Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ໃຈໂຫດເອົາລູກຖີ້ມລົງຖໍ່ສ້ວມ....ໃນປະເທດຈີນ.
Anonymous

Date:
ແມ່ໃຈໂຫດເອົາລູກຖີ້ມລົງຖໍ່ສ້ວມ....ໃນປະເທດຈີນ.

ຂ່າວສະເທືອນໂລກແມ່ແສນຊົ່ວເອົາທາລົກເກີດໃໝ່ໆທີ່ສາຍແຮ່ຍັງຕິດກັບສາຍບືແລະກ້ຽວຕົນໂຕຢູ່

ຖີ້ມລົງຖໍ່ສ້ວມສາທາລະນະແຫ່ງນຶ່ງໃນມົນທົນ Zhejiang ພາກຕາເວັນອອກຂອງປະເທດຈີນ. ມີຄົນ

ໄດ້ຍິນສຽງທາລົກເກິດໃໝ່ຮ້ອງໄຫ້ຢູ່ໃນຫ້ອງສ້ວມສາທາລະນະແຫ່ງນັ້ນ ຈຶ່ງເຂົ້າໄປກວດກາເບິ່ງ ແລະ

ກໍຍິນສຽງຮ້ອງໄຫ້ຂອງທາລົກນັ້ນອອກມາຈາກຖໍ່ສ້ວມຈອ່ງໂທແຈ້ງເຈົ້າໜ້າທີ່ໜ່ວຍກູ້ໄພມາ.

ຂ່າວນີ້ໄດ້ແຜ່ລາມໄປທົ່ວໂລກໃນສັງຄົມຂ່າວ online ແລະມີຄລີປໂຊວ໌ເຈົ້າໜ້າທີ່ກູ້ໄພແລະທ່ານໝໍທີ່

ໃຊ້ເວລານານເຖິງກ່ວາ 2 ຊົ່ວໂມງທີ່ພະຍາຍາມກູ້ຊີບຂອງທາລົກເກີດໃໝ່ຄົນນີ້. ໜ່ວຍກູ້ໄພໄດ້ຕັດຖໍ່

ສ້ວມອອກຊຶ່ງໃນຖໍ່ນັ້ນມີທາລົກເກີດໃໝ່ໄປຄ້າງຢູ່ທີ່ສາມແຍກຂອງຖໍ່ແລະກໍຮີບຟ້າວນຳສົ່ງໂຮງໝໍ.

ເດັກທາລົກຄົນນັ້ນເປັນຜູ້ຊາຍແລະທາງໂຮງໝໍກໍຊ່ວຍຊີວິດເອົາໄວ້ໄດ້. ທາງເຈົ້າໜ້າທີ່ຈີນກຳລັງສືບຫາ

ຜູ້ເປັນແມ່ແລະຜູ່ກ່ຽວຂ້ອງເພື່ອນຳວາລົງໂທເຕາມກົດໝາຍ.

ຂໍໂທດ, ບໍສາມາດນຳເອົາຄລິບມາໂພດໃຫ້ເບິ່ງເພາະເຮັດບໍ່ເປັນ.

__________________
Anonymous

Date:
RE: ແມ່ໃຈໂຫດເອົາລູກຖີ້ມລົງຖໍ່ສ້ວມ....ໃນປະເທດຈີນ.

ໃຈໂຫດຮ້າຍຫລາຍ ຖ້າບໍ່ຂ້າລູກ ຕົນກໍ່ຈະຖືກລັດຖະບານລົງໂທດໃນຄະດີຝ່າຝືນ

ນະໂຍບາຍລູກຄົນດຽວ.

__________________

Senior Member

Status: Offline
Posts: 482
Date:

555555 correct,

__________________
Anonymous

Date:

ມັນເປັນກຳຂອງເດັກນ້ອຍ, ທີ່ຊາດກ່ອນ ເຂົາໃດ້ສ້າງກຳທີ່ກ່ຽວກັບການ ຖີ້ມຄົນອື່ນ, ຊາດນີ້ ເຂົາເກີດມາ ເລີຍຖືກ ແມ່ບັງເກີດເກົ້າ ເອົາໄປຖີ້ມ,

__________________
Anonymous

Date:

Anonymous wrote:

ມັນເປັນກຳຂອງເດັກນ້ອຍ, ທີ່ຊາດກ່ອນ ເຂົາໃດ້ສ້າງກຳທີ່ກ່ຽວກັບການ ຖີ້ມຄົນອື່ນ, ຊາດນີ້ ເຂົາເກີດມາ ເລີຍຖືກ ແມ່ບັງເກີດເກົ້າ ເອົາໄປຖີ້ມ,

 ແຕ່ມີຄົນຈຳນວນຫຼາຍໄປຂໍເພື່ອນຳມາລ້ຽງອາດດ້ວຍສາເຫດສົງສານກໍ່ວ່າໄດ້.ແຕ່ຄົງເນັ້ນໜັກໄປທາງເຊື່ອວ່າເປັນເດັກມີອະນຸພາບສູງຫຼາຍກວ່າ.

ຂໍບອກນັກຫວຍທັງຫຼາຍທີ່ຕ້ອງການຊ່ຽງວ່າເບີຕຽງທີ່ເດັກຄົນນີ້ນອນທີ່ໂຮງໝໍ ຫຼັງຈາກເຂົາຊ່ວຍເອົາອອກມາຈາກທໍ່ໄດ້ແລ້ວ

 ແມ່ນ 59 ເດີ.ຖ້າລວຍກະຢ່າລືມແບ່ງປັນມາທາງພີ້ແດ່.

 ຄັນເປັນຄົນລາວເຮົາທາງອຳນາດການປົກຄອງຕ້ອງໃສ່ຊື່ໃຫ້ວ່າ ທ້າວລອດ ເພາະລອດຕາຍຢ່າງປະຕິຫານ,

ກ່ອນຈະເອົາອອກຈາກຖໍ່ນັ້ນກໍຈົນໄດ້ຕັດຖໍ່ອອກຈາກຫົວສ້ວມ ຖໍ່ກໍເປັນເຫຼັກເປັນຂາງ.   ໄດ້ຜ່າອອກເທື່ອ

ລະຊີກເທື່ອລະປ່ຽງ. ໜ້າຊົມເຊີຍແລະຍ້ອງຍໍນຳໜ່ວຍກູ້ໄພທີ່ມີຄວາມສຳນານໃນການກອບກູ້ຊີວິດຂອງມະ

ນຸດ, ເດັກທາລົກຄົນນັ້ນບໍ່ມີຮອຍຂູດຮອຍຂີດຕາມຕົນໂຕແມ້ແຕ່ປາຍເຂັມເລີຍ.

__________________
Anonymous

Date:

Anonymous wrote:
ຂໍສະແດງຄວາມດີຄວາມດີໃຈນຳແພດໝໍທີ່ຊ່ຽວຊານໃນການຜ່າຕັດທໍ່ສ້ວມແລະກໍ່ຂໍສະແດງຄວາມຮູ້ບຸນຄຸນ
ແທນເດັກນ້ອຍຜູ້ນັ້ນຕໍ່ກັບຜູ້ທີ່ໂທຫາເຈົ້າໜ້າທີ່ມາຊ່ວຍເດີ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard