Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ເປັນຫຍັງ...ຂີ້ຝຸ່ນເຕັມທາງ...
Anonymous

Date:
ບໍ່ເປັນຫຍັງ...ຂີ້ຝຸ່ນເຕັມທາງ...


1.jpg



__________________
Anonymous

Date:

ງານຫຍັງ? ຢູ່ໃສ? ເມື່ອໃດ?

 



__________________
Anonymous

Date:

ງານຫຍັງ,ເມື່ອໃດບໍ່ຮູ້ແຕ່ຢູ່ເສັ້ນທາງ450ຕໍ່ໜ້າສ້າງທ່ານາແລງ



__________________
Anonymous

Date:

ຂີ້ຝຸ່ນຫຍັງ ແນວນີ້ຂີ້ດິນຄັກໆນີ່ລະ



__________________
Anonymous

Date:

ຂ້ອຍກະຄິດວ່າເພີ່ນກຳລັງແຮ່ໄປ ນາຊັ້ນດອກ ທາງມີແຕ່ຂີ້ຝຸ່ນ biggrin



__________________
Anonymous

Date:

ແຫ່ຮູບປັ້ນຜູ້ນຳໄປສະຖິດຢູ່ບ້ານເກີດ

ທາງ 450 ປີ ລະທົມ ຂີ້ດິນເຕັມທາງນັບແຕ່ທ່ານາແລ້ງ ມາຮອດແຍກ ທາງນາຄວາຍ  

ເສັ້ນ ທາງ ບໍ່ມີການບຳລຸງຮັກສາເລີຍ

ບໍ່ເສັຍດາຍເງິນ 80 ລ້ານໂດລາຈັກດີ້



__________________
Anonymous

Date:

ລັດມີສິດໃນການສ້າງສາ ປະຊາຊົນມີສິດໃນການປົກປັກຮັກສາ  ເພາະ ປະຊາຊົນເຈົ້າ !!!



__________________
Anonymous

Date:

ບໍ່ແມ່ນຝຸ່ນ ຊາຍ ແລະ ຫີນເມັດແລບ ທີ່ລົດແກ່ຫີນ ແກ່ຊາຍໄປຂາຍແລ່ນຜ່ານ, ບາງຈຳນວນ

ກໍ່ມາຈອດພັກຢູ່ນີ້ ເຮ່ຍຊະ ເຮ່ຍຊາຍລົງນຳທາງແຖວນີ້ ແບບບໍ່ມີການຄວບຄຸມຈາກພາກສ່ວນ

ໂຍທາເພີ່ນເລີຍ,​ອພບ ກໍ່ໄດ້ແຕ່ຝອຍກັບໄປທ່ຽວຕ່າງປະເທດ ວຽກແບບນີ້ເພີ່ນບໍ່ມາຕາກແດດ

ເບີ່ງດອກ, ທາງແຖວນີ້ພໍປານກັບສະໜາມກອງຊາຍ. ເປັນແບບນີ້ ເສັ້ນທາງຈະກໍ່ສ້າງດີປານໃດ

ມັນກໍ່ບໍ່ທົນໄດ້ດອກ ພີ່ນ້ອງ ໜ້າເສຍດາຍງົບປະມານກໍ່ສ້າງອັນມະຫາສານເນາະ



__________________
Anonymous

Date:

Anonymous wrote:

ລັດມີສິດໃນການສ້າງສາ ປະຊາຊົນມີສິດໃນການປົກປັກຮັກສາ  ເພາະ ປະຊາຊົນເຈົ້າ !!!


 

ແລ້ວກະແດກຫ່າແຕ່ເງີນປະຊາຊົນ, ແລ້ວກະຍັງໃຫ້ປະຊາຊົນມ້ຽນຂີ້ໃຫ້ຕື່ມອີກ ໝໍເວົ້້າຍຢູ່ເທິງນີສະຫລາດຫຍາຍ



__________________
Anonymous

Date:

ກະຕັ້ງໂພດເນາະ ຕົວເມືອງແທ້ໆ ຍັງເປັນທຳມະຊາດພູເຂົາຄວາຍຢູ່



__________________
Anonymous

Date:

Anonymous wrote:

ກະຕັ້ງໂພດເນາະ ຕົວເມືອງແທ້ໆ ຍັງເປັນທຳມະຊາດພູເຂົາຄວາຍຢູ່


ກໍຄົນມາແຕ່ຖ້ຳມາແຕ່ດອຍມາເປັນເຈົ້າຄອງກຳແພງນະຄອນ ບໍ່ວ່າຖະໜົນຫົນທາງ ອາຄານສະຖານທີ່ຕ່າງໆ

ແລະຫ້າງຮ້ານຕາມສອງຝາກທາງ ມັນຈຶ່ງຍັງເປັນທຳມະຊາດພູເຂົາຄວາຍຢູ່. ເບິ່ງແຕ່ທາງໃຫ້ຄົນຍ່າງ (sidewalks)

ຢູ່ຕາມສອງຝາກທາງຂອງທຸກໆເສັ້ນທາງໃນນະຄອນຫຼວງ ພວກຮ້ານຄ້າແລະທຸລະກິດຕ່າງໆພາກັນເກາະຕູບເກາະ

ເກີຍອອກມາກວມລວມເອົາບ່ອນທາງຄົນຍ່າງນັ້ນໄປໝົດ ຈົນ sidewalks ບໍ່ເປັນ sidewalk ຄົນຍ່າງແມ່ນໄດ້

ພາກັນລົງໄປເດີນຍ່າງຢູ່ແຄມຖະໜົນທີ່ມີລົດເສືອນໄປເສືອນມາ ຈົນລົດໄດ້ຫຼີກໃຫ້ຄົນຍ່າງ. ຄວາມບໍ່ເປັນລະບຽບ

ແບບນັ້ນກໍບໍ່ເຫັນວ່າຜູ້ເພິ່ນອາດຍາເຈົ້ຄອງກຳແພງນະຄອນຈະມີມະຕິຫຍັງອອກມາແກ້ໄຂເລີຍ, ບາດເສັ້ນທາງ

ໄປບ້ານເພິ່ນ, ໄປບ້ານເມຍນ້ອຍເພິ່ນ ແລະໄປເດີ່ນຕີກັອບ ແມ່ນເຫຼື້ອມມົງໆປານທາງຢູ່ນິວຢອກລອນດອນພຸ້ນ.

ຍາມແລ້ງເປັນຂີ້ຝຸ່ນ ຍາມຝົນເປັນຂີ້ຕົມແລະນ້ຳຫົ້ງຖະໜົນຈົນເດັກນ້ອຍເອົາສະດຸ້ງລົງມາຕຶກປາໄດ້ພຸ້ນລະ ຈັ່ງ

ແມ່ນຈະເລີນເອົາແທ້ເອົາວ່າອັນບ້ານພໍ່ບ້ານແມ່ກູນີ້ໜາ.



__________________
Anonymous

Date:

ເປັນຕາອາຍບ້ານທ່ານເມືອງເພິ່ນ ແຂກບ້ານແຂກເມືອງຜູ້ມາທ່ຽວຍ່ຽມຍາມເດ ອັນວ່າຍັງບໍ່ຈະເລີນດ້ອຍພັດທະນາກະດ້ອຍພັດທະນາໂພດໄປ



__________________
Anonymous

Date:

Anonymous wrote:

1.jpg


It's useless to post a pic and criticize without providing any further information. There have been more and more threads like this lone. Learn to be more mature.



__________________
Anonymous

Date:

ໝໍຫຳນ້ຽ ຂຽນພາສາອັງກະລິດ ທາງເທິງນີ້...ອ່ານພາສາລາວໄດ້ບໍ່ ບັກຫຳ ??

"ແຫ່ຮູບປັ້ນຜູ້ນຳໄປສະຖິດຢູ່ບ້ານເກີດ

ທາງ 450 ປີ ລະທົມ ຂີ້ດິນເຕັມທາງນັບແຕ່ທ່ານາແລ້ງ ມາຮອດແຍກ ທາງນາຄວາຍ  

ເສັ້ນ ທາງ ບໍ່ມີການບຳລຸງຮັກສາເລີຍ

ບໍ່ເສັຍດາຍເງິນ 80 ລ້ານໂດລາຈັກດີ້"

 



__________________
Anonymous

Date:

ທາງຫົວຂົວ-ນາຄວາຍ...ອີກຈັກປີ ຈັ່ງຊິແລ້ວ ??

ເພີ່ນວ່າ:  ອີກ 12 ເດືອນ no

Huakua+Street.jpg



__________________
Anonymous

Date:

ຍັງອີກປະມານສອງປີທ່ານເອີຍ ຕາມການບອກເລົ່າຂອງຊາວບ້ານໂນນຄໍ້ເໜືອ...ເພາະແຖວນັ້ນບໍມີເຮືອນລັດຖະມົນຕີ ແລະບຸກຄົນສຳຄັນຂອງລັດຖະບານ  ຢາກເຮັດຍາມໃດກໍໄດ້ !!!



__________________
Anonymous

Date:

Anonymous wrote:

ຍັງອີກປະມານສອງປີທ່ານເອີຍ ຕາມການບອກເລົ່າຂອງຊາວບ້ານໂນນຄໍ້ເໜືອ...ເພາະແຖວນັ້ນບໍມີເຮືອນລັດຖະມົນຕີ ແລະບຸກຄົນສຳຄັນຂອງລັດຖະບານ  ຢາກເຮັດຍາມໃດກໍໄດ້ !!!


 ຄືສິແມ່ນ ໃຫ້ເບິ່ງທາງໄປຕາດມູນພູ້ນເດີ ທາງໄປປ່າໄປດົງບໍ່ມີບ້ານຄົນ ແຕ່ປູຄອນກຣິດບັກຄັກໆ ຄິດເບີ່ງເດີເຮືອນໃຜທາງນັ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard