Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການເມືອງແມ່ນຫຍັງ?
ນົກນ້ອຍ

Date:
ການເມືອງແມ່ນຫຍັງ?


ເປັນຫຍັງການນຳຂອງລາວຈຶ່ງພາກັນໄປຮຽນແຕ່ທິດສະດີການເມືອງ

ການນຳປະເທດທີ່ເຂົາຈະເລີນນັ້ນເຂົາພາກັນໄປຮຽນອີ່ຫຍັງກັນ?

      ເຫດການຍົນຕົກທີ່ປາກເຊການເມືອງຊ່ວຍຫຍັງໄດແນ່



__________________
Anonymous

Date:

ນົກນ້ອຍ wrote:

ເປັນຫຍັງການນຳຂອງລາວຈຶ່ງພາກັນໄປຮຽນແຕ່ທິດສະດີການເມືອງ

ການນຳປະເທດທີ່ເຂົາຈະເລີນນັ້ນເຂົາພາກັນໄປຮຽນອີ່ຫຍັງກັນ?

 

      ເຫດການຍົນຕົກທີ່ປາກເຊການເມືອງຊ່ວຍຫຍັງໄດແນ່


 We and all in the whole world knew already that Socialist ideologies is look good on the Paper, not in Practice... that's why most of them is poor countries.



__________________
Anonymous

Date:

ນົກນ້ອຍ wrote:

ເປັນຫຍັງການນຳຂອງລາວຈຶ່ງພາກັນໄປຮຽນແຕ່ທິດສະດີການເມືອງ

ການນຳປະເທດທີ່ເຂົາຈະເລີນນັ້ນເຂົາພາກັນໄປຮຽນອີ່ຫຍັງກັນ?

 

      ເຫດການຍົນຕົກທີ່ປາກເຊການເມືອງຊ່ວຍຫຍັງໄດແນ່


ໄປລ້າງສະໝອງຕື່ມໃຫ້ການເປັນຜູ້ບໍລິຫານທີ່ໜັກແໜ້ນໃນແນວທາງ ນຍບ ຂອງສັງຄົມນິຍົມ.



__________________
Anonymous

Date:

ໄປຮຽນທິດສະດີການເມືອງກະຕ້ອງໃຊ້ເງິນຫລາຍ ຄ່າເອກະສານ ຂຽນບົດກະໄດ້ຈ້າງຜູ້ເກັ່ງຂຽນໃຫ້ ເວລາປ້ອງກັນບົດກະມີເງິນຄ່ານ້ຳຊາກາເຟກິນໄດ້ຫລາຍປີ 

 

ສະຫລຸບໄດ້ປະເດັນຄື ໄປຮຽນເອົາຄວາມຫນັກແຫນ້ນໃນແນວທາງສັງຄົມນິຍົມ

ຈົບແລ້ວໄປເຮັດວຽກແຮງໂກງບ້ານກິນເມືອງເກັ່ງ, 

ຈົບສູງເພື່ອຊິໄດ້ເປັນຜູ້ບໍລິຫານ ເປັນເຈົ້າເມືອງເຈົ້າແຂວງ ພະນັກງານການນຳທຸກລະດັບ ຕ້ອງໄດ້ຮຽນທິດສະດີການເມືອງ ຖ້າບໍໄດ້ຮຽນທິດສະດີ

ບໍໄດ້ເປັນສະມາຊິກພັກຢ່າຫວັງຊິໄດ້ກຳຕຳແຫນ່ງ ເຖິງຊິມີຄວາມຮູ້ສູງຈົບລະດັບໄດກະແລ້ວແຕ່ ຕ້ອງເປັນລູກນ້ອງ ຄົນເປັນສະມາຊິກພັກ.

ອັນນີ້ເປັນຄວາມຈິງ.

 



__________________
Anonymous

Date:

ການເມືອງແມ່ນການຂີ້ຕົວະແລະຫລອກລວງ ບໍ່ວ່າຈະເປັນລັດທິສັງຄົມນິຍົມ ຫຼື

ເສລີນິຍົມ ຜູ້ທີ່ຫລີ້ນການເມືອງແມ່ນຈົບມາຈາກໂຮງຮຽນທີ່ສອນໃຫ້ຕົວະເກ່ງ ຈົນ

ສາມາດຕົວະເອົາບ້ານເອົາເມືອງໄດ້ພຸ້ນລະ. ບໍ່ຕ່າງຫຍັງກັບນັກການເມືອງເຂົ້າແຂ່ງ

ຂັນສະໝັກເປັນຜູ້ບໍລິຫານປະເທດບໍ່ວ່າຂັ້ນໃດນັບແຕ່ເຈົ້າເມືອງຂຶ້ນຮອດປະທານ

ນະທິບໍດີ ແມ່ນພາກັນຕົວະເພື່ອຫາສຽງ ເມື່ອໄດ້ຮັບໄຊຊະນະເລືອກຕັ້ງແລ້ວ ຄຳໝັ້ນ

ສັນຍາທີ່ມີຕໍ່ປະຊາຊົນຕອນໄປລົງຫາສຽງນັ້ນແມ່ນເອົາໂຍນຖີ້ມລົງກະຖັງຂີ້ເຫຽື້ອໄປ

ໝົດ ອັນນີແມ່ນນັກກາເມືອງຂອງປະເທດເສລີນິຍົມ. ສ່ວນນັກການເມືອງຫຼືການ

ເມືອງຂອງປະເທດສັງຄົມນິຍົມນັ້ນມັນກໍເຊມຊຽດນັ້ນລະ ແຮງເກ່ງກ່ວາໝູ່ເລື້ອງຂີ້

ຕົວະ ເບິ່ງແຕ່ຜູ້ແທນປະຊາຊົນຕອນມາລົງກາສຽງ ຂານປາກຂານຄວາມທຸກຢ່າງ

ວ່າຈະເປັນປາກເປັນສຽງໃຫ້ແກ່ປະຊາຊົນ ບາດຖືກເລືອກຕັ້ງໄດ້ເປັນຜູ້ແທນປະຊາ

ຊົນແລ້ວ ມິດຈີ່ລີ່ປານຈູຈີ່ຂົ້ວ (ຄັນຈະວ່າຟັງທຳ ມັນຍັງເໜັງໄດ້) ບາດໄດ້ນັ່ງຢູ່ສະພາ

ກໍເອົາສຽງຂອງປະຊາຊົນທີ່ຝາກມາເຖິງສະພາໄປໂຍນລົງຫ້ວຍປາກປ່າສັກໃຫ້ໄຫຼລົງ

ແມ່ຂອງໄປສູ່ຫຼີ່ຜີພຸ້ນໝົດ ມີແຕ່ນັ່ງອ້າປາກຕາກແຂ້ວຢູ່ສະພາ ບໍ່ມີທ່າທີວ່າຈະເປັນ

ປາກເປັນສຽງຂອງປະຊາຊົນຜູ້ທີ່ປ່ອນບັດເລືອກເອົາ ມີແຕ່ປະທານສະພາວ່າແນວໃດ

ກໍພາກັນເຫັນດີເຫັນພ້ອມນຳກັນແບບດຽວໂລດ, ອັນນີ້ແຮງເປັນການເມືອງຈອມຂີ້

ຕົວະ.

 



__________________
Anonymous

Date:

ການເມືອງແມ່ນເປັນເລື້ອງການຕໍ່ລອງ

ການເມືອງພາຍໃນປະເທດ ພັກການເມືອງໄດ໋ ຫຼືນັກການເມືອງຄົນໄດ່ຕໍ່ລອງກັບປະຊາຊົນເກັ່ງ ທັ້ງນັກການເມືອງແລະປະຊາຊົນກໍ່ໄດ້ໃນສິ່ງທີ່ເຂົາຍາກໄດ້

ການເມືອງລະຫວ່າງປະເທດ ປະເທດໄດ໋ຕໍ່ລອງກັບປະເທດອື່ນເກັ່ງ ປະເທດນັ້ນໄດ້ປະໂຫຍດ ບໍ່ເສຍປຽບປະເທດອື່ນ ຜົນຄືປະເທດຊາດໄດ້ປະໂຫຍດ

ເວົ້າໃນຖານະການເມືອງທີ່ເປັນສາກົນເສລີນິຍົມ



__________________
Anonymous

Date:

Politicians ?  bunch of liars ! always make themselves good looking upon lies and in the same time, making their opponents looking like bulls!%$?^*!!!



__________________
Anonymous

Date:

ການເມືອງແມ່ນແນວທາງນະໂຍບາຍລວມຂອງຕົວແທນຜູ້ກຳອຳນາດວາງອອກ, ສຳລັບແນວທາງການເມືອງລາວແມ່ນເພື່ອຄົນສ່ວນຫລາຍໃນປະເທດນັ້ນແມ່ນປະຊາຊົນລາວ



__________________
Anonymous

Date:

ສວ່ນຫລາຍຕ່າງປະເທດເພີ່ນຮຽນການເມືອງມາເພື່ອມາສາ້ງສາ

ພັທນາປະເທດແລະອື່ນໆສວ່ນປະເທດລາວແລ້ວເພີ່ນຮຽນມາ

ເພື່ອຕົວະຕົ້ມປະຊາຊົນປິດຫູບັງຕາບໍ່ໃຫ້ປະຊາຊົນຮູ້ຂີ້ພື້ນຂອງ

ພວກມັນ ວາ່ພວກມັນເຮັດຫຍັງແຕ່ລະມື້ເພາະສະນັ້ນພວກທ່ານ

ຕອ້ງລຸກຂື້ນມາຕໍ່ສູ້ກັບພວກມັນຢ່ານອນທັບສິດໂຕເອງໃຫ້ຄິດວ່າ

ເຮົາເປັນ ປຊຊ ຄົນນຶ່ງເຮົາຕອ້ງມີສິດຂອງໂຕເອງ

 



__________________


Guru

Status: Offline
Posts: 1010
Date:

ທີ່ຈິງຄວນເອົາ ຄົນທີ່ເກັ່ງເລື່ອງເສດທະກິດ ມາບໍລິຫານປະເທດ ເພາະເຂົາຈະຮູ້ ວິທີຫາເງິນເຂົ້າປະເທດ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard