Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 10 ປະເພດຫົວຂໍ້ຂ່າວ ທີ Webmaster ຈະລຶບຖິ້ມຈາກເວັບບອດນີ້


Senior Member

Status: Offline
Posts: 428
Date:
10 ປະເພດຫົວຂໍ້ຂ່າວ ທີ Webmaster ຈະລຶບຖິ້ມຈາກເວັບບອດນີ້


1. ຫົວຂໍ້ຂ່າວທີ່ພິມ ເປັນພາສາໄທ ແລະ ເນື້ອຫາ ບໍ່ກ່ຽວກັບລາວ ໂດຍກົງ (ຖ້າເປັນເລື້ອງທີ່ນ່າສົນໃຈແທ້ໆ ຈຶ່ງຈະອະນຸຍາດ) 

2. ຫົວຂໍ້ທີ່ມີລັກສະນະ ປຽບທຽບ ລາວນອກ ລາວໃນ

3. ຫົວຂໍ້ທີ່ມີລັກສະນະ ໂຈມຕີລັດຖະບານ ຫຼື ບຸກຄົນໃດໜຶ່ງ

4. ຫົວຂໍ້ທົ່ວໄປ ແຕ່ຄົນທີ່ມາໂພດຄໍາຕອບ ໃຊ້ຄໍາເວົ້າທີບໍ່ເໜາະສົມ ແລະພັດທະນາໃຫ້ມີການໂຕ້ຖຽງກັນ ແບບໄຮ້ສາລະ

5. ຫົວຂໍ້ທີ່ບໍ່ມີປະໂຫຍດ ຖາມຄໍາຖາມບໍ່ຮູ້ເລື້ອງ ບໍ່ມີຕົ້ນປາຍສາເຫດ

6. ຫົວຂໍ້ທີ່ບໍ່ມີຄຸນນະພາບ ຜິດຫຼັກໄວຍາກອນ ແລະ ອື່ນໆ

7. ຫົວຂໍ້ທີ່ເວົ້າກ່ຽວກັບ ລະບອບເກົ່າ ການປົກຄອງ ແລະ ອື່ນໆ ແລ້ວ ກໍ່ໃຫ້ເກີດການຜິດຖຽງກັນ

8. ຫົວຂໍ້ທີ່ມີເນື້ອຫາ ລາມົກອານາຈານ ໃຊ້ຮູບພາບລາມົກເຂົ້າໃນການສົນທະນາ

9. ຫົວຂໍ້ທີ່ມີຈຸດປະສົງ ຢາກຄ້າຂາຍສິນຄ້າ ຫຼື ໂຄສະນາຊວນເຊື່ອ

10. ຫົວຂໍ້ໃດກໍ່ຕາມແຕ່ ທີ່ເວັບມາສເຕີ້ ອ່ານແລ້ວ ເຂົ້າຄ່າຍ ທີ່ຈະກໍ່ໃຫ້ເກີດປັນຫາ ໃນຕໍ່ໜ້າ

 

ຈຶ່ງຮຽນມາເພື່ອໃຫ້ທຸກຄົນໄດ້ຮັບຮູ້ ແລະ ພະຍາຍາມ ຫຼີກລ້ຽງຫົວຂໍ້ທີ່ກ່າວມາຂ້າງເທິງ

ອາດຈະມີການເພີ່ມລາຍລະອຽດອື່ນຕີີ່ມອີກ ຖ້າຄຶດອອກຕາມຫຼັງ

ຂອບໃຈ 

 



__________________
Anonymous

Date:
RE: 10 ປະເພດຫົວຂໍ້ຂ່າວ ທີ Webmaster ຈະລຶບຖິ້ມຈາກເວັບບອດນີ້


ເຫັນດີນຳ ແລະ ຂໍສະໜັບສະໜູນ ທຸກໆຂໍ້

   thumbsup.gif

 

clap.gif

 



__________________
Anonymous

Date:

ສົງຄາມຍຸຕິແລວ້ ມາຊອ່ຍກັນສ້າງສາພັດທະນາຢະເທດຊາດເດີ

 



__________________
ລູກລາວ-ຫລານລາວ

Date:

samakomlao wrote:

1. ຫົວຂໍ້ຂ່າວທີ່ພິມ ເປັນພາສາໄທ ແລະ ເນື້ອຫາ ບໍ່ກ່ຽວກັບລາວ ໂດຍກົງ (ຖ້າເປັນເລື້ອງທີ່ນ່າສົນໃຈແທ້ໆ ຈຶ່ງຈະອະນຸຍາດ) 

2. ຫົວຂໍ້ທີ່ມີລັກສະນະ ປຽບທຽບ ລາວນອກ ລາວໃນ

3. ຫົວຂໍ້ທີ່ມີລັກສະນະ ໂຈມຕີລັດຖະບານ ຫຼື ບຸກຄົນໃດໜຶ່ງ

4. ຫົວຂໍ້ທົ່ວໄປ ແຕ່ຄົນທີ່ມາໂພດຄໍາຕອບ ໃຊ້ຄໍາເວົ້າທີບໍ່ເໜາະສົມ ແລະພັດທະນາໃຫ້ມີການໂຕ້ຖຽງກັນ ແບບໄຮ້ສາລະ

5. ຫົວຂໍ້ທີ່ບໍ່ມີປະໂຫຍດ ຖາມຄໍາຖາມບໍ່ຮູ້ເລື້ອງ ບໍ່ມີຕົ້ນປາຍສາເຫດ

6. ຫົວຂໍ້ທີ່ບໍ່ມີຄຸນນະພາບ ຜິດຫຼັກໄວຍາກອນ ແລະ ອື່ນໆ

7. ຫົວຂໍ້ທີ່ເວົ້າກ່ຽວກັບ ລະບອບເກົ່າ ການປົກຄອງ ແລະ ອື່ນໆ ແລ້ວ ກໍ່ໃຫ້ເກີດການຜິດຖຽງກັນ

8. ຫົວຂໍ້ທີ່ມີເນື້ອຫາ ລາມົກອານາຈານ ໃຊ້ຮູບພາບລາມົກເຂົ້າໃນການສົນທະນາ

9. ຫົວຂໍ້ທີ່ມີຈຸດປະສົງ ຢາກຄ້າຂາຍສິນຄ້າ ຫຼື ໂຄສະນາຊວນເຊື່ອ

10. ຫົວຂໍ້ໃດກໍ່ຕາມແຕ່ ທີ່ເວັບມາສເຕີ້ ອ່ານແລ້ວ ເຂົ້າຄ່າຍ ທີ່ຈະກໍ່ໃຫ້ເກີດປັນຫາ ໃນຕໍ່ໜ້າ

 

ຈຶ່ງຮຽນມາເພື່ອໃຫ້ທຸກຄົນໄດ້ຮັບຮູ້ ແລະ ພະຍາຍາມ ຫຼີກລ້ຽງຫົວຂໍ້ທີ່ກ່າວມາຂ້າງເທິງ

ອາດຈະມີການເພີ່ມລາຍລະອຽດອື່ນຕີີ່ມອີກ ຖ້າຄຶດອອກຕາມຫຼັງ

ຂອບໃຈ 

 


 '' ເຫັນດີດ້ວຍ ແລະ ຢາກໃຫ້ເຮັດແບບນີ້ມານານແລ້ວ, ຂໍຂອບໃຈ ມາທາງ Webmaster ນີ້ດ້ວຍ ''clap.gifclap.gifclap.gifhandshake.gif

* ຢາກໃຫ້ທຸກຄົນໃຊ້ຄຳວ່າ ແນະນຳ, ແລກປ່ຽນຄວາມຄິດເຫັນເຊີ່ງກັນແລະກັນ ແທນຄຳວິຈານ ແລະ ສຽດສີນາ-ໆ *rip.gif

   ສົງໃສຈື່ງຖາມ ຕິດຕາມເພື່ອຢາກຮູ້ ໃຜຮູ້ເຫັນ ເປັນຄວາມຈີງ, ກໍໃຫ້ແນະນຳກັນໂດຍສັນວິທີ ໂດຍຄວາມຮັກແພງ-ທຸກທ່ານ.



__________________
Anonymous

Date:

ຊົມ​ເຊີຍ ແລະ​ເຫັນ​ດີ​ນຳ​ເວັບ​ມາ​ສ​ເຕີ​ທຸກ​ປະ​ການ.

ຂໍ​ໃຫ້​ເວັບ​ນີ້​ເປັນ​ເວັບ​ແຫ່ງ​ການ​ສື່​ສານ​ ແລະ​ແລກ​ປ່ຽນ​ຄຳ​ເຫັນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ພ້ອມ​ທັງ​ເປັນ​ປະ​ໂຫຍດ​ແກ່​ຄົນ​ລາວ​ທັງ​ຊາດ​ໃຫ້​ມີ​ຄວາມ​ຄິດ​ອັນ​ກວງ​ໄກ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ກ້າວ​ໜ້າ​ທຽມ​ທັນ​ກັບ​ບັນ​ດາ​ອະ​ລິ​ຍະ​ປະ​ເທດ​ອື່ນໆ...



__________________
Anonymous

Date:

ເຫັນດີນຳ ຖ້າ ຂພຈຕັ້ງກະທູ້ຜິດກໍ່ຍິນດີໃຫ້ລຶບຢ່າງບໍ່ມີເງື່ອນໄຂ!

ຂອບໃຈ!



__________________
Anonymous

Date:

ທ່ານເວັບມາດສະເຕີ ຂ້ອຍຂໍເຜີ້ມອີກ 1 ຂໍ້ໄດ້ບໍ່, ໃຫ້ເປັນ 11 ຂໍ້?

 

11. ຫ້າມຂຽນພາສາ ຄາຣາໂອເກະ ເພາະອ່ານແລະເຂົ້າໃຈຍາກ.

 

ຮັກແພງ,



__________________
Anonymous

Date:

ລາວນອກເອີຍ

ມີໃຜແດ່ທີ່ເຄີຍຢູ່ບ້ານນອກຄອກນາ

ລອງແນະນຳເບິ່ງດູວ່າເຮັດແນວໃດໃທບ້ານເຈົ້າສີມີຢູ່ມີກິນ ໄດ້ເງິນເປັນພັນໂດລາຄືພວກເພິ່ນ

 



__________________


Senior Member

Status: Offline
Posts: 428
Date:

ຂອບໃຈທຸກໆຄົນ ທີໃຫ້ການສະໜັບສະໜຸນ
ເພື່ອສ້າງເວັບບອດແຫ່ງນີ້ ກາຍເປັນເວັບບອດທີ່ດີທີສຸດ ຂອງປະເທດລາວ

ຂອບໃຈ

__________________
Anonymous

Date:

ເຫັນດີນຳ ແຕ່ຢາກໃຫ້ເປີດກ້ວາງເວລາມີການຖົກຖຽງກັນໃນກະທູ້

ເພາະມັນຫຼິກລ່ຽງບໍ່ໄດ້ທີ່ອາດຈະມີການໂຕ້ແຍ້ງ ດ້ວຍເຫດແລະຜົນ

ທີ່ຍົກມາວ່າສົມເຫດສົມຜົນບໍ່ຫຼືແມ່ນການຫາເລື່ອງໂຈມຕີສ່ວນໂຕ.

ຢາກໃຫ້ເບີ່ງຈຸດປະສົງຂອງໂຕ້ແຍ້ງນຳ ບາງເທື່ອມັນຕ້ອງມີການ

ພາດພີງເຖີງຜູ້ໃຫຍ່ແລະອົງກອນລັດຫຼືເອກະຊົນ ທີ່ມັນບໍ່ມີຍຸດຕິທຳຕໍ່ສັງຄົມ

ທີ່ພວກເຮົາຄວນມີຫນ້າທີ່ເປັນກະບອກສຽງ ພັກດັນ ສະກັດກັ້ນ ຄວາມບໍ່ເປັນທຳ

ທີ່ເກີດຂື້ນໃນສັງຄົມ ຫວັງວ່າເວບມາດສະເຕີ້ ຈະມີວິຈາລະນາຍານໃນການເບີ່ງເຫັນບັນຫາຢ່າງຖືກຕ້ອງ.



__________________


Senior Member

Status: Offline
Posts: 428
Date:

ເຫັນດີ

ສາມາດສະເໜີແນະນໍາໄດ້ ແຕ່ຢ່າເຮັດດ້ວຍຄວາມໂມໂຫ ແລະ ດ່າຮະ ດ່າຮາມ ເພາະມັນບໍ່ມ່ວນຫູ
ເວັບມາສເຕີ ຈະໃຊ້ວິຈາລະນາຍານ ໃນການວິເຄາະຢ່າງເໝາະສົມ

__________________
Anonymous

Date:

ຢາກໃຫ້ເວບບອດນີ້ເປັນກະບອກສຽງໃຫ້ແກ່ປະຊາຊົນລາວແລະສັງຄົມລາວ

ກັບສີ່ງທີ່ມັນບໍ່ຖືກຕ້ອງແລະບໍ່ເປັນທຳໃນສັງຄົມ.​ຖ້າພວກເຮົາບໍ່ຊ່ອຍກັນ ສັງຄົມເຮົາຈະ

ພັດທະນາຢ່າງຖືກຕ້ອງໄດ້ແນວໃດ ຄົນມີອຳນາດກໍ່ຈະຂົ່ມເຫັງຄົນບໍ່ມີທາງສູ້

ຄົນທີ່ມີຄວາມຮູ້ກໍ່ບໍ່ໄດ້ຮັບໂອກາດແລະການສົ່ງເສີມໃຫ້ໄດ້ສະແດງຄວາມສາມາດ

ຖ້າມີການຖົກຖຽງກັນໃນກະທູ້ ຫຼືຖ້າມີການພາດພີງເຖີງຜູ້ມີອຳນາດ ບໍ່ຢາກໃຫ້ບຼອກໂລດ

ເບີ່ງທີ່ເຫດຜົນທີ່ມາອ້າງອີງ ວ່າສົມເຫດສົມຜົນບໍ່ ຫຼືເວົ້າຂື້ນມາລອຍໆ ຫຼືເປັນການໂຈມຕີສ່ວນໂຕ

ຂ້າພະເຈົ້າເຊື່ອວ່າ ພວກເຮົາເປັນຄົນລຸ້ນໃໝ່ ທີ່ມີຈັນຍາບັນແລະຄວາມສາມາດ ທີ່ພ້ອມທີ່ຈະເປັນ

ກຳລັງແຮງໃນການພັດທະນາປະເທດຊາດນຳກັນຢ່າງຖືກຕ້ອງແລະເປັນທຳ

ແລະກະບອກສຽງອັນນີ້ຈະສາມາດ ຢຸດຢັ້ງຄວາມບໍ່ເປັນທຳຂອງຄົນຈຳນວນຫນື່ງທີ່

ສວຍໃຊ້ອຳນາດແລະເສັ້ນສາຍໃນການກອບໂກຍຫຼືຕົວະຕົ້ມແລະທຳລາຍປະເທດຊາດນຳກັນ.

ຂໍໃຫ້ເວບມາດສະເຕີ້ມີຈຸດຢືນທີ່ເຂັ້ມແຂງ ບໍ່ສະທົກສະທ້ານກັບແຮງສຽດທານຫຼືອຳນາດມືດ.



__________________


Senior Member

Status: Offline
Posts: 428
Date:

ຂໍໃຫ້ເວບມາດສະເຕີ້ມີຈຸດຢືນທີ່ເຂັ້ມແຂງ ບໍ່ສະທົກສະທ້ານກັບແຮງສຽດທານຫຼືອຳນາດມືດ
ອັນນີ້ບໍ່ໄຫວຕີ້ ເວັບມາດເຕີ ກໍ່ຍ້ານອໍານາດມືດຄືກັນ ເອົາເປັນວ່າ ຂ້ອຍບອກຂ້າງເທິງຫັ້ນ ພາກັນປະຕິບັດ ຖ້າບໍ່ເຮັດ
ທາງດຽວກໍ່ຄື ຢູ່ໃຫ້ໄກໆເວັບນີ້ໄວ້ ຫຼືບໍ່ຊັ້ນ ກໍ່ບໍ່່ຕ້ອງອອກຄວາມເຫັນຫຍັງ

ຈົບ

ຕ່າງຝ່າຍ ຕ່າງແຮັບປີ້ແອນດິ້ງ
ເອົາເວລາໄປຫາຢູ່ຫາກິນ


__________________


Senior Member

Status: Offline
Posts: 482
Date:

yes i agree.

__________________
Anonymous

Date:

Anonymous wrote:

ທ່ານເວັບມາດສະເຕີ ຂ້ອຍຂໍເຜີ້ມອີກ 1 ຂໍ້ໄດ້ບໍ່, ໃຫ້ເປັນ 11 ຂໍ້?

 

11. ຫ້າມຂຽນພາສາ ຄາຣາໂອເກະ ເພາະອ່ານແລະເຂົ້າໃຈຍາກ.

 

ຮັກແພງ,


 ເຫັນດີ



__________________
Anonymous

Date:

Anonymous wrote:
Anonymous wrote:

ທ່ານເວັບມາດສະເຕີ ຂ້ອຍຂໍເຜີ້ມອີກ 1 ຂໍ້ໄດ້ບໍ່, ໃຫ້ເປັນ 11 ຂໍ້?

 

11. ຫ້າມຂຽນພາສາ ຄາຣາໂອເກະ ເພາະອ່ານແລະເຂົ້າໃຈຍາກ.

 

ຮັກແພງ,


 ເຫັນດີ


 ຂ້ອຍເຫັນດີນຳອີກຜູ້ນໍິ່ງ



__________________
Anonymous

Date:

samakomlao wrote:

ຂອບໃຈທຸກໆຄົນ ທີໃຫ້ການສະໜັບສະໜຸນ
ເພື່ອສ້າງເວັບບອດແຫ່ງນີ້ ກາຍເປັນເວັບບອດທີ່ດີທີສຸດ ຂອງປະເທດລາວ

ຂອບໃຈ


 ເເວບບອດນີ້ຕັ້ງຢູ່່ປະເທດລາວພຸ້ນຫວາ?



__________________
Anonymous

Date:

ຖ້າຜູ່ກໍາກັບເວັບພາສາລາວຈໍາກັດສິດຂອງທ່ານເກີນໄປ ກໍ່ໄປລົມກັນຢູ່ເວັບລາວໂຮມລາວເດີ.



__________________
Anonymous

Date:

Anonymous wrote:

ຖ້າຜູ່ກໍາກັບເວັບພາສາລາວຈໍາກັດສິດຂອງທ່ານເກີນໄປ ກໍ່ໄປລົມກັນຢູ່ເວັບລາວໂຮມລາວເດີ.


 ເວັບລາວໂຮມລາວກໍມີກະຕິກຄືກັນພໍ່ອາວເອີຍ ເວົ້າເລື່ອງລາວນອກແບບເສຍໆຫາຍໆບໍ່ໄດ້ໄດ໊

ຖືກເແບນໄອພີຄືກັນ ຄັນເວົ້າເລື່ອງລາວໃນແມ່ນເອົາເຕັມມັກເຈົ້າໂລດກໍບໍ່ມີບັນຫາຫຍັງໝົດ.

ຂ້າພະເຈົ້າມັກກະຕິກາໃໝ່ຂອງທ່ານເວັບມາສເຕີ້ສະມາຄົມລາວນີ້  ເພາະບໍ່ຢາກເຫັນລາວຝັດ

ກັດກັນຄືໝານີ້ຕໍ່ໄປອີກ,    ກໍຍ້ອນພວກເຮົາຄົນລາວຂາດຄວາມເປັນກ້ອນເປັນໜ່ວຍ ເປັນ

ນ້ຳໜຶ່ງໃຈດຽວກັນ   ບ້ານເມືອງຫລືດິນດອນຕ່ອນຫຍ້າຂອງພວກເຮົາຈຶ່ງຖືກສັດຕູຕ່າງຊາດ

ມາຍຶດເອົາໄປ.    ປະຫວັດສາດໄດ້ສອນໃຫ້ພວກເຮົາຮູ້ແລ້ວຕົ້ວວ່າຍ້ອນເຫດຜົນອັນໃດພວກ

ເຮົາຈຶ່ງເສຍຜືນແຜ່ນດິນຂອງພວກເຮົາໃຫ້ພວກໂຈນປຸ້ນແຜ່ນດິນ.



__________________
Anonymous

Date:

ຫ້າມຮອດ 10 ຂໍ້ພຸ້ນນ໋າ ແລ້ວມັນຊິເຫລືອຫຍັງໃຫ້ເປັນຕາຢາກອ່ານທ່ານເອີຍ  ຖ້າເຮັດຕາມຂໍ້ຫ້າມນີ້ມັນຊິບໍ່ເຫລືອແຕ່ຂ່າວການຈັດກອງປະຊຸມຂອງອົງຄະນະພັກ ຫລືວ່າເຫລືອແຕ່ການສົນທະນາກ່ຽວກັບວິທີປູກຫມາກມ່ວງກະແດະສາມາດໃຫ້ຜົນໃນລະດູແລ້ງ...ຫັ້ນບໍno

 

ຢ່າລືມວ່າທຳມະຊາດຂອງຄົນຍິ່ງຫ້າມກໍ່ເຫມືອນຍິ່ງຍຸ ພວກທ່ານກໍ່ຮູ້ນິໄສຄົນລາວເຮົາມັກແຕ່ຕິຜູ້ອື່ນເປັນ  ເປັນຫຍັງບໍ່ປ່ອຍໃຫ້ເຂົາເວົ້າໂລດເມື່ອຍແລ້ວເຂົາກໍ່ຈະເຊົາໄປເອງ

 

ຮັກແພງ



__________________
Anonymous

Date:

ຂ້າພະເຈົ້າ ເຫັນດີນຳ ທີ່ມີການກຳນຸດລະບຽບໃວ້ ແລະ ຂ້າພະເຈົ້າຢາກຂໍສະເໜີ ເພີ່ມເຕີມຄື:

1. ຖ້າຫົວຂໍ້ໃດໜ້າສົນໃຈ ແຕ່ມີບາງຄົນຂຽນຄຳຫຍາບ, ຫຼື ຂຽນຜິດຕໍ່ຂໍ້ກຳນຸດ ລົງໃນຫົວຂໍ້ນັ້ນ, ກໍ່ຢາກຂໍໃຫ້ລຶບແຕ່ ເລື່ອງຂອງຄົນທີ່ຂຽນເລື່ອງນັ້ນ, ສວ່ນວ່າຫົວຂ້ໍທີ່ໜ້າສົນໃຈ, ກໍ່ບໍ່ຢາກໃຫ້ຖືກລຶບ, ເພາະມັນຍັງເປັນປະໂຫຍດຢູ່

2. ຂ້າພະເຈົ້າ ຢາກໃຫ້ລຶບ ແຕ່ເລື່ອງທີ່ເວົ້າຄຳຫຍາບໆ ເຊິ່ງຄົນລາວທີ່ດີບໍ່ຄວນກ່າວເຊັ່ນ: ໝາ, ເອົາພໍ່ເອົາແມ່ກັນມາເວົ້າ, ເອົາອະໃວຍະວະມາດ່າກັນ, ດູຖູກສະຕິປັນຍາຂອງກັນ, ແລະ ອື່ນໆ ອີກ ທີ່ເປັນຄຳບໍ່ສຸພາບ

3. ຢາກໃຫ້ມີການ ເປີດກ້ວາງ ໃນເລື່ອງການວິຈານ ການເມື່ອງການປົກຄອງລາວ, ແລະ ທຸກໆ ເລື່ອງທີ່ເປັນຈຸດອອ່ນຂອງລາວ, ແຕ່ຢູ່ໃນແບບສ້າງສັນ, ສາມາດປິກສາຫາລືກັນໃດ້ ເພື່ອປັບປຸງຊ່ວຍກັນ, ຂ້າພະເຈົ້າບໍ່ຢາກໃຫ້ປົກປິດໂພດ, ເພາະຈະເຮັດໃຫ້ປະເທດລາວ ບໍ່ມີການປັບປຸງ

4. ຫົວຂໍ້ ຂ່າວທີ່ເປັນປະໂຫຍດ ເຖິງຈະບໍ່ຢູ່ລາວກໍ່ຕາມ, ແຕ່ຖ້າຄົນລາວຄວນຮູ້ໃວ້ ກໍ່ຄວນອະນຸຍາດໃຫ້ລົງໃດ້, ເພາະຈະເຮັດໃຫ້ຄົນລາວເຮົາຮູ້ທັນໂລກເຂົາ

5. ຄວນເປີດເຜີຍ ເຖິງປະຫວັດສາດລາວ ຕົວຈິງ, ຄວາມຈິງ, ເພື່ອຈະໃດ້ຮູ້ຄວາມຈິງ, ສ່ວນຜູ້ໃດ ຂຽນເລື່່ອງທີ່ຢາກປ່ຽນປະຫວັດສາດ ຫຼື ເວົ້າບໍ່ມີຫັກຖານ ກໍ່ຄວນລືບ ເລື່ອງຂອງຜູ້ນັ້ນ, ແຕ່ຫົວຂໍ້ກໍ່ບໍ້ຄວນຖືກລຶບ



__________________
Anonymous

Date:

so we have nothing to talk about it, shut it down man,,what do you open the forum for??disbelief



__________________
Anonymous

Date:

ເຫັນດີ ຂ້ອຍເຂົ້າມາເວັບນີ້ທຳອິດ ຈົນຕົກໃຈ ດ່າກັນປານ(ບໍ່ຂໍກ່າວເຖິງ) ໂຫດແທ້ເຫຼົາ

ໜ້າຈະເວົ້າໃນສິ່ງທີ່ສ້າງສັນ ອ່ານແລ້ວບໍ່ຊີລຽດ ໃຫ້ຄວາມຮູ້ ບັນເທີງ

ບໍ່ແມ່ນສິມາຖຽງກັນປານເດັກນ້ອຍປະຖົມ aww

 



__________________
Anonymous

Date:

Thank you Mr webmaster



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard