Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພວກທ່ານຄິດວ່າແນວໃດ
Anonymous

Date:
ພວກທ່ານຄິດວ່າແນວໃດ

ແຕ່ລະມື້ ນັບແຕ່ ຫລັກ 6 ໄປຣອດໂພນພະເນົາ ລົດຕິດ ປະມານ 2 ກິໂລ

ພວກທ່ານຄິດວ່າແນວໃດ ຖ້າສ້າງສູນກາງຕົວເມືອງໃຫມ່ ຢູ່ ບອ່ນໃດບອ່ນນຶ່ງ ທີ່ບໍ່ກະທົບຕໍ່ສິ່ງແວດລອ້ມ 

ເຊັ່ນ ອາດຈະເປັນ ຕີນພູພະນັງ ຫລື ດົງໂດກ ຫລື ຕີນພູເຂົາຄວາຍ

ໂດຍມີການວາງແຜນຈົບດີ ແລະ ປະຕິບັດຕາມແຜນຢ່າງເຄັ່ງຄັດ 

37616165035568963915.jpg

__________________
Anonymous

Date:

ຄົນຫລາຍເສດຖະກິດກະຫລາຍລາຍຮັບກະຫລາຍກ່ວາ

ຄັນເຈົ້າບໍ່ມັກລົດຕິດກະມີແຕ່ໄປຢູ່ບ້ານນອກຫັ້ນລະ

ມັນກະຕິດເປັນຍາມ ຈັນ-ສຸກ: ເຊົ້າ 7:30-8:45, ແລງ 4:15-5:45

ເຊື່ອບໍ່ສາເຫດທີ່ຊ້າແມ່ນ ຍາມເຂົ້າໂຮງຮຽນ

ສັງເກດຊ່ວງນັກຮຽນປິດເທີມປະມານເດືອນ 7-8 ລົດຈະບໍ່ຕິດ

__________________
Anonymous

Date:

ຂພຈ ກໍ່ທຽວການເສັ້ນນີ້ຄືກັນ ແຕ່ລະວັນຕ້ອງຈູດນ້ຳມັນຖີ້ມໄປບໍ່ໜ້ອຍ!

ບັນຫານອກຈາກ4ແຍກໄຟແດງນັ້ນແລ້ວ ຍັງມີເສັ້ນມາແຕ່ໂພນຕ້ອງຄົບກັນອີກ ຈຶ່ງເຮັດໃຫ້ລົດອັ່ງອໍກັນຢູ່ ແລະຕ້ອງໃຊ້ເວລາລະບາຍອອກ!

ທາງແກ້ໄຂມີແຕ່ສ້າງທາງຍົກລະດັບເພື່ອໃຫ້ລົດທິດໃດທິດນຶ່ງແລ່ນໄດ້ຢ່າງຕໍ່ເນື່ອງ! ຂໍຮ້ອງອົງການທີ່ກ່ຽວຂ້ອງຂື້ນແຜນແກ້ໄຂດ່ວນ!

__________________
Anonymous

Date:

ຖ້າຈະສ້າງສູນກາງໃຫມ່ ພວກທ່ານຄິດແນວໃດ ດວ້ຍເຫດຜົນໃດ

ບໍ່ຕອ້ງເວົ້າເຖິງສູນການຄ້າຂອງນັກລົງທຶນ ເພາເຂົາຄິດແຕ່ຫາກຳໃລ ແລະຜົນປະໂຍດ ສະເພາະທີ່ຢ່າງດຽວ

ແຕ່ຫາກແມ່ນສູນກາງດ້ານການປົກຄອງ ເຊັ່ນກະຊວງ ໂຮງຫມໍ ໂຮງຮຽນ ຕະຫລາດ ສູນການຄ້າ ທີລາວເຮົາສ້າງຂຶ້ນເອງໄດ້ ທີພັກອາໃສ ໃຫ້ເປັນລະບຽບ

ສຳຫລັບ ຂພຈ ຄິດວ່າ ຕີນພູພະນັງ ນັບແຕ່ບ້ານໃຫມ່ ຂຶ້ນຮອດນາຊາຍ ແມ່ນເຫມາະສົມດີຍອ້ນມີເນື້ອທີກວ້າງ ຫລາຍ ລະບາຍນຳ້ໄດ້ດີ ສິ່ງແວດລອ້ມດີ ທຳມະຊາດດີ ບໍ່ທຳລາຍເນື້ອທີ່ປູກຝັງຂອງ ປຊຊ

ຖ້າມີການຕັດຜັງເປັນລະບຽບ ລາຄາດິນກໍຈະບໍ່ແພງ

__________________
Anonymous

Date:

ພູພະນັງ ຢູ່ທາງໃດນໍ ?

ທາງ ພູເຂົາຄວາຍພຸ້ນບໍ່ ?

ຄັນມີແຜນທີ່ ເອົາມາລົງໃຫ້ເບິ່ງນຳແດ່ເດີ

ຂໍຂອບເຈີ...smile

__________________
Anonymous

Date:

Anonymous wrote:

ແຕ່ລະມື້ ນັບແຕ່ ຫລັກ 6 ໄປຣອດໂພນພະເນົາ ລົດຕິດ ປະມານ 2 ກິໂລ

ພວກທ່ານຄິດວ່າແນວໃດ ຖ້າສ້າງສູນກາງຕົວເມືອງໃຫມ່ ຢູ່ ບອ່ນໃດບອ່ນນຶ່ງ ທີ່ບໍ່ກະທົບຕໍ່ສິ່ງແວດລອ້ມ 

ເຊັ່ນ ອາດຈະເປັນ ຕີນພູພະນັງ ຫລື ດົງໂດກ ຫລື ຕີນພູເຂົາຄວາຍ

ໂດຍມີການວາງແຜນຈົບດີ ແລະ ປະຕິບັດຕາມແຜນຢ່າງເຄັ່ງຄັດ 

37616165035568963915.jpg

 ຢ່າຟ້າວກະຫລ່າວໄປໄກເກີນຄວາມສາມາດທີ່ຈະເຮັດໄດ້ທຳໄດ້ເທື່ອທ້ອນ. ການສ້າງເມືອງ

ໃໝ່ບໍ່ແມ່ນຄືສະແດງໜັງຫລືຫລີ້ນເຮືອນນ້ອຍຂອງກຳປາກັນ,   ມັນຕ້ອງໃຊ້ງັບປະມານ

ບໍ່ແມ່ນໜ້ອຍ ແລ້ວລັດຖະບານຈະເອົາທຶນມາແຕ່ໃສ?   ຖ້າຈະອາໄສຂາຍປ່າໄມ້, ປ່າໄມ້ກໍ

ລ່ອງຫົນໄປເກືອບໝົດປ່າທົ່ປະເທດແລ້ວ  ເພາະປວກສີຂຽວຫົວລ້ານມາພາກັນແຫ້ນກັນ

ສະແຕກແດກຫ່າກັນໄປໝົດແລ້ວ, ຖ້າຈະອາໄສລາຍໄດ້ຈາກການຂຸດຄົ້ນບໍ່ແຮ່ຕ່າງໆກໍໄດ້

ພຽງແຕ່ເສດປາຍໆຂອງມັນເທົ່ານັ້ນ ເພາະສ່ວນໃຫຍ່ໄປຕົກຢູ່ທີ່ນາຍທຶນຜູ້ເປັນເຈົ້າຂອງ

ສຳປະທານພຸ້ນໝົດ ຊ້ຳບໍ່ໜຳຍັງເສືອກໃຫ້ອາຍຸສຳປະທານເຂົາໄປເຖິງ 30 ປີ. ແຕ່ເມືອງ

ທີ່ສ້າງມາກ່ອນເປັນຮ້ອຍໆປີກໍຍັງບໍ່ມີປັນຍາທີ່ຈະຂະຫຍັບຂະຫຍາຍອອກ ຍັງຢາກເສືອກ

ກະໂຫຼກໄປສ້າງເມືອງໃໝ່.

__________________
Anonymous

Date:

ຜ່ານມາພວກທ່ານເຄີຍເຫັນບອ່ນໃດແດ່ ທີ່ມີການຕັດຜັງ ໄປກອ່ນ ມີຖນົນ ມີໄຟຟ້າ ມີນ້ຳປະປາ

ຖ້າມີ ອາດສີແມ່ນ ແຖວຄຸ້ມອະນຸໃນອະດີດ ຫລືປັດຈຸບັນ ກໍແມ່ນບ້ານໃຊສົມບູນຫລັກ 21ຫລືຫນອງແຕ່ງ 

ນອກຈາກນັ້ນ ບໍ່ວ່າ ເຂດດົງຄຳຊ້າງ ຫົວຂົວ ດົງໂດກ ດອນແດງ ສີໃຄເກົ້າລຽ້ວ ກໍແມ່ນ ປຊຊ ຈົ່ງທາງໃຫ້ກັນເອງ

ຜົນທີຕາມມາ ກໍຄືເຫັນຫັ້ນລະ

ສວ່ນນຶ່ງທີ່ຍັງເປັນສີຂຽວແມ່ນທາງເລືອກອັນນຶ່ງສຳຫລັບການວາງຜັງ 

ຖ້າວ່າ ບໍ່ຢາກທຳໃຫ້ເນື້ອທີປູກຝັງເສັຍຫາຍ  

 30798702206598712905.jpg

__________________
Anonymous

Date:

ໂຄງການຊົນລະປະທານຫລັກຫົກ ຊົນລະປະທານເກົ້າລ້ຽວເປັນແນວໃດແລວ້

__________________
Anonymous

Date:

Anonymous wrote:

ແຕ່ລະມື້ ນັບແຕ່ ຫລັກ 6 ໄປຣອດໂພນພະເນົາ ລົດຕິດ ປະມານ 2 ກິໂລ

ພວກທ່ານຄິດວ່າແນວໃດ ຖ້າສ້າງສູນກາງຕົວເມືອງໃຫມ່ ຢູ່ ບອ່ນໃດບອ່ນນຶ່ງ ທີ່ບໍ່ກະທົບຕໍ່ສິ່ງແວດລອ້ມ 

ເຊັ່ນ ອາດຈະເປັນ ຕີນພູພະນັງ ຫລື ດົງໂດກ ຫລື ຕີນພູເຂົາຄວາຍ

ໂດຍມີການວາງແຜນຈົບດີ ແລະ ປະຕິບັດຕາມແຜນຢ່າງເຄັ່ງຄັດ 

37616165035568963915.jpg

 ຂ້ອຍແນະນຳໄປແລ້ວເລື່ອງການສ້າງຖະນົນ ການວາງລະບົບຝັງເມືອງໃຫມ່ ລວມທັງລະບົບຂົນສົ່ງມວນຊົນ ແຕ່ກໍ່ມາຄົນມາຫາວ່າຂ້ອຍບ້າ. ພວກທ່ານຄວນຈະເລີກໂງ່ໄດ້ແລ້ວ ແລະ ຄິດເຖິງອະນາຄົດ ອີກບໍ່ດົນວຽງຈັນກະມີພົນລະເມືອງຮອດ 1 ລ້ານແລ້ວ. ເວລາສະເຫນີສ້າງລະບົບຂົນສົ່ງມວນຊົນໃຫ້ດີຂຶ້ນ ກະມາຫາວ່າເຮົາໂງ່. ຂ້ອຍສິຖ້າເບີ່ງ

__________________
Anonymous

Date:

ຂ້ອຍແນະນຳໄປແລ້ວເລື່ອງການສ້າງຖະນົນ ການວາງລະບົບຝັງເມືອງໃຫມ່ ລວມທັງລະບົບຂົນສົ່ງມວນຊົນ ແຕ່ກໍ່ມາຄົນມາຫາວ່າຂ້ອຍບ້າ. ພວກທ່ານຄວນຈະເລີກໂງ່ໄດ້ແລ້ວ ແລະ ຄິດເຖິງອະນາຄົດ ອີກບໍ່ດົນວຽງຈັນກະມີພົນລະເມືອງຮອດ 1 ລ້ານແລ້ວ. ເວລາສະເຫນີສ້າງລະບົບຂົນສົ່ງມວນຊົນໃຫ້ດີຂຶ້ນ ກະມາຫາວ່າເຮົາໂງ່. ຂ້ອຍສິຖ້າເບີ່ງ

ແຕ່ກໍ່ມາຄົນມາຫາວ່າຂ້ອຍບ້າ+ ພວກທ່ານຄວນຈະເລີກໂງ່ໄດ້ແລ້ວ=0

ການວາງລະບົບຝັງເມືອງໃຫມ່= ວາງແບບໃດ ເອົາບອ່ນໃດ ເຮັດແບບໃດ 

ເອົາແຕ່ ທຸບກັບມ້າງມີທັງຂີ້ຝຸ່ນ ຂີ້ດິນ ປຊຊ ເດືອດຮອ້ນຫລາຍ 

ຂພຈ ວ່າ ນຄຫ ວຽງຈັນ ປະໃຫ້ເປັນເມືອງເກົ່າສາ ຄອ່ຍໆປັບປຸງໄປໂດຍບໍ່ໃຫ້ກະທົບຕໍສິ່ງແວດລອ້ມຫລາຍ ເບິ່ງແມ ສ້າງຢູ່ໃສເປື້ອນໄປຫມົດ

ພາກັນເລືອກເອົາສູນກາງໃຫມ່ ຕັດຜັງໃຫມ່ ໂດຍບໍ່ຟ້າວໃຫ້ຄົນເຂົ້າໄປຢູ່ເທືອ ຄືກັບຕ່າງປະເທດເຂົາເຮັດກັນ

__________________
Anonymous

Date:

ຄືບໍ່ສືບຕໍ່ແຜນການຂອງປະທານສຸພານຸວົງທີ່ວາງໄວ້ ທີ່ຈະສ້າງ

ນະຄອນຫລວງຂອງລາວຢູ່ຄັງໄຂແລະຈະຕັ້ງຊື່ວ່າ ພະຄອນຫລວງ

ສຸພານຸວັງ. ແຕ່ແຜນການຂອງເພິ່ນໄດ້ປືກໂຈະເພາະ ສສສຊ ລົ້ມ

ລະລາຍກ່ອນ. ໃນແຖບນັ້ນສ້າງໃຫ້ກ້ວາງກ່ອນ ປາຣີສ ກໍໄດ້ຕົ້ວ

ເພາະເປັນທົ່ງພຽງສຸກສາຍຕາເລີຍ.

__________________
Anonymous

Date:

ສ້າງທາງຢູ່ບ້ານເຮົານີ້ປານສ້າງທາງໃຫ້ ກວຽນທຽວ. ລົດຈອດສອງຟາກທາງຖະນົນກະເປັນອຳມະພາດແລ້ວ. ຢູ່ປະເທດໄກ້ຄຽງເຂົາສ້າງທາງເປັນ 10 ເລນ ທັ້ງໆທີ່ເປັນເຂດບ້ານນອກເຂົາເຈົ້າ. ທ່ານບໍ່ເຄີຍໄປອຸດອນ ຫນອງຄາຍບໍ?

__________________
Anonymous

Date:

ສ້າງທາງຢູ່ບ້ານເຮົານີ້ປານສ້າງທາງໃຫ້ ກວຽນທຽວ

ສມຊ ພສລ ເຫັນດີບໍ່ ໃຫ້ມີເສັ້ນເສືອມຕໍ່ 13 ເຫນືອກັບໄຕ້

ສົມມຸດ ລະຫວ່າງ ນາຊາຍຫາ ຫລັກ 21 ໃຫ້ເປັນ ຊູເປີຮາຍເວ ກວ້າງ ຈັກ 100 ແມດ

ກວ້າງທີ່ສຸດໃນໂລກເລີຍ

__________________
Anonymous

Date:

Anonymous wrote:

ຂ້ອຍແນະນຳໄປແລ້ວເລື່ອງການສ້າງຖະນົນ ການວາງລະບົບຝັງເມືອງໃຫມ່ ລວມທັງລະບົບຂົນສົ່ງມວນຊົນ ແຕ່ກໍ່ມາຄົນມາຫາວ່າຂ້ອຍບ້າ. ພວກທ່ານຄວນຈະເລີກໂງ່ໄດ້ແລ້ວ ແລະ ຄິດເຖິງອະນາຄົດ ອີກບໍ່ດົນວຽງຈັນກະມີພົນລະເມືອງຮອດ 1 ລ້ານແລ້ວ. ເວລາສະເຫນີສ້າງລະບົບຂົນສົ່ງມວນຊົນໃຫ້ດີຂຶ້ນ ກະມາຫາວ່າເຮົາໂງ່. ຂ້ອຍສິຖ້າເບີ່ງ

ແຕ່ກໍ່ມາຄົນມາຫາວ່າຂ້ອຍບ້າ+ ພວກທ່ານຄວນຈະເລີກໂງ່ໄດ້ແລ້ວ=0

ການວາງລະບົບຝັງເມືອງໃຫມ່= ວາງແບບໃດ ເອົາບອ່ນໃດ ເຮັດແບບໃດ 

ເອົາແຕ່ ທຸບກັບມ້າງມີທັງຂີ້ຝຸ່ນ ຂີ້ດິນ ປຊຊ ເດືອດຮອ້ນຫລາຍ 

ຂພຈ ວ່າ ນຄຫ ວຽງຈັນ ປະໃຫ້ເປັນເມືອງເກົ່າສາ ຄອ່ຍໆປັບປຸງໄປໂດຍບໍ່ໃຫ້ກະທົບຕໍສິ່ງແວດລອ້ມຫລາຍ ເບິ່ງແມ ສ້າງຢູ່ໃສເປື້ອນໄປຫມົດ

ພາກັນເລືອກເອົາສູນກາງໃຫມ່ ຕັດຜັງໃຫມ່ ໂດຍບໍ່ຟ້າວໃຫ້ຄົນເຂົ້າໄປຢູ່ເທືອ ຄືກັບຕ່າງປະເທດເຂົາເຮັດກັນ

 Calm down... we are waiting for donations from other countries.. Laos doesnt need to spend any $$$

__________________
Anonymous

Date:

Anonymous wrote:

ໂຄງການຊົນລະປະທານຫລັກຫົກ ຊົນລະປະທານເກົ້າລ້ຽວເປັນແນວໃດແລວ້

 ດິນນາ ຄອງຊົລປະທານທີ່ໄຊ້ເງິນມະຫາສານສ້າງນັ້ນໄດ້ຖືກຖົມ ແລະ ປຸກເຮືອນເຕັມໝົດແລ້ວ.

__________________
Anonymous

Date:

Anonymous wrote:
Anonymous wrote:

ໂຄງການຊົນລະປະທານຫລັກຫົກ ຊົນລະປະທານເກົ້າລ້ຽວເປັນແນວໃດແລວ້

 ດິນນາ ຄອງຊົລປະທານທີ່ໄຊ້ເງິນມະຫາສານສ້າງນັ້ນໄດ້ຖືກຖົມ ແລະ ປຸກເຮືອນເຕັມໝົດແລ້ວ.

 BY BY SONLAPATHAN  

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard