Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການໃຊ້ ສະຫຼະ ໃx ແລະ ໄx. ຂ້າພະເຈົ້າ ບໍ່ເກັ່ງໄວຍະກອນ ມັກໃຊ້ ສະຫຼະ ໃx ແລະ ໄx ຜິດຕະຫຼອດ, ຊວ່ຍແນະນຳແດ່
Anonymous

Date:
ການໃຊ້ ສະຫຼະ ໃx ແລະ ໄx. ຂ້າພະເຈົ້າ ບໍ່ເກັ່ງໄວຍະກອນ ມັກໃຊ້ ສະຫຼະ ໃx ແລະ ໄx ຜິດຕະຫຼອດ, ຊວ່ຍແນະນຳແດ່

ຂ້າພະເຈົ້າ ບໍ່ເກັ່ງໄວຍະກອນ ມັກໃຊ້ ສະຫຼະ ໃx ແລະ ໄx ຜິດຕະຫຼອດ, ຊວ່ຍແນະນຳແດ່

ຂອບໃຈ

__________________
Anonymous

Date:
RE: ການໃຊ້ ສະຫຼະ ໃx ແລະ ໄx. ຂ້າພະເຈົ້າ ບໍ່ເກັ່ງໄວຍະກອນ ມັກໃຊ້ ສະຫຼະ ໃx ແລະ ໄx ຜິດຕະຫຼອດ, ຊວ່ຍແນະນຳແດ

ຄໍາໃດທີ່ພີ່ນ້ອງ ເມືອງຫຼວງພຣະບາງອອກສຽງ ເອີ ນັ້ນ ແມ່ນໄມ້ມ້ວນໝົດ.....

ຂອບເຈີ   ໄປສິເດີ   

__________________
Anonymous

Date:

ສະຣະ ໄx ແລະ ໃx ເປັນສະຣະທີ່ບໍ່ສາມາດຜັນສຽງໄປກັບວັນນະຍຸດ ແລະ ຕົວສະກົດໄດ້ ເພາະມັນຖືກ ກຳນົດຂຶ້ນມາພິເສດ ມີໃຊ້ທັງຄຳທີ່ເປັນລາວເດີມ ແລະ ຄຳລາວທີ່ໄດ້ມາຈາກຕ່າງປະເທດ(ໂດຍສະເພາະສະຣະ ໄx) - ສະຣະ ໄx ນອກຈາກໃຊ້ກັບຄຳລາວແທ້ໆແລ້ວ ຍັງນິຍົມໃຊ້ກັບຄຳທີ່ໄດ້ມາຈາກພາສາຕ່າງປະເທດ ຕົວຢ່າງ: ປະກັນໄພ(ປະກັນພັຍ), ລາວສະໄໝ(ລາວສມັຍ), ສີວິໄລ(ສີວິລັຍ), ອຸທົກກະໄພ(ອຸທົກກະພັຍ), ອັກຄີໄພ ແລະ ອື່ນໆ. - ສະຣະ ໃx ແມ່ນໃຊ້ສຳສຳຄຳທີ່ເປັນພາສາລາວໂດຍສະເພາະ ຕົວຢ່າງ: ໃກ້=ໃກ້ຄຽງ, ໃດ= ສິ່ງໃດ, ໃຄ່= ໃຄ່ພອງ, ໃຈ້= ປີໃຈ້(ປີຊວດ), ໃຂ່=ແຫ້ງ(ບໍ່ປຽກ), ໃສ=ສົດໃສ, ໃຊ່=ບໍ່ໃຊ່ການ, ໃຊ້=ໃຊ້ສອຍ, ໃຍ=ຫ່ວງໃຍ, ໃຕ=ຕັບໃຕ-ໃຕໄກ່, ໃນ= ໃນຫ້ອງ, ໃບ=ໃບໄມ້, ໃຕ້=ທິດໃຕ້, ໃບ້=ເປັນໃບ້, ໃຜ=ແມ່ນໃຜ, ໃພ້=ລູກໃພ້, ໃຝ່=ໃຝ່ຝັນ, ໃຍ=ຫ່ວງໃຍ, ໃຫ້= ເອົາໃຫ້, ໃຮ່=ໃຮ່ນາ, ໃໝ່=ເສື້ອໃໝ່, ໃໝ=ປັບໃໝ, ໃຫລ= ນອນໃຫລ(ຫລົງໃຫລ), ໃຫງ່=ຂີ້ຝຸ່ນໃຫງ່, ໃຫຍ່=ຍິ່ງໃຫຍ່ ເປັນຕົ້ນ.... ດີຫລາຍທີ່ມີການສົນທະນາຫົວຂໍ້ນີ້    

__________________
Anonymous

Date:

ພາສາລາວ ສະໃຫມໃຫມ່ 

ບໍ່ຕອ້ງສົນໃຈມັນກໍຢ່າ

ອັນໃດໄກ້ມື ຂຽນໄປໂລດ 

ມັນອອກສຽງ ໃອ ຄືກັນ 

ບໍ່ມີໃຜເອົາຜິດໄດ້ດອກ

ສີບອກໄຫ້ 

ໄປໃສມາໃສ ຢ່າລືມມອດຟືນມອດໄຟ ຢ້ານໄຟໃຫມ້ເຮືອນ 

ກັບມາເຮືອນໄວແດ່ ຟ້າວເກືອເປັດເກືອໄກ່ 

__________________
Anonymous

Date:

Anonymous wrote:

ສະຣະ ໄx ແລະ ໃx ເປັນສະຣະທີ່ບໍ່ສາມາດຜັນສຽງໄປກັບວັນນະຍຸດ ແລະ ຕົວສະກົດໄດ້ ເພາະມັນຖືກ ກຳນົດຂຶ້ນມາພິເສດ ມີໃຊ້ທັງຄຳທີ່ເປັນລາວເດີມ ແລະ ຄຳລາວທີ່ໄດ້ມາຈາກຕ່າງປະເທດ(ໂດຍສະເພາະສະຣະ ໄx) - ສະຣະ ໄx ນອກຈາກໃຊ້ກັບຄຳລາວແທ້ໆແລ້ວ ຍັງນິຍົມໃຊ້ກັບຄຳທີ່ໄດ້ມາຈາກພາສາຕ່າງປະເທດ ຕົວຢ່າງ: ປະກັນໄພ(ປະກັນພັຍ), ລາວສະໄໝ(ລາວສມັຍ), ສີວິໄລ(ສີວິລັຍ), ອຸທົກກະໄພ(ອຸທົກກະພັຍ), ອັກຄີໄພ ແລະ ອື່ນໆ. - ສະຣະ ໃx ແມ່ນໃຊ້ສຳສຳຄຳທີ່ເປັນພາສາລາວໂດຍສະເພາະ ຕົວຢ່າງ: ໃກ້=ໃກ້ຄຽງ, ໃດ= ສິ່ງໃດ, ໃຄ່= ໃຄ່ພອງ, ໃຈ້= ປີໃຈ້(ປີຊວດ), ໃຂ່=ແຫ້ງ(ບໍ່ປຽກ), ໃສ=ສົດໃສ, ໃຊ່=ບໍ່ໃຊ່ການ, ໃຊ້=ໃຊ້ສອຍ, ໃຍ=ຫ່ວງໃຍ, ໃຕ=ຕັບໃຕ-ໃຕໄກ່, ໃນ= ໃນຫ້ອງ, ໃບ=ໃບໄມ້, ໃຕ້=ທິດໃຕ້, ໃບ້=ເປັນໃບ້, ໃຜ=ແມ່ນໃຜ, ໃພ້=ລູກໃພ້, ໃຝ່=ໃຝ່ຝັນ, ໃຍ=ຫ່ວງໃຍ, ໃຫ້= ເອົາໃຫ້, ໃຮ່=ໃຮ່ນາ, ໃໝ່=ເສື້ອໃໝ່, ໃໝ=ປັບໃໝ, ໃຫລ= ນອນໃຫລ(ຫລົງໃຫລ), ໃຫງ່=ຂີ້ຝຸ່ນໃຫງ່, ໃຫຍ່=ຍິ່ງໃຫຍ່ ເປັນຕົ້ນ.... ດີຫລາຍທີ່ມີການສົນທະນາຫົວຂໍ້ນີ້    

 ຢາກຮູ້ວ່າອາຈານສອນພາສາລາວຂອງເຈົ້າແມ່ນໃຜ? ເອົາຄວາມໃດມາເວົ້າ ແມ່ນອາຈານໃດສອນເຈົ້າວ່າ

ໄx ແລະ ໃx ເປັນສະຣະທີ່ບໍ່ສາມາດຜັນສຽງໄປກັບວັນນະຍຸດ ແລະ ຕົວສະກົດໄດ້?

- ກ່ອນອື່ນຂໍຖາມແດ່ວ່າ ເຈົ້າເຂົ້າໃຈຄວາມໝາຍຂອງ ຜັນສຽງ ຫລາຍປານໃດ? ຜັນສຽງ ແປວ່າຫຍັງ?

- ຕົວສະກົດແມ່ນຫຍັງ? ແລະມີຫຍັງແດ່? ລອງຍົກເອົາອອກມາໃຫ້ເບິ່ງ.

- ເປັນຫຍັງ ໄx ແລະ ໃx ຈຶ່ງບໍ່ສາມາດຜັນສຽງໄປກັບວັນນະຍຸດໄດ້?

ແມ່ນຫຍັງ ຄຳທີ່ເປັນລາວເດີມ? ແລະຄຳລາວທີ່ໄດ້ມາຈາກຕ່າງປະເທດ?

ເຫດຜົນທີ່ຂ້ອຍຖາມເຈົ້ານີ້ເພາະຂ້ອຍງົງເມື່ອມາເຫັນຄຳອະທິບາຍຂອງເຈົ້າບໍ່ເຂົ້າຕຳລາຂອງຫລັກໄວຍະ

ກອນລາວແມ້ແຕ່ໜ້ອຍດຽວເລີຍ. ສິ່ງທີ່ເຈົ້າບໍ່ຮູ້ແລ້ວເວົ້າສຸມສີ່ສຸມຫ້າໄປນັ້ນຈະເຮັດໃຫ້ເສັຍສະຖາບັນ

ຫລັກສູດໄວຍະກອນລາວ.

__________________
Anonymous

Date:

Anonymous wrote:

ສະຣະ ໄx ແລະ ໃx ເປັນສະຣະທີ່ບໍ່ສາມາດຜັນສຽງໄປກັບວັນນະຍຸດ ແລະ ຕົວສະກົດໄດ້ ເພາະມັນຖືກ ກຳນົດຂຶ້ນມາພິເສດ ມີໃຊ້ທັງຄຳທີ່ເປັນລາວເດີມ ແລະ ຄຳລາວທີ່ໄດ້ມາຈາກຕ່າງປະເທດ(ໂດຍສະເພາະສະຣະ ໄx) - ສະຣະ ໄx ນອກຈາກໃຊ້ກັບຄຳລາວແທ້ໆແລ້ວ ຍັງນິຍົມໃຊ້ກັບຄຳທີ່ໄດ້ມາຈາກພາສາຕ່າງປະເທດ ຕົວຢ່າງ: ປະກັນໄພ(ປະກັນພັຍ), ລາວສະໄໝ(ລາວສມັຍ), ສີວິໄລ(ສີວິລັຍ), ອຸທົກກະໄພ(ອຸທົກກະພັຍ), ອັກຄີໄພ ແລະ ອື່ນໆ. - ສະຣະ ໃx ແມ່ນໃຊ້ສຳສຳຄຳທີ່ເປັນພາສາລາວໂດຍສະເພາະ ຕົວຢ່າງ: ໃກ້=ໃກ້ຄຽງ, ໃດ= ສິ່ງໃດ, ໃຄ່= ໃຄ່ພອງ, ໃຈ້= ປີໃຈ້(ປີຊວດ), ໃຂ່=ແຫ້ງ(ບໍ່ປຽກ), ໃສ=ສົດໃສ, ໃຊ່=ບໍ່ໃຊ່ການ, ໃຊ້=ໃຊ້ສອຍ, ໃຍ=ຫ່ວງໃຍ, ໃຕ=ຕັບໃຕ-ໃຕໄກ່, ໃນ= ໃນຫ້ອງ, ໃບ=ໃບໄມ້, ໃຕ້=ທິດໃຕ້, ໃບ້=ເປັນໃບ້, ໃຜ=ແມ່ນໃຜ, ໃພ້=ລູກໃພ້, ໃຝ່=ໃຝ່ຝັນ, ໃຍ=ຫ່ວງໃຍ, ໃຫ້= ເອົາໃຫ້, ໃຮ່=ໃຮ່ນາ, ໃໝ່=ເສື້ອໃໝ່, ໃໝ=ປັບໃໝ, ໃຫລ= ນອນໃຫລ(ຫລົງໃຫລ), ໃຫງ່=ຂີ້ຝຸ່ນໃຫງ່, ໃຫຍ່=ຍິ່ງໃຫຍ່ ເປັນຕົ້ນ.... ດີຫລາຍທີ່ມີການສົນທະນາຫົວຂໍ້ນີ້    

 ສັງເກດສີແດງ ລ້ວນແຕ່ໃຊ້ກັບວັນນະຍຸດ ແລ້ວຜູ້ອະທິບາຍ ເທິງນີ້ເຂົ້າໃຈວັນນະຍຸດແນວໃດລະ (ນີ້ຄືຈຸດອ່ອນຂອງຄົນລາວເຣົາທັງໝົດ ທີ່ໄປຕ້ານປາສາຕະກູນໄຕ-ກະໄດ ໃນຝັ່ງຂອງເບື້ອງນັ້ນ ສຸດທ້າຍພາສາລາວຕາຍ ຈາກຄວາມຮູ້ອັນແທ້ຈິງຈາກຄົນລາວ)

 ສະຣະ ທີ່ບໍ່ສາມາດຜັນສຽງໄປໄດ້ກັບ ວັນນະຍຸດ ນັ້ນມີດັ່ງນີ້:

ສະຣະປະສົມກັບພະຍັນຊະນະ ກ-ດ-ບ ເທົ່ານັ້ນ ເຊັ່ນຄົບຢ່າງ:

- ປາ-ປວກ-ເປືອກ-ປຽກ-ໂປກ-ເປກ-ປອກ-ປົກ= ວັນນະຍຸດໂຕໃດກໍບໍ່ສາມາດປ່ຽນສຽງມັນໄດ້.

- ປາ-ປວດ-ເປືອດ-ປຽດ-ໂປດ-ເປດ-ປອກ-ປົດ= ວັນນະຍຸດໂຕໃດກໍບໍ່ສາມາດປ່ຽນສຽງມັນໄດ້.

- ປາ-ປວບ-ເປືອບ-ປຽບ-ໂປບ-ເປບ-ປອບ-ປົບ= ວັນນະຍຸດໂຕໃດກໍບໍ່ສາມາດປ່ຽນສຽງມັນໄດ້.

ປລ:

( ຍົງມີຫລາຍໆສັບຂອງພາສາລາວ, ຢູ່ຂ້າງເທິງນີ້ພຽງແຕ່ຍົກອອກມາເປັນຕົວຢ່າງສ່ວນໜ້ອຍເທົ່ານັ້ນ )

ໃຫ້ເຂົ້າໃຈວ່າ ສະຣະໃດທີ່ປະສົມກັບອັກສອນກາງ ກ ດ ບ ນີ້ແມ່ນວັນນະຍຸດຈະບໍ່ສາມາດປ່ຽນສຽງມັນໄດ້,

ດັ່ງນັ້ນເພິ່ນຈຶ່ງເອີ້ນວ່າ ສະຣະຕາຍໂຕ ມັນຈະຜົນສຽງອອກເປັນສຽງຂອງມັນເອງຫຼືຄຳນຶ່ງວ່າບໍ່ສາມາດຜົນ

ສຽງໄປກັບວັນນະຍຸດ. ( ບໍ່ແມ່ນ ໄx ແລະ ໃx ຄືສະຫາຍຜູ້ທີ່ອະທິບາຍຜ່ານມາຊ້າງເທິງນັ້ນ )

__________________
Anonymous

Date:

ໄກ ຢູ່ໄກ ໄຂ ໄຂມັນ ໄຂປະຕູ ໄຄ ໄຄແດ່ ໄຄນ້ຳ ຂີ້ໄຄ ຂີ້ໄຫງ່ ໄຊໂຍ ໄຊຊະນະ ໄຍ ໄຍແມງມຸມ ບໍ່ມີເຍື້ອໄຍ ໄຕ ໄຕໄກ່ ໄຖ ໄຖນາ ໄຖ່ ໄຖ່ເຂົ້າ ໄທ ໄມ້ໄຜ່ ໄຝ ໄຝ່ຝັນ ໄຟ ໄມ້ ລືມໄລບ້ານປ່າລະນໍນົງເຍົາ ໄລປະຕູ ໄລປາຝາ ໄລເຄື່ອງນຸ່ງ ຫຼື ຖ້ວຍຊາມ ໄລ່ ໄລ່ໜີ ໄວ ໄຫ ໄອ ໄຮ(ໂຕໄຮຢູ່ນຳເປັດ ໄກ່ ແລະ ນົກ) ໄຮ້(ບໍ່ມີ) ຂີ້ໄຮ້(ທຸກ).

__________________
Anonymous

Date:

ໄພອັນຕະລາຍ ໄພຫຍ້າ ລູກໄພ້ ນ້ອງໄພ້ ເອື້ອຍໄພ້

Anonymous wrote: ແມ່ນແລ້ວເຫັນດີ ນຳທ່ານນີ້, ບໍ່ຈຳເປັນອ້າງອິງເຖິງຫລັກໄວຍະກອນກໍ່ໄດ້, ຍາກຮູ້ວ່າ ອັນໃດຈະຂຽນ ໂດຍ ໄX ຫລື ໃX ນັ້ນໃຫ້ຄົນເມືອງຫລວງພະບາງອອກສຽງຫລື ອ່ານໃຫ້ຟັງ , ຄຳໃດຢາກອອກສຽງ ເອີ ເອີ ແດ່ແລ້ວແມ່ນ ໃ ໄມ້ມ້ວນໝົດແລ, ເສັງພາສາລາວສະໄໝກ່ອນ ນັກຮຽນນັກສຶກສາຈາກເມືອງຫລວງແມ່ນໄດ້ປຽບ ບ່ອນນີ້. ຂໍອາໄພຫາກຜິດພາດ

ຄໍາໃດທີ່ພີ່ນ້ອງ ເມືອງຫຼວງພຣະບາງອອກສຽງ ເອີ ນັ້ນ ແມ່ນໄມ້ມ້ວນໝົດ.....

ຂອບເຈີ   ໄປສິເດີ   

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard