Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວັນປູກຕົ້ນໄມ້ແຫ່ງຊາດ
Anonymous

Date:
ວັນປູກຕົ້ນໄມ້ແຫ່ງຊາດ


ການປູກ ແລະ ບົວລະບັດຕົ້ນໄມ້ປູກ ເປັນໜ້າທີ່ລວມຂອງທົ່ວປວງຊົນ

ຂປລ. ການ​ຄຸ້ມ​ຄອງ​, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄມ້ ​ເປັນ​ວຽກ​ຍຸດ​ທະ​ສາດ​ທີ່​ສຳຄັນ ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ເລັ່ງ​ໃສ່ການ​ປູກ​ໄມ້ ​ແລະ ຟື້ນຟູ​ປ່າ ​ໃຫ້​ມີ​ເນື້ອທີ່​ປົກ​ຫຸ້ມ​ທົ່ວ​ປະ​ເທດ 65% ​ໃນ​ປີ 2015 ​ແລະ 70% ​ໃນ​ປີ 2020.  

 ຜ່ານ​ມາຂະ​ບວນການປູກ​ຕົ້ນ​ໄມ້​ ເພື່ອ​ຮັບ​ໃຊ້​ຄອບຄົວ ​ແລະ ​ເປັນ​ສິນຄ້າ​ຂອງ​ປະຊາຊົນ,ເຊັ່ນ ໄລຍະແຕ່ປີ 2005-2011 ການ ປູກຕົ້ນໄມ້ແຕ່ລະປີ ສະເລ່ຍບໍ່ຫລຸດ 30 ພັນເຮັກຕາ

ແຕ່ຄຽງ​ຄູ່​ກັນນັ້ນ ກໍ​ຍັງ​ເຫັນ​ວ່າ ຢູ່​ບາງ​ເຂດ, ບາງ​ທ້ອງ​ຖິ່ນ ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເທົ່າ​ທີ່​ຄວນ, ຕົ້ນ​ໄມ້​ທີ່​ປູກ​ໄປ​ແລ້ວ ກໍ​ບໍ່​ໄດ້​ຮັບ​ການ​ບົວລະບັດ​ຮັກສາໃຫ້​ຈະ​ເລີ​ນ​ເຕີບ​ໂຕ​ດີ ອັນ​ໄດ້​ເຮັດ​ໃຫ້ການ​ປູກ​ຕົ້ນ​ໄມ້ ​ແລະ ການ​ຟື້ນຟູ​ປ່າ ບໍ່​ມີ​ປະສິດທິ​ຜົນ​ສູງ​ເທົ່າ​ທີ່​ຄວນ 

 

ສຳລັບປີ 2013 ນີ້ ລັດຖະບານ ໄດ້ກຳນົດເປົ້າໝາຍການປູກໄມ້ໃນທົ່ວປະເທດ ໃຫ້ໄດ້ 30 ພັນເຮັກຕາ ລວມທັງພາກລັດ ແລະ ເອກະຊົນ ຊຶ່ງປະຈຸບັນ ສຳລັບພາກລັດ ແມ່ນກະກຽມພື້ນທີ່ປູກໄມ້ໄວ້ 1.566 ເຮັກຕາ ແລະ ເບ້ຍ ໄມ້ທີ່ຈະປູກຈຳນວນ 10 ລ້ານກວ່າເບ້ຍ ຊຶ່ງກຳນົດຈຸດປະສົງການປູກ ແມ່ນເພື່ອຟື້ນຟູປ່າ



__________________
Anonymous

Date:

20130527111340.jpg

ວັນເດັກນ້ອຍ​ສາກົນ​ປີ​ນີ້ ແມ່ນ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ເສົາ ທີ 1 ມິຖຸນາ 2013 ນີ້ ຢູ່​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ

ເຊິ່ງ​ໃນ​ຕອນ​ເຊົ້າ​ນັບ​ແຕ່​ເວລາ 9:30 ນາທີ-11:30 ມີ​ການວາງສະແດງ​ຮູບ​ພາບ ສິ່ງ​ພິມ ຜະລິດ​ຕະ​ພັນ​ກ່ຽວ​ກັບ​ເດັກ ການ​ກວດ​ສຸຂະພາບ​ໃຫ້​ເດັກ ການ​ປະ​ກວດ​ຮູບແຕ້ມ ການ​ຖາມ​ຕອບ​ກ່ຽວ​ກັບ​ສິດທິ​ເດັກ ການ​ເລົ່າ​ນິທານ ແລະ ອື່ນໆ ສ່ວນ​ໃນ​ຕອນ​ບ່າຍ​ເວລາ 13:30-16:30 ຈະ​ມີ​ການສະແດງ​ສິລະ​ປະ​ວັນນະຄະດີ.

ດັ່ງນັ້ນ ຂໍ​ເຊີນຊວນ​ບັນດາ​ຜູ້​ປົກຄອງ ໄດ້​ນຳ​ເອົາ​ລູກ​ຫຼານ​ຂອງ​ຕົນ ໄປ​ຮ່ວມ​ງານ​ດັ່ງກ່າວ​ດ້ວຍ.



__________________
Anonymous

Date:

Anonymous wrote:

ການປູກ ແລະ ບົວລະບັດຕົ້ນໄມ້ປູກ ເປັນໜ້າທີ່ລວມຂອງທົ່ວປວງຊົນ

ຂປລ. ການ​ຄຸ້ມ​ຄອງ​, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄມ້ ​ເປັນ​ວຽກ​ຍຸດ​ທະ​ສາດ​ທີ່​ສຳຄັນ ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ເລັ່ງ​ໃສ່ການ​ປູກ​ໄມ້ ​ແລະ ຟື້ນຟູ​ປ່າ ​ໃຫ້​ມີ​ເນື້ອທີ່​ປົກ​ຫຸ້ມ​ທົ່ວ​ປະ​ເທດ 65% ​ໃນ​ປີ 2015 ​ແລະ 70% ​ໃນ​ປີ 2020.  

 ຜ່ານ​ມາຂະ​ບວນການປູກ​ຕົ້ນ​ໄມ້​ ເພື່ອ​ຮັບ​ໃຊ້​ຄອບຄົວ ​ແລະ ​ເປັນ​ສິນຄ້າ​ຂອງ​ປະຊາຊົນ,ເຊັ່ນ ໄລຍະແຕ່ປີ 2005-2011 ການ ປູກຕົ້ນໄມ້ແຕ່ລະປີ ສະເລ່ຍບໍ່ຫລຸດ 30 ພັນເຮັກຕາ

ແຕ່ຄຽງ​ຄູ່​ກັນນັ້ນ ກໍ​ຍັງ​ເຫັນ​ວ່າ ຢູ່​ບາງ​ເຂດ, ບາງ​ທ້ອງ​ຖິ່ນ ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເທົ່າ​ທີ່​ຄວນ, ຕົ້ນ​ໄມ້​ທີ່​ປູກ​ໄປ​ແລ້ວ ກໍ​ບໍ່​ໄດ້​ຮັບ​ການ​ບົວລະບັດ​ຮັກສາໃຫ້​ຈະ​ເລີ​ນ​ເຕີບ​ໂຕ​ດີ ອັນ​ໄດ້​ເຮັດ​ໃຫ້ການ​ປູກ​ຕົ້ນ​ໄມ້ ​ແລະ ການ​ຟື້ນຟູ​ປ່າ ບໍ່​ມີ​ປະສິດທິ​ຜົນ​ສູງ​ເທົ່າ​ທີ່​ຄວນ 

 

ສຳລັບປີ 2013 ນີ້ ລັດຖະບານ ໄດ້ກຳນົດເປົ້າໝາຍການປູກໄມ້ໃນທົ່ວປະເທດ ໃຫ້ໄດ້ 30 ພັນເຮັກຕາ ລວມທັງພາກລັດ ແລະ ເອກະຊົນ ຊຶ່ງປະຈຸບັນ ສຳລັບພາກລັດ ແມ່ນກະກຽມພື້ນທີ່ປູກໄມ້ໄວ້ 1.566 ເຮັກຕາ ແລະ ເບ້ຍ ໄມ້ທີ່ຈະປູກຈຳນວນ 10 ລ້ານກວ່າເບ້ຍ ຊຶ່ງກຳນົດຈຸດປະສົງການປູກ ແມ່ນເພື່ອຟື້ນຟູປ່າ


When a good idea has not been materialized, it has become just a propaganda. The government has already acknowledged they have missed the target. It's much and much more difficult to plant trees than to cut down and sell them. You cannot continue to pretend that you are re-foresting the country while you allow ongoing illegal logging and destruction of existing Lao forests. You just create an excuse to tell Lao people not to worry too much about those Viet trucks carrying big Lao tree trunks toward Vietnam because the government has been planting more and more trees, blah blah blah. It's just a bogus excuse to dupe Lao people. It takes hundreds of years to have the large trees that still exist in Laos today. These trees have disappeared from most countries in southeast Asia. The Viets know that very well.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard