Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້າໂຫດ ຂັບລົດໄລ່ຕໍາ ຕາຍອາໜາດ ກາງນະຄອນຫຼວງວຽງຈັນ
Anonymous

Date:
ຂ້າໂຫດ ຂັບລົດໄລ່ຕໍາ ຕາຍອາໜາດ ກາງນະຄອນຫຼວງວຽງຈັນ

ຂັບລົດໄລ່ຕຳຈົນເສຍຊີວິດ

         ເຈົ້າໜ້າທີ່  ປກສ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ໃນວັນທີ 2 ພະຈິກນີ້ ຢູ່ເຂດບ້ານ ໜອງດາ, ໜ້າ ດ່ານປະເພນີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້​ເກ​ີດ​ເຫດ​ຂີ່​ລົດ​ໄລ່​ຕຳ​ກັນ​ຈົນ​ເສຍ​ຊີວິດເຊິ່ງຜ່ານການລົງກວດກາພົບເຫັນລົດ ຕູ້ສະຕາແລັກໝາຍເລກທະບຽນ 5462 ແລະ ໂກບລົດຈັກຂອງ ຜູ້ເສຍຊີວິດຈຳນວນໜຶ່ງພົ້ງສະ​ລາຍ​ໄປກາງທາງພາຍຫຼັງທີ່ ປະຊາຊົນໄດ້ນຳເອົາ ຜູ້ທີ່ຂີ່ລົດຈັກຄັນດັ່ງກ່າວ ນຳສົ່ງໂຮງໝໍ ແລ້ວ ເສຍຊີ ວິດໃນເວລາຕໍ່ມາ.
          ຜ່ານການສືບສວນ- ສອບ ສວນ ຂອງເຈົ້າໜ້າທີ່ ປກສ ນະ ຄອນ ຫຼວງວຽງ ຈັນ ຮູ້ວ່າ: ກ່ອນ ເກີດເຫດໄດ້ມີທ້າວ ອາ ທິດ ອາຍຸ 24 ປີຢູ່ບ້ານ ໜອງດາ ເມືອງ ສີ ໂຄດຕະບອງ ນະຄອນຫຼວງວຽງ ຈັນ ແລະ ນາງ ປະດັບເພັດ ອາຍຸ 25 ປີ ຢູ່ບ້ານ ແສງຈັນ ເມືອງ ສີ ໂຄດຕະບອງນະຄອນຫຼວງວຽງ ຈັນ ທັງສອງໄດ້ມີການຜິດຖຽງ ກັນ ພາຍຫຼັງໄດ້ໄປຢືມເງີນນຳ ແມ່ຄ້າ ຢູ່ຕະ ຫຼາດ ສີໄຄ ຈຳນວນ 250.000 ບາດ ແລະ ລວມທັງ ດອກເບ້ຍທີ່ຕ້ອງຈ່າຍແມ່ນ 300.000 ບາດ ແລະໄດ້ນັດໄປ ໄກ່ເກ່ຍ ກັນຢູ່ຫ້ອງການ ປົກຄອງບ້ານໜອງດາ ໃນວັນທີ 2 ພະຈິກ 2013 ພາຍຫຼັງໄກ່ເກ່ຍກັນ ແລ້ວ ທ້າວ ອາທິດ ແລະ ນາງ ແສງຈັນ ໄດ້ຕົກລົງກັນຮັບ ໃຊ້ເງິນທີ່ກູ້ຢືມນັ້ນຄົນລະເຄິ່ງ, ຈາກ ນັ້ນ ຈຶ່ງໄດ້ເຮັດບົດບັນທຶກ ແຕ່ ຂະນະດຽວກັນ ທ້າວ ອາທິດ ບໍ່​ມີ​
ຄວາມ​ພໍ​ໃຈ​ກັບ​ທ່າ​ທີ​ດູ​ຖູ​ກໝິ່ນປະໝາດ​ຂອງ  ນາງ ແສງຈັນ ແລະ ໃນເວລາທີ່ຂີ່ລົດອອກມາ ຈາກຫ້ອງການປົກຄອງບ້ານ ໜອງດາ ທ້າວ​ອາທິດ​ຈຶ່ງ​ໃຊ້​ລົດ​ໄລ່​ຢຽບ​ນາງ ​ແສງຈັນ ​ຈົນເສຍຊີວິດ.
         ເຈົ້າໜ້າທີ່ ປກສ ໃຫ້ເຫດຜົນວ່າ: ເຫດການດັ່ງກ່າວເກີດຂຶ້ນແມ່ນເປັນການເຈດຕະນາຄາດຕະກຳ, ໂດຍຮູບການແມ່ນ ເຮັດເປັນອຸປະຕິເຫດເຊິ່ງປັດຈຸບັນທາງເຈົ້າໜ້າທີ່ໄດ້ນຳຕົວທ້າວອາທິດ ຜູ້ຕ້ອງຫາມາດຳເນີນຄະດີຕາມລະບຽບກົດໝາຍ​ແລ້ວ.

__________________
Anonymous

Date:
RE: ຂ້າໂຫດ ຂັບລົດໄລ່ຕໍາ ຕາຍອາໜາດ ກາງນະຄອນຫຼວງວຽງຈັນ

ໃຈໂຫດອີ່ຫລີ. ຂໍໃຫ້ວິນຍານຜູ່ຕາຍໄປເກີດດີເຖີນ.

__________________

Member

Status: Offline
Posts: 21
Date:

ສັງຄົມເສລີຫລາຍກໍ່ມີບັນຫາແບບນີ້ຕາມມາ ຄັນຫ້າມນັ້ນຫ້າມນີ້ກໍ່ວ່າຈຳກັດສິດທິມະນຸດ ສິດທິຄວາຍ ສິດທິຫມາ. ເສົ້າໃຈເດ

__________________
John Nonlen
ອັງຕີຈອນ

Date:

ທ່ານຈອນ ນອນເລັ້ນ, ສິດທິມະນຸດກັບອາຊະຍາກໍາມັນຄົນລະເລື່ອງໃດ໋ທ່ານເອີຍ.

__________________

Member

Status: Offline
Posts: 21
Date:

ລະວັງຖືກຕອນຫໍາເດີ ທ້າວ ອັງຕີຈອນ.

__________________
John Nonlen
Clone-John

Date:

John wrote:

ລະວັງຖືກຕອນຫໍາເດີ ທ້າວ ອັງຕີຈອນ.

 biggrinbiggrinbiggrin 

20100102_0025_edited-1.jpg

ທ່ານຈອນໃຊ້ມີດເຫລັ່ມນີ້ເດີຕອນມັນຈຶ່ງເຂົ້າດີ.

__________________
Anonymous

Date:

Anonymous wrote:

ຂັບລົດໄລ່ຕຳຈົນເສຍຊີວິດ

         ເຈົ້າໜ້າທີ່  ປກສ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ໃນວັນທີ 2 ພະຈິກນີ້ ຢູ່ເຂດບ້ານ ໜອງດາ, ໜ້າ ດ່ານປະເພນີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້​ເກ​ີດ​ເຫດ​ຂີ່​ລົດ​ໄລ່​ຕຳ​ກັນ​ຈົນ​ເສຍ​ຊີວິດເຊິ່ງຜ່ານການລົງກວດກາພົບເຫັນລົດ ຕູ້ສະຕາແລັກໝາຍເລກທະບຽນ 5462 ແລະ ໂກບລົດຈັກຂອງ ຜູ້ເສຍຊີວິດຈຳນວນໜຶ່ງພົ້ງສະ​ລາຍ​ໄປກາງທາງພາຍຫຼັງທີ່ ປະຊາຊົນໄດ້ນຳເອົາ ຜູ້ທີ່ຂີ່ລົດຈັກຄັນດັ່ງກ່າວ ນຳສົ່ງໂຮງໝໍ ແລ້ວ ເສຍຊີ ວິດໃນເວລາຕໍ່ມາ.
          ຜ່ານການສືບສວນ- ສອບ ສວນ ຂອງເຈົ້າໜ້າທີ່ ປກສ ນະ ຄອນ ຫຼວງວຽງ ຈັນ ຮູ້ວ່າ: ກ່ອນ ເກີດເຫດໄດ້ມີທ້າວ ອາ ທິດ ອາຍຸ 24 ປີຢູ່ບ້ານ ໜອງດາ ເມືອງ ສີ ໂຄດຕະບອງ ນະຄອນຫຼວງວຽງ ຈັນ ແລະ ນາງ ປະດັບເພັດ ອາຍຸ 25 ປີ ຢູ່ບ້ານ ແສງຈັນ ເມືອງ ສີ ໂຄດຕະບອງນະຄອນຫຼວງວຽງ ຈັນ ທັງສອງໄດ້ມີການຜິດຖຽງ ກັນ ພາຍຫຼັງໄດ້ໄປຢືມເງີນນຳ ແມ່ຄ້າ ຢູ່ຕະ ຫຼາດ ສີໄຄ ຈຳນວນ 250.000 ບາດ ແລະ ລວມທັງ ດອກເບ້ຍທີ່ຕ້ອງຈ່າຍແມ່ນ 300.000 ບາດ ແລະໄດ້ນັດໄປ ໄກ່ເກ່ຍ ກັນຢູ່ຫ້ອງການ ປົກຄອງບ້ານໜອງດາ ໃນວັນທີ 2 ພະຈິກ 2013 ພາຍຫຼັງໄກ່ເກ່ຍກັນ ແລ້ວ ທ້າວ ອາທິດ ແລະ ນາງ ແສງຈັນ ໄດ້ຕົກລົງກັນຮັບ ໃຊ້ເງິນທີ່ກູ້ຢືມນັ້ນຄົນລະເຄິ່ງ, ຈາກ ນັ້ນ ຈຶ່ງໄດ້ເຮັດບົດບັນທຶກ ແຕ່ ຂະນະດຽວກັນ ທ້າວ ອາທິດ ບໍ່​ມີ​
ຄວາມ​ພໍ​ໃຈ​ກັບ​ທ່າ​ທີ​ດູ​ຖູ​ກໝິ່ນປະໝາດ​ຂອງ  ນາງ ແສງຈັນ ແລະ ໃນເວລາທີ່ຂີ່ລົດອອກມາ ຈາກຫ້ອງການປົກຄອງບ້ານ ໜອງດາ ທ້າວ​ອາທິດ​ຈຶ່ງ​ໃຊ້​ລົດ​ໄລ່​ຢຽບ​ນາງ ​ແສງຈັນ ​ຈົນເສຍຊີວິດ.
         ເຈົ້າໜ້າທີ່ ປກສ ໃຫ້ເຫດຜົນວ່າ: ເຫດການດັ່ງກ່າວເກີດຂຶ້ນແມ່ນເປັນການເຈດຕະນາຄາດຕະກຳ, ໂດຍຮູບການແມ່ນ ເຮັດເປັນອຸປະຕິເຫດເຊິ່ງປັດຈຸບັນທາງເຈົ້າໜ້າທີ່ໄດ້ນຳຕົວທ້າວອາທິດ ຜູ້ຕ້ອງຫາມາດຳເນີນຄະດີຕາມລະບຽບກົດໝາຍ​ແລ້ວ.

 ກູ້ເງິນນອກລະບົບແມ່ນບໍ່ນີ້ ຕາຍເພາະປາກແທ້ໆ ໄປດູຫມິ່ນຢຽບຫຍາມເຂົາ

__________________
Anonymous

Date:

ໄຈໂຫດແບບນີ້ ຍັງບໍພາກັນໄປ *126ຫໍຄຳ

ແລະ

ສຳນັກງານ ນຍ

ເພື່ອ ຫັກຄໍບັກຕູມກະຫລີ່ ແລະບັກເຕັ້ຍ ທອງສີງ

ໃຫ້ລາອອກ

ເພາະພະນັກງານບໍ່ໄດ້ແດກເງີນເດືອນ ເຄີ່ງປິແລ້ວ

ລະວັງໄວ້ເດີສຸ

ຫມູຊີຕາຍມັນບໍ່ຢ້ານນ້ຳຮ້ອນເດີ

__________________
Anonymous

Date:

ໃສວ່າສັງຄົມ ສປປລ ເປັນສັງຄົມທີ່ເຕັມໄປດ້ວຍຄົນດີວິເສດ?

ເຫັນຂ່າວຂ້າກັນຕາຍ ແຂວນຄໍຕາຍ ປະເພດນີ້ມາເປັນລຽນ

ຕິດໃນລະຍະສອງສາມເດືອນມານີ້. ຖ້າສັງຄົມທີ່ມີຄວາມອົບ

ອຸ່ນ ແລະພຽງພໍ ເຊື່ອແນ່ວ່າເຫດການແບບນີ້ຈະບໍ່ເກີດຂຶ້ນ.

ບ້ານຂາດເມືອງເຂີນ ການເງິນບໍ່ສະດວກ ນີ້ລະເປັນຕົ້ນເຫດ

ແຫ່ງການຂ້າຟັນກັນກິນ.

__________________
ອັງເກິນຈອຊ໌

Date:

ການຂ້າຟັນລັນແທງກັນຢ່າງໂຫດຮ້າຍສາມານທີ່ເກີດຂຶ້ນໃນບ້ານເຮົາບໍ່ເປັນຍ້ອນລັດຖະບານເປີດເສລີດອກ

ມັນເປັນຍ້ອນເຂົາເຈົ້າຖືກສ້ຽມສອນໃຫ້ເປັນຄົນອາຄາດຄຽດແຄ້ນຄືດັ່ງທ່ານ ດຣ. ຄໍາເຜີຍ ປານມະໄລທອງ

ເວົ້າຢູ່ໃນສະພາແຫ່ງຊາດຫັ້ນລະ.

ຕອນເພິ່ນຍຶດອໍານາດໄດ້ໃໝ່ໃຜໆກໍ່ຮູ້ວ່າແກ້ງຍາງເປັນແດນມັດຈຸຣາດ, ຖືກຫລືຜິດບໍ່ສໍາຄັນ ຂໍພຽງແຕ່ມີຄົນ

ໃສ່ຮ້າຍກໍ່ຈັບເອົາເຂົາໄປງົມຫອຍໂລດ. ກ່ອນປີ 1975 ນາຍຄຣູສອນນັກຮຽນຊັ້ນປໍ1ໃຫ້ນັບໄມ້ຖູ່ ແຕ່ຫລັງ

ປີ 1975 ເອື້ອຍຄູປະຕິວັດພານັບປໍຕໍອໍ, ການປະດັບປະດາຫ້ອງຮຽນກໍ່ມີລັກສະນະປຸກຣະດົມເຍົາວະຊົນໃຫ້

ມີຈິດໃຈຄຽດຊັງຜູ່ນັ້ນຜູ່ນີ້. ສະນັ້ນ ຄົນບ້ານເຮົາຈໍານວນນຶ່ງຈຶ່ງບໍ່ຮູ້ຄຸນຄ່າຂອງຊີວິດ ຄືດັງທ້າວອາທິດເຮັດກັບ

ນາງແສງຈັນນີ້ລະ.

ນາງແສງຈັນມີການພົວພັນກັນແນວໃດກັບທ້າວແສງທິດ?

__________________
Anonymous

Date:

ໜ້າຈະໂຕນຫລົບລົງຮ່ອງແຄມທາງໄປເລີຍ.ມັນບໍ່ກ້າເອົາລົດໂຕນໄລ່ດອກ.

ໂອກາດໜ້າໃຜພົບຊາຕາກັມເຊັ່ນນີ້ໂປຣດນຳໄປໄຊ້ເບິ່ງ.

__________________
Anonymous

Date:

John wrote:

ສັງຄົມເສລີຫລາຍກໍ່ມີບັນຫາແບບນີ້ຕາມມາ ຄັນຫ້າມນັ້ນຫ້າມນີ້ກໍ່ວ່າຈຳກັດສິດທິມະນຸດ ສິດທິຄວາຍ ສິດທິຫມາ. ເສົ້າໃຈເດ

 Ok  Sir John Lennon or lonen, what is a different between Murder at the LAX Airport USA and Murder in Ban NongDa Laos ? 

I like to hear your explanation on that .

__________________
Anonymous

Date:

ອັງເກິນຈອຊ໌ wrote:

ການຂ້າຟັນລັນແທງກັນຢ່າງໂຫດຮ້າຍສາມານທີ່ເກີດຂຶ້ນໃນບ້ານເຮົາບໍ່ເປັນຍ້ອນລັດຖະບານເປີດເສລີດອກ

ມັນເປັນຍ້ອນເຂົາເຈົ້າຖືກສ້ຽມສອນໃຫ້ເປັນຄົນອາຄາດຄຽດແຄ້ນຄືດັ່ງທ່ານ ດຣ. ຄໍາເຜີຍ ປານມະໄລທອງ

ເວົ້າຢູ່ໃນສະພາແຫ່ງຊາດຫັ້ນລະ.

ຕອນເພິ່ນຍຶດອໍານາດໄດ້ໃໝ່ໃຜໆກໍ່ຮູ້ວ່າແກ້ງຍາງເປັນແດນມັດຈຸຣາດ, ຖືກຫລືຜິດບໍ່ສໍາຄັນ ຂໍພຽງແຕ່ມີຄົນ

ໃສ່ຮ້າຍກໍ່ຈັບເອົາເຂົາໄປງົມຫອຍໂລດ. ກ່ອນປີ 1975 ນາຍຄຣູສອນນັກຮຽນຊັ້ນປໍ1ໃຫ້ນັບໄມ້ຖູ່ ແຕ່ຫລັງ

ປີ 1975 ເອື້ອຍຄູປະຕິວັດພານັບປໍຕໍອໍ, ການປະດັບປະດາຫ້ອງຮຽນກໍ່ມີລັກສະນະປຸກຣະດົມເຍົາວະຊົນໃຫ້

ມີຈິດໃຈຄຽດຊັງຜູ່ນັ້ນຜູ່ນີ້. ສະນັ້ນ ຄົນບ້ານເຮົາຈໍານວນນຶ່ງຈຶ່ງບໍ່ຮູ້ຄຸນຄ່າຂອງຊີວິດ ຄືດັງທ້າວອາທິດເຮັດກັບ

ນາງແສງຈັນນີ້ລະ.

ນາງແສງຈັນມີການພົວພັນກັນແນວໃດກັບທ້າວແສງທິດ?

 ແມ່ນຄວາມເຈົ້າພໍ່ອາວ ຫລັງຈາປົດປ່ອຍຢູ່ໃນໂຮງຮຽນບໍ່ເຄີຍສອນ

ເຍົາວະຊົນຊອງຊາດໃຫ້ອະໄພຊຶ່ງກັນແລະກັນ ມີແຕ່ສອນໃຫ້ຖືໂກດ

ຖືແຄ້ນໃສ່ກັນ ໂດຍສະເພາະຈັກກະພັດ ແລະ ປະຕິການ, ບໍ່ວ່າແຕ່

ເລື່ອງບົດຮຽນທີ່ສິດສອນຢູ່ໂຮງຮຽນ ເນື້ອເພງຊາດຍັງສອນໃຫ້ກຽດ

ຊັງ ປະຕິການແລະຈັກກະພັດ.  ບໍ່ເຫັນວ່າມົ້ມ ຮຂ ຂອງຈັກກະພັດ

ທີ່ໄປຂໍຄວາມຊ່ວຍເຫຼືອຈາກເຂົາ ເຊັ່ນປະເທດ ຍີ່ປຸ່ນ, ເກົາຫຼີໃຕ້, ໄທ,

ນິວຊີແລັນ, ອອສເຕຣເລັຍ, ຝຣັ່ງ, ອັງກິດ, ການາດາ ແລະ ສະຫະຣັດ

ທີ່ປະເທດເຫຼົ່ນີ້ ຫລັງ 75 ແມ່ນ ຣຖບ ໄດ້ສ້ຽມສອນປະຊາຊົນລາວທຸກ

ເພດທຸກວັຍວ່າເປັນປະເທດຈັກກະພັດ ແລະເປັນລູກແຫຼ້ງຕີນມືຂອງ

ຈັກກະພັດອາເມຣິກາ.

__________________
Anonymous

Date:

ທຳອິດເລົ່າວ່ານາງປະດັບເພັດຢູ່ບ້ານແສງຈັນ ຕໍ່ມາແມ່ນນາງແສງຈັນເສຍຊີວິດ ຟັງແລ້ວຢາກຂັດໆເວີ່ຍ

__________________
Anonymous

Date:

ອັງເກິນຈອຊ໌ wrote:

ການຂ້າຟັນລັນແທງກັນຢ່າງໂຫດຮ້າຍສາມານທີ່ເກີດຂຶ້ນໃນບ້ານເຮົາບໍ່ເປັນຍ້ອນລັດຖະບານເປີດເສລີດອກ

ມັນເປັນຍ້ອນເຂົາເຈົ້າຖືກສ້ຽມສອນໃຫ້ເປັນຄົນອາຄາດຄຽດແຄ້ນຄືດັ່ງທ່ານ ດຣ. ຄໍາເຜີຍ ປານມະໄລທອງ

ເວົ້າຢູ່ໃນສະພາແຫ່ງຊາດຫັ້ນລະ.

ຕອນເພິ່ນຍຶດອໍານາດໄດ້ໃໝ່ໃຜໆກໍ່ຮູ້ວ່າແກ້ງຍາງເປັນແດນມັດຈຸຣາດ, ຖືກຫລືຜິດບໍ່ສໍາຄັນ ຂໍພຽງແຕ່ມີຄົນ

ໃສ່ຮ້າຍກໍ່ຈັບເອົາເຂົາໄປງົມຫອຍໂລດ. ກ່ອນປີ 1975 ນາຍຄຣູສອນນັກຮຽນຊັ້ນປໍ1ໃຫ້ນັບໄມ້ຖູ່ ແຕ່ຫລັງ

ປີ 1975 ເອື້ອຍຄູປະຕິວັດພານັບປໍຕໍອໍ, ການປະດັບປະດາຫ້ອງຮຽນກໍ່ມີລັກສະນະປຸກຣະດົມເຍົາວະຊົນໃຫ້

ມີຈິດໃຈຄຽດຊັງຜູ່ນັ້ນຜູ່ນີ້. ສະນັ້ນ ຄົນບ້ານເຮົາຈໍານວນນຶ່ງຈຶ່ງບໍ່ຮູ້ຄຸນຄ່າຂອງຊີວິດ ຄືດັງທ້າວອາທິດເຮັດກັບ

ນາງແສງຈັນນີ້ລະ.

ນາງແສງຈັນມີການພົວພັນກັນແນວໃດກັບທ້າວແສງທິດ?

 ທ່ານ ຄຳເຜີຍປານມະໄລທອງນັ້້ນ ເວົ້າກະເວົ້າ ໄປທົ່ວທີບ ,ຂ້າພະເຈົ້າກໍເປັນອາຈານສອນ

ຢູ່ທີມະຫາວິທະຍາໄລແຫ່ງນື່ງຂອງ ສປປ ລາວ

ຂ້າພະເຈົ້າກໍຄືບໍເຫັນບົດສອນແບບເພີ່ນເວົ້າ

ໃນເວລາຕໍ່ສູ້ກູ້ຊາດມາຮອດໄລຍະປົດປ່ອຍໃໝ່ແມ່ນແທ້,ແຕ່ພາຍຫັລງມາແມ່ນບໍ່ໄດ້ເວົ້າແບບນັ້ນແລ້ວ

ແຕ່ລະບອບເກົ່າແກ້ງຍາງກໍເປັນບ່ອນ ທ່ານນາຍພົນກຸປະສິດ ອາໄພ ໃຊ້ເປັນບ່ອນເອົາພວກປະຕິວັດໄປງົມຫອຍຄືກັນຫັ້ນລະ

ມັນກະມີທີພະທີຈົວຫັ້ນແລ້ວ

 ພວກປະຕິວັດ ແລະ ປະຕິການ ທີ່ວ່ານີ້ແມ່ນຄົນຊາດໃດ?

__________________
Anonymous

Date:

 ທ່ານ ຄຳເຜີຍປານມະໄລທອງນັ້້ນ ເວົ້າກະເວົ້າ ໄປທົ່ວທີບ ,ຂ້າພະເຈົ້າກໍເປັນອາຈານສອນ

ຢູ່ທີມະຫາວິທະຍາໄລແຫ່ງນື່ງຂອງ ສປປ ລາວ

ຂ້າພະເຈົ້າກໍຄືບໍເຫັນບົດສອນແບບເພີ່ນເວົ້າ

ໃນເວລາຕໍ່ສູ້ກູ້ຊາດມາຮອດໄລຍະປົດປ່ອຍໃໝ່ແມ່ນແທ້,ແຕ່ພາຍຫັລງມາແມ່ນບໍ່ໄດ້ເວົ້າແບບນັ້ນແລ້ວ

ແຕ່ລະບອບເກົ່າແກ້ງຍາງກໍເປັນບ່ອນ ທ່ານນາຍພົນກຸປະສິດ ອາໄພ ໃຊ້ເປັນບ່ອນເອົາພວກປະຕິວັດໄປງົມຫອຍຄືກັນຫັ້ນລະ

ມັນກະມີທີພະທີຈົວຫັ້ນແລ້ວ

 ໂອຍ! ທ່ານອາຈານສອນມະຫາໄລເອີຍ ຢ່າໄປກິນຢາແທນຄົນໄຂ້ທ້ອນ ຄົນໄຂ້ບໍ່ເຊົາເປັນໄດ໊ ເພາະຄົນໄຂ້ໄສ້ໃນທ້ອງ

ບໍ່ມີຢາ. ຂ້ອຍເປັນນັກຮຽນຢູ່ອຸດົມວຽງຈັນຫຼືກ່ອນ 75 ເອີ້ນກັນວ່າ ວິທະຍາລັຍວຽງຈັນ ຫຼື ລີເຊວຽງຈັນ ເລີ່ມແຕ່

ມ1 ຈົນຈົບ ອ3 ແຕ່ປີ 1975 - 1982.  7ປີຢູ່ທີ່ອຸດົມວຽງຈັນ ແມ່ນໄດ້ຮ່ຳຮຽນຫລືຮັບການສິດສອນຈາກອາຈານ

ສ່ວນຫລາຍແມ່ນເລື່ອງການເມືອງ, ສອນໃຫ້ຊັງຄົນລະບອບເກົ່າ, ສອນໃຫ້ມີນ້ຳໃຈຄຽດແຄ້ນຕໍ່ລັດທິສັກດີນາປະຕິ

ການ, ສອນໃຫ້ຊັງແລະຄຽດແຄ້ນຕໍ່ຈັກກະພັດແລະພັນທະມິດຂອງມັນ ໃນນັ້ນກໍມີປະເທດໄທປະເທດໜຶ່ງທີ່ອາຈານ

ເຄີຍສອນວ່າເປັນປະເທດທີ່ໃຫ້ອະໄພບໍ່ໄດ້ເພາະໄທເປັນສະໜາມບິນທີ່ຍົນເອົາລະເບີດມາຖີ້ມໃສ່ລາວເຮົາ, ສອນໃຫ້ສູ້

ຮົບຕົບຕີກັບປະເທດໄທ ເພາະໄທໃຫ້ທີ່ພັກພາອາໄສຂອງຊາວລາວອົບພະຍົບ ແລະຍັງສອນໃຫ້ຮູ້ວ່າໄະເທດໄທເປັນແຫຼ່ງ

ກໍ່ຕັ້ງກອງໂຈນປະຕິການກັບມາທຳລາຍເອກກະລາດແລະອະທິປະໄຕຊອງຊາດ.

ຖ້າທ່ານອາຈານເປັນອາຈານສອນມະຫາໄລຢູ່ ສປປ ລາວອິຫຼີ ແລ້ວມາປະຕິເສດວ່າປັດຈຸບັນນີ້ບໍ່ມີການສອນໃຫ້ຊິງ

ຊັງແລະຄຽດແຄ້ນຕໍ່ຈັກກະພັດແລະປະຕິການນັ້ນ ໃຫ້ໄປມືນຕາເບິ່ງປ້າຍຄຳຂັວນຢູ່ທຸກໆສະຖາບັນແດ່ເດີ້, ລົງໄປ

ຈອບຟັງເອື້ອຍຄູອ້າຍຄູສອນເດັກເຍົາວະຊົນແຕ່ ອະນຸບານເຖິງຈົບ ມໍ່ຕົ້ນ ວ່າເຊົາສອນເລື່ອງຄຽດແຄ້ນໃຫ້ສັດຕູ

ເຊັ່ນຈັກກະພັດແລະປະຕິການແລ້ວບໍ່? ຢ່າມາຫຼັບຫູຫຼັບຕາເວົ້າຢູ່ນີ້ ເພາະວ່າຍັງມີຢູ່.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard