Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາຄຸນນະພາບຂອງພະນັກງານ
ຕູ້ສາ

Date:
ບັນຫາຄຸນນະພາບຂອງພະນັກງານ

ປະຈຸບັນບໍ່ວ່າຈະຢູ່ໃນສຳນັກງານອົງການ, ສະພາກາເຟ, ສະພາເບຍ, ສະພາເນັດ ຕ່າງໆ

ກໍ່ມັກຈະສົນທະນາກັນເລື່ອງຄຸນນະພາບຂອງພະນັກງານ (ໝາຍເຖີງຄວາມຮູ້ຄວາມສາມາດ)

ວ່າສ່ວນຫລາຍແມ່ນຕ່ຳ. ຕາມຄຳເຫັນຂ້າພະເຈົ້າ ບໍ່ໃຫ້ຕ່ຳແນວໃດ ກໍ່ໃນເມື່ອວ່າຄວາມຮູ້ບໍ່

ເຖີງ Master ກໍ່ຍົກຂື້ນໃຫ້ກັນ, ຄວາມຮູ້ບໍ່ເຖີງ PhD ກໍ່ຍົກຂື້ນໃຫ້ກັນ ສຳລັບບັນດາທ່ານທີ່

ຮຽນມາຈາກອະດີດ ສສສຊ. ບໍ່ສະເພາະແຕ່ວ່າບໍ່ມີຄຸນນະພາບ ຍັງເຮັດໃຫ້ສີ້ນເປືອງງົບ

ປະມານສຳລັບເງີນເດືອນອີກ ແລະ ກໍ່ເຮັດໃຫ້ບາງຄົນລືມໂຕ ເບັ່ງອວດວ່າໂຕມີຄວາມຮູ້ສູງ

ແບບທີ່ວ່າບໍ່ຫຼຽວເບີ່ງກະຈົກເພື່ອເບີ່ງເງົາໂຕເອງແດ່

__________________
Anonymous

Date:

             blahblah.gif

__________________
Anonymous

Date:

ຂໍວິຈານໃນມູມມອງຂອງນັກບໍລິຫານເດີ. ທີ່ຈິງແລ້ວເລື່ອງການບໍລິຫານຈະມີຄຸນນະພາບຫລື ບໍ່ ມັນບໍ່ກ່ຽວກັບວຸດທິການສຶກສາ. ແຕ່ມັນກ່ຽວຂ້ອງກັບການວາງລະບົບການບໍລິຫານ.

ການບໍລິຫານທີ່ດີຕ້ອງມີຄວາມຄ່ອງຕົວ ກະຈາຍອຳນາດ ໃຫ້ພະນັກງານມີສ່ວນຮ່ວມ

ໃນລະບົບທີ່ບໍ່ມີປະສິດທິພາບ ຈະມີຄົນເກັ່ງຫລາຍຊຳໃດ໋ກະບໍ່ມີຄວາມຫມາຍ ເພາະ ລະບົບມັນບໍ່ມີປະສິດທິພາບເອງ- ດັ່ງນັ້ນ ຕ້ອງວາງລະບົບໃຫ້ເຂັ້ມແຂງ ແລ້ວ ທຸກຢ່າງມັນຈະແລ່ນຂອງມັນເອງ.

__________________
Anonymous

Date:

ບໍ່ຈຳເປັນ ຕ້ອງຂຽນ ໂຕໜັງສື ໃຫ່ຍປານນີ້ furious

__________________

Senior Member

Status: Offline
Posts: 482
Date:

People in vientiane they all have a Phd, but when see only basic.

__________________
Anonymous

Date:

ແລ້ວເຮັດແນວໃດ ຈິ່ງຈະວາງລະບົບບໍຣິຫານ ໃຫ້ມີປະສິດທິພາບ ແລະເຂັ້ມແຂງໄດ້, ນອກຈາກຄົນທີ່

ມີຄວາມຮູ້ ມີປະສົບການ.

__________________
Anonymous

Date:

1. ມີລະບຽບການຈະແຈ້ງ ບໍ່ຄຸມເຄືອ

2. ຜູ້ນຳພາເປັນນັກແກ້ໄຂບັນຫາ

3. ມີການສື່ສານທີ່ມີປະສິດທິພາບ

4. ເປັນຜູ້ຟັງທີ່ດີ

5. ມອບຄວາມຮັບຜິດຊອບການຕັດສິໃຈໃຫ້ລູກນ້ອງ

6. ເມື່ອມີບັນຫາໃຫ້ວິເຄາະວ່າເກີດຈາກຫຍັງ ແທນທີ່ຈະຕີໂພຍຕີພາຍ ແລະ ແກ້ທີ່ຕົ້ນເຫດຂອງປັນຫາ

__________________
Anonymous

Date:

Anonymous wrote:

ຂໍວິຈານໃນມູມມອງຂອງນັກບໍລິຫານເດີ. ທີ່ຈິງແລ້ວເລື່ອງການບໍລິຫານຈະມີຄຸນນະພາບຫລື ບໍ່ ມັນບໍ່ກ່ຽວກັບວຸດທິການສຶກສາ. ແຕ່ມັນກ່ຽວຂ້ອງກັບການວາງລະບົບການບໍລິຫານ.

ການບໍລິຫານທີ່ດີຕ້ອງມີຄວາມຄ່ອງຕົວ ກະຈາຍອຳນາດ ໃຫ້ພະນັກງານມີສ່ວນຮ່ວມ

ໃນລະບົບທີ່ບໍ່ມີປະສິດທິພາບ ຈະມີຄົນເກັ່ງຫລາຍຊຳໃດ໋ກະບໍ່ມີຄວາມຫມາຍ ເພາະ ລະບົບມັນບໍ່ມີປະສິດທິພາບເອງ- ດັ່ງນັ້ນ ຕ້ອງວາງລະບົບໃຫ້ເຂັ້ມແຂງ ແລ້ວ ທຸກຢ່າງມັນຈະແລ່ນຂອງມັນເອງ.

 ຖ້າລະດັບຄວາມຮູ້ ຄວາມສາມາດຂອງບຸກຄະລາກອນບໍ່ໄດ້ ຫົວໜ້າຈະເກັ່ງດ້ານ Management ປານໃດມັນກໍ່ບໍ່ມີປະໂຢດດອກທ່ານ.

ສົມມຸດ ທ່ານເປັນຫົວໜ້າອູ່ລົດ ລູກນ້ອງທ່ານ ມີຄວາມສາມາດຈຳກັດ ຮູ້ແຕ່ຈອດຢາງ ແລະ ປ່ຽນນ້ຳມັນເຄື່ອງ, ແຕ່ຈຸດປະສົງການ

ບໍລິການຂອງອູ່ແມ່ນຄົບຊຸດ ນັບແຕ່ອານາໄມ ຈົນຮອດ ຍົກຈັກ, ພົ່ນສີໃໝ່. ຢາກຖາມວ່າທ່ານຈະໄປລອດບໍ່ ໂດຍນຳໃຊ້ ພງ ພວກນີ້

 ບໍສິສັດສ່ວນໃຫຍ່ລູກນ້ອງຈະຄິດບໍ່ເປັນ ຫລື ບໍ່ກ້າຕັດສິນໃຈໃນບັນຫາຕ່າງໆ ສາເຫດແມ່ນເກີດຈາກ ຫົວຫນ້າບໍ່ໃຫ້ສິດເຂົາເຈົ້າ - ເຮັດໃຫ້ລູກນ້ອງສະຫມອງຝໍ່ - ອັນນີ້ລະເປັນເຫດໃຫ້ການບໍລິຫານບໍມີປະສິດທິພາບ

__________________
Anonymous

Date:

ບໍລິສັດບໍລິຫານບໍ່ດີກໍບໍເປັນຫຍັງປານໃດ

ແຕ່ພະນັກງານລັດ ໄປການໄປນັ່ງຢູ່ລ້າ ຄວນແກ້ໃຂແລວ້ ຫົວຫນ້າຢ່າເມົາແຕ່ອູ້ມວຽກຫລາຍ

__________________
Anonymous

Date:

ສະແດງວ່າຄົນນັ້ນບໍ່ມີ Delegation ມີແຕ່ຮັບປະທານລູກດຽວ

__________________
Anonymous

Date:

ຮຽນຈົບປະຖົມໄປຕໍ່ເອກຢູ່ຫວຽດນາມ ມີຫຼາຍ!

__________________
Anonymous

Date:

ຄວາມຮູ້ຄວາມສາມາດບໍ່ມີ ແຖມຍັງຂີ້ຄ້ານອີກດ້ວຍ(ຢູ່ຫ້ອງການ ຂພຈ ດ່ຽວນີ້ພະນັກງານເຂົ້າການ 9 ໂມງເຊົ້າເລີກການ 3 ໂມງແລງ ) ບໍ່ມີໃຜເວົ້າໃຫ້ໃຜ ຢູ່ນຳກັນແບບສັນຕິ 

ອັນນີ້ແລ້ວທີ່ເພິ່ນເອີ້ນວ່າ ຮົ່ວມາແຕ່ແປ

ຫຼືພາສາອັວກິດວ່າ:

Monkey see monkey do

__________________
Anonymous

Date:

Anonymous wrote:

ບໍລິສັດບໍລິຫານບໍ່ດີກໍບໍເປັນຫຍັງປານໃດ

ແຕ່ພະນັກງານລັດ ໄປການໄປນັ່ງຢູ່ລ້າ ຄວນແກ້ໃຂແລວ້ ຫົວຫນ້າຢ່າເມົາແຕ່ອູ້ມວຽກຫລາຍ

 ເລື່ອງບໍລິສັດ ຖ້າເປັນບໍລິສັດສ່ວນຕົວເຂົາກໍ່ຊ່າງຫົວເຂົາເທາະ, ແຕ່ຖ້າເປັນບໍລິສັດລັດກໍ່ຄວນເບີ່ງແດ່

ຢູ່ໃນກະທູ້ນີ້ ເຂົາເວົ້າລວມ ຂໍ້ຄວາມຂ້າງເທີງຄົງເປັນພຽງການສົມມຸດຕົວຢ່າງປຽບທຽບ ວ່າບໍລິຫານດີ

ກໍ່ໄປບໍ່ໄດ້ຖ້າ ກຳລັງແຮງງານ (resource) ຂອງເຈົ້າບໍ່ມີຄວາມສາມາດ. ການບໍລິຫານທີ່ດີ ກໍ່ໝາຍ

ເຖີງຮູ້ຈັກແກ້ໄຂບັນຫາ, ນຳໃຊ້ຊັບພະຍາກອນ (ທັງແຮງງານ ແລະ ພາຫະນະຮັບໃຊ້) ໃຫ້ຖືກຕ້ອງ

ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈີງ, ບໍ່ແມ່ນເອົາຄົນບໍ່ຮູ້ເຮັດວຽກ

ມາໃຫ້ຫົວໜ້າຮັບຜິດຊອບ ແບບນັ້ນຫົວໜ້າກໍ່ລົງຈາກຕັ່ງທັນທີທໍ່ນັ້ນລະ

__________________
Anonymous

Date:

Anonymous wrote:

ຄວາມຮູ້ຄວາມສາມາດບໍ່ມີ ແຖມຍັງຂີ້ຄ້ານອີກດ້ວຍ(ຢູ່ຫ້ອງການ ຂພຈ ດ່ຽວນີ້ພະນັກງານເຂົ້າການ 9 ໂມງເຊົ້າເລີກການ 3 ໂມງແລງ ) ບໍ່ມີໃຜເວົ້າໃຫ້ໃຜ ຢູ່ນຳກັນແບບສັນຕິ 

 ພະນັກງານລັດສ່ວນໃຫຍ່ແມ່ນບໍ່ຄ່ອຍມີວຽກ ເພີ່ນຈະມີວຽກຫລາຍໃນເວລາມີກອງປະຊຸມພັກ, ກອງປະຊຸມຊາວຫນຸ່ມ ແລະ ກອງປະຊຸມແມ່ຍິງ ແລະ ຍາມກິນລ້ຽງຫ້ອງການ ຫລື ມີແຂກມາຢາມ, ຜູ້ໃຫຍ່ມາກວດວຽກ. ໃນເວລານັ້ນເພີ່ນຈະມີວຽກຫຍຸ້ງຫລາຍ

__________________
Anonymous

Date:

ນ້ອມນະມັດສະການ

ຂະນ້ອຍເຮັດວຽກນຳເອກະຊົນຕ່າງປະເທດ ຮ່ວມກັບລັດຖະບານລາວ ເພີ່ນ ຈຳກັດເວລາ ເດີ້: ເຂົ້າວຽກ ບໍ່ໃຫ້ລຸດ 9 ໂມງ ເຊົ້າ ເລີກວຽກແມ່ນ 6 ໂມງແລງ ຫມາຍຄວາມວ່າ ມື້ຫນື່ງບໍໃຫ້ລຸດ 8 ຊົ່ວໂມງ.

ຖ້າມາການຫລັງ 9ໂມງແມ່ນຕັດເງິນເດືອນມື້ຫນື່ງ.

ຖ້າກັບ້ານກ້ອນ 6ໂມງແລງ ຕັດເງິນເດືອນ ຫນື່ງມື້.

ຈະມີວຽກຫລືບໍມີວຽກກາໃຫ້ຢູ່ຫ້ອງການນຳກັນ.

ຜູ້ໃດ້ມີວຽກກາເຮັດວຽກຕາມຫນ້າທີ່.

ຜູ້ໃດເຮັດວຽກແລ້ວສຳເລັດກ່ອນແມ່ນໃຫ້ຫລີ້ນອິນເຕີເນັດຊອກຫາຄວາມຮູ້ນຳພໍ່ຕູ້ Gooooooogle ເພື່ອພັດທານາຕົວເອງ...

__________________
Anonymous

Date:

  ຂໍແລກປ່ຽນນຳ: ເລື່ອງຄຸນະພາບຂອງພະນັກງານ
ເພື່ອຢາກໃຫ້ອົງກອນມີຄວາມເຂັ້ມແຂງຕ້ອງປະກອບດ້ວຍບັນດາປັດໃຈຄື:
1 ຫົວຫນ້າຜູ້ຊີ້ນຳ ຕ້ອງເກງຄິດ,ເກງວາງແຜນ
2 ຜູ້ຮອງ ຕ້ອງເກງຄົນ ຮູ້ຈັກໃຊ້ຄົນໃຫ້ເກີດປະສິດທິຜົນ
3 ຫົວຫນ້າທິມງານ(ຫົວຫນ້າຫນ່ວຍງານ) ຕ້ອງເກງວຽກ ຮູ້ປະສານງານ,ຮູ້ຜັນຂະຫຍາຍວຽກໃຫ້ເກີດປະສິດທິຜົນ
4 ພະນັກງານວິຊາການຕ້ອງເກງ ວິຊາການ,ມີວິຊາສະເພາະດ້ານທີ່ແນ່ນອນ
 ແຕ່ໃນພຶດຕິກຳຕົວຈິງໃນບ້ານເຮົາເຫັນວ່າບໍ່ເປັນເຊັ່ນນັ້ນ,ສະນັ້ນ ຈື່ງເຮັດໃຫ້ວຽກງານອືດອາດຊັກຊ້າ ຜູ້ເປັນຫົວຫນ້າແມ່ນຫລົນມາແຕ່ຟ້າແຕ່ແຖນ,ເກງແຕ່ເຊັນສ່ວນຄວາມນຶດຄິດນັ້ນໃດ້ແຕ່ຄິດເຖີງລູກຫລານສາຍເລືອດໂລຫິດ,ມິດໄກ້ຄຽງ ສະບຽງຫລັງບ້ານ ຊິເຮັດແນວໃດຈື່ງຈະເຮັດໃຫ້ວຽກງານເຂັ້ມແຂງໃດ້

__________________
Anonymous

Date:

ຢູ່ໃນບັນດາປະເທດທີ່ກ້າວໜ້າທາງດ້ານເສດຖະກິດ ໃນທຸກຜະແນກການຜະລິດ ຄົນງານ ພະນັກງານ ຈະມີສິດສະເໝີພາບ ອອກຄວາມຄິດຄວາມສະຫຼາດ ທີ່ຕົນມີແລະເຫັນວ່າເປັນປະໂຫຍດແດ່ສ່ວນລວມ ພ້ອມທັງຖືກສົ່ງເສີມ

ດ້ວຍປັດໃຈພິເສດຖ້າໝາກຜົນປະສົບຄວາມສຳເລັດ ຂະເຈົ້າ ຈະບໍ່ກ່າວເລີຍເລື້ອງຈຸດດີ ທຸກຄົນຊອກຫາແແຕ່ຈຸດອ່ອນຫຼືບັນຫາທີ່ຄ້າງຄາແລະຊອກວິທີທາງແກ້ໃຂ ແບບຮຽນຮູ້ໄປຄຽງຄູ່ກັບຕົວຈິງ ສ່ວນບຸກຄົນທີ່ບໍລິການ

ກໍຕ້ອງພຽກພ້ອມດ້ວຍ ຄວາມຮູ້ແທ້ຈິງເຖີງວິຊາການທີ່ກ່ຽວຂ້ອງແລ້ວນອກຈາກນີ້ຄົນເລົ່ານີ້ ຕ້ອງໄດ້ຜ່ານການຮຽນຮູ້ທີ່ແທ້ຈິງເຖີງລະບົບວິທະຍາການບໍລິການແບບແຜນຈິດຕະວິທະຍາເພື່ອຄວາມສຳພັນປອງດອງກັນພາຍ

ໃນນ່ວຍງານດ້ວຍກັນ ເຫດສະນັ້ນ ຄົນຢີ່ປຸ່ນ ຈິງເຖີງເປັນພະນັກງານ ທີ່ເພື່ອບໍລິສັດທີ່ແທ້ຈິງ ດ້ວຍຄວາມພູມໃຈ ທະນຸທະໜອມ ອຸທິປັນຍາຊ່ວຍກັນແລະກັນ ປາສຈາກການບັງຄັບແລະນາບຄູ່ທີ່ໄຮ້ມະນຸດສະທຳຈາກກຸ່ມຄົນ

ທີ່ສັງກັດໃນນ່ວຍບໍລິການ

__________________
Anonymous

Date:

Anonymous wrote:
  ຂໍແລກປ່ຽນນຳ: ເລື່ອງຄຸນະພາບຂອງພະນັກງານ
ເພື່ອຢາກໃຫ້ອົງກອນມີຄວາມເຂັ້ມແຂງຕ້ອງປະກອບດ້ວຍບັນດາປັດໃຈຄື:
1 ຫົວຫນ້າຜູ້ຊີ້ນຳ ຕ້ອງເກງຄິດ,ເກງວາງແຜນ
2 ຜູ້ຮອງ ຕ້ອງເກງຄົນ ຮູ້ຈັກໃຊ້ຄົນໃຫ້ເກີດປະສິດທິຜົນ
3 ຫົວຫນ້າທິມງານ(ຫົວຫນ້າຫນ່ວຍງານ) ຕ້ອງເກງວຽກ ຮູ້ປະສານງານ,ຮູ້ຜັນຂະຫຍາຍວຽກໃຫ້ເກີດປະສິດທິຜົນ
4 ພະນັກງານວິຊາການຕ້ອງເກງ ວິຊາການ,ມີວິຊາສະເພາະດ້ານທີ່ແນ່ນອນ
 ແຕ່ໃນພຶດຕິກຳຕົວຈິງໃນບ້ານເຮົາເຫັນວ່າບໍ່ເປັນເຊັ່ນນັ້ນ,ສະນັ້ນ ຈື່ງເຮັດໃຫ້ວຽກງານອືດອາດຊັກຊ້າ ຜູ້ເປັນຫົວຫນ້າແມ່ນຫລົນມາແຕ່ຟ້າແຕ່ແຖນ,ເກງແຕ່ເຊັນສ່ວນຄວາມນຶດຄິດນັ້ນໃດ້ແຕ່ຄິດເຖີງລູກຫລານສາຍເລືອດໂລຫິດ,ມິດໄກ້ຄຽງ ສະບຽງຫລັງບ້ານ ຊິເຮັດແນວໃດຈື່ງຈະເຮັດໃຫ້ວຽກງານເຂັ້ມແຂງໃດ້
 
Hey You're Right Cheer !!!

__________________
Anonymous

Date:

Anonymous wrote:

ຂໍວິຈານໃນມູມມອງຂອງນັກບໍລິຫານເດີ. ທີ່ຈິງແລ້ວເລື່ອງການບໍລິຫານຈະມີຄຸນນະພາບຫລື ບໍ່ ມັນບໍ່ກ່ຽວກັບວຸດທິການສຶກສາ. ແຕ່ມັນກ່ຽວຂ້ອງກັບການວາງລະບົບການບໍລິຫານ.

ການບໍລິຫານທີ່ດີຕ້ອງມີຄວາມຄ່ອງຕົວ ກະຈາຍອຳນາດ ໃຫ້ພະນັກງານມີສ່ວນຮ່ວມ

ໃນລະບົບທີ່ບໍ່ມີປະສິດທິພາບ ຈະມີຄົນເກັ່ງຫລາຍຊຳໃດ໋ກະບໍ່ມີຄວາມຫມາຍ ເພາະ ລະບົບມັນບໍ່ມີປະສິດທິພາບເອງ- ດັ່ງນັ້ນ ຕ້ອງວາງລະບົບໃຫ້ເຂັ້ມແຂງ ແລ້ວ ທຸກຢ່າງມັນຈະແລ່ນຂອງມັນເອງ.

 มันบ่อได้ดอกจานเอี้. มันบ่อแม่นขายชี้นขายผัก บอลีหานเกั่งละถุละกีดมันจะดีขื้น. เรัดวๅกในองกอนมันต้องมีเตักนีกวีชากานคๅงคู่ไปนำ องกอนเรามันจืงชีก้าวหน้า. เภีงผู้บ่อลีหานจะเก่งแต่ขาดวีชากานที่มีความสามาดมันกะบ่อลอดคืเก่า. ยกตวอย่างทุละกีดก่ๅวกับ IT ,Telecom,Industry,etc. คันภุละกีดเจ้าก้าวหน้าบอกเลียว่า งืดดดดด

 แนวนี้มันจื่งสุดยอดเลี้ย

 ຈາກປະສົບການຂອງຂ້ອຍບາງຄົນຄວາມຮູ້ສູງຫລາຍ ເຮັດວຽກນຳກະຍາກເຂົ້າໃຜກະບໍ່ໄດ້. ຄວາມຮູ້ລະດັບຊັ້ນກາງຫາປະລິນຍາຕີ ກະພໍແລ້ວ. ບາງຄົນຄວາມຮູ້ຖ້ວມຫົວເອົາຕົວບໍ່ລອດ

__________________
Anonymous

Date:

ແມ່ນໃຜຂໍຄວາມເຫັນມືງໄອເຮ້ຍ

__________________
Anonymous

Date:

Anonymous wrote:

ແມ່ນໃຜຂໍຄວາມເຫັນມືງໄອເຮ້ຍໄທ

__________________
Anonymous

Date:

ພວກທ່ານບໍ່ຕ້ອງຢ້ານ ຖ້າຄິດວ່າເຂົາເຈົ້າເຮັດວຽກຄຸນນະພາບຕໍ່າກັນເກືອບໝົດປະເທດ

ພວກທ່ານກໍ່ເຂົ້າໄປເຮັດວຽກຊ່ອຍ ຈົບເລື່ຶອງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard