Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊອ່ຍແດ່ ຢາກຫລຸດພົ້ນ ຈາກຄວາມທຸກຍາກ
Anonymous

Date:
ຊອ່ຍແດ່ ຢາກຫລຸດພົ້ນ ຈາກຄວາມທຸກຍາກ


ພີ່ນອ້ງຂອ້ຍ ຈຳນວນນຶ່ງຢູ່ບ້ານນອກອີຫລີ 

ຫົນທາງ ກໍບໍ່ທັນມີ ໄຟຟ້າ ແຮງໃກ ວິດຖ່າຍ ກໍຍັງບໍ່ມີ ໂຮງຮຽນ ກໍຮອດແຕ່ ປ3

ເຈັນເປັນມາ ກໍມີແຕ່ໄປຫາຫມໍຮາກໄມ້ ກັບຫມໍມົນ ຫມໍເປົ່າ ບາງເທື່ອກໍພໍມີແຕ່ຢາແກ້ປວດ  

 

ຊາວບ້ານ ບໍ່ມີລາຍໄດ້ຫຍັງ ນອກຈາກເຮັດນາ ຫາເງິນສີພໍຊື້ເຄືອ່ງນຸ່ງໃຫ້ລູກໄປໂຮງຮຽນກໍບໍ່ພໍ

ສີເຮັດແນວໃດ ຈັງສີຫລຸດພົ້ນ ຈາກຄວາມທຸກຍາກ ຕາມແຜນຂອງພັກລັດວາງອອກ ໃຫ້ທັນພາຍໃນສອງປີນີ້ 

 

ເຊັ່ນ ຕອ້ງລ້ຽງເປັດລ້ຽງໃກ ຈັກໂຕ ລ້ຽງງົວຂາຍຄວາຍຈັກໂຕ ຈັ່ງສີພໍ

 

ຢາກຂໍຄວາມກະລຸນາ ມາຍັງທ່ານທັງຫລາຍຊອ່ຍໃຫ້ຄຳແນະນຳທີ່ເປັນປະໂຍດຊອ່ຍແດ່  



__________________
Anonymous

Date:

come to me. i have jobs for them. or they can go to Thailand to look for jobs. there are many choices to make. 

Lao manufacturing sector is seriously in a labor shortage. just contact them. they will get jobs easily if they are not lazy



__________________
Anonymous

Date:

ຄົນບ້ານນອກຄອກນາ ເຂົາບໍ່ຢາກໄປໃສ ຢາກຢູ່ເຮືອນເຮັດນາ ບໍ່ມັກໄປຂາຍແຮງງານຕ່າງຖິ່ນ 

ຢາກຢູ່ແບບເດີມໆ ແຕ່ພັດເຫັນຄວາມຈະເລີນມາຫາເຂົາເອງ

ຄືກອ່ນອື່ນ ຢາກມີຫົນທາງ ມີໄຟຟ້າ ແລວ້ຈຶ່ງສີມີຄົນມາຊຶ້ມາຂາຍຢູ່ບ້ານເຂົາ

 

 



__________________
Anonymous

Date:

I recommend you to do a small self-sufficient economy such as fish raising, chicken raising, small garden to grow vegetable. try not to use chemical fertilizer but u should bio fertilizer (animal ****) because it will preserve quality of land.

 

by doing this way, u can build a heaven at your own. u don't need to care anything about outside world. any economy crisis will not affect u anymore.



__________________
Anonymous

Date:

ຂ້ອຍວ່າເຈົ້າຕ້ອງຜລິດຫຼາຍໆ,ໃຫ້ມັນພຽງພໍກິນຢ່າງອີ່ມໜຳສຳລານພາຍໃນຄອບຄົວ.

ແລ້ວນອນຕາກຫຳສະບາຍ.ຢ່າໄປສົນນຳເລື້ອງໄຟຟ້າ.ມື້ໃດໄຟ້ຟ້າ,ຖນົນຫົນທາງໄປເຖິງ

ເຈົ້າຍິ່ງຈະມີມັນຫາຫຼາຍຢ່າງຕາມມາ.ມີໂຮງໜໍຍິ່ງເພີ້ມໂລຄ.

ເຈົ້າໄປຫາໝໍ ກະບໍ່ຕ່າງຫັຽງໄປ ຫາ ໝໍມໍ ຫາ ຄູບາ ເພິ່ນກະຊິບອກເຈົ້າເຮັດນັ້ນແກ້ນີ້

ມີກຳເວັນແຕ່ຊາດກ່ອນປາງຫຼັງ.ເຮັດໃບສັ່ງຊື້ຢາທີ່ຮ້ານເພິ່ນມີອ່ຽວ,ຕັ້ງຄູຕັ້ງຄາຍສູດ

ລົດນໍ້າສະເດາະເຄາະ.



__________________
Anonymous

Date:

Oh yeah, when there is no electricity, u can produce a lot of children at night without a looking eye. u can stay on their feet in the future. use them as labour on farmland



__________________
Anonymous

Date:

 

ຖ້າເຈົ້າມີງົວ 20 ແມ່ 

ມີຄວາຍເຖິກ 5 ໂຕ 

ມີຫມູ ຈັກ 10 ແມ່ 

ມີໃກ່ ເປັດ ຈັກ 30 ແມ່ 

ມີຄັງວ້ຽງງົວ ຈັກ 5 ເຮັກຕາ

ມີວັງປາ ຈັກ 3 ວັງ

ມີລູກ ຊາຍຈັກ 3 ຊາຍ ລູກ ສາວ6 ຄົນ ພອ້ມ ໄພ້ ກັບເຂີຍ 6 ຄົນ

ກັບ ມີເມັຍ ນອ້ຍສອງຄົນ

 ເຈົ້າຕອ້ງເປັນເສດຖີ ບ້ານນອກໄດ້ ຕວານີ້ 

 

 



__________________
Anonymous

Date:

ຍັງອີກ 18 ເດືອນເທົ່ານັ້ນເດີ້ພີ່ນ້ອງຊາວລາວທີ່ອາໄສຢູ່ພາຍໃນປະເທດທັງຫລາຍ ທີ່ພວກ

ສະຫາຍຈະຫລຸດພົ້ນຈາກປະເທດທີ່ທຸກຍາກທີ່ສຸດໃນໂລກ.   ນັບຕັ້ງແຕ່ວັນທີ 1 ມັງກອນ

ປີ 2015 ເປັນຕົ້ນໄປ ປະຊາຊົນລາວຈະຢູ່ດີກິນດີ ບໍ່ທຸກບໍ່ຍາກເໝືອນເມື່ອກ່ອນ.    ເຈົ້າ

ນາຍຫລືຜູ້ນຳປະເທດແລະສຳມະຊິກພັກເພິ່ນມີຫຍັງພວກສະຫາຍກໍຈະມີຄືເພິ່ນ, ເພິ່ນມີ

ຫໍປະສາດ ມີລົດລາຄາເປັນແສນໂດລາ ພວກສະຫາຍກໍຈະມີຄືເພິ່ນ, ເພິ່ນກິນຊັບເປັດຊັບ

ໄກ່ ໝູປິ່ນໝູອັງ ທຸກຄາບ ພວກສະຫາຍກໍຈະໄດ້ກິນຄືກັນກັບເພິ່ນທຸກຄາບຄືກັນ.  ລູກ

ເຕົ້າຫລານເຫລັນຂອງເພິ່ນມີລົດເກງສະປອດຂີ່ໄປໂຮງຮຽນ   ລູກເຕົ້າຫລານເຫລັນຂອງ

ພວກສະຫາຍກໍຈະມີຄືກັນກັບເພິ່ນ. ພວກເຈົ້າໃຫຍນາຍໂຕເອົາສັບສິນຂອງລັດມາໃຊ້ມາ

ສອຍເຊັ່ນລົດລັດນັ້ນປະຊາຊົນຄືພວກສະຫາຍກໍຈະສາມາດເອົາອອກມາໃຊ້ໄດ້ຄືກັນ ເພາະ

ທຸກຢ່າງເປັນຂອງສ່ວນຮວມໝົດ. ບໍ່ມີເຈົ້າບໍ່ມີນາຍ ບໍ່ມີຄົນທຸກບໍ່ມີຄົນຮັ່ງ ທຸກຄົນເປັນ

ເອກກະພາຍກັນໝົດ ເພາະປະເທດລາວກ້າວເຂົ້າສູ່ສັງຄົມນີຍົມແລ້ວ ແລະ ຈະບໍ່ມີຂອງ

ບໍ່ມີຂອງສ່ວນຕົວ ທຸກຢ່າງເປັນຂອງສ່ວນຮວມໝົດ (ຍົກເວັ້ນຜົວເມຍຢ່າງດຽວທີ່ພັກ

ລັດຍັງຫ້າມບໍ່ໃຫ້ເປັນຂອງສ່ວນຮວມເທື່ອ). ດີໃຈນຳເດີ້ພີ່ນ້ອງລາວໃນເດີ້.

 



__________________
Anonymous

Date:

ແຕ່ໃທບ້ານຂອ້ຍ ຍັງທຸກຍາກຢູ່ ນີນາ

ສີເຮັດແນວໃດ ຊອ່ຍ່ແນະນຳແດ່



__________________
Anonymous

Date:

ຫາກຈັກໃຊ້ເວລາວ່າງ ໃຫ້ເປັນປະໂຫຽດ, ຂະຫຍັນເຮັດວຽກ ຄວາມທຸກມັນກໍຄ່ອຍໝົດໄປດອກ. ແຕ່ຈະໃຫ້ທັນປີ

2015 ນັ້ນຄົງເປັນໄປບໍ່ໃດ້ດອກ ນອກຈາກຈະຫາກິນໃນທາງບໍ່ຊອບທັມ. ຫາກເຮົາເຮັດວຽກບໍ່ຫຼຸດມື້ລະ 8 ຊົ່ວໂມງ

ຄວາມທຸກມັນກໍຈະຄ່ອຍໜີໄປໂດຍທີ່ເຮົາບໍ່ຮູ້ຕົວ. ອີກຢ່າງຕ້ອງຮູ້ຈັກປະຢັດ ຕົ້ນໆກໍເກັບໄວ້ສາຈັກສິບເປີເຊັນ ຄ່ອຍເພີ່ມຂື້ນໄປ

ເລີ້ອຍໆ ຂ້ອຍວ່າບໍ່ຮອດສິບປີ ເຂົາສິພາກັນເອີ້ນເຈົ້າອາເສັ້ຍໝົດບ້ານໂລດແລ້ວ.



__________________
Anonymous

Date:

ລາວນອກຖ້າບໍ່ໄປ ຢູເອດເອ ຈຳນວນນຶ່ງ ຄົງສີຄື ຊາວບ້ານເຈົ້າຫັ້ນລະ

ບາດນີ້ ເພີ່ນກາຍເປັນເສດຖີມີເງິນໂດລາ ໃຫ້ເພິ່ນລອງແນະນຳເບິ່ງດູ ວ່າໃທບ້ານເຮົາ ຈີເອັດຈັ່ງເດີ ຈັງຈີຫວິດທຸກ ຫວິດຍາກຫັ້ນນໍ



__________________
Anonymous

Date:

Lao nork khork Na please give some recommendation



__________________
Anonymous

Date:

ສະເຫນີໃຫ້ບັນດາທ່ານໄປບວດ ແລ້ວນັ່ງສຳມະທິ ແລ້ວທ່ານຈະຫລຸດພົ້ນອອກຈາກຄວາມທຸກທັງປວງ. ເປັນຄວາມສຸກອັນແທ້ຈິງ. ດັ່ງທີ່ພະພຸດທະເຈົ້າເຮັດມາແລ້ວ



__________________
Anonymous

Date:

ສຳຫລັບຄົນລາວເຮົາ ຢາກຫາໃຫ້ໄດ້ ມື້ລະ ສິບພັນ ກີບຄົງບໍ່ເຫລືອບ່າກວ່າແຮງດອກ 

ຍ່າງ ຢອດເຂົ້າປ່າ ຫລືແບກແຫ ລົງຫວ້ຍກໍພໍໄດ້ແລວ້ເດ 

 



__________________
Anonymous

Date:

Anonymous wrote:

ສະເຫນີໃຫ້ບັນດາທ່ານໄປບວດ ແລ້ວນັ່ງສຳມະທິ ແລ້ວທ່ານຈະຫລຸດພົ້ນອອກຈາກຄວາມທຸກທັງປວງ. ເປັນຄວາມສຸກອັນແທ້ຈິງ. ດັ່ງທີ່ພະພຸດທະເຈົ້າເຮັດມາແລ້ວ


 ສະເຫນີ ແປວ່າຫຽັງ? ບໍ່ເຄີຍເຫັນພາສາລາວແບບນີເລີຍ.

ເພາະສາມາດອ່ານ ສະ ເຫ ນີ . ຄວນຂຽນພາສາຊາດຂອງເຮົາໃຫ້ຢູ່ໃນກົດລະບຽບ

ຂອງຫຼັກໄວຍະກອນ ບໍ່ແມ່ນຈະຂຽນສຸມສີ່ສຸມຫ້າ ເພື່ອຮັກສາໄວ້ຄຸນນະພາບຂອງ

ພາສາລາວເຮົາ.

ຫ+ນ = ໜ    ບໍ່ແມ່ນ ຫນ.

ຫ+ມ = ໝ    ບໍ່ແມ່ນ ຫມ.

ຫ+ຍ = ຫຽ    ບໍ່ແມ່ນ ຫຍ.

ຫ+ລ = ຫຼ     ບໍ່ແມ່ນ ຫລ

ມີແຕ່ ຫ+ວ = ຫວ



__________________
Anonymous

Date:

Anonymous wrote:

ສຳຫລັບຄົນລາວເຮົາ ຢາກຫາໃຫ້ໄດ້ ມື້ລະ ສິບພັນ ກີບຄົງບໍ່ເຫລືອບ່າກວ່າແຮງດອກ 

ຍ່າງ ຢອດເຂົ້າປ່າ ຫລືແບກແຫ ລົງຫວ້ຍກໍພໍໄດ້ແລວ້ເດ 

 


 ປ່າກໍ່ບໍ່ມີແລ້ວເພາະແກວມາຍຶດປູກຢາງໝົດ, ປູປານານ້ຳກໍ່ບໍ່ເຫຼືອເພາະເຂົາໃສ່ຢາຂ້າຫຍ້າ!



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard