Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເດັກນ້ອຍລາວ ລັກເງິນ 50 ລ້ານ !!!
Anonymous

Date:
ເດັກນ້ອຍລາວ ລັກເງິນ 50 ລ້ານ !!!


ເຈົ້າໜ້າພະແນກສືບສວນ-ສອບສວນ ປກສ ແຂວງອັດຕະປື ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຄືນາງ ຜິວ ວ່າມີຄົນຮ້າຍ
ເຂົ້າເຮືອນ ແລ້ວລັກເອົາຊັບສິນທີ່ມີຄ່າໄປ ລວມມູນຄ່າ 50 ກວ່າລ້ານກີບ ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາສະຖານທີ່ ແລະ ໄດ້
ຂຶ້ນເປົ້າໝາຍເພື່ອຕິດຕາມມາດຳເນີນຄະດີ ມາຮອດວັນທີ 18 ທັນວາ 2012 ກໍສາມາດຈັບກຸມຕົວຜູ້ຕ້ອງຫາໄດ້ ຄື: ທ້າວ
ມະ ອາຍຸ 14 ປີ ແລະ ທ້າວ ສັນ ອາຍຸ 13 ປີ ພວກກ່ຽວທັງສອງຄົນຢູ່ບ້ານປຸຍ ເມືອງສະໜາມໄຊ ແຂວງອັດຕະປື.
ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຊວນກັນໄປລັກຊັບຂອງຜູ້ເສຍຫາຍ (ນາງ ຜິວ) ອາຍຸ
51 ປີ ປະຊາຊົນບ້ານດຽວກັນ ໂດຍສວຍໂອກາດຕອນທີ່ເຈົ້າຂອງເຮືອນບໍ່ຢູ່ ແລ້ວເຂົ້າໄປລັກເຄື່ອງຂອງທີ່ມີຄ່າ ຈຳນວນ
3 ຄັ້ງ ຄື: ຄຳ 5 ບາດ ກັບ 1 ສະຫຼຶງ ແລະ 5 ຫຸນ ເງິນ 8.000.000 ກີບ 500 ໂດລາ 6.000 ບາດ ແລະ ເງິນຫຼຽນຫົວໜາມ
4 ຫຼຽນ ລວມມູນຄ່າປະມານ 50 ກວ່າລ້ານກີບ.
 
ປັດຈຸບັນເຄື່ອງຂອງດັ່ງກ່າວ ເຈົ້າໜ້າທີ່ເກັບກູ້ໄດ້ຄືນບາງຈຳນວນ ແລະ ມອບຄືນໃຫ້ເຈົ້າຂອງເດີມ ຄື: ຄຳ 5 ບາດ ເງິນຫຼຽນ
ຫົວໜາມ 2 ຫຼຽນ ເງິນກີບ 3 ລ້ານກີບ ສ່ວນຊັບສິນອີກຈຳນວນໜຶ່ງແມ່ນພວກກ່ຽວເອົາໄປໃຊ້ຈ່າຍຈົນໝົດ.
ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ໄດ້ສົມທົບກັບຜູ້ປົກຄອງ ແລະ ອຳນາດການປົກຄອງບ້ານ ເພື່ອສຶກສາອົບຮົມ ມອບຄວາມ
ຮັບຜິດຊອບໃນການເບິ່ງແຍງລ້ຽງດູຂັ້ນຕໍ່ໄປ ເນື່ອງຈາກວ່າພວກກ່ຽວຍັງເປັນເດັກນ້ອຍ ຈຶ່ງບໍ່ສາມາດດຳເນີນຄະດີຕາມຂັ້ນ
ຕອນຂອງກົດໝາຍ.
 
ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ພໍ່-ແມ່ຜູ້ປົກຄອງເດັກ ແລະ ພໍ່-ແມ່ປະຊາຊົນທຸກຄົນ ຈົ່ງພ້ອມກັນສຶກສາອົບຮົມສັ່ງສອນລູກຫຼານ
ຂອງຕົນ ໃຫ້ເດີນໄປຕາມແນວທາງທີ່ຖືກຕ້ອງ ແລະ ຜູ້ເປັນເດັກກໍເຊັ່ນດຽວກັນ ຕ້ອງຟັງຄຳສັ່ງສອນຂອງຄູ-ອາຈານ ເພື່ອ
ເປັນລູກທີ່ດີຂອງພໍ່-ແມ່ ແລະ ສັງຄົມ.
 
VTmai


__________________


Senior Member

Status: Offline
Posts: 428
Date:

ບໍ່ໜ້າເລີຍ...ອະນາຄົດຂອງປະເທດ

__________________
Anonymous

Date:

samakomlao wrote:

ບໍ່ໜ້າເລີຍ...ອະນາຄົດຂອງປະເທດ

 


 ຄວນຕຳໜິຜູ້ປົກຄອງຈະຖືກກ່ອນແລະຜູ້ປົກຄອງຄວນຈະສັງເກດເບິ່ງປະກົດການຂອງລູກ

ແຕ່ລະວັນແລະຮີບແກ້ໄຂຢ່າງທັນການ ເພາະວ່າສະໄໝນີ້ແມ່ນສະໄໝtechnologieເຂົ້າມາ

ຄອບຄອງ, ສະນັ້ນຄວາມຢາກໄດ້ຢາກມີຄືກັບເດັກນ້ອຍຄົນອື່ນໆແມ່ນມີສະຖິຕິຂ້ອນຂ້າງສູງ

ດັ່ງນັ້ນຖ້າພໍ່ແມ່ຕອບສະໜອງບໍ່ທັນແມ່ນຈະເກີດບັນຫານີ້ໄດ້.

ຕໍ່ກັບບັນຫານີ້ມັນບໍ່ເກີດຂຶ້ນສະເພາະແຕ່ເດັກນ້ອຍລາວເຮົາ ຫາກຍັງມີຂ່າວມາຈາກເດັກນ້ອຍຂອງປະເທດ

ຮັ່ງມີເຊັ່ນດຽວກັນ, ສິ່ງສຳຄັນຜູ້ປົກຄອງຄວນໃຊ້ວິທີສຶກສາລູກຂອງຕົນເອງໃຫ້ແທດເໝາະກັບລາຍໄດ້ແລະ

ສະພາບຊີວິດການເປັນຢູ່ຂອງຄອບຄົວຕົນເອງ!

ຂໍສະແດງຄວາມເສັຽໃຈນຳຄອບຄົວທີ່ຖືກກະທົບ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard