Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເອົາໄມ້ແລກກັບການທະລຸທາງໃຫ້ ມັນຄຸ້ມຄ່າແລ້ວບໍ່?
ບ້ານພູດອຍ

Date:
ເອົາໄມ້ແລກກັບການທະລຸທາງໃຫ້ ມັນຄຸ້ມຄ່າແລ້ວບໍ່?

ເຫັນຫຼາຍແຂວງໃນພາກເໜືອຂອງລາວທີ່ລັດທະບານອານຸຍາດໃຫ້ບໍລິສັດນາຍທຶນທັງໃນແລະນອກປະເທດມາເປີດໜ້າ

ທາງ(ທະລຸທາງ)ໃຫ້  ເພື່ອໄປສູ່ເຂດຊົນນະບົດທີ່ບໍ່ທັນມີເສັ້ນທາງເຂົ້າເທື່ອ ເຊີ່ງຕາມແນວຄິດສ່ວນຕົວແລ້ວເຫັນວ່າບໍ່

ຄຸ້ມຄ່າຍ້ອນວ່າບ່ອນໃດມີປ່າໄມ້ດົກໜາ,ໄມ້ມີຄ່າ ບໍລິສັດນາຍທຶນຈື່ງຕັດເສັ້ນທາງຜ່າໄປ ອີກຢ່າງທາງບາງບ່ອນກໍ່ບໍ່ສາ

ມາດໃຊ້ການໄດ້ໃນຊ່ວງລະດູຝົນ.

p5140161.jpg

__________________
Anonymous

Date:
RE: ເອົາໄມ້ແລກກັບການທະລຸທາງໃຫ້ ມັນຄຸ້ມຄ່າແລ້ວບໍ່?

ການປົກຄອງບໍ່ເຄັ່ງຄັດແລ້ວແຕ່ໃຜຊິເຮັດ ຂັ້ນແຂວງອອກຄຳສັ່ງ ມັນ

ມາຄັດກັນກັບຂັ້ນເມືອງ ຂັ້ນເມືອງອອກຄຳສັ່ງພັດມາຄັດກັນກັບຂັ້ນບ້ານ

ປະຊາຊົນທັມມະດາແຮງແລ້ວ ເຫັນເຕັມຕາກະເຮັດຫຍັງບໍ່ໄດ້ ປານແປ້ນ

ອັດປາກ

__________________
Anonymous

Date:

ກໍບໍ່ຕ່າງຫຍັງກັບຈີນ ເບື້ອງຕົ້ນທີ່ມັນຢາກສ້າງແສັ້ນທາງລົດໄຟຄວາມໄວສູງແຕ່ບໍ່ເຕັນເຖິງວຽງຈັນນັ້ນແລ້ວ.

ສະເພາະທາງໜ້າດິນມັນກໍເບັດສາຍລາງລົດໄຟໄປຫາປ່າທີ່ມີໄມ້ດູ່ໄມ້ແຄນພຸ້ນແລ້ວ, ສະເພາະພື້ນດິນມັນກໍຈະ

ໃຫ້ນັກທໍລະນີສາດມັນມາຄົ້ນຄ້ວາວິໄຈເບິ່ງວ່າພູໜ່ວຍໃດມີບໍ່ໂລຫະທີ່ເປັນລາຄາ ມັນກໍຈະເບັດໄປໃສ່ຄືກັນນັ້ນ

ແລ້ວ ເພາະໃນໂປຣແຈັກຂອງມັນແມ່ນໄດ້ຂຸດອູບໂມງລອດພື້ນດິນກ້ອງພູເປັນຮ້ອຍເປັນພັນໜ່ວຍແລະຍາວ

ເຖິງສອງຮ້ອຍກ່ວາກິໂລແມັດ. ຍິ່ປຸ່ນແລະແດນມາກ ເຄີຍສະເໜີລັດຖະບານລາວປະສົມໃນສະໄໝ 73-74 ວ່າ

ເຂົາຈະສ້າງຖະໜົນເລກທີ່ 13 ເປັນ super highway ແຕ່ຜົ້ງສາຫຼີເຖິງສີທັນດອນໃຫ້, ແຕ່ລັດຖະບານລາວບໍ່

ຕົກລົງ ເພາະສອງປະເທດນັ້ນໄດ້ສະເໜີວ່າເຂົາຈະເອົາທຸກຢ່າງຕາມເສັ້ນທາງນັ້ນ ຈະເປັນໄມ້ ຫລື ແຮ່ທາດຕ່າງໆ

ເພື່ອເປັນຄ່າສົດເຊີຍ.

__________________
Anonymous

Date:

ລັດຖະບານບໍ່ມີງົບກໍ່ຕ້ອງເລືອກທາງນີ້, ເພິ່ນສະຫລາດແທ້ເນີ !

__________________
Anonymous

Date:

Anonymous wrote:

ລັດຖະບານບໍ່ມີງົບກໍ່ຕ້ອງເລືອກທາງນີ້, ເພິ່ນສະຫລາດແທ້ເນີ !

 ຄັນຊັ້ນງົບປະມານທີ່ໄດ້ຈາກການເກັບພາສີ ນຳບ່ອນນຳຄາຊິໂນ, ບໍ່ທອງແດງ, ບໍ່ຄຳ, ບໍ່ຖ່ານຫີນຫັ້ນເດ ເອົາໄປໄວ້ໃສໝົດ

__________________
Anonymous

Date:

ບ້ານພູດອຍ wrote:

ເຫັນຫຼາຍແຂວງໃນພາກເໜືອຂອງລາວທີ່ລັດທະບານອານຸຍາດໃຫ້ບໍລິສັດນາຍທຶນທັງໃນແລະນອກປະເທດມາເປີດໜ້າ

ທາງ(ທະລຸທາງ)ໃຫ້  ເພື່ອໄປສູ່ເຂດຊົນນະບົດທີ່ບໍ່ທັນມີເສັ້ນທາງເຂົ້າເທື່ອ ເຊີ່ງຕາມແນວຄິດສ່ວນຕົວແລ້ວເຫັນວ່າບໍ່

ຄຸ້ມຄ່າຍ້ອນວ່າບ່ອນໃດມີປ່າໄມ້ດົກໜາ,ໄມ້ມີຄ່າ ບໍລິສັດນາຍທຶນຈື່ງຕັດເສັ້ນທາງຜ່າໄປ ອີກຢ່າງທາງບາງບ່ອນກໍ່ບໍ່ສາ

ມາດໃຊ້ການໄດ້ໃນຊ່ວງລະດູຝົນ.

p5140161.jpg

 ເສຍດາຍໄມ້ແທ້ໆເນາະ ອີກບໍ່ດົນຄົງເຫຼືອແຕ່ຕໍໄວ້ໃຫ້ລູກຫຼານເບີ່ງ

ບໍ່ຮູ້ວ່າພວກນາຍທຶນທີ່ຕັດໄປນັ້ນ ເພິ່ນໄດ້ປູກທົດແທນຄືນແດ່ບໍ່ຈັກຕົ້ນ ສອງຕົ້ນ?

__________________
Anonymous

Date:

ເວບນີ້ເປັນສື່ກາງໃຫ້ຄົນເອົາຄວາມຈິງມາເປີດເຜີຍແຕ່ບາງກໍລະນີກະໄດ້ລະບາຍຄວາມໃນໃຈນຳ ນະໂຍບາຍຂອງພັກລັດບາງອັນກະບໍສອດຄ່ອງລ້າຫລັງຍ້ອນບາງອັນວາງອອກມາແລ້ວນຳໄປປະຕິບັດ

ກະເຮັດໃຫ້ປະເທດຊາດຂາດລາຍໄດ້ເສຍຜົນປະໂຫຍດ ບາງອັນກະເອກະຊົນເຮັດໄດ້ດີກ່ອນ ແຕ່ເພີ່ນອອກຂ່າວຍາມໄດກະຜູ້ນຳພັກລັດສລາດສອ່ງໃສ ປີຊາສາມາດ ມີຫົວຫນ້າ, ຄັນເພີ່ນມີແທ້ໆຫນ້າຈະ

ນຳພາປະເທດລາວໃຫ້ຈະເລີນກ້າວກະໂດດຄືຊິດີຫລາຍໆນໍ, ປາຊາຊົນລາວແລະຊາວໂລກເຂົາຄືຊິຍ້ອງຍໍໂດຍບ່ໄດ້ອາໃສແຕ່ສືຂອງລັດເຂົ້າກະທໍຍໍໂຕເອງວ່າຜູ້ນຳລາວສລາດສ່ອງໃສຄືແນວນີ້ແມ່ນຫວາທ່ານທັງຫລາຍ.

__________________
Anonymous

Date:

ການຕັດໄມ້ແລກກັບຫົນທາງກໍແມ່ນຮູບການແລກປ່ຽນຄືກັນບໍ່ຕ່າງຫຍັງກັບການວ່າຈ້າງດວ້ຍເງິນ

ແຕ່ຮູບການໃນການແລກປ່ຽນນັ້ນ 

ບໍ່ມີການຄຸ້ມຄອງ ບໍ່ມີການຄິດໄລ່ຈຳນວນ ມີຫຍັງຂວາງຫນ້າ ໃນລັດສະຫມີນັ້ນ ຕັດກ້ຽງ ລວຍທັງເອກະຊົນ ລວຍທັງ ພະນັກງານລັດ ແຕ່ຜົນໄດ້ ກໍຈະໄດ້ທາງທີ່ເປ່ເພທີ່ເພິ່ນທະລຸໄປຕັດໄມ້ທໍ່ນັ້ນ

ແຕ່ກໍດີກວ່າບໍ່ມີທາງເພາະຖ້າງົປະມານລັດ ແຮງບໍໄດ້ຫຍັງຊ້ຳ    

ຈະແກ້ໄດ້ແນວໃດລະ ໃນເມືອເງິນໃຜກໍຢາກໄດ້ 

 ພະນັກງານກະຊວງກະສິກໍາສ່ວນຫລາຍຈົບປະລິນຍາເອກ ຍ່ອມຮູ້ຄຸ້ມຄອງຄິດໄລ່

ແຕ່ຍ້ອນວ່ານັກວິຊາການຕ້ອງຍ່າງນໍາກົ້ນນັກການເມືອງຈຶ່ງເຮັດໃຫ້ຝ່າຍລາວຕ້ອງ

ຫລຸບທຶນເລັກນ້ອຍໃຫ້ອ້າຍນ້ອງຫວຽດນາມ.

__________________
Anonymous

Date:

Anonymous wrote:

ລັດຖະບານບໍ່ມີງົບກໍ່ຕ້ອງເລືອກທາງນີ້, ເພິ່ນສະຫລາດແທ້ເນີ !

 ງົບມັນພໍຢູ່ ຕ່າງປະເທດບໍຣີຈາກຫລາຍຣ້ອຍລ້ານໂດລາແຕ່ລະປີ

ແຕ່ຫາກວ່າງົບນັ້ນມັນບໍລົງມາຮອດຂັ້ນກາງແລະຂັ້ນຕ່ຳ ສະນັ້ນຂັ້ນ

ກາງແລະຂັ້ນຕ່ຳກໍຕ້ອງກຸ້ມຕົນເອງ ຕັດໄປເລີຍແນວໃດຊິກຸ້ມຕົນເອງ

ໄມ້ຂອງໝົດທຸກຄົນຫັນລະ ໂຫຼມຈົມກະໝົດປະເທດຫໂຫຼມຈົມ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard