Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອັນນີ້ເປັນສິ່ງເພີ້ຝັນບໍ່...ປະເທດລາວຕ້ອງມີເນື້ອທີ່ປ່າໄມ້ 65%ໃນປີ 2015 ?
Anonymous

Date:
ອັນນີ້ເປັນສິ່ງເພີ້ຝັນບໍ່...ປະເທດລາວຕ້ອງມີເນື້ອທີ່ປ່າໄມ້ 65%ໃນປີ 2015 ?

ຕອນນີ້ ປ່າໄມ້ທົ່ວປະເທດລາວ ມີບໍ່ຮອດ 40%

ບວກໃສ່ກັບການຕັດໄມ້ທໍາລາຍປ່າ ການສົ່ງໄມ້ໄປຂາຍແບບຜິດກົດໜາຍ

ການຖາງປ່າເຮັດໄຮ່ ການບຸກລຸກແຫຼ່ງທໍາມາຫາກິນ ການຂຸດຄົ້ນບໍ່ແຮ່ ການສ້າງເຂື່ອນໄຟຟ້າ

ທັງໜົດທັງມວນ ລ້ວນແລ້ວແຕ່ມີແນວໂນ້ມສູງຂຶ້ນ

ເຮັດແນວໃດຈຶ່ງໃຫ້ລາວມີເນື້ອທີ່ປ່າໄມ້ 65%ໃນປີ 2015 ທ່ານຄິດວ່າ ອັນນີ້ມັນເພີ້ຝັນໄປຫຼືບໍ່

ວັນປຸກລະດົມໃຫ້ຄົນປູກຕົ້ນໄມ້ ກໍ່ມີແຕ່ວັນດຽວ ຄືວັນທີ່ 1 ເດືອນ 6

ປີທີຜ່ານໆມາ ປູກໄປຫຼາຍ ແຕ່ຕາຍຖິ້ມເກືອບໜົດ ເພາະບໍ່ມີຜູ້ເບິ່ງແຍງຮັກສາ

ກະຊວງກະສິກໍາ ແລະ ກະຊວງຊັບພະຍາກອນ ເພິ່ນກໍ່ໄດ້ແຕ່ແກ້ໂຕວ່າ ບໍ່ມີທຶນຮອນ ໃນການໄປກວດຈັບ

ຕ້ອງຊື້ລົດໃຫຍ່ໃຫ້ເພິ່ນ ເພິ່ນຈຶ່ງຄ່ອຍຈະໄປເຂົ້າປາ ກວດສະພາບປ່າໄດ້

ທ່ານຄິດວ່າແນວໃດ 

__________________
Anonymous

Date:
RE: ອັນນີ້ເປັນສິ່ງເພີ້ຝັນບໍ່...ປະເທດລາວຕ້ອງມີເນື້ອທີ່ປ່າໄມ້ 65%ໃນປີ 2015 ?

ບໍ່ຮູ້ວ່າ ລາຍຮັບຂອງ ກະຊວງດັ່ງກ່າວ ໄດ້ຮັບຈາກໃສແດ່ ​ແລະ​ມີ​ງົບ​ສຳ​ໃດ​ແຕ່ລະ​ປີ? ​ເພື່ອ​ມາ ຈັດການ​ ​ແລະ ບໍລິຫານ ​ໂຄງການ​ປູກ​ຕົ້ນ​ໄມ້.

ສັງ​ເກດ​ເຫັນ​ວ່າ ຜູ້​ສຳ​ປະທານ(ຜູ້​ຕັດ)ພັດ​ໄດ້​ເງີ​ນຫຼາຍ ກົງ​ກັນ​ຂ້າມ ຜູ້​ປູກ​ພັດ​​ບໍ່​ມີ​ເງິນພຽງ​ພໍ ​ເບິ່ງ​ແລ້ວ ມັນ​ບໍໍ່ສົມ​ດຸນກັນ(ບໍ່ມີ ​ແຮງ​ຈູງ​ໃຈ ​ໃຫ້​ແກ່​ຜູ້ປູກ ​ແລະ​ຮັກສາ)

​​ແລ້ວ​ທ່ານ​ຜູ້​ອ່ານ​ທັງຫຼາຍຄິດ​ວ່າ​ແນວ​ໃດ? ຈະ​ແກ້​ໄຂ​ແນວ​ໃດຊ່ວຍ​ກັນ?

__________________
Anonymous

Date:

ຊົມເຊີຍການເຮັດວຽກຢ່າງມີເປົ້າຫມາຍຂອງພັກລັດ

__________________
Anonymous

Date:

ຢູ່ເມືອງບໍຣິຄັນ ແຂວງບໍລິຄຳໄຊ ມີໂຮງເລື່ອຍຫລາຍທີ່ສຸດລົດສະແລວລາກໄມ້ຫລາຍທີ່ສຸດເຈົ້າຂອງໂຮງເລື່ອຍແຂ່ງ

ຂັນກັນຫລາຍທີ່ສຸດທັງຫວຽດທັງລາວ ເຈົ້າໜ້າທີ່ປ່າໄມ້ລວຍຂຶ້ນໆ ບໍ່ຮູ້ວ່າເພິ່ນເກັບຄ່າຕັດໄມ້ນີ້ໄດ້ຫລາຍປານໃດຕໍ່ປີ

__________________
joko bountiseng

Date:

Anonymous wrote:

ຍູ່ ເຊກອງ ສາລະວັນ ອັດຕະປື ກະມີແຕ່ໂຮງເລື່ອຍຂອງພໍ່ເມຍຂ້ອຍ ຂາຍໄມ້ໄດ້ປີລ່ະ ຫລາຍແສນໂດລ່າ ມີເງິນໃຊ້ຈ່າຍ ທ່ຽວຕ່າງປະເທດໄດ້ທຸກປີ ພວກໝູ່ເຈົ້າໂງ່ເອງ ມົວແຕ່ຜິດຖຽງກັນ

__________________
Anonymous

Date:

ສອງປີກອ່ນ ຂອ້ຍຊື້ ດົງໄວ້ ປະມານ 10 ຮຕ ມີກົກແຕ້ຂ່າປະມານ 30 ຕົ້ນ

ປີນື້ ໄປຈອບເບິ່ງ ກ້ຽງເຕີດ ຕໍກາບໍ່ຍັງ

__________________
KK

Veteran Member

Status: Offline
Posts: 44
Date:

ຮອດລະບໍ່ ເພາະເພີ່ນລວມປ່າຢ່າງພາລານຳເດ...ແນວທາງເພີ່ນສະຫລາດສ່ອງໃສແລ້ວ,ປ່າໄມ້ ເພີ່ນບໍ່ໄດ້ບອກເດວ່າປ່າໄມ້ດູ,ໄມ້ແຕ້,ໄມ້...ເພີ່ນກະບອກວ່າປ່າໄມ້ກະຍັງວ່າ...ຕູ້ມີ ກະປູກເດີປີນີ້ນະ ປູກຕັ້ງຫລາຍເຮັກຕາ

__________________
Anonymous

Date:

ເມືອຢາມບ້ານພໍດີພໍ້ໝູ່ຮັກແພງຄົນນຶ່ງຊຶ່ງເປັນສ່ຽວກັໍນມາແລະເປັນຄົນໄທບ້ານດຽວກັນອີກ. ມັນມີໜ້າທີ

ການລານດີທີ່ສຸດ  ຄືເປັນພາສີປ່າໄມ້ ແລະມັນກໍເປັນລູກເຂີຍຂອງນັກການເມືອງຜູ້ມີອິດທິພົນຄົນນຶ່ງຢູ່ໃນ

ສປປ ລາວ. ມັນພາໄປລ້ຽງອາຫານຢູ່ຮ້ານອາຫານທີ່ມີຊື່ສຽງທີ່ສຸດໃນນະຄອນຫລວງວຽງຈັນ ມີໝູ່ໄປນຳກັນ

7-8 ຄົນ, ອມັນຂໍເງິນນຳຂ້າພະເຈົ້າ ໜຶ່ງໂດລລ້າ ແລະບັກຂ້າພະເຈົ້າວ່າຈະເກັບໄວ້ເປັນອະນູສອນ ຂ້າພະເຈົ້າ

ກໍເອົາມໍໃຫ້ມັນໄປ. ມື້ຕໍ່ມາມັນກໍມາຮັບເອົາໄປຫລີ້ນຕາມເຄີຍ ແຕ່ມັນປ່ຽນຣົຖ ແລນຄຣູເຊີ ຈາກມື້ວານນີ້

ທີ່ມັນພາໄປກິນເຂົ້າຢູ່ຮ້ານອາຫານ ມາເປັນ ແລັກສັດ 470 ສີງູດິນ, ອອກຈາກບ້ານພັກມັນກໍຖີ້ມກະແຈຣົຖ

ໃຫ້ໂລດແລະບອກວ່າ: ໂຕເປັນໂຊຟເຟີມື້ນີ້ ເຮົາຈະເປັນເຈົ້ານາຍ. ມັນມີຣົຖ 4 ຄັນ (ຜົວສອງເທັຍສອງ) ໄດ້

ໃຈອິຫຼີແລະກໍຈ່າຍເງິນສົດອີກດ້ວຍ. ມື້ທີ່ຂ້າພະເຈົ້າບິນກັບສະຫະຣັຖ ມັນມາສົ່ງທີ່ເດີ່ນບິນວັດໄຕ ແລະກ່ອນ

ທີ່ຂ້າພະເຈົ້າຈະເດີນຂຶ້ນຍົນໝໍໄດ້ເອົາຊອງສີຂາວຍັດໃສ່ຖົງເສືຶ້ອໃຫຍ່ຂອງຂ້າພະເຈົ້າແລະເວົ້າວ່າ ເມື່ອຍົນຂຶ້ນ

ດຖິງທ້ອງຟ້າເມື່ອໃດຈັ່ງໃຫ້ໂຕເປີດເບິ່ງໄດ້.   ພໍຍົນຂ້າມແມ່ຂອງມຸ້ງໜ້າສູ່ໄທ ຂ້າພະເຈົ້າກໍຮິບຟ້າວຈົກເອົາ

ຊອງໜັງສືນັ້ນອອກມາເບິ່ງ...ມີດຕ່ບັກໜຶ່ງສູນສູນສີຂຽວ 50 ໃບ.

ຊື່ສ່ຽວຂອງຂ້າພະເຈົ້າຄົນີ້ ຊື່ວ່າ ສດ ໄປບ້ານປ່າມ່ວງທາດກລວງ ເປັນນ້ອງຂອງ ອ້າຍກອງ-ທອງ ແລະ ລີ.

ຫລີ້ນ ກິດຕ້າກໍເກ່ງ ຮ້ອງເພງກໍມ່ວນ ແຕ່ຜູ້ກ່ຽວເປັນໜູນ້ອຍຕົກຖັງເງິນຖັງຄຳ.

 And how do you feel about the special treatment and gift? Very happy?

ຄຶດເຫິງບໍ່ນິທານເຮື່ອງນີ້

ຖ້າເປັນເຮື່ອງແທ້

ເຈດຕະນາທີ່ມຶງເອົາມາເລົ່ານີ້ແມ່ນ ???

1/,  ຢາກຍ້ອງໝູ່

2/,  ຢາກທຳຮ້າຍໝູ່

ເບິ່ງແລ້ວ  ມຶງມີທັງສອງເຈດຕະນາ  

ເຈດຕະນາຍ້ອງໝູ່  ເພາະມຶງຢາກຂີ້ຄຸຍວ່າມຶງມີໝູ່ຮັ່່ງ  

ແຕ່ມຶງບອກຊື່ສຽງຮຽງນາມໂຄດເຫງົ້າໝູ່  

ກູວ່າມຶງກຳລັງທຳຮ້າຍໝູ່ຍ້ອນມຶງຢ້ານຫຼື່ນ(ພາສາໄທຍເຂົາວ່າ อิจฉา ริษยา)

__________________
Anonymous

Date:

ຂໍສະແດງຄວາມຍິນດີນໍາຜູ່ທີ່ມີສ່ຽວເປັນພະນັກງານພາສີ, ຖ້າຂ້ອຍໄດ້ມີຄົນໃຫ້ເງິນໃບຮ້ອຍໂດລາ

ຈໍານວນ 50 ໃບ ຂ້ອຍຄົງຈະລາພັກວຽກ 3 ປີ ແລະພາລູກແລະເມັຽໄປນອນຕາກອາກາດຢູ່ພູນາງ

ນອນທຸກໆ 6 ເດືອນ.

__________________
Anonymous

Date:

Anonymous wrote:
Anonymous wrote:

ເມືອຢາມບ້ານພໍດີພໍ້ໝູ່ຮັກແພງຄົນນຶ່ງຊຶ່ງເປັນສ່ຽວກັໍນມາແລະເປັນຄົນໄທບ້ານດຽວກັນອີກ. ມັນມີໜ້າທີ

ການລານດີທີ່ສຸດ  ຄືເປັນພາສີປ່າໄມ້ ແລະມັນກໍເປັນລູກເຂີຍຂອງນັກການເມືອງຜູ້ມີອິດທິພົນຄົນນຶ່ງຢູ່ໃນ

ສປປ ລາວ. ມັນພາໄປລ້ຽງອາຫານຢູ່ຮ້ານອາຫານທີ່ມີຊື່ສຽງທີ່ສຸດໃນນະຄອນຫລວງວຽງຈັນ ມີໝູ່ໄປນຳກັນ

7-8 ຄົນ, ອມັນຂໍເງິນນຳຂ້າພະເຈົ້າ ໜຶ່ງໂດລລ້າ ແລະບັກຂ້າພະເຈົ້າວ່າຈະເກັບໄວ້ເປັນອະນູສອນ ຂ້າພະເຈົ້າ

ກໍເອົາມໍໃຫ້ມັນໄປ. ມື້ຕໍ່ມາມັນກໍມາຮັບເອົາໄປຫລີ້ນຕາມເຄີຍ ແຕ່ມັນປ່ຽນຣົຖ ແລນຄຣູເຊີ ຈາກມື້ວານນີ້

ທີ່ມັນພາໄປກິນເຂົ້າຢູ່ຮ້ານອາຫານ ມາເປັນ ແລັກສັດ 470 ສີງູດິນ, ອອກຈາກບ້ານພັກມັນກໍຖີ້ມກະແຈຣົຖ

ໃຫ້ໂລດແລະບອກວ່າ: ໂຕເປັນໂຊຟເຟີມື້ນີ້ ເຮົາຈະເປັນເຈົ້ານາຍ. ມັນມີຣົຖ 4 ຄັນ (ຜົວສອງເທັຍສອງ) ໄດ້

ໃຈອິຫຼີແລະກໍຈ່າຍເງິນສົດອີກດ້ວຍ. ມື້ທີ່ຂ້າພະເຈົ້າບິນກັບສະຫະຣັຖ ມັນມາສົ່ງທີ່ເດີ່ນບິນວັດໄຕ ແລະກ່ອນ

ທີ່ຂ້າພະເຈົ້າຈະເດີນຂຶ້ນຍົນໝໍໄດ້ເອົາຊອງສີຂາວຍັດໃສ່ຖົງເສືຶ້ອໃຫຍ່ຂອງຂ້າພະເຈົ້າແລະເວົ້າວ່າ ເມື່ອຍົນຂຶ້ນ

ດຖິງທ້ອງຟ້າເມື່ອໃດຈັ່ງໃຫ້ໂຕເປີດເບິ່ງໄດ້.   ພໍຍົນຂ້າມແມ່ຂອງມຸ້ງໜ້າສູ່ໄທ ຂ້າພະເຈົ້າກໍຮິບຟ້າວຈົກເອົາ

ຊອງໜັງສືນັ້ນອອກມາເບິ່ງ...ມີດຕ່ບັກໜຶ່ງສູນສູນສີຂຽວ 50 ໃບ.

ຊື່ສ່ຽວຂອງຂ້າພະເຈົ້າຄົນີ້ ຊື່ວ່າ ສດ ໄປບ້ານປ່າມ່ວງທາດກລວງ ເປັນນ້ອງຂອງ ອ້າຍກອງ-ທອງ ແລະ ລີ.

ຫລີ້ນ ກິດຕ້າກໍເກ່ງ ຮ້ອງເພງກໍມ່ວນ ແຕ່ຜູ້ກ່ຽວເປັນໜູນ້ອຍຕົກຖັງເງິນຖັງຄຳ.

ຄຶດເຫິງບໍ່ນິທານເຮື່ອງນີ້

ຖ້າເປັນເຮື່ອງແທ້

ເຈດຕະນາທີ່ມຶງເອົາມາເລົ່ານີ້ແມ່ນ ???

1/,  ຢາກຍ້ອງໝູ່

2/,  ຢາກທຳຮ້າຍໝູ່

ເບິ່ງແລ້ວ  ມຶງມີທັງສອງເຈດຕະນາ  

ເຈດຕະນາຍ້ອງໝູ່  ເພາະມຶງຢາກຂີ້ຄຸຍວ່າມຶງມີໝູ່ຮັ່່ງ  

ແຕ່ມຶງບອກຊື່ສຽງຮຽງນາມໂຄດເຫງົ້າໝູ່  

ກູວ່າມຶງກຳລັງທຳຮ້າຍໝູ່ຍ້ອນມຶງຢ້ານຫຼື່ນ(ພາສາໄທຍເຂົາວ່າ อิจฉา ริษยา)

 ແມ່ນໃຜຢ້ານລື່ນແລະແມ່ນໃຜອິດສາລິດສະຫຍາກັນແທ້ ແລ້ວ ສະຫາຍມີສິດຫຍັງທີ່ໄປກ້າວກ່າຍເລື່ອງສ່ວນໂຕຂອງລາວ

ຄັນສິເວົ້າໄປ.  ລາວຢາກຈະຍ້ອງ ລາວຢາກທຳຮ້າຍໝູ່ຂອງລາວ  ກໍແມ່ນເລື່ອງສ່ວນໂຕຂອງລາວ ຄວນປ່ອຍໃຫ້ສ່ຽວລາວ

ຕັກສິນເອົາເອງວ່າຖືເປັນເລື່ອງຍ້ອງຫຼືເປັນທຳຮ້າຍ.   ການທີ່ສະຫາຍປ່ອຍອາລົມເຖິງຂັ້ນເອີ້ນ  ກູ ເອີ້ນ ມຶງ ທັ່ງໆທີ່ຜູ້ກ່ຽວ

ບໍ່ໄດ້ປ່ອຍວາທະແນວເສຍໆຫາຍໆອອກມາດ່າສະຫາຍພໍຄວາມ  ແລະ   ພິເສດສຸດແມ່ນສະຫາຍບໍ່ຮູ້ຊ້າວ່າຜູ້ກ່ຽວນັ້ນແມ່ນ

ໃຜ? ໃນທຳນອງນີ້, ຖ້າຖາມຮ້ອຍຄົນກໍຈະໄດ້ຄຳຕອບຈາກຮ້ອຍຄົນວ່າສະຫາຍອິດສາລິດສະຫຍາເຂົາທີ່ເຂົາມີສ່ຽວທີ່ມີການ

ງານດີ ແລະຮັ່ງມີ.

__________________
Anonymous

Date:

ຄຶດເຫິງບໍ່ນິທານເຮື່ອງນີ້

ຖ້າເປັນເຮື່ອງແທ້

ເຈດຕະນາທີ່ມຶງເອົາມາເລົ່ານີ້ແມ່ນ ???

1/,  ຢາກຍ້ອງໝູ່

2/,  ຢາກທຳຮ້າຍໝູ່

ເບິ່ງແລ້ວ  ມຶງມີທັງສອງເຈດຕະນາ  

ເຈດຕະນາຍ້ອງໝູ່  ເພາະມຶງຢາກຂີ້ຄຸຍວ່າມຶງມີໝູ່ຮັ່່ງ  

ແຕ່ມຶງບອກຊື່ສຽງຮຽງນາມໂຄດເຫງົ້າໝູ່  

ກູວ່າມຶງກຳລັງທຳຮ້າຍໝູ່ຍ້ອນມຶງຢ້ານຫຼື່ນ(ພາສາໄທຍເຂົາວ່າ อิจฉา ริษยา)

 ແມ່ນອາດຍາມາອອກຮ້ອນອອກຮົນອິຫຍັງ ນີ້ເປັນເຣື່ອງຂອງເທວະດາສຸນັກຄືອາດຍານັ້ນບໍ່ຕ້ອງມາກ່ຽວ.

ຂ້າພະເຈົ້າຈະຍ້ອງຫລືຈະທຳຮ້າຍສ່ຽວຂອງຂ້າພະເຈົ້າກໍບໍ່ເຫັນວ່າຈະໄປໜັກກະບານຂອງອາດຍາຈັກໜ້ອຍ

ເລີຍ. ເວົ້າເຣື່ອງຢ້ານລື່ນແລະອິດສາຣິສຍານັ້ນແມ່ນອາດຍາເອງ ຮັບຮອງວ່າບໍ່ແມ່ນຂ້າພະເຈົ້າ, ຢາກຖາມ

ອາດຍາເບິ່ງວ່າແມ່ນຂ້າພະເຈົ້າເວົ້າຫຍັງໃຫ້ຈຶ່ງສແດງທາດແທ້ຂອງຄວາມໄຮ້ມາຣະຍາດຂອງອາດຍາອອກ

ມາໂຊວໃຫ້ຄົນທັງໂລກເຫັນ ນີ້ລະໜໍທີ່ເຂົາເອີ້ນວ່າຄົນມີສັນດານ......

ຢາກໃຫ້ອາດຍາຮັບຮູ້ໄວ້ວ່າ ກ່ອນຂ້າພະເຈົ້າຈະເອົາເຣື່ອງນີ້ມາອອກຢູ່ເວັບບອດສະມາຄົມລາວນີ້ ຂ້າພະເຈົ້າ

ແລະ ສດ ສ່ຽວຂອງຂ້າພະເຈົ້າໄດ້ໂອ້ລົມກັນກ່ອນແລ້ວ.​

__________________
Anonymous

Date:

ຊອງໜັງສືນັ້ນອອກມາເບິ່ງ...ມີດຕ່ບັກໜຶ່ງສູນສູນສີຂຽວ 50 ໃບ.

ຊື່ສ່ຽວຂອງຂ້າພະເຈົ້າຄົນີ້ ຊື່ວ່າ ສດ ໄປບ້ານປ່າມ່ວງທາດກລວງ ເປັນນ້ອງຂອງ ອ້າຍກອງ-ທອງ ແລະ ລີ.

นิยายนำ้เน่าบอมีความจิงดอก

__________________
Anonymous

Date:

ພາຍໃຕ້ການນໍາຂອງພັກທີ່ສະຫລາດສ່ອງໃສທຸກສິ່ງທຸກຢ່າງມີຄວາມເປັນໄປໄດ້.

ຖ້າຮອດປີ 2015 ເນື້ອທີ່ປ່າໄມ້ຍັງບໍ່ຮອດ 65% ເພິ່ນກໍ່ໄປເອົາຕົ້ນໄມ້ທີ່ໃຫຍ່ແລ້ວ

ຈາກປະເທດຫວຽດນາມມາປູກໃສ່ ຍົກເອົາມາເປັນຕົ້ນໂລດແບບທ່ານນາຍພົນ

ແຈ້ງເອົາຍົນໄປຫລົກໃຫ້ຍີ່ປຸ່ນຕອນເພິ່ນເປັນປະທານໂຄງການພັດທະນາເຂດພູ

ດອຍຫັ້ນນະ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard