Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມເຫັນແກ່ຢາກໄດ້
Anonymous

Date:
ຄວາມເຫັນແກ່ຢາກໄດ້

ສະຖານທີ່ຈອດລົດຢູ່ໂຮງໝໍມະໂຫສົດ ເຊີ່ງເປັນຂອງລັດ ຂອງຫຼວງ ສ້າງໄວ້ເປັນສີ່ງ

ອຳນວຍຄວາມສະດວກໃຫ້ແກ່ຜູ້ມາຫາແພດ ຫາໝໍ, ທັ້ງທີ່ຮູ້ນຳກັນຢູ່ແລ້ວວ່າມັນບໍ່

ພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ ເຊັ່ນກັນກັບບ່ອນຈອດລົດສາທາ

ລະນະແຫ່ງອື່ນໆ ໃນນະຄອນຫລວງວຽງຈັນ ປະຈຸບັນ. ເຖີງປານນັ້ນ ທາງຜູ້ຮັບຜິດຊອບ

ເພີ່ນຍັງແບ່ງໃຫ້ພວກແມ່ຄ້າຂາຍເຄື່ອງໄປຕັງຕູບ ຕັ້ງໂຕະຂາຍເຄື່ອງຢູ່ໃນຫັ້ນອີກ. ບໍ່ເຂົ້າ

ໃຈວ່າທາງອົງການກ່ຽວຂ້ອງເພີ່ນ ຄືບໍ່ລົງກວດກາເບີ່ງແດ່, ມັນສົມມາພາຄວນບໍ່ເຮັດແບບນີ້,

ມັນມີຜົນກະທົບຕໍສ່ວນລວມຄືແນວໃດ?, ເງີນທີ່ເກັບຈາກແມ່ຄ້ານັ້ນໃຜເປັນຄົນເກັບ ໄປລົງ

ບັນຊີຢູ່ໃສ?, ເຂົ້າຄັງຢູ່ໃສ?, ບ່ອນຈອດລົດ ແມ່ນສຳລັບໃຫ້ຈອດລົດ ບໍ່ແມ່ນຕະຫລາດ

91424458796420937702.jpg59093673689300972099.jpg

49860282093531086043.jpg30101038222334595249.jpg

__________________
Anonymous

Date:

ຄໍາວ່າສະຖານທີ່ຈອດລົດສາທາລະນະໃຜກໍຮູ້ວ່າເປັນບ່ອນທີ່ເພີ່ນຈັດໄວ້ໃຫ້ທຸກໆຄົນມີຄວາມສະດວກ, ບໍ່ວ່າຈະເປັນຕາມໂຮງໝໍ ຕາມສະຖານທີ່ສັກສິດ,ເດີນຫໍວັດທະນະທໍາບໍ່ເຄີຍເກັບກາເກັບ ແລະ ສະຖານທີ່ອື່ນອີກ.................ບໍ່ຮູ້ວ່າພາກສ່ວນໃດຮັບຜິດຊອບ

ຊວ່ຍຄິດເຖີງສ່ວນລວມແດ່ ...........ຢ່າຄິດເຖີງແຕໍກະເປົາຕົວເອງຫຼາຍ     ແນວໃດບ້ານເມືອງສິໜ້າຢູ່ຄິດຊ່ວຍກັນຫັນແລ້ວພີ່ນ້ອງ

__________________
Anonymous

Date:

Mahosot hospital should be re-structured and moved to another place with plenty of space for parking. The current location is too close the historic monuments like Wat Pha Keo and Wat Sisaket.

__________________
Anonymous

Date:

ແມ່ນແລ້ວ ສ້າງໂຮງໝໍໃໝ່ ສ້າງຢູ່ພຸ້ນ ແຖວແຄມຖະໜົນ450ປີພຸ້ນ...

ແລ້ວ ມ້າງເພບ່ອນເກົ່ານີ້...

ແລ້ວ ເຮັດເປັນບ່ອນຈອດລົດ ສຳລັບພວກທີ່ມາທ່ຽວ

ສວນໃໝ່ເຈົ້າອານຸວົງ ແຄມຂອງ .....

7073048799_f0fb99215a_c.jpg

__________________
Anonymous

Date:

ໂສມໜ້າຂອງໂຮງໝໍມະໂຫສົດປ່ຽນແປງຫລາຍຖ້າທຽບໃສ່ 40 ປີກ່ອນ ເພາະມີຣົຖຕຸກໆຈອດຖ້າບໍຣິການຜູ່ໂດຍສານ

ແລະມີຄົນຂີ່ຣົຖຈັກຜ່ານ ໃນສະໃໝພະຣາຊະອານາຈັກລາວຫາແມງວັນໂຕນຶ່ງຈະບິນກາຍກໍ່ບໍ່ມີ.

__________________

Senior Member

Status: Offline
Posts: 482
Date:

that is a lao people.

__________________
Anonymous

Date:
ປະກອບຄຳເຫັນຢູ່ໂຮງໝໍມະໂຫສົດ

ຂ້າພະເຈົ້າກໍ່ແມ່ນຜູ້ໜື່ງເຄີຍໄປໂຮງໝໍ ເມືອຢາມພີ່ນ້ອງດອກຫວາ ແຕ່ບັງເອີນ

ຄົົນຂາຍປີ້ມັນມີຊ່ອງວ່າງ ມັນເຮັດຄືຊິເອົາປີ້ໃຫ້ເຮົານີ້ແລ້ວ ເອົາໄປປັກໄວ້ບ່ອນ

ປັດນ້ຳແວ່ນທາງໜ້າ ເມື່ອເຮົາເຂົ້າໄປ ຮ.ຮ ແລ້ວມັນກັບເອົາບິນຄືນ ເຮັດແນວນີ້

ປະກົດວ່າມັນໂກງນີ້ຫວາ ທີ່ຈີງໃນປະເທດໄກ້ຄຽງເຂົາເຈົ້າກໍ່ບໍ່ເກັບອຳນວຍຄວາມ ສະດວກໃຫ້ຜູ້ມາບໍລິການ ເຊັ່ນ: ຮ້ານສັບພະສິນຄ້າ,ຕະຫຼາດ ແລະ ໂຮງໝໍ

ເອີອິກບ່ອນໜື່ງຕໍ່ໜ້າກະຊວງປ້ອງກັນຄວາມສະຫງົບ ໃຫ້ເບິ່ງຕື່ມແມ່ນພາກ ສວ່ນໃດໃຫ້ພວກນີ້ເກັບເງິນ ເບີ່ງລວມແລ້ວລົດຕິດທຸກວັນເລີຍ ຕຳຫຼວດກໍ່ເຫັນຢູ່ ຄວນພິຈາລະນາຕື່ມບໍ? ຂໍອະໄພ ບໍ່ເຄີຍປະກອບຄຳເຫັນຈັກເທື່ອເນາະ

__________________
Anonymous

Date:
RE: ຄວາມເຫັນແກ່ຢາກໄດ້

Anonymous wrote:

ໂສມໜ້າຂອງໂຮງໝໍມະໂຫສົດປ່ຽນແປງຫລາຍຖ້າທຽບໃສ່ 40 ປີກ່ອນ ເພາະມີຣົຖຕຸກໆຈອດຖ້າບໍຣິການຜູ່ໂດຍສານ

ແລະມີຄົນຂີ່ຣົຖຈັກຜ່ານ ໃນສະໃໝພະຣາຊະອານາຈັກລາວຫາແມງວັນໂຕນຶ່ງຈະບິນກາຍກໍ່ບໍ່ມີ.

ອາດລືມໄປວ່າ ໂຮງໝໍມະໂຫສົດ ແມ່ນມູນມໍລະດົກເຫລືອມາແຕ່ສະໃໝພະຣາຊະອານາຈັກລາວ. 

ສະໃໝພັກລັດປົກຄອງມາ 40 ນີ້ ບໍ່ມີຄວາມສາມາດສ້າງໂຮງຫມໍໄດ້ແມ້ແຕ່ຫລັງດຽວ ທັງໆທີ່ ຂາຍຊາດຂາຍປະເທດໄດ້ເງິນຢ່າງຫລວງຫລາຍ.

ຄວນຮຽນຮູ້ໃຫ້ຕື່ມອີກວ່າ ສະໃໝພະຣາຊະອານາຈັກລາວ ປົກຄອງປະເທດພຽງລະຍະສັ້ນໆ 21 ປີ ເທົ່ານັ້ນ  (1954-1975) ທ້າມກາງສົງຄາມກາງເມືອງ ບໍ່ໄດ້ມີເວລາລົງມືສ້າງສາປະເທດຢ່າງເຕັມເມັດເຕັມຫນ່ວຍ.

__________________
Anonymous

Date:

ທຸກຢ່າງເປັນໄປຕາມມີຕາມເກີດ ບໍ່ມີການຈັດລະບຽບໃຫ້ສວຍງາມ. ຄວາມຈະເລີນຂອງປະເທດຕ້ອງເລີ່ມຕົ້ນຈາກການມີລະບຽບ. ຖ້າຂາດການຈັດລະບຽບທີ່ດີ ອີກ 100 ປີກະບໍ່ຈະເລີນ

__________________
Anonymous

Date:

Anonymous wrote:
Anonymous wrote:

ໂສມໜ້າຂອງໂຮງໝໍມະໂຫສົດປ່ຽນແປງຫລາຍຖ້າທຽບໃສ່ 40 ປີກ່ອນ ເພາະມີຣົຖຕຸກໆຈອດຖ້າບໍຣິການຜູ່ໂດຍສານ

ແລະມີຄົນຂີ່ຣົຖຈັກຜ່ານ ໃນສະໃໝພະຣາຊະອານາຈັກລາວຫາແມງວັນໂຕນຶ່ງຈະບິນກາຍກໍ່ບໍ່ມີ.

ອາດລືມໄປວ່າ ໂຮງໝໍມະໂຫສົດ ແມ່ນມູນມໍລະດົກເຫລືອມາແຕ່ສະໃໝພະຣາຊະອານາຈັກລາວ. 

ສະໃໝພັກລັດປົກຄອງມາ 40 ນີ້ ບໍ່ມີຄວາມສາມາດສ້າງໂຮງຫມໍໄດ້ແມ້ແຕ່ຫລັງດຽວ ທັງໆທີ່ ຂາຍຊາດຂາຍປະເທດໄດ້ເງິນຢ່າງຫລວງຫລາຍ.

ຄວນຮຽນຮູ້ໃຫ້ຕື່ມອີກວ່າ ສະໃໝພະຣາຊະອານາຈັກລາວ ປົກຄອງປະເທດພຽງລະຍະສັ້ນໆ 21 ປີ ເທົ່ານັ້ນ  (1954-1975) ທ້າມກາງສົງຄາມກາງເມືອງ ບໍ່ໄດ້ມີເວລາລົງມືສ້າງສາປະເທດຢ່າງເຕັມເມັດເຕັມຫນ່ວຍ.

ຄັນຢາກຈະຄິດເວົ້າດູຖູກອະດີດຣາຊອານາຈັກລາວໃຫ້ຄິເໃຫ້ມັນຖີ່ຖ້ວນເສັຍກ່ອນສະຫາຍຜູ້ຂຽນສີແດງຫລື

ຜູ້ໃດກໍຕາມ.  ກ່ອນຈະຄິດດູຖູກກັນໃຫ້ຍົກເອົາຄວາມສົມທຽບທູກຢ່າງຂອງສອງຝ່າຍຄືທີ່ມີມາທຽບໃສ່ກັນ

ໃນສມັຍສົງຄາມຈົນເຖິງວັນປົດປ່ອຍທົ່ວປະເທດວ່າ ຝ່າຍແນວລາງຮັກຊາດມີຫຍັງລື່ນຝ່າຍຣາຊອານາຈັກ

ນອກຈາກໄຊຊະນະທາງການເມືອງຫລືໂຄ່ນລົ້ມຣະບອບຣາຊາທິປະຕັຍ?   ທີ່ແຂວງຫົວພັນຫລືໂຕເມືອງຊຳ

ເໜືອອັນທີ່ເປັນເມືອງເອກຂອງຝ່າຍແນວລາວຮັກຊາດນັ້ນມີຫຍັງແດ່ທີ່ເໜືອກ່ອນວຽງຈັນນະຄອນຫລວງ

ຂອງຝ່າຍຣາຊອານຈັກກ່ອນ 75 ລົງໄປ? ທາງລົດເສັ້ນນຶ່ງກໍຍັງບໍ່ມີ ໂຮງຮຽນໂຮງໝໍກໍຍັງບໍ່ມີ ມີແຕ່ຖ້ຳຊຳ

ຊຳເໜືອບ່ອນດຽວນັ້ນທີ່ພໍເອົາໄວ້ອ້າງໝູ່ໄດ້. ວຽງຈັນແລະແຂວງຫລືຕາມຕົວເມືອງໃຫຍ່ອື່ນໆທີ່ຝ່າຍຣາຊ

ອາຈັກສ້າງສາແຕ່ເໜືອເຖິງໃຕ້ໄວ້ ບໍ່ວ່າຖນົນຫົນທາງ ເດີ່ນຍົນ ໂຮງໝໍ ໂຮງຮຽນ ໂຮງການຂອງແຕ່ລະກະ

ຊວງ ຍວດຍານພາຫະນະ ບົກ ນ້ຳ ແລະອາກາດ ແລະປັນຍາຊົນ ມີຄົບວົງຈອນໄວ້ໃຫ້ທຸກຢ່າງ. ຣະຍະ 5 ປີ

ທຳອິດ (1975-80​) ແມ້ແຕ່ພະນັກງານຢູ່ຕາມກະຊວງທະບວງກົມຕ່າງໆ  ແມ່ນອາສັຍຂ້າຣາຊການເກົ່າ

ຂອງຝ່າຍວຽງຈັນໝົດ ພິເສດແມ່ນກະຊວງການຕ່າງປະເທດ, ສາທາລະນະສຸຂ,  ສຶກສາທິການ,   ໂຍທາ

ແລະຂົນສົ່ງ, ໄປສະນີ.    ລອງເອົາສອງຝາຍນີ້ມາທຽບກັນເບິ່ງຕິວ່າຝ່າຍໃດມີດີກ່ອນກັນ? ດັ່ງນັ້ນບໍ່ຄວນ

ຈະດູຖູກຣະບອບຣາຊອານາຈັກ   ເພາະພວກເຂົ້າໄດ້ສ້າງສາປະໄວ້ໃຫ້ເປັນມູນມັງແບບຝ່າຍແນວລາວຮັກ

ຊາດບໍ່ສາມາດເຮັດໄດ້ ຫລືສ້າງຂຶ້ນມາໄດ້ດ້ວຍຕົນເອງໄດ້. ຖ້າຝ່າຍແນວລາວຮັກຊາດມີຄວາມສາມາດສ້າງ

ທູກຢ່າງຂຶ້ນໄດ້ໂດຍບໍ່ອາສັຍວັຖຸເຄຫາສະຖານແລະປັນຍາຊົນຂອງຣັຖະບານຝ່າຍຣາຊອາຈັກໄດ້ສ້າງແລະປະ

ໄວ້ໃຫ້ນັ້ນ, ເຊື່ອແນ່ວ່າ ຣັຖະບານ ສປປ ລາວຈະບໍ່ສືບຕໍ່ເອົາວຽງຈັນເປັນນະຄອນຫລວງຂອງປະເທດເດັດ

ຂາດ ເພາະວ່າຢູ່ໃກ້ກັບຊາຍແດນຂອງປະເທດຈັກະພັດທຶນນິຍົມ ແລະເຊື່ອແນ່ວ່າຣັຖະບານ ສປປ ລາວຄົງ

ຈະເອົາຊຳເໜືອເປັນນະຄອນຫລວງຂອງປະເທດ ເພາະຢູ່ໄກກັບຊາຍແດນທີ່ຕິດກັບປະເທດຈັກກະພັດທຶນ

ນິຍົມແລະໃກ້ກັບນະຄອນຫລວງ ຮານອຍ ຂອງວຽດນາມອີກ.

ຄວນຢຸດຕິການດູຖູກຊຶ່ງກັນແລະກັນໄດ້ແລ້ວ ເວລາກໍຜ່ານພົ້ນມາເກືອບເຖິງເຄິ່ງສັຕວັດແລ້ວ.

__________________
Anonymous

Date:

Anonymous wrote:
Anonymous wrote:

ອາດລືມໄປວ່າ ໂຮງໝໍມະໂຫສົດ ແມ່ນມູນມໍລະດົກເຫລືອມາແຕ່ສະໃໝພະຣາຊະອານາຈັກລາວ. 

ສະໃໝພັກລັດປົກຄອງມາ 40 ນີ້ ບໍ່ມີຄວາມສາມາດສ້າງໂຮງຫມໍໄດ້ແມ້ແຕ່ຫລັງດຽວ ທັງໆທີ່ ຂາຍຊາດຂາຍປະເທດໄດ້ເງິນຢ່າງຫລວງຫລາຍ.

ຄວນຮຽນຮູ້ໃຫ້ຕື່ມອີກວ່າ ສະໃໝພະຣາຊະອານາຈັກລາວ ປົກຄອງປະເທດພຽງລະຍະສັ້ນໆ 21 ປີ ເທົ່ານັ້ນ  (1954-1975) ທ້າມກາງສົງຄາມກາງເມືອງ ບໍ່ໄດ້ມີເວລາລົງມືສ້າງສາປະເທດຢ່າງເຕັມເມັດເຕັມຫນ່ວຍ.

 Shiit, ຈັ່ງແມ່ນຂີ້ໂມ້ນໍ ເວົ້າແບບບໍ່ມືນຫູມືນຕາ ສົມກັບເພີ່ນວ່າແທ້ໆ ພວກຂ້າຣາຊການ ພວກສັກດິນາ ອາຍາສິດ ຝ່າຍ

ຣາຊອານາຈັກ ອວດອົ່ງທະນົງໂຕ ຂົ່ມເຫັງ ໜີບເຕັງ ປຊຊ. ຕືກອາຄານ ໂຮງໝໍມະໂຫສົດທີ່ລະບອບເກົ່າສ້າງໄວ້ມີຈັກຫລັງ?

ສ້າງຕື່ມໃນລະບອບໃໝ່ມີຈັກຫລັງ? ເຊີນອາຍາໄປຍ່າງເລາະເບີ່ງກ່ອນບໍຈື່ງເວົ້າ. ໂຮງໝໍທີ່ສ້າງຂື້ນໃໝ່ ກໍ່ມີເຊີນໄປເບີ່ງແດ່

ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິລາດ ເຮັດແນວໃດຈື່ງກ້າອ້າປາກເວົ້າວ່າບໍ່ມີຈັກຫລັງ?

__________________
Anonymous

Date:

ຈະເລົ່າເລື່ອງຢາ ການີດັງ ( canident ) ໃຫຟັງ.

ນາງແພທປະຈຳຕາແສງທົ່ງຕູມເປັນແພທຂອງອ້າຍນ້ອງມາແຕ່ຊຳເໜືອພຸ້ນລະ ແລະກໍມີ

ປະຫວັດຈົບແພທຊັ້ນກາງມາແຕ່ວຽດນາມໃນປີ 75 ນັ້ນເອງ, ອາຍຸສາວແພທຄົນນັ້ນກໍປະ

ມານ 19-20 ປີນີ້ແລ້ວໃນເວລານັ້ນ ແລະກໍຖືກສັບຊ້ອນມາປະຈຳຢູ່ໂຮງໝໍທົ່ງຕູມໃນປີດຽວ

ກັນທີ່ລາວຈົບແພທມາແຕ່ວຽດນາມ.

ຢຸກຢາກໍມີຫລາຍຊະນິດທັງຢາສີດແລະຢາກິນ ຊຶ່ງລ້ວນແລ້ວແຕ່ຂຽນເປັນພາສາສາກົນຕິດ

ໄວ້ຕາມຊອງແລະກ່ອງຂອງມັນ. ມີແພທຈົບຈາກແພທສາດວຽງຈັນໄປຈຳການຢູ່ທີ່ນັ້ນຄົນ

ນຶ່ງປະຈຳການຢູ່ໂຮງໝໍຕາແສງນັ້ນ ທຸກເຊົ້າກກໍມີຄົນເຈັບມາກວດເພື່ອຈະໄດ້ຮັບຢາໄປປິ່ນ

ປົວ. ມີຄົນນຶ່ງເຈັບທ້ອງແຮງເຂົ້າພົບນາຍແພທຜູ້ຈົບຈາກແພທສາດວຽງຈັນ ແລະເພິ່ນກໍ

ຍ່າງໄປຢິບເອົາຢາ ການີດັງ ຢູ່ກ່ອງໃນຕູ້ຢາອອກມາໃຫ້ຜູ້ເຈັບທ້ອງນັ້ນຈຳນວນນື່ງ.    ທາງ

ນາງແພທອ້າຍນ້ອງກໍເສືອດຕາໄປເບິ່ງເພື່ອຈະຈື່ໄວ້ວ່າຢາທີ່ຢູ່ມນກ່ອງນັ້ນເປັນຢາແກ້ເຈັບ

ທ້ອງ. ຢູ່ຕໍ່ມານາຍແພທວຽງຈັນຖືກເອີ້ນໂຕໄປຊ່ອຍວຽກຢູ່ໂຮງໝໍໃຫຍ່ມະໂຫສົດ ເລີຍໃຫ້

ນາງແພທອ້າຍນ້ອງນັ້ນຮັບໜ້າທີ່ກວດແລະໃຫ້ຢາແກ່ຄົນເຈັບແທນ.

ມື້ນັ້ນກໍປະກົດວ່າມີຄົນເຈັບມາໂຮງໝໍຕາແສງນັ້ນຫລາຍຄົນຜິດປົກະຕິ,   ແພທຊ້ຳຜັດມີ

ແຕ່ຄົນດຽວ. ຄົນເຈັບກໍລຽນແຖວກັນເຂົ້າມາແລ້ວ ຜູ້ນຶ່ງບອກວ່າເຈັບແຂ້ວ ນາງແພທກໍ

ແພທກໍລຸກໄປຢິບເອົາຢາ ການີດັງ ຢູ່ກ່ອງດຽວທີ່ລາວສັງເກດແລະຈື່ໄວ້ຕອນນາຍແພທຄົນ

ວຽງຢິບມຫ້ຜູ້ທີ່ເຈັບທ້ອງນັ້ນ. ຜູ້ເຈັບແຂ້ວຜ່ານໄປ ຜູ້ຕໍ່ມາວ່າເຈັບຫົວ ນາງແພທຄົນນັ້ນກໍ

ຢິບເອົາຢາ ການີດັງ ນັ້ນມາໃຫ້ເໝືອນເດີມ, ຕໍ່ໄປແມ່ນພໍ່ຕູ້ນຶ່ງເປັນຝີໝາກມ່ວງໃສ່ກົກຂາ

ນາງແພທຄົນນັ້ນກໍໄປຢິບເອົາຢາຢູ່ກ່ອງຢາ ການີດັງ ນັ້ນອອກມາໃຫ້ພໍ່ຕູ້ນັ້ນອີກ.    ພໍແຕ່

ນາງແພທຍື່ນຢານັ້ນໃຫ້ພໍ່ຕູ້ນັ້ນ, ພໍ່ຕູ້ກໍມີຄວາມແປກໃຈເກີດຂຶ້ນຈຶ່ງຖາມນາງແພທນັ້ນວ່າ:

- ລູກ, ພໍ່ບໍ່ໄດ້ເຈັບທ້ອງບໍ່ໄດ້ເຈັບຫົວແລະກໍບໍ່ໄກ້ເຈັບແຂ້ວ ເປັນຫຍັງລູກຈຶ່ງໄປຢິບເອົາຢາຢູ່

ກ່ອງດຽວກັນນັ້ນມາໃຫ້ພໍ່? ພໍ່ເປັນຜີໝາກມ່ວງລູກເອີຍ!    ໝໍເພິ່ນຜູ້ອອກໄປຫວ່າງຢ່ານີ້

ເພິ່ນມີແຕ່ສັກຢາ ເປນີຊີລິນ ໃຫ້ພໍ່ໄດຊາຜ່ານມາ.

ທາງນາງແພທອ້າຍນ້ອງຄົນນັ້ນກໍບໍ່ຍອມຢາກເສັຍປຽບຈຶ່ງບອກພໍ່ຕູ້ນັ້ນວ່າ: ຕູ້, ຢາຊະນິດ

ນີ້ແກ້ໄຂໄດ້ທຸກຢ່າງ. ພໍ່ຕູ້ນັ້ນສຳພັດມີຫລານສາວທີ່ກຳລັງຮຽນຢູ່ແພທສາດວຽງຈັນເປັນຜູ້

ພາໄປ ຈຶ່ງຈັບເອົາຢາຂຶ້ນມາເບິ່ງແລ້ວກໍບອກນາງແພທຊັ້ນກາງອ້າຍນ້ອງນັ້ນ:  ເອື້ອຍ, ອັນ

ນີ້ແມ່ນຢາ ການີດັງ ຕົ້ວນີ້. ນາງແພທກໍຕອບຂຶ້ນທັນທີວ່າ:   ເອີ!  ຮູ້ແລ້ວວ່າຢາ  ການີດັງ

ນັ້ນໜາ, ກໍຢາອັນນີ້ເປັນສາລະພັດແກ້.

 ໂຮງໝຊເສດຖາທິລາດໃນປັດຈະບັນແມ່ນໂຮງພະຍາບາລສີສະວ່າງວົງໃນເມື່ອກ່ອນ. 

 ດຽວນີ້ ແພດປະ​ຕິ​ວັດ ຫຼື ແພດ​ອ້າ​ຍ​ນ້ອງ​ເກັ່ງ​ຫຼາຍ​ແລ້ວ​ເດີ

ເຂົາ​ສ​າ​ມາດ​ປາດ (ຜ່າ​ຕັດ)ໄດ້​ທຸ​ກ​ຢ່າງ

__________________
Anonymous

Date:

Anonymous wrote:

ແມ່ນແລ້ວ ສ້າງໂຮງໝໍໃໝ່ ສ້າງຢູ່ພຸ້ນ ແຖວແຄມຖະໜົນ450ປີພຸ້ນ...

ແລ້ວ ມ້າງເພບ່ອນເກົ່ານີ້...

ແລ້ວ ເຮັດເປັນບ່ອນຈອດລົດ ສຳລັບພວກທີ່ມາທ່ຽວ

ສວນໃໝ່ເຈົ້າອານຸວົງ ແຄມຂອງ .....

7073048799_f0fb99215a_c.jpg

 D'm , look @ that Photo everything pretty much the same Man. I couldn't believe that, that front building look the sam except color. and the Exist and Entrance same as before... I kno now why majority of lao ran across to the other side of the River for treatment.

__________________
Anonymous

Date:

Anonymous wrote:

ຈະເລົ່າເລື່ອງຢາ ການີດັງ ( canident ) ໃຫຟັງ.

ນາງແພທປະຈຳຕາແສງທົ່ງຕູມເປັນແພທຂອງອ້າຍນ້ອງມາແຕ່ຊຳເໜືອພຸ້ນລະ ແລະກໍມີ

ປະຫວັດຈົບແພທຊັ້ນກາງມາແຕ່ວຽດນາມໃນປີ 75 ນັ້ນເອງ, ອາຍຸສາວແພທຄົນນັ້ນກໍປະ

ມານ 19-20 ປີນີ້ແລ້ວໃນເວລານັ້ນ ແລະກໍຖືກສັບຊ້ອນມາປະຈຳຢູ່ໂຮງໝໍທົ່ງຕູມໃນປີດຽວ

ກັນທີ່ລາວຈົບແພທມາແຕ່ວຽດນາມ.

ຢຸກຢາກໍມີຫລາຍຊະນິດທັງຢາສີດແລະຢາກິນ ຊຶ່ງລ້ວນແລ້ວແຕ່ຂຽນເປັນພາສາສາກົນຕິດ

ໄວ້ຕາມຊອງແລະກ່ອງຂອງມັນ. ມີແພທຈົບຈາກແພທສາດວຽງຈັນໄປຈຳການຢູ່ທີ່ນັ້ນຄົນ

ນຶ່ງປະຈຳການຢູ່ໂຮງໝໍຕາແສງນັ້ນ ທຸກເຊົ້າກກໍມີຄົນເຈັບມາກວດເພື່ອຈະໄດ້ຮັບຢາໄປປິ່ນ

ປົວ. ມີຄົນນຶ່ງເຈັບທ້ອງແຮງເຂົ້າພົບນາຍແພທຜູ້ຈົບຈາກແພທສາດວຽງຈັນ ແລະເພິ່ນກໍ

ຍ່າງໄປຢິບເອົາຢາ ການີດັງ ຢູ່ກ່ອງໃນຕູ້ຢາອອກມາໃຫ້ຜູ້ເຈັບທ້ອງນັ້ນຈຳນວນນື່ງ.    ທາງ

ນາງແພທອ້າຍນ້ອງກໍເສືອດຕາໄປເບິ່ງເພື່ອຈະຈື່ໄວ້ວ່າຢາທີ່ຢູ່ມນກ່ອງນັ້ນເປັນຢາແກ້ເຈັບ

ທ້ອງ. ຢູ່ຕໍ່ມານາຍແພທວຽງຈັນຖືກເອີ້ນໂຕໄປຊ່ອຍວຽກຢູ່ໂຮງໝໍໃຫຍ່ມະໂຫສົດ ເລີຍໃຫ້

ນາງແພທອ້າຍນ້ອງນັ້ນຮັບໜ້າທີ່ກວດແລະໃຫ້ຢາແກ່ຄົນເຈັບແທນ.

ມື້ນັ້ນກໍປະກົດວ່າມີຄົນເຈັບມາໂຮງໝໍຕາແສງນັ້ນຫລາຍຄົນຜິດປົກະຕິ,   ແພທຊ້ຳຜັດມີ

ແຕ່ຄົນດຽວ. ຄົນເຈັບກໍລຽນແຖວກັນເຂົ້າມາແລ້ວ ຜູ້ນຶ່ງບອກວ່າເຈັບແຂ້ວ ນາງແພທກໍ

ແພທກໍລຸກໄປຢິບເອົາຢາ ການີດັງ ຢູ່ກ່ອງດຽວທີ່ລາວສັງເກດແລະຈື່ໄວ້ຕອນນາຍແພທຄົນ

ວຽງຢິບມຫ້ຜູ້ທີ່ເຈັບທ້ອງນັ້ນ. ຜູ້ເຈັບແຂ້ວຜ່ານໄປ ຜູ້ຕໍ່ມາວ່າເຈັບຫົວ ນາງແພທຄົນນັ້ນກໍ

ຢິບເອົາຢາ ການີດັງ ນັ້ນມາໃຫ້ເໝືອນເດີມ, ຕໍ່ໄປແມ່ນພໍ່ຕູ້ນຶ່ງເປັນຝີໝາກມ່ວງໃສ່ກົກຂາ

ນາງແພທຄົນນັ້ນກໍໄປຢິບເອົາຢາຢູ່ກ່ອງຢາ ການີດັງ ນັ້ນອອກມາໃຫ້ພໍ່ຕູ້ນັ້ນອີກ.    ພໍແຕ່

ນາງແພທຍື່ນຢານັ້ນໃຫ້ພໍ່ຕູ້ນັ້ນ, ພໍ່ຕູ້ກໍມີຄວາມແປກໃຈເກີດຂຶ້ນຈຶ່ງຖາມນາງແພທນັ້ນວ່າ:

- ລູກ, ພໍ່ບໍ່ໄດ້ເຈັບທ້ອງບໍ່ໄດ້ເຈັບຫົວແລະກໍບໍ່ໄກ້ເຈັບແຂ້ວ ເປັນຫຍັງລູກຈຶ່ງໄປຢິບເອົາຢາຢູ່

ກ່ອງດຽວກັນນັ້ນມາໃຫ້ພໍ່? ພໍ່ເປັນຜີໝາກມ່ວງລູກເອີຍ!    ໝໍເພິ່ນຜູ້ອອກໄປຫວ່າງຢ່ານີ້

ເພິ່ນມີແຕ່ສັກຢາ ເປນີຊີລິນ ໃຫ້ພໍ່ໄດຊາຜ່ານມາ.

ທາງນາງແພທອ້າຍນ້ອງຄົນນັ້ນກໍບໍ່ຍອມຢາກເສັຍປຽບຈຶ່ງບອກພໍ່ຕູ້ນັ້ນວ່າ: ຕູ້, ຢາຊະນິດ

ນີ້ແກ້ໄຂໄດ້ທຸກຢ່າງ. ພໍ່ຕູ້ນັ້ນສຳພັດມີຫລານສາວທີ່ກຳລັງຮຽນຢູ່ແພທສາດວຽງຈັນເປັນຜູ້

ພາໄປ ຈຶ່ງຈັບເອົາຢາຂຶ້ນມາເບິ່ງແລ້ວກໍບອກນາງແພທຊັ້ນກາງອ້າຍນ້ອງນັ້ນ:  ເອື້ອຍ, ອັນ

ນີ້ແມ່ນຢາ ການີດັງ ຕົ້ວນີ້. ນາງແພທກໍຕອບຂຶ້ນທັນທີວ່າ:   ເອີ!  ຮູ້ແລ້ວວ່າຢາ  ການີດັງ

ນັ້ນໜາ, ກໍຢາອັນນີ້ເປັນສາລະພັດແກ້.

 ຢາກາລິດັງ ມັນດີອີສັງທ່ານ ? ເຄີຍໄດ້ຍິນແຕ່ຕອນຍັງນ້ອຍ. 

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

ອາດລືມໄປວ່າ ໂຮງໝໍມະໂຫສົດ ແມ່ນມູນມໍລະດົກເຫລືອມາແຕ່ສະໃໝພະຣາຊະອານາຈັກລາວ. 

ສະໃໝພັກລັດປົກຄອງມາ 40 ນີ້ ບໍ່ມີຄວາມສາມາດສ້າງໂຮງຫມໍໄດ້ແມ້ແຕ່ຫລັງດຽວ ທັງໆທີ່ ຂາຍຊາດຂາຍປະເທດໄດ້ເງິນຢ່າງຫລວງຫລາຍ.

ຄວນຮຽນຮູ້ໃຫ້ຕື່ມອີກວ່າ ສະໃໝພະຣາຊະອານາຈັກລາວ ປົກຄອງປະເທດພຽງລະຍະສັ້ນໆ 21 ປີ ເທົ່ານັ້ນ  (1954-1975) ທ້າມກາງສົງຄາມກາງເມືອງ ບໍ່ໄດ້ມີເວລາລົງມືສ້າງສາປະເທດຢ່າງເຕັມເມັດເຕັມຫນ່ວຍ.

 Shiit, ຈັ່ງແມ່ນຂີ້ໂມ້ນໍ ເວົ້າແບບບໍ່ມືນຫູມືນຕາ ສົມກັບເພີ່ນວ່າແທ້ໆ ພວກຂ້າຣາຊການ ພວກສັກດິນາ ອາຍາສິດ ຝ່າຍ

ຣາຊອານາຈັກ ອວດອົ່ງທະນົງໂຕ ຂົ່ມເຫັງ ໜີບເຕັງ ປຊຊ. ຕືກອາຄານ ໂຮງໝໍມະໂຫສົດທີ່ລະບອບເກົ່າສ້າງໄວ້ມີຈັກຫລັງ?

ສ້າງຕື່ມໃນລະບອບໃໝ່ມີຈັກຫລັງ? ເຊີນອາຍາໄປຍ່າງເລາະເບີ່ງກ່ອນບໍຈື່ງເວົ້າ. ໂຮງໝໍທີ່ສ້າງຂື້ນໃໝ່ ກໍ່ມີເຊີນໄປເບີ່ງແດ່

ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິລາດ ເຮັດແນວໃດຈື່ງກ້າອ້າປາກເວົ້າວ່າບໍ່ມີຈັກຫລັງ?

 ໂຮງໝຊເສດຖາທິລາດໃນປັດຈະບັນແມ່ນໂຮງພະຍາບາລສີສະວ່າງວົງໃນເມື່ອກ່ອນ. 

 ມັນບໍ່ແມ່ນເດີ່ພໍ່ຕູ້ ເຂົ້າໃຈຜິດແລ້ວ, ໂຮງໝໍເຊດຖາທິຣາດ ແຕ່ກ່ອນ ແມ່ນໃສ່ຊື່ແທນໂຮງໝໍ ໂອບີ ຂ້າງເດີ່ນ

ທາດຫລວງຫັ້ນ, ແຕ່ດຽວນີ້ເພີ່ນຍ້າຍໄປປຸກຢູ່ບ່ອນໃໝ່ແລ້ວ ບ້ານດອນກອຍພຸ້ນ, ສ່ວນບ່ອນເກົ່າຫັ້ນເພີ່ນທຸບຖີ້ມ

ແລ້ວ ກາຍເປັນສວນສາທາລະນະແລ້ວ, ສະໄໝພໍ່ຕູ້ຍັງຢູ່ລາວ ບ່ອນເພີ່ນຕັ້ງໃໝ່ຫັ້ນຄືຊິເປັນປ່າເປັນດົງຢູ່. ໂຮງພະຍາ

ບານສີສວ່າງວົງທີ່ພໍ່ຕູ້ວ່ານັ້ນ ແມ່ນເປັນໂຮງໝໍທະຫານ ເພີ່ນໃສ່ຊື່ໃໝ່ວ່າ ໂຮງໝໍ 103. ນັ້ນລະພໍ່ຕູ້ບໍ່ເມືອຢາມບ້ານເກີດ

ຕົນເອງຈັກເທື່ອ ກໍ່ເລີຍເຂົ້າໃຈຄາດເຄື່ອນໄປໝົດ

__________________
Anonymous

Date:

 ຢາກາລິດັງ ມັນດີອີສັງທ່ານ ? ເຄີຍໄດ້ຍິນແຕ່ຕອນຍັງນ້ອຍ. 

 ຢາການີດັງ ເປັນຢາແກ້ປວດທ້ອງໂດຍສະເພາະ ຈະເປັນທ້ອງຜູກທ້ອງບິດແມ່ນຢາຊະນິດນີ້ບັນເທົາ

ໄດ້ຜົນດີທີ່ສຸດໃນຍຸກນັ້ນ ແລະກໍເປັນຢາທີ່ຜລິດຈາກປະເທດຝຣັ່ງເສສໂດຍກົງ. ຄຽງຂ້າງຢາການີດັງ

ກໍຢັງມີຢາກີນິນແລະຢາແສນກ້ອນທີ່ມີຢະສິດຕິພາບແລະຄຸນນະພາບສູງໃນສມັຍນັ້ນ, ແລະເປັນທີ່ນິ

ຍົມຂອງຄົນລາວທົ່ວໆໄປ ແລະກໍບໍ່ໄດ້ຊື້ອີກ. ຢາກີນິນ ເປັນຢາແກ້ໄຂ້ຖ້າເປັນໄຂ້ໜາວສັ່ນທົດໆຢູ່ກິນ

ມັນລົງໄປຈັກສອງເມັດແມ່ນເຫື່ອສັດອອກໂລດພາຍໃນ 15 ນາທີຫລັງຈາກເຮົາກິນລົງໄປ, ກໍປະກົດ

ເຫັນວ່າ 95% ແມ່ນຄົນຖືກກັບຢານີ້. ສ່ວນຢາແສນກ້ອນນັ້ນຈະມີ 1ແສນ-5ແສນ ແລະ 10ແສນ

ຄົນນິຍົມເອີ້ນຢາລ້ານ, ຜູ້ທີ່ເປັນເຈົ້າໂຣຄບໍ່ຕາຍຍ້ອນຢາຊະນິດນີ້. ຢາການີດັງ ກີນິນ ແລະຢາແສນ

ເປັນຢາຍອກນິຍົມຂອງຄົນລາວເຮົາໃນສມັນນັ້ນ ແລະກໍໄດ້ຟຣີອີກ. ຖ້າຈະເວົ້າໄປ ການເເພທຫຼືໂຮງ

ໝໍຂອງລາວໃນຍຸກກ່ອນ 75 ນັ້ນກໍວ່າທົນສມັຍດີ  ເບິ່ງແຕ່ພີ່ນ້ອງໄທ ສີຊຽວໃໝ່  ທ່າບໍ່ ໂພນພິໄສ

ແລະໜອງຄາຍຍັງມາປິ່ນປົວຢູ່ທີ່ ຖຮງໝໍມະໂຫສົດ ໂອບີ ແລະສິສວ່າງວົງ ເພາະຝຣີທັງນັ້ນ,  ແຕ່

ກົງກັນຂ້າມກັບຍຸກນີ້ທີ່ຄົນລາວທົ່ວປະເທດໄປປິ່ນປົວຢູ່ໂຮງພະຍາບານທີ່ເມືອງໄທ.

__________________
Anonymous

Date:

Anonymous wrote:

Mahosot hospital should be re-structured and moved to another place with plenty of space for parking. The current location is too close the historic monuments like Wat Pha Keo and Wat Sisaket.

 ອາດຈະ !!!

ຕັ້ງແຕ່ ໂຮງຫມໍມະໂຫສົດ ລົງໄປຮອດຫລັກສາມ!!!

ຕັ້ງແຕ່ຄູວຽງຮອດແຄມຂອງ !!!!!!

ລໍຖ້າເບິ່ງ!!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard