Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕຶກທີສູງທີສຸດໃນລາວ ຕັ້ງເສົາແລ້ວ !!!
Anonymous

Date:
ຕຶກທີສູງທີສຸດໃນລາວ ຕັ້ງເສົາແລ້ວ !!!


     ເພື່ອ​ແກ້​ໄຂ​ບັນ­ຫາ​ຄວາມ​ແອ​ອັດຢູ່​ສຳ­ນັກ­ງານ​ໃຫຍ່​ທະ­ນາ­ຄານ​ການ​ຄ້າຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ (ທຄຕລ) ໃນ​ປະ­ຈຸ​ບັນ, ທຄຕລ ຈິ່ງ​ພະ­ຍາ­ຍາມ​ຫາວິ­ທີ​ແກ້​ໂດຍ​ການ​ສ້າງ​ສຳ­ນັກ­ງານ​ໃຫຍ່ໃຫມ່ໃຫຍ່​ກວ່າ​ເກົ່າ​ເປັນ​ອາ­ຄານ​ພາ­ນິດ 25 ຊັ້ນ​ສະ­ຖານ­ທີ່​ກວ້າງ​ກວ່າ 4 ເຮັກ­ຕາ ຢູ່​ຖະ­ຫນົນ T4 ບ້ານ​ໂພນ​ປ່າ​ເປົ້າເມືອງ​ສີສັດ­ຕະ​ນາກ, ໂດຍ​ວານ​ນີ້ກໍ່​ໄດ້​ວາງ​ສີ​ລາລືກ​ລົງ­ມື​ກໍ່­ສ້າງ​ແລ້ວ ເຊິ່ງ​ແມ່ນ​ບໍ­ລິ­ສັດ​ສີເມືອງ​ກຣຸບ ເປັນ​ຜູ້​ຮັບ​ເຫມົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ.

      ທ່ານ ວັນ​ຄຳ ວໍ­ລະ​ວົງ ຜູ້​ອຳ­ນວຍການ​ໃຫຍ່​ທະ­ນາ­ຄານ​ການ​ຄ້າ​ຕ່າງ​ປະເທດ​ລາວ ມະ­ຫາ­ຊົນ ກ່າວ​ວ່າ: ຍ້ອນ​ສະພາບ​ຄວາມ​ຫຍຸ້ງ­ຍາກ​ຕົວ​ຈິງ​ຂອງ​ສະຖານ​ທີ່ໆ​ມີ​ຢູ່​ປະ­ຈຸ​ບັນ​ບໍ່​ວ່າ​ຈະ​ເປັນ​ສະຖານ​ທີ່​ບໍ­ລິ­ການ, ສະ­ຖານ­ທີ່​ຈອດ​ລົດ​ຂອງລູກ​ຄ້າ ແລະ ພະ­ນັກ­ງານ​ເພື່ອ​ເປັນ​ການຮອງ​ຮັບ​ການ​ຂະ­ຫຍາຍ­ຕົວ​ດ້ານ​ການບໍ­ລິ­ການ​ຂອງ ທຄຕລ ແລະ ເພື່ອ​ສ້າງ ຄວາມ​ສະ­ດວກ​ໃຫ້​ແກ່​ລູກ​ຄ້າ, ທະ­ນາ­ຄານຈິ່ງ​ຕັດ­ສິນ​ໃຈ​ກໍ່­ສ້າງ​ສຳ­ນັກ­ງານ​ໃຫມ່ຫລັງ​ໃຫຍ່​ຂຶ້ນ, ເຊິ່ງ​ສຳ­ນັກ­ງານ​ໃຫມ່ແຫ່ງ​ນີ້​ມີ​ເນື້ອ­ທີ່​ກວ້າງ 40.764 ຕາ​ແມັດ (4 ເຮັກ­ຕາ​ກວ່າ), ຕົວ​ອາ­ຄານ​ຈະ​ເປັນອາ­ຄານ​ພາ­ນິດ 25 ຊັ້ນ, ກວ້າງ 41,5 ແມັດ ແລະ ຍາວ 63,2 ແມັດ, ທີ່​ມີ​ການອອກ​ແບບ​ໂຄງ​ສ້າງ-ການ​ຕົກ­ແຕ່ງ​ທັນ​ສະໄຫມ​ເປັນ​ເອ­ກະ­ລັກ​ຂອງ ທຄຕລ ເອງ.

       ນີ້​ເປັນ​ການ​ຮັບ​ເຫມົາ ແລະ ລົງ­ທຶນກ່ອນ​ຂອງ​ບໍ­ລິ­ສັດ​ສີ​ເມືອງ​ກຣຸບ ດ້ວຍ​ມູນຄ່າ​ການ​ລົງ­ທຶນ 85 ລ້ານ​ໂດ​ລາ​ສະ­ຫະລັດ, ທ່ານ ເອ­ກະ​ພັນ ພະ​ພິ​ທັກ ປະ­ທານກຸ່ມ​ບໍ­ລິ­ສັດ​ສີ​ເມືອງ​ກຣຸບ ຈຳ­ກັດ ກ່າວ: ບໍ­ລິ­ສັດ​ມີ​ຄວາມ​ພ້ອມ​ທຸກ​ດ້ານ​ບໍ່​ວ່າ​ຈະ​ເປັນດ້ານ​ການ​ເງິນ, ແຮງ​ງານ, ເຄື່ອງ​ຈັກ ແລະ ອຸ­ປະ­ກອນ​ຮັບ​ໃຊ້​ຕ່າງໆ​ທີ່​ຈະ​ສຸມ​ໃສ່ໃນ​ການ​ກໍ່­ສ້າງ​ໂຄງ­ການ​ນີ້​ໃຫ້​ສຳ­ເລັດຕາມ​ແຜນ​ກໍ່​ຄືສຳ­ເລັດ​ຕາມ​ໄລ­ຍະ​ເວ­ລາທີ່​ກຳ­ນົດ​ໄວ້​ປະ­ມານ 3 ປີ, ນີ້​ເປັນ​ການປະ­ກອບ­ສ່ວນ​ທີ່​ດີເພື່ອ​ການ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ​ໃຫ້​ມີການ​ພັດ­ທະ­ນາ ແລະ ຂະ­ຫຍາຍ­ຕົວ​ໄວ້ຂຶ້ນ​ຕາມ​ທິດ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄຫມ​ເທື່ອ​ລະ​ກ້າວ.

        ເຂົ້າ​ຮ່ວມ​ໃນ​ການ​ວາງ​ສີ​ລາ​ລືກ​ຄັ້ງນີ້ ໂດຍ​ທ່ານ ຄຳ​ວົງ ທິບ​ພະ​ວົງ ຮອງຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ, ທ່ານ ວັນ​ຄຳ ວໍ­ລະ​ວົງ ຜູ້­ອຳ­ນວຍ­ການໃຫຍ່​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດລາວ ມະ­ຫາ­ຊົນ, ທ່ານ ເອ­ກະ​ພັນ ພະ​ພິທັກ ປະ­ທານ​ບໍ­ລິ­ສັດ​ສີ ເມືອງ​ກຣຸບ ຈຳ­ກັດ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ ແລະ ພະ­ນັກງານ ທຄຕລ, ທັງ ແຂກ​ກິດ​ຕິ​ມະ​ສັກ​ເຂົ້າຮ່ວມ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard