Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວັນຄູແຫ່ງຊາດແຕ່ຫ້າມໃຫ້ຂອງຂັວນແກ່ຄູ
Anonymous

Date:
ວັນຄູແຫ່ງຊາດແຕ່ຫ້າມໃຫ້ຂອງຂັວນແກ່ຄູ


ຊົມເຊີຍວັນຄູແຫ່ງຊາດ ວັນທີ່7 ຕຸລາ 2013.

ແຕ່ລັດຖະມົນຕີກະຊວງສືກສາອອກຄຳສັ່ງໃຫ້ງົດການໃຫ້ຂອງຂັວນແກ່ຄູອາຈານຈາກນັກຮຽນນັກສືກສາ. ເຫດຜົນຢ້ານກະທົບຕໍ່ຄະແນນສອບເສັງ.

ຄິດໃດ້ຈັ່ງໃດຫວະ....ຢາກໃຫ້ການນຳຂັ້ນສູງງົດຮັບກະຕ່າຂອງຂັວນໃນວັນຕ່າງໆດີກວ່າບໍ່?

ເພາະແຕ່ລະເທດສະການຕ່າງໆມີແຕ່ບັນດາບໍລີສັດເອົາກະຕ່າຂອງຂັວນຕ່າງທີ່ມີຄ່າມາໃຫ້...ຈົນເຫລົ້າຢູ່ຕູ້ໂຊບໍ່ມີບ່ອນໃວ້ແລ້ວ...ບາງເທື່ອກະຕ່າດອກໃມ້ທຳມະດາບໍ່ເອົາ....

 



__________________
Anonymous

Date:

ຖ້າຢາກໃຫ້ເພິ່ນແທ້ໆກໍ່ເອົາໄປມອບໃຫ້ຢູ່ເຮືອນ ເພິ່ນຄົງບໍ່ປະຕິດເສດ.



__________________
Anonymous

Date:

ຄຶດວ່າຄົງເປັນແບບນັ້ນລະ.

ແຕ່ວ່າມັນຜິດໄປຈາກເດີມທີ່ເຄີຍປະຕິບັດກັນມາ ໃນວັນຄູເຮົາກະຢາກຈະໃຫ້ຂອງຂັວນຄູເລັກນ້ອຍເພື່ອສະແດງເຖີງການຮູ້ບຸນຄຸນເພີ່ນ.....



__________________
Anonymous

Date:

 

ນີ້ອາດເປັນນະໂຍບາຍ ບໍ່ຢາກໃຫ້ສະມັກເປັນຄູ 



__________________
Anonymous

Date:

Anonymous wrote:
ຂໍໃຫ້ສຶກສາ ກໍລະນີ ປະເທດຍີ່ປຸ່ນເບິ່ງນຳກັນດັ່ງນີ້:
ຢູ່ຍີ່ປຸ່ນບໍ່ມີວັນຄູ
ແຕ່ ເງິນເດືອນຄູ ພັດສູງກວ່າ ພະນັກງານລັດທົ່ວໆໄປ ປະມານ 15 - 20 ເປີເຊັນ
ຖ້າຄູມີການປະພຶດບໍ່ດີບໍ່ງາມ ສື່ມວນຊົນ ມີສິດເຈາະຈີ້ມ ເຜີຍແຜ່ ຈົນຄູຕິດຄຸກກໍ່ມີມາແລ້ວ
ແລະ ອື່ນໆ

 

 

ping.php?iid={F66F0791-0A3C-4072-82A9-C7A5C9B8030A}&nid=dlc&idate=2013-08-02&testgroup=1



__________________
Anonymous

Date:

 

ສະບາຍດີ...

ຂພຈ ຄິດວ່າຄວນຄໍານຶງເຖິງຄວາມເໝາະສົມດີກວ່າ ວ່າການໃຫ້ນັ້ນມີຄວາມໝາຍຫຍັງກັນແທ້ ເພາະມີຫາງສຽງວ່າບາງໂຮງຮຽນ,​ບາງອາຈານ ແລະ ບາງຜູ້ປົກຄອງໃຫ້ເພາະວ່າ

1.ການໃຫ້ແລະການຮັບມີການຫວັງຜົນທາງອື່ນ ເຊັ່ນ: ຫວັງເອົາໃຈອາຈານຫຼາຍກວ່າ ເພື່ອການຊ່ວຍເຫຼືອໃນອະນາຄົດ.

2. ເກີດມີການປ່ຽບທຽບກັນລະຫວ່າງນັກຮຽນຜູ້ທຸກແລະຜູ້ຮັງ່ຈື່ງເຮັດໃຫ້ເປັນການປູກຝັງໃຫ້ນັກຮຽນມີການແຂ່ງຂັນກັນແຕ່ນ້ອຍໃນທາງທີ່ບໍ່ຖືກຕ້ອງ.

3. ເລື່ອງຈັນຍາບັນຂອງອາຈານ ເຊັ່ນ: ມີບາງໂຮງຮຽນປະຖົມໃກ້ຈະຮອດວັນຄູ ກໍ່ສັ່ງໃຫ້ເດັກນ້ອຍຫາຂອງຂັວນດີໆໃຫ້ອາຈານເຊັ່ນ: ບອກໃຫ້ຫາສິ້ນງາມໆມາໃຫ້ນາຍຄູ ນີ້ແມ່ນເກີດຂື້ນແທ້ໆ.

 

ຂພຈ ຄິດວ່າຄວນຄໍານືງເຖິງຄວາມໝາຍຄວາມສໍາຄັນຂອງວັນຄູເປັນຫຼັກ. ສະເພາະ ຄໍາສັ່ງຂອງ ລຖຕ ຂ້ອງຂ້າງອອກຄໍາສັ່ງບໍ່ຈະແຈ້ງ ເພາະການຫ້າມມັນບໍ່ຄ່ອຍຖືກຕ້ອງ ເພາະບໍ່ມີໃຜຈະປະຕິບັດໄດ້ ເປັນພຽງເຈຍຂາວເທົ່ານັ້ນ ເອງ. ບໍ່ຢາກເວົ້າດອກ ເພາະບ້ານເຮົາເປັນແນວນີ້. ຖ້າຖົກຖຽນກັນແລ້ວ

ການໃຫ້ ແລະການຮັບ ແມ່ນຄວາມພໍໃຈລະຫວ່າງຜູ້ມອບແລະຜູ້ຮັບ ເຖິງຈະຫ້າມມັນກະຫ້າມບໍ່ໄດ້... ບໍ່ມີກົດໝາຍຂໍ້ໃດບັງຄັບ....

ຖ້າເປັນປະເທດເສລີແລ້ວ ການອອກຄໍາສັ່ງແນວນີ້ ຖືກຮ້ອງຟ້ອງຕໍ່ສານປົກຄອງແນ່ນອນ ເພາະຄັດກັບຫຼັກກົດໝາຍ.



__________________
Anonymous

Date:

ວານນີ້ ຫຼານສາວຂ້ອຍໄປຊື້ຂອງຂວັນໃຫ້ຄູ ກະບໍແພງດອກ ເສື້ອ ໄມໂຢ ໂຕໜຶ່ງ ທັງຫູ້ມທັງຫໍ່ກະ ຊາວພັນກີບ,ເຮົາເອງກໍຮູ້ຢູ່ວ່າເພິ່ນສັ່ງໃຫ້ງົດການມອບຂອງຂວັນດັ່ງກ່າວ  ແຕ່ກະ ເຫັນວ່າລູກຫຼານເຂົາກະຕືລືລົ້ນ ເອົາເງິນເກັບຂອງເຂົາເອງຊື້ຂອງຂວັນໃຫ້ຄູຜູ້ມີພະຄູນ ຄັນຫ້າມເຂົາມັນຕ້ອງກະທົບຈິດໃຈທັງຫຼານໂຕເອງ ແລະທັງຄູດ້ວຍ ເພາະເຮົາເຄີຍປະຕິບັດກັນມາຈົນເປັນປະເພນີໄປແລ້ວ ປີໜຶ່ງກໍມີເທື່ອດຽວ   ບໍ່ຄືເຈົ້າໃຫຍ່ບາຍໂຕເພິ່ນດອກ... ປີໃໝ່ລາວກະໄດ້                                   ສິບ ຊາວກະຕ່າ ປີໃໝ່ຈີນກະໄດ້ອີກ ສິບ ຊາວກະຕ່າ  ວັນເກີດຕົນເອງ ນັບກະຕ່າບໍ່ໄດ້ ວັນເກີດລູກ...ປີໃໝ່ສາກົນ ກະຫາກໄດ້ຕື່ມອີກ



__________________
Anonymous

Date:

ຄັນວ່າຫ້າມໃຫ້ຂອງຂວັນວັນຄູ ຄືບໍ່ຫ້າມໃຫ້ຂອງຂວັນອວຍພອນປີໃຫມ່ ແຕ່ລະຫົວຫນ້າກົມ,ລັດຖະມົນຕີ ສສ ຕົວດີ ທັງຫລາຍ, ອຳນວຍການບໍລິສັດ ຕະຫລອດຮອດຂອງຂວັນວັນເກີດ ຄວນຈະຫ້າມພ້ອມກັນບາດດຽວ...ເວົ້າມາລະເຊງເປັດ.



__________________
Anonymous

Date:

ອັນນີ້ເປັນຜົນກະທົບແບບປາໂຕດຽວເນົ່າໝົດຂ້ອງ ເພາະມັນມີຫາງສຽງວ່າ

ເອື້ອຍຄູບາງຄົນທີ່ຢູ່ໂຮງຮຽນມັດທະຍົມ ຮຽກຮ້ອງເອົາສີ້ນລາຄາແພງຈາກນັກຮຽນ

ຂອງຢໍ້າວ່າມີບໍ່ຮອດສອງສາມຄົນເທົ່ານັ້ນແຫລະ ແຕ່ເຮັດໃຫ້ຄູອາຈານທົ່ວປະເທດເປັນຜົນກະທົບ

ວັນຄູເມື່ອຄຼໄດ້ຮັບດອກໄມ້ ຂອງຂັວນເລັກໆນ້ອຍໆທີ່ໃຫ້ດ້ວຍໃຈຈາກນັກຮຽນທີ່ໂຕເອງສອນ ແຮງເຮັດໃຫ້ຄູຮູ້ສຶກມີກຳລັງໃຈທີ່ໄດ້

ທຸ້ມເທແລະເອົາໃຈໃສ່ມາຕະຫຼອດ.

 



__________________
Anonymous

Date:

ຕາມຄວາມເຂົ້າໃຈຂອງ ຜຂ ທີອ່ານໃບແຈ້ງການ ແມ່ນເຂົ້າໃຈວ່າເພີ່ນບໍ່ໃຫ້ຈັດລາຍການມອບຫຼືແລກປຽ່ນຂອງຂວັນໃນງານພິທີສະຫຼອງວັນຄູແຫ່ງຊາດຊື່ໆ ແຕ່ໃຜຢາກມອບໃຫ້ໂດຍກົງກັບຄູ່ອາຈານ ໃນຫອ້ງຮຽນຫຼືເວລາອື່ນໆກໍ່ໄດ້ ຕາມເດີມ ຜຂ ຂໍກອປປີ້ເອົາ ບົດແຈ້ງການ ບາງຕອນມາໂພສ:

 

ເລື່ອງ: ການຈັດຕັ້ງສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 19 ປີ
(ວັນທີ 7 ຕຸລາ 1994- ວັນທີ 7 ຕຸລາ 2013).
ໃນໄລຍະຜ່ານມາ ໂດຍປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ
ວ່າດ້ວຍວັນຄູແຫ່ງຊາດ ສະບັບເລກທີ 89/ນຍ, ລົງວັນທີ 28/4/1994
ບັນດາແຂວງ, ເມືອງ ແລະ ສະຖາບັນການສຶກສາແຫ່ງຕ່າງໆໃນທົ່ວປະເທດ
ໄດ້ເອົາໃຈໃສ່ຈັດຕັ້ງສະເຫລີມສະຫລອງວັນຄູແຫ່ງຊາດ ດ້ວຍບັນຍາກາດ
ອັນຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນ ແຕ່ລະປີທີ່ຜ່ານໆມາ ໄດ້ຈັດຕັ້ງພິທີ
ສະເຫລີມສະຫລອງວັນດັ່ງກ່າວ ດ້ວຍວິທີອ່ານປະຫວັດຄວາມເປັນມາຂອງ
ວັນຄູແຫ່ງຊາດລາວ, ພ້ອມທັງຍົກໃຫ້ເຫັນບົດບາດຄວາມສຳຄັນຂອງຄູ
ໃນສັງຄົມ, ຜົນງານແລະ ຂໍ້ຄົງຄ້າງຕ່າງໆ ໃນການປະຕິບັດໜ້າທີ່ວຽກງານ
ການສຶກສາພາຍໃນທ້ອງຖິ່ນ ແລະ ສະຖາບັນຂອງຕົນ ຮວມທັງມີການຍ້ອງຍໍ
ບຸກຄົນດີເດັ່ນ ແລະ ການມອບຂອງຂວັນລາງວັນໃຫ້ແກ່ຄູ-ອາຈານ ເຫລົ່ານີ້
ເປັນຕົ້ນ.

ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ຈຶ່ງມີຄຳສັ່ງແນະນຳດັ່ງນີ້:

 ເນື້ອໃນຕົ້ນຕໍໃນພິທີສະເຫລີມສະຫລອງ
 ວັນຄູແຫ່ງຊາດ ຄວນຍົກໃຫ້ເຫັນປະຫວັດຄວາມເປັນມາ, ຜົນສຳເລັດ ແລະ
 ມູນເຊື້ອອັນດີງາມຂອງໂຮງຮຽນ, ສະຖາບັນການສຶກສາແຫ່ງນັ້ນໆ ພ້ອມນັ້ນ
 ຄວນຈັດຕັ້ງໃຫ້ມີການເລົ່າເລື່ອງ ແລະ ປະສົບການຂອງອະດີດຄູ-ອາຈານ,
ອະດີດນັກຮຽນ-ນັກສຶກສາ ກໍຄືຜູ້ບໍລິຫານໂຮງຮຽນ, ສະຖາບັນການສຶກສາ
 ທີ່ໄດ້ປະສົບຜົນສຳເລັດໃນການດຳລົງຊີວິດຂອງຕົນ ເພື່ອເປັນບົດຮຽນໃຫ້ຄົນ
 ຮຸ່ນຕໍ່ໄປ ແລະ ໃຫ້ຫລີກເວັ້ນລາຍການມອບຂອງຂວັນຂອງນັກຮຽນ-ນັກສຶກສາ
 ທີ່ກຳລັງສຶກສາຮໍ່າຮຽນຢູ່ໃຫ້ຄູ-ອາຈານ ຊຶ່ງເປັນສິ່ງທີ່ບໍ່ຈຳເປັນ.



__________________
Anonymous

Date:

ມີບາງໂຮງຮຽນ ສາວຄູລະບຸເອົາເອງ ໂດຍການບອກເດັກນັກຮຽນເລີຍວ່າຂອງຂວັນແມ່ນຕ້ອງໃຫ້ມີມູນຄ່າຢ່າງຕໍ່າ 50,000 ກີບຂຶ້ນເມືອ

 

ໂອ່ຍຂ້ອຍເບື່ອຄູປະເພດນີ້ເດ

ສໍາລັບຜູ້ບໍ່ມີເງິນເດຊິເຮັດແນວໃດ?

ຄັນບໍ່ໃຫ້ກະພັດຢ້ານເຂົາຊິມີອັກຄະຕິກັບລູກໂຕເອງ

ມີປະກາດອອກມາແນວນີ້ກະຍັງໄຄແດ່ ເພາະຊິໃຫ້ຂອງຂວັນລາຄາຖືກລົງ

 

ບໍ່ຮູ້ວ່າລູກຫລານຜູ້ອື່ນກະເຄີຍຖືກກໍລະນີແນວນີ້ຢູ່ບໍ?



__________________
Anonymous

Date:

Anonymous wrote:

ມີບາງໂຮງຮຽນ ສາວຄູລະບຸເອົາເອງ ໂດຍການບອກເດັກນັກຮຽນເລີຍວ່າຂອງຂວັນແມ່ນຕ້ອງໃຫ້ມີມູນຄ່າຢ່າງຕໍ່າ 50,000 ກີບຂຶ້ນເມືອ

 

ໂອ່ຍຂ້ອຍເບື່ອຄູປະເພດນີ້ເດ

ສໍາລັບຜູ້ບໍ່ມີເງິນເດຊິເຮັດແນວໃດ?

ຄັນບໍ່ໃຫ້ກະພັດຢ້ານເຂົາຊິມີອັກຄະຕິກັບລູກໂຕເອງ

ມີປະກາດອອກມາແນວນີ້ກະຍັງໄຄແດ່ ເພາະຊິໃຫ້ຂອງຂວັນລາຄາຖືກລົງ

 

ບໍ່ຮູ້ວ່າລູກຫລານຜູ້ອື່ນກະເຄີຍຖືກກໍລະນີແນວນີ້ຢູ່ບໍ?


 ຫລານເຂີຍຫລານສາວຂ້ອຍເປັນຄູທັງສອງເລີຍ ໄດ້ຂອງຂວັນມາແບບບ້ານໆແລະບໍ່ມີຄ່າຫຍັງຫລາຍມາກມາກດອກ ເປັນສະບູ ແຟັບ ຊ່ຳນິ ມັນຊິປານໃດ ລັດຖະມົນຕີກະຊວງສຶກສາ ເອົາສະຫມອງສ່ວນໃດມາຄິດ

ບາດພວກມິນເອງປີໃຫມ່ສາກົນກະຮັບ ປີໃຫມ່ລາວກະຮັບ ຫຶວ່າຂອງພວກນັ້ນບໍ່ແມ່ນຂອງຂວັນ ແຕ່ເປັນຂອງຊື້ຈ້າງ



__________________
Anonymous

Date:

Anonymous wrote:
Anonymous wrote:

ມີບາງໂຮງຮຽນ ສາວຄູລະບຸເອົາເອງ ໂດຍການບອກເດັກນັກຮຽນເລີຍວ່າຂອງຂວັນແມ່ນຕ້ອງໃຫ້ມີມູນຄ່າຢ່າງຕໍ່າ 50,000 ກີບຂຶ້ນເມືອ

 

ໂອ່ຍຂ້ອຍເບື່ອຄູປະເພດນີ້ເດ

ສໍາລັບຜູ້ບໍ່ມີເງິນເດຊິເຮັດແນວໃດ?

ຄັນບໍ່ໃຫ້ກະພັດຢ້ານເຂົາຊິມີອັກຄະຕິກັບລູກໂຕເອງ

ມີປະກາດອອກມາແນວນີ້ກະຍັງໄຄແດ່ ເພາະຊິໃຫ້ຂອງຂວັນລາຄາຖືກລົງ

 

ບໍ່ຮູ້ວ່າລູກຫລານຜູ້ອື່ນກະເຄີຍຖືກກໍລະນີແນວນີ້ຢູ່ບໍ?


 ຫລານເຂີຍຫລານສາວຂ້ອຍເປັນຄູທັງສອງເລີຍ ໄດ້ຂອງຂວັນມາແບບບ້ານໆແລະບໍ່ມີຄ່າຫຍັງຫລາຍມາກມາກດອກ ເປັນສະບູ ແຟັບ ຊ່ຳນິ ມັນຊິປານໃດ ລັດຖະມົນຕີກະຊວງສຶກສາ ເອົາສະຫມອງສ່ວນໃດມາຄິດ

ບາດພວກມິນເອງປີໃຫມ່ສາກົນກະຮັບ ປີໃຫມ່ລາວກະຮັບ ຫຶວ່າຂອງພວກນັ້ນບໍ່ແມ່ນຂອງຂວັນ ແຕ່ເປັນຂອງຊື້ຈ້າງ


 ຖ້າເປັນແນວນັ້ນແທ້ ແມ່ນ ນາຍຍົກຫຼືບັນດາລັດຖະມົນຕີແມ່ນໜ້າເລືອດແທ້ໆໆ ເນາະພີ້ນອ້ງ
ຄັນຊັນກໍ່ໃຫ້ທາງສະພາແຫ່ງຊາດ ປະກາດອອກດຳລັດໄປເລີຍ ຫ້າມ ບັນດາພະນັກງານລັກ ໃນທຸກພາກສວ່ນ ແຕ່ຂັ້ນກະຊວງລົງຮອດທອ້ງຖີນ ແມ່ນແລະບັນດາຫ້າງຮ້ານບໍລິສັດເອກະຊົນ ພໍ່ແມ່ປະຊາຊົນທົ່ວປະເທດລາວແມ່ນ ຫ້າມມອບຂອງຂວັນ ແລະຮັບຂອງຂວັນ ເຊີ່ງກັນແລະກັນໄປເລີຍ 

ບາດຜູ້ລົງລາຍເຊັ່ນແຈ້ງການຫັ່ນຫນາ ມອບໃຫ້ເທົ່າໃດກໍ່ບໍ່ພໍ ງາບເອົາງາບເອົາ....



__________________
Anonymous

Date:

Anonymous wrote:

ຊົມເຊີຍວັນຄູແຫ່ງຊາດ ວັນທີ່7 ຕຸລາ 2013.

ແຕ່ລັດຖະມົນຕີກະຊວງສືກສາອອກຄຳສັ່ງໃຫ້ງົດການໃຫ້ຂອງຂັວນແກ່ຄູອາຈານຈາກນັກຮຽນນັກສືກສາ. ເຫດຜົນຢ້ານກະທົບຕໍ່ຄະແນນສອບເສັງ.

ຄິດໃດ້ຈັ່ງໃດຫວະ....ຢາກໃຫ້ການນຳຂັ້ນສູງງົດຮັບກະຕ່າຂອງຂັວນໃນວັນຕ່າງໆດີກວ່າບໍ່?

ເພາະແຕ່ລະເທດສະການຕ່າງໆມີແຕ່ບັນດາບໍລີສັດເອົາກະຕ່າຂອງຂັວນຕ່າງທີ່ມີຄ່າມາໃຫ້...ຈົນເຫລົ້າຢູ່ຕູ້ໂຊບໍ່ມີບ່ອນໃວ້ແລ້ວ...ບາງເທື່ອກະຕ່າດອກໃມ້ທຳມະດາບໍ່ເອົາ....

 


 ຂອງຂວັນທີ່ພວກນັກຮຽນມາມອບໃຫ້ນັ້ນ ບໍ່ໄດ້ມີລາຄາຄ່າງວດຫຍັງຫລາຍດອກເຈົ້ານາຍເອີຍ ມັນບໍ່ໄດ້ສູ້ຂອງສູໄດ້ເທື່ອຫນຶ່ງ ຊ້ຳ



__________________
Anonymous

Date:

ກະຕ່າຂອງຂັວນທີ່ເອົາຊອງຂາວຍັດເງີນເປັນປືກ ທີ່ໄປອວຍພອນບັນດາຜູ້ໃຫຍ່ໃນມື້ປີໃໝ່ເດ້ຊັ້ນ

ພວກທ່ານຄືບໍ່ຫ້າມ,

ດ້າມສະບູດ້າມແຟັບດ້າມດອກໄມ້ທີ່ນັກຮຽນເຂົາຢາກຕອບແທນບຸນຄຸນຄູທີ່ສອນມາໝົດປີພັດໄປຫ້າມ

ຈັ່ງແມ່ນຄັກ.

ສ່ວນໂຮງຮຽນໄດປະກາດວ່າຕ້ອງມີຂອງຂັວນ ກໍ່ໄປແກ້ສະເພາະໂຮງຮຽນນັ້ນ ຢ່າໄປເໝົາລວມ

ຢ່າໄປເຮັດໃຫ້ປາໂຕດຽວເນົ່າໝົດຂ້ອງ ຜູ້ໃດມັນຂໍກໍ່ໃຫ້ອຳນວຍການຫຼືກະຊວງສຶກສາເອີ້ນໄປຕັກເຕືອນ

ເພາະສ່ວນໃຫຍ່ບໍ່ມີຄູຜູ້ໃດປະກາດຫຼືລະບຸຂອງຂັວນ. ຄິດເຫັນຈິດໃຈຄູສ່ວນໃຫຍ່ທີ່ເຂົາທຸ້ມເທແດ່



__________________


Guru

Status: Offline
Posts: 695
Date:

ການອອກຄຳສັ່ງຂອງ ກຊສືກສາຄັ້ງນີ້ຂໍຊົມເຊີຍ
ເພາະມັນຍຸດຕິທຳສຳລັບນັກຮຽນທຸກຍາກທີ່ບໍສາມາດຊື້ຂອງຂວັນໃຫ້ຄູອາຈານຄືກັນກັບ ນຮທີ່ມີຖານະດີ.
ແຕ່ມັນກໍບໍໄດ້ແກ້ໄຂບັນຫາໂດຍກົງເພາະການໃຫ້ຂອງຂວັນສາມາດໃຫ້ໂດຍວີທີອື່ນ ນິ້ກໍບໍສາມາດເຮັດຫຍັງໄດ້.

__________________

 187557797.jpg

Anonymous

Date:

ຄັນຊິຫ້າມ ກໍ່ໄປຫ້າມມອບຂອງຂັວນໃຫ້ປະທານປະເທດ, ນາຍົກລັດທະມົນຕີ, ລັດຖະມົນຕີ, ເຈົ້າແຂວງ, ຫົວໜ້າກົມ, ຫົວໜ້າພະແນກ, ເຈົ້າເມືອງຫຼືການນຳຂັ້ນຕ່າງໆຊິດີກວ່າ ທັງມັນເປັນການສົ່ງເສີມເຮັດໃຫ້ປະເທດຊາດຈະເລີນກ້າວໜ້າເພາະຈະມີງົບປະມານໄປປ້ານຊົນລະປະທານ, ສ້າງທາງ, ເອົາໄຟຟ້າໃຫ້ປະຊາຊົນທີ່ຍັງບໍ່ທັນໄດ້...ການຫ້າມມອບຂອງຂັວນໃຫ້ຄູມັນເປັນເລື່ອງທີ່ບໍ່ເມາະສົມດອກ ແລະກໍ່ບໍ່ເຄີຍເຫັນຄູຮັ່ງມີຍ້ອນຂອງຂັວນເໝືອນການນຳຄົນອື່ນໆ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard