Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ນໃຜເຫັນດີ ກັບນະໂຍບາຍໃໜ່ ເພີ່ມການພັກຜ່ອນ ແມ່ຍິງເກີດລູກ ຈາກ 3 ເປັນ 6 ເດືອນ


Senior Member

Status: Offline
Posts: 428
Date:
ແມ່ນໃຜເຫັນດີ ກັບນະໂຍບາຍໃໜ່ ເພີ່ມການພັກຜ່ອນ ແມ່ຍິງເກີດລູກ ຈາກ 3 ເປັນ 6 ເດືອນ


ຫາລືນະໂຍບາຍໃຫ້ພະນັກງານ ແມ່ຍິງເພີ່ມໄລຍະການພັກຜ່ອນ ເວລາເກີດລູກຈາກ 3 ເດືອນມາເປັນ 6 ເດືອນ

 
Untitled-1.jpg


 
     ກະຊວງ ພາຍໃນ ແລະ ຄະນະກຳມາ ທິ ການ ເພື່ອແມ ແລະ ເດັກແຫງຊາດ ໄດວມ ກັນຈັດ ກອງປະຊຸມວິຊາການເພື່ອ ຄົ້ນຄວາ ກຽວກັບການເພີ່ມໄລຍະການ ພັກຜອນເກີດ ລູກ ເພື່ອການມີ ຊີວິດຢູລອດ ແລະ ໂພສະນາ ການທີ່ດີກວາຂອງເດັກ ໃນວັນທີ 22 ພຶດສະ ພານ ຢູໂຮງແຮມ ດອນຈັນພາເລດນະຄອນ ຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທານ ວິໄຊ ພັນດານຸວົງຫົວໜ້າກົມຄຸມຄອງລັດຖະກອນ ກະຊວງພາຍໃນ ແລະ ທານ ນາງ ຈົງ ຈິດ ຈັນທະລານົນ ຫົວ ໜ້າ ກອງເລຂາຄະນະກຳມາທິການ ເພື່ອແມ ແລະ ເດັກແຫງຊາດ.                 ທານ ວິໄຊ ພັນດານຸວົງ ກາວວາ: ໄລຍະຜານມາຢູປະເທດເຮົາມີຄວາມພະຍາຍາມສູງ ໃນ ການປະຕິບັດຖະແຫຼງການສະຫັດສະວັດ ທີ່ກວມເອົາຄວາມໝັ້ນໝາຍ ແລະ ເປົ້າໝາຍລະ ອຽດ ສຳລັບການລົບລາງຄວາມທຸກຍາກເພື່ອການພັດທະນາ ແລະ ການປົກ ປັກຮັກສາສິ່ງແວດ ລອມ ເຊິ່ງໃນນັ້ນໄດແບງຫຼາຍເປົ້າໝາຍ ແລະ ສຳຄັນມີການພົວ ພັນເຖີງການສົ່ງເສີມ ບົດບາດ- ຍິງ ຊາຍ ແລະ ໃຫສິດອຳນາດແກແມຍິງການຫຼຸດ ຜອນການເສຍຊີວິດຂອງເດັກ ແລະ ການ ປັບປຸງ ສຸຂະພາບຂອງແມເຊິ່ງລັດຖະບານເວລາໃດກໍໄດເອົາໃຈໃສຄຸມຄອງພະນັກງານ- ລັດຖະ ກອນ  ໃຫເຕີບໃຫຍຂະຫຍາຍ ຕົວທັງດານປະລິມານ ແລະ ຄຸນນະພາບ ໂດຍສະເພາະນະໂຍ ບາຍຕໍ່ ພະນັງການເພດຍິງີ່ໄດສະແດງອອກທາງດານນິຕິກຳ ຫຼື ລະບຽບກົດໝາຍ ໄດກຳນົດ ຢາງ ຈະ ແຈ,ແຕແນວໃດກໍດີ ຍັງເຫັນວາແມຍິງລາວ ຍັງຕອງໄດຮັບການຄຸມຄອງຫຼາຍຂັ້ນຕຶ່ມ ໂດຍສະ ເພາະ ນະໂຍບາຍພັກຜອນເກີດລູກຈາກ ເດືອນເພີ່ມເປັນ ເດືອນ.        
      ທານ ນາງ ຈົງຈິດ ຈັນທະລານົນ ຫົວໜ້າກອງເລຂາ ຄະນະກຳມາທິການເພື່ອແມແລະ ເດັກ ແຫງຊາດ ກາວວາ: ເພື່ອໃຫເດັກແດງ ແລະ ເດັກນອຍມີສຸຂະພາບດີຂຶ້ນ ການລຽງລູກດວຍນົມ ແມໃນຊວງໄລຍະແຕເກີດມື້ທຳອິດ ຫາ ເດືອນ ແມ່ນເປັນສິ່ງສຳຄັນທີ່ຊ່ວຍໃຫ້ສຸຂະພາບ ແລະ ການຈະເລີນພັນຂອງເດັກສູງຂຶ້ນ ແລະ ເພື່ອການຢູ່ລອດ ແລະ ໂພສະນາການທີ່ດີກ່ວາ ຂອງ ເດັກ ສະນັ້ນການຂະຫຍາຍເວລາພັກເກີດລູກແມ່ນກຸນແຈສຳຄັນ ສຳລັບການປົກປ້ອງ ການລ້ຽງ ລູກດ້ວຍນົມແມ່ ຜ່ານມາ ເຫັນວ່າ ການເສຍຊີວິດຂອງແມ່ ແລະ ເດັກ ຢູລາວ ຍັງສູງກ່ວາບັນດາ ປະເທດໃນອາຊ່ຽນ ຍ້ອນເວລາການພັກ ຜ່ອນຫຼັງເກີດລູກຂອງແມຍິງ ຍັງບໍ່ເໝາະສົມພຽງໄລຍະ ເດືອນ ເຊິ່ງອາດເຮັດໃຫ້ແມ່ມີສຸຂະພາບອ່ອນເພຍທັງຕອບສະໜອງນຳ້ນົມໃຫ້ແກ່ເດັກບໍ່ ພຽງ ພໍ. ສະນັ້ນເນື້ອໃນກອງປະຊຸມຄັ້ງນ ີ້ມີຄວາມໝາຍສຳຄັນຫຼາຍ ຈະໄດ້ສະເໜີຂະແໜງ ການທີ່ ກ່ຽວຂ້ອງ ພິຈາລະນາຄວາມເປັນໄປໄດໃນການປະຕິບັດນະໂຍບາຍດັ່ງກ


__________________
Anonymous

Date:
RE: ແມ່ນໃຜເຫັນດີ ກັບນະໂຍບາຍໃໜ່ ເພີ່ມການພັກຜ່ອນ ແມ່ຍິງເກີດລູກ ຈາກ 3 ເປັນ 6 ເດືອນ


ກ່ອນຈະກ້າວໄປເຖີງ ໃຫ້ພັກຜ່ອນຮອດ 6 ເດືອນ

ສະເໜີໃຫ້ເພີ່ນ ພິຈາລະນາ ໂມງເຮັດວຽກ ຂອງ ພາກ ລັດ ແລະ ເອກະຊົນ ໃຫ້ມີຄວາມສະເໜີພາບກັນ ຊິບໍ່ດີກ່ອນບໍ່ 

ພາກ ລັດຖະບານເຮັດວຽກ ຈັນ ເຖີງ ສຸກ 8 ໂມງ ຫາ 4 ໂມງ 

ສ່ວນ ພາກເອກກະຊົນ ຈັນ ເຖີງ ເສົາ  8 : 00 ຫາ 5 ​​ໂມງ 

 

ມັນ​ໜາຍ​ຄວາມ​ວ່າ​ແນວ​ໃດ ? 

ທັງໆ ທີ ພາກ​ລັດຖະບານ ​ເງີ​ນ​ເດືອນ ຫລາຍ​ກົ່ວ​ຊ້ຳ 

 

ທ່ານ​ລອງ​ຄິດ​ເບີ່​ງດຸ ​ເພີ່ນ ​ເອົາ​ສະໜອງ​ສ່ວນ​ໃດ​ຄິດ ຂໍ​ຖາມ ?



__________________
Anonymous

Date:

ຢາກໃຫ້ສຶກສາເບິ່ງໃຫ້ດີ ຢ່າໄປຫລົງເຊື່ອ ດ໊ອກເຕີ. ຕ້ອງເບິ່ງວ່າສາກົນເຂົາໃຫ້ຈັກເດືອນ - ສ່ວນໃຫຍ່ແລ້ວ ແມ່ນ 3- 4 ເດືອນ. 

ຖ້າໃຫ້ພັກດົນຫລາຍຈະມີຜົນກະທົບຫລາຍຕໍ່ການພັດທະນາເສດຖະກິດ ເພາະລາວກຳລັງຂາດແຄນແຮງງານສີມື



__________________
Anonymous

Date:

        ເຫັນດີນຳເພີ່ນເພາະບັນຫານີ້ເກີດຂື້ນກັບຄອບຄົວຂ້ອຍເອງ

        ເມັຍຂ້ອຍລາວເກີດລູກໄດ້ 3 ເດືອນກໍ່ຕ້ອງໄປການໃທັ້ງໆທີ່ສຸຂະພາບກະບໍ່ທັນໄດ້ແຂງແຮງ

        ອິກທັງການໃຫ້ນົມລູກກະບໍ່ສະໝຳ່ສະເໝີລູກຂ້ອຍໄດ້ກິນນົມແມ່ພຽງແຕ່ 2 ເດືອນປາຍ(ຕ້ອງໄດ້ລາພັກກ່ອນເກີດລູກປະມານ 2 ອາທິດ)

       ກະຕ້ອງອອກນົມເພາະບ້ານກັບບ່ອນເຮັດວຽກໄກກັນຫຼາຍບໍ່ສາມາດມາໃຫ້ນ້ຳນົມລູກໄດ້



__________________
Anonymous

Date:

ບັນຫານີ້ຍັງຢູ່ໃນຂັ້ນຕອນຄົ້ນຄວ້າ ຍັງບໍ່ທັນມີຜົນບັງຄັບໃຊ້, ແຕ່ກໍ່ຄິດວ່າການຄົ້ນຄວ້າຂອງເພີ່ນ

ກໍ່ຄົງເບີ່ງໃສ່ບົດຮຽນຂອງປະເທດອື່ນ ແລະ ກໍ່ຍັງມີທີ່ປືກສາຈາກອົງການສາກົນອື່ນອີກມາຊ່ວຍ

ໃຫ້ຄຳປືກສາຫາລື ຄິດວ່າຄົງບໍ່ແມ່ນເພີ່ນຊິທັນໄດ້ທັນເຮັດດອກ. ໃນສ່ວນຕົວຄິດວ່າເຮັດໄດ້ກໍ່ດີ,

ເດັກອາຍຸພຽງແຕ່ 3 ເດືອນນີ້ມັນຫຍຸ້ງຍາກຫລາຍເດີບັນດາທ່ານ ເອົາໄປຝາກກໍ່ຍາກ ຄ່າໃຊ້ຈ່າຍກໍ່ສູງ,

ໄປຝາກຖ້າຜູ້ດູແລບໍ່ເອົາໃຈໃສ່ດີເດັກກໍ່ເຈັບ ໄວກວ່າໝູ່ແມ່ນເຈັບທ້ອງ ຍີ່ງເຮັດໃຫ້ແມ່ເສຍເວລາ

ເພາະຕ້ອງໄດ້ປິ່ນປົວລູກນ້ອຍແມ່ກໍ່ບໍ່ສາມາດເຮັດວຽກປົກກະຕິໄດ້ດອກ, ຜູ້ຂ້ານີ້ຖືກມາແລ້ວບັນຫາແບບນີ້

 



__________________
Anonymous

Date:

ໃຫ້ພັກແຕ່ 3 ເດືອນ.... ແຕ່ຖ້າຢາກພັກຕື່ມແມ່ນ 4-6 ເດືອນແຕ່ບໍ່ໃຫ້ເງິນເດືອນ

ຄັນພັກກາຍ 6 ເດືອນລະໄລ່ອອກ



__________________
Anonymous

Date:

ເດືອນທີ 7 ມາການ ອອ່ງປອ້ງ ແລ້ວ 4 ເດືອນ ອີກ 5 ເດືອນ ພັກອີກ 

 



__________________


Senior Member

Status: Offline
Posts: 482
Date:

very good for mother and baby.

__________________
Anonymous

Date:

ພັກຜອ່ນຫົກເດືອນ ເງີນເດືອນຈ່າຍບໍເຕັມຮອ້ຍ ແລ້ວຊິເອົາຫຍັງມາແດກ 

ເງີນເດືອນປົກະຕິພັດແຮງໜອ້ຍ

 



__________________
Anonymous

Date:

ສັງມາຊິໃຫ້ຄຸນຄ່າແຕ່ພະນັກງານລັດແທ້, ບາດຊາວໄຮ່ຊາວນາເດ ເຂົາກະກິນ

ເຂົ້າຄືກັນຄືບໍ່ມີແຜນການຊ່ວຍເຫຼືອເຂົາແດ່ ເບິ່ງຜູ່ໃດກະຈ່ອຍຄະແລັງແຍັງ ຍ້ອນ

ຟ້າວຫອບເອົາສັງຂານ ລົງໄປເຮັດນາ ເພາະຢ້ານບໍ່ມີເຂົ້າສິກິນໃນປີຕໍ່ໄປ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard