Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຂດເສດຖະກິດພິເສດ vs ເຂດເສດຖະກິດສະເພາະ
Anonymous

Date:
ເຂດເສດຖະກິດພິເສດ vs ເຂດເສດຖະກິດສະເພາະ

ມັນຕ່າງກັນແນວໃດ ລະຫວ່າງ

ເຂດເສດຖະກິດພິເສດ vs ເຂດເສດຖະກິດສະເພາະ ຂອງລາວ

ບອກຂ້ອຍແດ່ aww

__________________
Anonymous

Date:

Anonymous wrote:

ມັນຕ່າງກັນແນວໃດ ລະຫວ່າງ

ເຂດເສດຖະກິດພິເສດ vs ເຂດເສດຖະກິດສະເພາະ ຂອງລາວ

ບອກຂ້ອຍແດ່ aww

 ເຂດພິເສດ ແມ່ນມີຫຼາຍກຸ່ມ, ຫຼາຍຊາດ,ຫຼາຍບໍລິສັດເຂົາໄປລົງທຶນໄດ້.

ເຂດສເພາະແມ່ນເຂດທີ່ເຈາະຈົງໄວ້ໃຫ້ພຽງປະເທດເພື່ອນມິດຍຸດທະສາດເຂົ້າເມັດຫັກຜັກເສັ້ນດຽວ

ແບ່ງກັນກິນ ເຄີຍຊ່ວຍເຫຼືອ,ແບ່ງປັນຄວາມສຸກທຸກກັນມາຫຼາຍແລ້ວໃນອະດີດຊາດຕະກາລ,

ຈຶ່ງປ່ອຍໃຫ້ເຮັດຢູ່ເຂດສເພາະພຽງຄົນດຽວບໍ່ໃຫ້ໃຜເຂົາໄປຫຍຸ້ງກ່ຽວຖືເປັນເຂດເອກະລາດເໜືອນ

ປະເທດຕົນເອງໃນດິນແດນແຫ່ງໃໝ່ນີ້.

ນິຍາມນີ້ແມ່ນໄດ້ຈາກຄວາມຝັນຄືນນີ້.ຖືກ ຫຼື ຜິດ ຢ່າວ່າກັນເດີ.

__________________
Anonymous

Date:

ໂອ ຂອບໃຈຫຼາຍໆ ທ່ານ ທີ່ໃຫ້ຄໍານິຍາມໄດ້ຊັດເຈນ. ເຖິງມັນຈະມາຈາກຄວາມຝັນ ມັນກໍມີລັກສະນະ ກະຊັບເໝາະເຈາະກັບຄໍາເອີ້ນຊື່ມັນແທ້ໆ.

ຄັກຫຼາຍໆ ! ຜູ້ທີ່ຕັ້ງຊື່ ຫຼື ບັນຍັດຄໍາສັບນີ້ຂຶ້ນມາ ຢ້ານບໍ່ຮູ້ຈັກຊິໃຫ້ຄໍາຈໍາກັດຄວາມ ຄືທ່ານກໍອາດເປັນໄດ້.

__________________

Senior Member

Status: Offline
Posts: 428
Date:

ເອົາຄວາມຝັນມາອ້າງອີງກັນເລີຍຫວານີ້... ເປັນຕາເຊື່ອອີ່ຫຼີ lol

__________________

Senior Member

Status: Offline
Posts: 428
Date:

ຂ້ອຍໄປເຮັດການສຶກສາທາງກູໂກລ ໄດ້ຂໍ້ມູນມາແນວນີ້ ບໍ່ຮູ້ວ່າຖືກຫຼືຜິດ

ເຂດເສດຖະກິດພິເສດຈະມີ
ລັກສະນະຄື ທາງການ
ລາວອະນຸຍາດໃຫ້ບໍລິສັດຕ່າງ
ຊາດເປັນຜູ້ບໍລິຫານ ແລະຜູ້ລົງ
ທຶນທັງໝົດ 100% ເຕັມ ໂດຍທີ່
ທາງການລາວນັ້ນກໍຈະໄດ້ຮັບຜົນຕອບແທນ ເປັນຄ່າສໍາປະທານຄ່າເຊົ່າທີ່ດິນໄລຍະ
ຍາວ, ພາສີ ແລະຄ່າທໍານຽມຕ່າງໆ ລວມທັງຍັງຈະເປັນການສ້າງວຽກເຮັດງານທໍາໃຫ້
ແກ່ຄົນລາວ ແລະຈະເປັນການເພີ່ມຜົນຜະລິດສິນຄ້າໃນລາວ ເພື່ອສົ່ງອອກໄປຕ່າງປະ
ເທດໄດ້ຫຼາຍຂຶ້ນອີກດ້ວຍ.

ສ່ວນທີ່ຈະສ້າງຕັ້ງເພີ່ມຂຶ້ນອີກ 6 ແຫ່ງນັ້ນກໍຄືຢູ່ ທີ່ແຂວງຊຽງຂວາງ, ຫົວພັນ, ເຊກອງ,
ອັດຕະປື, ຜົ້ງສາລີ ແລະຈໍາປາສັກ ຊຶ່ງແຕ່ລະເຂດກໍ່ຈະມີລັກສະນະສະເພາະ ທີ່ຂຶ້ນຢູ່ກັບ
ສະພາບທາງພູມີສາດ ແລະທໍາມະຊາດຂອງແຕ່ລະພື້ນທີ່ເປັນສໍາຄັນ.

__________________
Anonymous

Date:

ເຂດເສດຖະກິດພິເສດ ແລະ ເຂດເສດຖະກີດສະເພາະ

ການພັດທະນາ ຂພສ ແມ່ນຮູບແບບໜຶ່ງຂອງການພັດທະນາເສດຖະກິດ ໂດຍກຳນົດເຂດພື້ນທີ່ສະເພາະໃດໜຶ່ງໃຫ້ເປັນຈຸດສຸມ ເພື່ອດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ. ນຳເອົານະໂຍບາຍຍົກເວັ້ນ ແລະ ຫຼຸດຜອນພາສີ-ອາກອນ ມານຳໃຊ້ເພື່ອສົ່ງເສີມ ການກໍ່ສ້າງ ພື້ນຖານໂຄງລ່າງ, ການບໍລິການ, ການຜະລິດ ຍົກລະດັບສີມືແຮງງານ ແລະ ຖ່າຍທອກເຕັກໂນໂລຊີທີ່ ທັນສະໄໝ.

ທິດທາງລວມຂອງການພັດທະນາ ຂພສ ແມ່ນເພື່ອປະກອບສ່ວນເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວໄວຂື້ນ, ເຊື່ອມຕົວເຂົ້າກັບເສດຖະກິດ ພາກພື້ນ ແລະ ສາກົນ, ສົ່ງເສີມການປະຕິຮູບເສດຖະກິິດໃຫ້ເປັນໄປຕາກກົນໄກຕະຫຼາດທີ່ມີການດັດສົມຂອງລັດ, ຕາມຄຸນລັກສະນະຂອງປະເທດເຮົາ ໂດຍປະຕິ ບັດຕາມນະໂຍບາຍກ້າວກະໂດດຂອງລັດຖະບານ ການພັດທະນາ ແລະ ຄຸ້ມຄອງ ຂພສ ຕາມກົນໄກ ຫົວໜ່ວຍບໍລິຫານນ້ອຍ-ສັງຄົມກວ້າງ ເພື່ອສ້າງໜໍ່ແໜງ ການຫັນເປັນອຸດສາຫະກຳທີ່ທັນສະໄໝ, ຫັນທີ່ດິນເປັນທຶນ ນຳໃຊ້ທ່າແຮງທີ່ຕັ້ງຍຸດທະສາດຂອງເສັ້ນທາງເຊືອມໂຍງຕາເວັນອອກ-ຕາເວັນຕົກ ເພື່ອພັດທະນາໃຫ້ ຫຼຸດພົ້ນອອກຈາກການດ້ອຍພັດທະນາໃນປີ 2020.

ເຂດເສດຖະກິດພິເສດ

• ເປັນເຂດທີ່ພັດທະນາໃຫ້ເປັນຕົວເມືອງໃໝ່ ແລະ ໄດ້ຮັບນະໂຍບາຍສົ່ງເສີ່ມພິເສດ;
• ປະຊາຊົນໃນເຂດມີສ່ວນຮ່ວມໃນການພັດທະນາເຂດ;
• ຄຸ້ມຄອງບໍລິຫານຕາມກົນໄກ ຫົວໜ່ວຍບໍລິຫານນ້ອຍ-ສັງຄົມກວ້າງ;
• ອາດລວມມີຫຼາຍເຂດເສດຖະກິດສະເພາະ;
• ມີຄະນະບໍລິຫານ ແລະ ສະພາບໍລິຫານເສດຖະກິດເປັນຜູ້ຄຸ້ມຄອງ
ມີ 2 ຮູບແບບການລົງທຶນຄື:
- ລັດຖະບານ 100%
- ຮ່ວມທຶນ (ລັດຖະບານ-ເອກະຊົນ)

ເຂດເສດຖະກິດສະເພາະ

• ເປັນເຂດທີ່ພັດທະນາໃຫ້ເປັນເຂດອຸດສາຫະກຳ, ການຜະລິດ, ຕົວເມືອງທ່ອງທ່ຽວ, ການຄ້າປອດພາສີ, ພັດທະນາເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ອື່ນໆ;
• ມີສະພາບໍລິຫານເຂດເປັນຜູ້ບໍລິຫານ ແລະ ຄຸ້ມຄອງ;
• ຄຸ້ມຄອງບໍລິຫານຕາມກົມໄກ ຫົວໜ່ວຍບໍລິຫານນ້ອຍ-ສັງຄົມກວ້າງ;
ມີ 3 ຮູບແບບການລົງທຶນຄື:
- ລັດຖະບານ 100 %;
- ຮ່ວມທືນ (ລັດຖະບານ-ເອກະຊົນ);
- ເອກະຊົນ 100 %.

ເຂດເສດຖະກິດສະເພາະບຶງທາດຫລວງ

That Luang lake specific Economic Zone

Location:

Xaysettha District, Vientiane Capital

Establishment Year:

2011

Land Tenure:

99 years

Investment Amount:

1,600,000,000 USD

Developer:

Private 100 % (Chinese)

Area:

365 ha

Location Advantage:

• Available infrastructure system
• The project site is situated in the center of Vientiane Capital.

Investment Projects:

1. Embassy Cultural Area (Embassy Office, Department Store, Franchised Store,   Superstore, Entertainment Center, 5 Star Hotel, Performance Center).
2. Financial and Business Area.
3. Intensive Residential Area (Service Facilities: Hospital, International School and Kindergarten).
4. Low-rise Residential Area (Many forms of residences: European style, modern style and Laos style).
5. Tourist and Leisure Area (Retail Complex, Leisure and Lifestyle Street, Resort and Hotel).
6. Golf Course.

__________________

Senior Member

Status: Offline
Posts: 482
Date:

lad ta barn tong lieng pa xa xon pu ti took yak mun jing man. start now believe me.

 ຄັກຫຼາຍ ເຂົ້າໃຈແລ້ວບາດນີ້ 

__________________

Senior Member

Status: Offline
Posts: 428
Date:

ລືມຂອບໃຈ
ຂອບໃຈຫຼາຍໆເດີ້ ທີ່ແບ່ງປັນຂໍ້ມູນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard