Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກ່ຽວກັບວັດບ້ານເຮົາ, ເຮັດແບບນີ້ຖືກຫຼືບໍ່
Anonymous

Date:
ກ່ຽວກັບວັດບ້ານເຮົາ, ເຮັດແບບນີ້ຖືກຫຼືບໍ່


ວັນງິສາຄະບູຊາ ແລະ ວັນນີ້ເອງ ຢູ່ບ້ານເກີນເໜືອ ບ້ານມືນມີ ທີ່ວັດມືນມີ ຕອນກາງຄືນຢູ່ເດີນວັດມີການຄົບງັນກັນຈ້າງວົງດົນຕີມາເຕັ້ນຜູ້ໃດກໍ່ນຸ່ງສົ້ງຈຳດາກ, ເມົາກັນຢ່າງມວນຊື່ນ

ຊາວບ້ານຢາກມາວຽນທຽນກະບໍ່ໄດ້ມາ ພະຈະໃຫ້ສິນໃຫ້ພອນກະບໍ່ໄດ້ໃຫ້,ຕື່ນເຊົ້າມາຄົນມາຕັກບາດກໍ່ໜ້ອຍດຽວຖາມວ່າເປັນຫບັງເມົາຄ້າງ, ເດິນວັດເຕັມໄປດ້ວຍແກ້ວເບຍ, 

ຢາກຖາມວ່າເຮັດແບບນີ້ຖືກບໍ່

ອີກບັນຫາໜື່ງນາຍບ້ານວ່າຫາລາຍໄດ້ເຂົ້າວັດ, ແຕ່ຄູບາຢູ່ວັດບອກວ່າເງິນແມ່ນນາຍບ້ານເປັນຜູ້ເອົາໄວ້ເຮັດແບບນີ້ຖືກບໍ່

ລະກະໄດ້ຍິນຢູ່ຫຼາຍວັດກະເປັນແນວນີ້,ນະຄອນຫຼວງກະມີຄືກັນ,

ດຽວນີ້ຄົນເຮົາມາຫາກິນທາງນີ້ບໍ່



__________________
Anonymous

Date:

 

ກຸ່ມພວກຈະໄປລົງນະລົກ ຢ່າໄປສົນກັບພວກເຂົາ

ເຮົາເຮັດດີໄດ້ດີ

ສາທຸ 



__________________
Anonymous

Date:

ຫາເງິນເຂົ້າວັດກະດີຢູ່  ແຕ່ຂ້ອຍວ່າບໍ່ຄວນເຮັດມື້ໃກ້ກັບ ວັນພະ



__________________
Anonymous

Date:

ຂ້ອຍເຄີຍໄດ້ຍີນບັນຫານີ້ນຳວັດອື່ນຄືກັນ

ລະຫວ່າງນາຍບ້ານເຖົ້າແກ່ແນວໂຮມ ໄປບີບບັງຄັບຄູບາຢູ່ວັດໃຫ້

ອະນຸຍາດຈັດງານຄົບງັນ ກິນເຫຼົ້າກີນເບຍເພື່ອຫາລາຍໄດ້ເຂົ້າບ້ານ(ເຂົ້າໂຕເອງສ່ວນຫນື່ງ)

ຖ້າບໍ່ອະນຸຍາດເຈົ້າໂອວາດກໍ່ຄົງຈະຢູ່ວັດນັ້ນບໍ່ໄດ້ດົນ ເພາະເຂົາກໍ່ຈະຊອກວິທີເຊີນອອກ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard