Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ດອກສ້ຽວ ແມ່ນດອກໄມ້ແນວໃດ ?
Anonymous

Date:
ດອກສ້ຽວ ແມ່ນດອກໄມ້ແນວໃດ ?


 

ຂ່າວດີ! ມີແຜນປູກດອກສ້ຽວເປັນສັນຍະລັກຫົງສາ

 

ເພື່ອ​ຕ້ອນ­ຮັບ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງຊາດ 1 ມິ­ຖຸ­ນາ,ເມືອງ​ຫົງ​ສາ ­ມີ​ແຜນ​ປູກດອກ​ສ້ຽວ​ນັບ​ຫມື່ນ​ຕົ້ນ​ໃຫ້​ກາຍ­ເປັນ ສັນ­ຍະ­ລັກ​ຂອງ​ເມືອງແລະເພື່ອ​ສົ່ງ­ເສີມການ­ທ່ອງ­ທ່ຽວ​ແບບ​ຍືນ​ຍົງ;ປະ­ຕິ​ຮູບໂຄງ­ການ “ຮ່ວມ​ສ້າງ​ຫົງ​ສາ​ໃຫ້​ເປັນ ເມືອງ​ສີ­ຂຽວ, ປູກ​ຕົ້ນ​ດອກ​ສ້ຽວ​ໃຫ້​ກາຍ­ເປັນ​ສັນ­ຍະ­ລັກ”. 

    ໃນ​ວັນ​ທີ 1 ມິ­ຖຸ­ນາ 2013 ບໍ­ລິ­ສັດ ໄຟ­ຟ້າ​ຫົງ​ສາ ຈຳ­ກັດ ຮ່ວມ​ກັບ​ອຳ­ນາດການ​ປົກ­ຄອງ​ເມືອງ​ຫົງ​ສາ ໄດ້​ວາງແຜນ​ປູກ​ຕົ້ນ​ດອກ​ສ້ຽວ​ໃຫ້​ກາຍ­ເປັນ​ສັນ ຍະ​ລັກ​ຂອງ​ເມືອງ ແລະ ເພື່ອ​ເປັນ​ການ ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ແບບ​ຍືນ​ຍົງ.   

    ທ່ານ ຊົມ­ເຊີຍ ທອງ​ສະ­ຫວ່າງ ຫົວຫນ້າ​ຂະ­ແຫນງ​ປ່າ­ໄມ້​ເມືອງ​ຫົງ​ສາ ໄດ້​ໃຫ້​ສຳ­ພາດ​ຜ່ານ​ໂທລະ­ສັບ​ເມື່ອ​ບໍ່​ດົນ                     ມາ​ນີ້​ຮູ້​ວ່າ: ຕົ້ນ​ດອກ​ສ້ຽວ​ເປັນ​ພັນ​ໄມ້ ໃນ​ທ້ອງ­ຖິ່ນ​ທີ່​ມີ​ເອ­ກະ­ລັກ​ສະ­ເພາະ, ດອກ​ສີ­ຂາວ ແລະ ຈະ​ບານ​ໃນ​ລະ­ດູຫນາວ​ລະ­ຫວ່າງ​ເດືອນ​ມັງ­ກອນກຸມ­ພາ​ຂອງ​ທຸກໆ​ປີ​ເຊິ່ງ​ຈະ​ເລີ່ມ​ປູກ​ໃນວັນ​ທີ 1 ມິ­ຖຸ­ນາ ປີ  2013  ນີ້  ໂດຍມີ​ຈຸດ​ສຸມ​ທີ່​ເດີ່ນ​ກີ­ລາ​ເມືອງ,  ຢູ່​ບ້ານ 3 ສ້າງ​ນາ​ປົ່ງ ແລະ ຕາມ​ເສັ້ນ­ທາງ​ສາຍ​ຕ່າງໆ ເພື່ອ​ຄວາມງົດ​ງາມ, ຄວາມ​ຮົ່ມ​ເຢັນ ແລະ ຍັງ​ສາມາດ​ເກັບ​ດອກ​ມາ​ບໍ­ລິ­ໂພກ​ໄດ້​ນຳ​ອີກ ການ​ປູກ​ຕົ້ນ​ດອກ​ສ້ຽວ​ຄັ້ງ​ນີ້ ແມ່ນ​ສົມ​ຄູ່​ກັນ​ກັບ​ພືດ​ພັນ​ອື່ນໆ​ນຳ​ອີກ.

    ທ່ານ ຄົມ​ເພັດ ແກ້ວ​ພິ­ລາ ວິ­ຊາ​ການຝ່າຍ​ປະ­ຊາ­ສຳ­ພັນ​ໂຄງ­ການ​ປະ­ຈຳ​ບໍ​ລິສັດ ​ໄຟ­ຟ້າຫົງ​ສາ ໃຫ້​ຮູ້​ວ່າ: ນີ້​ເປັນ​ປີ​ທຳອິດ​ທີ່​ຈະ​ເລີ່ມ​ປູກ​ຕົ້ນ​ດອກ​ສ້ຽວ​ຢູ່​ເມືອງຫົງ​ສາ ເພື່ອ​ເປັນ​ສັນ­ຍະ­ລັກ ແລະ ສົ່ງເສີມ​ການ­ທ່ອງ­ທ່ຽວ​ແບບ​ຍືນ​ຍົງ​ ໃນ​ໂຄງການ​ຍຸດ​ທະ​ສາດ “ຮ່ວມ​ສ້າງ​ຫົງ​ສາ ໃຫ້​ເປັນ​ເມືອງ​ສີ­ຂຽວ, ປູກ​ຕົ້ນ​ດອກ​ສ້ຽວໃຫ້​ກາຍ­ເປັນ​ສັນ­ຍະ­ລັກ”  ເຊິ່ງ​ທາງ​ເມືອງໄດ້​ຕັ້ງ​ເປົ້າ​ຫມາຍ​ເອົາ​ໄວ້​ວ່າ​ພາຍ​ໃນ 5 ປີ​ດອກ​ສ້ຽວ​ຈະ​ເບັ່ງ​ບານ​ງົດ​ງາມ​ປະດັບ​ເມືອງ​ຫົງ​ສາ ພ້ອມ​ຈະ​ສາ­ມາດ​ດຶງ​ດູດເອົາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະ­ເທດ​ໄປ​ທ່ຽວ​ຊົມ​ຫົງ​ສາ​ຫລາຍ​ຂຶ້ນ.

    ການ​ປູກ​ຕົ້ນ​ດອກ​ສ້ຽວ​ ໃນ​ປີ​ນີ້​ມີ​ທັງຫມົດ 20.000ເບ້ຍ ແລະ ຈະ​ມີ​ການຈັດ​ພິ­ທີ​ເປັນ​ທາງ​ການ​ຂຶ້ນ​ໃນ​ວັນ​ທີ1 ມີ​ຖຸ​ນາ  2013 ນີ້​ທີ່​ເດີ່ນ​ກີ­ລາ​ເມືອງ​ຫົງສາ ແລະ ຈະ​ສືບ­ຕໍ່​ປູກ​ລຽບ​ເສັ້ນ­ທາງຫລັກ​ຈາກ​ແຂວງ​ ໄຊ​ຍະ​ບູ​ລີ​ ຈົນ​ເຖິງ​ເມືອງເງິນ, ບັນ­ດາ​ເສັ້ນ­ທາງ​ພາຍ​ໃນ​ເມືອງ​ຫົງສາ ແລະ ໃນ​ປີ​ຕໍ່ໆໄປຈະ​ສືບ­ຕໍ່​ປູກ​ເພີ່ມຂຶ້ນ​ເລື້ອຍໆເບ້ຍ​ຕົ້ນ​ດອກ​ສ້ຽວ​ໃນ​ປີ​ນີ້ໄດ້​ມີ​ການ​ແບ່ງ­ປັນ​ໃຫ້​ບັນ­ດາ​ຫ້ອງ­ການ, ຫມູ່​ບ້ານ,ໂຮງ­ຮຽນ​ຕ່າງໆ​ເຊັ່ນ: ສຳນັກ​ງານ​ປະ­ທານ​ປະ­ເທດ 220ເບ້ຍ,ຫ້ອງ­ການ​ກະ­ສິ­ກຳ​ເມືອງ​ຫົງ​ສາ 2.000ເບ້ຍ,ຫ້ອງ­ການ​ກະ­ສິກຳ​ເມືອງ​ເງິນ 2.000ເບ້ຍ,ພາຍ​ໃນ​ໂຄງ­ການ​ໄຟ­ຟ້າຫົງ​ສາ 10.000ເບ້ຍ ,ບັນ­ດາ​ຫມູ່​ບ້ານ,ໂຮງ­ຮຽນ,ຫ້ອງ­ການ​ຕ່າງໆ​ອ້ອມ​ຂ້າງເມືອງ 5.780 ເບ້ຍ.

 



__________________
Anonymous

Date:

1211982856.jpg

fl_39.jpg



__________________
Anonymous

Date:

ທີ່ປະເທດໄທຍ  ດອກສ້ຽວແມ່ນດອກໄມ້ປະຈຳຈັງຫວັດ ຕາກ ແລະ ນ່ານ

 

ຢາກໃຫ້ລາວເຮົາຕັ້ງກົກໄມ້ຂື້ນປະຈຳແຂວງຄືກນ  ເພື່ອໃຫ້ຄົນໃນແຂວງນັ້ນ​ໆ ມີຈິດສຳນຶກຮັກ

ແລະໃຫ້ຄວາມສຳຄັນກັບກົກໄມ້



__________________
Anonymous

Date:

img_2010.jpg

มีสีฟ้าด้วยนะ แต่หารูปไม่เจอ

 



__________________
Anonymous

Date:

Anonymous wrote:

img_2010.jpg

มีสีฟ้าด้วยนะ แต่หารูปไม่เจอ

 


 ຕົ້ນສ້ຽວມີທົ່ວໄປໃນປະເທດລາວ, ສະເພາະຜູ້ທີ່ຢູ່ໃນວຽງຈັນກໍ່ຈະພົບເຫັນຕາມຖະໜົນລ້ານຊ້າງ

ເຊັ່ນລະຫວ່າງທາງເຂົ້າກະຊວງສຶກສາທິການໄປຫາຕະຫຼາດເຊົ້າ, ຕົ້ນດອກສ້ຽວຈະອ້າກີບເບັ່ງບານ

ໃສ່ໃນລະຫວ່າງບຸນປີໃໝ່ລາວ. ຢູ່ທາງພາກເໜືອຈະສັງເກດໄດ້ງ່າຍໆວ່າຢູ່ພູຜາປ່າດົງບ່ອນໃດມີ   ຕົ້ນສ້ຽວຫຼາຍໆແລະບ່ອນນັ້ນລະຈະອາບເອ້ໄປດ້ວຍສີສັນແລະນົກຕັງລໍກໍ່ພວມຫ້າວແລະສົ່ງສຽງ ທັງງາມຕາທັງມ່ວນອອນຊອນໃຈ. ແຕ່ວ່າຕົ້ນໄມ້ແລະດອກໄມ້ທີ່ຫອມຫວນໃນຊ່ວງເວລານັ້ນຕ້ອງຍົກໂປ້ໃຫ້ຕົ້ນດອກຊໍ້ແລະດອກ ເປືອຍເລີຍ!

ສ່ວນວ່າດອກຊໍ້ນີ້ແມ່ນເພິ່ນເອົາມາຕາກແຫ້ງແລະບົດໃຫ້ເປັນຝຸ່ນແລ້ວນຳໄປເຮັດເຂົ້າໜົມດອກຊໍ້

ໃນຍາມບຸນປີໃໝ່ລາວ.

ສຳຫຼັບຍອດຫຼືໃບອ່ອນຂອງຕົ້ນສ້ຽວນັ້ນສາມາດເອົາມາແກງໃສ່ໜໍ່ໄມ້ໄດ້ແລະກໍ່ແຊບອີກດ້ວຍ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard