Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານ Webmaster ຈະລຶບຖິ້ມກະທູ້ທີ່ເປັນ "ພາສາຖິ່ນ" ບໍ່
Anonymous

Date:
ທ່ານ Webmaster ຈະລຶບຖິ້ມກະທູ້ທີ່ເປັນ "ພາສາຖິ່ນ" ບໍ່

ເຊັ່ນວ່າ ພາສາຫລວງພະບາງ ພາສາເມືອງພວນ ພາສາຫົວພັນ ພາສາຜູ້ໄທ ພາສາລາວເທິງ ພາສາລາວສູງ ພາສາ Karaoke

__________________

Senior Member

Status: Offline
Posts: 428
Date:
RE: ທ່ານ Webmaster ຈະລຶບຖິ້ມກະທູ້ທີ່ເປັນ "ພາສາຖິ່ນ" ບໍ່

ຖ້າອ່ານບໍ່ອອກ ອ່ານບໍ່ຮູ້ເລື້ອງ ... ລຶບແນ່ນອນ

__________________
Anonymous

Date:

ພາສາທ້ອງຖິ່ນ ແມ່ນສະເພາະພາສາປາກເວົ້າຢູ່ໃນທ້ອງຖິ່ນຕ່າງໆ ແລະພາສາທ້ອງຖິ່ນຈະແຕກຕ່າງກັນ ບໍ່ມີຜູ້ອື່ນເຂົ້າໃຈນໍາ ສະນັ້ນ ຢູ່ປະເທດໃດເຂົາກໍໃຊ້ພາສາກາງ ທີ່ຄົນທັງຊາດເຂົ້າໃຈຮູ້ບໍ່ ພາສາກາງທັງມ່ວນອີກດ້ວຍ ຟັງແລ້ວອອນຊອນ. ຕາມວິທຍຸກະຈາຍສຽງ ໂທຣະພາບ ເຂົາຕ້ອງໃຊ້ສໍານຽງກາງທັງນັ້ນ. ສໍານຽງກາງຂອງລາວ ແມ່ນສໍານຽງວຽງຈັນໃຫ້ຮູ້ໃວ້ເນີ.

ຈາກຄົນພວນຊຽງຂວາງ ຊື່ງປາກເວົ້າສໍານຽງພວນທ້ອງຖິ່ນເດີ  ແຕ່ເວົ້ທາງການແລ້ວກໍຈໍາຕ້ອງປາກພາສາແລະສໍານຽງກາງ.

__________________
Anonymous

Date:

Anonymous wrote:

 ຂ້ອຍຫາກໍ່ຮູ້ວ່າເມືອງລາວຕ້ອງໃຊ້ສຳນຽງວຽງຈັນເປັນສຳນຽງກາງ

ຄືໄທຍໃຊ້ສຳນຽງກຸງເທບເປັນສຳນຽງກາງ  ຮາຮາຮາ

ແມ່ນອີຫຼີບໍ່ ? ຢ່າໃຫ້ຄົນເຂົາເອົາຫຼັກຖານມາຈີກໜ້າເດີ  ວ່າທີ່ເຈົ້າເວົ້າບໍ່ຖືກຕ້ອງ

ຕາມຂ້ອຍຮູ້  ຄົນລາວທຸກຄົນມີອິດສະຣະພາບໃນການເວົ້າພາສາລາວຕາມສຳນຽງໂຕເອງ

ບໍ່ມີຄົນລາວເມືອງອື່ນຜູ້ໃດດິ້ນຮົນດັດສຽງໃຫ້ເປັນສຳນຽງວຽງຈັນດອກ

ໂຮງຮຽນທົ່ວປະເທດຮຽນ ສອນພາສາລາວຕາມສຳນຽງທ້ອງຖິ່ນ

ບໍ່ຄືໄທຍຕ້ອງຮຽນແລະສອນພາສາໄທຍສຳນຽງກຸງເທບ

ແລະແມ່ຄ້າຢູ່ຕະຫຼາດວຽງຈັນມາຊາວປີແລ້ວ

ເຂົາຍັງເວົ້າສຳນຽງສະຫວັນ  ປາກເຊ  ຫຼວງພະບາງຕາມຖິ່ນ

ເກີດບໍ່ປ່ຽນແປງ

ນັກການເມືອງເວົ້າຢູ່ໃນສະພາຫຼືໃຫ້ສຳພາດອອກສື່່  ກໍ່ບໍມີໃຜກະແດະ

ເວົ້ສຳນຽງວຽງຈັນຈັກຄົນຖ້າບໍ່ແມ່ນຄົນວຽງຈັນເອງ  

ສະໄໝເກົ່າ  ເຈົ້າສຸວັນນະພູມາ  ເຈົ້າບູນອູ້ມ  ນາຍພົນພູມີ  ນາຍພົນວັງປາວ

ບໍ່ມີໃຜເວົ້າສຳນຽງວຽງຈັນດອກເດີ

ສະໄໝສັງຄົມນິຍົົມ  ເຈົ້າສຸພານຸວົງ  ທ່ານໄກສອນ  ທ່ານໜູຮັກ 

ທ່ານຄຳໄຕ  ມີໃຜເວົ້າສຳນຽງວຽງຈັນ???

ປະເທດລາວບໍ່ເຄີຍມີກົດໝາຍຫຼືປະກາດໃຊ້ສຳນຽງວຽງຈັນເປັນ

ສຳນຽງກາງ  ຫຼືມີກະເອົາມາຢັ້ງຢືນໃຫ້ເບິ່ງແດ່  ຂ້ອຍຊິໄດ້ສະຫຼາດຄືເຈົ້າ

__________________
Anonymous

Date:

Anonymous wrote:

ພາສາທ້ອງຖິ່ນ ແມ່ນສະເພາະພາສາປາກເວົ້າຢູ່ໃນທ້ອງຖິ່ນຕ່າງໆ ແລະພາສາທ້ອງຖິ່ນຈະແຕກຕ່າງກັນ ບໍ່ມີຜູ້ອື່ນເຂົ້າໃຈນໍາ ສະນັ້ນ ຢູ່ປະເທດໃດເຂົາກໍໃຊ້ພາສາກາງ ທີ່ຄົນທັງຊາດເຂົ້າໃຈຮູ້ບໍ່ ພາສາກາງທັງມ່ວນອີກດ້ວຍ ຟັງແລ້ວອອນຊອນ. ຕາມວິທຍຸກະຈາຍສຽງ ໂທຣະພາບ ເຂົາຕ້ອງໃຊ້ສໍານຽງກາງທັງນັ້ນ. ສໍານຽງກາງຂອງລາວ ແມ່ນສໍານຽງວຽງຈັນໃຫ້ຮູ້ໃວ້ເນີ.

ຈາກຄົນພວນຊຽງຂວາງ ຊື່ງປາກເວົ້າສໍານຽງພວນທ້ອງຖິ່ນເດີ  ແຕ່ເວົ້ທາງການແລ້ວກໍຈໍາຕ້ອງປາກພາສາແລະສໍານຽງກາງ.

 ຄືບໍ່ເຫັນ ສປປລ ປະກາດວ່າ ພາສາວຽງຈັນເປັນພາສາກາງ? 

ເມືອຢາມບ້ານເລີຍມີໂອກາດໄດ້ໄປເບິ່ງອະດີດໂຮງຮຽນທີ່ເຄີຍເຂົ້າຮ່ຳຮຽນເມື່ອ 40 ປີກ່ອນ.

ເມື່ອ 40 ປີກ່ອນນັ້ນເປັນພຽງໂຮງຮຽນມູລະປະຖົມສຶກສາ ແລະມີນາຍຄູຄົນດຽວສອນທັງ

3 ຫ້ອງ ປ1-2-3. ມາບັດນີ້ເປັນໝວດປະຖົມສຶກສາຊຶ່ງມີ 6 ຊັ້ນຮຽນ ປ1-ປ6 ແລະມີຄູ

ສອນ 6 ຄົນ. ຄູ 6 ຄົນນັ້ນເປັນຄົນມາແຕ່ລະທ້ອງຖິ່ນແລະແຄ່ລະຄູມີສຳນຽງສຽງປາກເວົ້າ

ແຕກຕ່າງກັນ. ຄູທີ່ມາແຕ່ຊຽງຂວາງກໍສອນລູກວິດເປັນສຳນຽງຊຽງຂວາງ, ຄູມາແຕ່ປາກ

ເຊກໍສອນແບບສຳນຽງປາກເຊ, ຄູທີ່ມາແຕ່ຊຳເໜືອກໍລອນເປັນສຳນຽງຊຳເໜືອ ແລະຄູ

ມາແຕ່ວຽງກໍສອນເປັນສຳນຽງວຽງຈັນ.

ອີກ 100 ທາງໜ້າ ພາສາແລະສຳນຽງວຽງຈັນຈະເປັນພາສາກາງຂອງປະເທດຫຼືບໍ່? ເພາະ

ລັດຖະບານລາວເຮົາບໍ່ເອົາຫົວຊາຢູຸ່ແລ້ວເລື່ອງແນວນີ້ມ ທົດລອງແລະສະເໜີມາທັງສອງ

ລະບອບແລ້ວ ບໍ່ວ່າລະບອບເກົ່າແລະໃໝ່ແມ່ນສຳ່ກັບເປົ່າປີ່ໃສ່ຫູຄວາຍ.

__________________
Anonymous

Date:

Anonymous wrote:

ພາສາທ້ອງຖິ່ນ ແມ່ນສະເພາະພາສາປາກເວົ້າຢູ່ໃນທ້ອງຖິ່ນຕ່າງໆ ແລະພາສາທ້ອງຖິ່ນຈະແຕກຕ່າງກັນ ບໍ່ມີຜູ້ອື່ນເຂົ້າໃຈນໍາ ສະນັ້ນ ຢູ່ປະເທດໃດເຂົາກໍໃຊ້ພາສາກາງ ທີ່ຄົນທັງຊາດເຂົ້າໃຈຮູ້ບໍ່ ພາສາກາງທັງມ່ວນອີກດ້ວຍ ຟັງແລ້ວອອນຊອນ. ຕາມວິທຍຸກະຈາຍສຽງ ໂທຣະພາບ ເຂົາຕ້ອງໃຊ້ສໍານຽງກາງທັງນັ້ນ. ສໍານຽງກາງຂອງລາວ ແມ່ນສໍານຽງວຽງຈັນໃຫ້ຮູ້ໃວ້ເນີ.

ຈາກຄົນພວນຊຽງຂວາງ ຊື່ງປາກເວົ້າສໍານຽງພວນທ້ອງຖິ່ນເດີ  ແຕ່ເວົ້ທາງການແລ້ວກໍຈໍາຕ້ອງປາກພາສາແລະສໍານຽງກາງ.

 ເຈົ້າເຂົ້າໃຈຜິດແລ້ວຕີບັກຫຼ້າ

ພາສາ ແລະ  ສຳນຽງ ບໍ່ແມ່ນອັນດຽວກັນເດີ

ພາສາລາວຕາມໜັງສືຮຽນຄືພາສາລາວດຽວ

ສຳນຽງເວົ້າແຕ່ລະທ້ອງຖິ່ນແຕກຕ່າງກັນ

ແຕ່ທຸກຄົນເວົ້າພາສາລາວສື່ສານກັນ

ສຳນຽງວຽງຈັນບໍ່ແມ່ນໂຄດເຫງົ້າຂອງສຳນຽງໃນພາສາລາວເດີ

ຢູ່ອະເມຣິກາ  ອັງກິດ  ແຄນາດາ  ອອສເຕຣເລັຽ  ເວົ້າພາສາອັງກິດເປັນພາສາຫຼັກ

ແຕ່ທຸກປະເທດມີສຳນຽງແຕກຕ່າງກັນ

ຄົນລາວເວົ້າພາສາອັງກິດ  ກັບຄົນໄທຍເວົ້າອັງກິດ ສຳນຽງກໍ່ຕ່າງກັນ

ຄົນວຽດກັບຄົນອິນເດັຽເວົ້າອັງກິດສຳນຽງກະຕ່າງກັນ

ແຕ່ພວກເຂົາເວົ້າພາສາຫຍັງນຳກັນ?  

__________________
Anonymous

Date:

Anonymous wrote:

ພາສາທ້ອງຖິ່ນ ແມ່ນສະເພາະພາສາປາກເວົ້າຢູ່ໃນທ້ອງຖິ່ນຕ່າງໆ ແລະພາສາທ້ອງຖິ່ນຈະແຕກຕ່າງກັນ ບໍ່ມີຜູ້ອື່ນເຂົ້າໃຈນໍາ ສະນັ້ນ ຢູ່ປະເທດໃດເຂົາກໍໃຊ້ພາສາກາງ ທີ່ຄົນທັງຊາດເຂົ້າໃຈຮູ້ບໍ່ ພາສາກາງທັງມ່ວນອີກດ້ວຍ ຟັງແລ້ວອອນຊອນ. ຕາມວິທຍຸກະຈາຍສຽງ ໂທຣະພາບ ເຂົາຕ້ອງໃຊ້ສໍານຽງກາງທັງນັ້ນ. ສໍານຽງກາງຂອງລາວ ແມ່ນສໍານຽງວຽງຈັນໃຫ້ຮູ້ໃວ້ເນີ.

ຈາກຄົນພວນຊຽງຂວາງ ຊື່ງປາກເວົ້າສໍານຽງພວນທ້ອງຖິ່ນເດີ  ແຕ່ເວົ້ທາງການແລ້ວກໍຈໍາຕ້ອງປາກພາສາແລະສໍານຽງກາງ.

 ກະທູ້ນີ້ດີ ບໍ່ຄວນລຶບຖື້ມ ແຕ່ຄວາມເຫັນນີ້ລຶບຖິ້ມໂດຍດ່ວນ ເວບມັສເຕີຈັດການຢ່າງໄວ(ອັນຕະລາຍ)

__________________
Anonymous

Date:

samakomlao wrote:

ຖ້າອ່ານບໍ່ອອກ ອ່ານບໍ່ຮູ້ເລື້ອງ ... ລຶບແນ່ນອນ

 ບໍ່ເຄີຍໄດ້ຍິນພາສາຖິ່ນ.
ເຄີຍເເຕ່ໄດ້ຍິນເເຕ່ພາສາທ້ອງຖິ່ນເເລະພາສາເທໍີ່ອນເທົ່ານັ້ນ

__________________
Anonymous

Date:

Anonymous wrote:

ເຊັ່ນວ່າ ພາສາຫລວງພະບາງ ພາສາເມືອງພວນ ພາສາຫົວພັນ ພາສາຜູ້ໄທ ພາສາລາວເທິງ ພາສາລາວສູງ ພາສາ Karaoke

 ພາສາລາວມີຫຼາຍສຳນຽງຄໍີ: ຫຼວງພະບາງ, ວຽງຈັນ, ປາກເຊ,ເເລະຕໍ່ໆໄປ...

ສ່ວນໄທດຳ,ມົ້ງ,ຜູ້ໄທ,ເເລະອໍິ່ນໃດໆຮັ້ນຈໍິ່ງເອີ້ນວ່າເປັນພາສາເພາະສຽງເເລະຄວາມໝາຍກໍ່ເເຕ່ກຕ່າງກັນຈາກພາສາລາວ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard