງ.

 ເຈົ້າເບິ່ງເຈົ້າຟັງແນວໃດຈຶ່ງວ່ານາງຄົນໃຊ້ນັ້ນເປັນຄົນລາວ

ຄົນໃນພາກກາງຂອງໄທຍເວົ້າສຳນຽງຄ້າຍໆ ກັນນີ້ເກືອບທຸກຈັງຫວັດ   ຍົກເວັ້ນກຸງເທບແລະປະຣິມົນທົນ

ຄົນສຸພັນເວົ້າເໜີ່ຫຼືເວົ້າເຍີ້ນແຮງກວ່າໝູ່  ແລະທຸກມື້ນີ້ເຂົາກໍ່ຍັງຮັກສາສຳນຽງຂອງໂຕເອງໂດຍບໍ່ຄ່ອຍຈະເວົ້າສຳນຽງກຸງເທບ

ແຕ່ບຸຮານກ່ອນຈະຕັ້ງເມືອງກຸງເທບ  ສຍາມຈະເວົ້າສຳນຽງນີ້ແຫຼະ  

ພໍມີບາງກອກ  ຕອນນ້ນຄົນສຍາມທົ່ວໄປຈະບອກວ່າພວກບາງກອກເວົ້່ເໜີ່  

ເອົາໄປເອົາມາຈົນສຳນຽງບາງກອກໄດ້ເປັນສຳນຽງກາງໄປແລ້ວ

ປຽບທຽບໄດ້ດັ່ງສຳນຽງເມືອງຫຼວງພະບາງກັບສຳນຽງວຽງຈັນນັ້ນແຫຼະ  

,

ສ່ວນເຈົ້າຂອງກະທູ້ທີ່ວ່າຕິດຕາມລະຄອນເຮື່ອງນີ້ມາຕະຫຼອດ  ເຈົ້າໜ້າຈະຮູ້ດີວ່າລະຄອນຢູ່ໃນຍຸກໃດ

ເບິ່ງການແຕ່ງໂຕ  ຣົຖຣາ  ເງິນທອງ ລາຄາສິ່ງຂອງທີ່ຖືກເວົ້າເຖິງ  ມັນບໍ່ແມ່ນໃນຍຸກນີ້ແນ່ນອນ

ເຮື່ອງຄົນຮັບໃຊ້ຂອງອີລຳຢອງ  ຖ້າເຈົ້າເບິ່ງມາຕະຫຼອດຈະຮູ້ວ່າປ່ຽນຄົນໃຊ້ມາຈັກເທື່ອແລ້ວ(ບໍ່ມີຮຸ່ນໃດເປັນຄົນລາວ)

ຄົນໃຊ້ແຕ່ລະຮຸ່ນມີແຕ່ຄົນດີ  ອີລຳຢອງເອງທີ່ບໍ່ດີ  ບໍ່ດີກັບທຸກໆຄົນທີ່ກ່ຽວພັນກັບມັນ  ບໍ່ແມ່ນແຕ່ກັບຄົນໃຊ້

ລະຄອນເຂົາບໍ່ໄດ້ຈີ້ຈຸດສຽດສີຄົນໃຊ້ຈັກໜ້ອຍ  ຂໍຍ່ຳ  ບໍ່ມີຈັກໜ້ອຍ

ເຂົາສະເໜີເຮື່ອງຮາວທີ່ເກີດຂື້ນແທ້ ໃນສັງຄົມ

ເຈັ້າມີປົມດ້ອຍຫຍັງກ່ຽວກັບຄົນໃຊ້ເບາະ?  ຫຼືຕອນນີ້ກໍໄປເປັນຄົນໃຊ້ເຂົາຢູ່ເມືອງໄທຍ

ເລີຍຟ້າວອອກຮ້ອນອອກຮົນວ່າແຕ່ເຂົາຊິດູຖູກໂຕເອງ

ໃນລະຄອນຖ້າມີບົດຄົນໃຊ້ ຈະເປັນຄົນຈາກພາກເໜືອ ພາກໃຕ້  ຫຼືຄົນພາກກາງທໍ່ນັ້ນ  

ຫ້າມມີຄັນອີສານເຫຼັ້ນບັດນີ້ເດັດຂາດແມ່ນບໍ່??

ເອົາຄົນເວົ້າສຸພັນມາໃຫ້ຟັງ

http://www.youtube.com/watch?v=r7wACnXKhWo

ໂກະຕີ໋ເປັນຄົນອ່າງທອງກະເວົ້າສຽງຄ້າຍສູພັນ

http://www.youtube.com/watch?v=zCAOzidFZCI

ສຳນຽງເພັດບຸຣີ

http://www.youtube.com/watch?v=UgMQeIbthzU

ສຸໂຂໄທ

http://www.youtube.com/watch?v=MfRp3MUKKhE

http://www.youtube.com/watch?v=PH6OORqWG5k

ສິງບຸຣີ ລົບບຸຣີ  ການຈະນະບູຣີ ຣາຊບຸຣີ ນະຄອນປະຖົມ  ອະຍຸດທະຍາ  ອຸທັຍທານີ ເໜີ່ເໝິດທຸກຈັງຫວັດ ວ່າແຕ່ແຮງຫຼືອ່ອນ

ທີ່ຍົກເອົາສຳນຽງພາສາເວົ້າຂອງໄທຍມາໃຫ້ເບິ່ງ  ບໍ່ແມ່ນກິນເຂົ້າເຮືອນໂຕ  ໂສເຫຼ້ແຕ່ເຮື່ອງເພິ່ນດອກ

ຍ້ອນເຮົາບໍ່ມີຄວາມຮູ້  ບໍ່ເຄີຍສຶກສາວັທນະທັມຂອງຊາດອື່ນ  ເຮົາຈຶ່ງບໍ່ຮູ້ຈັກແບ່ງແຍກຄວາມແຕກຕ່າງ

ໄດ້ຮັບຫຍັງຂອງເຂົາມາກໍ່ຮັບມາແຕ່ເປືອກ  ບໍ່ຮູ້ຕົ້ນສາຍປາຍເຫດ  ເຮັດໃຫ້ເຂົ້າໃຈຜິດເລື້ອຍ ໆ ຫຼາຍປະການ

ເຊັ່ນປະເດັນໃນກະທູ້ນີ້ເປັນໂຕຢ່າງໜຶ່ງ

 Lavo mean Lopburi and Lopburi mean Lao, Who can argues with me on that ??? Go do some research before make an argument with me.

__________________
Anonymous

Date:

An

 ກ່ອນອື່ນໃຫ້ມຶງໄປຮຽນຂຽນພາສາລາວກ່ອນຊິມາຖຽງເຮື່ອງລາວນຳຄົນລາວ

ມຶງນັ້ນແຫຼະໄປສຶກສາປະຫວັດສາດໃຫ້ຖີ່ຖ້ວນແລະເຮັດໃຈເປີດກວ້າງກ່ອນ

ບໍ່ແມ່ນເຫັນຊື່ເຂົາຄ້າຍໂຕແລ້ວຕູ່ເອົາວ່າເປັນພວກດຽວກັນ

ສິນລະປະ ປະເພນີ ການນຸ່ງຫົ່ມ ວັດທະນະທັມ ສະຖາປັດຕະຍະກັມ  ແລະພາສາຂອງພວກລະໂວ້ບູຮານ

ບໍ່ມີຫຼັກຖານໃດທີ່ຊີ້ບອກວ່າເປັນຂອງກຸ່ມຊົນເຜົາລາວ

ສົມມຸດ ຖ້າຈະໃຫ້ສົມໃຈມຶງທີ່ມະໂນເອົາເອງ  ວ່າລະໂວ້ກັບລາວແມ່ນຊົນກຸ່ມດຽວກັນ

ສມັຍລະໂວ້ກໍ່ຜ່ານມາພັນປີແລ້ວ  ກາລເວລາອັນດົນນານ  ຖ້າລະໂວ້ຍັງຄົງຢູ່ເຖິງທຸກມື້

ຄຶດວ່າລະໂວ້ເຂົາຈະຢາກມີສ່ວນຮ່ວມກັບພວກລາວຫຼືບໍ່

ເບິ່ງແຕ່ພວກສຢາມ  ພວກຈ້ວງ(ຢູ່ຈີນ) ພວກລື້  ພວກຍວນ(ລ້ານນາ)ທີ່ມີພາສາ

ວັດທະນະທັມໄກ້ຄຽງພວກອ້າຍລາວທີ່ສຸດ  ເຂົາຍັງບໍ່ຢາກມີສ່ວນຮ່ວມກັບລາວເລີຍ

ແມ່ນແຕ່ພວກອີສານທີ່ເປັນລາວແທ້ໆ  ເຂົາຍັງບໍ່ຢາກກ່ຽວຂ້ອງກັບລາວ  ເບິ່ງເອົາໂລດ

ຄວາມຮູ້ເຮື່ອງປະຫວັດສາດປານເດັກນ້ອຍຂອງມຶງ  ກ່ອນຊິຕາບອດແຈ້ງໄປຕູ່ວ່າລະໂວ້ລະ

ວະເປັນລາວ  ໄປຕູ່ເອົາພວກໄກ້ໂຕເຊັ່ນພວກຈ້ວງ ພວກລື້ໃຫ້ໄດ້ເສັຽກ່ອນເດີ 

ລາວແຕ່ບູຮານທີ່ຍັງບໍ່ມີອະນາຈັກຂອງໂຕເອງ  ກໍ່ເປັນພຽງແຕ່ຊົນກຸ່ມນ້ອຍເຜົ່າໜຶ່ງທີ່ມີ

ພາສາ ວັດທະນະທັມ

ປະເພນີໄກ້ຄຽງແລະແລກປ່ຽນກັບຊົນເຜົ່າອື່ນໃນແຖວແຖບດຽວກັນ

ເຊັ່ນ  ພວກຊົນເຜົ່າຕ່າງໆ ທີ່ອ້າງມາ

ແຕ່ພວກອ້າຍລາວບໍ່ແມ່ນອ້າຍໃຫຍ່ ຫຼືເຜົ່າກຳເນີດຂອງຊົນເຜົ່າອື່ນ

ບໍ່ແນ່  ພວກອ້າຍລາວອາດຈະເກີດຕາມຫຼັງເຂົາ  ເອົາພາສາ ປະເພນີເຂົາມາໃຊ້ກໍ່ໄດ້

ທີ່ລາວສາມາດຮວມເຜົ່າຫຼາຍເຜົ່າຂື້ນມາຕັ້ງເປັນອະນາຈັກລ້ານຊ້າງໄດ້ກ່ອນ  ບໍ່ແມ່ນລາວ

ຕ້ອງເປັນຜູ້ໃຫ້ກຳເນີດທຸກຢ່າງ

ເຊັ່ນດຽວກັບໄທຍຕອນນີ້ທີ່ເຂົາຈະເຣີນກ້າວໜ້າທີ່ສຸດໃນຊົນເຜົ່າຕະກູນດຽວກັນ

ໄທຍກໍ່ຍັງບໍ່ແມ່ນຊົນເຜົ່າບັນພະບຸຣຸດຂອງຊົນເຜົ່າອື່ນແຕ່ຢ່າງໃດ

ປະຫວັດສາດບູຮານ  ຕົ້ນກຳເນີດຂອງພວກເຮົາເປັນມາຢ່າງໃດ  ພວກເຮົາຕັ້ງສຶກສາຄົ້ນ

ຄວ້າຕື່ມຢ່າງໜັກ 

ທີ່ເຮົາໄດ້ຮຽນຮູ້ກຳເນີດຊາດມາທຸກມື້ນີ້ຍັງບໍ່ສາມາດເອົາມາເປັນຜົນສະຫຼຸບຊີ້ຂາດໄດ້ແຕ່ຢ່າງໃດ

ທຸກຢ່າງເປັນພຽງຂໍ້ສັນນິຖານ 

ຫຼັກຖານທີ່ເຊື່ອຖືໄດ້ຈັກຫ້າສິບເປີເຊັນກໍ່ຍັງບໍ່ໄດ້ຄົ້ນຄວ້າຢ່າງລະອຽດເຖິງຖ່ອງເທື່ອ

__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard