Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພີ່ນ້ອງລາວເຮົາຄິດແນວໃດກ່ຽວກັບເລື່ອງນີ້?
Anonymous

Date:
ພີ່ນ້ອງລາວເຮົາຄິດແນວໃດກ່ຽວກັບເລື່ອງນີ້?


ເພິ່່ນສ້າງອານຸສອນຮູບປັ້ນໂຫ່ຈີ່ມິນ ໃສ່ໃຈກາງເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຄິດວ່າສົມຄວນບໍ ເພາະໂຫ່ຈີ່ມິນເປັນວີລະບຸຣຸດຂອງປຊຊຫວຽດນາມ!

ຫຼືວ່າແນວໃດ?



__________________
Anonymous

Date:

ສົມຄວນຫລືບໍ່ຂ້ອຍຕອບບໍ່ໄດ້

ແຕ່ຂ້ອຍຄິດວ່າບໍ່ມີປັນຫາຫຍັງເພາະໂຮ່ຈິມິນເອງກະເປັນຄົນທີ່ຜູ້ນຳຄວນເອົາເປັນແບບຢ່າງ

ສະນັ້ນການເອົາຮູບປັ້ນຂອງຄົນດີ ມາໃສ່ກະເປັນເລື່ອງທີ່ດີ  ຂໍແຕ່ຢ່າເອົາຄົນທີ່ເຮັດດີບັງຫນ້າລັບຫລັງສໍ້ລາດ



__________________


Senior Member

Status: Offline
Posts: 428
Date:

ເພິ່ນເປັນສ່ຽວຮັກສ່ຽວແພງກັນ
ສົມຄວນແລ້ວ

__________________
Anonymous

Date:

Anonymous wrote:

ສົມຄວນຫລືບໍ່ຂ້ອຍຕອບບໍ່ໄດ້

ແຕ່ຂ້ອຍຄິດວ່າບໍ່ມີປັນຫາຫຍັງເພາະໂຮ່ຈິມິນເອງກະເປັນຄົນທີ່ຜູ້ນຳຄວນເອົາເປັນແບບຢ່າງ

ສະນັ້ນການເອົາຮູບປັ້ນຂອງຄົນດີ ມາໃສ່ກະເປັນເລື່ອງທີ່ດີ  ຂໍແຕ່ຢ່າເອົາຄົນທີ່ເຮັດດີບັງຫນ້າລັບຫລັງສໍ້ລາດ


 ເຫັນດີນຳຄຳເຫັນຂອງທ່ານ, ເລື່ອງອື່ນບໍ່ຂໍມີຄຳເຫັນ ຂໍມີຄຳເຫັນແຕ່ວ່າ:

ຖ້ານຳເອົາຮູບເພີ່ນມາປະດິດສະຖານຢູ່ບ້ານໂຕເອງແລ້ວກໍ່ຄວນຮຽນເອົາຄຸນ

ສົມບັດຂອງເພີ່ນ ເຮັດໃຫ້ໄດ້ຄືອຸດົມການຂອງເພີ່ນ ແມ່ນດີທີ່ສຸດ



__________________


Senior Member

Status: Offline
Posts: 482
Date:

very good

__________________
Anonymous

Date:

ແມ່ນໄຜກະບໍມັກແກວນໍ ແຖວບ້ານນອກເຂົາເບື່ອແກວຫລາຍຍ້ອນມັນຊູຊີ ຫິນະ 

ຄັນຢາກໄດ້ຫຍັງກະພິເອົາຈົນໄດ້ ຄັນເຈົ້າຂອງບໍ່ຢູ່ກະລັກເອົາ ເຄືອງທີ່ເພິນຢາກໄດ້

ເປັນຕົ້ນແມ່ນພວກເຫລັກທອງໂລປິນຽມເອົາໄປຂາຍ, ເລືອງຮູບປັ້້ນຫລືເຄືອງເກົ່າຂອງແກ່ຕ່າງໆ

ຕອນເຂົ້າມາໃຫມ່ໆສັ່ງທຳລາຍ ປຶ້ມທີ່ບັນທຶກຮີດຄອງປະເພນີ ແຖວຊຽງຂວາງສັ່ງເອົາພຣະພຸດທະຮູບໄປຖອກລົງຫ້ວຍ

ພວກສຳມະນາ ຢາກທັກທວງຫາກ ຢ້ານໂທດ ເລິຍເວົ້າຫຍັງບໍໄດ້, ບາດຕາມໂຮງຮຽນຕ່າງໆປື້ມທີ່ເປັນພາສາອັງກິດ

ຄົນໃນລະບອບເກົ່າຂຽນພິມກະເອົາໄປຈູດເຜົາໄຟຖິ້ມ ພາສາອັງກິດພາສາຝະລັ່ງກະບໍໃຫ້ຮຽນຍ້ອນເປັນຂອງຈັກກະພັດ

ດຽວນີ້້ນິຍົມແກວຮຽນຈົບມາຈາກແກວໄດ້ຫນ້າທີ່ຕຳແຫນ່ງດີໆແມ່ນໄຜກະຢາກໄປຮຽນ ຍ້ອນມັນດີ

ເວົ້າພືນເຄືອງເອົາມາຈາກແກວຈັກດີບໍດີນຳເຂົ້າແບບສະບາຍ.

 



__________________
Anonymous

Date:

ບໍ່ເຫມາະສົມ ຫນ້າຈະເອົາຮູບປັ້ນ ກາກມາກ ຫລື ເລນິນ ມາໃສ່ຫລາຍກວ່າ



__________________
Anonymous

Date:

ອະນຸສອນສະຖານໂຫ້ຈິມິນມີຄວາມໝາຍແນວໃດຕໍ່ຊາດແລະປະຊາຊົນລາວ?

ອະນຸສອນສະຖານໂຫ້ຈິມິນຈະນໍາຜົນປະໂຫຍດຫຍັງແກ່ຊາດແລະປະຊາຊົນລາວ?

ຖ້າຄໍາຕອບມີເຫດຜົນໜັກແໜ້ນພຽງພໍ, ຂ້ານ້ອຍກະກັບມາກົດ LIKE ໃຫ້.

ຂອບໃຈ



__________________
Anonymous

Date:

ຢຸ່ລາວມີຮູບປັ້ນ HO CHI MINH ກໍ່ດີເພາະເພິ່ນເປັນຄົນດີແລະມີຄຸນງາມຄວາມດີຕໍ່ລາວເຮົາ

ກໍ່ຫລວງຫລາຍ, ແມ່ນກະທັ້ງຢູ່ MOSCOW, RUSSIA ກໍ່ຍັງມີຮູບປັ້ນHO CHI MINH



__________________
Anonymous

Date:

ຂອ້ຍບໍ່ເຫັນດີທີ່ຈະເອົາຮູບປັ້ນໂຮ່ຈີ່ມິນມາຕັ້ງຢູ່ລາວເພາະແມ່ນດິນລາວບໍ່ແມ່ນແຜ່ນດິນຫວຽດ ຊື່ງສະແດງໃຫ້ເຫັນວ່າລາວຕົດເປັນຫົວເມືອງຂື້ນຂອງຫວຽດນາມເຖິງແມ່ນວ່າລາວ ແລະຫວຽດນາມຈະມີສາຍພົວພັນທີ່ແໜນ້ໜາປານໃດກໍ່ຕາມ ລາວເຮົາຄິດວ່າເປັນສັນຍາລັກແບບມິດຕະພາບແຕ່ຫວຽດນາມຄິດຕ່າງກ້ບລາວນີ້ຄືວິທີການໜື່ງທີ່ຫວັງຄອບຄອງລາວຂອງຫວຽດນາມ ໃຫ້ບັນດາທ່ານລອງຄິດເບິ່ງ



__________________
Anonymous

Date:

ຂໍຖາມແດ່ວ່າ ມີຮູບປັ້ນຂອງ ໄກສອນ ແລະສຸພານຸວົງ ຢູ່ຫວຽດນາມ

ຕາມເມືອງສຳຄັນສຳຄັນຂອງເຂົາບໍ່? ເພາະວ່າໄກສອນແລະສຸພານຸວົງ

ກໍມີບຸນຄຸນກັບຫວຽດນາມບໍ່ນ້ອຍກ່ອນໂຮຈີມິນມີຕໍ່ລາວຄືກັນ. ຖ້າບໍ່

ສຸພານຸວົງບໍ່ປ່ອຍໃຫ້ທະຫານຫວຽດນາມເຂົ້າມາໃຊ້ແຜ່ນດິນລາວເປັນ

ເສັ້າທາງລຳລຽງທະຫານແລະອາວຸດລົງສູ່ຫວຽດນາມໃຕ້    ຢ່າຫວັງວ່າ

ຫວຽດນາມຈະມີປັນຍາຂົນທະຫານແລະອາວຸດລົງສູ່ຫວຽດນາມໃຕ້ໄດ້.

ຖ້າຢູ່ ຮາໂນ້ຍ ໂຮຈີມິນຊີຕີ ຫລືເມືອງສຳຄັນຂອງຫວຽດນາມມີຮູບປັ້ນ

ຂອງສຸພານຸວົງຫລືໄກສອນ ກໍສົມຄວນຢູ່ທີ່ຈະໃຫ້ຮູບປັ້ນຂອງໂຮຈີມິນ

ຄັ້ງຢູ່ໃຈກາງເມືອງຂອງສະຫວັນນະເຂດ,ຖ້າບໍ່ມີກໍຮູບປັ້ນຜູ້ນຳລາວເຮົາ

ຢູ່ປະເທດເຂົາ    ກໍແປວ່າຊາວໂລກກໍຮູ້ໂລດວ່າລາວເປັນຫົວເມືອງຂຶ້ນ

ຫວຽດນາມໂດຍກົງ.



__________________
Anonymous

Date:

ເຫັນ​ດີ​ນຳ ຕົວ​ໜັງ​ສື​ໃຫ​ຍ່ ສີ​ແດງ



__________________
Anonymous

Date:

ແມ່ນແລ້ວຂ້າພະເຈົ້າກໍເຫັນດີຕາມຄວາມເຫັນຂອງທ່ານຂ້າງເທິງນັ້ນ,ຖ້າຈະໃຫ້ດີເອົາຣູບປັນພະຍາຟ້າງຸ່ມແທນ

ດີກ່ວາບໍ?

 ຂໍໃຫ້ຄະແນນຄວາມເຫັນຂ້າງເທີງນີ້ເຕັມຣ້ອຍອອກຄວາມເຫັນຕົງປະເດັນດີ



__________________
Anonymous

Date:

ແມ່ນແລ້ວຫນ້າຈະເອົາຮູບປັ້ນຜູ້ນຳລາວສ້າງແລະຕັ້ງຢູ່ປະເທດຫວຽດນາມຄືກັນ ການທີ່ເອົາຮູບປັ້ນເຂົາມາກະສະແດງວ່າເປັນຫົວເມືອງຂຶ້ນຫລືມີສ່ວນກ່ຽວຂ້ອງຫລາຍຄົນແຮງເວົ້າວ່າລາວເປັນຫົວເມືອງຂື້ນຂອງແກວຢູ່ແລ້ວ



__________________
Anonymous

Date:

ຖ້າວຽດນາມຖືວ່າລາວເຮົາເປັນເພື່ອນຮ່ວມຮົບແລະໃນຖານະເປັນອ້າຍເປັນນ້ອງກັນກໍຄວນ

ຮູ້ບຸນຄຸນຜູ້ນຳລາວຂອງເຮົາໃນປາງສົງຄາມນັ້ນ, ວຽດນາມກໍຄວນສ້າງຮູບປັ້ນອະດີດຜູ້ນຳຂອງ

ລາວຂຶ້ນໃນເມືອງໃດເມືອງນຶ່ງໃນວຽດນາມ ເພື່ອໃຫ້ກຽດຊຶ່ງກັນແລະກັນ. ທາງຝ່າຍລາວເຮົາກໍ

ຄວນທົບທວນເບິ່ງວ່າ ວຽດນາມໄດ້ໃຫ້ກຽດອະດີດຜູ້ນຳແລະປະເທດລາວເຮົາຫລືບໍ່? ຖ້າວ່າມີ

ອະນຸສາວະລີຮູບປັ້ນຂອງອະດີດຜູ້ນຳລາວເຮົາປະດິດສະຖານໄວ້ທີ່ເມືອງໃດເມືອງນຶ່ງຂອງວຽດ

ນາມ, ລາວເຮົາກໍສົມຄວນແລ້ວທີ່ຈະສ້າງອະນຸສາວະລີຮູບປັ້ນຂອງໂຮຈີມິນຂຶ້ນຄື່ມອີກ ເພາະ

ຢ່າງນ້ອຍລາວເຮົາກໍເຫັນວ່າວຽດນາມກໍມີອະນຸສາວະລີຮູບປັ້ນຂອງອະດີດຜູ້ນຳລາວເຮົາ.



__________________
Anonymous

Date:

Anonymous wrote:

ຢຸ່ລາວມີຮູບປັ້ນ HO CHI MINH ກໍ່ດີເພາະເພິ່ນເປັນຄົນດີແລະມີຄຸນງາມຄວາມດີຕໍ່ລາວເຮົາ

ກໍ່ຫລວງຫລາຍ, ແມ່ນກະທັ້ງຢູ່ MOSCOW, RUSSIA ກໍ່ຍັງມີຮູບປັ້ນHO CHI MINH


 ຮູຂີ້ກູູນີ້ ໃຜມີຜົນປະໂຫຍດຕໍ່ໃຜໃຫ້ຄິດເບີ່ງດີໆ ຄົນລາວຄວນເປັນຄົນທີ່ມີຄຸນງາມຄວາມດີຕໍ່ປະເທດລາວເປັນທີ່ສຸດບໍ່ແມ່ນແກວ

ຄັນບໍ່ມີລາວຫວຽດນາມຕ້ອງເປັນແບບເກົາຫຼີ ປະເທດດຽວມີສອງສັນຊາດ ອີກຫຼາຍໆຄຸນງາມຄວາມດີທີ່ຄົນລາວມອບໃຫ້ແກວ

1. ປ່າໄມ້ທັງປະເທດ ຈັນມັນເປັນອັນດັບ 1 ຂອງໂລກໃນການສົ່ງອອກໄມ້

2. ພື້ນແຜ່ນດິນຂອງລາວທີ່ກາຍເປັນອະພິສິດຂອງຄົນຫວຽດນາມ(ແກວ) ບໍ່ແມ່ນໜ້ອຍໆ

3. ຄົນຫວຽດແກວມາອາໃສເຮັດຢູ່ທຳກິນຢູ່ລາວຈົນຮັ່ງມີ ແລະມີສິດເທົ່າທຽມກັນກັບຄົນລາວ

3. ໂຄງການໃຫຍ່ຂອງລັດລາວ ກໍ່ແມ່ນຄົນຫວຽດນາມເປັນເຈົ້າຂອງໂຄງການ

ສ່ຳນີ້ົຢັງວ່າຫວຽດມີບຸນຄົນຕໍ່ລາວອີກຫວາ

ວິລະບູລຸດລາວມີຕັ້ງຫຼວງຫຼາຍເປັນຫຍັງບໍ່ປັ້ນໃສ່ ຄັນວ່າຢູ່ສະຫວັນນະເຂດນອກຈາກທ່ານໄກສອນແລ້ວກໍ່ຢັງມີ:

ພຣະນາງ ສຸມັງຄະລາ

ພໍ່ກະດວດ

ເພີ່ນເຫຼົ່ານີ້ເດເປັນຫຍັງຄືບໍ່ປັ້ນຮູບເພີ່ນໃສ່ລະ

 



__________________
pele sith

Date:

samakomlao wrote:

ເພິ່ນເປັນສ່ຽວຮັກສ່ຽວແພງກັນ
ສົມຄວນແລ້ວ


  ມິຕຕະພາບ ຫວຽດນາມ-ລາວ ຈົ່ງໝັ້ນຍືນ ຊົມເຊຍຫວຽດນາມ ຢ່າງສຸດໃຈ 

 



__________________
Anonymous

Date:

Anonymous wrote:

ຂໍຖາມແດ່ວ່າ ມີຮູບປັ້ນຂອງ ໄກສອນ ແລະສຸພານຸວົງ ຢູ່ຫວຽດນາມ

ຕາມເມືອງສຳຄັນສຳຄັນຂອງເຂົາບໍ່? ເພາະວ່າໄກສອນແລະສຸພານຸວົງ

ກໍມີບຸນຄຸນກັບຫວຽດນາມບໍ່ນ້ອຍກ່ອນໂຮຈີມິນມີຕໍ່ລາວຄືກັນ. ຖ້າບໍ່

ສຸພານຸວົງບໍ່ປ່ອຍໃຫ້ທະຫານຫວຽດນາມເຂົ້າມາໃຊ້ແຜ່ນດິນລາວເປັນ

ເສັ້າທາງລຳລຽງທະຫານແລະອາວຸດລົງສູ່ຫວຽດນາມໃຕ້    ຢ່າຫວັງວ່າ

ຫວຽດນາມຈະມີປັນຍາຂົນທະຫານແລະອາວຸດລົງສູ່ຫວຽດນາມໃຕ້ໄດ້.

ຖ້າຢູ່ ຮາໂນ້ຍ ໂຮຈີມິນຊີຕີ ຫລືເມືອງສຳຄັນຂອງຫວຽດນາມມີຮູບປັ້ນ

ຂອງສຸພານຸວົງຫລືໄກສອນ ກໍສົມຄວນຢູ່ທີ່ຈະໃຫ້ຮູບປັ້ນຂອງໂຮຈີມິນ

ຄັ້ງຢູ່ໃຈກາງເມືອງຂອງສະຫວັນນະເຂດ,ຖ້າບໍ່ມີກໍຮູບປັ້ນຜູ້ນຳລາວເຮົາ

ຢູ່ປະເທດເຂົາ    ກໍແປວ່າຊາວໂລກກໍຮູ້ໂລດວ່າລາວເປັນຫົວເມືອງຂຶ້ນ

ຫວຽດນາມໂດຍກົງ.


 ແມ່ນໆ ເຫັນດີນຳ



__________________
Anonymous

Date:

ເຫັນດີກັບໂຕໜັງສືສີແດງອີກຄົນໜຶ່ງ



__________________
Anonymous

Date:

ເອົາຮູບປັ້ນມາປະດິດສະຖານໄວ້ ເຮັດເປັນສວນສາທານຳ ແລວ້ ເປັນບອ່ນແລກປຽ່ນຄວາມສຸກສງົບລະຫວ່າງບ່າວສາວໃນຍາມລາຕຮີ ຄືກັບຢູ່ ຮາໂນຍ ຫລື ໂມສໂກ



__________________
Anonymous

Date:

ຂ້ອຍວ່າຍັງບໍ່ທັນສົມຄວນເທື່ອ

ຖ້າຢາກສ້າງແທ້ກໍຕ້ອງມີຂອງທ່ານສຸພານຸວົງ ຫລື ທ່ານໄກສອນຢູ່ບ້ານເຂົາຄືກັນມັນຈື່ງມີຄວາມເຄົາລົບຊື່ງກັນແລະກັນ

ຢ່າລືມວ່າມີແຕ່ເຂົາມີບຸນຄຸນກັບເຮົາ

ເຮົາກໍມືບຸນຄຸນກັບເຂົາຄືກັນ ຢ່າງນ້ອຍກໍເປັນກຳແພງຮົ້ວກັນບ້ານເຂົາຄືກັນຫັ້ນລະ

ປະເທດໃດຊ່ວຍກໍເຫັນຜົນຕອບແທນບໍໄລຍະສັ້ນກໍໄລຍະຍາວຫັ້ນລະ



__________________
Anonymous

Date:

ບໍ່ເຂົ້າໃຈວ່າ ລະຫວ່າງວຽດນາມ ກັບ ລາວ ເປັນປະເທດອ້າຍນ້ອງ, ແລ້ວໃຜເປັນອ້າຍ ໃຜເປັນນ້ອງ.

ຄັນຊິສ້າງ ກະບໍ່່ວ່າຫຍັງດອກ, ຢູ່ຕາມວັດ ກະຍັງສ້າງຍັກ, ແລະ ໂຕສັດ ອື່ນໆ ໃດ້, ຊຳ່ວ່າ ຊິສ້າງເພີ່ນກໍ່ບໍ່ເປັນຫຍັງດອກ, ແຕ່

ຄັນຊິສ້າງອີີຫຼີ ກໍ່ຢາກໃຫ້ສ້າງ ຄຽງຄູ່ກັນ ກັບຜູ້ນຳລາວ ເພື່ອບົ່ງບອກເຖິງ ການພົວພັນກັ່ນ, ແຕ່

ຖ້າຈະມາສ້າງແຕ່ເພີ່ນຜູ້ດຽວນີ້, ກະຊິເບິ່ງບໍ່ຄັກປານໃດ, ເພາະເບິ່ງຄືວ່າ ເຂົາເປັນຜູ້ນຳປະເທດເຮົາ, ແລະ ປະເທດເຮົາກໍ່ປົດປ່ອຍແລ້ວ ບໍ່ໃດ້ເປັນປະເທດທີ່ຂື້ນກັບໃຜ

 

ສ້າງໃດ້, ແຕ່ຜູ້ຂ້າ ຂໍສະເໜີໃຫ້ສ້າງ ເປັນແບບກອງທັບ ທີ່ມີທັງຄົນລາວ ແລະ ວຽດນາມ ຢູ່ຮ່ວມກັນ ໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຊ່ວຍກັນ ແລະ ກັນ



__________________
Anonymous

Date:

I C U
ຂ້າພະເຈົ້າວ່າໃສ່ໄດ້ຢູ່ດອກ, ແຕ່ຢາກໃຫ້ຝ່າຍກ່ຽວຂ້ອງເປັນຕົ້ນກໍ່ແມ່ນເຈົ້າແຂວງໆນັ້ນຫຼືບຸກຄົນສຳຄັນຂອງລັດຖະບານຕ້ອງມາ
ອະທິບາຍເຫດຜົນໃຫ້ປະຊາຊົນຮູ້ ແລະ ເຂົ້າໃຈເຫດຜົນບໍ່ດັ່ງນັ້ນປະຊາຊົນຫຼືຊາດອື່ນຊິເຂົ້າໃຈຜິດວ່າປະເທດເຮົາເປັນຫົວ
ເມືອງຂື້ນຂອງຫວຽດນາມ ເປັນຕົ້ນກໍ່ແມ່ນອ້າຍນ້ອງລາວນອກອາເມລິກາ ແລະ ອ້າຍລາວຝຣັ່ງເສດ


__________________
Anonymous

Date:

ສຳຫຼັບຂ້ອຍແມ່ນເຊື່ອໃນຄຳທີ່ວ່າ"ຟັງຄວາມແກວເສຍແນວເຂົ້ປູກ"



__________________
Anonymous

Date:

Anonymous wrote:

ຂ້ອຍວ່າຍັງບໍ່ທັນສົມຄວນເທື່ອ

ຖ້າຢາກສ້າງແທ້ກໍຕ້ອງມີຂອງທ່ານສຸພານຸວົງ ຫລື ທ່ານໄກສອນຢູ່ບ້ານເຂົາຄືກັນມັນຈື່ງມີຄວາມເຄົາລົບຊື່ງກັນແລະກັນ

ຢ່າລືມວ່າມີແຕ່ເຂົາມີບຸນຄຸນກັບເຮົາ

ເຮົາກໍມືບຸນຄຸນກັບເຂົາຄືກັນ ຢ່າງນ້ອຍກໍເປັນກຳແພງຮົ້ວກັນບ້ານເຂົາຄືກັນຫັ້ນລະ

ປະເທດໃດຊ່ວຍກໍເຫັນຜົນຕອບແທນບໍໄລຍະສັ້ນກໍໄລຍະຍາວຫັ້ນລະ


 You have stated the truth. Laos helped Vietnam fulfill their dream to reunite as one country, and as a consequence Lao was heavily bombarded. Therefore, Vietnam should also return the favor by recognizing the important role that Laos had played in Vietnam liberation. Statues of Souphanouvong and/or Kaison should be erected in Vietnam side-by-side with Ho Chin Minh.



__________________
Anonymous

Date:

ບ້າອຳນາດ!



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard