Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພິມຜິດ ?
Anonymous

Date:
ພິມຜິດ ?


 

ການ​ທີ່ ​ສປປ ລາວ ໄດ້​ຮັບ​ລາງວັນ​ດັ່ງກ່າວ ແມ່ນ​ຜົນ​ຈາກ​ການ​ສຶກ​ສາ​ຄົ້ນຄວ້າ​ລາຍ​ລະອຽດ ກ່ຽວ​ກັບ​ນ້ຳມັນ​ຊີວະ​ພາບ​ຢູ່​ລາວ ຂອງ​ສູນ​ຄົ້ນຄວ້າ​ທົດ​ລອງ​ດ້ານ​ພະລັງງານ​ທົດ​ແທນ​ເປັນ​ເວລາ 2 ປີ​ກວ່າ ເຊິ່ງ​ການ​ຄົ້ນຄວ້າ​ຄັ້ງ​ນີ້ ແມ່ນ​ໄດ້​ຮັບ​ການ​ຢັ້ງຢືນ​ລະດັບ​ສາກົນ ໃນ​ການ​ນຳ​ເອົາ​ນ້ຳມັນ​ພືດ​ທີ່​ໃຊ້​ແລ້ວ​ຈາກ​ບັນດາ​ຮ້ານ​ອາຫານ​ຕ່າງໆ ແລ້ວ​ກັບ​ມາ​ຜະລິດ​ຄືນໃໝ່​ເປັນ​ນ້ຳມັນ​ລົດ (ຜ່ານ​ການ​ຣີ​ໄຊ​ໂຄ) ທັງ​ນີ້​ກໍ​ເພື່ອ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ພະລັງງານ​ຈາກ​ຕ່າງປະເທດ ເຊິ່ງ​ລັດຖະບານ​ໄດ້​ຕັ້ງ​ເປົ້າ​ໝາຍ​ຍຸດ​ທະ​ສາດ ໃຫ້​ພາຫະນະ​ທີ່​ຊົມໃຊ້​ນ້ຳມັນ ໄດ້​ຊົມໃຊ້​ນ້ຳມັນ​ຊີວະ​ພາບ ຈຳນວນ 10% ໃນ​ປີ 2025.

http://www.vientianemai.net/teen/khao/1/9473



__________________


Senior Member

Status: Offline
Posts: 428
Date:

ພິມຜິດບ່ອນໃດ ?

__________________
Anonymous

Date:

ອັນນີ້ອີກກໍຜິດ ປະມານ ແຖວລະ 10 
 
ຫຼວງນ້ຳທາ ປະກາດຈົບຊັ້ນການສຶກສາ ປະຖົມບຳລຸງທົ່ວແຂວງ
ວັນທີ 29 ພຶດສະພາ 2013 - ເວລາ 11:51:27 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້ 
  
Divider

ແຫຼ່ງ​ຂ່າວ​ແຂວງ​ຫຼວງ​ນ້ຳ​ທາ ລາຍ​ງານ​ວ່າ: ໃນ​ວັນ​ທີ 28 ພຶດສະພາ 2013 ນີ້ ຢູ່​ທີ່​ຫໍ​ວັດທະນະທຳ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຈັດ​ພິທີ​ປະກາດ​ຈົບ​ຊັ້ນ​ການ​ສຶກ​ສາ​ປະຖົມ​ບຳລຸງ​ທົ່ວ​ແຂວງ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ລັດຖະມົນຕີ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ແລະ ທ່ານ ​ດຣ. ພິມ​ມະ​ສອນ ເລືອງ​ຄຳ​ມາ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງ​ຫຼວງ​ນ້ຳ​ທາ ມີ​ຜູ້​ແທນ​ຈາກ 5 ແຂວງ​ພາກ​ເໜືອ​ຄື: ແຂວງ​ຫຼວງ​ພະ​ບາງ ໄຊ​ຍະ​ບູ​ລີ ອຸດົມ​ໄຊ ບໍ່​ແກ້ວ ແລະ ຜົ້ງ​ສາລີ ພ້ອມ​ດ້ວຍ​ຄູ-ອາຈານ ນັກຮຽນ ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ.



__________________
Anonymous

Date:

samakomlao wrote:

ພິມຜິດບ່ອນໃດ ?


 ເຫັນໂຕຫນັງສືຂາດໄປຫລາຍໂຕ ຫລືເປັນຍອ້ນຟອນຢູ່ຄອມຂອ້ຍບໍ່

 

ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈຳໜ່າຍນ້ຳມັນໄດ້ 689 ລ້ານກວ່າລິດ
ວັນທີ 30 ພຶດສະພາ 2013 - ເວລາ 10:30:22 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້ 
  
Divider

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ໜ່ວຍ​ພັກ ສຳນັກງານ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ພຶດສະພາ 2013 ທີ່​ສຳນັກງານ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ.



__________________
Anonymous

Date:

เปันยอ้นคอมที่บอสามาดอ่านบางโตได้



__________________
Anonymous

Date:

ພີມບໍ່ໄດ້ຜິດດອກ ເປັນບັນຫານຳຄອມພິວເຕີ.

 

ຫລືບາງເທືອແມ່ນຍ້ອນຄົນຈີນທີ່ມາຢູ່ລາວ ເຂົາໃຊ້ google translation. ເພາະໂປຣແກຣມຍັງບໍ່ທັນສົມບູນ ກະເລີຍອອກມາຢ່າງທີ່ເຫັນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard