Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແຈ້ງການ ກ່ຽວກັບການເຂົ້າເສັງລັດຖະກອນ
Anonymous

Date:
ແຈ້ງການ ກ່ຽວກັບການເຂົ້າເສັງລັດຖະກອນ

486826_504438072939412_1420744873_n.png

__________________
Anonymous

Date:

ມຶດແປດ ທິດ ເປັນອີ່ສັງຄືບໍ່ແຈ້ງການເປັນພາສາລາວ ຫຼືວ່າຄົນທີ່ຈະມາເປັນ

ລັດຖະກອນນັ້ນ ຕ້ອງເກ່ງພາສາອັງກິດຊັ້ນບໍ. ຄັນເປັນພາສາຫວຽດຂ້ອຍກະບໍ່

ວ່າຫຽັງດອກ.

__________________
Anonymous

Date:

Anonymous wrote:

ມຶດແປດ ທິດ ເປັນອີ່ສັງຄືບໍ່ແຈ້ງການເປັນພາສາລາວ ຫຼືວ່າຄົນທີ່ຈະມາເປັນ

ລັດຖະກອນນັ້ນ ຕ້ອງເກ່ງພາສາອັງກິດຊັ້ນບໍ. ຄັນເປັນພາສາຫວຽດຂ້ອຍກະບໍ່

ວ່າຫຽັງດອກ.

 ບໍ່ແມ່ນເອົາມາແຕ່ຂ່າວຕ່າງປະເທດບໍ!!! 5555 ຖ້າເປັນພາສາຫວຽດຄືເຈົ້າວ່າ ມັນແຮ່ງຊິເປັນອີຫຍັງແບບ................................................................................

__________________
Anonymous

Date:

Anonymous wrote:

ມຶດແປດ ທິດ ເປັນອີ່ສັງຄືບໍ່ແຈ້ງການເປັນພາສາລາວ ຫຼືວ່າຄົນທີ່ຈະມາເປັນ

ລັດຖະກອນນັ້ນ ຕ້ອງເກ່ງພາສາອັງກິດຊັ້ນບໍ. ຄັນເປັນພາສາຫວຽດຂ້ອຍກະບໍ່

ວ່າຫຽັງດອກ.

 ໂອຍຕູ່ສີຕູ່ສາເອີຍ ແນວວ່າຜູ້ເອົາມາໂພສທ ລົງໄປອານເຈີຢູ່ວຽງຈັນທາມສ໌ ມັນກໍ່ເລີຍມີແຕ່ສະບັບພາສາອັງກິດ  ຖ້າຕູ່ສີຕູ່ສາບໍ່ຮູ້ພາສາອັງກິດກໍ່ຄວນໄປຮຽນແລ້ວ ອີກ ປີ ກໍ່ຈະເປັນປະຊາຄົມອາຊຽນແລ້ວ ຄວນຮຽນຮູ້ຫຼາຍໆພາສາ ບໍແມ່ນແຕ່ຊິຮຽນແຕ່ພາສາຫວຽດຫັ້ນ

__________________
Anonymous

Date:

ຍິນດີຕໍ່ການເຮັດລະບົບໃຫມ່ ຈະເປັນການເປີດໂອກາດໃຫ້ຄົນເກັ່ງມີຄວາມສາມາດເຂົ້າລະບົບລັດ. ເຮັດໃຫ້ລະບົບລັດມີຄວາມເຂັ້ມແຂງ ແລະ ບໍລິການປະຊາຊົນຢ່າງມີປະສິດທິພາບ.

ທີ່ຜ່ານມາເສັ້ນສາຍຫລາຍໂພດ. ຄົນທີ່ໄປເຮັດນຳລັດ ບໍ່ກ້າຄິດ ບໍ່ກ້າຕັດສິນໃຈ ແລະ ເນັ້ນລະບົບອາດຍາສິດຫລາຍເກີນໄປ ເຮັດໃຫ້ປະເທດລາວຫລ້າລຫລັງກວ່າເພື່ອນບ້ານ 200 ປີ

 ຢ່າຟ້າວຄາດຫວັງໄວ້ຫລາຍ ແລະຢ່າຄິດວ່າເສັ້ນສາຍຈະຜ່ານແຜນການໃໝ່ນີ້ບໍ່

ໄດ້.  ຄົນເກ່ງເສັງຕົກກໍເປັນເປັນໂຕຢ່າງມາຕະຫລອດ ສ່ວນຄົນບໍ່ເກ່ງນັ່ງເສັງຢູ່

ເຮືອນຜ່ານເສີຍ. ຖ້າລັດຖະບານຕ້ອງການຄົນຮຽນເກ່ງແລະມີການສຶກສາດີຂອງ

ຄົນທີ່ບໍ່ເປັນລູກຫລານຂອງສຳມະຊິກພັກເຂົ້າຮ່ວມໃນການສ້າງສາພັດທະນາຊາດ

ຢ່າງຄວາມບໍລິສຸດໃຈນັ້ນ ຈຳເປັນຫຍັງຈະໃຫ້ເສັງຜ່ານ? ເປັນຫຍັງບໍ່ໄປຈ່ອງຕົວຜູ້

ທີ່ຮຽນເກ່ງຕາມສະຖາບັນການສຶກສາຕ່າງໆເອົາໄວ້ ແລະກໍຕຽມໜ້າທີ່ການງານໄວ້

ໃຫ້ເຂົາຫລັງຈາກເຂົາຮຽນຈົບ. ຢູ່ຕ່າງປະເທດ (ປະເທດທີ່ພັດທະນາແລ້ວ) ເຂົາກໍ

ເຮັດກັນແບບນີ້ແລ້ວ, ຫລືວ່າເຮັດນຳລູກຫລານຜູ້ທີ່ບໍ່ເປັນສຳມະຊິກພັກບໍ່ໄດ້? ທີ່

ຜ່ານມາ ລູກຫລານສຳມະຊິກພັກທຸກຄົນມີໜ້າທີ່ວຽນງານລໍຖ້າໄວ້ຕັ້ງແຕ່ປິທຳອິດ

ທີ່ໄປຮຽນຕໍ່ມະຫາໄລຫລືຕ່າງປະເທດ ຈັກຮຽນຈົບຫລືບໍ່ຈົບ ຫລັງຈາຫກ 2-3 ປີຕໍ່

ມາເຫັນໜ້າພໍ້ວໍ້ປະຈຳຕຳແໜ່ງຫົວໜ້າຫ້ອງການນັ້ນຫົວໜ້າຫ້ອງການນີ້.

ຢ່າຟ້າວເປີບໃຈ ເສັ້ນສາຍມັນເປັນເອກກະລັກຂອງສັງຄົມເມືອງລາວມາແຕ່ສະໄໝ

ພະເຈົ້າສາມຫຳພຸ້ນ. ນີ້ລະເຂົາເອີ້ນວ່າລັດທິສືບເຊື້ອສາຍ ຫລື ດິກເທເດີ.

__________________
Anonymous

Date:

ທີ່ຜ່ານມາລະບົບລັດ ເກີດປະກົດການທີ່ເອີ້ນວ່າເຫລືອບໍ່ພໍ ແລະ ພະນັກງານລັດຂາດຄວາມຮູ້ ບໍ່ກ້າຕັດສິນໃຈ (ຕັດສິນໃຈໄປແລ້ວອາດຈະຜິດການເມືອງ) ທັງນີ້ກໍ່ຍ້ອນວ່າ:

1. ແຕ່ລະພະແນກກົມກອງບໍ່ມີການສອບເສັງຄັດເລືອກຄົນຢ່າງເປັນລະບົບ. ເຮັດໃຫ້ຄົນເກັ່ງມີຄວາມສາມາດບໍ່ມີໂອການໄດ້ເຂົາລັດ

2. ລະບົບການຕອບແທນເງິນເດືອນບໍ່ຫນ້າດຶງດູດໃຈ

3. ລະບົບການເລື່ອນຕຳແຫນ່ງ ແລະ ປະເມີນຜົນງານຂາດຄວາມໂປ່ງໃສ

4. ໃຊ້ລະບົບຄຳສັ່ງ ຫລາຍກວ່າລະບົບກົດຫມາຍ

5. ຂາດການຕິດຕາມໄກ້ສິດຂອງພະນັກງານຂັ້ນນຳໃນການບໍລິຫານລະດັບລ່າງ

6. ............ (ຄິດບໍ່ອອກ)

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard