Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ນໃຜ ມີພຶດທິກຳດັ່ງກ່າວ
Anonymous

Date:
ແມ່ນໃຜ ມີພຶດທິກຳດັ່ງກ່າວ


 

17353821507392987198.jpg



__________________
Anonymous

Date:

พิติกำของคนขี้ลัก



__________________
Anonymous

Date:

ການນຳໃຊ້ລົດລັດ (ລົດປ້າຍສີຟ້າ) ຮັບໃຊ້ວຽກງານສ່ວນຕົວ ບໍ່ວ່າຈະເປັນທາງກົງ ຫລື ທາງອ້ອມ ເຊັ່ນ ຄອບຄົວຂາຍເຂົ້າ ແກ່ເຂົ້າໄປຂາຍ,ຄອບຄົວຂາຍຖ່ານ ແກ່ຖ່ານໄປຂາຍ ຫລືຮ້າຍແຮງໄປກ່ວານັ້ນ ຂີ່ລົດລັດເຂົ້າໄປຊື້ເຄື່ອງຢູ່ປທ ໄທເພື່ອມາຂາຍ ແລະ ອື່ນໆ ຖືວ່າເປັນພຶດຕິກຳໂກງ ຫລືບໍ ? ປະຈຸບັນນີ້ການນຳໃຊ້ຊັບສິນຂອງລັດເຫັນວ່າ ບໍ່ມີລະບຽບ ຊະຊາຍ    ແລ້ວແຕ່ຈະເຮັດມີຖົມໄປ ຜູ້ທີ່ມີພຶດຕິກຳນັ້ນໃດ້ກໍ່ມີແຕ່ຜູ້ທີ່ມີອຳນາດ ນັ້ນລະ

 



__________________
Anonymous

Date:

Anonymous wrote:

ການນຳໃຊ້ລົດລັດ (ລົດປ້າຍສີຟ້າ) ຮັບໃຊ້ວຽກງານສ່ວນຕົວ ບໍ່ວ່າຈະເປັນທາງກົງ ຫລື ທາງອ້ອມ ເຊັ່ນ ຄອບຄົວຂາຍເຂົ້າ ແກ່ເຂົ້າໄປຂາຍ,ຄອບຄົວຂາຍຖ່ານ ແກ່ຖ່ານໄປຂາຍ ຫລືຮ້າຍແຮງໄປກ່ວານັ້ນ ຂີ່ລົດລັດເຂົ້າໄປຊື້ເຄື່ອງຢູ່ປທ ໄທເພື່ອມາຂາຍ ແລະ ອື່ນໆ ຖືວ່າເປັນພຶດຕິກຳໂກງ ຫລືບໍ ? ປະຈຸບັນນີ້ການນຳໃຊ້ຊັບສິນຂອງລັດເຫັນວ່າ ບໍ່ມີລະບຽບ ຊະຊາຍ    ແລ້ວແຕ່ຈະເຮັດມີຖົມໄປ ຜູ້ທີ່ມີພຶດຕິກຳນັ້ນໃດ້ກໍ່ມີແຕ່ຜູ້ທີ່ມີອຳນາດ ນັ້ນລະ

 

ຄ່ອຍໆ ເວົ້າແດ່ ຈັກໜ້ອຍເພີ່ນໄດ້ຍີນແລ້ວເພີ່ນບໍ່ເລື່ອນຂັ້ນເງີນເດືອນໃຫ້ໄດ໋

ກົດໝາຍຍັງພີມບໍ່ໝົດຍັງມາດຕາ 10ກ: ຫົວໜ້າເຮັດຫຍັງກໍ່ບໍ່ຜິດ

ມາດຕາ 10ຂ: ຖ້າຫົວໜ້າເຮັດຜິດໃຫ້ປະຕິບັດຕາມມາດຕາ 10ກ


 



__________________
Anonymous

Date:

Anonymous wrote:

ການນຳໃຊ້ລົດລັດ (ລົດປ້າຍສີຟ້າ) ຮັບໃຊ້ວຽກງານສ່ວນຕົວ ບໍ່ວ່າຈະເປັນທາງກົງ ຫລື ທາງອ້ອມ ເຊັ່ນ ຄອບຄົວຂາຍເຂົ້າ ແກ່ເຂົ້າໄປຂາຍ,ຄອບຄົວຂາຍຖ່ານ ແກ່ຖ່ານໄປຂາຍ ຫລືຮ້າຍແຮງໄປກ່ວານັ້ນ ຂີ່ລົດລັດເຂົ້າໄປຊື້ເຄື່ອງຢູ່ປທ ໄທເພື່ອມາຂາຍ ແລະ ອື່ນໆ ຖືວ່າເປັນພຶດຕິກຳໂກງ ຫລືບໍ ? ປະຈຸບັນນີ້ການນຳໃຊ້ຊັບສິນຂອງລັດເຫັນວ່າ ບໍ່ມີລະບຽບ ຊະຊາຍ    ແລ້ວແຕ່ຈະເຮັດມີຖົມໄປ ຜູ້ທີ່ມີພຶດຕິກຳນັ້ນໃດ້ກໍ່ມີແຕ່ຜູ້ທີ່ມີອຳນາດ ນັ້ນລະ

 


 ຜູ້ທີ່ມີອຳນາດຍັງນຳເອົາຂອງຫລວງມາສວຍໃຊ້ຢູ່ຫວະໃນປັດຈຸບັນນີ້? ເມື່ອກ່ອນຄືເຫັນແຕ່

ຍົກເອົາບັນຫາແບບດຽວກັນນີ້ຂຶ້ນມາກ່າວປະນາມຢູ່ຫ້ອງສຳມະນາ ແລະ  ກ່າວວ່າພວກເຈົ້າ

ໃຫຍ່ນາຍໂຕຂອງປະຕິການໄດ້ໃຊ້ສິດແລະອຳນາດສວຍໃຊ້ສັບສົມບັດຂອງຫລວງໄປໃຊ້ສ່ວນ

ຕົວ.   ມາບັດນີ້ຄືວ່າເປັນຄືພວກເຈົ້າໃຫຍ່ນາຍໂຕຂອງປະຕິການທີ່ໃຊ້ສິດແລະອຳນາດສວຍ

ໃຊ້ນຳເອົາສັບສິນຂອງລັດມາໃຊ້ສ່ວນຕົວ   ທີ່ອຳນາດການປົກຄອງລະບອບໃໝ່ເຄີຍກ່າວປະ

ນາມພວກເຂົາຢູ່ຕໍ່ໜ້າປະຊາຊົນແລະຍົກອອກມາສະແດງໃຫ້ປະຊາຊົນຮູ້ວ່າພວກທີ່ໃຊ້ສິດອຳ

ນາດສວຍໃຊ້ເອົາສັບສິນຂອງລັດມາໃຊ້ສ່ວນຕົວເປັນຄົນບໍ່ດີ  ເປັນຄົນບໍ່ຮັກຊາດບໍ່ຮັກປະຊາ

ຊົນ ແລະເປັນຄົນເຫັນແກ່ຕົວບໍ່ເປັນແກ່ສ່ວນລວມ ແລະຈັດຢູ່ໃນຈຳພວກສໍ້ລາດບັງຫລວງ.

ບໍ່ວ່າລະບອບໃດມັນກໍຕາຍຫ່າຄືກັນນັ້ນແລ້ວ ທີ່ໃຊ້ສິດ ແລະ ອຳນາດສວຍໃຊ້ນຳເອົາສັບສິນ

ຂອງລັດມາໃຊ້ສ່ວນຕົວໃນຄອບຄົວ.

ສັລສົມບັດຫລືສັບສິນທຸກຢ່າງທີ່ເປັນຂອງລັດນັ້ນ,   ປະຊາຊົນລາວທຸກຄົນກໍມີສິດເປັນເຈົ້າ

ຂອງເຕັມຮ້ອຍ ແລະກໍມີສິດນຳເອົາອອກມາໃຊ້ໄດ້ ເໝືອນດັ່ງກັນກັບເຈົ້ານາຍຜູ່ທີ່ມີອຳນາດ

ທີ່ກະທຳຢູ່ທຸກວັນນີ້ ຖ້າຈະເວົ້າໄປແບບຊູຊີ.

 



__________________
Anonymous

Date:

ຜ່ານມາໂຄງການທີ່ນຳໃຊ້ງົບປະມານລັດເກືອບ99%ແມ່ນຂາດຄວາມໂປງໃສ,ມີມູນຄ່າສູງກ່ວາຄວາມເປັນຈິງ ໂຄງການໃຫຍ່ໆທີ່ມີມູນຄ່າແຕ່ຕື້ຂື້ນໄປຍີ່ງໂກງຫລາຍ (ຖ້າເປັນຂອງລັດ ຊື້ແພງ ຂາຍຖືກເດີພີນ້ອງຊີບອກໃຫ້)



__________________
Anonymous

Date:

 

ເອົາຄ່າໂຄງການ 10 ຫາ 20%

ສວ່ນການນຳໃຊ້ລົດລັດນອກໂມງການ ເອົາລົດລັດເມືຶອຈອດຢູ່ເຮືອນ ຂອງນອ້ຍດຽວ ແຕ່ກໍນອນຢູ່ໃນປາກົດການ 



__________________
Anonymous

Date:

ຄຳເຫັນທີ່ຕອບຖືກພັດລຶບຖີ້ມ !



__________________
Anonymous

Date:

ພຶດຕິກຳໂກງໃນປະຈຸບັນແຜ່ຫລາຍແລ້ວເຊັ່ນ
1 ໄປການຊ້າ (ໄປຊ້າເມືອໄວ) 
2 ອຳນາດເຖື່ອນ ກຸ່ມກ້ອນ,ເຊື້ອສາຍ,ແຍກພັກແຍກພວກ
3 ຂາດຄວາມເປັນເຈົ້າການ ການຄັດເລືອກ ແລະ ແຕ່ງຕັ້ງຫົວຫນ້າບໍ່ທັນສອດຄ່ອງຍັງຢຶດຖືຄົນເຈົ້າຄົນຂ້ອຍຊ
4 ໂຄງການນຳໃຊ້ງົບປະມານລັດ ປະຕິບັດບໍ່ຖືກຂັ້ນຕອນ, ໂກງການປະມູນຈັດຊື້
5 ນຳໃຊ້ຊັບສິນຂອງລັດຂາດປະສິດທິຜົນ
6 ກົດຫມາຍມີ ແຕ່ປະຕິບັດຄຳສັ່ງ ບໍ່ປະຕິບັດກົດຫມາຍ


__________________
Anonymous

Date:

ວິທີການໂກງສຳລັບພວກກໍ້ສ້າງທາງຕາເຄີຍໄດ້ຍິນມາ ຜູ້ກວດກາກັບຜູ້ຮັບເຫມົາໂກງນຳກັນແບ່ງປັນກັນໃຊ້ ສ້າງທາງ ຕ້ອງເຈາະເຂົ້າ ເຮັດໃຫ້ນ້ຳເຊາະຕ້ອງໄດ້ແປງເລື້ອຍໆຈັ່ງໄດ້ມີທາງກິນນຳກັນ,

ວິທີການໂກງສົມທາງກວ້າງ 7ແມັດ ເພີ່ນກະພາກັນສ້າງຕົວຈິງ 6,90ແມັດ ຕາມສັນຍາໃຫ້ປູຢ່າງຫນ້າ 10 ຊັງຕີແມັດ ເພີ່ນກະຫຼຸດລົງ ເຫລືອ 8 ຊັງຕີແມັດ ຫນ້າດີນເຂົາໃຫ້ຢຽງຊາວເທື້ອ ເພີ່ນກະຫລຸດລົງເຫຼືອ ສີບຫ້າເທື່ອ 

ແລະອີກຫລາຍໆກໍລະນີ ເຊັນເຈົ້າຫນ້າທີ່ລັດ ຮັບສິນບົນຈາກຜູ້ຮັບເຫມົາຖ້າ ເຈົ້າໃຫ້ຂ້ອຍເຮັດໂຄງການນີ້ຈະເອົາເງິນເງິນໃຫ້ຊື້ຂອງຂວັນໃຫ້ລົດວີໂກ້ ໃຫ້ເປີເຊັນເງີນຫຼາຍໆລ້ານ 

ແລ້ວສ່ຳເງິນເດືອນດ້າມນ້ອຍເອົາໄປເປັນຕິບສາວບໍລິການຮ້ານນ້ອຍ ນອກໃຈເມຍ ລ້າໆກະໄດ້ຫນາ ເອົາເງິນເປີເຊັນຈາກໂຄງການເປັນກ້ອນໃຫຍ່ໆປູກເຮືອນອວດເອ້ສາຍຕາປາຊາຊົນຊິຢ້ານຫຍັງໂກງກະບໍມີໄຜມາກວດສອບ 

ບໍມີໄຜໄດ້ຕົກຕຳແຫນ່ງນຳສໍ້ໂກງ ຈັກເທື່ອຫນາ ຄັນຊິຕົກກະຕົກມາແຕ່ລະດັບຂ້າງເທິງມີຫນ້າທີ່ສຸງໆພູ້ນລະຍ້ອນ ເພີ່ນກະຮັ່ງມີຜິດປົກກະຕິຄືກັນ, ບ່ອນໄດ້ຊີໄດ້ເງິນດີໆກະສົ່ງຄົນພວກພ້ອງຂອງຕົນໄປເຮັດ ແລ້ວກະເອົາເງິນມາປັນໃຫ້

ໃຊ້ຈ່າຍສະບາຍສະບາຍ ປະຊາຊົນບໍມິສິດທັກທວງທ້ວງຕິງໄດ້ ຖ້າໄຜເວົ້າຫຍັງກະຕັ້ງຂໍ້ຫາປະຕິການພວກບໍຫວັງດີມັນກະຫມົດທາງນຳເອົາຄວາມຜິດນຳພວກເຮົາແລ້ວແມ່ນບໍພວກເຮົາເຈົ້າຂ້ອຍ.



__________________
Anonymous

Date:

​​ຖ້າ​ມີ​ຂໍ້​ມູນ "ພຶດທິກຳດັ່ງກ່າວ"​ ແລ້ວ ​ແຈ້ງ ຫ້ອງການ​ໃດ ຫຼື ໝ່ວຍງານ​ໃດ? ​ມີ ສາຍ​ດ່ວນ​ບໍ່ biggrin



__________________
Anonymous

Date:

ມັນບໍ່ມີບ່ອນຮ້ອງຟ້ອງດອກລາວເຮົານະ ຖ້າມີກະຖືກກ່າວຫາສ້າງຄວາມປັ່ນປ່ວນສ້າງຄວາມແຕກແຍກໃນສັງຄົມ 

ຈິ່ງເປັນເງື່ອນໄຂສະດວກໃຫ້ແກ່ພວກສໍ້ໂກງລວຍນວນ ລະບົບຍຸດຕິທຳກະທຽບກັບຈີນວຽດນາມຍັງບໍ່ທັນໄດ້ຍ້ອນລະບົບລະບຽບກົງຈັກແມ່ນ

ພາຍໄຕ້ອັນດຽວບໍມີອິສະຫລະ, ຖ້າມີບ່ອນຮັບຮ້ອງການຕຳນິສົ່ງຂ່າວໄດ້ຢ່າງເສລີໂດຍບໍ່ມີໂທດທັງທີ່ລັບແລະທີ່ແຈ້ງ

ຄິດວ່າມີຫລາຍກໍລະນີຢູ່ດອກປະຊາຊົນເຂົາຊິພາກັນທັກທວງທ້ວງຕິງ ອັນນີ້ບັກໄດລະຊິກ້າເຮັດຄັນບໍຢ້ານໂທດເຖິງຕົນເອງແລະຄອບຄົວນະ.



__________________
Anonymous

Date:

​ແລ້ວ​ພວກ​ຄວນຈະ​ເລີ່ມ ຈາກ​ຈຸດ​ໃດ ? ຜູ້​ໃດ? ​ແບບ​ໃດ? ຈັ່ງ​ຊິ​ຖືກ​ຕ້ອງ ​ແລະ​ໄດ້​ຮັບ​ໝາກຜົນ ​ໃນ​ການ​ສະກັດ​ກັ້ນ "ພຶດທິກຳດັ່ງກ່າວ"



__________________
Anonymous

Date:

Anonymous wrote:

 

17353821507392987198.jpg


 I'm old enuff to remember both Royal government and PDR governemt did it. Nobody better than anybody else.

Both screw up the country.

Next Pleaseeeeeeeeeeeeeeeeeeeeeee.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard