Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫັຍງ ປທຊ ເຮົາຈັ່ງ ລ້າຫັລງ ແລະ ດ້ອຍ ພັດທະນາ? ແລະ ຍັງຈະດ້ອຍພັດທະນາຕໍ່ ອີກ?
Anonymous

Date:
ເປັນຫັຍງ ປທຊ ເຮົາຈັ່ງ ລ້າຫັລງ ແລະ ດ້ອຍ ພັດທະນາ? ແລະ ຍັງຈະດ້ອຍພັດທະນາຕໍ່ ອີກ?

 . ເຊີນ ພີ່ນ້ອງ ລາວນັກປັນຍາຊົນທົ່ວໂລກ  ຈະເປັນນັກບັນດິດ ກໍດີ ຈະເປັນນັກຄົ້ນຄົ້ວາ ກໍດີ  ຈະເປັນນັກເສດຕະສາດ ກໍດີ

ຈະເປັນ ນັກການເມືອງ ຫຼື ໃຜໆກໍຕາມ ທີ່ຍັງ ມີຄວາມຮັກຄວາມຜູກພັນຕໍ່ ຫຼື ຍັງເປັນຮ່ວງ ເຖີງ ຊາຕາກັມອະນະຄົດຂອງ ປທຊ

ທີ່ແສນຮັກຂອງພວກເຮົາ  ກະຣຸນາ ໄຊ້ສິດທິ ເພືອ່ ໃຫ້ເປັນຜົນປະໂຫຍດແກ່ຊາດແກ່ສັງຄົມວ່າ:

    ດ້ວຍເຫດຜົນຫັຍງ  ປທຊ ເຮົາຍັງລ້າຫັລງ ແລະ ດ້ອຍພັດທະນາ?

     Multiple choice   questions.

    What is or what are the most SIGNIFICANT FACTOR(s) which we can use to explain explicitly

    why Laos is still a backward nation?

    (ກ). ເປັນຍ້ອນ ສະຫຍາມ ແລະ ຝັ່ຣງເສດ ປະລາວຢູ່ໃນເງືອ່ນໃຂ (ໃຫ້) ດ້ອຍພັດທະນາ.

           (Siam and France left us in very bad shape).

     Notice:  The backward condition of Laos is a sole responsibility of SIAM and FRANCE.

     (ຂ).ເປັນຍ້ອນ ປທຊ ເຮົາ ດ້ອຍ ການສຶກສາ ຜູ້ນໍາເຮົາ ບໍ່ມີຄວາມຮູ້ຄວາມສາມາດ

           ຢ່າງແຂງແຮງ ຣະບົບການສຶກສາ ເຮົາ ບໍ່ແຂງແກ່ນທາງດ້ານ  Mathematics,

          Chemistry  and Science ແລະ ຄຸນນະພາບຂອງການສຶກສາຂອງຊາດ ຍັງ

          ບໍ່ໃດ້ມາດຕະຖານສາກົນ,

     (ຄ). ປທຊ ເຮົາ ໃດ້ລົ້ມລຸກຄຸກຄານ ເກີດສົງຄາມ ມາຕະຫລອດ ດັ່ງນັ້ນ ປທຊ ເຮົາ ບໍ່ມີ

           ໂອກາດ  ຈະໃດ້ພັດທະນາ ປທຊ ເຮົາ ໃຫ້ ທຽມທັນກັບຊາດອື່ນໆ ເຂົາ,

     (ງ). ປທຊ ເຮົາ ຂາດ ແຮງງານ (Productive labor),ຂາດ ນັກວິຊາການ (Professionals

           in many fields), ແລະ   ຂາດ ເງີນລົງທຸນ (Capital investment),

     (ຈ).ຣະບົບເສຖກິດ ການເມືອງ ຂອງຊາດລາວໃດ້ຖືກຄອບງໍາ ຈາກຕ່າງຊາດ ໂດຍສະເພາະ ແມ່ນວຽດນາມ.

     ຫາກໃຜມີ ແນວຄິດທີ່ດີ ກະຣຸນາເພີ້ມເຕີມ. ຂໍຄອບໃຈຫ່ລວງໝ້າ.

    ຮັກແພງ, ນົກສາລິກາ  ໄກຮັງ

__________________
Anonymous

Date:
RE: ເປັນຫັຍງ ປທຊ ເຮົາຈັ່ງ ລ້າຫັລງ ແລະ ດ້ອຍ ພັດທະນາ? ແລະ ຍັງຈະດ້ອຍພັດທະນາຕໍ່ ອີກ?

ຕາບໃດລັດທະບານຍັງບໍ່ເປີດກ້ວາງໄຫ້ມີການແຂ່ງຂັນ ບໍວ່າດ້ານໃດ ດ້ານບໍລີຫານປະເທດບໍ

ຕ້ອງເລືອກເອົານັກການເມືອງທີ່ເລືອກຈາກປະຊາຊົນທີ່ແທ້ຈີ່ງໃຈມາພັດທະນາ ບໍ່ແມ່ນພັກ

ເປັນຜູ່ແຕ່ງຕັ້້ງເອົາແບບທຸກມື້ນີ້ ແລະພັກຄວນເຫລີກລາກຳອຳນາດຊະ ແລະພັກຄວນຢຸດຕິ

ຫາຜົນປິໂຍດໄຫ້ແກ່ສ່ວນຕົວແລະພັກພວກ  ເວົ້າລວມແລ້ວມັນຜີດພາດໃນບໍລີຫານປະເທດ

ມາຕັ້ງແຕ່1975ພຸ້ນນາ ຖ້າວ່າສະຫາຍໄກສອນ ປ່ອຍໄຫ້ປະຊາຊົນມີສິດເລືອກໃນການສືກສາ

ອັນນີ້ແມ່ນຫຍັງພໍແຕຂີ້ນມາກຳອຳນາດລະຕັດອອກໝົດພາສາຕ່າງປະເທດ ເຫັນວ່າໂຕເອງໂງ່

ລະເຮັດໄຫ້ປະຊາຊົນທົ່ວປະເທດໂງ່ນຳໂຕອີກ ຖ້າວ່າປ່ອຍປະຊາຊົນລາວຮຽນພາສາຝຣັ່ງ ອັງກີດ

ມາແຕ່ປີ1975 ປານນີ້ ຄົງຈະບໍ່ນ້ອຍໜ້າປະເທດເພື່ອນເຂົາ ຊາວໂລກເຂົາລະຂີ້ນເດືອນຂີ້ນດາວ

ໂຕເອງ ຄານໄປຄືເຕົ່ານີ້ລະ

__________________
Anonymous

Date:

ຍ້ອນຖືກປິດລ້ອມທາງດ້ານເສດຖະກິດຈາກ ອາເມລິກາ

__________________
Anonymous

Date:

ປະເທດອາເມລິກາ ແລະ ອັງກິດ ຈົງກຽດຈົງຊັງລັດເຊັຍມາເທົ້າທຸກມື້ນີ້ແມ່ນຍ້ອນ ພາຍຫລັງການປະຕິວັດຂອງເລນິນ ເພີ່ນໄດ້ມີນະໂຍບາຍໃນການປົດປ່ອຍປະເທດທີ່ເປັນເມືອງຂຶ້ນຂອງ ອັງກິດ, ຝລັ່ງ ແລະ ອາເມລິການ (ບັນດາປະເທດຈັກກະພັດ). ລັດເຊັຍໄດ້ໃຊ້ສິດຂອງຕົນໃນຖະນະປະເທດມະຫາອຳນາດຮັບຮູ້ການປະກາດເອະລາດຂອງປະເທດດັ່ງກ່າວ ລວມທັງໃຫ້ການຊ່ວຍເຫລືອທາງດ້ານການເມືອງ ແລະ ອາວຸດໃຫ້ນັກຕໍ່ສູ້ປົດປ່ອຍຊາດ.

ຈາກ ການກະທຳດັງກ່າວເຮັດໃຫ້ ພວກຈັກະພັດສູນເສຍຜົນປະໂຫຍດໃນຫລາຍ ປະເທດ ແລະ ສູນເສຍຫົວເມືອງຂຶ້ນ ເຊັ່ນ ສູນເສຍ ອິນເດຍ, ຈີນ (ເຂດອິທິພົນຂອງອັງກິດມີລາຍໄດ້ຈາກການຂາຍຝິ່ນ), ອິນດູຈີນ, ອາຟຣິກກາ ແລະ ປະເທດອື່ນໆ. ຫລັງຈາກນັ້ນມາ ບັນດາຈັກກະພັດດັ່ງກ່າວ ກໍ່ໄດ້ຈົງກຽດຈົງຊັງລັດເຊຍ ມາຮອດເທົ່າທຸກມື້ນີ້.

ແຕ່ການກະທຳຂອງລັດເຊັຍແມ່ນຊ່ວຍເຫລືອປະເທດດ້ອຍພັດທະນາໃຫ້ຫລຸດພົ້ນອອກຈາກການເປັນອາທນນິຄົມຂອງຕ່າງດ້າວ. ດັ່ງນັ້ນພວກເຮົາຄວນຮູ້ບຸນຄຸນປະເທດລັດເຊັຍ.

__________________
Anonymous

Date:

Anonymous wrote:

ຍ້ອນຖືກປິດລ້ອມທາງດ້ານເສດຖະກິດຈາກ ອາເມລິກາ

       ໂອ່....ບໍ່ໝ້າເສືອ່...ບໍ່ຢາກເສືອ່ ໃນສາຍຕາໂຕເອງ Seeing is believing ແຕ່ສິ່ງເຮົາໃດ້ເຫັນ ແລະ

    ໃດ້ອ່ານນີ້ ແມ່ນຄວາມຈິງ, ບໍ່ແມ່ບພາບລວງ ຫຼື ວິນຍານ.ຍັງມີຄົນປະເພດແບບນີ້ຫົລງເຫືລອ ຢູ່ ສປປລ ນໍ?

    ຫຼື ອາດມີຫລາຍ. ຊໍາພໍ ປທຊ ເຮົາ ຈັ່ງດ້ອຍພັດທະນາ.. ພວກນີ້ ຄວາມຮູ້ສືກ ແມ່ນຍັງຢູ່ໃນຍຸກ  Nappoleon ຢູ່.

    ຕືນສາ ໄດໂນເສົາ...ຕື່ນໃດ້ແລ້ວ ໄດໂນເສົາ. ເປັນແນວນີ້ນໍ ຕ່າງຊາດຈັ່ງ ຫໍ້ຍາ ພວກນີ້ ປານປາມຶກ

    ປິ້ງ..

        ໝໍນີ້ ກະມາແບບດຽວກັນອີກ.

    ພວກນີ້ ຕ້ອງເອົາ ນໍ້າຮ້ອນໆ ລວກ ລ້າງ ຂູດ  ແນວຄິດ  ປຕວ ບ້າໆ ອອກ. ຫາກ ມັນຍັງຫນາຢູ່ ກໍຕ້ອງໃດ້ ໄຊ້ເຈັ້ຽກະດາດ

    ຊາຍ ຜຸນ ຍ່ອງ ອອກ. ຫາກ ໝັກໄປກົ່ວນັ້ນ ກໍຕ້ອງໃດ້ແຊ່ນໍ້າກົດ....ເພາະ ຄົນຈໍາພວກນີ້ ປຶກກ່ອນ  ລີງ Chimpanzee.

__________________
Anonymous

Date:

Anonymous wrote:

 . ເຊີນ ພີ່ນ້ອງ ລາວນັກປັນຍາຊົນທົ່ວໂລກ  ຈະເປັນນັກບັນດິດ ກໍດີ ຈະເປັນນັກຄົ້ນຄົ້ວາ ກໍດີ  ຈະເປັນນັກເສດຕະສາດ ກໍດີ

ຈະເປັນ ນັກການເມືອງ ຫຼື ໃຜໆກໍຕາມ ທີ່ຍັງ ມີຄວາມຮັກຄວາມຜູກພັນຕໍ່ ຫຼື ຍັງເປັນຮ່ວງ ເຖີງ ຊາຕາກັມອະນະຄົດຂອງ ປທຊ

ທີ່ແສນຮັກຂອງພວກເຮົາ  ກະຣຸນາ ໄຊ້ສິດທິ ເພືອ່ ໃຫ້ເປັນຜົນປະໂຫຍດແກ່ຊາດແກ່ສັງຄົມວ່າ:

    ດ້ວຍເຫດຜົນຫັຍງ  ປທຊ ເຮົາຍັງລ້າຫັລງ ແລະ ດ້ອຍພັດທະນາ?

     Multiple choice   questions.

    What is or what are the most SIGNIFICANT FACTOR(s) which we can use to explain explicitly

    why Laos is still a backward nation?

    (ກ). ເປັນຍ້ອນ ສະຫຍາມ ແລະ ຝັ່ຣງເສດ ປະລາວຢູ່ໃນເງືອ່ນໃຂ (ໃຫ້) ດ້ອຍພັດທະນາ.

           (Siam and France left us in very bad shape).

     Notice:  The backward condition of Laos is a sole responsibility of SIAM and FRANCE.

     (ຂ).ເປັນຍ້ອນ ປທຊ ເຮົາ ດ້ອຍ ການສຶກສາ ຜູ້ນໍາເຮົາ ບໍ່ມີຄວາມຮູ້ຄວາມສາມາດ

           ຢ່າງແຂງແຮງ ຣະບົບການສຶກສາ ເຮົາ ບໍ່ແຂງແກ່ນທາງດ້ານ  Mathematics,

          Chemistry  and Science ແລະ ຄຸນນະພາບຂອງການສຶກສາຂອງຊາດ ຍັງ

          ບໍ່ໃດ້ມາດຕະຖານສາກົນ,

     (ຄ). ປທຊ ເຮົາ ໃດ້ລົ້ມລຸກຄຸກຄານ ເກີດສົງຄາມ ມາຕະຫລອດ ດັ່ງນັ້ນ ປທຊ ເຮົາ ບໍ່ມີ

           ໂອກາດ  ຈະໃດ້ພັດທະນາ ປທຊ ເຮົາ ໃຫ້ ທຽມທັນກັບຊາດອື່ນໆ ເຂົາ,

     (ງ). ປທຊ ເຮົາ ຂາດ ແຮງງານ (Productive labor),ຂາດ ນັກວິຊາການ (Professionals

           in many fields), ແລະ   ຂາດ ເງີນລົງທຸນ (Capital investment),

     (ຈ).ຣະບົບເສຖກິດ ການເມືອງ ຂອງຊາດລາວໃດ້ຖືກຄອບງໍາ ຈາກຕ່າງຊາດ ໂດຍສະເພາະ ແມ່ນວຽດນາມ.

     ຫາກໃຜມີ ແນວຄິດທີ່ດີ ກະຣຸນາເພີ້ມເຕີມ. ຂໍຄອບໃຈຫ່ລວງໝ້າ.

    ຮັກແພງ, ນົກສາລິກາ  ໄກຮັງ

 I am no expert.. but you don't need to be so smart to figure out why Laos is so poor. 

Let me know you know Laos is poor...there are only two reasons:

1. CORRUPTION: Everything is corrupted, government official at every level is corrupted.... so the money needed to development will never reach its intended purpose

2. NEPOTISM:  If someone holds a big position governments, there is 99% chance that his entire family member will gain benefits, indirectly or directly. His family will be given 

special treatment for doing business, bidding big projects, or given a high position in government.. You get the ideas!!!

__________________
Anonymous

Date:

ປະເທດຊາດເຮົາມີໂອກາດທີ່ຈະ ມີຄວາມຈະເລີນຫຼາຍ ເພາະລາວເຮົາມີລາຍໃດ້ເຂົ້າປະເທດຈາກຫຼາຍໆ ຢ່າງເຊັ່ນ:

1. ໄຟຟ້າ: ລາວມີລາຍໃດ້ຈາກການຂາຍໄຟຟ້າ ຈາກເຄື່ອນຕ່າງໆ ເຊັ່ນ: ເຄື່ອນໄຟຟ້າ ນຳ້ເທີນ2, ຕໍ່ໃປອີກ 20 ຫຼື 25 ປີ, ລັດທະບານເປັນເຈົ້າຂອງເຄື່ອນໄຟຟ້າຫຼາຍໆແຫ່ງ ຢ່າງເຕັມຕົວ, ຄິດເບິ່ງວ່າ ລາວຈະມີລາຍໃດ້ຫຼາຍສຳ່ໃດ

2. ລາວມີລາຍໃດ້ຈາກການຂາຍ ແຮ່ທາດຕ່າງໆ ທີ່ກຳລັງຂຸດຄົ້ນພົບ, ເຊັ່ນ: ບໍ່ຄຳເຊໂປນ, ແລະ ບ່ອນອື່ນໆອີກຫຼາຍແຫ່ງ ທີ່ບໍ່ທັນໃດ້ມີການຂຸດຄົ້ນ

3. ລາວມີລາຍໃດ້ຈາກການຂາຍ ເຄ່ືອງກະສິກຳເຊັ່ນ: ກະເຟ, ເຄື່ອງນຸ່ງ, ເຫຼົ້າເບຍ

4. ລາວມີລາຍໃດ້ຈາກນັກທ່ອງທ່ຽວທີ່ມາທ່ຽວຢູ່ລາວ

5. ລາວມີລາຍໃດ້ຈາກການຊ່ວຍເຫຼືອຂອງຕ່າງຊາດ

ຢາກໃຫ້ປະເທດຊາດຈະເລີນຕ້ອງພັດທະນາຄື:

1. ການເມືອງ ແລະ ການປົກຄອງ: ຄວນມີການເຄັ່ງກົດລະບຽບຢ່າງຄັກແນ່ ຄືວຽດນາມ, ມີການກວດສອບຊັບສີນ ແລະ ລາຍຮັບຂອງ ຂ້າລາດຊະການ ໂດຍສະເພາະຜູ້ນຳຂັ້ນສູງ

2. ເສດຖະກິດ: ຄວນດຶງດູດນັກລົງທືນເຂົ້າມາລົງທືນໃຫ້ຫຼາຍ ໂດຍການຫຼຸດຜ່ອນພາສີ, ສົ່ງເສີມທຸລະກິດ ດ້ານກະສິກຳໃຫ້ຫຼາຍ ເພື່ອເປັນວັດຖຸດິບປ້ອນໂຮງງານ, ອຳນວນຄວາມສະຫຼວກແກ່ຜູ້ລົງທືນຄື ບໍ່ເຮັດໃຫ້ວຽກເຂົາຊັກຊ້າ ໂດຍການທ່ວງດຶງເວລາເພື່ອຢາກໃດ້ເງີນ ຄ່າເຮັດວຽກ

3. ວັດທະນະທຳ ແລະ ສັງຄົມມີຄວາມປອດໄຟ:

4. ອີ່ນໆ

ນີ້ເປັນພຽງຄວາມຄິດເຫັນຂອງຜູ້ຂ້າ, ທີ່ບໍ່ໃດ້ຈົບເອກ, ຈົບໂທ, ຖ້າຜິດພາດ ກໍ່ຂໍອະໄພນຳ

__________________
Anonymous

Date:

ທ່ານຮູ້ບໍ່ວ່າປັດຈຸບັນນີ້ປະເທດລາວກຳລັງພັດທະນາໄປໄວທີ່ສຸດ ເສດຖະກິດເຕີບໂຕເຖິງ 8 % ຕໍ່ປີ. ຖ້າທ່ານມາວຽງຈັນທ່ານຈະເຫັນມີການສ້າງຖະນົນຫົນທາງໃຫມ່, ການກໍ່ສ້າງອາຄານໃຫຍ່ ກໍ່ເກີດຂຶ້ນຫລາຍແຫງ່, ຄົນມີເງິນມີຄຳຫລາຍ ຊື້ລົດໃຫມ່ຂີ່ຕະຫລອດ. ຖ້າຮັກສາການເຕີບໂຕເຊັ່ນນີ້ ຈັກຫນ່ອຍລາວກະທັນສິງກະໂປ ກັບ ສ. ເກົາຫລີ ແລ້ວ.

ຈົງມາຊ່ວຍກັນສາງສາປະເທດລາວໃຫ້ຈະເລີນເຖາະ ດີກວ່າມານັ່ງຜິດຖຽງກັນ ເຮືອກະບໍ່ພາຍຍັງເອົາຕີນຈຸຸມນ້ຳ

__________________
Anonymous

Date:

ບາດສ້າງເສັ້ນທາງລົດໄຟ ລາວ ຈີນ ແລ້ວ, ລາວແມ່ນ ຈະເລີນຫຼາຍໂລດ, ຕຽມຕົວຕ້ອນຮັບນັກລົງທືນ ແລະ ນັກທ່ອງທ່ຽວໂລດເດີ,

ໄທ ກະວ່າ ຊິສ້າງທາງລົດໄຟ ເຊີ່ອມຕໍ່ມາຫາລາວ, ປະເທດລາວ ເປັນປະເທດນ້ອຍ ແລະ ພົນລະເມືອງ ແຫ່ງນ້ອຍ, ເອົາເບິ່ງບາດນີ້, ເງີນເດືອນລັດ ກະຊິເພີ່ມຂື້ນອີກ,​ ຄ່າແຮງງານກະຊິເພີ່ມຂື້ນ, ຍ້ານແຕ່ ວຽດ, ຈີນ, ໄທ ແລະ ຄົນປະເທດອື່ນໆ ເຂົ້າມາ ເຮັດວຽກຢູ່ລາວຫຼາຍຂື້ນຫັ້ນຕິ, ສັງຄົມລາວກະສະຫງົບນຳອີກ, ຄົນລາວກະຊິໂຍທ່າ ຫາເງີນ, ໃຜຢູ່ລ້າ ກະຊິເປັນຂ້ອຍວຽດ, ເປັນຂອ້ຍຈີນ, ເປັນຂ້ອຍ ນາຍທືນປະເທດອື່ນຫັ້ນຕິບານີ້

__________________
Anonymous

Date:

ບໍ່ມີພື້ນຖານເສດຖະກິດທີ່ດີ 

ບໍມີການສືກສາທີ່ມີຄຸນະພາບ ບໍ່ວ່າທາງສາມັນສືກສາຫລືວິຊາຊີບແລະມະຫາວິທະຍາໄລ

ການສໍ້ລາດບັງຫລວງຂອງບາງຜູ້ນຳຂັ້ນສູງແລະພງລັດທົ່ວໄປ

ແລະສຸດທ້າຍແມ່ນເວົ້າເຖິງນິໃສໃຈຄໍຂອງຄົນລາວທີ່ບໍມີຄວາມກະຕືລືລົ້ນປານໃດ

ຂໍແຕ່ພຽງພໍແລ້ວກໍດີ ການມີຄວາມມວ່ນຊື່ນທຸກໆວັນແມ່ນສຳຄັນ

ແຕ່ນິສິໃສດັ່ງກ່າວນັບມື້ນັບປຽ່ນແປງ ດັ່ງນັ້ນ ລາວອີກບໍດົນກໍຄົງຫລຸດພົ້ນອອກຈາກຄວາມທຸກຍາກ

ກາຍເປັນປະເທດກຳລັງພັດທະນາຕາມລະບຽບ

__________________

Veteran Member

Status: Offline
Posts: 63
Date:

ປະເທດຊາດລ້າຫຼັງຍ້ອນປັດໃຈຕົ້ນຕໍຄື:ຜູ້ນຳພາມີຄວາມຄິດກອບໂກຍສ້າງຮັ່ງຄູນມີໃຫ້ເຄືອຍາດປະເທດຊາດຖອຍຫຼັງ,ສະຕິປັນຍາບໍລິຫານຂື້ນກັບຄວາມ

ຮູ້ຮອບດ້ານ,ລະດັບການສືກສາອ່ອນດ້ອຍ,ປັນຍາແນວຄິດຢູ່ໃນຂອບເຂດຍັງຝັງເລີກໃນອຸດົມການລັດທິແນວທາງຫວງອຳນາດໂດຍປະຊາຊົນ

ຂາດສ່ວນຮ່ວມໃນການພັດທະນາ,ປັນຍາຊົນຍັງຝັງຢູ່ໃນພື້ນທໍລະນີ, ອາໃສຄົນຊາດອື່ນເປັນຜູ້ບົ່ງການແລະແຊກແຊງການເມືອງພາຍໃນຢ່າງຊີ້ນເຊິງ,

ການປົກຄອງມີພັກດຽວເຊິ່ງເຮັດໃຫ້ຄ້າງຄາໂດຍບໍ່ມີການແຂ່ງຂັນໃຊ້ແນວຄວາມຄິດຕິຕຽນໃນສິ່ງທີ່ບໍ່ເປັນທັມໃຫ້ກັບຄົນໃນຊາດ,ລະບອບຜູກຂາດຈາກ

ຄະນະນຳສູນກາງພັກປະຊາຊົນປະຕິວັດລາວພຽງຝ່າຍດຽວສະນັ້ນຢ່າຫັວງເລີຍເຖິງຈະມີສັບພະຍາກອນທີ່ອຸດົມສົມບູນຫຼືເຂື່ອນໄຟຟ້ານ້ຳຕົກຫຼາຍໆແຫ່ງແຕ່

ກໍ່ບໍ່ມີຄວາມໝາຍເພາະມະນຸດເປັນຜູ້ຄົ້ນຄິດຂື້ນມາ,ຖ້າຢາກໃຫ້ປະເທດຫຼຸດພົ້ນຈາກຄວາມລ້າຫຼັງຕ້ອງຮ່ຳຮຽນຈາກຜູ້ເຂົາມີປະສົບການ ກ່ອນອື່ນໝົດຕ້ອງ

ປະຕິຮູບການເມືອງເສັຽກ່ອນທຸກຢ່າງຈຶ່ງຈະສອດຄ່ອງກັບການພັດທະນາເໝືອນກັບໂລກເສລີທີ່ເຂົາຈະເລີນແລ້ວກຸ່ມພວກທີ່ກົດໜ່ວງຄວາມສີວິໄລເຮັດໃຫ້

ດ້ອຍພັດທະນາແມ່ນຄົນເກົ່າແກ່ນັກປະຕິວັດນັ້ນຫຼະ!ຄືຕົວຈິງທີ່ເດີນໄປຄືເຕົ່າ.

__________________
Anonymous

Date:

ການເວົ້າຄວາມຈິງແມ່ນໝຶ່ງໃນຫັລກເອກຂອງສິນທັມ.

ເນືອ່ງຈາກວ່້າ ບາງທ່ານອາດອ່ານຂໍ້ມູນຜິດ, ຂໍ້ມູນທີ່ຖືກ ຂີດຂຽນແບບ ຊອຍຫອມໃສ່ປາກ ເພືອ່ເຫດຜົນທາງດ້ານການເມືອງ, ເປັນທັມມະດາຄວາມຄິດຄວາມເຫັນອາດຈະບໍ່ຕົງກັນກັບຄວາມຈິງ ທີ່ເກີດຂຶ້ນແທ້ໆ. ເມືອ່ເຮົາອ່ານຂໍ້ມູນຜິດ ແຕ່ເລີ້ມແລກ ຈະທໍາໃຫ້ເຮົາເຂົ້າໃຈຜິດ ແລະເຫັນກົງຈັກ....ກາຍເປັນດອກບົວ  ມາໂດຍຕະຫລອດ. ວິທີຂີດຂຽນແນວນີ້ ແມ່ນເປັນ One of

the technique in propaganda ໃນໂລກສັງຄົມນິຍົມເພືອ່ ປູກສັງຄົມ ໃຫ້ ເປັນລັດທິ ນັບ-ຖື-ຄົນ, personal cult, ບໍ່ຕ່າງ

ຫັຍງຈາກ ເກົາຫຼືເໝືອ ,ວຽດນາມ, ແລະ ໂຊວຽດ ຢູນຽນ.

 ຄວາມຈິງຂອງ ປວດສ.

ໃນຍຸກນັ້ນ ແມ່ນ ພະນະທ່ານ ຜຸຍ ຊະນະນິກອນ ເປັນ ນຍ ນັບວ່າ ບ້ານເມືອງ ກໍາລັງ ວຸ້ນວາຍ ສັບສົນປັ່ນປ່ວນຫລາຍ. ເນືອ່ງຈາກວ່າ

ເປັນເຫດຜົນທາງດ້ານການເມືອງ ທາງ ລຖບ ຂອງ ຣາຊອານາຈັກລາວໃດ້ເລືອ່ນ ການຕັດສິນ ພິພາກສາ ຄວາມ ຂອງຜູ້ນໍາແນວລາວ

ຮັກຊາດ ພ້ອມຄະນະ ໄປຕັ້ງສອງເທືອ່ ຈົນໃນທີ່ສຸດ  ຜູ້ນໍາ ພ້ອມດ້ວຍຄະນະທີ່ຖືກຈັບ ສາມາດ ລັດລອບໂຕນໝີອອກຈາກ

ຄຸກຄອງມ້າໃດ້.

ເຫດຜົນທາງດ້ານການເມືອງຄືຫັຍງ?

ເຫດຜົນທາງດ້ານການເມືອງມີດັ່ງຕໍ່ໄປນີ້:

ກ. ສຸພານຸວົງສ ແມ່ນ ເປັນເຊື້ອ ຣາຊວົງ ລ້ານຊ້າງຮົ່ມຂາວ. ຫາກເປັນເຊື້ອຣາຊວົງ ຄະດີນີ້ ແມ່ນເປັນຄະດີ  high profile case.

    ດັ່ງນັ້ນ ການຂ້າສຸພານຸວົງສ໌ ອາດ ທໍາໃຫ້ ສົງຄາມການເມືອງ ໃນລາວ ແຜ່ລາມຂຶ້ນ ສາມາດ ສ້າງຄວາມຄຽດແຄ້ນ ໃນສັງຄົມລາວ

    ໃຫ້ທະວີຂຶ້ນ ທັງປະເທດ ແລະ ສິ່ງສໍາຄັນທີ່ສຸດຄື ການ ຕິດສິນ ຂ້າສຸພານຸວງົສ ແມ່ນ ຈະທໍາໃຫ້ ປຊຊລ ບໍ່ ເຫື້ລອມໃສ ຕໍ່ ສະຖະບັນ

    ພະມະຫາກະສັດຂອງຊາດ. ດັ່ງນັ້ນ ເຈົ້າມະຫາຊີວິດລາວ ແລະ ສຸວັນນາ (ຜູ້ເປັນອ້າຍ ລູກຄົນລະແມ່ຂອງສຸພານຸວົງສ໌) ຈັ່ງວາງ

   ແຜນວິທີການປ່ອຍ.

ຂ. ໃນຄະນະດຽວກັນນັ້ນ ໃຫ້ ພີ່ນ້ອງທ່ານຜູ້ອ່ານເຂົ້າໃຈວ່າ ສຸວັນນະພູມາກໍເປັນຜູ້ມີອິດທິພົນ ທາງດ້ານການເມືອງຣະດັບຊາດໃນລາວ.

    ຫາກເປັນຜູ້ມີອິດທິພົນ ທາງດ້ານການເມືອງຣະດັບຊາດໃນລາວ ແນ່ນອນ ສຸວັນນະພູມາ ກໍຕ້ອງມີ ນາຍທະຫານຊັ້ນຜູ ໃຫ່ຍໆ

    ເປັນມືຊ້າຍມືຂົວາ ເຊັ່ນ ນາຍພົນ ອ້ວນ ລາທິກຸນ,ນາຍພົນ ກຸປະສິດ ອະພັຍ ແລະ ນາຍພົນອື່ນໆ ເປັນຜູ້ຄອຍຮັບໄຊ້ຜົນປະໂຫຍດ.

     ດັ່ງນັ້ນ ບໍ່ເປັນການເຫຼືອ ບ່າ ກົ່່ວແຮງ ທີ່ ຜູ້ນໍາ ແນວລາວຮັກຊາດ ແລະ ຄະນະ ຈະຖືກລັກພາຕົວ  ອອກຈາກຄຸກຄອກມ້າ.

ຄ. ເນືອ່ງຈາກວ່າ ໃນວັກນັ້ນຂອງ ປວດສ ຂອງຊາດ ລາວ  ມີ ປທ ອັງກຣິດ, ປທ ອາກເຈັນຕີນາ ແລະ ປທ ອິນເດັຽ ເປັນຜູ້ ດູແລ

    Monitor ການເລືອກຕັ້ງໃນ ຣາຊອານາຈັກລາວ ຫາກ ຝ່າຍ ລຖບ ພະນະທ່ານຜຸຍ ກໍາຈັດສຸພານຸວົງສ໌ ດ້ວຍການ ປະຫານຊີວິດ

    ນາໆ ຊາດຈະຖືວ່າ ເປັນການ ຣະເມີດ ສິທິມະນຸສຊົນຢ່າງຮ້າຍແຮງ. ຫາກເປັນແນວ ນັ້ນ ຈະບໍ່ເປັນຜົນດີຕໍ່ ລຖບ ຣາຊອານາຈັກ

    ລາວໃນເວທີ ການເມືອງສາກົນ.  ດັ່ງນັ້ນ ການຂ້າສຸພານຸວົງສ໌ ພ້ອມ ຄະນະ ມີແຕ່ຈະນໍາຜົນ ເສັຽ ເສັຽ ມາສູ່ຊາດ.

ງ. ລຖບ ພະນະທ່ານຜຸຍ ພະຍາຍາມຕັ້ງສອງເທືອ່ ເພືອ່ຈະຊອກຫາຫັລກຖານ ນໍາເຂົ້າມາ ເປັນຫັລກຖານ ໃນການ ພິພາກສາ ວ່າ  

   ສຸພານຸວົງສ໌ ເປັນ ຄອມມິວນິສ ເປັນຜູ້ ກະບົດ ທໍຣະຍົດຕໍ່ຊາດ ດ້ວຍການ ສົມຮູ້ຮ່ວມຄິດກັບຕ່າງຊາດ ເຂົ້າມາ ຈູດເລົ້າເຜົາຜານ

   ປະເທດຊາດຕົນເອງ...ແຕ່ຍັງ ເກງໃຈ  ສະຖະບັນ ພະມະຫາກະສັດຂອງຊາດ ຍ້ອນ ສາຍເລືອດ...ເລີຍເຮັດບໍ່ໃດ້.

ຈ. ເມືອ່ເຮັດບໍ່ໃດ້ ຕາມ ເປົ້າໝາຍ  ທາງດ້ານກົດໝາຍ  ຕົກມາຮອດ ມີ້ການເລືອກຕັ້ງໃນປີ  1960  ສິ່ງທີ່ ທາງ ລຖບ ຜຸຍ

    ຊະນະນິກອນ ສາມາດ ເຮັດໃດ້  (ໄພ້ໃຍສຸດທ້າຍ) ກໍຄື  ໃດ້ ປະກາດວ່າ ຜູ້ນໍາແນວລາວຮັກຊາດ ບໍ່ສາມາດ ເຂົ້າມາປະກອບສ່ວນ

    ຮ່ວມການໃນເລືອກຕັ້ງໃດ້  ອີງຕາມກົດໝາຍ ຣາຊອານາຈັກລາວ ຄື:

1. ຜູ້ນໍາພ້ອມ ຄະນະ ບໍ່ມີ ທີ່ຢູ່ ເປັນທາງການຢ່າງແນ່ນອນ ແລະ ແຈ່ມແຈ້ງ ( ພວກນີ້ ແມ່ນໂຕນເຂົ້າປ່າ)Permanent address.

2. ຜູ້ນໍາພ້ອມຄະນະ ຍັງຢູ່ໃນວະລະ ເປັນຜູ້ຕ້ອງຫາ (ຢັງຢູ່ໃນຄຸກຢູ່),

ໂ. ຜູ້ນໍາ ພ້ອມ ຄະນະ ບໍ່ມີຄຸນສົມບັດ ຈະເຂົ້າຮັບສະມັກໃນການ ເລືອກຕັ້ງໃດ້ ເພາະ ຜູ້ນໍາ ແນວລາວຮັກຊາດ ເປັນ ພວກຂາຍຊາດ

   ດ້ວຍການສົມຮູ້ຮ່ວມຄິດກັບວຽດນາມເໝືອ ເຂົ້າມາຮຸກຮານ ປທຊ.

 ເຫດຜົນດັ່ງກ່າວນີ້ ທໍາໃຫ້ ການຈັບກຸມ ຜູ້ນໍາ ແນວລາວ ຮັກຊາດ ພ້ອມ ຄະນະ ຖືກ ແກ່ດຶງໄປ ເລີຍ ຕາມ ເລີຍ ຈົນເຖີງ ມື້ ພວກ

  ນີ້ ສາມາດ ແຫກຄຸກໂຕນໝີໃດ້.

ມີສິ່ງໝຶ່ງ ພີ່ນ້ອງລາວໃນ-ລາວນອກ ສົມຄວນເຂົ້າໃຈຄື ໃນຍຸກສົງຄາມ ປຊຊ (Lao Civil War) ກໍາລັງ ລຸກຂຶ້ນເປັນແປວໄຟ ເປັນ

ຍຸກພວກໂລກເສຣີປະຊາທິປະຕັຍກໍາລັງ ເປັນຝ່າຍຣຸກ ແລະ ກໍມາແຮງ ແຕ່ເໝືອ່ງຈາກວ່າ ມີ ນາຍທະຫານ ຂ້າຣາຊການຊັ້ນຜູ້ໃຫ່ຍ

ຕະຫລອດຮອດ ນັກການເມືອງ ຄົນສໍາຄັນ ໃນ ລຖບ ຣາຊອານາຈັກລາວ ບໍ່ຕ້ອງການ ຢາກເຫັນລາວຂ້າ ລາວ ຫຼື ສົງຄາມ ແຜ່ລາມ

ໄປຢ່າງກາດເກືອ່ນ ທົ່ວ ປທ ຈັ່ງໃດ້ມີ ປະຕິກິຣິຍາ ສະກັດກັ້ນ ບໍ່ໃຫ້ ພວກຝ່າຍຂົວາ ທໍາການຮຸນແຮງ ຂ້າກັນຕາຍຈົນເຖີງ ຂັ້ນ

 ເປັນການທໍາ  ລາຍຊາດເໝືອນດັ່ງ ຍຸກ ໄກສອນ ພົມວິຫານ ຂຶ້ນມາກໍາອໍານາດ. ໃນທີ່ສຸດ ຄົນຫັວງດີ ຈໍາພວກນີ້-ພວກ

ບໍ່ສັງກັດພັກການເມືອງໃດໆ ພວກ ບໍ່ຢູ່ຊ້າຍ ບໍ່ຢູ່ຂົວາ.....ຕ້ອງໃດ້ຖືກ ລົ້ມຕາຍ ໄປໃນສຸນສັມມະນາຕ່າງໆ ທົ່ວ ປທ ແລະ ສ່ວນເຫືລອ

ກໍຖືກ ຜະຫັລກດັນໃຫ້ໂຕນໝີອອກນອກ ປທ.

 ບົດຮຽນນີ້ ຄື ເປັນ ບົດຮຽນ ການກຸດມຸດ ຫັກຫ້ຽນ ຂອງ ປະຊາກອນ ຂອງຊາດລາວ ເອີ້ນວ່າ  Depopulate Laos. ຫັວງວ່າ ພວກ

ເສນາມາກຂີ້ກາ  ພວກ ລູກຫລານ ຣາຊວົງ ຂອງ ພັກ ປຊຊ ປຕວລ ຈະຕາສະວ່າງຂຶ້ນແນ່ ຫຼື ຍັງບໍ່ ອາດ ກືນ ກິນຢາ ຂົມໆ ເມັດນີ້ໃດ້.

 ຮັກແພງ, ນົກສາລິກາ ໄກຮັງ

__________________
Anonymous

Date:

ວິທີຂຽນແນວນີ້ ຂ້ອຍເດົາວ່າແມ່ນທ່ານ Lao-America

ຖ້າຜິດພາດຂໍອະໄພ ອຶອຶອຶ

__________________
Anonymous

Date:

Anonymous wrote:

ທ່ານຮູ້ບໍ່ວ່າປັດຈຸບັນນີ້ປະເທດລາວກຳລັງພັດທະນາໄປໄວທີ່ສຸດ ເສດຖະກິດເຕີບໂຕເຖິງ 8 % ຕໍ່ປີ. ຖ້າທ່ານມາວຽງຈັນທ່ານຈະເຫັນມີການສ້າງຖະນົນຫົນທາງໃຫມ່, ການກໍ່ສ້າງອາຄານໃຫຍ່ ກໍ່ເກີດຂຶ້ນຫລາຍແຫງ່, ຄົນມີເງິນມີຄຳຫລາຍ ຊື້ລົດໃຫມ່ຂີ່ຕະຫລອດ. ຖ້າຮັກສາການເຕີບໂຕເຊັ່ນນີ້ ຈັກຫນ່ອຍລາວກະທັນສິງກະໂປ ກັບ ສ. ເກົາຫລີ ແລ້ວ.

ຈົງມາຊ່ວຍກັນສາງສາປະເທດລາວໃຫ້ຈະເລີນເຖາະ ດີກວ່າມານັ່ງຜິດຖຽງກັນ ເຮືອກະບໍ່ພາຍຍັງເອົາຕີນຈຸຸມນ້ຳ

 ຮ່າໆໆໆໆໆບັກນີ້ຝັນກາງເວັນ

 ເຈົ້າເຂົ້າໃຈຜິດເເບບໂງ່ງາ່ວເເທ້

ລາວຂາຍປ່າໄມ້ເເລະຊັບໄນດິນຂອງປະເທດ ແຕ່ວ່າສິງກະໂປແລະເກົາຫລີບໍ່ມີປ່າໄມ້ເເລະຊັບໄນດິນ ຂະເຈົ້າເລີ່ມເຊີ້ມຊູການສຶກສາຂອງປະຊາຊົນໂດຍສະເພາະຂອງພວກຫນຸ່ມຂອງປະເທດເຂົາເອງເພ ື່ອສາ້ງສາປະເທດ

ສວ່ນປະເທດລາວນັ້ນພວກຫນຸ່ມມີການສຶກສາຕຳ່ແລະພວກທີ່ມີຄວາມຮູ້ເຮັດການຢູ່ລາວສວ່ນຫລາຍແມ່ນຄົນຕາ່ງຊາດ

ອີກຢາ່ງນຶ່ງການສໍ້ລາດບັງຫລວງແມ່ນຕຳ່ຫລາຍຢູ່ສິງກະໂປແລະເກົາຫລີແຕ່ວ່າສູງທີ່ສຸດຢູ່ໄນລາວ

ຖ້າປ່າໄມ້ເເລະຊັບໄນດິນຂອງປະເທດລາວເຫມິດໄປແລ້ວຈະເອົາລາຍໄດ້ມາແຕ່ໃສ?

__________________
Anonymous

Date:

Anonymous wrote:

        ໝໍນີ້ ກະມາແບບດຽວກັນອີກ.

    ໂອ່....ບໍ່ໝ້າເສືອ່...ບໍ່ຢາກເສືອ່ ໃນສາຍຕາໂຕເອງ Seeing is believing ແຕ່ສິ່ງເຮົາໃດ້ເຫັນ ແລະ

    ໃດ້ອ່ານນີ້ ແມ່ນຄວາມຈິງ, ບໍ່ແມ່ບພາບລວງ ຫຼື ວິນຍານ.ຍັງມີຄົນປະເພດແບບນີ້ຫົລງເຫືລອ ຢູ່ ສປປລ ນໍ?

    ຫຼື ອາດມີຫລາຍ. ຊໍາພໍ ປທຊ ເຮົາ ຈັ່ງດ້ອຍພັດທະນາ.. ພວກນີ້ ຄວາມຮູ້ສືກ ແມ່ນຍັງຢູ່ໃນຍຸກ  Nappoleon ຢູ່.

    ຕືນສາ ໄດໂນເສົາ...ຕື່ນໃດ້ແລ້ວ ໄດໂນເສົາ. ເປັນແນວນີ້ນໍ ຕ່າງຊາດຈັ່ງ ຫໍ້ຍາ ພວກນີ້ ປານປາມຶກ

    ປິ້ງ..

    ພວກນີ້ ຕ້ອງເອົາ ນໍ້າຮ້ອນໆ ລວກ ລ້າງ ຂູດ  ແນວຄິດ  ປຕວ ບ້າໆ ອອກ. ຫາກ ມັນຍັງຫນາຢູ່ ກໍຕ້ອງໃດ້ ໄຊ້ເຈັ້ຽກະດາດ

    ຊາຍ ຜຸນ ຍ່ອງ ອອກ. ຫາກ ໝັກໄປກົ່ວນັ້ນ ກໍຕ້ອງໃດ້ແຊ່ນໍ້າກົດ....ເພາະ ຄົນຈໍາພວກນີ້ ປຶກກ່ອນ  ລີງ Chimpanzee.

 ປານນັ້ນຢາກດ່າເຂົາຂຽນພາສາຍັງບໍ່ຖືກ

ຊາດຫມາເອີຍ

__________________
Anonymous

Date:

Anonymous wrote:

ທ່ານຮູ້ບໍ່ວ່າປັດຈຸບັນນີ້ປະເທດລາວກຳລັງພັດທະນາໄປໄວທີ່ສຸດ ເສດຖະກິດເຕີບໂຕເຖິງ 8 % ຕໍ່ປີ. ຖ້າທ່ານມາວຽງຈັນທ່ານຈະເຫັນມີການສ້າງຖະນົນຫົນທາງໃຫມ່, ການກໍ່ສ້າງອາຄານໃຫຍ່ ກໍ່ເກີດຂຶ້ນຫລາຍແຫງ່, ຄົນມີເງິນມີຄຳຫລາຍ ຊື້ລົດໃຫມ່ຂີ່ຕະຫລອດ. ຖ້າຮັກສາການເຕີບໂຕເຊັ່ນນີ້ ຈັກຫນ່ອຍລາວກະທັນສິງກະໂປ ກັບ ສ. ເກົາຫລີ ແລ້ວ.

ຈົງມາຊ່ວຍກັນສາງສາປະເທດລາວໃຫ້ຈະເລີນເຖາະ ດີກວ່າມານັ່ງຜິດຖຽງກັນ ເຮືອກະບໍ່ພາຍຍັງເອົາຕີນຈຸຸມນ້ຳ

 ແມ່ນເຈົ້າ ໄປເອົາຂໍ້ມູນ ມາແຕ່ໃສມາເວົ້າ ລາວຈະຈະເລີນທັນ ສີງກະໂປ ແລະ ເກົາຫລີ ຂໍໃຫ້ສືກສາກອ່ນແດ່ ຈຶ່ງເວົ້າ ອ່າຍເດັກນອ້ຍອົມມືຢູ່ ຫນ້າບ້ານເຈົ້າຫັ້ນແດ່ ຕັ້ງແຕ່ ໄທຍ ແທ້ ເຂົາຈະເລີນ ກວ່າ ລາວຕັ້ງ 50 ເທົ້າ ເຂົາຍັງບໍ່ສາມາດ ນໍາສີງກະໂປ ແລະ ເກົາຫລີ ທັນ ຖ້າການທັຖະນາປະເທດກ້າວເດີນເຕິບໂຕ ພຽງແຕ່ ສໍ່າປັຈຸບັນນີ້ ລາວ ຈະໃຊ້ເວລາ 100ປີ ຈະທຽບເທົ້າໄທ ແລະ ຈະໃຊ້ເວລາ 200ປີ ຈະທຽບເທົ້າ ສີງກະໂປ

__________________
Anonymous

Date:

ຖ້າຈະເອົາຄວາມຫລັງມາເວົ້າ ຈະບໍ່ຮອດໃສຈັກເທືອ

ແຕ່ຖ້າຈະນັບແຕ່ມື້ນີ້ໄປ ລາວກໍຈະຫລຸດອອກຈາກດອ້ຍພັດທະນາໄດ້ພາຍໃນປີ 2015 ຫາ 2020 ນີ້ເອງ

ການຫລຸດອອກຈາກຄວາມດອ້ຍພັດທະນາ ກໍຄືແຕ່ລະຄອບຄົວຕອ້ງສ້າງລາຍຮັບໄຫ້ເກີນ 2ໂດລາຕໍມື້ຕໍ່ຄົນ ໂດຍບໍ່ຕອ້ງຄິດໄລ່ລາຍຮັບທີ່ພາກລັດມາເກື້ອກູນໃຫ້

ເບິ່ງແລວ້ ລາຍຮັບຂະຫນາດດັ່ງກ່າວ ບໍ່ເປັນການຍາກປານໃດສຳຫລັບຄົນລາວຖ້າມີການກະຕຸກຊຸກຍູ້ຊອ່ຍ

ວິທີການຊຸກຍູ້ນັ້ນມີຫລາຍແບບ ແລະພາກສ່ວນອົງການຈັດຕັ້ງທີ່ກຽ່ວຂອ້ງ ລວມທັງອົງການຊອ່ຍເຫລືອສາກົນ ກໍໄດ້ດຳເນີນການມາຢູ່ແລວ້ 

ສຳຫລັບ ຂພຈ ຄິດວ່າ ຢາກໃຫ້ຫລຸດອອກຈາກຄວາມທຸກຍາກ ຄວນຫລືຕອ້ງໃຫ້ປຊຊ ທຸກຄົນມີຄົບດັ່ງນີ້ 

1. ໃຫ້ທຸກຄອບຄົວມີເຮືອນຢູ່ແບບຖາວອນ ບັນຫານີ້ແມ່ນເຮັດໄດ້ ແຕ່ຕອ້ງໃຫ້ນະໂຍບາຍແບບບັງຄັບ ໃຫ້ແຕ່ລະຄົນມີສິດຕັດໃມ້ມາເຮັດເຮືອນຖາວອນໃຫ້ໄດ້ ໂດຍທາງຝ່າຍລັດອາດສະຫນັບສະຫນູນວັດຖຸຈຳນວນນຶ່ງ ເຊັ່ນສັງກະສີ ຫລື ກະເບື້ອງ

2. ຕອ້ງໃຫ້ ປຊຊ ຢູ່ກິນໃຫ້ຖືກຫລັກອະນາໃມ ສາມສະອາດ ໃຫ້ໄດ້ ໂດຍຢ່າງນອ້ຍ ຕອ້ງມີສວ້ມຖ່າຍ ແຕ່ລະເຮືອນ 

3. ໃຫ້ແຕ່ລະຄອບຄົວ ມີເນື້ອທີ່ປູກຝັງພຽງພໍ ແລະໃຫ້ກຸ້ມກິນ

4. ຊຸກຍູ້ໃຫ້ມີຕະຫລາດ ຢູ່ແຕ່ລະບ້ານ ໂດຍໃຫ້ມີການແລກປ່ຽນສິນຄ້າກັນແບບເສລີ

5. ລັດຊຸກຍູ້ການຜລິດທາງດ້ານກະສິກຳ ແລະຫັດຖະກຳ ພອ້ມສົ່ງເສີມໃຫ້ມີການ ເກັບຊື້ ເພື່ອນຳສົ່ງເຂົ້າຕະຫລາດ

ບັນຫາດັ່ງກ່າວ ທັງພາກສວ່ນລັດ ແລະປະຊາຊົນຕອ້ງພາກັນເຮັດ ບໍແມ່ນນັ່ງຫາຍໃຈຖີ້ມໄປຊື່ໆ

ສວ່ນຄົນລາວນອກ ເອງໄດ້ມີໂອກາດມາຢູ່ມາເຫັນບ້ານເມືອງເຂົາຈະເລີນ ເຫັນເຂົາສ້າງສາແນວໃດ ເຫັນເຂົາເຮັດວຽກແບບໃດ ກໍສົ່ງຄຳແນະນຳເຂົ້າມາ ບໍ່ແມ່ນວ່າມີແຕ່ຕິຢ່າງດຽວ

ແມ່ນບໍ່

__________________
Anonymous

Date:

ຍ້ອນລະບອບການເມືອງຫຼ້າຫຼັງ, ຜູ້ນຳຂາດຄວາມຮູ້ ຂາດວິໄສທັດ, ສໍ້ໂກງ, ເຫັນແກ່ຜົນປະໂຫຍດສ່ວນຕົວ!

 ລາວກໍຈະຫລຸດອອກຈາກດອ້ຍພັດທະນາໄດ້ພາຍໃນປີ 2015 ຫາ 2020 ນີ້ເອງ ໂອ້ຍ!! ເຈົ້າກໍຢ່າຫລັບຕາຫລາຍເຖາະ ເວົ້າໃຫ້ເດັກນອ້ຍຟັງ ມັນກະຍັງວ່າຜູ້ໃຫຍ່ ລົມຕົວະ ຖ້າຫາກວ່າ ຍັງມີລັຖະບານ ສໍ້ປະຊາຊົນຢູ່ແບບນີ້ ປີ2050 ກະບໍ່ພົ້ນ ບໍ່ຈໍາເປັນຕອ້ງແກ້ຫລາຍຂໍ້ບານນັ້ນດອກ ແກ້ພຽງແຕ່ 2ຂໍ້ ກະໄດ້ແລ້ວ ຄື:ຂໍ້ 1 ແກ້ບັນຫາ ລັຖະບານ ສໍ້ລາດ ບັງຫລວງ ປິດຫູບັງຕາປະຊາຊົນ. ຂໍ້ 2 ເປີດໃຫ້ຊາວຕ່າງຊາດເຂົ້າມາລົງທືນ ແຕ່ມີຂໍ້ບັງຄັບ ໃຫ້ເອົາພຽງແຕ່ ວິຊາການ ແລະ ກັມະກອນ ຄົນລາວ ເທົ່ານັ້ນຫ້າມນໍາເອົາ ວິຊະກອນ ແລະ ກັມະກອນ ຕ່າງດ້າວເຂົາມາ ຢ່າງເດັດຂາດ ແລະ ຖ້າຫາກວ່າ ວິຊາການ ແລະ ກັມະກອນ ບໍ່ໄດ້ລະດັບມາຕຖານ ກໍຕອ້ງໃຫ້ສ້າງໂຮງຮຽນ ບໍາລູງຂື້ນ ເພື່ອບໍາລູງໃຫ້ໄດ້ ມາຕະຖານຕາມ ບໍລິສັດຕ້ອງການ ໂດຍລັຖະບານ ລາວ ໃຫ້ ຄວາມສະດວກແກ່ພວກເຂົາ ອາຈະເປັນການ ຍົກເວັ້ນ ພາສີ ລະຍະຊົວຄາວ ຫລືວ່າ ມອບດີນໃຫ້ຟຣີ ສໍາລັບສ້າງໂຮງຮຽນ ເປີດໃຫ້ປະຊາຊົນ ມາຝຶກຝົນອາຊີບ ຟຣີ ສໍ່ານີ້ ພາຍໃນ 5ປີ ກໍ່ແກ້ໄຂ ບັນຫາຄວາມທຸກຍາກ ຂອງປະຊົນໄດ້ແລ້ວ ລັຖະບານ ກໍໄດ້ສຶກສາ ຮຽນຮູ້ ຖອດຖອນ ເອົາບົດຮຽນນໍາປະເທດອື່ນ ປະເທດທີ່ເຂົາຈະເລີນແລ້ວແດ່ ບໍ່ຕອ້ງຫລົງໂຕເອງວ່າ ໂຕເອງນັ້ນ ສະຫລາດ ສອ່ງໃສຢູ່ຕລອດ

__________________
Anonymous

Date:

1  ¡¾­-À¯ñ­-À¥í¾-¡¾­-í-ê÷¡Å-¢ö¤-À¢©-¸¼¡-¤¾­ – Áì½-´ó¦È¸­-»È¸´-¢º¤-¯½§¾§ö­-쾸( ¯½§¾-´½ªò)

2 ¯È-¤-æ-®Ò-Áº®-Á±¤-©¨-çÉ-Îɾ-ê†-ªÔ-ÁÎÈ-¤-À¯ñ­-À£ˆº¤´õ

3  ¡¾­-¨º´-À¦ñ¨-¯¼®-»¼­-»øÉÀ²ˆº-ùÉ-Ä©É-´¾-¦…¤ê†-¨ñ¤-®Ò-»øÉ-¥¾¡-£ö­-»º®-¢É¤Íõ-¯½-Àê©-ê†-²ñ©ê½­¾-Áìɸ-Á´È­-Á­¸-£ò©-¢º¤-­ñ¡-²ñ©ê½­¾

__________________
Anonymous

Date:

ຂ້ອຍວ່າ ດຽວນີ້ ລາວພັດທະນາຫຼາຍ

ແຕ່ກ່ອນໆ, ຂ້ອຍຂີ່ລົດຖີບ, ໃປໂຮງຮຽນ

ຕໍ່ມາຂ້ອຍມາຢູ່ວຽງຈັນ ຫາເງີນຮຽນເອງ, ປະເທດ ລາວຕອນນັ້ນ, ກຳລັງຈະເລີນ ຫາເງີນກະໃດ້ດີ, ບໍ່ອຶດວຽກທີ່ຈະເຮັດ

ຮຽນຈົບແລ້ວ, ຫົນທາງ ເຕັມໃປດ້ວຍລົດໃຫ່ຍ, ລົດຕິດເປັນແຖວ, ຄົນຈົບມາ ມີວຽກເຮັດ ກັນເກືອບໝົດ

ຂ້ອຍຈົບຕຣີ ຍັງໃດ້ເຮັດວຽກນຳ ອົງການສະຫະປະຊາຊາດ, ເຖິງຈະເຮັດວຽກຢູ່ໃນຕຳແໜ່ງນ້ອຍໆ ກໍ່ພູມໃຈ

 ແຕ່ວ່າ ຄົນເຮົາຈະລວຍນຳ ການເຮັດວຽກ, ຫຼື ເຮັກວຽກເປົນຂ້ອຍໝູ່ນັ້ນ ແມ່ນລວຍຍາກ, ມີແຕ່ ການເຮັດທຸລະກິດ ເທົ່ານັ້ນ ຈິ່ງລວຍໃດ້, ແຕ່ການເຮັດທຸລະກິດກໍ່ມີຄວາມສ່ຽວ, ເຮັດເປັນລວຍ, ເຮັດບໍ່ເປັນກໍ່ໝົດຕົວ

ປະເທດຊາດກໍ່ຄືກັນ ຂ້ອຍວ່າ, ຖ້າປະເທດຊາດຈະລວຍໃດ້ ກໍ່ຕ້ອງຮູ້ຈັກເຮັດທຸລະກິດ ກະປະເທດອື່ນໆ, ຖ້າເຮັດເປັນ ກະຈະເລີນໃດ້, ຖ້າເຮັດບໍ່ເປັນ, ກະຕິດໜີ້ IMF, ປະເທດໃທ ລວຍໃດ້ ຍ້ອນຢືມເງີນ IMF ມາລົງທືນ, ແຕ່ເຂົາມີກຳໄລ,

ສ່ວນວ່າລາວນັ້ນ, ກ້າບໍ່ທີ່ຈະຍືມເງີນມາລົງທືນ....

__________________
ບ້ານ ຕີນພູ

Date:

ເງິນ ດ້າມ 2 ໂດລາ ພໍຫາໄດ້ຢູ່ນາ ສະຫາຍ ເຮົາຂາຍງົວປີນີ້ 5 ໂຕ ກໍໄດ້ ເກືອບ 20 ລ້ານແລວ້ເດ 

ເມັຍເຮົາຕ່ໍາຫູກຂາຍກໍໄດ້ຢູ ເດືອນລະ 4-5 ແສນ ສຽ່ວເອີຍ 

ແມ່ເຖົ້າເຮົາຂາຍຫມູ ປີນີ້ ກໍໄດ້ 2 ລ້ານແລວ້ໃດສຽ່ວ

ລູກເຮົາເລີກຮຽນມາໄປໃສ່ເບັດ ກໍໄດ້ປາ4-5 ໂຕ ພໍກິນແລງແລວ້ໃດ ວັນເສົາ ອາທິດ ລູກເອົາປາໄປຂາຍຊື້ສົ້ງເສື້ອໄປໂຮງຮຽນ ກັບຊື້ເຂົ້າຫນົມໃຫ້ນອ້ງນຳ

ຜັກຫຍ້າແຄມເຮືອນເຮົາກໍພໍໄດ້ຂາຍ ແລະບໍ່ໄດ້ຊື້ເພິ່ນມາກິນ

ສວ່ນເຂົ້ານາ ກັບເຂົ້າໄຮ່ ກໍພໍເຫລືອກິນຢູໃດ ປີກາຍຂາຍໄດ້ 2 ລ້ານ

ແຕ່ ເຮົາຂໍ ໄມ້ຢູ່ຫົວນາເຮົາ ປຸກຢູ່ເຮືອນງາມໆ ໄວ້ອວດພີ່ນອ້ງອະເມລິກາມາຍາມ ສີໄດ້ບໍ່

ກັບບາດລູກເຮົາໃຫຍ່ກໍຂໍໃຫ້ລູກຮຽນຕໍ່ປຣິນຍາຟຣີນຳແດ່ 

ບາດເຮົາເຈັບເປັນ ກໍໃຫ້ເຮົາໄດ້ເຂ້ົາໂຮງຫມໍຟຣີ ຢາກໍບໍ່ຕອ້ງຊື້ 

ລົດຈັກເຮົາມີແລວ້ໃດສຽ່ວ

ສວ່ນເງິນຊື້ລົດຮຸນໃດ ເຮົາສີຫາເງິນຊື້ເອງດອກ ເພາະບໍ່ຢາກໃຊ້ແລວ້ລົດ ຕອ້ກຕອ້ກ ມັນບໍ່ພໍສີແກ່ມັນຕົ້ນໄປຂາຍໄດ້ຮອດໂຕນຊ້ຳ 

ເພາະປີຫນ້າ ເຮົາສີເຮັດສວນປູກ ໄຫ້ໄດ້ ຈັກ 20 ໂຕນພຸ້ນໃດສ່ຽວ

ບາດພໍ່ສ່ຽວທາງອະເມຣິກາມາຢາມ ສີບໍ່ໄດ້ເຫັນເຮົາຢູ່ເຮືອນຕູບຕິດດິນແລວ້ໃດ

__________________
Anonymous

Date:

Anonymous wrote:

ຂ້ອຍວ່າ ດຽວນີ້ ລາວພັດທະນາຫຼາຍ

ແຕ່ກ່ອນໆ, ຂ້ອຍຂີ່ລົດຖີບ, ໃປໂຮງຮຽນ

ຕໍ່ມາຂ້ອຍມາຢູ່ວຽງຈັນ ຫາເງີນຮຽນເອງ, ປະເທດ ລາວຕອນນັ້ນ, ກຳລັງຈະເລີນ ຫາເງີນກະໃດ້ດີ, ບໍ່ອຶດວຽກທີ່ຈະເຮັດ

ຮຽນຈົບແລ້ວ, ຫົນທາງ ເຕັມໃປດ້ວຍລົດໃຫ່ຍ, ລົດຕິດເປັນແຖວ, ຄົນຈົບມາ ມີວຽກເຮັດ ກັນເກືອບໝົດ

ຂ້ອຍຈົບຕຣີ ຍັງໃດ້ເຮັດວຽກນຳ ອົງການສະຫະປະຊາຊາດ, ເຖິງຈະເຮັດວຽກຢູ່ໃນຕຳແໜ່ງນ້ອຍໆ ກໍ່ພູມໃຈ

 ແຕ່ວ່າ ຄົນເຮົາຈະລວຍນຳ ການເຮັດວຽກ, ຫຼື ເຮັກວຽກເປົນຂ້ອຍໝູ່ນັ້ນ ແມ່ນລວຍຍາກ, ມີແຕ່ ການເຮັດທຸລະກິດ ເທົ່ານັ້ນ ຈິ່ງລວຍໃດ້, ແຕ່ການເຮັດທຸລະກິດກໍ່ມີຄວາມສ່ຽວ, ເຮັດເປັນລວຍ, ເຮັດບໍ່ເປັນກໍ່ໝົດຕົວ

ປະເທດຊາດກໍ່ຄືກັນ ຂ້ອຍວ່າ, ຖ້າປະເທດຊາດຈະລວຍໃດ້ ກໍ່ຕ້ອງຮູ້ຈັກເຮັດທຸລະກິດ ກະປະເທດອື່ນໆ, ຖ້າເຮັດເປັນ ກະຈະເລີນໃດ້, ຖ້າເຮັດບໍ່ເປັນ, ກະຕິດໜີ້ IMF, ປະເທດໃທ ລວຍໃດ້ ຍ້ອນຢືມເງີນ IMF ມາລົງທືນ, ແຕ່ເຂົາມີກຳໄລ,

ສ່ວນວ່າລາວນັ້ນ, ກ້າບໍ່ທີ່ຈະຍືມເງີນມາລົງທືນ....

 ປະເທດລາວກະຢືມມາຫລາຍແລ້ວ ...ເຈົ້າທຳທ່າບໍ່ຮູ້ ຫຼືວ່າຈັ່ງໃດກັນແທ້ ?  ຈົບຕຣີກໍດີ ແຕ່ເສຍດາຍທີ່ຍັງບໍ່ຈົບໂທເນາະ 555

ເງິນທີ່ລາວຢືມມານັ້ນ ແມ່ນບໍ່ມີທາງທີ່ຈະສ້າງກຳໄລໄດ້ ເພາະມັນຖືກເກັບເຂົ້າຖົງສົ້ງຫມົດ ແລ້ວພາກັນເອົາໄປຊື້ລົດມາຂີ່ອວດກັນ

ຮູ້ແລ້ວມັນຫນ້າເບື່ອ. ລອງໆ ໄປຊອກຂໍ້ມູນນຳ World Bank, IMF, ADB ແນ່ ໂດຍສະເພາະແລ້ວ ເງິນຢືມຈາກປະເທດຈີນ

ມີເງິນຢືມກ້ອນໃດແນ່ ທີ່ສ້າງກຳໄລໃຫ້ປະເທດ​ ?

ເມື່ອຢືມມາແລ້ວ ບໍ່ອອກດອກອອກກຳໄລ ກໍໄດ້ແຕ່ເອົາຊັບໃນດິນ ຂອງປະເທດໄປຂາຍເພື່ອຈະໄດ້ເອົາເງິນໄປສົ່ງເຂົາຄືນ.

ນີ້ແມ່ນການຫມູນໃຊ້ສະຫມອງໃນລະດັບຂັ້ນຕ່ຳທີ່ສຸດ.

__________________
Anonymous

Date:

Anonymous wrote:
Anonymous wrote:

ຍ້ອນຖືກປິດລ້ອມທາງດ້ານເສດຖະກິດຈາກ ອາເມລິກາ

       ໂອ່....ບໍ່ໝ້າເສືອ່...ບໍ່ຢາກເສືອ່ ໃນສາຍຕາໂຕເອງ Seeing is believing ແຕ່ສິ່ງເຮົາໃດ້ເຫັນ ແລະ

    ໃດ້ອ່ານນີ້ ແມ່ນຄວາມຈິງ, ບໍ່ແມ່ບພາບລວງ ຫຼື ວິນຍານ.ຍັງມີຄົນປະເພດແບບນີ້ຫົລງເຫືລອ ຢູ່ ສປປລ ນໍ?

    ຫຼື ອາດມີຫລາຍ. ຊໍາພໍ ປທຊ ເຮົາ ຈັ່ງດ້ອຍພັດທະນາ.. ພວກນີ້ ຄວາມຮູ້ສືກ ແມ່ນຍັງຢູ່ໃນຍຸກ  Nappoleon ຢູ່.

    ຕືນສາ ໄດໂນເສົາ...ຕື່ນໃດ້ແລ້ວ ໄດໂນເສົາ. ເປັນແນວນີ້ນໍ ຕ່າງຊາດຈັ່ງ ຫໍ້ຍາ ພວກນີ້ ປານປາມຶກ

    ປິ້ງ..

 555+ ແຖວນີ້ບໍ່ມີໄດໂນເສົາເດີ້ ນາໂປລີນກະເກີດບໍ່ທັນ

__________________
Anonymous

Date:

    Education is the answer for this problem.

__________________
Anonymous

Date:

ຍ້ອນຄົນລາວເຮັດບາບກຳຫລາຍໃນຊາດກ່ອນ ຊາດນີ້ເກີດມາເລີຍທຸກຢາກ. ຖ້າຢາກລວຍໃນຊາດຫນ້າກະເຮັດບຸນຫລາຍໆ. ພວກທ່ານບໍ່ເຄີຍໄປຟັງເທດຫວະ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard