Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທາງໂນນຄໍ້ ສອງປີຫາກໍ່ໄດ້ສ່ຳນີ້
Anonymous

Date:
ທາງໂນນຄໍ້ ສອງປີຫາກໍ່ໄດ້ສ່ຳນີ້

ຜ່ານໄປ ສອງປີກວ່າ ຖ້າອີງຕາມສູດຂອງເພິ່ນ ຕອ້ງໃຊ້ເວລາ ຢ່າງຕ່ຳຫ້າປີ

ສຳຫລັບກໍ່ສ້າງທາງແຕ່ຫົວຂົວຫາສາມແຍກບ້ານເມືອງນອ້ຍ ຍາວປະມານ ຫລັກນຶ່ງ

27159957801696308003.jpg   92292139530708467004.jpg   67404365593178647588.jpg

__________________
Anonymous

Date:

ຂໍຂອບໃຈ ທີ່ເອົາຮູບມາລົງໃຫ້ເບິ່ງ

ຂ້ຽຢູ່ໄກຂະໜາດ ເລີຍສົນໃຈ ຢາກຮູ້ ຢາກເຫັນ

ຄວາມຄືບໜ້າ ກ່ຽວກັບ ການກໍ່ສ້າງ ຖະໜົນຫົນທາງຂອງບ້ານເມືອງເຮົາ

ໂດຍສະເພາະ ໃນບໍລິເວນ ທາງໃນ ແລະອ້ອມ ນະຄອນຫຼວງ...

Good job   handshake.gif

__________________

Senior Member

Status: Offline
Posts: 428
Date:

ລະດູຝົນເລີ້ມມາແລ້ວ...ຄົງຈະລໍາບາກ
ເປັນກໍາລັງໃຈຊ່ອຍ

__________________

Senior Member

Status: Offline
Posts: 482
Date:

wait to year 2020, pern kum lung lan u, bor tong toak jai ner.

__________________

Senior Member

Status: Offline
Posts: 482
Date:

lao people very hard life.

__________________
Anonymous

Date:

zack wrote:

wait to year 2020, pern kum lung lan u, bor tong toak jai ner.

 ໂຄງການນີ້ແມ່ນໂຄງການໃຫ້ຜູ້ຮັບເໝົາລົງທືນກ່ອນ ລັດຊຳລະໃຫ້ພາຍຫລັງ ແຕ່ກຳນົດຊຳລະດົນປານໃດ

ຂພຈ ກໍ່ບໍ່ຮູ້, ຮູບແບບໂຄງການລົງທືນກ່ອນນີ້ກຳລັງຮິດຢູ່ບ້ານເຮົາມີທຸກຊະນິດ ທຸກລະດັບ. ຜູ້ຮັບເໝົາໂຄງການນີ້

ແມ່ນພວກລ່າເສືອມືເປົ່າ ບໍ່ມີເງີນລົງທືນອາໄສແອບອ້າງສັນຍາລົງທືນກ່ອນບັງໜ້າ ທາດແທ້ແມ່ນອາໄສເຮັດວຽກ

ໄປເບີກເງີນໄປນຳ ແບບໂຄງການເງີນສົດ ອາໄສເອົາເງີນຫັ້ນ ໃສ່ຫັ້ນ, ຜູ້ຮັບຜິດຊອບໂຄງການເຂົາກໍ່ສະເນີຍົກເລີກ

ສັນຍາ ເພື່ອຈັດຫາຜູ້ໃໝ່ມາເຮັດແລ້ວແຕ່ກໍ່ເລີກບໍ່ໄດ້. ໂຄງການລົງທືນກ່ອນນີ້ ກໍ່ເປັນແບບນີກັນເກືອບໝົດ

ຫັ້ນລະ ບໍ່ແມ່ນແຕ່ໂຄງການດຽວນີ້ດອກ, ພວກທ່ານເບີ່ງໂຄງການທາງຕັດໃໝ່ ສະຖານີສົ່ງວິທະຍຸ (ຈອມມະນີ) ຫາ

ໜອງທາ ແດ່ລ້າຊ້າເກີນແຜນມາຈັກປີແລ້ວ ແຕ່ກໍ່ບໍ່ມີວິທີທາງແກ້ໄຂແນວໃດເລີຍ. ໂຄງການລົງທືນກ່ອນນີ້ ແມ່ນ

ສ້າງບັນຫາ ສ້າງຄວາມເສຍຫາຍໃຫ້ສ່ວນລວມຫລາຍ ຖ້າການຈັດຕັ້ງພາກລັດບໍ່ເຂັ້ມແຂງເດັດຂາດ.

ຂພຈ ວ່າອຳນາດການປົກຄອງບ້ານໃນເຂດນັ້ນ ຄວນນຳສະເໜີບັນຫາຕໍ່ ສສ ບໍ່ໃຫ້ເພີ່ນຊ່ວຍຜັກດັນໃຫ້ ດີກວ່າເສີຍຢູ່ບໍ່

__________________
Anonymous

Date:

ຂໍ້ຜິດພາດເກີດຂຶ້ນກັບສອງຝ່າຍ ເຈົ້າຂອງໂຄງການ ແລະຜູ້ສຳປະທານ

ເຈົ້າຂອງໂຄງການບໍ່ ຮອບຄອບ ບໍ່ຮູ້ຈັກລະບຽບການສັນຍາ ວ່າຕອ້ງມີຫຍັງແດ່ ເງືອ່ນໃຂຫຍັງແດ່ ກອ່ນຕົກລົງປົງໃຈເຊັນໂຄງການໃຫ້

ແລະ ເວລາຈັດຕັ້ງປະຕິບັດ ບໍ່ເດັດຂາດ ມະລຸ້ມມະລວຍ ບໍ່ມີວິຊາການ ບໍ່ເຮັດຫນ້າທີ່ 

ຜູ້ສຳປະທານ ປາກໃຫຍ່ກວ່າທອ້ງ ຫລອກຕົ້ມເອົາໂຄງການ ບໍແມ່ນວິຊາການ ບໍ່ປະຕິບັດຫນ້າທີ່ ບໍ່ມີຈັນຍາບັນ 

ຜົນທີ່ໄດ້ຮັບດຽວນີ້ ກໍຄື ປະຊາຊົນ ເຂົາບໍ່ພໍໃຈ ຍອ້ນ ໄປທຳລາຍສິ່ງແວດລອ້ມ  ແລະທຳໃຫ້ ປຊຊ ພົບຂໍ້ຫຍຸ້ງຍາກ 

__________________
Anonymous

Date:

zack wrote:

lao people very hard life.

 Zuck, have you seen Uganda ? Ethiopia ? Africa ? West Africa ? Slum of India ? Bangladeh ? Haiti ? slum of Brasil ? and most part of South America ?

__________________
Anonymous

Date:

ມາເບິ່ງຄວາມສາມາດຂອງລົດຈົກຄັນນີ້ ສຳຫລັບຮອ່ງຂະຫນາດນີ້ ຄວນຈົກໄດ້ຮອດ 100 ແມດຕໍ່ວັນແລວ້ 

ແຕ່ຄຽງຄູ່ກັນນັ້ນ ຄວນມີລົດຍົກທໍ່ວາງທໍ່ ລົດດາມສຳຫລັບສົ່ງດິນ ສົ່ງຊາຍ 

ແລະແນ່ນອນ ຕອ້ງມີ ວິຊາການ ແລະກຳມະກອນ ຈັກ 10 ຄົນ

ທິມງານຂະຫນາດນີ້ ຫນ້າຈະວາງທໍ່ ໄດ້ຮອດ 100 ແມດ ຕໍ່ວັນ ຈຶ່ງຄຸ້ມກັບປະສິດທິພາບຂອງລົດຈົກ

ດັ່ງນັ້ນ ເດືອນນຶ່ງ ກໍວາງທໍ່ລະບາຍນ້ຳຕລອດສາຍແລວ້ 

ສວ່ນການປັບຫນ້າທາງ ວາງເຫລັກ ແລະເທພື້ນທາງ ເດືອນນຶ່ງກໍສຳເຫລັດແລວ້ 

ບໍ່ຈຳເປັນຕອ້ງປະໄວ້ຮອດ ສອງປີດອກ 

27159957801696308003.jpg

__________________
Anonymous

Date:

Anonymous wrote:

ຂໍ້ຜິດພາດເກີດຂຶ້ນກັບສອງຝ່າຍ ເຈົ້າຂອງໂຄງການ ແລະຜູ້ສຳປະທານ

ເຈົ້າຂອງໂຄງການບໍ່ ຮອບຄອບ ບໍ່ຮູ້ຈັກລະບຽບການສັນຍາ ວ່າຕອ້ງມີຫຍັງແດ່ ເງືອ່ນໃຂຫຍັງແດ່ ກອ່ນຕົກລົງປົງໃຈເຊັນໂຄງການໃຫ້

ແລະ ເວລາຈັດຕັ້ງປະຕິບັດ ບໍ່ເດັດຂາດ ມະລຸ້ມມະລວຍ ບໍ່ມີວິຊາການ ບໍ່ເຮັດຫນ້າທີ່ 

ຜູ້ສຳປະທານ ປາກໃຫຍ່ກວ່າທອ້ງ ຫລອກຕົ້ມເອົາໂຄງການ ບໍແມ່ນວິຊາການ ບໍ່ປະຕິບັດຫນ້າທີ່ ບໍ່ມີຈັນຍາບັນ 

ຜົນທີ່ໄດ້ຮັບດຽວນີ້ ກໍຄື ປະຊາຊົນ ເຂົາບໍ່ພໍໃຈ ຍອ້ນ ໄປທຳລາຍສິ່ງແວດລອ້ມ  ແລະທຳໃຫ້ ປຊຊ ພົບຂໍ້ຫຍຸ້ງຍາກ 

 ບໍ່ມີຫຍັງຜິດພາດດອກທ່ານເອີ່ຍ ບັນຫາທີ່ມັນຈະເກີດເຂົາຮູ້ຢູ່ແລ້ວ

ມັນຄາຢູ່ບ່ອນວ່າ ໄມ້ຄ້ຳກວ້ຍ ກ້ວຍຄ້ຳໄມ້ຫັ້ນລະ ປົດອອກຈາກກັນບໍ່ໄດ້

ຖ້າປົດໄດ້ ເຂົາຍົກເລີກສັນຍາແຕ່ດົນແລ້ວ ເຮັດວຽກຕາຍ ຕາຍ ແບບນີ້

ໃຜຈັ່ງວ່າຊິຈົ່ງໄວ້ໃຫ້ມັນຍາວ ມັນຍືດປານນີ້

__________________

Senior Member

Status: Offline
Posts: 482
Date:

i said laos, i don!t care about them not my country.

__________________
Anonymous

Date:

ເຖິງທ່ານຜູ້ສະຫລາດສ່ອງໃສ ກະລຸນາເຊີນແກ້ໄຂດ່ວນ.

__________________
Anonymous

Date:

zack wrote:

i said laos, i don!t care about them not my country.

 ເຖິງວ່າຂ້ອຍຈະເປັນປ່ຽນສັນຊາດບຣາຊິລຽນ ແຕ່ຂ້ອຍຍັງສໍານຶກຕະລອດເວລາວ່າ

ປະເທດລາວເປັນບ່ອນທີ່ຂ້ອຍຝັງໃສ້ແຫ່ແຫລ່ໃສ້ບື ແລະມື້ນຶ່ງຂ້ອຍຈະກັບໄປພັດທະ

ນາດິນແດນແຫ່ງນີ້ໃຫ້ຈະເຣີນສີວິໄລ, ເຈົ້າຈະກັບໄປພ້ອມດຽວກັບຂ້ອຍບໍ່?

__________________
Anonymous

Date:

ທ່ານເວົ້າຖືກແລ້ວເຮັດວຽກຫຼ້າຊ້າບໍ່ມີປະສິດຕິພາບ ເພາະຂາດເຕັກວິກ ວິຊາການ ບາງບໍລິສັດກໍ່ຂາດເງິນທີ່ຈະມາຊື້ວັດສະດຸກໍ່ສ້າງກໍ່ເລີຍເຮັດໃຫ້ວຽກຊັກຊ້າບາງຜູ້ຮັບເໝົາບໍ່ມີຮອດເງິນມີແຕ່ສັນຍາສະບັບດຽວໄປກູ້ເງິນຢູ່ທະນາຄານກໍ່ສ້າງ ປານວ່າທະນາຄານເຂົາຊິໂງ່ເອົາແທ້ເອົາວ່າ,ບາງຜູ້ຮັບເໝົາກໍ່ມີເງິນຍ້ອນຄ້າຂາຍມີເງິນຂຶ້ນມາກໍ່ມາເຮັດບໍລິສັດແຕ່ບໍ່ ກ້າຈ້າງວິຊາການທີ່ມີປະສົບການມາເຮັດວຽກ ເພາະຕິວ່າເງິນເດືອນເຂົາສູງ ກະເລີຍຈ້າ ມະກໍ ມະຂໍມາເຮັດວຽກແບບມະລຸມມະລວຍບໍ່ແລ້ວຈັກເທື່ອ,ມາເຮັດວຽກຄຸມກົນຈັກກະບໍ່ເປັນ ເຮັດຫຼິ້ນໄປເລື້ອຍ ດ້ານຜູ້ໂຊເຟີລົດໜັກກະເລີຍເຮັດຫຼິ້ນໄປເລື້ອຍໆ ເພາະເຮັດວຽກກິນເງິນເດືອນ ສະນັ້ນຈັ່ງສົ່ງຜົນໃຫ້ວຽກຫຼ້າຊ້າ ຜູ້ຮັບເໝົາບໍ່ມີກຳໄລ ໜ້າເຫັນໃຈ

 ຖ້າເພີ່ນເອົາສັນຍາໄປຫາເລາະຢືມເງີນກໍ່ຍັງໄຄແດ່ ເພາະວ່າເພີ່ນຍັງເຄື່ອນໄຫວຢາກເຮັດແທ້.

ສ່ວນຫລາຍເພີ່ນເຮັດແບບພໍ່ຄ້າ ຊື້ຫ້າ ຂາຍສິບຫັ້ນຕີ້, ໄດ້ວຽກມາແລ້ວ ກໍ່ໄປຫາເລາະຂາຍໂຄງການຕໍ່

ແບບຖືກໆ ເພື່ອຊິນອນກີນສ່ວນເກີນ ງາມໆ, ແຕ່ສ່ວນຫລາຍແມ່ນຂາຍບໍ່ອອກຍ້ອນວ່າ:

1. ເຂົາເບີ່ງໜັງໜ້າຜູ້ມາຂາຍບໍ່ໜ້າເຊື່ອຖື, ຢ້ານຖືກຕົ້ມ

2. ຂາຍຖືກເກີນໄປເຂົາເຮັດນຳບໍ່ໄດ້

ສຸດທ້າຍກໍ່ງົມໄປແປະແປະ ບາງບາງ ພໍແລ້ວມື້ ແລ້ວວັນແນວນັ້ນລະ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard