Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດເກັ່ງແຕ່ວາງແຜ່ນ
Anonymous

Date:
ລັດເກັ່ງແຕ່ວາງແຜ່ນ

ແນວໃດກໍຕາມ ຫວັງວ່າການຂະຫຍາຍຕົວຊິໄດ້ຕາມຄາດໝາຍ

ລັດວາງຄາດຫມາຍເສດຖະກິດເຕີບໃຫຍ່ 8,3% ໃນສົກປີ 2013-2014

2.jpg
            ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີ 2013-2014, ລັດຖະບານ​ໄດ້​ວາງ​ຄາດໝາຍ​ໃຫ້​ເສດຖະ ກິດ​ມະຫາ​ພາກ​ຂອງ​ປະ​ເທດ​ຂະຫຍາຍຕົວ​ໃນ​ລະດັບ 8,3% ຂອງ GDP ​ແລະ ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ໄດ້​ປະມານ 90.650 ຕື້ ກີບ, ສະ​ເລ່ຍລາຍ​ຮັບພົນ ລະ​ເມືອງ​ຜູ້​ໜຶ່ງ​ໃຫ້​ໄດ້ 3,38 ລ້ານ​ກີບ​ຕໍ່​ປີ, ​ໃນ​ນັ້ນ ຂະ​ແໜງ​ກະສິກຳ​ເພີ່ມ​ຂຶ້ນ 3,3% ກວມ​ປະມານ 24,6%, ຂະ​ແໜງ​ອຸດສາຫະກຳ​ເພີ່ມ​ຂຶ້ນ 12% ກວມ​ປະມານ 30,3% ​ແລະ ຂະ​ແໜງ​ບໍລິການ​ເພີ່ມ​ຂຶ້ນ 9,5% ກວມ​ປະ ມານ 39,2% ຂອງ GDP.
         ສຳລັບ​ຄາດໝາຍ​​ການ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ທັງ​ໝົດ 25.216 ຕື້ ກວ່າ​ກີບ ​ເທົ່າ​ກັບ 27,82%, ​ໃນ​ນັ້ນລາຍ​ຮັບ​ພາຍ​ໃນ​ໃຫ້​ໄດ້ 20.186 ຕື້ກວ່າ​ກີບ ​ເທົ່າ​ກັບ 22,27% ຂອງ GDP, ສ່ວນ​ລາຍ​ຈ່າຍ​ງົບປະມານ​ໃຫ້​ຢູ່​ໃນ​ລະດັບ 29.745 ຕື້ກວ່າ​ກີບ ​ເທົ່າ​ກັບ 32,8%, ຂາດ​ດຸ​ນງົບປະ ມານ 4.528 ຕື້ກວ່າ​ກີບ ​ເທົ່າ​ກັບ 5% ຂອງ GDP.
          ອັດຕາ​ເງິນ​ເຟີ້ບໍ່​ໃຫ້​ເກີນ​ອັດ ຕາ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ ​ແລະ ​ໃຫ້​ປະລິມານ​ເງິນ​ອອກ​ສູ່​ຂອດ​ຈໍລະ​ຈອນ
(M2) ​ເພີ່ມ​ຂຶ້ນ​ໃນ​ລະດັບ​ທີ່​ເໝາະ​ສົມ ທຽບ​ໃສ່​ປີຜ່ານມາ ​ແລະ ສືບຕໍ່​ປະຕິບັດ​ນະ​​ໂຍບາຍ​ອັດຕາ​ແລກປ່ຽນ​ຕາມ​ກົນ​ໄກ​ຕະ ຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ ​ແລະ ​ໃຫ້​​ມີ​ຄວາມ​ສະຫງົບ​ປົກກະຕິ, ​ເງິນ​ກີບ​ແຂງ​ຄ່າ ຫລື ອ່ອນ​ຄ່າ​ຢູ່​ລະຫວ່າງ ບວກ ຫລື ລົບ 5% ທຽບ​ໃສ່​ເງິນຕາ​ຕ່າງປະ​ເທດ​ສະກຸນ​ຫລັກ, ​ໃນ​ການ​ສົ່ງ​ອອກ​ໃຫ້​ບັນລຸ 2.178 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມູນ​ຄ່າ​ນຳ​ເຂົ້າ 2.730 ລ້ານ​ໂດ​ລາ ​ແລະ ການ​ຂາດ​ດຸນ​ການ​ຄ້າ​ໃຫ້​ຢູ່​ໃນ​ລະດັບ 4,87% ຫລື ​ເທົ່າ​ກັບ 552 ລ້ານ​ໂດ​ລາ ຂອງ GDP.
            ສູ້​ຊົນ​ຜະລິດ​ເຂົ້າ​ໃຫ້​ໄດ້ 4 ລ້ານ​ໂຕນ, ​ເພີ່ມ​ການ​ຜະລິດ​ພືດ​ສະບຽງ​, ພືດ​ອຸດສາຫະກຳ, ພືດ​ເປັນ​ສິນຄ້າ ​ແລະ ການ​ລ້ຽງສັດ. ພ້ອມ​ກັນນີ້ ສູ້​ຊົນ​ໃຫ້ການ​ຜະລິດ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດ ຖະກຳ​ຂະຫຍາຍຕົວ​ປະມານ 12% ທຽບ​ໃສ່​ສົກ​ປີ 2012-2013 ກວມ​ປະມານ 10% ຂອງ GDP, ສູ້​ຊົນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ປະ​ເທດ​ໃຫ້​ໄດ້ 3,5-4 ລ້ານ​ຄົນ ​ແລະ ສາມາດ​ນຳ​ເງິນຕາ​ຕ່າງປະ​ເທດ​ເຂົ້າ ສປປ ລາວ ປະມານ 518 ລ້ານ​ໂດ​ລາ​ສະຫະລັດ. ນອກຈາກ​ນີ້ ​ເຮັດ​ໃຫ້​ອັດຕາ​ຄົນ​ທຸກ​ຍາກ​ຫລຸດ​ລົງ​ໜ້ອຍ​ກວ່າ 17% ຂອງ​ຈຳ ນວນ​ປະຊາກອນ​ທັງ​ໝົດ ​ແລະ ອັດຕາ​ຄອບຄົວ​ທຸກ​ຍາກ​ໃຫ້​ໜ້ອຍ​ກວ່າ 12% ຂອງ​ຄອບ ຄົວ​ທົ່ວ​ປະ​ເທດ, ຢຸດ​ການ​ເຄື່ອນ​ຍ້າຍ​ຊະຊາຍ​ຂອງ​ປະຊາຊົນ ​ໂດຍ​ມີ​ການຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ທີ່​ເໝາະ​ສົມ​ໃຫ້​ເຂົາ​ເຈົ້າ, ສົ່ງ​ເສີມ​ໃຫ້​ເດັກນ້ອຍ​ເກນ​ອາຍຸ​ເຂົ້າຮຽນ​ກຽມ​ປະຖົມ​ບັນລຸ 44%, ອັດຕາ​ເຂົ້າຮຽນ​ສຸດທິ​ຊັ້ນປະຖົມ​ສຶກສາ​ໃຫ້​ບັນລຸ 98%, ສະໜອງ​ນ້ຳສະອາດ​ໃຫ້​ປະຊາຊົນ​ໃຫ້​ໄດ້ 82,9%, ​ເພີ່ມ​ອັດຕາ​ນຳ​ໃຊ້​ວິດຖ່າຍ​ຂອງ​ປະຊາຊົນ​ໃຫ້​ໄດ້ 59,6%, ອັດຕາ​ສັກ​ຢາ ​ແລະ ຢອດ​ຢາ​ກັນ​ພະຍາດ​ໃຫ້​ແມ່ ​ແລະ ​ເດັກ ນ້ອຍ​ບັນລຸ 85%, ສ້າງ​ບ້ານ​ວັດ ທະນະທຳ​ໃຫ້​ໄດ້ 340 ບ້ານ ​ແລະ ຄອບຄົວ​ວັດ​ທະນະ​ທຳ​ໃຫ້​ໄດ້ 40 ພັນ​ຄອບຄົວຕື່ມ​ອີກ.

__________________
Anonymous

Date:

ແຜນການພັດທະນາເສດຖະກິດທຸກຂະແໜງແມ່ນເຮັດຕາມການແນະນໍາຂອງນັກຊ່ຽວຊານ

ຈາກປະເທດຕ່າງໆທີ່ມີຄວາມແຂງແຮງທາງດ້ານເສດຖະກິດການເງິນ ແຕ່ໝາກຜົນບໍ່ໄດ້

ຕາມຕົວເລກຄາດໝາຍຍ້ອນບໍ່ແກ້ຂອດການເມືອງໃຫ້ສອດຄ່ອງ.

__________________
Anonymous

Date:

Anonymous wrote:

 ເພີ່ນບໍ່ໄດ້ຄິດຍາກຄືພວກ ສ/ຫ ດອກ ຮອດມື້ປິດສະລຸບມາເພີ່ນກໍ່ຊອກແນວມາຂຽນໃສ່ໃຫ້ມັນໄດ້

ລື່ນຄາດໝາຍແລ້ວກໍ່ປະດັບຫຼຽນໄຊໃຫ້ກັນ ຈົບ

__________________
Anonymous

Date:

ຄອບຄົວ ຂພຈ ເຮັດນາກິນເຂົ້າ

ແຕ່ລະປີ ກໍພໍໄດ້ແຕ່ພໍຢູ່ພໍກິນ ບໍ່ເຄີຍໄດ້ຂາຍ

ລາຍຮັບອື່ນໆ ກໍຍັງເຫມືອນເດີມທຸກປີ

ບໍ່ຮູ້ວ່າເພິ່ນຈົດລາຍຮັບ ເພີ້ມຂຶ້ນຮອດປີລະ10% ແນວໃດ

ຖ້າສີຂຽນເພີ້ມ ກາສີແມ່ນຍອ້ນລາຄາເຂົ້າເຫນັງຕີງທໍ່ນັ້ນລະ

ຫລືບໍ່ກໍແມ່ນ ລາຍງານດອກໄມ້ທໍ່ນັ້ນລະ

__________________
Anonymous

Date:

what a shame ! only 50 % of lao people have latrine ! and others pooh on the river bank and directly in the river  Oh my God ! after long years of struggle against poverty ... we haven't been able to educate our people...even where and how to pooh ! Yeah !  clever and sight seeing ...

 ຄົນໃຕ້: ອີງຕາມຄຳຂວັນທີ່ຂ້າພະເຈົ້າເຄີຍເວົ້າຕະຫຼອດ:

ຂັ້ນເທິງເປັນຜູ້ວາງ

ຂັ້ນກາງມີແຕ່ປະຊຸມ

ຂັ້ນລຸ່ມເຮັດນຳບໍ່ທັນ

ສຸດທ້າຍເລີຍບໍ່ໄດ້ຫຍັງ

__________________
Anonymous

Date:

Anonymous wrote:

ຄອບຄົວ ຂພຈ ເຮັດນາກິນເຂົ້າ

ແຕ່ລະປີ ກໍພໍໄດ້ແຕ່ພໍຢູ່ພໍກິນ ບໍ່ເຄີຍໄດ້ຂາຍ

ລາຍຮັບອື່ນໆ ກໍຍັງເຫມືອນເດີມທຸກປີ

ບໍ່ຮູ້ວ່າເພິ່ນຈົດລາຍຮັບ ເພີ້ມຂຶ້ນຮອດປີລະ10% ແນວໃດ

ຖ້າສີຂຽນເພີ້ມ ກາສີແມ່ນຍອ້ນລາຄາເຂົ້າເຫນັງຕີງທໍ່ນັ້ນລະ

ຫລືບໍ່ກໍແມ່ນ ລາຍງານດອກໄມ້ທໍ່ນັ້ນລະ

 ແມ່ນຄວາມທ່ານວ່າ ຄອບຄົວຂ້າພະເຈົ້າ ກໍເປັນຊາວນາ, ເຂົ້າກໍພໍກຸ້ມກິນ ແຕ່ຖ້າຈຳເປັນແທ້ໆ ແມ່ເພິ່ນຈຶ່ງຂາຍເຂົ້າເທື່ອນຶ່ງ(ເຊັ່ນ: ຍາມໃກ້ລົງນາ, ບຸນບ້ານເພື່ອຊື້ຊີ້ນມາຮັບຕ້ອນຄົນ...ຫຼືໃນຍາມທີ່ຄອບຄົວອື່ນມາຂໍແບ່ງກິນນຳ)

ນາກໍຜືນເກົ່າ ຂະຍັບຂະຫຍາຍຕື່ມອີກບໍໄດ້ແລ້ວ ແຕ່ລະປີພໍ່ແມ່ເພີ່ນກໍລົມກັນວ່າ ປີນີ້ປ່ຽນໄປໃຊ້ແນວເຂົ້າພັນໃຫມ່ ເຫັນນາຜູ່ນີ້ງາມນາຜູ່ນັ້ນໄດ້ຫຼາຍ ແລະຄົນໃນບ້ານກໍເປັນໄປໃນແບບນັ້ນ... ນາແຊງບໍຕ້ອງເວົ້າເຖິງບ້ານຂ້ອຍບ້ານໂຄກໄກນ້ຳ

ລາຍໄດ້ແມ່ນບໍຄົງທີ່ ແລ້ວແຕ່ມີວຽກຮັບຈ້າງຮັບບ່າຍໄປ... ຜ່ານມາປີແລ້ວປີເລົ່າກໍເປັນແບນັ້ນມາ... ແຕ່ລະເຮືອນໃນບ້ານກໍເປັນໄປແບບນັ້ນ

ທີ່ເຫັນປຸກເຮືອນປຸກຊານ ມີລົດຈັກຫຼືຮຸນໃດຂີ່ນັ້ນແມ່ນເງິນຂະເຈົ້າປະຫຍັດທ້ອນມາເປັນຫຼາຍປີ ຫຼື ບາງຄົນມີມູນ ຊາຍດິນ ງົວ ຄວາຍ ໄປດາວມາ... ບໍແມ່ນຍ້ອນລາຍໄດ້ເພີ່ມ

ທີ່ເວົ້າມາເທິງນັ້ນ ບໍເຫັນມີໂຄງກົງໂຄງການອີຫຍັງເປັນຮູບປະທຳຈະແຈ້ງ ຈາກຂັ້ນເທິງ ທີ່ວ່າເປັນການສົ່ງເສີມປະຊາຊາຊົນ (ຫຼືວ່າບ້ານອື່ນທີ່ເປັນບ້ານເກີດຂອງເຈົ້ານາຍທັງຫຼາຍ.... ມີກະບໍຈັກ)

ຂ້ອຍກໍບໍຮູ້ຄືກັນວ່າ ຈີດີພອກຈີດີພີຜີບ້າອັນນັ້ນ ມັນເອົາມານຶ້ງກິນຄືເຂົ້າໄດ້ບໍ ມາໃສ່ແກງໃສ່ຕົ້ມໄດ້ບໍ ຄືອ້າງເອົາແທ້ເອົາວ່າ...

ຮັກແພງພີ່ນ້ອງຮ່ວມຊາດ

__________________
Anonymous

Date:

ຊອກຫາສັນຫາແຕ່ຄຳເວົ້າ ບໍ່ລົງມືເຮັດໃຫ້ເປັນຮູບເປັນຮ່າງເທື່ອ ເຮັດໃຫ້ຫຼາຍກວ່າເວົ້າຄຶສິດີຍູ້

__________________
Anonymous

Date:

ນະໂຍບາຍ ດີເລີດ  ແຕ່ປະຕິບັດບໍ່ໄດ້ !!

ແຜນເທວະດາ ເຮັດນຳບໍ່ໄດ້ !!

ແລ້ວຈະມີຄວາມໝາຍຫັຍງ ?

__________________
Anonymous

Date:

ສ້າງສັນປະດິດຄຳຍູ່ແຕ່ໃນອາກາດ ແຕ່ໃນຫົວກັບບໍ່ມີຍຸົດທະສາດ

__________________
Anonymous

Date:

ສ້າງສັນປະດິດຄຳຍູ່ແຕ່ໃນອາກາດ ແຕ່ໃນຫົວກັບບໍ່ມີຍຸົດທະສາດ

___________________________________________________

ເພີ່ນວາງແຜນໃຫ້ກະຖືກລະເດ...ໃຜເປັນຄົນເຮັດ ? ຊີວິດຂອງເຈົ້າ ຢາກຢູ່ດີ ກິນແຊບ ກະເຮັດເອົາຕວາ, ມີແຕ່ນັ່ງເຕັງຫຳ ຫາຍໃຈຖີ້ມ ອ້າປາກໃຫ້ແມງວັນໄຂ່ໃສ່ ມັນຊິຈະເລີນຈັກເທື່ອ ບັກຫຳ.

ບັກຫຳເອີ້ຍ ສິໃຫ້ຍູ່ດີກິນແຊບໄດ້ແນວໄດ໋ ເງິນເດືອນພະນັກງານລັດສາມສີ່ເດືອນຍັງບໍ່ທັນອອກເທື່ອ ເຂົ້າຂອງເຄື່ອງໃຊ້ກໍ່ແພງແສນແພງ ເພາະວ່າມີແຕ່ນຳເຂົ້າມາ

ຄົນລາວຕ້ອງພາກັນອອກໄປເຮັດວຽກຍູ່ໄທ ຍ້ອນໃນບ້ານເມືອງໂຕເອັງເຮັດບໍ່ຄຸ້ມຍູ່ຄຸ້ມກິນ ນີ່ບໍ່ແມ່ນຍ້ອນຄວາມຊານສະຫຼາດສ່ອງໄສຂອງພາກລັດເຈົ້າຫັ້ນຕິ

__________________
Anonymous

Date:

ທ່ານເອີຍ! ຂ້ອຍກະໃຫຍ່ມາຍ້ອນເຮັດນາກິນເຂົ້ານີ້ແລະ ເກືອບວ່າທຸກຄອບຄົວຢູ່ໃນບ້ານຂ້ອຍເຮັດນາ ເຂົາກະຍັງໃຫຍ່ມາ ໃຜວ່າບໍ່ກຸ້ມ ຢູ່ກຸ້ມກິນ ເຈົ້າກະເວົ້າໂພດຫລາຍ ມີຫນ້ອຍກະກິນສົມຫນ້ອຍ ມີຫລາຍກະກິນສົມຫລາຍ ຢ່າສູ່ສົມທຽບໃສ່ເມືອງນອກ ເມືອງນາເດີ ລາວກະຄືລາວ ອາເມລິກາ ກໍ່ຄືອາເມລິກາ ໃຜວ່າລາຄາເຄື່ອງຢູ່ລາວແພງ ຂ້ອຍວ່າທັມມະດາ ສົງໃສຕື່ນຂ່າວຕີເບາະ ຜັກຢູ່ລາວມັດ 1000 ກີບ ຫົວສີໄຄ ມັນສຳຂາ 500 ກີບ ປາກິໂລລະ 20000 ກີບ   ມັນກະບໍ່ແພງດອກ ຄັນແພງ ເຂົາບໍ່ ມາຂາຍດອກ ຄົງຈະກອດໄວ້ເຮັດມູນຢູ່ເຮືອນພຸ້ນລະ. ເຮືອນຂ້ອຍປູກຜັກຂາຍຕະຫລອດປີ ແລະ ຂາຍປາພ້ອມ ຂ້ອຍຮູ້ດີ

 ລາວໃນເຮົາຢ່າເວົ້າຫລາຍ ລະອາຍເພິ່ນ ເພາະເງິນເດືອນເຮົາບໍ່ຮອດ 1/10 ຂອງລາວນອກຊຳ້

ເຮົາເຮັດຫຍັງກໍບໍ່ຖືກໃຈເພິ່ນຈັກເທື່ອ ເພາະ ເພີ່ນຄືລູກເທວະດາ ໄປອະເມລິກາເພິ່ນ ກາສະເດັດໄປພຸ້ນຕວາ ເລື້ອງອະດິດຂອງເພິ່ນທີ່ເຄີຍຢູ່ລາວ ກໍພຽງແຕ່ຄວາມຝັນ

ແຕ່ການວາງແຜນຂອງລັດນັນ ບໍ່ມ່ນຄວາມຝັນ ເພາະແຜນອະນາຄົດ ຈະເກັ່ງ ຫລື ບໍ່ເກັ່ງ ມັນກໍກ້າວໄປຫາຄືເກົ່າຫັນແລວ້  

ຕ່າງແຕ່ວ່າ ສີກ້າວໄປຮອດຫນອ້ຍຫລາຍປານໃດ

ເຊັ່ນ ປະເທດລາວປີ 2020 ປຊຊ ສີໍ່ທຸກແທ້ບໍ່ ສີໄດ້ລົດໄຟຄວາມໄວສູງແທ້ບໍ ທາງຫລວງ 13 ສີກາຍເປັນ ທາງ 4 ເລນແທ້ບໍ່

ສຳຫລັບ ຂພຈ ເຖິງວ່າບໍ່ຕອ້ງເບິ່ງແຜນຫຍັງ ກໍຄາດຢູ່ວ່າ ປຊຊ ລາວບໍ່ຕອ້ງອຶດຕາຍ ຄືກັບ ປຊຂ ແຖບ ອາຟຣິກາ ແນ່ນອນ 

ສວ່ນຄົນທຸກຍາກນັ້ນ ຄົງແມ່ນພຽງຕົວເລກ ເພາະ ສັງຄົມໂລກ ມັນມີ ຜູ້ທຸກສຸດ ທຸກພໍຢູ່ພໍກິນ ປານກາງ ຮັ່ງມີ ເສດຖີ 

__________________
Anonymous

Date:

ລັດເພີ່ນຈ້າງຊ່ຽວຊານມາວາງແຜນໃຫ້ຊືໆ ແຕ່ປະຕິບັດບໍ່ໄດ້ດອກ ເວົ້າຢູ່ດາວອັງຄານພຸ້ນ ອັນທີ່ລັດເພີ່ນເຮັດໃດ້ດີທີ່ສຸດຕອນນີ້ກໍ່ຄື ການສໍ້ຫລາດບັງຫລວງບໍ່ແມ່ນວາພີນ້ອງ

__________________
Anonymous

Date:

Anonymous wrote:

ລັດເພີ່ນຈ້າງຊ່ຽວຊານມາວາງແຜນໃຫ້ຊືໆ ແຕ່ປະຕິບັດບໍ່ໄດ້ດອກ ເວົ້າຢູ່ດາວອັງຄານພຸ້ນ ອັນທີ່ລັດເພີ່ນເຮັດໃດ້ດີທີ່ສຸດຕອນນີ້ກໍ່ຄື ການສໍ້ຫລາດບັງຫລວງບໍ່ແມ່ນວາພີນ້ອງ

 ຮູ້ບໍວ່າ ຖ້າຊຽ່ວຊານລາວຂຽນ ໃຜສີເຊືອ

ຊຽ່ວຊານລາວ ມີໃຜແດ່ ດຣ ສຈ ຍັງບໍ່ກ້າຮອດຈັດສຳມະນາວິຊາການ ຫລືສະແດງວິໃສທັດຕົວເອງ ຫລາຍສຸດກໍພຽງແຕ່ອອກຄຳເຫັນ

ແມ້ແຕ່ຊຽ່ວຊານແທ້ໆ ວາງແຜນ ຂຽນແຜນບົດວິພາກຢ່າງລະອຽດອອກມ່ແລວ້ ສຸດທ້າຍຍັງບໍ່ຍອມເອົາ

ຕົວຢ່າງ ໂຄງການບຶງທາດຫລວງ ບໍ່ໄດ້ຕາມແຜນຂອງ ຍີ່ປຸ່ນເລີຍ ແຕ່ມາເອົາແຜນ ຂອງນັກລົງທຶນ ໍຶ່ງບໍ່ແນ່ໃຈວ່າແຜນໃຫມ່ ນີ້ໄດ້ກວມເອົາໂຄງປະກອບທຸກຢ່າງຫລືບໍ່

ໂຄງການບຶງທາດຫລວງ ຕອນສາມປີກອ່ນ ກຊ ກະສິກຳ ແລະຊຽ່ວຊານ ໄດ້ອອກມາປົກປອ້ງ ອະນຸລັກໄວ້ໃຫ້ເປັນຫນອງທຳມະຊາດ ແຕ່ສຸດທ້າຍເຫັນບໍລະ?

__________________
Anonymous

Date:

ຢ່າເຊື່ອແຕ່ຊ່ຽນຊານຫຼາຍເດີທ່ານ ມີເກັ່ງ ແລະ ບໍ່ເກັ່ງໃດ ຖ້າຕົນບໍ່ເຂົ້າໃຈຈິງໆກໍ່ຄວນສຶກສາໃຫ້ຈະແຈ້ງ

ຂອ້່ຍສັງເຫດວ່າ ລັດບໍ່ສຸມການລົງທຶນສົ່ງເສີມປະຊາຊົນສວ່ຍຂຫຼາຍມີວຽກເຮັດ ແລະ ເກັບເງິນໃນໄລຍະສັ້ນໄດ້ ເຖີງມີກຳໄລບໍ່ຫຼາຍກໍ່ຍັງດີກວ່າເອົາໄປລົງທຶນໃສ່ໂຄງການຂະໜາດໃຫຍ່ 30 ປີກໍ່ຍັງເກັບທຶນບໍ່ໄດ້

ຕົວຢ່າງລົງທຶນໃສ່ທາງ 2-3 ເສັ້ນ ມູນຄ່າ 200 ລ້ານໂດລາ ເປົ້າໝາຍນຳໃຊ້ກໍ່ພຽງສວ່ຍນໃດນື່ງເທົ່ານັ້ນ

ລອງເອົາເງິນ 200 ລ້ານມາປອ່ຍສິນເຊື່ອດອກເບັ້ຍຕໍາໃຫ້ປະຊາຊົນທຳການຜະລິດ ຂອ້ຍຄິດວ່າເກືອບໄດ້ທົ່ວປະເທດພຸ້ນລະ ແລະ ກໍ່ຈະໄດ້ຄືນທັງຕົ້ນ ແລະ ດອກເບັ້ຍພຽງປີຕໍ່ປີໄປ

ການວາງແຜນຄວນໃຫ້ມີໂຄງການທີ່ໄລຍະສັ້ນ ແລະ ໄລຍະກາງ, ຍາວ ເພື່ອໃຫ້ສົມດູນກັນທີ່ສຸດ

ສວ່ນຫຼາຍແມ່ນລັດເພີ່ນເລັ່ງໃສ່ໂຄງການຂະໜາດໃຫຍ່ ເພາະໄດ້ຜົນປະໂຫຍດສວ່ນຕົວເປັນສວ່ນຫຼາຍ ຄື:

1. ໄດ້ຄ່າຄອມລວ່ງໜ໊າ ເພາະຟ້າວເອົາຈັກໜອ່ຍອອກບຳນານກໍ່ຈະບໍ່ໄດ້

2. ເພີ່ນບໍ່ຄດິເຖີງຄວາມເສຍຫາຍຊາດບ້ານເມືອງພໍ 3%

3. ຈຳພວກລູກຫຼານ ເຊື້ອສາຍຊິງຊາວ ຂໍໂຄງການໃດໄດ້ໝົດ ມີງົບກໍ່ເອົາໃຫ້ບໍລິສັດລູກເມຍ ແລະ ເຊື້ອສາຍເປັນຜູ້ເຮັກ

4. ເອົາໂຄງການໃຫ້ແລ້ວ ຂາຍຕໍ່ເພີ່ມມູນຄ່າຂື້ນເປັນ 10 ເທົ່າກັບມູນຄ່າຈິງ ລອງບວກລົບຄູນຫານກໍ່ຮູ້ ກວດເບິ່ງບໍ່ເຂື່ອ

5. ຜູ້ມີໜ້າທີ່ຕຳແໜ່ງຂອງລັດ ໄດ້ເງິນເດືອນເທົ່າໃດ ແຕ່ມີລົດໃຫຍ່ຢ່າງນອ້ຍ 2-10​ຄັນ ມີດິນຮອດຫຼາຍຮອ້ຍ ຫຼາຍພັນເຮັກຕາທັງໆທີ່ຮູ້ວ່າກົດໝາຍກຳນົດໃຫ້ຜູ້ນຶ່ງມີສິດຄຸ້ມຄອງຈັກເຮັກຕາ

6. ມີເຮືອຢູ່ຫຼາຍແຫ່ງ ຫຼາຍແຂວງ ກວດກາກັນເບີ່ງຄັນບໍ່ເຊື່ອ ເອົາເງິນມາແຕ່ໃສ ຄັນບໍ່ເອົາກອ້ງໂຕະທັງນັ້ນລະ

7. ທ່ານຄິດວ່າທ່ານລອດ ກິນຊາດບ້ານເມືອງ ແລະ ຕົບຕາປະຊາຊົນ (ບາບບໍ່ຮອດຊາດໜ້າເດີ ເບີ່ງເອົາ ແຕ່ ອີ່ຕາບຸນອູ້ມ ຍັງບໍ່ໄດ້ຕາມຍຢູ່ບ້ານ ບ້ານທີ່ສ້າງໄວ້ ແລະ ຊັບສິນທັງໝົດກໍ່ແມ່ນປະເທດຊາດເອົາຄືນໝົດ (ໃຫ້ຄິດເພື່ອຊາດແດ່ ຢ່າງນອ້ຍກໍ່ 80% ຂື້ນໄປ ຄົງຈະດີ

ເອົາລະຂ້າພະເຈົ້າເຄີຍເະຮັດວຽກນຳລັດສິບກວ່າປີ ແຕ່ເບີ່ງແລ້ວໄປບໍ່ລອດ ເພາະຍອມຮັບລະບົບນອກກົດໝາຍ ນອກຄຳສັ່ງບໍ່ໄດ້ ເພາະກົດໝາຍ ລະບຽບມີ ແຕ່ຕົວຈິງເມື່ອເຮົາປະຕິບັດພັດວ່າບໍ່ຖືກໃຈເພີ່ນ ໂອຟ້າເອີຍລະວັງບາບກຳນຳທັນທ່ານຜູ້ກະທຳຜິດນັ້ນເດີ ສາທຸ

ຂໍສະເໜີໃຫ້ທ່ານຜູ້ມີອຳນາດ ບົດບາດໃນການນຳຈົ່ີງຊວ່ຍປະເທດຊາດແນ່ທອ້ນ ຈັກນອ້ຍມັນຊິກວ່າລະບອບເກົ່າໄປດວ້ຍຊໍ້າ ລາວກິນລາວແທ້ໆໃດຕອນນີ້

ຂໍໃຫ້ປະເທດຊາດຈົ່ງຈະເລີນຄຸ້ມຄອງຄົນດີ ແລະ ລົງໂທດຄົນເຫັນວ່າຕົວ ພັກພວກບໍ່ດີໃຫ້ຕາຍໄປໂດຍໄວທີ່ສຸດ ສາທຸ

ຂໍໂທດຖ້າບາງທ່ານບໍ່ເຂົ້າໃຈຄວາມເປັນຈິງນະ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard