Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍົກລະດັບຄວາມຮູ້ກ່ຽວກັບ ສິດທິມະນຸດຢູ່ລາວ... ຊົມເຊີຍ
Anonymous

Date:
ຍົກລະດັບຄວາມຮູ້ກ່ຽວກັບ ສິດທິມະນຸດຢູ່ລາວ... ຊົມເຊີຍ

ຍົກລະດັບຄວາມຮູ້ກ່ຽວກັບບົດບາດຂອງສື່ມວນຊົນໃນການສ່ົງເສີມສິດທິມະນຸດຢູ່ລາວ

2.jpg
        ກະຊວງ​ການ​ຕ່າງປະ​ເທດ ​ແລະ ກົມ​ສື່​ມວນ​ຊົນ ກະຊວງ​ ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​​ໄດ້​ຮ່ວມ​ກັນ ຈັດ​ຊຸດ​ສຳ​ມະ​ນາ​ເພື່ອຍົກສູງຄວາມ​ຮູ້ກ່ຽວ​ກັບ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ສົ່ງ​ເສີມ​ສິດທິ​ມະນຸດ​ຂຶ້ນ​ໃນ​ວັນ​ທີ 29 ພືດ​ສະ ພານີ້ ຢູ່​ໂຮງ​ແຮມ​ວັນ​ຊະນະ​ລີ​ເວີ​ຊາຍ, ນະຄອນຫລວງ​ວຽງ​ຈັນ​, ​ ໂດຍການ​ສະ ໜັບສະໜູນ​ຈາກ​ສະຖານທູດ​ອົດ​ສະ​ຕາ​ລີ​ປະ​ຈຳ ສປປ.ລາວ ເຊິ່ງມີສື່ມວນຊົນຂະ ແໜງການຕ່າງໆເຂົ້າ ຮ່ວມເປັນຈຳນວນຫຼາຍ.
          ທ່ານ ອ້ວນ ພົມະ​ຈັກ ​ຫົວ ໜ້າກົມສົນທິສັນຍາ ແລະ ກົດ ໝາຍ ກະຊວງການຕ່າງປະເທດ ໄດ້ມີຄຳເຫັນໃນກອງປະ ຊຸມວ່າ: ນີ້​ແມ່ນ ເພື່ອ​ເຍົກ​ລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ແນວທາງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ​ຂອງ ສປປ.ລາວ​ ໃນ​ວຽກ​ງານ​ສິດທິ​ມະນຸດ , ພັນທະ ​ແລະ ຄຳ​ໝັ້ນສັນຍາສາກົນ​ດ້ານ​ສິດທິ​ມະ ນຸດ​ຂອງ ສປປ.ລາວ ​ແລະ ບົດ ບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ປະ ກອບສ່ວນ​ໃຫ້​ແກ່​ການ​ສົ່ງ​ເສີມ, ການ​ເຄົາລົບ​ສິດທິ​ມະນຸດ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​, ບົນ​ພື້ນຖານ​ລັດຖະ ທຳ​ມະນູນ-ກົດ ໝາຍ ​ແລະ ສະພາບ​ຄວາມ​​ເປັນ​ຈິງ, ຂອງ​ປະ​ເທດ​ເຮົາ ເຊິ່ງ​​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ຟັງ​ການສະ​ເໜີ​ບົດຄຳເຫັນ ຕ່າງໆ​
ທີ່​ພົວພັນ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ສປປ.ລາວ, ​ການ​ເຂົ້າ​ຮ່ວມ​ກອບ​ກົດໝາຍ​ສາກົນ ແລະ ການ ຈັດຕັ້ງປະ ຕິບັດ​ສິດທິ​ມະນຸດ​ຢູ່ ສປປ.ລາວ ການສະ​ເໜີ​ກ່ຽວ​ກັບ​ຫລັກການ​ພື້ນຖານ​ດ້ານ​ສິດທິ​ມະ ນຸດ​ຂອງ​ສາກົນ, ບົດບາດ​ໜ້າ​ທີ່​ຂອງ​ສື່​ມວນ​ຊົນ ແລະ ທັດສະນະ​ຂອງ​ພັກ-ລັດຖະບານ ຕໍ່​ວຽກ​ງານ​ສື່​ມວນ​ຊົນ​ກໍ​ຄື​ເສລີພາບ​ໃນ​ການ ສະ​​ແດງ​ຄຳ​ຄິດ​ຄຳ​ເຫັນ ແລະ ການສະ​ແດງ​ອອກ​ທີ່​ຖືກ​ຄ້ຳປະກັນ​ໂດຍ​ລັດຖະທຳ​ມະນູນ ສປປ. ລາວ ​ແລະ ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງອື່ນໆ. 
       ທ່ານ​ອ້ວນ ພົມມະ​ຈັກ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຕື່ມ​ວ່າ: ປັດຈຸ​ບັນ ສປປ. ລາວ ​ໄດ້​ເປັນ​ພາຄີ​ສົນທິສັນ ຍາ​ສາກົນ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ຫລາຍ​ຮ້ອຍ​ສະ ບັບ, ສະ​ເພາະ​ສົນທິສັນຍາ​ສາກົນ​ຕົ້ນຕໍ​ຂອງ​ສະຫະ​ປະ​ຊາ​ຊາດ​ດ້ານ​ສິດທິ​ມະນຸດ​ທີ່​ມີ 9 ສະບັບ​ນັ້ນ ສປປ.ລາວ ກໍ​ໄດ້​ເປັນ​ພາຄີ​ເຖິງ 7 ສະບັບ ດ້ວຍ​ເຫດ​ນັ້ນ ຈຶ່ງມີ​ຄວາມ​ຈຳ​ເປັນ​ສຳລັບ​ການ​ເຜີຍ​ແຜ່​ສົນທິ​ສັນຍາ​ດັ່ງ ກ່າວ ​ແລະ ​ພັນທະ​ສາກົນດ້ານ​ສິດທິ​ມະນຸດ​ຂອງ ສປປ. ລາວ​ໃຫ້​ແກ່​ພາກສ່ວນ​ທີ່​ກ່ຽວ ຂ້ອງ​ຂອງ ສປປ.ລາວ ​ໂດຍ​ສະ​ເພາະ​ແມ່ນ​ການ​ຍົກ​ສູງ​ພາລະ​ບົດ ບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ໂຄ ສະນາ​ປະຊາ​ສຳພັນ ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ຊາວ​ຕ່າງ ປະ​ເທດ​ທີ່​ອາ​ໄສ​ຢູ່ ສປປ.ລາວ​ ​ໃຫ້​ມີ​ຄວາມ​ຮູ້ ແລະ ​ເຂົ້າ​ໃຈ​ກ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ, ການ​ສົ່ງ​ເສີມ ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ພ້ອມ​ກັນ​ປະກອບສ່ວນ​ຈັດຕັ້ງ ປະ ຕິບັດ​ພັນທະ​ສາກົນ​ຂອງ ສປປ. ລາວ​ໃຫ້​ມີ​ປະສິດທິ​ຜົນ, ນອກຈາກ​ການ​ປະຕິບັດ​ພັນທະ​ສາກົນ​ພາຍ​ໃຕ້​ສົນທິສັນຍາ​ຄື​ດັ່ງກ່າວ​ແລ້ວ ສປປ.ລາວ ຍັງ​ມີ​ພັນທະ​ໃນ​ການ ຈັດ ຕັ້ງປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ຄະ​ນາ​ຍາດ​ສາກົນ​ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະ​ຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ ເຊິ່ງ​ເປັນ​ກົນ​ໄກ​ໜຶ່ງ​ຂອງ​ສະພາ​ສິດທິ​ມະນຸດ, ການຈັດຕັ້ງປະຕິບັດ​ພັນທະ​ພາຍ​ໃຕ້​ສົນທິສັນຍາ​ສາກົນ ແລະ ພາຍ​ໃຕ້​ກົນ​ໄກ​ຕ່າງໆ​ຂອງສະຫະ​ປະ ຊາ​ຊາດ ​ໂດຍ​ສະ​ເພາະ ທີ່ພົວພັນ​ກັບ​ວຽກ​ງານ​ດ້ານ​ສິດທິ​ມະນຸດ ​ແມ່ນ​ວຽກ​ງານ​ທີ່​ສຳຄັນ ແລະ ​ເປັນ​ພາລະ​ໜ້າ​ທີ່​ລວມທີ່​ກ່ຽວ ຂ້ອງກັບ​ໝົດທຸກ​ພາກສ່ວນ ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ສະນັ້ນ ໃນ​ຍຸກ​ໂລກາ​ພິວັດ​ນີ້ສື່​ມວນ​ຊົນ​ຈຶ່ງ​ເປັນ​ພາຫະນະ ຫລື ກະບອກ​ສຽງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ນຳ​ເອົາ​ຂໍ້​ມູນ​ຂ່າວສານ​ທີ່​ຖືກຕ້ອງ, ຈະແຈ້ງ ແລະ ຫັນ​ໄປ​ສູ່​ມວນຊົນກໍ​ຄື​ພົນລະ​ເມືອງ​ລາວ​ທຸກ​ຄົນ​ໄດ້​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ.

__________________
Anonymous

Date:
RE: ຍົກລະດັບຄວາມຮູ້ກ່ຽວກັບ ສິດທິມະນຸດຢູ່ລາວ... ຊົມເຊີຍ

ຖ້າສື່ມວນຊົນຍັງຂຶ້ນກັບກະຊວງຖແຫລງຂ່າວແລະກະຊວງຖແຫລງຂ່າວຍັງຂຶ້ນກັບລັດຖະບານ

ບໍ່ເປັນຕົວຂອງຕົນເອງເໝືອນສື່ມວນຊົນໃນບັນດາປະເທດທີ່ມີປະຊາທິປະໄຕອັນແທ້ຈິງ ເຮັດແນວ

ໃດເຂົາຈະເຮັດໜ້າທີ່ຂອງເຂົາໄດ້ສະດວກ?

__________________
Anonymous

Date:

Anonymous wrote:

 ຢ່າງໃດກໍ່ຢ່າ ເສລີປະຊາທິປະໄຕ ເລີ່ມຂືືື້ື້ນແລ້ວ!

__________________
Anonymous

Date:

Anonymous wrote:

ຍົກລະດັບຄວາມຮູ້ກ່ຽວກັບບົດບາດຂອງສື່ມວນຊົນໃນການສ່ົງເສີມສິດທິມະນຸດຢູ່ລາວ

2.jpg
        ກະຊວງ​ການ​ຕ່າງປະ​ເທດ ​ແລະ ກົມ​ສື່​ມວນ​ຊົນ ກະຊວງ​ ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​​ໄດ້​ຮ່ວມ​ກັນ ຈັດ​ຊຸດ​ສຳ​ມະ​ນາ​ເພື່ອຍົກສູງຄວາມ​ຮູ້ກ່ຽວ​ກັບ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ສົ່ງ​ເສີມ​ສິດທິ​ມະນຸດ​ຂຶ້ນ​ໃນ​ວັນ​ທີ 29 ພືດ​ສະ ພານີ້ ຢູ່​ໂຮງ​ແຮມ​ວັນ​ຊະນະ​ລີ​ເວີ​ຊາຍ,=ແມ່ນໃຜຮູ້ຄວາມໝາຍ ລີເວີຊາຍ ແປວ່າຫຍັ? ບໍ່ເຄີຍເຫັນຈັກເທື່ອເລີຍບໍ່ແນ່ວ່າເປັນພາສາລາວເຮົາຫລືບໍ່? ນະຄອນຫລວງ​ວຽງ​ຈັນ​, ​ ໂດຍການ​ສະ ໜັບສະໜູນ​ຈາກ​ສະຖານທູດ​ອົດ​ສະ​ຕາ​ລີ​ປະ​ຈຳ ສປປ.ລາວ ເຊິ່ງມີສື່ມວນຊົນຂະ ແໜງການຕ່າງໆເຂົ້າ ຮ່ວມເປັນຈຳນວນຫຼາຍ.
          ທ່ານ ອ້ວນ ພົມະ​ຈັກ ​ຫົວ ໜ້າກົມສົນທິສັນຍາ ແລະ ກົດ ໝາຍ ກະຊວງການຕ່າງປະເທດ ໄດ້ມີຄຳເຫັນໃນກອງປະ ຊຸມວ່າ: ນີ້​ແມ່ນ ເພື່ອ​ເຍົກ​ລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ແນວທາງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ​ຂອງ ສປປ.ລາວ​ ໃນ​ວຽກ​ງານ​ສິດທິ​ມະນຸດ , ພັນທະ ​ແລະ ຄຳ​ໝັ້ນສັນຍາສາກົນ​ດ້ານ​ສິດທິ​ມະ ນຸດ​ຂອງ ສປປ.ລາວ ​ແລະ ບົດ ບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ປະ ກອບສ່ວນ​ໃຫ້​ແກ່​ການ​ສົ່ງ​ເສີມ, ການ​ເຄົາລົບ​ສິດທິ​ມະນຸດ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​, ບົນ​ພື້ນຖານ​ລັດຖະ ທຳ​ມະນູນ-ກົດ ໝາຍ ​ແລະ ສະພາບ​ຄວາມ​​ເປັນ​ຈິງ, ຂອງ​ປະ​ເທດ​ເຮົາ ເຊິ່ງ​​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ຟັງ​ການສະ​ເໜີ​ບົດຄຳເຫັນ ຕ່າງໆ​
ທີ່​ພົວພັນ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ສປປ.ລາວ, ​ການ​ເຂົ້າ​ຮ່ວມ​ກອບ​ກົດໝາຍ​ສາກົນ ແລະ ການ ຈັດຕັ້ງປະ ຕິບັດ​ສິດທິ​ມະນຸດ​ຢູ່ ສປປ.ລາວ ການສະ​ເໜີ​ກ່ຽວ​ກັບ​ຫລັກການ​ພື້ນຖານ​ດ້ານ​ສິດທິ​ມະ ນຸດ​ຂອງ​ສາກົນ, ບົດບາດ​ໜ້າ​ທີ່​ຂອງ​ສື່​ມວນ​ຊົນ ແລະ ທັດສະນະ​ຂອງ​ພັກ-ລັດຖະບານ ຕໍ່​ວຽກ​ງານ​ສື່​ມວນ​ຊົນ​ກໍ​ຄື​ເສລີພາບ​ໃນ​ການ ສະ​​ແດງ​ຄຳ​ຄິດ​ຄຳ​ເຫັນ ແລະ ການສະ​ແດງ​ອອກ​ທີ່​ຖືກ​ຄ້ຳປະກັນ​ໂດຍ​ລັດຖະທຳ​ມະນູນ ສປປ. ລາວ ​ແລະ ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງອື່ນໆ. 
       ທ່ານ​ອ້ວນ ພົມມະ​ຈັກ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຕື່ມ​ວ່າ: ປັດຈຸ​ບັນ ສປປ. ລາວ ​ໄດ້​ເປັນ​ພາຄີ​ສົນທິສັນ ຍາ​ສາກົນ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ຫລາຍ​ຮ້ອຍ​ສະ ບັບ, ສະ​ເພາະ​ສົນທິສັນຍາ​ສາກົນ​ຕົ້ນຕໍ​ຂອງ​ສະຫະ​ປະ​ຊາ​ຊາດ​ດ້ານ​ສິດທິ​ມະນຸດ​ທີ່​ມີ 9 ສະບັບ​ນັ້ນ ສປປ.ລາວ ກໍ​ໄດ້​ເປັນ​ພາຄີ​ເຖິງ 7 ສະບັບ ດ້ວຍ​ເຫດ​ນັ້ນ ຈຶ່ງມີ​ຄວາມ​ຈຳ​ເປັນ​ສຳລັບ​ການ​ເຜີຍ​ແຜ່​ສົນທິ​ສັນຍາ​ດັ່ງ ກ່າວ ​ແລະ ​ພັນທະ​ສາກົນດ້ານ​ສິດທິ​ມະນຸດ​ຂອງ ສປປ. ລາວ​ໃຫ້​ແກ່​ພາກສ່ວນ​ທີ່​ກ່ຽວ ຂ້ອງ​ຂອງ ສປປ.ລາວ ​ໂດຍ​ສະ​ເພາະ​ແມ່ນ​ການ​ຍົກ​ສູງ​ພາລະ​ບົດ ບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ໂຄ ສະນາ​ປະຊາ​ສຳພັນ ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ຊາວ​ຕ່າງ ປະ​ເທດ​ທີ່​ອາ​ໄສ​ຢູ່ ສປປ.ລາວ​ ​ໃຫ້​ມີ​ຄວາມ​ຮູ້ ແລະ ​ເຂົ້າ​ໃຈ​ກ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ, ການ​ສົ່ງ​ເສີມ ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ພ້ອມ​ກັນ​ປະກອບສ່ວນ​ຈັດຕັ້ງ ປະ ຕິບັດ​ພັນທະ​ສາກົນ​ຂອງ ສປປ. ລາວ​ໃຫ້​ມີ​ປະສິດທິ​ຜົນ, ນອກຈາກ​ການ​ປະຕິບັດ​ພັນທະ​ສາກົນ​ພາຍ​ໃຕ້​ສົນທິສັນຍາ​ຄື​ດັ່ງກ່າວ​ແລ້ວ ສປປ.ລາວ ຍັງ​ມີ​ພັນທະ​ໃນ​ການ ຈັດ ຕັ້ງປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ຄະ​ນາ​ຍາດ​ສາກົນ​ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະ​ຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ ເຊິ່ງ​ເປັນ​ກົນ​ໄກ​ໜຶ່ງ​ຂອງ​ສະພາ​ສິດທິ​ມະນຸດ, ການຈັດຕັ້ງປະຕິບັດ​ພັນທະ​ພາຍ​ໃຕ້​ສົນທິສັນຍາ​ສາກົນ ແລະ ພາຍ​ໃຕ້​ກົນ​ໄກ​ຕ່າງໆ​ຂອງສະຫະ​ປະ ຊາ​ຊາດ ​ໂດຍ​ສະ​ເພາະ ທີ່ພົວພັນ​ກັບ​ວຽກ​ງານ​ດ້ານ​ສິດທິ​ມະນຸດ ​ແມ່ນ​ວຽກ​ງານ​ທີ່​ສຳຄັນ ແລະ ​ເປັນ​ພາລະ​ໜ້າ​ທີ່​ລວມທີ່​ກ່ຽວ ຂ້ອງກັບ​ໝົດທຸກ​ພາກສ່ວນ ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ສະນັ້ນ ໃນ​ຍຸກ​ໂລກາ​ພິວັດ​ນີ້ສື່​ມວນ​ຊົນ​ຈຶ່ງ​ເປັນ​ພາຫະນະ ຫລື ກະບອກ​ສຽງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ນຳ​ເອົາ​ຂໍ້​ມູນ​ຂ່າວສານ​ທີ່​ຖືກຕ້ອງ, ຈະແຈ້ງ ແລະ ຫັນ​ໄປ​ສູ່​ມວນຊົນກໍ​ຄື​ພົນລະ​ເມືອງ​ລາວ​ທຸກ​ຄົນ​ໄດ້​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard