Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອີກດົນປານໃດ ເພີ່ນຊິແປງທາງເສັ້ນນີ້ ?
Anonymous

Date:
ອີກດົນປານໃດ ເພີ່ນຊິແປງທາງເສັ້ນນີ້ ?


(ທາງໜອງບຶກ-ດົງໂດກ)

disbelief ເປັນຕາໜ້າອາຍແທ້ໆ...no

http://www.ecom.org.la/images/1024/IMG_0133.jpg



__________________


Senior Member

Status: Offline
Posts: 428
Date:

ເຫັນຕອນນີ້ ເພິ່ນເລັ່ງໃສ່ເສັ້ນທາງຫຼາຍເສັ້ນຢູ່ນະຄອນຫຼວງວຽງຈັນ

ຄົງຈະອີກປະມານ ສອງສາມປີ ພຸ້ນລະ ເພິ່ນຈຶ່ງ ຈະມີແຜນໄປສ້າງທາງເສັ້ນນີ້ 



__________________
Anonymous

Date:

ຢາກສະເຫນີໃຫ້ພາກລັດຕັ້ງຫນ່ວຍງານຫນຶ່ງຂຶ້ນມາ ເພື່ອສ້ອມແປງເສັ້ນທາງໂດຍສະເພາະ. ເຫັນວ່າການປົວແປງເສັ້ນທາງລ້າຊ້າ ແລະ ບໍ່ທັນການໃນແຕ່ລະຄັ້ງ ຍ້ອນລະບົບລາດຊະການອັນອືດອາດ ແລະ ຂາດຄວາມຄ່ອງຕົວ.

 

ຄວນຈະມີຫນວ່ຍງານຫນຶ່ງສະເພາະ ທີ່ເບິ່ງບັນຫານີ້ຢ່າງຈິງຈັງ ແລະ ແກ້ໄຂໃຫ້ທັນກັບສະພາບການ. ບໍ່ດັ່ງນັ້ນ ຈະເກີດບັນຫາຄືເກົ່າ ຊຳໄປຊຳມາ ແກ້ໄຂບໍ່ແລ້ວຈັກເທື່ອ



__________________
Anonymous

Date:

ຫົນທາງພໍໃຊ້ໄດ້ ດີຢູ່  ພື້ນທາງກໍໃຊ້ໄດ້ 

ບໍ່ຢາກໃຫ້ເວົ້າການກໍ່ສ້າງໃຫມ່ປານໃດ

ຂໍແຕ່ໃຫ້ມີການສອ້ມແປງໃຫ້ດີ ໄປກອ່ນ 

ເພາະໄລຍະນີ້ ລາຄາກໍ່ສ້າງທາງແຕ່ລະເສັ້ນ ມັນແພງແບບ ຮັບບໍ່ໄດ້ 

ຍອ້ນຂະບວນການອອກທຶນກອ່ນກຳລັງມາແຮງ 

ຢາກໃຫ້ເພິ່ນເຂັ້ມງວດກວດກາຕື່ມ ແລວ້ມາປະມູນສາກົນກັນໃນລາຄາສາກົນ ແລະຄຸນນະພາບສາກົນ 

 

ແຕ່ດ້ານຫລັກການແລວ້ ເພິ່ນສາມາດເຮັດແບບທາງ ເຕ2 ໂດຍເອົາ ອາສຟັນປົກຫນ້່າ ກໍໄດ້ມາດຖານແລວ້

 



__________________
Anonymous

Date:

ຖ້າໃຫ້ເພິ່ນໄປຕົວະຢື້ມເງິນນຳຕ່າງປະເທດໄດ້ກ່ອນ.ຫຼື ລໍໃຫ້ຈີນຢາກໄດ້ດິນບ່ອນໃດນຶ່ງກ່ອນ.



__________________


Senior Member

Status: Offline
Posts: 482
Date:

oiy iek juk noiy pi 2 pi ni lar, pern kum lung lan u, bor tong toak jai ner.

__________________
Anonymous

Date:

Anonymous wrote:

(ທາງໜອງບຶກ-ດົງໂດກ)

disbelief ເປັນຕາໜ້າອາຍແທ້ໆ...no

http://www.ecom.org.la/images/1024/IMG_0133.jpg


 ເປັນຫຍັງບາງຄົນຈຶ່ງກ້າອອກມາຖະແຫຼງແບບຄຸຍໜັກຄຸຍໜາວ່າເມືອງລາວຈະເລີນ

ກ້າວໜ້າວ່າ ນ້ຳໄຫຼ ໄຟສະຫວ່າງ ຫົນທາງສະດວກຢູຢາງລວດຊິເມັນ,   ບາດທາດແທ້

ມາເປັນແບບທີ່ເຫັນໃນຮູບນີ້. ເບິ່ງແຕ່ຄວາມໜາຂອງເປືອກຢາງມີ່ເຂົາປູລົງຖະໜົນ

ນັ້ນແດ່ ບໍ່ຮອດ 3 ເຊັນຊ້ຳ ເຮັດຈັ່ງໃດຈະໃຫ້ມັນທົນທານ? ຖືກບໍລິສັດສ້າງທາງຫລອກ

ຕົ້ມເອົາເງິນງົບປະມານໄປແດກເປັນສ່ວນໃຫຍ່. ນີ້ລະປະເທດທີ່ດ້ອຍການສຶກສາກໍມັກ

ຈະມີບັນຫາຕະຫລອດ ເພາະບໍ່ມີຜູ້ຊຽວຊານທາງດ້ານການສ້າງຖະໜົນຫົນທາງ, ບໍ່ຮູ້

ຈັກມາດຕະຖານທີ່ຕ້ອງການ ບໍ່ຮູ້ຄິດໄລ່ວ່າຖະໜົນເສັ້ນນີ້ມີລົດແລ່ນຜ່ານມື້ນຶ່ງຈັກຄັນ?

ພວກບໍລິສັດສ້າງທາງສ້າງຖະໜົນກໍເຫັນແກ່ໄດ້ລູກດຽວ ເອົາຢາງມາປູພຽງເປືອກດຽວ

ບາງໆພໍແລ້ວພິທີ ເຫຼືອນັ້ນກໍເອົາເງິນຍັດເຂົ້າຖົງຕົນເອງ.

ແມ່ນຄວາມປະຊາຊົນຈົ່ມອີຫຼີວ່າຖະໜົນຫົນທາງຢູ່ເມືອງລາວເປັນຖະໜົນຫົນທາງສອງ

ລະດູ: ຍາມຝົນນ້ຳຫົ້ງຂີ້ຕົມຈື້ນເປັນບວກເປັນຂຸມ ເມື່ອເຖິງຍາມແລ້ງຂີ້ຝຸ່ນໄຫງ່ເປັນສີ

ແດງກຸ້ມທີບຍາມລົດແລ່ນຜ່ານ ເພາະຢາງທີ່ປູໜ້າຖະໜົນນັ້ນແຕກຫາຍໄປກັບນ້ຳຝົນ

ໄປໄດ້ຢ່າງງ່າຍດາຍ ເພາະຄວາມໜາຂອງຢາງປູທາງຢູ່ເມືອງລາວນັ້ນ  ເປືອກໄຂ່ຍັງໜາ

ກ່ອນ.

ອອນຊອນເດ.....ວຽງຈັນໄດ້ປ່ຽນສີງາມ...ລາ..ລາ..ລາ...........



__________________


Senior Member

Status: Offline
Posts: 482
Date:

green become red very nice.

__________________
Anonymous

Date:

ຂ່າວໜັງສືພິມເສດຖະກິດສັງຄົມ ອອກຂ່າວຄືກັນເລີຍ

ທາງຫນອງບຶກຫາດົງໂດກເພຫນັກ

Date of News ວັນທີ 30/05/2013 - ເວລາ 11:29:07 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້ 
 

ທາງຫນອງບຶກຫາດົງໂດກເພຫນັກ

ຂ່າວ: ພະນອມໄພ

 ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຮືອນແຄມທາງລວມທັງຜູ້ທີ່ສັນຈອນໄປ-ມາຮຽກຮ້ອງເຖິງເຈົ້າຫນ້າທີ່ກ່ຽວຂ້ອງຈົ່ງໄດ້ລົງຕິດຕາມແລະກວດກາສະພາບຂອງເສັ້ນທາງນັບຈາກສາມແຍກຫນອງບຶກຫາດົງໂດກນະຄອນຫລວງວຽງຈັນໂດຍໄວເນື່ອງຈາກປະຈຸບັນເສັ້ນທາງສາຍດັ່ງກ່າວແມ່ນໄດ້ຮັບຄວາມເສຍຫາຍຢ່າງຫນັກເກີດເປັນຂຸມເປັນບວກທີ່ກວ້າງແລະເລິກຫລາຍສິບຈຸດເປັນຕົ້ນແມ່ນນັບແຕ່ຕົ້ນທາງອອກຈາກຖະຫນົນ 13  ເຫນືອມາປະມານ 2  ກິໂລແມັດ.

 ສະພາບຄວາມເສຍຫາຍດັ່ງກ່າວໄດ້ສ້າງຄວາມຫຍຸ້ງຍາກລຳບາກຫລາຍໃຫ້ແກ່ຜູ້ທີ່ອາໄສຢູ່ແຄມທາງແລະຜູ້ສັນຈອນໄປມາຜ່ານເຂດດັ່ງກ່າວເນື່ອງຈາກໄລຍະຝົນຕົກນ້ຳຈະຂັງເປັນເວລາຫລາຍວັນແລະເມື່ອແດດອອກຈະເກີດມີຝຸ່ນໄງ່ເຊິ່ງເກີດສະພາບແບບນີ້ໄດ້ເລີ່ມເປັນມາແຕ່ທ້າຍປີ2012 ແລ້ວ.

 ຂະນະທີ່ເສັ້ນທາງມີຄວາມຍາວທັງຫມົດປະມານ10ກິໂລແມັດທີ່ກໍ່ສ້າງມາໄດ້ອາດບໍ່ເຖິງ1ປີແຕ່ມີລົດບັນທຸກຫນັກທຽວຫລາຍໃນແຕ່ລະວັນຈິ່ງເປັນເຫດເຮັດໃຫ້ຖະຫນົນມີສະພາບທີ່ເປ່ເພໄວໂດຍປະຊາຊົນເປີດເຜີຍວ່າຈຸດທີ່ເປ່ເພມັກເກີດອຸບັດເຫດຂຶ້ນເລື້ອຍໆແລະຍັງມີບາງກໍລະນີເຖິງຂັ້ນເສຍຊີວິດ ແຕ່ເສັ້ນທາງສາຍດັ່ງກ່າວບໍ່ມີຮ່ອງລະບາຍນ້ຳ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard