Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແຈ້ງການຈາກກະຊວງ ການຕ່າງປະເທດ
Anonymous

Date:
ແຈ້ງການຈາກກະຊວງ ການຕ່າງປະເທດ


ແຈ້ງການຂອງກົມການຂ່າວກະຊວງການຕ່າງປະເທດແຫ່ງ ສປປ.ລາວ

 
          
  ໃນວັນທີ 10 ພຶດສະພາ 2013 ເຈົ້າໜ້າທີ່ຕຳຫລວດ ແຂວງອຸດົມໄຊ ສປປ ລາວ ໄດ້ກັກຕົວຄົນເກົາຫລີ ຈຳ ນວນ 11 ຄົນ ແລະ ໄດ້ສົ່ງພວກກ່ຽວ ມານະຄອນຫລວງວຽງຈັນ ເພື່ອສືບ ສວນ-ສອບສວນ. ຜ່ານການສືບສວນ ຮູ້ໄດ້ວ່າ 9 ຄົນ ແມ່ນພົນລະເມືອງ ສປປ ເກົາຫລີ ທີ່ເຂົ້າເມືອງຜິດກົດໝາຍ ທີ່ມີ ອາຍຸພຽງແຕ່ 14-18 ປີ ແລະ 2 ຄົນ ແມ່ນພົນລະເມືອງ ສ.ເກົາຫລີ ທີ່ກະທຳຜິດໃນຖານຄ້າມະນຸດ.    
 
        ໂດຍປະຕິບັດຕາມກົດໝາຍ ຂອງ ສປປ ລາວ, ໂດຍສະເພາະແມ່ນດຳລັດ ນາຍົກລັດຖະມົນຕີ ເລກທີ 136 ວ່າ ດ້ວຍ ການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ແລະ ຜ່ານການປະສານງານລະຫວ່າງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ລາວ ແລະ ສະຖານທູດກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ, ຝ່າຍລາວ ຈຶ່ງໄດ້ມອບ-ສົ່ງ ຄົນ ສປປ ເກົາຫລີ 9 ຄົນ ໃນວັນທີ 27 /5/2013 ແລະ ອີກ 2 ຄົນທີ່ເປັນພົນລະເມືອງ ສ.ເກົາຫລີ ໃນວັນທີ 28/5/2013.


__________________
Anonymous

Date:

ພວກນີ້ກໍ່ໂງ່ໄດ້ໂງ່ດີ ໜີຄວາມຜະເດັດການພັດມາຫາຜະເດັດການ ເປັນຫຍັງບໍ່ໄປອາເມລິກາບ່ອນມີເສລີພາບໃຫ້ມັນແລ້ວເລີຍ!

ຖືກຜະເດັດການຄອບງຳຈົນສະໝອງຕາຍຄິດຫຍັງບໍ່ອອກ!



__________________
Anonymous

Date:

ເງິນບໍ່ເຖິງ ລັດຖະບານລາວຈຶ່ງສົ່ງໃຫ້ຈີນຄືນ, ຖ້າໄດ້ຫົວລະ 5 ໝື່ນໂດລາເໝືອນຜ່ານມາ

ປານນີ້ໄດ້ໄປກິນກິມຈີ່ຢູ່ໂຊນແລ້ວ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard