Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີຄຳຖາມລາງຂໍ້ກ່ຽວກັບສາສນາພຸດ


Senior Member

Status: Offline
Posts: 271
Date:
ມີຄຳຖາມລາງຂໍ້ກ່ຽວກັບສາສນາພຸດ


ຂ້ອຍໄດ້ໄປອ່ານກະທູ້ ທີ່ຖາມກ່ຽວກັບພຣະພຸທເຈົ້າ.

ຂ້ອຍສົນໃຈປໂຍກ ແລະ ຄຳເວົ້າໃນນັ້ນລາງຄຳ ທີ່ໄດ້ເຫັນໃນກະທູ້ນັ້ນ:

 

1. ພຸທວະຈະນະ ແມ່ນພາກສ່ວນໜຶ່ງຂອງພຣະໄຕປິດົກບໍ?

ຖ້າແມ່ນ, ແມ່ນຢູ່ໃນປິດົກໃດ? 

ຖ້າຊິເວົ້າວ່າ ສຶກສາພຣະໄຕປິດົກ ຫລືວ່າ ສຶກສາພຸທທະວະຈະນະ ແມ່ນມີຄວາມໝາຍຄືກັນບໍ ຫລືຕ່າງກັນຫລາຍ?

 

2. ຄຳວ່າສາວົກ ທີ່ທ່ານ Vimutti ໃຊ້ນັ້ນໝາຍເຖິງນັກບວດໃນສາສນາພຸດ ຫັ້ນບໍ?

 

3. ທັມມະວິນັຍ ທີສົມບູນ ທີ່ທ່ານ Vimutti ເວົ້ານັ້ນ ໝາຍຄວາມວ່າແນວໃດ?

ທັມມະວິນັຍ ທີ່ຍັງບໍ່ສົມບູນ ເດ ຊິໝາຍຄວາມວ່າແນວໃດ?

 



-- Edited by PeaceBeWithUs on Wednesday 25th of September 2013 10:30:41 PM



-- Edited by PeaceBeWithUs on Wednesday 25th of September 2013 10:31:26 PM

__________________
Anonymous

Date:

PeaceBeWithUs wrote:

ຂ້ອຍໄດ້ໄປອ່ານກະທູ້ ທີ່ຖາມກ່ຽວກັບພຣະພຸທເຈົ້າ.

ຂ້ອຍສົນໃຈປໂຍກ ແລະ ຄຳເວົ້າໃນນັ້ນລາງຄຳ ທີ່ໄດ້ເຫັນໃນກະທູ້ນັ້ນ:

 

1. ພຸທວະຈະນະ ແມ່ນພາກສ່ວນໜຶ່ງຂອງພຣະໄຕປິດົກບໍ?

ຖ້າແມ່ນ, ແມ່ນຢູ່ໃນປິດົກໃດ? 

ຖ້າຊິເວົ້າວ່າ ສຶກສາພຣະໄຕປິດົກ ຫລືວ່າ ສຶກສາພຸທທະວະຈະນະ ແມ່ນມີຄວາມໝາຍຄືກັນບໍ ຫລືຕ່າງກັນຫລາຍ?

 

2. ຄຳວ່າສາວົກ ທີ່ທ່ານ Vimutti ໃຊ້ນັ້ນໝາຍເຖິງນັກບວດໃນສາສນາພຸດ ຫັ້ນບໍ?

 

3. ທັມມະວິນັຍ ທີສົມບູນ ທີ່ທ່ານ Vimutti ເວົ້ານັ້ນ ໝາຍຄວາມວ່າແນວໃດ?

ທັມມະວິນັຍ ທີ່ຍັງບໍ່ສົມບູນ ເດ ຊິໝາຍຄວາມວ່າແນວໃດ?

 



-- Edited by PeaceBeWithUs on Wednesday 25th of September 2013 10:30:41 PM



-- Edited by PeaceBeWithUs on Wednesday 25th of September 2013 10:31:26 PM


 1. ພຸດທະວະຈະ(ພຸທະວັຈນະ) ແປ ພຸດທະ ໝາຍເຖິງພຣະພຸດທະເຈົ້າ ວະຈະນະ(ວັຈນະ-ພົຈນະ) ພາສາຫຼືຄຳເວົ້າ ລວມຄວາມ ຄຳເວົ້າ(ຄຳເທສນາ-ຄຳສອນ)ຂອງພຣະພຸດທະເຈົ້າ, ພຣະໄຕປີດົກທັງໝົດ ຄື ກະຕ່າໂຮມຄຳສອນຂອງພຣະພຸດທະເຈົ້າ ເປັນສ່ວນຫຼາຍ ສະນັ້ນ ຄຳພີໃນພຣະໄຕປິດົກສ່ວນຫຼາຍ ຈຶ່ງເປັນພຸດທະວະຈະນະ.(ການສຶກສາພຣະໄຕປີດົກ ຫຼືພຸດທະວັຈນະ ຄືອັນດຽວກັນ)

2. ຕຳວ່າ ສາວົກ ໝາຍເຖິງບຸກຄົນທີ່ນ້ອມຕົນປະຕິບັດຕາມຄຳສອນ ຫຼືພຸດທະວັດຈະນະທີ່ພຣະອົງຕັດໄວ້ດີ້ວ ດຽວນີສຶກສາໃນພຣະໄຕປິດົກ ຫຼືຄຳສອນຂອງສາສະໜາທີ່ພຣະສົງນຳມາສອນ.

3. ທັມມະວິນັຍນີ້ ຫາກບໍ່ຖືກຄົນປະຕິບັດ ຍັງບໍ່ສົມບູນ ແຕ່ຫາກຖືກຄົນປະຕິບັດ ບໍ່ວ່ານັກບວດ ຫຼືຄະຣາວາດ ນຳມາປະຕິບັດແລ້ວນັບວ່າສົມບູນ ແມ່ນປະຕິບັດໄດ້ພຽງເລັກນ້ອຍ ຊື່ວ່າ ທັມມະວິນັຍສົມບູນແລ້ວ ເພາະຖືກປະຕິບັດແລ້ວ

- ຕອບວລສັືນໆ ຕາມຄຳຖາມໄດ້ຈັ່ງຊີ້ ຫາກອະທິບາຍກະມີເນື້ອຄວາມອະທິບາຍເພີ່ມອີກ

ພຣະອາຈານສາຍເຊລຳເພົາ



__________________


Member

Status: Offline
Posts: 21
Date:

 

 

ເຖິງທ່ານ PeaceBeWithUs

ຕອບຄໍາຖາມໃນຫົວຂໍ້ທີ່ແລ້ວ (ພຣະພຸດທະເຈົ້າມີຄວາມສາມາດຫຍັງແດ່?)

 

ຖືກຕ້ອງແລ້ວທ່ານ ພຸດທະວະຈະນະ ມີຜູ້ຣິບໂຮມ ແລະ ກຳລັງຮິບໂຮມຢູ່ ໂຄງການນີ້ເລີ່ມ ມາໄດ້ເປັນໄລຍະເວລາປະມານ 5 - 6 ປີແລ້ວ, ຂ້າພະເຈົ້າເອງກໍ່ສຶກສາມາໄດ້ປະມານ 3 ປີແລ້ວ

ຕອນນີ້ຂ້າພະເຈົ້າຈະແນະນໍາທ່ານສຶກສາຕາມ Link Video ດັ່ງລຸ່ມນີ້ ແລ້ວທ່ານຈະເຂົ້າໃຈເອງ

http://www.youtube.com/watch?v=7kUXIXGA1wc

Video ຍັງມີຫລາຍຮ້ອຍ Videos ທີ່ສອນແຕ່ພຸດທະວະນະຈະຢ່າງດຽວໃຫ້ທ່ານຄ່ອຍໆສຶກສາ.

ພຸດທະວະຈະນະມີຫລາຍປະເທດໃນໂລກຮັບຮູ້ແລ້ວ ແລະ ກຳລັງປະຕິບັດ ແລະ ເຜີຍແຜ່ແຕ່ພຸດທະວະຈະນະຢ່າງດຽວ

Website ຂ້າງລຸ່ມນີ້ແມ່ນກ່ຽວກັບສະຖານທີ່ເລີ່ມຕົ້ນ ແລະ ດຳເນີນໂຄງການພຸດທະວະຈະນະແຕ່ອະດີດຈົນເຖິງປະຈຸບັນ ໃນນັ້ນໃຫ້ທ່ານ Download ເອກະສານທີ່ເປັນພຸດທະວະຈະນະລ້ວນໆ

http://watnapp.com

 

2. ຄຳວ່າສາວົກ ທີ່ທ່ານ Vimutti ໃຊ້ນັ້ນໝາຍເຖິງນັກບວດໃນສາສນາພຸດ ຫັ້ນບໍ?

ສາວົກ ພາສາບາລີແມ່ນ ອ່ານວ່າ ສາວະກະ ແປວ່າຜູ້ຟັງຄຳສອນ (ຟັງຄໍາສອນຂອງພຣະພູດທະເຈົ້າ) ອາດຈະເປັນນັກບວດ ຫຼືບໍ່ບວດກໍ່ໄດ້

ສາວົກຂອງພຣະພຸທທະເຈົ້າມີ ບໍຣິສັດ 4 ດັ່ງນີ້: 1 ພິກຂຸ (ພິກສຸ)  2 ພິຂຸນີ (ພິກສຸນີ)  3 ອຸບາສົກ  4 ອຸບາສິກາ

ເອົາເທົ່ານີ້ກ່ອນ ພິມບໍ່ໄຫວ



-- Edited by vimutti on Thursday 26th of September 2013 07:36:22 AM

__________________


Senior Member

Status: Offline
Posts: 271
Date:

ຄົນສ່ວນຫລາຍບໍ່ຮູ້ວ່າພຣະໄຕປິດົກ (ທຸກພາກສ່ວນ ຫຼື ທຸກໆເຫຼັ້ມ) ແມ່ນປະກອບມີ 2 ສ່ວນຄື

1 ສ່ວນທີ່ເປັນພຸທທະວະຈະນະ ມີພຽງປະມານ 30% ເທົ່ານັ້ນ

2 ສ່ວນທີ່ເປັນອັຖຖະກະຖາ (ຄໍາທີ່ສາວົກອະທິບາຍຄໍາສອນຂອງພຣະພຸດທະເຈົ້າ) ມີປະມານ 70%

_____________________________________________________

 

ເຄີຍໄປເບິ່ງເວັບໄຊ ວັດນາ ຢູ່.

ແຕ່ຢາກອາໄສທ່ານ ວິມຸຕຕິ ທີ່ໄດ້ສຶກສາມາຫລາຍປີຫັ້ນແລ້ວ ເວົ້າສູ່ຟັງ ຂຽນໃຫ້ເຫັນວ່າ ໃນພຣະໄຕປິດົກບ່ອນໃດ ທີ່ເປັນພຸທວະຈະນະ ແລະບ່ອນໃດບໍ່ແມ່ນ.

ນິຍາມຂອງຄຳວ່າ ສາວົກນັ້ນ ຂ້ອຍກໍ່ພໍເຂົ້າໃຈຢູ່ ແຕ່ຢາກໃຫ້ຄັກໃຈ ໃນຄຳວ່າສາວົກ ທີ່ທ່ານໃຊ້ ເມື່ອເວົ້າເຖິງ ພຸທວະຈະນະ ແລະ ພຣະໄຕປິດົກ.

 

 

 

 

 



-- Edited by PeaceBeWithUs on Thursday 26th of September 2013 08:31:04 AM

__________________


Senior Member

Status: Offline
Posts: 271
Date:

ຂອບໃຈ ພຣະ ອານົນ ສາຍເຊລຳເພົາ

 

ອານົນ = (Anonymous) biggrin



__________________


Member

Status: Offline
Posts: 21
Date:

ຂ້າພະເຈົ້າໄດ້ໃຫ້ຄໍາຕອບແລ້ວໃນຫົວຂໍ້

ພຣະພຸດທະເຈົ້າມີຄວາມສາມາດຫຍັງແດ່?

 

http://pasalao.activeboard.com/t55058327/topic-55058327/



__________________


Member

Status: Offline
Posts: 21
Date:

PeaceBeWithUs wrote:

ຄົນສ່ວນຫລາຍບໍ່ຮູ້ວ່າພຣະໄຕປິດົກ (ທຸກພາກສ່ວນ ຫຼື ທຸກໆເຫຼັ້ມ) ແມ່ນປະກອບມີ 2 ສ່ວນຄື

1 ສ່ວນທີ່ເປັນພຸທທະວະຈະນະ ມີພຽງປະມານ 30% ເທົ່ານັ້ນ

2 ສ່ວນທີ່ເປັນອັຖຖະກະຖາ (ຄໍາທີ່ສາວົກອະທິບາຍຄໍາສອນຂອງພຣະພຸດທະເຈົ້າ) ມີປະມານ 70%

_____________________________________________________

 

ເຄີຍໄປເບິ່ງເວັບໄຊ ວັດນາ ຢູ່.

ແຕ່ຢາກອາໄສທ່ານ ວິມຸຕຕິ ທີ່ໄດ້ສຶກສາມາຫລາຍປີຫັ້ນແລ້ວ ເວົ້າສູ່ຟັງ ຂຽນໃຫ້ເຫັນວ່າ ໃນພຣະໄຕປິດົກບ່ອນໃດ ທີ່ເປັນພຸທວະຈະນະ ແລະບ່ອນໃດບໍ່ແມ່ນ.

ນິຍາມຂອງຄຳວ່າ ສາວົກນັ້ນ ຂ້ອຍກໍ່ພໍເຂົ້າໃຈຢູ່ ແຕ່ຢາກໃຫ້ຄັກໃຈ ໃນຄຳວ່າສາວົກ ທີ່ທ່ານໃຊ້ ເມື່ອເວົ້າເຖິງ ພຸທວະຈະນະ ແລະ ພຣະໄຕປິດົກ.



 ໂອ໋ ຖ້າທ່ານເຄີຍເບິ່ງເວັບໄຊ ວັດນາ ສະແດງວ່າທ່ານອາດຮູ້ແລ້ວ ສະນັ້ນຂ້າພະເຈົ້າບໍ່ຂໍຕອບດີກວ່າ
ເພາະການອະທິບາຍຂອງຂ້າພະເຈົ້າອາດຈະບໍ່ຕົງ 100% ເຊິ່ງອາດເປັນຊ່ອງວ່າງໃຫ້ຖືກໂຈມຕີໄດ້, ຖ້າທ່ານຍັງຕ້ອງການຄໍາຕອບຢູ່ກໍຂໍໃຫ້ທ່ານສຶກສາເອົາເອງ

ຂ້າພະເຈົ້າອະທິບາຍແຕ່ຫຼັກການໃຫ້ເຫັນເທົ່ານັ້ນ ສ່ວນຄວາມຖືກຕ້ອງ 100% ແມ່ນຕ້ອງໄດ້ຄົ້ນຄວ້າເອົາເອງ

ຫຼືວ່າເຮົາເຄີຍຮູ້ຈັກກັນມາກ່ອນບໍ? ເວລາໃຊ້ນາມແຝງເລີຍບໍ່ຮູ້ວ່າໃຜເປັນໃຜ ທ່ານຢູ່ປະເທດ France ແມ່ນບໍ? ທ່ານຄືທ່ານ Hinghoy ແມ່ນບໍ?

 



__________________


Senior Member

Status: Offline
Posts: 271
Date:

ຂ້ອຍ ບໍ່ເຄີຍໃຊ້ ນາມແຝງວ່າ Hinghoy ດອກ.

ຂ້ອຍມັກອ່ານບ່ອນຫັ້ນບ່ອນໜີ້ໄປທົ່ວທີບ.  ເລີຍໄປພໍ້ ເວັບໄຊ ວັດນາປ່າພົງ. ອັນໜຶ່ງກະແມ່ນຍ້ອນວ່າ ພຣະສົງໄທຍລາງບ່ອນ ກໍ່ໄດ້ມີຄວາມເຫັນແຕກຕ່າງກັນ ກັບພຣະພິກຂຸ ຄຶກຣິດ ວັດນາປ່າພົງ, ໂຕຢ່າງແມ່ນ ການສູດພຣະປະຕິໂມກ ເຊິ່ງຂ້ອຍໄດ້ຍິນມາວ່າ ໃນວັດນາປ່າພົງນີ້ ເພິ່ນສູດແຕ່ 150 ຂໍ້. ວັດອື່ນໆສ່ວນຫລາຍແມ່ນ ສູດ 227 ຂໍ້. ຂ້ອຍກະບໍ່ຮູ້ວ່າໃຜຖືກ ໃຜບໍ່ຖືກ ເພາະໂຕເອງ ກະບໍ່ແມ່ນຜູ່ຊ່ຽວຊານ ເຣື່ອງນີ້.

ໄດ້ຍິນວ່າ ສູດ 150 ຂໍ້ ແລະ 227 ຂໍ້ ແມ່ນຍ້ອນວ່າ ມີການແປ ຄຳວ່າ ສາທິກັງ ຕ່າງກັນ. ຈັກຊິແມ່ນຈັ່ງໃດແທ້ ຂ້ອຍກະບໍ່ຮູ້.  

ສາທິກະ ແລະ ສາທິກັງ ແປວ່າ ຫລາຍກວ່າ (150).

ສະທິສະ ແປວ່າທໍ່ກັບ (150)



__________________


Senior Member

Status: Offline
Posts: 271
Date:

ໃນວີດີໂອຢູທູບ ທີ່ທ່ານ ວິມຸຕຕິ ເອົາລິງຄ໌ ມາລົງນັ້ນ ຂ້ອຍໄດ້ເຈົ້າໄປເບິ່ງ ຮອດ 15 ນາທີ.

ຫລັງຈາກເບິ່ງມາຮອດນີ້ ຂ້ອຍຈັ່ງຮູ້ໄດ້ວ່າ ວັດນາປ່າພົງ ເພິ່ນກະໃຊ້ ກະອ່ານ ປຶ້ມພຣະໄຕປິດົກຄືກັນ, ແຕ່ວ່າ ເລືອກອ່ານຄົນລະຊຸດ. ເພິ່ນໃຊ້ ເພິ່ນອ່ານ ສະບັບສຍາມຣັດ. ພຣະຄຶກຣິດ ເວົາວ່າ ວັດອື່ນໆ ອ່ານຊຸດອື່ນ ໃຊ້ຊຸດອື່ນ ທີ່ບໍ່ຖືກຄັກ ຄືຊຸດທີ່ເພິ່ນໃຊ້.

 

ຮອດ 13 ນາທີ ປາຍ ພຣະພິກຂຸເອົາຮູບທີ່ມີຄຳເວົ້າເປັນຄຳໄທ ມະອະທິບາຍ:

"ພິກສຸທັງຫລາຍ (ລາວເຮົາມັກໃຊ້ຄຳວ່າ ພິກຂຸ) ສູດຕັນຕະເຫລົ່າໃດ ເປັນຄຳຮ້ອຍກອງ ປະເພທກາບກອນ ມີອັກສອນງົດງາມ (ສລະສລວຍ) ມີພຍັນຊນະ ອັນວິຈິດ ເປັນເຣື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳສູດຕັນຕະເຫລົ່ານັ້ນມາກ່າວຢູ່ ເຈົ້າຈະບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ຕັ້ງຈິດ ເພື່ອຈະຮູ້ທົ່ວເຖິງ ແລະ ຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ"

 

ຄຳວ່າ ສາວົກ ທີ່ພຣະຄຶກຣິດເວົ້າເຖິງ ແມ່ນສ່ວນຫລາຍໝາຍເຖິງ ພຣະອໍຣະຫັນ ແລະ ນັກບວດໃນສາສນາພຸດ.



__________________


Senior Member

Status: Offline
Posts: 271
Date:

ຮອດ 5 ນາທີ ປາຍ ພຣະພິກຂຸຄຶກຣິດ ເວົ້າວ່າ ພຣະໄຕປິດົກ ທີ່ສຳນັກ ທັມມະຍຸດ ແລະ ມະຫານິກາຍ ໃນປະເທດໄທໃຊ້ ແມ່ນໄດ້ກົກເຄົ້າມາຈາກ ພຣະໄຕປິດົກ ສະບັບສຍາມຣັດ ທີ່ມີທັງພາສາບາລີ 45 ຫົວ ແລະ ພາສາໄທ 45 ຫົວ.

 

ພຣະຄຶກຣິດເວົ້າວ່າ "ຄືໃນຣັຊກາລທີ 5 ນິມົນພຣະມາ ຮ້ອຍປາຍຮູບ ຈາກທົ່ວປະເທດ ມາທີ່ວັດພຣະແກ້ວ ໃຫ້ຊ່ອຍກັນປ່ຽນຈາກອັກຂຣະຂອມ ມາເປັນອັກຂຣະສຍາມ ເປັນພຣະໄຕປິດົກ ທີ່ເປັນຮູບແບບໜັງສື (ປຶ້ມ) ຄັ້ງແຮກໃນໂລກ. ແຈກໄປ 260 ກວ່າແຫ່ງທົ່ວໂລກ ແຈກໄປທຸກວັດ ທົ່ວປະເທດ ຈະມີພາສາບາລີ ຢ່າງນີ້ 45 ຫົວ ແລະ ພາສາໄທ 45 ຫົວ"

 

ຂໍ້ມູລຈາກພຣະຄຶກຣິດນີ້ ແມ່ນຕ່າງຈາກ ຂໍ້ມູລຈາກ ມຫາວິທຍາລັຍ ຈຸລາລົງກອນ ຊຶ່ງມີດັ່ງຕໍ່ໄປນີ້:

พระบาทสมเด็จพระจุลจอมเกล้าเจ้าอยู่หัว ได้ทรงอุปถัมภ์ให้มีการปริวรรตพระไตรปิฎกที่จารึกไว้ในใบลานด้วยอักษรขอมเป็นอักษรไทย แล้วจัดพิมพ์เป็นเล่ม จำนวน ๓๙ เล่ม ใน พ.ศ. ๒๔๓๑ - ๒๔๓๖ นับเป็นคัมภีร์พระไตรปิฎกที่จัดพิมพ์เป็นเล่มครั้งแรกในประเทศไทย ฉบับนี้เรียกกันโดยทั่วไปว่า “พระไตรปิฎก ฉบับตราแผ่นดิน”

ต่อมาได้มีการชำระและจัดพิมพ์เป็นเล่มจำนวน ๔๕ เล่ม ในรัชสมัยของพระบาทสมเด็จพระปกเกล้าเจ้าอยู่หัว รัชกาลที่ ๗ เมื่อ พ.ศ. ๒๔๖๘ - ๒๔๗๓ ฉบับนี้เรียกว่า “พระไตรปิฎกฉบับสยามรัฐ”

http://www.mcu.ac.th/mcutrai/menu2/Article/kebpet/kebpet-04.htm

 



__________________


Senior Member

Status: Offline
Posts: 271
Date:

Dvāsīti buddhato gaṇhiṃ, dve sahassāni bhikkhuto;
Caturāsītisahassāni, ye me dhammā pavattino

ทฺวาสีติ   พุทฺธโต คณฺหึ  เทฺว สหสฺสานิ ภิกฺขุโต

จตุราสีติ สหสฺสานิ เย เม ธมฺมา ปวตฺติโนติ

ພຣະອານົນເຖຣະ ໄດ້ຮຽນທັມມະຈາກ ພຣະພຸທທະເຈົ້າມາ 82 000 ທັມມະຂັນ ໄດ້ຮຽນມາຈາກສຳນັກພິກຂຸ ມີພຣະທັມເສນາບໍດີເປັນຕົ້ນ 2 000 ທັມມະຂັນ ຈຶ່ງຮວມເປັນ 84 000



-- Edited by PeaceBeWithUs on Monday 30th of September 2013 05:41:08 AM

__________________


Member

Status: Offline
Posts: 21
Date:

ພຣະອາຈານຄຶກຣິດ ໃຊ້ຕຳລາ ພຣະໄຕປິດົກ ສະບັບສຍາມຣັດ (ໄທ+ບາລີ) ກໍ່ເພາະວ່າ ຕໍາລານີ້ເປັນຕໍາລາເກົ່າທີ່ສຸດທີ່ທາງເຖຣະສະມາຄົມແຫ່ງປະເທດໄທໃຊ້ເປັນຫຼັກຖານໃນການສຶກສາຄົ້ນຄວ້າທາງພຸດທະສາສນາ ແລະ ກໍ່ເປັນທີ່ຍອມຮັບກັນທົ່ວປະເທດໄທ ວ່າຕໍາລາດັ່ງກ່າວເປັນຕົ້ນສະບັບຂອງຕໍາລາທຸກຕະກູນ

ເພາະສະນັ້ນເຖິງວ່າຈະມີຕໍາລາເກົ່າກວ່ານີ້ ແຕ່ວ່າເຖຣະສະມາຄົມບໍ່ໄດ້ເອົາມາເປັນຫລັກຖານໂຕສຳຄັນ ພຣະອາຈານຄຶກຣິດ ຈຶ່ງຍົກເວັ້ນ ເພາະວ່າຄ້ານໄປຖຽງກັບ ເຖຣະສະມາຄົມ ສະນັ້ນກໍ່ເລີຍ ຖືເອົາ ຕຳລາດຽວກັບທີ່ທາງເຖຣະສະມາຄົມຖືຢູ່ນັ້ນ

ແຫລະມາເປັນຫລັກຖານອ້າງອິງໃນການສຶກສາພຸທທະວະຈະນະ ສະນັ້ນແລ້ວທາງເຖຣະສະມາຄົມກໍ່ບໍສາມາດຖຽງໄດ້ວ່າ

ວັດນາປ່າພົງໃຊ້ຫລັກຖານໃດແນວໃດມາສຶກສາ

 

ຖ້າທ່ານຟັງພຣະອາຈານຄຶກຣິດ ແລະທີມງານເພີ່ນວິເຄາະເລື່ອງຫລັກຖານໂດຍລະອຽດແລ້ວທ່ານກໍ່ຈະເຂົ້າໃຈເອງ ສະນັ້ນມີ

Video ຫລາຍໆຕອນທີ່ກ່າວເຖິງຫລັກຖານສະເພາະກໍ່ມີ ຫຼື ທ່ານສາມາດໄປຖາມອາຈານໂດຍກົງທີ່ວັດນາປ່າພົງ ກໍ່ດີຄືກັນ

ຫຼື ຖ້າບໍ່ມີເວລາກໍ່ສາມາດຖາມອາຈານທຸກໆຄໍ່າວັນເສົາ ເວລາປະມານ 19:00 ເຖິງ 21 ໂມງ ເວລາກຸງເທບ

 

ພຣະໄຕປິດົກ ມະຫາມຸງກຸດ, ມະຫາຈຸລາ ກໍ່ເອົາສະບັບສຍາມຣັດມາເຮັດເປັນ Version ຂອງເຂົາເອງ ແຕ່ມີການແຕ່ງເຕີມ

ເພີ່ມເຕີມ ແລະ ອະທິບາຍຂະຫຍາຍຄວາມຂອງພຸດທະວະຈະນະຫລາຍໂພດ ເຊິ່ງຍາກຕໍ່ການຄົ້ນຫາພຸດທະວະຈະນະໃນຕໍາລາໃໝ່ເຫລົ່ານີ້

 

ພຣະອາຈານຄຶກຣິດ ເຄີຍໄປບັນລະຍາຍຢູ່ທີ່ ມຈຣ ມາຕັ້ງຫລາຍຄັ້ງ ແຕ່ ມຈຣ ກໍ່ບໍ່ເຫັນເວົ້າຫຍັງ

 

-8,400 ພຣະທັມມະຂັນ ຄຳນີ້ບໍ່ມີໃນພຸທທະວະຈະນະ ບໍ່ເປັນຄຳກ່າວຂອງພຣະພຸທທະເຈົ້າ ຫຼື ພຣະພຸທທະເຈົ້າບໍ່ໄດ້

ຮັບຮອງໄວ້ (ອິງຕາມຫລັກຖານສະບັບສຍາມຣັດ) ພຣະອາຈານຄຶກຣິດ ຈະກ່າວຕາມຫລັກຖານທີ່ມີຢູ່ແລ້ວເທົ່ານັ້ນ ຖ້າ

ນອກຈາກນັ້ນ ກໍ່ບໍ່ມີໃຜສາມາດຮູ້ໄດ້



__________________


Member

Status: Offline
Posts: 21
Date:

ເຖິງ: Tawan

---------------------

 

 1   ພະພຸດ ແມ່ນຄືຫຍັງ ???   

ພຣະພຸທທະ ແມ່ນໝາຍເຖິງ ພຣະພຸທທະເຈົ້າ

ພຸທທະ (Buddha) ແປວ່າ: ຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ

ພຣະນາມຂອງພຣະພຸທທະເຈົ້າມີຫລາຍຢ່າງ ເຊັ່ນວ່າ: ພຣະພຸທທະເຈົ້າ, ພຣະສະມະນະໂຄດົມ, ພຣະສັພພັນຍູ, ພຣະອະຣະຫັນຕະສັມມາສັມພຸທທະເຈົ້າ, ພຣະຜູ້ມີພຣະພາກເຈົ້າ, ພຣະຕະຖະຄະຕະ

 2   ເປັນຫຍັງພະເພີນແຖຜົມຫົ່ມເຫຼືອງ

- ເພາະວ່າພຣະພຸທທະເຈົ້າບັນຍັຕໄວ້ ວ່າພິກຂຸທັງຫລາຍໃນທັມມະວິນັຍນີ້ ໃຫ້ໂກນຜົມ ແລະ ໜວດ ເຫດຜົນກໍ່ເພາະວ່າ

ຖ້າຜົມຍາວ ໜວດຍາວ ກໍ່ບໍ່ເປັນທີ່ໜ້າເຄົາລົບ ເລື່ອມໃສແກ່ຄົນ, ຫຍຸ້ງຍາກຕໍ່ການປະຕິບັດທັມ, ບາງອົງກໍ່ບໍ່ຮັກສາເຮັດໃຫ້ມີກິ່ນເໝັນ ບາງອົງກໍ່ເອົາແຕ່ເສີຍຜົມເຮັດຫຼໍ່ຢູ່ ບໍ່ເປັນອັນປະຕິບັດທັມ ແລະ ອື່ນໆ

- ຜ້າເຫຼືອງ: ທີ່ເພີ່ນເອົາມາຫົ່ມແມ່ນເພີ່ນໄປເອົາຜ້າຫໍ່ສົບຄົນຕາຍມາ ແລ້ວຕົ້ມຂ້າເຊື້ອຈົນສະອາດ ແລ້ວເອົາມາຍ້ອມດ້ວຍນໍ້າຝາດ (ເປືອກໄມ້ ຮາກໄມ້ ໃບໄມ້ ...) ເຮັດຕາມວິທີທີ່ພຣະພຸທທະເຈົ້າບັນຍັຕໄວ້,

ເຮັດໃຫ້ຜ້ານຸ່ງຖືຂອງພຣະເປັນສີໂທນດຽວກັນໝົດ ແລະເປັນສັນຍາລັກສາວົກໃນພຣະພຸທທະສາສນາ

ສະໄໝນີ້ເພີ່ນຫາຜ້າມາໄດ້ງ່າຍ ຍ້ອມ ຕັດ ຍິບ ມາຮຽບຮ້ອຍແລ້ວ ສີຈຶ່ງເປັນສີເບິ່ງແລ້ວແສບຕາຫລາຍ ເພາະຜ້າເຫຼົ່ານັ້ນບໍ່ໄດ້ເຮັດຕາມກໍາມະວິທີ ເຊິ່ງຂ້ອນຂ້າງບໍ່ຖືກຕ້ອງ

 

 3   ເວລາເຮົາເຮັດບຸນຄຸເທືອຄວນຊິໃຫ້ໃຜກ່ອນ

* ການກະກຽມກ່ອນເຮັດບຸນ

1 ວັດຖຸທານ ຕ້ອງບໍລິສຸດ ຄື ຫາມາດ້ວຍເຫື່ອແຮງຂອງຕົນເອງໂດຍຖືກຕ້ອງຊອບທັມ ບໍ່ໄດ້ມາໂດຍການລັກ ສໍ້ໂກງ ບຽດບຽນຜູ້ໃດ ...

2 ເຈຕະນາຂອງຜູ້ໃຫ້ຕ້ອງບໍລິສຸດ ຄືໃຫ້ດ້ວຍຄວາມເລື່ອມໃສ ມີຄວາມປິຕິຍິນດີໃນການໃຫ້ ບໍ່ໃຫ້ດ້ວຍຄວາມໂລບ ຕົວຢ່າງ ທານ 100 ຢາກໄດ້ 100,000,000 ... 

3 ຜູ້ຮັບມີສີລບໍລິສຸດ (ຄູບາອາຈານມີສີລບໍລິສຸດ) ເພາະສະນັ້ນ ຜູ້ໃຫ້ກໍ່ຕ້ອງຮູ້ຈັກທັມມະ ແລະ  ຮູ້ແຍກແຍະຢ່າງຖືກຕ້ອງວ່າໃຜ ເຮົາຄວນເຮັດບຸນດ້ວຍ ...

 

* ລະດັບຂອງອະນິສົງ ແລະ  ຜົນບຸນ

ໃຫ້ທານແກ່ສັດເດຣະສານກໍ່ຍັງໄດ້ບຸນ ແຕ່ໃຫ້ເປັນ 100 ຄັ້ງກໍ່ບໍເທົ່າກັບໃຫ້ຄົນ 1 ຄັ້ງ (ເຖິງວ່າຄົນຜູ້ນັ້ນຈະເປັນຄົນຖ່ອຍບໍ່ມີສີລທັມເລີຍກໍ່ຕາມ)

ໃຫ້ທານແກ່ຄົນບໍ່ມີສີລ 100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ຜູ້ມີສີລ 5 ພຽງຄັ້ງດຽວ

ໃຫ້ທານແກ່ຄົນມີສີລ 5  100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ຜູ້ມີສີລ 150 ຂໍ້ ພຽງຄັ້ງດຽວ

ໃຫ້ທານແກ່ຄົນມີສີລ 150 ຂໍ້  100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ພຣະໂສດາບັນ ພຽງຄັ້ງດຽວ

ໃຫ້ທານແກ່ພຣະໂສດາບັນ 100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ພຣະສະກະທາຄາມີ ພຽງຄັ້ງດຽວ

ໃຫ້ທານແກ່ພຣະສະກະທາຄາມີ 100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ພຣະອະນາຄາມີ ພຽງຄັ້ງດຽວ

ໃຫ້ທານແກ່ພຣະອະນາຄາມີ100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ພຣະອະຣະຫັນຕ໌ ພຽງຄັ້ງດຽວ

ໃຫ້ທານແກ່ພຣະອະຣະຫັນຕ໌ 100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ພຣະປັຈເຈກພຸທທະເຈົ້າ ພຽງຄັ້ງດຽວ

ໃຫ້ທານແກ່ພຣະປັຈເຈກພຸທທະເຈົ້າ 100 ຄັ້ງ ກໍ່ບໍເທົ່າກັບໃຫ້ແກ່ພຣະພຸທທະເຈົ້າ ພຽງຄັ້ງດຽວ

ໃຫ້ທານແກ່ພຣະພຸທທະເຈົ້າ 100 ຄັ້ງ ກໍ່ບໍເທົ່າກັບການຖະຫວາຍສັງຄະທານທີ່ມີພຣະພຸທທະເຈົ້າເປັນປະທານ ພຽງຄັ້ງດຽວ

ຍັງອີກຫລາຍ ຂຽນບໍ່ໄຫວ

ການໃຫ້ທານ ເຖິງຈະໃຫ້ຫລາຍເທົ່າໃດ ແກ່ໃຜກໍ່ຕາມ ກໍ່ບໍ່ເທົ່າກັບການຮັກສາສີລ ພຽງຄັ້ງດຽວ

ການຮັກສາສີລ 100 ເທື່ອກໍ່ບໍ່ເທົ່າກັບການເຮັດສະມາທິ (ສະມະຖະ) ພຽງຄັ້ງດຽວ

ການເຮັດສະມາທິ 100 ເທື່ອກໍ່ບໍ່ເທົ່າກັບການເຮັດສະມາທິ+ວິປັສສະນາແລ້ວເຫັນການເກີດ-ດັບຂອງຈິດພຽງຄັ້ງດຽວ

ສະນັ້ນແລ້ວ ໃຫ້ Tawan ເລືອກເອົາເດີ່ວ່າຢາກໄດ້ບຸນຫລາຍໜ້ອຍສໍ່າໃດ

 

ຄໍາຖາມແຕ່ລະຂໍ້ແມ່ນກິນຄວາມກວ້າງຫລາຍ ບໍ່ສາມາດຕອບໄດ້ລະອຽດໝົດໃນທີ່ນີ້

ດັ່ງນັ້ນຈຶ່ງຕອບໄດ້ພຽງຂໍ້ລະໜ້ອຍເທົ່ານັ້ນ



-- Edited by vimutti on Tuesday 1st of October 2013 11:21:56 AM

__________________


Senior Member

Status: Offline
Posts: 271
Date:

vimutti wrote:

 -8,400 ພຣະທັມມະຂັນ ຄຳນີ້ບໍ່ມີໃນພຸທທະວະຈະນະ ບໍ່ເປັນຄຳກ່າວຂອງພຣະພຸທທະເຈົ້າ ຫຼື ພຣະພຸທທະເຈົ້າບໍ່ໄດ້

ຮັບຮອງໄວ້ (ອິງຕາມຫລັກຖານສະບັບສຍາມຣັດ) ພຣະອາຈານຄຶກຣິດ ຈະກ່າວຕາມຫລັກຖານທີ່ມີຢູ່ແລ້ວເທົ່ານັ້ນ ຖ້າ

ນອກຈາກນັ້ນ ກໍ່ບໍ່ມີໃຜສາມາດຮູ້ໄດ້


 

ໂອຍ...ເວົ້າຖືກໃຈເດີບ່ອນນີ້ biggrin

 

 

 

 

ໂດຍສະເພາະແລ້ວ ແມ່ນປໂຍກ "ພຣະພຸທທະເຈົ້າບໍ່ໄດ້ຮັບຮອງໄວ້" 

 

 



__________________


Veteran Member

Status: Offline
Posts: 41
Date:

vimutti wrote:

ຂ້າພະເຈົ້າໄດ້ໃຫ້ຄໍາຕອບແລ້ວໃນຫົວຂໍ້

ພຣະພຸດທະເຈົ້າມີຄວາມສາມາດຫຍັງແດ່?

 

http://pasalao.activeboard.com/t55058327/topic-55058327/

 ໂດຍຂ້ານ້ອຍ ລະຂໍຖາມຈັກ3ຂໍ້ ຄວາມແດ່ ຜູ້ເທບສະໜາພຸດ ຯ

 1   ພະພຸດ ແມ່ນຄືຫຍັງ ???    

 2   ເປັນຫຍັງພະເພີນແຖຜົມຫົ່ມເຫຼືອງ

 3   ເວລາເຮົາເຮັດບຸນຄຸເທືອຄວນຊິໃຫ້ໃຜກ່ອນ

 

ສອຍບອກແຈ້ງ ຜູ້ເກີດນ້ອຍລຸນຫຼັງແດ່

 

 



__________________


Veteran Member

Status: Offline
Posts: 41
Date:

  ໂດຍຂ້าນ້ອຍ  ນ້ອມຮັບທ່ານຜູ້ຮູ້ ຊູຂໍ້ຄວາມທີ່ສ່ອງແຈ້ງໃຫ້ tawan  

   ທີ່ທ່ານກອບກຳຂະຫຍາຍ ຄວາມຮູ້ແຈ້ງສ່ອງໃຫ້ກັບຄົນຮຽນຮູ້ມານ້ອຍ ເພື່ອເຜີຍແຜ່

ວິນັຍຂອງການເຮັດຄວາມດີໃສ່ໂຕຫັ່ນ  ດັງນັ້ນກໍແມ່ນເຂົາເຈົ້າ ກ່ອນຊິເຮັດບູນຊູເທື່ອ ໃຈ ແລະກາຍຕ້ອງສະອາດ

ບໍລະສຸດ  ຄື ການໃຫ້ທານລະບໍຫວັງສິ່ງຕອບແທນ ຈັງຊິໄດ້ບູນຫຼາຍໆ ແມ່ນບໍ  

 

  ພະພຸດ ຫຼື ພຸດທະ ຄວາມໝາຍໜື່ງກໍຄື  ຜູ້ຮູ້  

                        ນັ້ນກໍແມ່ນ ພະພຸດທະເຈົ້າທີ່ເພີ່ນໄດ້ຕັສສະຮູ້ໄວ້ສອນໃຫ້ພິກຂຸທັ້ງຫຼາຍ

                       ເຜົ່າພັນໃຫ້ຮູ້ຮຽນຫຼັກການນຳໃຊ້ຂອງຊີວິດຄື ໃຫ້ຮູ້ບາບ,ໃຫ້ຮູ້ບຸນ ອັນໃດທຸກ ອັນໃດສຸກ

 ພະທີ່ຫົ່ມຜ້າເຫຼືອງ  ຄວາມໝາຍໜື່ງກໍຄື  ອົ່ງແທນພະພຸດທະເຈົ້າ ໃຫ້ກາຍແລະໃຈສະອາດດີຫັນ

                        ລະໃຫ້ນຳເອົາພຸດທະທຳດີ ທີ່ເພີ່ນໄດ້ຕັສສະຊູໄວ້ ແມ່ນໄປສອນພິກຂຸທັ້ງຫຼາຍໃຫ້ເຮັດແຕ່ສິ່ງທີ່ດີ

  ເຮັດບຸນກໍໄດ້ບຸນ ຄວາມໝາຍກໍຄື ໝັ່ນໃຫ້ທານ,ຖືສີລ, ວິປັສສະນາ,ໃຫ້ຮູ້ແຈ້ງໃນຂໍ້ຄວາມໝາຍ ອັນບໍມີຕົວຕົນ

                        ( ອະນິດຈັງ  ທຸກຂັງ  ອະນັດຕາ ) ຄື ການປ່ອຍວາງ,ຢ່າຍຶດມັ້ນ ຢ່າຖືມັ້ນ

      ສິ່ງທີ່ມີຊີວິດຢູ່ບົນໂລກໃບນີ້ບໍມີໃຜຕ້ອງການຄວາມທຸກຫັ່ນ 

 

   ຂ້າພະເຈົ້າລະເຂົາໃຈຂໍ້ຄວາມແມ່ນຢູ່ບອນເທິງ ບໍ່ຮູ້ວ່າຖືກຫຼືບໍ 

     

     ຂໍຂອບໃຈຫຼາຍໆ ທີ່ຊີ້ແນະ 

    

    



__________________


Member

Status: Offline
Posts: 21
Date:

ເຖິງ: Tawan

ໂດຍຂ້ານ້ອຍ  ນ້ອມຮັບທ່ານຜູ້ຮູ້ ຊູຂໍ້ຄວາມທີ່ສ່ອງແຈ້ງໃຫ້ tawan 

  ທີ່ທ່ານກອບກໍາຂະຫຍາຍ ຄວາມຮູ້ແຈ້ງສ່ອງໃຫ້ກັບຄົນຮຽນຮູ້ມານ້ອຍ ເພື່ອເຜີຍແຜ່

ວິນັຍຂອງການເຮັດຄວາມດີໃສ່ໂຕຫັ່ນ  ດັງນັ້ນກໍແມ່ນເຂົາເຈົ້າ ກ່ອນຊິເຮັດບູນຊູເທື່ອ ໃຈ ແລະກາຍຕ້ອງສະອາດ

ບໍລະສຸດ  ຄື ການໃຫ້ທານລະບໍຫວັງສິ່ງຕອບແທນ ຈັງຊິໄດ້ບູນຫຼາຍໆ ແມ່ນບໍ 

+ ຖຶກຕ້ອງຢູ່, ຖ້າຈະໃຫ້ຖືກຕ້ອງແທ້ແມ່ນ ຕ້ອງເຂົ້າໃຈວ່າ ການໃຫ້ທານແມ່ນເພື່ອຈຸດປະສົງກໍາຈັດຄວາມຂີ້ຖີ່ຂອງຕົນເອງ

ຖ້າຫາກຍັງຖືໝັ້ນໃນທານນັ້ນຢູ່ ກໍ່ສະແດງວ່າເຮົາຍັງບໍ່ປ່ອຍວາງເທື່ອ ສະນັ້ນການໃຫ້ທານທີ່ຫວັງແຕ່ຈະກໍາຈັດກິເລສນັ້ນຈຶ່ງຖືວ່າເປັນການໃຫ້ທານສຸງສຸດ ເປັນການໃຫ້ທານຂອງພຣະອະຣິຍະເຈົ້າທັງຫລາຍ

ການໃຫ້ທານແບບນີ້ຈະໄດ້ ຜົນບຸນຫລາຍ + ກັບອະນິສົງຫລາຍ

ການໃຫ້ທານທີ່ມີຈິດຜູກພັນກັບທານແມ່ນໄດ້ແຕ່ບຸນຫລາຍ ແຕ່ບໍ່ໄດ້ອະນິສົງຫລາຍ

ພຣະພຸດທະເຈົ້າອຸປະມາວ່າ: ມີບຸຣຸດຄົນໜຶ່ງເອົາເມັດງາໃສ່ໃນລາງແລ້ວເອົາມືຄັ້ນຢ່າງຖືກວິທີ ແລະ ຕັ້ງໃຈເຮັດຢູ່ ເພາະສະນັ້ນ ເຖິງວ່າບູຣຸດຄົນນັ້ນມີຄວາມຕ້ອງການຢາກໄດ້ນໍ້າມັນ ຫລື ບໍ່ຕ້ອງການກໍ່ຕາມ ບູຣຸດຄົນນັ້ນກໍ່ຈະໄດ້ນໍ້າມັນງາ

ສະນັ້ນການເຮັດບຸນກໍ່ຄືກັນ

 

ພະພຸດ ຫຼື ພຸດທະ ຄວາມໝາຍໜື່ງກໍຄື  ຜູ້ຮູ້

ນັ້ນກໍແມ່ນ ພະພຸດທະເຈົ້າທີ່ເພີ່ນໄດ້ຕັສສະຮູ້ໄວ້ສອນໃຫ້ພິກຂຸທັ້ງຫຼາຍ

ເຜົ່າພັນໃຫ້ຮູ້ຮຽນຫຼັກການນຳໃຊ້ຂອງຊີວິດຄື ໃຫ້ຮູ້ບາບ,ໃຫ້ຮູ້ບຸນ ອັນໃດທຸກ ອັນໃດສຸກ

 ພະທີ່ຫົ່ມຜ້າເຫຼືອງ  ຄວາມໝາຍໜື່ງກໍຄື  ອົ່ງແທນພະພຸດທະເຈົ້າ ໃຫ້ກາຍແລະໃຈສະອາດດີຫັນ

 ລະໃຫ້ນຳເອົາພຸດທະທຳດີ ທີ່ເພີ່ນໄດ້ຕັສສະຊູໄວ້ ແມ່ນໄປສອນພິກຂຸທັ້ງຫຼາຍໃຫ້ເຮັດແຕ່ສິ່ງທີ່ດີ

 

ເຮັດບຸນກໍໄດ້ບຸນ ຄວາມໝາຍກໍຄື ໝັ່ນໃຫ້ທານ,ຖືສີລ, ວິປັສສະນາ,ໃຫ້ຮູ້ແຈ້ງໃນຂໍ້ຄວາມໝາຍ ອັນບໍມີຕົວຕົນ

  (ອະນິດຈັງ ທຸກຂັງ ອະນັດຕາ) ຄື ການປ່ອຍວາງ,ຢ່າຍຶດມັ້ນ ຢ່າຖືມັ້ນ

      ສິ່ງທີ່ມີຊີວິດຢູ່ບົນໂລກໃບນີ້ບໍມີໃຜຕ້ອງການຄວາມທຸກຫັ່ນ

+ ຖຶກຕ້ອງຢູ່, ແຕ່ຍັງຂ້ອນຂ້າງສັບສົນ ເພາະທັມມະທີ່ພຮະພຸດທະເຈົ້າສອນແມ່ນມີຄວາມເລິກເຊຶ່ງຫລາຍ ຕ້ອງໄດ້ຮຽນຮູ້ຫລາຍຈຶ່ງເຂົ້າໃຈລະອຽດ ຕົວຢ່າງ ຄົນເຄີຍໄດ້ຍິນວ່າ (ອະນິດຈັງ ທຸກຂັງ ອະນັດຕາ) ຄົນທົ່ວໄປເຂົ້າໃຈແທ້ໆບໍ 3 ຄຳນີ້ ແລະ ນຳເອົາໄປໃຊ້ອະທິບາຍໃນກໍລະນີໃດ?

ຕົວຢ່າງ ອະນັຕຕາ ແມ່ນໃຊ້ອະທິບາຍ ສິ່ງທີ່ມີການເກີດປະກົດ ແລະ ເສື່ອມປະກົດ ແລະ ດັບປະກົດ, ດັ່ງນັ້ນ ສິ່ງໆນັ້ນຈຶ່ງຖືກເອີ້ນວ່າ ອະນັຕຕາ (ບໍ່ມີຕົວຕົນຈິງ ຫລື ມີຕົວຕົນຊົ່ວຄາວ)

ຫລືໃຊ້ໃນການອະທິບາຍລະບົບສັງຄະຕະທັມທັງໝົດ ເຊິ່ງພຣະພຸທທະເຈົ້າກ່າວວ່າ

ພິກຂຸທັງຫລາຍ! ສັງຄະຕະລັກສະນະແຫ່ງສັງຄະຕະທັມ 3 ຢ່າງ...   3 ຢ່າງຄື:

1.    ມີການເກີດປະກົດ. (ອຸປປາໂທ ປັນຍາຍະຕິ)

2.    ມີການເສື່ອມປະກົດ. (ວະໂຍ ປັນຍາຍະຕິ)

3.    ເມື່ອຕັ້ງຢູ່ກໍ່ມີພາວະຢ່າງອື່ນປະກົດ. (ຖິຕັສສັງ ອັນຍະຖະຕັງຕ໌ ປັນຍາຍະຕິ...)

ສັງຄະຕະທັມຄືລະບົບຂອງ ຂັນທ໌ 5 (ຮູປ  ເວທະນາ  ສັນຍາ  ສັງຂາຣ໌  ວິນຍານ)

 

ຂ້າພະເຈົ້າລະເຂົາໃຈຂໍ້ຄວາມແມ່ນຢູ່ບອນເທິງ ບໍ່ຮູ້ວ່າຖືກຫຼືບໍ  

ຂໍຂອບໃຈຫຼາຍໆ ທີ່ຊີ້ແນະ

 

ຂັ້ນຂອງການສ້າງບຸນບາຣະມີ ມີ 3 ຂັ້ນຄື

1 ທານ

2 ສີລ

3 ພາວະນາ

ຈະໄດ້ຜົນບຸນ ແລະ ອະນິສົງຕ່າງກັນຕາມລໍາດັບ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard