Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການເມືອງໄທ-ທ່ານຄິດວ່າຝ່າຍຄ້ານ ແລະ ປະຊາຊົນເສື້ອຫລາຍສີຈະລົ້ມລັດຖະບານຍີ່ງລັກໃດ້ບໍ?
Anonymous

Date:
ການເມືອງໄທ-ທ່ານຄິດວ່າຝ່າຍຄ້ານ ແລະ ປະຊາຊົນເສື້ອຫລາຍສີຈະລົ້ມລັດຖະບານຍີ່ງລັກໃດ້ບໍ?


ການເມືອງໄທ ກຳລັງຮ້ອນແຮງ ທ່ານຈະເຊຍໃຜ ລະຫວ່າງເສືອແດງ ກັບລັດຖະບານຍີ່ງລັກ ແລະ ເສື້ອຫລາຍສີ ຝ່າຍຄ້ານ ອາພິສິດ 



__________________
Anonymous

Date:
RE: ການເມືອງໄທ-ທ່ານຄິດວ່າຝ່າຍຄ້ານ ແລະ ປະຊາຊົນເສື້ອຫລາຍສີຈະລົ້ມລັດຖະບານຍີ່ງລັກໃດ້ບໍ?


 

ສອງໂພສ ພໍດີຈາວກັນ



__________________
Anonymous

Date:

ຂອ້ຍເປັນລາວຈະບໍ່ສະໜບັສະໜູນຝ່າຍໃດເລີຍຂໍໃຫ້ທຸກຝ່າຍຫັນໜ້າເຂົ້າຫາກັນເພື່ອຫາທາງອອກຈະດິກ່ວາຈະມາຄົ້ນລົ້ມກັນມັນບໍ່ມີຜົນປະໂຫຍດຫຍັງ ຍິ່ງນໍາຄວາມເສຍຫາຍມາສູ່ປະເທດຊາດ ບໍ່ມີຝ່າຍໃດຊະນະມີແຕ່ຜົນເສຍທີ່ຈະເກີດຂື້ນກບັຊາດ



__________________
Anonymous

Date:

ການເມືອງໄທ ເວົ້າດ້ວຍຄວາມຈິງໃຈ ຄື: ບໍ່ຢາກເຫັນໜ້າອາພິສິດ ບໍ່ຄິດເບິ່ງຕອນໂຕເອງເປັນນາຍຍົກ



__________________
Anonymous

Date:

ເມືອງໄທນີ່ຕັ້ງມີອຶດທຶພົນກັບຄົນລາວຫລາຍແທ້ເດ ບໍ່ວ່າສຶເປັນເລື້ອງຂ່າວສານ ວົງການບັນເທຶງ ບໍ່ເວັ້ນກະທັ່ງການເມືອງ

 



__________________


Guru

Status: Offline
Posts: 1010
Date:

ບໍ່ດີທັງສອງພັກຂ້ອຍຢາກໃຫ້ ອາຈານ ຍັກເປັນນາຍຍົກແທນ

http://www.oknation.net/blog/surasakc/2011/02/04/entry-1

wiwat03.jpg



__________________
Anonymous

Date:

ບໍ່ເຊຍຝ່າຍໃດ ເລື່ອງນີ້ປະຊາຊົນໄທເຂົາເປັນຜູ້ຕັດສິນເອງ ເພາະມັນເປັນອະນາຄົດຂອງປະເທດເຂົາ ເຮົາບໍ່ກ່ຽວ

ເລື່ອງນີ້ຄົນໄທທຸກຄົນເຂົາມີຄຳຕອບໃນໃຈຢູ່ແລ້ວ ວ່າເຂົາຄວນເຮັດແນວໃດ



__________________
Anonymous

Date:

Anonymous wrote:

ການເມືອງໄທ ເວົ້າດ້ວຍຄວາມຈິງໃຈ ຄື: ບໍ່ຢາກເຫັນໜ້າອາພິສິດ ບໍ່ຄິດເບິ່ງຕອນໂຕເອງເປັນນາຍຍົກ


 

ມີເຊື້ອຫວຽດບໍ່ 



__________________
Anonymous

Date:

ອັນນີ້ລະເພີ່ນວ່າກີນເຂົ້າໂຕ ພັດໄປໂສຄວາມເພີ່ນ. ກະເອົາເທາະ ໂສກະໂສສາຈັກນ້ອຍນື່ງ

ອະພິສິດ ແລະ ສຸເທບ ລໍຈັກຫວະໂອກາດເງີນ ໂອກາດຄຳນີ້ມານານແລ້ວ ພໍດີຝ່າຍລັດຖະບານ

ມາດຳເນີນນະໂຍບາຍຜິດພາດໄປ ກໍ່ເລີຍຖືໂອກາດນີ້ບຸກຢ່າງດຽວໂດຍບໍ່ສົນໃຈເຫດຜົນຫຍັງໝົດ.

ມາເບີ່ງເກມແລ້ວ ອະພິສິດຂ້ອນຂ້າງໄດ້ປຽບ ເພາະພວກນາຍທືນໃຫຍ່ສະໜັບສະໜູນດ້ານການເງີນ

ແລະ ຄົນກຸງເທບສະໜັບສະໜູນເຂົາ ໄມ້ຕາຍທີ່ສຸເທບໃຊ້ຢູ່ດຽວນີ້ກໍ່ຄື: ນັດຢຸດງານ ທັງພາກລັດ ແລະ ເອກກະຊົນ,

ງົດຈ່າຍພາສີ, ໃຫ້ໄຟຟ້າ ຮ້ຳປະປາ ຕັດນ້ຳຕັດໄຟສຳນັກງານອົງການ, ຍຸຍົງໃຫ້ເກີດຄວາມຮຸນແຮງ

ຖ້າຫາກ ທະຫານ, ຕຳຫລວດ ແລະ ລະບົບອຳນາດນິຕິບັນຍັດໄປເຂົ້າຂ້າງ ອະພິສິດຄືຄັ້ງຜ່ານມາ

ແມ່ນລັດຖະບານລົງແບບນັບສິບບໍ່ລຸກເລີຍ,​ເສື້ອແດງກໍ່ສູ້ບໍ່ໄຫວແລ້ວ

ເອົາພໍເທົ່ານີ້ລະ ພໍຫອມປາກຫອມຄໍ

 



__________________
Anonymous

Date:

STUPID POLITICIANS



__________________
Anonymous

Date:

ອາພິສິດ ໄດ້ໄປກໍບໍ່ມີປະໂຫຍດ ເພາະ ດຽວກໍມີມັອບມາອີກ ແລ້ວກະໄລ່ສຸເທບ ພສິດລົງບັນລັງຄືເກົ່າ ແລ້ວກໍ vis-versa ແລ້ວກໍ vis-versa ແລ້ວກໍ vis-versa !!! ****ing politicians !



__________________
Anonymous

Date:

ອະພິສິດແລະສຸເທບເປັນຄົນມັກສົງຄາມ ແລະຍັງມີທ່າທີຈ້ອງເຮັດສົງຄາມກັບຂະເໝນ,

ມຽນມາ, ທາເລເຊຍ ແລະ ລາວເຮົາອີກ ຈະເຫັນໄດ້ທີ່ວ່າທັງສອງຄົນນີ້ພະຍາຍາມຍຸແຍ່

ປະຊາຊົນບໍ່ວຫເຮັບການຕັດສິນຂອງສານໂລກກ່ຽວກັບຄະດີເຂົາພະວິຫານທີ່ຜ່ານມານີ້.

ເມື່ອເຂົາໄດ້ໂອກາດເຮົາກໍທຸ້ມກຳລັງປະຊາຊົນໃຫ້ມາເປັນເປົ້າກັນກະສຸນປືນໃຫ້ເຂົາ, ຖ້າ

ວ່າພວກເສື້ອແດງຫລືຝ່າຍລັດຖະບານປັດຈຸບັນເດີນຂະບວນປະທ້ວງແບບນີ້ ແລະອະພິ

ສິດກັບສຸເທບເປັນນາຍົກ ແມ່ນພວກມັນສັ່ງທະຫານເອົາປືນຍິງພວກປະທ້ວງນັ້ນໄປແລ້ວ

ດັ່ງທີ່ພວກເຂົາເຮັດກັບຄົນເສື້ອແດງຜ່ານມາເມື່ອສາມປີກ່ອນນັ້ນ. ຖ້າອະພິສິດແລະສຸເທບ

ໄດ້ກັບມາມີອຳນາດອີກເທື່ອນຶ່ງ ສິ່ງຈະເກີດຂຶ້ນກໍຄືສົງຄາວລະຫວ່າງໄທ-ຂະເໝນ ແລະເຂົາ

ຈະກຳຈັດຕະກູນຂອງອະດີດນາຍຍົກທັກສິນໃຫ້ອອກຈາກເມືອງໄທ.

ເອົາໂລດເດີ້ຄົນໄທເອີຍເອົາຄາດຕະກອນມາຄອງປະເທດ ແລ້ວເລືອດປະຊາຊົນໄທຈະອາບ

ແຜ່ນດິນໄທໄປຢ່າງບໍ່ມີວັນຢຸດ.



__________________
Anonymous

Date:

ຫ່ວງບ້ານເມືອງໂຕເອັງກ່ອນເຖາະຫຳເອີ້ຍ ບໍ່ຕ້ອງໄປເປັນຫ່ວງເປັນໄຍແທນຄົນບ້ານເພຶ່ນຫລາຍ

ເຖຶງໄຜສຶເປັນລັດຖະບານ ເຂົາເຈົ້າກະບໍ່ໄດ້ແບ່ງງົບປະມານແຜ່ນດຶນບ້ານເຂົາມາຊ່ວຍພັດທະນາປະເທັດລາວເຮົາດອກ



__________________
Anonymous

Date:

ເບຶ່ງຂ່າວໄທຫລາຍກະເລີຍມີອາລົມຮ່ວມນຳເຂົາເຈົ້າວາຊັ່ນສາ



__________________
Anonymous

Date:

ອັນນີ້ໄປເຫັນມາທາງເຟສບຸກ ເລີຍເອົາມາປະກອບໃຫ້ເຂົ້າກັບຫົວເລື່ອງທີ່ເພິ່ນຕັ້ງຂຶ້ນ...

1469969_10152636267285995_665310163_n.jpg



__________________
Anonymous

Date:

Anonymous wrote:

ບໍ່ເຊຍຝ່າຍໃດ ເລື່ອງນີ້ປະຊາຊົນໄທເຂົາເປັນຜູ້ຕັດສິນເອງ ເພາະມັນເປັນອະນາຄົດຂອງປະເທດເຂົາ ເຮົາບໍ່ກ່ຽວ

ເລື່ອງນີ້ຄົນໄທທຸກຄົນເຂົາມີຄຳຕອບໃນໃຈຢູ່ແລ້ວ ວ່າເຂົາຄວນເຮັດແນວໃດ


 

ຄວາມເຫັນນີ້ຊອບໂດຍເຫດຜົນ

ຄວາມເຫັນນີ້ຊອບໂດຍເຫດຜົນ

ຄວາມເຫັນນີ້ຊອບໂດຍເຫດຜົນ

 

ຊົມເຊີຍ ວິໄສທັດປັນຍາຊົນ ຄົນມີຄຸນນະທໍາ ຕ້ອງເປັນແນວນີ້

ຢາກໃຫ້ມີຄົນເບີງໂລກດີຄືທ່ານນີ້ຫຼາຍໆ ບ້ານເມືອງເຮົາຈະຮູ່ງເຮືອງໄວ



__________________
Anonymous

Date:

ເວົ້າເຣື້ອງການເມື້ອງໄທນີ້ຂອ້ຍເອງຄິດທຸກສິ່ງທຸກຢ່າງຍອ້ນອາພິສິດກັບສຸເທພ ເພາະວ່າພວກເຂົາເສັຍປຽບແຮງຍອ້ນພ່າຍແພ້ການເລືອກຕັ້ງ ຂອ້ຍເອງຄິດວ່າ ປະເທດໄທບໍ່ຕອ້ງການຣັຖບານເພາະວ່າພັກໃດຂື້ນມາປະຊາຊົນກໍບໍ່ພໍໃຈ ເພາະສະນັ້ນໃຫ້ເຂົາປົກຄອງກັນເອງພວກເຈົ້າຄິດວ່າແນວໃດ The hitman



__________________
Anonymous

Date:

Anonymous wrote:
Anonymous wrote:

ບໍ່ເຊຍຝ່າຍໃດ ເລື່ອງນີ້ປະຊາຊົນໄທເຂົາເປັນຜູ້ຕັດສິນເອງ ເພາະມັນເປັນອະນາຄົດຂອງປະເທດເຂົາ ເຮົາບໍ່ກ່ຽວ

ເລື່ອງນີ້ຄົນໄທທຸກຄົນເຂົາມີຄຳຕອບໃນໃຈຢູ່ແລ້ວ ວ່າເຂົາຄວນເຮັດແນວໃດ


 

ຄວາມເຫັນນີ້ຊອບໂດຍເຫດຜົນ

ຄວາມເຫັນນີ້ຊອບໂດຍເຫດຜົນ

ຄວາມເຫັນນີ້ຊອບໂດຍເຫດຜົນ

 

ຊົມເຊີຍ ວິໄສທັດປັນຍາຊົນ ຄົນມີຄຸນນະທໍາ ຕ້ອງເປັນແນວນີ້

ຢາກໃຫ້ມີຄົນເບີງໂລກດີຄືທ່ານນີ້ຫຼາຍໆ ບ້ານເມືອງເຮົາຈະຮູ່ງເຮືອງໄວ


 ຖ້າຈະເບີ່ງບັນຫາດ້ານດຽວ ກໍ່ຕອບງ່າຍໆ ຄືແນວນີ້ລະ ມັນເປັນເລື່ອງຂອງບ້ານເຂົາ ບໍ່ກ່ຽວຫຍັງກັບເຮົາ.

ແຕ່ຖ້າເບີ່ງໃຫ້ລະອຽດມັນກໍ່ມີສ່ວນກະທົບເຖີງບ້ານເຮົາຄືກັນ ທ່ານລອງຄິດເບີ່ງວ່າ ພັກປະຊາທິປັດຂື້ນ

ກຳອຳນາດເທື່ອໃດ ຄວາມສຳພັນ ລາວ - ໄທ ມີບັນຫາເທື່ອນັ້ນ,​ນັບແຕ່ເຫດການ ຊ່ອງເມກ - ວັງເຕົ່າພຸ້ນມາ

ກໍ່ແມ່ນ ປະຊາທິປັດ ທີ່ອີຕາ ຊວນ ເປັນນາຍົກ,​ ຕໍ່ມາຮອດສະໄໝ ໝໍ ອະພິສິດ ກໍ່ເກີດມີຂໍ້ຂັດແຍ່ງຄືກັນ ແຕ່ວ່າ

ລາວເຮົາບໍ່ເປັນຜູ້ມັກເລື່ອງ ມັກຄວາມວຸ່ນວາຍ ຄືປະເທດເຂົາ ບັນຫາຈື່ງງຽບໄປ. ອະພິສິດ, ສຸເທບ ແມ່ນພວກສັກດິນາ

ຂຸນເສິກ ຄວາມສຳພັນກັບປະເທດເພື່ອນບ້ານອ້ອມຂ້າງຈື່ງບໍ່ດີ. ປະຈຸບັນ ສຸເທບກຳລັງວາງ ໝັດເກົ່າທີ່ເຄີຍນັອກເອົ້າ

ພັກຂອງ ທ່ານທັກສີນມາແລ້ວ 2ຄັ້ງ ຄື: ໃຊ້ສານລັດຖະທຳມະນູນ ສັ່ງຍຸບພັກ ເພື່ອໄທ. ສະນັ້ນງານນີ້ ເປັນງານໜັກ

ທີ່ພັກຂອງລັດທະບານຈະແກ້ໄດ້

 



__________________
Anonymous

Date:

ເກັ່ງແທ້ອັນເລື້ອງຂອງຄົນອື່ນ ບາດຫັນມາເບຶ່ງບ້ານໂຕເອັງກັບບໍ່ມີປັນຍາສຶແກ້ໄຂຫຍັງ

ລັດຸະບານລາວນີ່ແຫລະໂຕຜະເດັດການຄອມມູນຶດ ປະຊາຊົນບໍ່ມີສຶດອ້າປາກເວົ້າ ລຶວ່າບໍ່ແມ່ນ

 



__________________
Anonymous

Date:

Anonymous wrote:

ເກັ່ງແທ້ອັນເລື້ອງຂອງຄົນອື່ນ ບາດຫັນມາເບຶ່ງບ້ານໂຕເອັງກັບບໍ່ມີປັນຍາສຶແກ້ໄຂຫຍັງ

ລັດຸະບານລາວນີ່ແຫລະໂຕຜະເດັດການຄອມມູນຶດ ປະຊາຊົນບໍ່ມີສຶດອ້າປາກເວົ້າ ລຶວ່າບໍ່ແມ່ນ

 


 ແມ່ນໃຜຫ້າມບໍ່ໃຫ້ ສະຫາຍເວົ້າ?

ກົດໝາຍສະບັບໃດ? ມາດຕາໃດ? ລັດຖະທຳມະນູນມາດຕາໃດຫ້າມ?

ລອງເອົາອອກມາ post ໃຫ້ມະຫາຊົນຮູ້ນຳກັນເບີ່ງດູ

 



__________________
Anonymous

Date:

ກົດອາຍາຂອງລາວມີຫລາຍມາດຕາແມ່ນກຳກັດສິດຂອງພົນລະເມືອງໃນການສະແດງອອກໃນເມື່ອມີຄວາມຄິດເຫັນທີ່ແຕກຕ່າງກັບລັດ ຫລື ຢາກຕຳນິຄົນໃນລັດຖະບານ ເບີ່ງແຕ່ ທ່ານ ສົມບັດ ສົມພອນ ເປັນຕົວຢ່າງກໍ່ໄດ້ 

ປະເທດລາວ ເປັນປະຊາທິປະໄຕ ພຽງແຕ່ຄຳຂວັນ ສ່ວນການສະແດງອອກຂອງປະຊາຊົນ ຍັງບໍ່ເປັນປະຊາທິປະໄຕເທື່ອ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard