Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິດີໂອຈໍາລອງໂຄງການ ບຶງທາດຫຼວງມາແລ້ວ...ຫຍິ່ງໃຫຍ່ ປານໃນຄວາມຝັນ

Senior Member

Status: Offline
Posts: 428
Date:
ວິດີໂອຈໍາລອງໂຄງການ ບຶງທາດຫຼວງມາແລ້ວ...ຫຍິ່ງໃຫຍ່ ປານໃນຄວາມຝັນ

ຈະເກີດແທ້ບໍ່ນໍ...ລອງຕິດຕາມກັນເບິ່ງ 

-- Edited by samakomlao on Friday 24th of May 2013 09:37:06 PM

__________________

Senior Member

Status: Offline
Posts: 482
Date:
RE: ວິດີໂອຈໍາລອງໂຄງການ ບຶງທາດຫຼວງມາແລ້ວ...ຫຍິ່ງໃຫຍ່ ປານໃນຄວາມຝັນ

when they will finish? that look very good laos if true.

__________________
Anonymous

Date:

No Comment

__________________

Senior Member

Status: Offline
Posts: 482
Date:

that is a next 100 year plan, my native country.

__________________

Senior Member

Status: Offline
Posts: 482
Date:

I have a dream....!!

__________________
Anonymous

Date:

ຮູບພາບຫຼືວິດີໂອ ຍ່ອມງາມກ່ອນໂຕຈີງຢູ່ແລ້ວ

ເພື່ອໃຊ້ໃນການໂປຼໂມດ ເອົາໂຄງການ ເພື່ອເປັນສີ່ງຈູງໃຈໃຫ້ຜູ້ໃຫຍ່

ທີ່ຮູ້ເບີ່ງແຕ່ຮູບງາມ ອິອິິອິ

ຢ່າລືມໂພດສ ວິດີໂອຫຼັງຈາກສ້າງແລ້ວແດ່ເດີ້ 55555555

__________________
Anonymous

Date:

Anonymous wrote:

ຮູບພາບຫຼືວິດີໂອ ຍ່ອມງາມກ່ອນໂຕຈີງຢູ່ແລ້ວ

ເພື່ອໃຊ້ໃນການໂປຼໂມດ ເອົາໂຄງການ ເພື່ອເປັນສີ່ງຈູງໃຈໃຫ້ຜູ້ໃຫຍ່

ທີ່ຮູ້ເບີ່ງແຕ່ຮູບງາມ ອິອິິອິ

ຢ່າລືມໂພດສ ວິດີໂອຫຼັງຈາກສ້າງແລ້ວແດ່ເດີ້ 55555555

 ຫວັງວ່າພວກເຮົາຄົງຈະຍັງມີຊີວິດຢູ່ເຫັນໃນວັນສຳເລັດການກໍ່ສ້າງຂອງບຶງທາດຫລວງນີ້ ແມ່ນບໍ່ ເວັບມາສເຕີ?

ເພາະໂຄງການນີ້ເປັນຄວາມໄຝ່ຝັນຂອງນາຍທຶນຊາວຈີນຄົນນຶ່ງເທົ່ານັ້ນ ທີ່ຝັນຢາກສ້າງເມືອງສ່ວນຕົວຂອງມັນ

ແລະມັນມີແຜນການຢາກເປັນເຈົ້າຂອງບຶງທາດຫລວງນີ້. ຖ້າຢາກເຫັນວີດີໂອຫລັງຈາກສ້າງເສັດແລ້ວນັ້ນ ຄືຈະ

ແມ່ນພຸ້ນເດີ້ ປິ ຄສ 2113 ພຸ້ນ.

__________________
Anonymous

Date:

As I see it, it's a dramatic change (huge improvement) from the early project originally proposed by the Chinese.

__________________
Anonymous

Date:

ສຳລອງthumbsup.gif
ບໍ່ເເມ່ນ ຈຳລອງthumbsdown.gif ເດີ້ທ່ານເເວບມາສເຕີ້

__________________
Anonymous

Date:

Anonymous wrote:

ສຳລອງthumbsup.gif
ບໍ່ເເມ່ນ ຈຳລອງthumbsdown.gif ເດີ້ທ່ານເເວບມາສເຕີ້

 ຜູ້ຂ້າບໍ່ແມ່ນເຂົ້າຂ້າງ ແວັບມາສເຕີເດີ້. ແວັບມາສເຕີຂຽນແລະເວົ້າຖືກແລ້ວ.

ສຳລອງ ກັບ ຈຳລອງ ມີຄວາມໝາຍແຕກຕ່າງກັນທີ່ສຸດ.

ສຳລອງ=ເພື່ອໄວ້ ຫລື ພາສາອັງກິດ=spare

ຈຳລອງ=ຂອງທຽມ ຫລື ພາສາອັງກິດ=fake ຫລືແປໄດ້ອີກວ່າ ຂອງປອມ ນັ້ນແລ້ວ.

ນາງຈຳລອງ=ນາງທຽມ...ກໍແບບຜີເຂົ້າທຽມນາງເຈົ້າຈ້ຳນັ້ນລະ ພາສາລາວເຮົາເອີ້ນວ່າຜີນາງທຽມ.

ທຽມ ແປວ່າ ບໍ່ແມ່ນຂອງແທ້ ເປັນຂອງປອມ

ສິດເອກມຫສີລາວິຣະວົງ

__________________
Anonymous

Date:

ถ้า project นี้เร้ดสำเล้ด ย้านว่าซิบ่อมีคนใช้

ดีมานมันบ่อหลายพอ

__________________
Anonymous

Date:

Anonymous wrote:

ถ้า project นี้เร้ดสำเล้ด ย้านว่าซิบ่อมีคนใช้

ดีมานมันบ่อหลายพอ

ໝັ້ນໄຊ້ອີ່ຫຼີ!ເວົ້າພາສາລາວໃດ້ເເຕ່ບໍ່ມີປັນຍາພິມໜັງສໍີລາວທັ້ງເເມ່ນພາສາຂອງໂຕເອງອີກ!ຮໍິກເເທ້ນ່!biggrin

__________________
Anonymous

Date:

ຖ້າໃຫ້ເຂດບຶງທາດຫຼວງມີການປົກຄອງຕົນເອງ ມີປະທານາທິບໍດີຕ່າງຫາກ ແລະໃຫ້ມີການເລືອກຕັ້ງແບບເສຣີ ປຊຊລາວຄືຈະແຫ່ໄປຢູ່ບ່ອນນັ້ນໝົດ!

__________________
Anonymous

Date:

ແຜນການນີ້ ແຕກຕ່າງກັບແຜນຂອງຍີ່ປຸ່ນທີ່ໄດ້ສຶກສາເອາໄວ້ແບບຮອບຄອບທີ່ສຸດ

ແຕ່ເຖິງຢ່າງໃດກໍດີ ຢູ່ໃນຄຳເວົ້າທີ່ເພີ່ນອ້າງວ່າ ນຳ້ທີຈະໄຫລເຂົ້າມາຫາຫນອງນຳ້ທີ່ຢູ່ໃຈກາງນັ້ນ ຈະຕອ້ງຖືກບບຳບັດກອ່ນ

ຕົວບຳບັດນີ້ລະ ຈະເປັນບັນຫາຫນັກທີ່ຕອ້ງຄິດ ແລະເອົາໃຈໃສ່ ຊຶ່ງຈະຕອ້ງບຳບັດແນວໃດ ຢູ່ໃສ

ຜ່ານມາ ແມ່ນຕົວບຶງທາດຫລວງເອງ ເປັນຕົວບຳບັດແບບທຳມະຊາດຂອງມັນເອງ ໂດຍໃຊ້ ບັນດາກົກໄມ້ ຫຍ້າແລະຂີ້ຕົມ ແລະຊີວະພາບຕ່າງໆ

ຜ່ານມາ ເພິ່ນເຄີຍຂຸດຫນອງບຳບັດ ຢູ່ສູນການຄ້າ ເອຊຽນດຽວນີ້ ແຕ່ໄດ້ສົ່ງກິ່ນເຫມັນ ຈົນໄປໄກ້ບໍ່ໄດ້ ສຸດທ້າຍກໍຕອ້ງຍົກເລີກ

ອີກອັນນຶ່ງ ການສ້າງໂຄງການນີ້ ຈະໄປຕາມແຜນສຳ່ໃດ ເບິ່ງຫາກໍສີເລີ້ມ ເສັ້ນທາງຕັດໃຫມ່ຍັງ ຕັດຢູ່ກອ້ງສາຍໄຟແຮງສູງແລວ້

ແລວ້ມັນອັນຕະລາຍສຳ່ໃດລະ ຄິດເອົາ

ຖ້າບໍ່ໄດ້ດັ່ງແຜນ ນຳ້ສີຖວ້ມດັງຍອ້ນ ເພາະບໍ່ມີບອ່ນລະບາຍນຳ້ແລວ້

74049784534871104769.jpg

__________________
Anonymous

Date:

Anonymous wrote:
Anonymous wrote:

ສຳລອງthumbsup.gif
ບໍ່ເເມ່ນ ຈຳລອງthumbsdown.gif ເດີ້ທ່ານເເວບມາສເຕີ້

 ຜູ້ຂ້າບໍ່ແມ່ນເຂົ້າຂ້າງ ແວັບມາສເຕີເດີ້. ແວັບມາສເຕີຂຽນແລະເວົ້າຖືກແລ້ວ.

ສຳລອງ ກັບ ຈຳລອງ ມີຄວາມໝາຍແຕກຕ່າງກັນທີ່ສຸດ.

ສຳລອງ=ເພື່ອໄວ້ ຫລື ພາສາອັງກິດ=spare

ຈຳລອງ=ຂອງທຽມ ຫລື ພາສາອັງກິດ=fake ຫລືແປໄດ້ອີກວ່າ ຂອງປອມ ນັ້ນແລ້ວ.

ນາງຈຳລອງ=ນາງທຽມ...ກໍແບບຜີເຂົ້າທຽມນາງເຈົ້າຈ້ຳນັ້ນລະ ພາສາລາວເຮົາເອີ້ນວ່າຜີນາງທຽມ.

ທຽມ ແປວ່າ ບໍ່ແມ່ນຂອງແທ້ ເປັນຂອງປອມ

ສິດເອກມຫສີລາວິຣະວົງ

 You idiot, the webmaster is right...

ສຳລອງ= reserves, substitute 

ຈຳລອງ= model ( architectural model, building model)

__________________
Anonymous

Date:

ຍີປຸ່ນໄດ້ໃຊ້ເວລາສຶກສາລະອຽດແລະຄົບຖວ້ນ ແລະໃຊ້ເວລາ ເປັນ 2 ປີ

ແຕ່ ພວກລົງທຶນຈີນບໍ່ເອົານຳ

ອາດເປັນຍອ້ນ ຫລາຍສາເຫດ ເຊັ່ນ ບໍ່ຖືກຕາມຫລັກຮວງຈຸ້ຍ ທີ່ຄົນຈີນຖືເປັນຫລັກສຳຄັນ 

ຫລື ມັນອາດບໍ່ ລວມສູນ ຫລືແບບ ມີໃຈກາງ 

ໃຈກາງຂອງໂຄງການນີ້ ແມ່ນຫນອງນ້ຳ ເປັນວົງກົມ ເປັນສູນບັນຊາ ການເຂົ້າອອກ ຫາສູນແມ່ນໃຊ້ເວລານອ້ຍ ປະຢັດດີ 

ແຕ່ຖ້າມາເບິ່ງ ຂອງ ໃຈກາ ? ຈະເນັ້ນເອົາຄວາມເປັນທຳມະຊາດ ແລະຮັກສາຮູບແບບເດີມຂອງບຶງທາດຫລວງເອົາໄວ້ 

ແລະຈະທຳຫນ້າທີ່ ລະບາຍນ້ຳໄດ້ດີ  ແຕ່ປັດຈຸບັນ ເພິ່ນຖົມເຮັດທາງໄປແລວ້ສວ່ນນຶ່ງ 

ແຕ່ສຳລັບລາວ ຄືເຈົ້າຂອງໂຄງການ ຄວນສຶກສາເບິ່ງດີໆ ສີເອົາໃຈຜູ້ລົງທຶນ ຫລືຕອ້ງໄດ້ເອາຕາມແຜນວາງໄວ້ ລະອຽດແລວ້

ຖ້າເອາຕາມແຜນນັກລົງທຶນ ກໍຕອ້ງໃຫ້ເຂົາສຶກສາລະອຽດ ໃຫ້ກວມເອົາທຸກຂະແຫນງ ຕົ້ນຕໍແມ່ນບັນຫາການລະບາຍນ້ຳທົ່ວນະຄອນຫລວງ

ບໍ່ແມ່ນແຕ່ສະເພາະໂຄງການທໍ່ນັ້ນ ສວ່ນບອ່ນອື່ນ ນ້ຳເຫມັນຖວ້ມຫົວກໍຊ່າງແມ່ມັນ

 34484801570766451444.jpg

__________________

Senior Member

Status: Offline
Posts: 482
Date:

hed leo koy si ao pet pai lieng por wa nong ngam lie.

__________________
Anonymous

Date:

ຈຸດປະສົງຫລັກຂອງໂຄງການນີ້ ແມ່ນ ສ້າງກາສິໂນ ເພື່ອໃຫ້ເປັນບ່ອນມົ້ວສຸມ ແລະ ຫລິ້ນການພະນັນ.

ຕໍ່ໄປຈະມີແຕ່ມາເຟຍຈີນເຕັມບ້ານເຕັມເມືອງ. ສ່ວນຄົນລາວແມ່ນຂາຍຕົວ ກັບ ກຳມະກອນ, ຄົນຮັບໃຊ້

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ສຳລອງthumbsup.gif
ບໍ່ເເມ່ນ ຈຳລອງthumbsdown.gif ເດີ້ທ່ານເເວບມາສເຕີ້

 ຜູ້ຂ້າບໍ່ແມ່ນເຂົ້າຂ້າງ ແວັບມາສເຕີເດີ້. ແວັບມາສເຕີຂຽນແລະເວົ້າຖືກແລ້ວ.

ສຳລອງ ກັບ ຈຳລອງ ມີຄວາມໝາຍແຕກຕ່າງກັນທີ່ສຸດ.

ສຳລອງ=ເພື່ອໄວ້ ຫລື ພາສາອັງກິດ=spare

ຈຳລອງ=ຂອງທຽມ ຫລື ພາສາອັງກິດ=fake ຫລືແປໄດ້ອີກວ່າ ຂອງປອມ ນັ້ນແລ້ວ.

ນາງຈຳລອງ=ນາງທຽມ...ກໍແບບຜີເຂົ້າທຽມນາງເຈົ້າຈ້ຳນັ້ນລະ ພາສາລາວເຮົາເອີ້ນວ່າຜີນາງທຽມ.

ທຽມ ແປວ່າ ບໍ່ແມ່ນຂອງແທ້ ເປັນຂອງປອມ

ສິດເອກມຫສີລາວິຣະວົງ

 You idiot, the webmaster is right...

ສຳລອງ= reserves, substitute 

ຈຳລອງ= model ( architectural model, building model)

 Hey! I didn't killed YO MAMA so don't be calling me idiot OK, BOY!no

__________________
Anonymous

Date:

samakomlao wrote:

ຈະເກີດແທ້ບໍ່ນໍ...ລອງຕິດຕາມກັນເບິ່ງ 

-- Edited by samakomlao on Friday 24th of May 2013 09:37:06 PM

 ຢູ່ໃນຫົວມີແຕ່ໂຄງການ....ບາດເງິນຢູ່ທະນາຄານ ບໍມີຈັກກີບ

ຈັງແມ່ນເນາະພໍ່ຕູ້ສີເອີຍ...

__________________
Anonymous

Date:

ຫາເລື້ອງມາຕົວະຄົນລາວອີກແລ້ວລັດຖະບານສະຫຼາດສ່ອງໃສ ບໍ່ເຫັນມີໂຄງການໃດໃຫຍ່ໆຄືວ່າປະສົບຜົນສຳເລັດຈັກອັນ

__________________
Anonymous

Date:

ນີ້ເປັນພຽງຄວາມຝັນແບບລົມໆແລ້ງໆ ເຂົາຍົວະໃຫ້ລີງຫຳໂທ່ງ

ຖ້າຢາກໃຫ້ຄວາມຝັນດັ່ງກ່າວເປັນຄວາມຈິງ ກໍ່ມີແຕ່ຄົນລາວເຮົາເທົ່ານັ້ນຕ້ອງ

ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ບໍ່ຄວນອີງໃສ່ພວກນາຍທຶນຕ່າງຊາດຫລາຍ

ຄັນບໍ່ຢາກເປັນຫົວເມືອງຂື້ນເຂົາໃນທຸກດ້ານ.ເຮັດຕາມຄຳຂັວນທິ່ວ່າ 

ເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ຄົນລາວຮັກຊາດລາວ ມີແຕ່ຄົນລາວເທົ່ານັ້ນທີ່ຈະສ້າງເມືອງລາວໃຫ້ຈະເລີນ

__________________
Anonymous

Date:

ໂຄງການກຽດສັກສີຂອງປະເທດລາວຫາຍຫົວໄປໃສບໍເຫັນມີຫຍັງຄືບໜ້າ. ໂຄງການທັ້ງຫຼາຍນີ້ຝັນແທ້ຝັນວ່າ ແຕ່ຖ້າອຸນຸຍາດໃຫ້ຈີນມາຢູ່ອາດຈະເກີດເປັນຈິງແທ້ເພາະສ້າງແລ້ວຂາຍໃຫ້ຈີນ ແຕ່ລໍາພັງສ້າງອີງຕາມການເຕີບໂຕທາງເສດຖະກິດແບບຄູ່ມື້ນີ້ຄືສິອີກຮອ້ຍປີພຸ້ນແຫຼະ. ທີ່ຜ່ານມາມີຫຍັງສໍາເລັດແລ້ວ ໂຄງການເວີລແທຣດ ປຸກແຕ່ຕຶກນ້ອຍໆບໍ່ເຫັນມີຫຍັງຄືບ Land mark area ຂາຍບໍອອກ ໂຮງແຮມຫ້າດາວບໍມີໃຜໄປພັກ ແລ້ວມັນສິເອົາເງິນມາແຕ່ໃສສ້າງຕໍ່ ດຽວນີ້ຫາເງິນສົ່ງດອກເບ້ຍທະນາຄານຍັງຮາກສິອອກແລ້ວ ດີແຕ່ວ່າຫົວໜ້າໂຄງການບໍຂ້າຕົວຕາຍໜີໜີ້.

ຈັກໜ້ອຍຈີນກະຍົວະໃຫ້ເອົາຄົນຈີນມາຢູ່ ອອກນະໂຍບາຍພິເສດ ດຽວນີ້ເຫັນວ່າອອກກົດໝາຍໃຫ້ຄົນຕ່າງດ້າວຊື້ດິນໄດ້ແລ້ວຈັກໜ້ອຍຈີນກະຊື້ເອົາໜົດ. ນະໂຍບາຍແປງສິນຊັບເປັນທຶນມັນຊັງແປງເອົາໝົດທຸກຢ່າງເລີຍ ແມ້ນແຕ່ຫົນທາງກະໃຫ້ບໍລິສັດສໍາປະທານເກັບປີຄ່າຈອດລົດທຸກຈອກທຸກແຈບໍເຄີຍເຫັນປະເທດໃດໃນໂລກເຂົາເຮັດແບບນີ້ ບາດໄອ້ລາວໄດ້ເຮັດແມ່ມັນເອົາໜົດທຸກຢ່າງ. ຈັກໜ້ອຍດິນໂຮງຮຽນກະຫາຍໄປໜົດແປງເປັນທຶນໄປໜົດ. ນະໂຍບາຍກຸ້ມຕົນເອງ ແມ່ມັນມີຫັຍງຂາຍແປງເປັນທຶນໜົດ ບັກໄດເປັນນາຍມັນກະລວຍເອົາລວຍເອົາຢູ່ປີສອງປີມັນລາອອກຫຼືຢ້າຍໄປກິນບ່ອນໃຫມ່. ສົງສານເດເມືອງລາວ ໃຜເດສິມາປັດກວດເຮືອນຫລັງນີ້ໃຫ້ມັນສະອາດແລະເປັນທໍາຫຼາຍຂຶ້ນກວ່າເກົ່າ. 

__________________
Anonymous

Date:

ຢາກໃຫ້ເອົາຄົນຈີມາຢູ່ລາວ 3 ລ້ານ ຫວຽດ 1 ລ້ານ ລວມກັບຄົນລາວອີກ 6 ລ້ານ- ພົນລະເມືອງລາວພໍດີເປັນ 10 ລ້ານ

__________________

Senior Member

Status: Offline
Posts: 482
Date:

all idiot

__________________
Anonymous

Date:

ນາຍທືນຈີນພຽງແຕ່ມາຈອງດີນໄວ້ຂາຍເກນກຳໄລຊື່ໆ ພີ່ນ້ອງ, ມັນບໍ່ສ້າງຄືດັ່ງ

ຮູບມັນແຕ້ມໂຄສະນານັ້ນດອກ, ກໍ່ຟັງມັນເວົ້າແດ່ ວ່າອີກ 30ປີພຸ້ນມັນຈັ່ງຊິສ້າງ

ບໍ່ເຫັນເຮັດຫຍັງເປັນຮູບເປັນຮ່າງຈັກບ່ອນ, ມີແຕ່ ປຸກຫ້ອງການໄວ້ເປັນບ່ອນຂາຍ,

ແຕ້ມປ້າຍໂຄສະນາ, ເຮັດ CD ຮູບ 3D animation ມາຕົວະ ປຊຊ ຜູ້ເຂົາບໍ່ຮູ້ເລື່ອງ

ເຫັນແລ້ວເຂົາກໍ່ຕົບມືຊົມເຊີຍວ່າຄັກ. ເບີ່ງແດ່ ດອນຈັນ, ໜອງຈັນ, ບືງທາດຫລວງ

ໜອງທາ, ໜອງປີງ ບໍ່ໄດ້ເລີ່ມລົມືເຮັດຫຍັງເລີຍ

ແຜ່ນດີນລາວ ແຕ່ນາຍທືນຕ່າງຊາດມາຈອງຂາຍກີນກຳໄລ, ຜູ້ມາຈອງມີແຕ່ຈ່າຍຄ່າສຳປະທານ

ອາມິດຕະພຸດ

__________________
Anonymous

Date:

ຄົນ​ໂງ່​ຍ່ອມ​ຕົກ​ເປັນ​ເຫ​ຍື່ອ​ຂອງ​ຄັນ​ສະ​ຫລາດ​ສະ​ເໝີ. ແຜ່ນ​ດິນ​ປະ​ເທດ​ຂອງ​ຕົນ​ເອງ​ແທ້ໆ

ຍັງ​ຕົກ​ໂງ່​ໃຫ້​ຄົນ​ຕ່າງ​ຊາດ​ເຂົ້າ​ມາ​ຫລອກ​ຕົ້ມ​ເອົາ​ໄປ​ເປັນ​ຂອງ​ເຂົາ​ຈົນ​ໄດ້. ນີ້​ລະ​ໜໍ​ຖ້າ​ການ

ສຶກ​ສາບໍ່​ສູງ​ແມ່ນບໍ່​​ທັນ​ເລ້​ຫລ່ຽມ​ຂອງນັກ​ທຸ​ລະ​ກິດ​ຫລື​ນາຍ​ທຶນ​ມາ​ໃນ​ຄາບ​ຂອງ​ນັກ​ໃຈ​ບຸນ

ແບບ​ຈີນ​ໄດ້​ດອກ. ມີ​ສະ​ຕິ​ແດ່​ຈັກ​ໜ່ອຍ​ກໍ​ດີ ບໍ່​ແມ່ນ​ຍາມ​ໃດ​ກໍ​ວ່າ​ໂຕ​ເອງ​ສະ​ຫລາດ​ສອງ​ໃສ

ຢູ​ຕະ​ຫລອດ​ເວ​ລາ, ຖ້າບໍ່​ຢັບ​ຢັ້ງ​ໄວ້​ແຕ່​ດຽວ​ນີ້ ມັນ​ຈະ​ຊ້າ​ເກີນ​ແກ້ນ​ພາຍ​ໜ້າ. ມີ​ບົດ​ຮຽນ​ທີ່

ຈີນ​​ໄດ້​ສັ່ງ​ສອນ​ໄວ້​ຫລາຍ​ບົດ​ແລວ​ຕົ້ວ​ວ່າ​ມັນ​ມີ​ຄວາມ​ຈິງ​ໃຈ​ກັບ​ລາວ​ແທ້ບໍ່? ສ້າງ​ກາ​ສິ​ໂນ​ເອີ່ຍ

ຈະ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເອີ່ຍ ສ້າງ​ບຶງ​ທຸກ​ບຶງ​ຢູ່​ອ້ອມ​ແອ້ມ​ວຽງ​ຈັນ​ເອີ່ຍ ລ້ວນ​ແລ້ວ​ແຕ່

ຫລອກ​ໃຫ້​ອີ່​ໜູ​ດັດ​ຜົມ​ທັງ​ນັ້ນ.

ຖ້າ​ລາວບໍ່​ປັບ​ປຸງ​ທາງ​ດ້ານ​ການ​ສຶກ​ສາ​ໃຫ້​ມີ​ປະ​ສິດ​ຕິ​ພາບ​ທຽບ​ເທົ່າ​ສາ​ກົນ, ເຊື່ອ​ແນ່​ວ່າ​ຄົນ​ລາວ

ທັ້ງ​ປະ​ເທດ​ກໍ​ຈະ​ສືບ​ຕໍ່​ຕົກ​ເປັນ​ເປົ້າ​ຂອງ​ນັກ​ລ້າ​ເມືອງ​ຂຶ້ນ​ຂອງ​ຍຸກ ໄຮ​ແທັກ ຂອງ​ສັດ​ຕະ​ຫວັດ​ທີ່

22 ແນ່ນອນ. ຄວນ​ຢຸດ​ເຊົາ​ການ​ສືບ​ຕໍ່​ເຊື້ອ​ວົງ​​ສະ​ກຸນ​ຂຶ້ນ​ມາ​ກຳ​ໜ້າ​ທີ່​ອັນ​ສຳ​ຄັນ​ຂອງ​ການ​ບູ​ລະ

ນະ​ສ້າງ​ສາ​​ແລະ​ປົກ​ຄອງປະ​ເທດ​ຊາດ ເປີດ​ກ້​ວາງ​ຮັບ​ເອົາ​ລູກ​ຫລານ​ປະ​ຊາ​ຊົນ​ຜູ້​ທີ່​ມີ​ການ​ສຶກ​ສາ​ສູງ

ເຂົ້າ​ຮ່ວມ​ເປັນ​ຜູ້​ນຳ​ປະ​ເທດ​ທຸກ​ກະ​ຊວງ​ທະ​ບວງ​ກົມ, ບໍ່​ແມ່ນ​ຈະ​ຊອກ​ເອົາ​ແຕ່​ລູກ​ຫລານ​ຂອງ​ຜູ້​ທີ່​

ມີ​ປະ​ຫວັດຂອງ​ການ​ປະ​ຕິ​ວັດ​ທີ່​ບໍ່​ມີ​ການ​ສຶກ​ສາ​ແລະ​ຄຸນ​ນະ​ສົມ​ບັດ​ພຽງ​ພໍຂຶ້ນ​ມາ​ກຳ​ຕຳ​ແໜ່ງ​ໜ້າ​ທີ່

ທີ່​ສຳ​ຄັນ ໂດຍ​ອາ​ໄສ​ບາ​ລະ​ມີ​​ແລະ​ຊື່​ສຽງຂອງ​ຊາດ​ຕະ​ກຸນ​ໃຫ້​ຄົນ​ເກງ​ຢຳ​ແລະ​ຢ້າ​ກົວ​ເທົ່າ​ນັ້ນ.

Very good thought! Laos cannot develop itself for the sake of Lao people without the participation of young Lao blood who should be first and foremost properly educated and trained in the necessary skills. Otherwise, Lao people will become a second class citizen in their own country working for Chinese, Viet, Thai or Singaporean bosses.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard