Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໜ້າເສຍດາຍ ຊັບສົມບັດຂອງຊາດ
ນັກເດີນທາງ

Date:
ໜ້າເສຍດາຍ ຊັບສົມບັດຂອງຊາດ

ຂີ່ລົດກາຍໄປກາຍມາ ຫຼຽວເຫັນ ເຮັດໃຫ້ມີຄວາມລັນທົດໃຈ ທີ່ຈ່າຍເງິນພາສີໃຫ້ກັບພາກ

ສ່ວນທີ່ຮັບຜິດຊອບແຕ່ລະປີ ແຕ່ກັບບໍ່ມີການເບີ່ງແຍງຮັກສາ

p5140157.jpg

p5140158.jpg

p5140159.jpg

__________________
Anonymous

Date:

p5140154.jpg

__________________
Anonymous

Date:

ອາວເອີ້ຍ  ເຂົາຊິສົນໃຈຫຍັງປ້າຍຊື່ໆ

__________________

Senior Member

Status: Offline
Posts: 428
Date:

ປ້າຍປ່າສະຫງວນ ຄືບໍ່ຂຽນເປັນພາສາລາວ

ຄົນທ້ອງຖິ່ນເຂົາຈະອ່ານຮູ້ເລື້ອງຢູ່ບໍ່ 

__________________
Anonymous

Date:

Anonymous wrote:

ອາວເອີ້ຍ  ເຂົາຊິສົນໃຈຫຍັງປ້າຍຊື່ໆ

 ເເນວບໍ່ມີຊິ່ງທີ່ພາສັກຊວນໃຫ້ສົນໃຈມັນກະເເຮງບໍ່ມີໃຜຈະສົນໃຈນຳເເລວ!
ຕົວຢ່າງເເມ່ນປ້າຍຫົນທາງທີ່ຂຽນເປັນພາສາອັງກິດຕາງພາສາລາວນີ້ຫຼະ!
ທາງທີ່ດີເເທ້ຄວນມີທັງສອງພາສາຄໍີລາວເເລະອັງກິດ.

__________________
ນັກເດີນທາງ

Date:

samakomlao wrote:

ປ້າຍປ່າສະຫງວນ ຄືບໍ່ຂຽນເປັນພາສາລາວ

ຄົນທ້ອງຖິ່ນເຂົາຈະອ່ານຮູ້ເລື້ອງຢູ່ບໍ່ 

 ກໍ່ບໍ່ຮູ້ນຳພາກສ່ວນທີ່ກ່ຽວຂ້ອງຄືກັນຄືຊິແມ່ນເນັ້ນໜັກໃຫ້ສະເພາະແຕ່ຄົນຕ່າງປະເທດ

ຮູ້ຕິເບາະ  ເພາະເຂດນີ້ໄດ້ງິນເພິ່ນວ່າມັກມີຄົນຕ່າງປະເທດມັກມາເດີນປ່າວ່າຊັ້ນ.

__________________
Anonymous

Date:

Anonymous wrote:

ອາວເອີ້ຍ  ເຂົາຊິສົນໃຈຫຍັງປ້າຍຊື່ໆ

 ເຖີງຊິເປັນປ້າຍຊື່ໆ ແຕ່ວ່າກໍ່ໃຊ້ເງິນທີ່ເກັບພາສີນຳປະຊາຊົນມາເຮັດຄືກັນໄດ໋

__________________
Anonymous

Date:

samakomlao wrote:

ປ້າຍປ່າສະຫງວນ ຄືບໍ່ຂຽນເປັນພາສາລາວ

ຄົນທ້ອງຖິ່ນເຂົາຈະອ່ານຮູ້ເລື້ອງຢູ່ບໍ່ 

 ຕາມໄດ້ຍິນຂ່າວ ປ້າຍໃນໂຂງເຂດນັ້ນຖືກໄວລຸ້ນນັກສຶກສາທ້ອງຖິ່ນທຳລາຍຫລືຖອດອອກຖີ້ມ,

ເພາະພວກນັກຮຽນນັກສຶາສາຫົວຮຸນເຮງພວກນີ້ໄດ້ສະເໜີທາງກົມກອງວັດທະນະທຳແຂວງມາ

ຫລາຍຄັ້ງຫລາຍຄາວແລ້ວ ທີ່ໃຫ້ມີພາສາລາວຢູ່ເທິງພາສາສາກົນ.  ພວກເຂົາວ່າປ້າຍທຸກປ້າຍ

ຕອ້ງເປັນພາສາລາວຂື້ນຢູ່ເທິງກ່ອນໝູ່ໝົດ, ພວກເຂົາວ່າອັນປ້າຍທີ່ບໍ່ມີພາສາລາວແລະເປັນ

ພາສາສາກົນລ້ວນໆນັ້ນແຮງແລ້ວ ພວກເຂົາຈະທຳລາຍຖີ້ມໃຫ້ໝົດ. ປ້າຍຈຳພວກນັ້ນແມ່ນ

ຈີນເປັນຜູ້ເຮັດແຕ່ເປີງເຂົາສ້າງຖະໜົນພຸ້ນ ທາງຄະນະແຂວງຈຶ່ງເສີຍເມີຍຢູ່ ຫລັງຈາກພວກ

ນັກຮຽນນັກສຶກສາປະທ້ວງທີແລ້ວທີເລົ່າແລ້ວກະດີ ຄືສິແມ່ນພວກເຂົາຂີ້ຄ້ານຕໍ່ວ່າອີກນັ້ນຕິ

ພວກເຂົາຈຶ່ງຖອນຖື້ມຄືດັ່ງຄຳເຕືອນຂອງພວກເຂົາສະເໜີຕໍ່ຄະນະແຂວງ.

 ບໍ່ແມ່ນເດິທ່ານ ປ້າຍທີ່ຖືກຖອດອອກມາຖີ້ມນັ້ນ ສາເຫດແມ່ນຍ້ອນມັນໄປຂວາງທາງການ

ຂຸດຮ່ອງວາງສາຍໄຍແກ້ວນຳແສງ (Fiber optic) ຂອງບໍລິສັດໜື່ງ  ຢ່າວ່າແຕ່ປ້າຍເລີຍ ຫຼັກ

ກິໂລແມັດ, ຫຼັກລາຍທີ່ຢູ່ຂ້າງທາງ ກໍ່ຖືກຖອດອອກໃນແບບລັກຊະນະດຽວກັນ ບາງບ່ອນເພີ່ນກໍ່ຝັງໃຫ້ຄືນ ແຕ່ບາງບ່ອນກໍ່ເປັນຢ່າງທີ່ທ່ານເຫັນນັ້ນລະ ໂດຍສະເພາະ

ແມ່ນຂ້າງທາງແຕ່ເມືອງນ້ຳທາຫາເມືອງສີງແມ່ນມີຫຼາຍຈຸດທີ່ບໍລິສັດສັດດັ່ງກ່າວ

ເຮັດແບບເສຍຫຍ້າຖົມຂີ້ໝາ

__________________
Anonymous

Date:

Every thing money concern

__________________
Anonymous

Date:

samakomlao wrote:

ປ້າຍປ່າສະຫງວນ ຄືບໍ່ຂຽນເປັນພາສາລາວ

ຄົນທ້ອງຖິ່ນເຂົາຈະອ່ານຮູ້ເລື້ອງຢູ່ບໍ່ 

ຄວນຈະຂຽນເພິ່ມພາສາພີ່ນ້ອງວຽດນຳ ພີ່ນ້ອງວຽດມາຕັດໄມ້ ຈະໄດ້ອ່ານຮູ້ເລື້ອງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard