Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປີດ Resort ໃໝ່ ຢູ່ປາກແບງ ຕົ້ນປີໜ້າ
Anonymous

Date:
ເປີດ Resort ໃໝ່ ຢູ່ປາກແບງ ຕົ້ນປີໜ້າ


  ບໍ­ລິ­ສັດ ທ່ອງ​ທ່ຽວ ວິ­ສິດ ເອເຊຍ (Visit Asia Travel) ທຸ່ມເງິນ​ຈໍາ­ນວນ​ມະ­ຫາ­ສານ​ສ້າງ​ຣີສອດ ຢູ່​ບ້ານ​ດອນ​ຄໍາ ເມືອງ​ປາກ ແບ່ງ ແຂວງ​ອຸ­ດົມ​ໄຊ ໃນ​ມູນ​ຄ່າ​ທັງຫມົດ​ຫລາຍ​ກວ່າ 3,5 ລ້ານ​ໂດ​ລາສະ­ຫະ­ລັດ ຫລັງ​ຈາກ​ທີ່​ດໍາ­ເນີນການ​ກໍ່­ສ້າງ​ມາ​ແຕ່​ຕົ້ນ​ປີ 2011 ໃນ​ເນື້ອ­ທີ່ 48 ກວ່າ​ເຮັກ­ຕາ. ປະ­ຈຸບັນ​ການ​ກໍ່­ສ້າງ​ສໍາ­ເລັດ​ແລ້ວ​ໂດຍພື້ນ­ຖານ, ຄາດ​ວ່າ​ຈະ​ເປີດ​ບໍ­ລິ­ການໃນ​ຕົ້ນ​ປີ 2014.

   ທ່ານ ເກດ ທິບ​ພະ­ຈັນ ຜູ້​ອໍານວຍ​ການ​ບໍ­ລິ­ສັດ​ທ່ອງ​ທ່ຽວ ວິ­ສິດ ເອ​ເຊຍ (Visit Asia Travel) ໃຫ້​ຮູ້​ວ່າ: ໂຄງ­ການ​ກໍ່­ສ້າງ​ຣີ​ສອດ ຢູ່​ບ້ານ​ດອນ​ຄໍາ ເມືອງ​ປາກ​ແບ່ງ ແຂວງ​ອຸ­ດົມ​ໄຊ ນັບ​ວ່າ​ເປັນ​ໂຄງການ​ທີ່​ໃຫຍ່​ເທົ່າ​ທີ່​ມີ​ຢູ່​ໃນ​ເຂດ​ດັງກ່າວ ໂດຍ​ຈະ​ເນ­ລະ­ມິດ​ໃຫ້​ສະຖານ​ທີ່​ດັ່ງ­ກ່າວ​ກາຍ­ເປັນ​ແຫລ່ງທ່ອງ​ທ່ຽວ, ພັກ­ຜ່ອນ ແລະ ການບໍ­ລິ­ການ​ແກ່​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເປັນ­ຕົ້ນ​ແມ່ນ: ເຮືອນ​ພັກ, ຮ້ານ​ອາ­ຫານ, ຫ້ອງຮັບ­ແຂກ, ສະ­ຖານ­ທີ່​ອອກ­ກໍາ­ລັງກາຍ, ສະ​ລອຍ­ນ້ໍາ, ນວດ ແລະ ອື່ນໆ. ນອກ­ຈາກ​ນັ້ນ ຍັງ​ເປັນ​ສະຖານ​ທີ່​ຊົມ​ທັດ­ສະ­ນີ​ຍະ​ພາບ​ທີ່​ສວຍງາມ​ຢູ່​ແຄມ​ນ້ໍາຂອງ​ໂດຍ​ຜ່ານຣີ​ສອດ​ແຫ່ງ​ດັ່ງ­ກ່າວ. ໂຄງ­ການກໍ່­ສ້າງ​ຣີ​ສອດ​ມີ​ມູນ​ຄ່າ​ການ​ລົງທຶນ​ຫລາຍ​ກວ່າ 3,5 ລ້ານ​ໂດ​ລາສະ​ຫາ​ລັດ ໃນ​ການ​ບຸກ­ເບີກ​ເນື້ອ­ທີ່ 48 ກວ່າ​ເຮັກ­ຕາ. ເຊິ່ງ​ການ​ກໍ່­ສ້າງໄດ້​ດໍາ­ເນີນ​ງານ​ມາ​ແຕ່​ຕົ້ນ​ປີ 2011 ປະ­ຈຸ​ບັນ​ການ​ກໍ່­ສ້າງ​ສໍາເລັດ​ໄປ​ແລ້ວ​ໂດຍ​ພື້ນ­ຖານຍັງເຫລືອ​ແຕ່​ວຽກ​ຕົກ­ແຕ່ງ​ເລັກ​ນ້ອຍເທົ່າ​ນັ້ນ​ເປັນ­ຕົ້ນ​ແມ່ນ: ການ​ຕົກແຕ່ງ ແລະ ປະ­ດັບ​ປະ­ດາ​ສະ­ຖານທີ່. ໃນ​ເບື້ອງ​ຕົ້ນ​ຄາດ​ວ່າ​ຈະ​ເລີ່ມເປີດ​ບໍ­ລິ­ການ​ໃນ​ທ້າຍ​ປີ 2013 ນີ້, ແຕ່​ເນື່ອງ​ຈາກ​ການ​ກະ­ກຽມ​ຍັງ​ບໍ່ພ້ອມ​ເລີຍ​ຕັດ­ສິນ​ໃຈ​ເລື່ອນ​ໄປ​ເປັນ​ປີ­ຫນ້າ​ຈິ່ງ​ຈະ​ເປີດ​ບໍ­ລິ­ການ.

   ທ່ານ​ຜູ້­ອໍາ­ນວຍ­ການ​ກ່າວ​ຕື່ມອີ​ກວ່າ: ການ​ຕັດ­ສິນ​ໃຈ​ລົງ­ທຶນສ້າງ​ຣີ​ສອດ​ແຫ່ງ​ນີ້​ເນື່ອງ​ຈາກ​ປະຈຸ​ບັນ​ທາງ​ປະ­ເທດ​ມຽນ​ມາ​ໄດ້​ເປີດປະ­ເທດ​ຂອງ​ຕົນ​ໃຫ້​ນັກ​ລົງ­ທຶນ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດເຂົ້າ​ໃນ​ປະ­ເທດ​ຫລາຍ​ຂຶ້ນ. ເມືອງປາກ​ແບ່ງ ຈິ່ງ​ກາຍ­ເປັນ​ທາງ​ຜ່ານຂອງ​ນັກ​ລົງ­ທຶນ, ນັກ​ທ່ອງ​ທ່ຽວທີ່​ຈະ​ເຂົ້າ​ມາ ສປປ ລາວ ແລະ ນັກທ່ອງ​ທ່ຽວ​ທີ່​ຈະ​ອອກ​ໄປ​ປະ­ເທດມຽນ​ມາ, ເຂດ​ສາມ­ຫລ່ຽມ​ຄໍາ ແລະ ສປ ຈີນ. ເພາະ­ສະ­ນັ້ນ​ທາງບໍ­ລິ­ສັດ​ກໍາ­ລັງ​ສ້າງ​ຢູ່​ນີ້​ຈະ​ເປັນ​ຈຸດພັກ​ເຊົາ​ທີ່​ສຳ­ຄັນ​ໃຫ້​ແກ່​ນັກ​ທ່ອງທ່ຽວ​ທີ່​ຈະ​ຕ້ອງ​ໄດ້​ພັກ​ເຊົາ​ຄາດວ່າ​ຫລັງ​ຈາກ​ເປີດ​ບໍ­ລິ­ການ​ຈະ​ສາມາດ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວຈາກ​ປະ­ເທດ​ເພື່ອນ​ບ້ານ ໂດຍ​ສະເພາະ​ໃນ​ອາ­ຊີ ແລະ ເຂດ​ເອີ​ຣົບເຂົ້າ​ມາ​ໃຊ້​ບໍ­ລິ­ການ, ພ້ອມ​ນັ້ນ ກໍ່​ຈະ​ເປັນ​ການ​ສົ່ງ­ເສີມ​ໃຫ້​ຂະແຫນງ​ການ­ທ່ອງ­ທ່ຽວ​ຢູ່​ໃນ​ເຂດດັ່ງ­ກ່າວ​ມີ​ທ່າ​ຂະ­ຫຍາຍ­ຕົວ​ຂຶ້ນເລື້ອຍໆ.



__________________
Anonymous

Date:

Small houses help keep the surrounding areas more natural and look better than tall buildings. They need to also plant more trees on the surrounding hills.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard