Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານໂລກ ຊ່ອຍເຫຼືອລາວ 6,5 ລ້ານ ເອີໂຣ !


Senior Member

Status: Offline
Posts: 428
Date:
ທະນາຄານໂລກ ຊ່ອຍເຫຼືອລາວ 6,5 ລ້ານ ເອີໂຣ !


ທະນາຄານໂລກສືບຕໍ່ໃຫ້ການ ຊ່ວຍເຫລືອ ສປປ.ລາວ 6,5 ລ້ານ ເອີໂຣ ເພື່ອອຳນວຍຄວາມສະດວກໃນດ້ານການຄ້າ

        ໃນ​ວັນ​ທີ 28 ພຶດສະພາ 2013 ນີ້, ສະພາ​ບໍລິຫານ​ຂອງ​ທະນາ ຄານ​ໂລກ ​ໄດ້​ອະນຸມັດ​ເງິນ​ຊ່ວຍ​ເຫລືອ​ລ້າ ​ໃນ​ມູນ​ຄ່າ 6,5 ລ້ານໂດ ລາສະຫະລັດ ​ເພື່ອ​ສະໜອງ​ທຶນ​ເພີ່ມ​ຕື່ມ​ ໃຫ້​ແກ່ໂຄງກາ​ນອຳນວຍ​ຄວາມ​ສະ ດວກ​ດ້ານ​ພາສີ ​ແລະ ການ​ຄ້າ ​ໃນ ສປປ. ລາວ. ທຶນ​ຊ່ວຍ​ເຫລືອ​ລ້າ​ດັ່ງກ່າວ ຈະ​ສານ​ຕໍ່​ບັນດາ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້ ພາຍ​ໃຕ້​ໂຄງການ​ເດີມ ຊຶ່ງ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ລ້າ ​ຈາກ​ສະມາ ຄົມ​ການ​ພັດທະນາ​ສາກົນ ( IDA ) ຂອງ​ທະນາຄານ​ໂລກ ມູນ​ຄ່າ 6 ລ້ານໂດລາສະຫະລັດ ໃນ​ປີ 2008.

            ທຶນ​ຊ່ວຍ​ເຫລືອ​ລ້າ ທີ່​ຫາ​ກໍ່ຖືກ​ຮັບຮອງ​ຫລ້າ​ສຸດ​ນີ້ ໄດ້​ຢັ້ງ ຢືນ​ເຖິງການ​ສະໜັບ​ສະ​ໜູນຢ່າງ​ຕໍ່​ເນື່ອງ ຂອງ​ທະນາຄານ​ໂລກ ​ໃຫ້​ແກ່ ສປປ. ລາວ ​ໂດຍ​ມີ​ເປົ້າ​ໝາຍ​ແນ​ໃສ່​ປັບປຸງ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ ຂອງ​ວຽກ​ງານ​ພາສີ ​ແລະ ສ້າງ​ລະບຽບ​ການ​ພາ ສີ​ ໃຫ້​ມີ​ຄວາມ​ກະທັດ​ຮັດ ​ທັງ​ເປັນ​ການ​ຊ່ວຍ​ຫລຸດຜ່ອນ ​ບັນດາ​ຂັ້ນ​ຕອນ​ທີ່​ຊ້ຳ​ຊ້ອນ ​ແລະ ບໍ່​ຈຳ​ເປັນ, ຫລຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ທາງ​ທຸລະ​ກຳ ​ແລະ ​ເວລາ​ໃນ​ການກວດ​ແຈ້ງ​ພາສີ. ໂຄງການ​ອຳນວຍ​ຄວາມ​ສະດວກ​ດ້ານ​ພາສີ ​ແລະ ການ​ຄ້າ ຍັງ​ແນ​ໃສ່​ສະໜັບສະໜູນ ​ບັນດາ​ເປົ້າ​ໝາຍ​ຂອງ​ລັດຖະບານ​ ເພື່ອ​​ໃຫ້​ບັນລຸ​ລະດັບ​ການ​ຂະ ຫຍາຍ ຕົວ​ຂອງ​ເສດຖະກິດ ຊຶ່ງ ຈະ​ຊ່ວຍ​ຂັບ​ເຄື່ອນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງທົ່ວ​ເຖິງ, ຊ່ວຍ​ປັບປຸງ​ຄວາມ​ໂປ່ງ​ໃສ​ໃຫ້​ໜັກ​ແໜ້ນ. ​     
   
            ໂຄງການ​ອຳນວຍ​ຄວາມ​ສະດວກ​ດ້ານ​ພາສີ ​ແລະ ການ​ຄ້າ ​ເປັນ​ໂຄງການ​ໜຶ່ງ ​ທີ່​ນອນ​ໃນ​ແຜນງານ​ຊ່ວຍ​ເຫລືອທາງ​ດ້ານ​ການ​ຄ້າ ​​ໃນ ສປປ. ລາວ ທີ່​ສະ ໜັບສະ​ໜູນ​ໂດຍ​ທະນາຄານ​ໂລກ ຮ່ວມ​ມື​ກັບ ອົດ​ສະ​ຕາ​ລີ, ສະຫະ ພາບ​ເອີຣົບ, ​ເຢຍລະ​ມັນ ​ແລະ ​ໄອ​​ແລນ. ​ແຜນ​ງານ​ດັ່ງກ່າວ ​ຍັງ​ໄດ້​ກວມ​ເອົາ​ໂຄງການ​ກອງ​ທຶນ​ຊ່ວຍ​ເຫລືອລ້າ​ຫລາຍ​ຝ່າຍ​ ເພື່ອ​ພັດທະ ນາ​ດ້ານ​ການ​ຄ້າ​ໄລຍະ​ສອງ ( TDF-2 ) ​ແລະ ​ໂຄງການ​ຊ່ວຍ​ເຫລືອ​ທາງ​ວິຊາ​ການ​ ເພື່ອ​ກຽມ​ພັດທະນາ​ລະບົບ​ບໍລິການ​ປະຕູ​ດຽວ ​ທາງ​ດ້ານ​ພາສີ​ແຫ່ງ​ຊາດ. ທຶນ​ຊ່ວຍ​ເຫລືອ​ລ້າ​ເພີ່ມ​ຕື່ມນີ້ ຈະ​ສະໜັບສະໜູນ​ກົມ​ພາສີ​ລາວ ​ຜັນ​ຂະຫຍາຍ​ບັນດາ​ແຜນ​ງານ​ຂອງ​ລັດ ຖະບານ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ແລະ ການ​ສ້າງ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ກັບ​ສາກົນ,​ສຸມ​ໃສ່​ສືບຕໍ່​ສະໜັບສະໜູນ​ບັນດາ​ໜ້າ​ວຽກທີ່​ສຳຄັນ ​ເພື່ອ​ຈັດ​ຕັ້ງ​ປະຕິ ບັດ​ກົດໝາຍ​ພາສີ​ສະບັບ​ປັບປຸງ​ໃໝ່​ ໃຫ້​ມີ​ປະສິດທິ​ຜົນ ​ແລະ ຜັນ​ຂະຫຍາຍ​ສ້າງ​ເປັນ​ລະບຽບ​ການ ​ແລະ ຫັນ​ເປັນ​ລະບົບ​ພາສີ​ທີ່​ທັນ​ສະ​ໄໝ. ນອກ​ນັ້ນ ຍັງ​ໄດ້​ສະໜັບ ສະໜູນ​ການ​ສ້າງ​ຂໍ້​ກຳນົດກົດ​ລະ ບຽບ ​ເພື່ອ​​ໃຫ້​ສອດຄ່ອງ​ກັບ​ມາດ ຕະຖານ​ສາກົນ ​ແລະ ນຳ​ໃຊ້​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ​ທີ່​ດີ​ທີ່​ຖືກ​ຮັບຮ​ອງມາ​ແລ້ວ. ທຶນ​ດັ່ງກ່າວ​ ຍັງ​ຈະ​ໄດ້​ຊ່ວຍ​ເຫລືອ​ໃນ​ການ​ພັດ ທະນາ​ຄວາມ​ອາດ​ສາມາດ​ຂອງ​ກົມ​ພາສີ​ໃນ​ໄລຍະ​ຍາວ​ ເພື່ອ​​ໃຫ້ມີ​ຄວາມ​ສາມາດ​ຈັດ​ຕັ້ງ​ຝຶກ​ອົບຮົມ ​ແລະ ພັດທະນາ​ບຸກຂະ​ລາກ​ອນ ພາຍ​ໃນ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ ຍັງ​ສຸມ​ໃສ່​ສະ​ໜັບ​ສະ​ໜູນ ການ​ຂະຫຍາຍ​ຕິດ​ຕັ້ງ​ລະບົບ​ການ​ແຈ້ງ​ພາສີ​ທັນ​ສະ​ໄໝ​ແບບ​ອັດຕະ​ໂນ​ມັດ ໃນ​ດ່ານ​ພາສີ​ຂະໜາດ​ນ້ອຍ​ທີ່​ຍັງ​ເຫລືອ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກົມ​ພາສີ​ລາວ ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ໃນ​ການ​ບູລະນະ ​ແລະ ບຳລຸງ​ຮັກສາ​ບັນ ດາ​ພື້ນ ຖານ​ໂຄງ​ລ່າງ ​ແລະ ລະບົບ​ເຕັກ​ໂນ​ໂລ​ຊີ ຂໍ້​ມູນຂ່າວສານ​ຕ່າງໆ​ຂອງ​ຕົນຢ່າງ​ມີ​ປະສິດທິ​ຜົນ.
 
ພັດທະນາລາວ


__________________
Anonymous

Date:

ຂໍສະແດງຄວາມຍິນດີນໍາພາກສ່ວນທີ່ກ່ຽວຂ້ອງທຸກໆທ່ານ ແລະຫວັງວ່າພວກທ່ານຈະນໍາເງິນ

ຈໍານວນນີ້ໄປໃຊ້ໃນໂຄງການຢ່າງມີປະສິດທິຜົນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard