Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນະຄອນຫຼວງວຽງຈັນ ຈະມີຕຶກທີ່ສູງທີ່ສຸດ...
Anonymous

Date:
ນະຄອນຫຼວງວຽງຈັນ ຈະມີຕຶກທີ່ສູງທີ່ສຸດ...

ແມ່ນຕຶກຂອງ ທະນາຄານ BCEL...ຈະມີ 25 ຊັ້ນ...

ທຄຕລ ສ້າງອາຄານສຳນັກງານໃຫຍ່ຫຼັງໃໝ່ 25 ຊັ້ນ

__________________
Anonymous

Date:

Lookool...!!!

__________________
Anonymous

Date:

Just a dream nahhhh

__________________
Anonymous

Date:

Anonymous wrote:

ແມ່ນຕຶກຂອງ ທະນາຄານ BCEL...ຈະມີ 25 ຊັ້ນ...

ທຄຕລ ສ້າງອາຄານສຳນັກງານໃຫຍ່ຫຼັງໃໝ່ 25 ຊັ້ນ

 Be careful of earthquake if it is too tall

__________________
Anonymous

Date:

ໃສວ່າບໍ່ໃຫ້ເກີນ 7 ຊັ້ນ

ບາດທະນາຄານລັດພັດເຮັດເອງ

__________________
Anonymous

Date:

ຂໍສະແດງຄວາມຍິນດີລ່ວງໜ້ານໍາຊາວນະຄອນຫລວງວຽງຈັນທຸກຄົນທີ່ຈະໄດ້ຊົມໃຊ້ຕຶກອາຄານທີ່ສູງເດັ່ນ

ເໝືອນກັບຄົນນະຄອນຫລວງຂອງປະເທດອື່ນໆ, ເພິ່ນຈະສ້າງຢູ່ເຂດຄຸ້ມບ້ານໃດ ? ຍ້ອນເຫດຜົນໃດເພິ່ນ

ຈຶ່ງສ້າງຢູ່ໄກຕຶກອາຄານຮ້ານຄ້າອື່ນໆ?

ຂອບໃຈ

__________________

Senior Member

Status: Offline
Posts: 482
Date:

oiy kun mi ka ci kai pen ci deng mot leo.

__________________
Anonymous

Date:

Anonymous wrote:

ໃສວ່າບໍ່ໃຫ້ເກີນ 7 ຊັ້ນ

ບາດທະນາຄານລັດພັດເຮັດເອງ

 ເພີ່ນຈຳກັດແຕ່ບາງເຂດ ອາວ, ເຊັ່ນວ່າ ເຂດອານຸລັດຕົວເມືອງເກົ່າ, ເຂດຍົນບີນຕ່ຳ ເປັນຕົ້ນ

ສ່ວນລາຍລະອຽດຈະມີແຜນທີ່ ທີ່ເພີ່ນກຳນົດເຂດຢູ່ນຳກົມເຄຫະສະຖານ ແລະ ຜັງເມືອງ, ຢູ່ນຳ ພະແນກ

ໂຍທາ ນະຄອນຫລວງ ວຽງຈັນກໍ່ມີ

ໄດ້ຍີນຂ່າວວ່າ ຍັງມີຕືກສຳນັກງານໃຫຍ່ ຟຟລ ອີກເດີທີ່ເປັນອາຄານສູງ

__________________
Anonymous

Date:

ຄວາມຝັນ ຈະກາຍເປັນຄວາມຈິງ...

ບາດແລ້ວໆ ຂ້ຽຢາກຂຶ້ນຊັ້ນສຸດຍອດ ແລ້ວຫຼຽວໄປ

ທາງ ພູເຂົາຄວາຍ...ຄືຊິງາມຂະໜາດ smile

B%204.jpg

__________________
Anonymous

Date:

Anonymous wrote:

ແມ່ນຕຶກຂອງ ທະນາຄານ BCEL...ຈະມີ 25 ຊັ້ນ...

ທຄຕລ ສ້າງອາຄານສຳນັກງານໃຫຍ່ຫຼັງໃໝ່ 25 ຊັ້ນ

 ນະຄອນຫຼວງວຽງຈັນ ຈະມີຕຶກທີ່ສູງທີ່ສຸດ...

ໃຊ້ຄຳວ່າ ຈະມີ ຜິດທີ່ສຸດເພາະຕຶກສູງໆໃນລາວມີຫຼາຍຕິກແລ້ວ ເຊັ່ນຕຶກດອນຈັນພາເຫຼດ, ຕຶກໄຟຟ້າລາວ ແລະອື່ນໆ ຄວນໃຫ້ຄຳວ່າ "ນະຄອນຫຼວງວຽງຈັນ ຈະມີຕຶກທີ່ສູງທີ່ສຸດ...ເພີ່ມອີກ"

ນີ້ຄື ການເສັຍພາສາຂອງຄົນລາວ ເພາະຄົນລາວໃຊ້ພາສາລາວບໍ່ເປັນ

__________________
Anonymous

Date:

ພໍ່ຕູ້ ຈັ່ງແມ່ນເຈົ້ານໍ disbelief ໃຫ້ອາຍາ ດື່ມກາເຟຈັກຈອກ ແລ້ວຄິດຄັກໆ...

"ສູງທີ່ສຸດ" =>  "tallest"  (tall, taller, tallest)

This building will be the "tallest" in Vientiane.

That means it will be taller (or higher) than any building(s) in this city.

  disbelief  NO NEED TO ADD "ເພີ່ມອີກ" no

__________________

Senior Member

Status: Offline
Posts: 482
Date:

koy ci pai jong hed office kai tip kao kub kai houad der.

__________________
Anonymous

Date:

ຊົມເຊີຍກັບແຜນການນີ້ເດີ . ແຕ່ກ່ອນໄດ້ຍິນວ່າມີ ກົດຫມາຍເງິກ ບັງຄັບໂຕເອງບໍ່ໃຫ້ສ້າງຕຶກສູງ. ແລ້ວລາວສິທັນສະໄຫມໄດ້ແນວໃດ໋?

__________________
Anonymous

Date:

zack wrote: 

koy ci pai jong hed office kai tip kao kub kai houad der. ເຂົາດ່າຍ້ອນ ຕົວ ຄາລະໂອເຄນີ້ ຫລາຍເທື່ອແລ້ວຍັງບໍ່ຫຼາບ, ບໍ່ມີປັນຍາພໍຈະໃຊ້ໂຕອັກສອນລາວ ພໍໃຫ້ໝູ່ອ່ານສະດວກແດ່ບໍ່ ? ທ່ານ Zack ເອີຍ

__________________
Anonymous

Date:

ຕາມທີ່ໄດ້ຍີນເຂົາວ່າກັນ ຕຶກນີ້ບໍ່ມີການປະມູນ ແຕ່ມອບໃຫ້ ບໍລິສັດ ສີເມືອງກຣຸບ ເປັນຜູ້ລົງທຶນ ແລະສ້າງກ່ອນ ມູນຄ່າ 85 ລ້ານໂດລາ ບໍລິສັດນີ້ ເປັນຂອງ ທ້າວ ຕຸ້ມ ລູກເຂີຍທ່ານ ນາຍພົນ ດວງໃຈພິຈິດ ສ້າງຮຽບຮ້ອຍທາງບໍລິສັດຈະໄດ້ກຳໄລມະຫາສານທັງທາງກົງ ແລະທາງອ້ອມ: ທາງກົງມີກຳໄລຈາກການລົງທຶນ 50%, ທາງອ້ອມ ບໍລິສັດໄດ້ຟອກເງີນຈາກເງີນມືດ (ຄ້າຢາເສບຕິດ ແລະຂອງຜິດກົດໝາຍຕ່າງໆ) ມາເປັນເງີນຖືກຕ້ອງ ສ່ວນອຳນວຍການໃຫ່ຍຮັບໄປລ້າໆ 5%

ມີຂ່າວຄືບໜ້າຄາບມາບອກອີກ

__________________
Anonymous

Date:

ຢ່າຟ້າວເວົ້າເລື່ອງຄວາມໂປ່ງໃສ່ເທື່ອ ຂໍໃຫ້ມີຕຶກໃຫຍ່ ແຫ່ງ ທຳອິດຂອງປະເທດກ່ອນ. ຕຶກໃຫຍ່ຕຶກສູງຢູ່ຕ່າງປະເທດ ກະລ້ວນແລ້ວແຕ່ ແມ່ນມາເຟຍ ເປັນຄົນສ້າງ

__________________
Anonymous

Date:

ບ້ານໂພນປ່າເປົ້າ (ທາງຖະໜົນT4) ເມືອງສີສັດຕະນາກ..ຢູ່ທາງໃດ ຂອງນະຄອນຫຼວງວຽຈັນ ?

ຊອກຫາຢູ່ Google Earth ກະບໍ່ເຫັນ ?

__________________
Anonymous

Date:

Anonymous wrote:

ບ້ານໂພນປ່າເປົ້າ (ທາງຖະໜົນT4) ເມືອງສີສັດຕະນາກ..ຢູ່ທາງໃດ ຂອງນະຄອນຫຼວງວຽຈັນ ?

ຊອກຫາຢູ່ Google Earth ກະບໍ່ເຫັນ ?

 ທາງຫລັງໂພນທັນ ເສັ້ນໂຮງງານ ກອດສະໂກ ໄປທາງໂສກປ່າຫລວງ

__________________
Anonymous

Date:

ດີໃຈນຳເດີ, ແຕ່ວ່າກ່ອນຈະລົງມືສ້າງນັ້ນຂໍຖາມແນ່ວ່າໄດ້ເຊີນພາກສ່ວນທີ່ກ່ຽວຂ້ອງມາປືກສາຫາລືແລ້ວບໍ່

__________________
Anonymous

Date:

Any new buildings look goods, but they always forget about parking space!

__________________
Anonymous

Date:

Anonymous wrote:
Anonymous wrote:

ບ້ານໂພນປ່າເປົ້າ (ທາງຖະໜົນT4) ເມືອງສີສັດຕະນາກ..ຢູ່ທາງໃດ ຂອງນະຄອນຫຼວງວຽຈັນ ?

ຊອກຫາຢູ່ Google Earth ກະບໍ່ເຫັນ ?

 ທາງຫລັງໂພນທັນ ເສັ້ນໂຮງງານ ກອດສະໂກ ໄປທາງໂສກປ່າຫລວງ

 ເສັ້ນທາງຈາກ ໄຟແດງຂົວຮ່ອງແຊງ ໂພນເຄັງ ລຽບບືງທາດຫລວງໄປຈົນເຖີງຫລັກ10 ຖະໜົນທ່າເດື່ອ

ເມື່ອກ່ອນເພີ່ນເອີ້ນທາງ T4 ຕາມລະຫັດຂອງຜັງເມືອງ, ຕໍ່ມາເພີ່ນປ່ຽນຊື່ວ່າ: ຖະໜົນກຳແພງເມືອງ ເພາະ

ຖະໜົນສາຍນີ້ແມ່ນສ້າງທັບແລວກຳແພງເມືອງວຽງຈັນຮອບນອກທີ່ເຈົ້າອານຸສ້າງໄວ້ໃນສະໄໝນັ້ນ, ສະນັ້ນເຈົ້າ

ຊອກຫາທາງ T4 ໃນ Google Earth ຈະບໍ່ເຫັນ. ໃຫ້ zoom ເຂົ້າໄປທີ່ຈຸດພິກັດ

N = 17 56' 50.53"

E = 102 38' 37.67"

ຈະແມ່ນເຂດບ້ານໂພນປ່າເປົ້າ

__________________
KPS

Veteran Member

Status: Offline
Posts: 66
Date:

ຖ້າຈະສ້າງແທ້ໆ ໃຫ້ຄໍານຶງຫາບ່ອນຈອດລົດແນ່ເດີ
ຄັນສ້າງແລ້ວບໍ່ມີບ່ອນຈອດລົດ ຂ້ອຍຄິດວ່າບໍ່ຕ້ອງສ້າງດີກ່າວ

ເຮັດຊັ້ນໃຕ້ດິນເປັນບ່ອນຈອດລົດພະນັກງານ ສ່ວນເດີນທາງນອກໃຫ້ເປັນບ່ອນຈອດລົດແຂກ ເພາະຕາມທີ່ຂ້ອຍເຫັນຢູ່ສໍານັກງານໃຫ່ຍ ທຄຕລ
ສ່ວນຫລາຍແມ່ນລົດພະນັກງານຈອດໝົດ ສ່ວນລູກຄ້າທີ່ມາໃຊ້ບໍລິການ ຮອດບໍ່ມີບ່ອນຈອດລົດ

__________________
Anonymous

Date:

KPS wrote:

 ເຫດຜົນທີ່ເພີ່ນສ້າງຕຶກໃຫມ່ກະຍ້ອນເຫດຜົນນີ້ຕົ໋ວະ ຫາແຫ່ງຂ່າວສານຫລາຍ‍ๆແດ່ທ່ານ

 ເຫັນດີນຳ...ຕົວຢ່າງຕຶກ ຕັ້ງຢູ່ເສັ້ນທາງ ຊາວສາມສິງຫາ ໄປຫາ ພະທາດຫລວງ ລົດຈອດຊະຈອດຊາຍຕາມແຄມທາງ ແລະ ປ່າຫຍ້າລຽບທາງ ເສຍຍີ່ຫໍ້ລົດຫມົດ.

__________________
Anonymous

Date:

ເຫັນແລ້ວ ບາດນີ້...  (ຂໍຂອບໃຈທຸກໆທ່ານ)

ບ້ານໂພນປ່າເປົ້າ ແລະຖະໜົນກຳແພງເມືອງ (T4)

ບໍ່ຮູ້ວ່າ ຕຶກທະນາຄານໃໝ່ ຂອງ BCEL ນີ້

ຈະຢູ່ໃກ້ ຫຼື ໄກ ປານໃດ ຈາກຕຶກ LAO-ITECC ?

ຕຶກ LAO-ITECC ນີ້ແມ່ນຕັ້ງຢູ່ຖະໜົນ ກຳແພງເມືອງ (T4)

itecc-front%202.jpg

__________________
Anonymous

Date:

ມັນເປັນວິທີການເອົາເງີນລັດອອກມາໃຊ້ຢ່າງແນບນຽນ ເພື່ອປັນກັນກິນ

ຢູ່ລາວດຽວນີ້ແມ່ນຮິດການກອບປີ້ເຮັດຮູບງາມໆເພື່ອມາເອົາໂຄງການ,ແຕ່ຈະໃຫ້ຮູ້ວິຊາສະເພາະແທ້ໆ

ແມ່ນບໍ່ຮູ້ຫຍັງ..........

ສ່ວນມູນຄ່າການກໍ່ສ້າງ84ລ້ານດອນລ້າອາຄານດ້າມຊໍ່ານີ້ມັນຊິໄປຮອດຫັ້ນ ສຸດທ້າຍກໍ່ແມ່ນເອົາເງີນພາສີຂອງປະຊາຊົນອອກໄປປັນກັນກິນ

(ຄືກັນກັບໂຄງການກໍ່ສ້າງບໍລິສັດໄຟຟ້າລາວ ເຄືອຂ່າຍດຽວກັນ ບໍລິສັດທີ່ປືກສາດຽວກັນອີກແລະວິທີດຽວກັນ)

ທີ່ສຳຄັນບໍລິສັດທີ່ໄດ້ໂຄງການຮັບເໝົາແມ່ນລູກເຂີຍທ່ານນາຍພົນດວງຈິດເປັນເຈົ້າຂອງ,ແລະບໍລິສັດທີ່ປືກສາແລະອອກແບບກໍ່ແມ່ນໝູ່ສະໜິດຂອງລູກເຂີຍ

ຂອງເຂົາເຈົ້າ.ໂຄງການນີ້ບໍ່ມີການປະມູນໃຫ້ກັນແບບດິບດິບ.

ພັກລັກບໍ່ຄວນອະນຸຍາດ ເຮັດຄືປະຊາຊົນໂງ່ຈ້າ ສຸດທ້າຍກໍ່ໄປຢືມເງີນທະນາຄານໂລກ ໄປຢືມເງີນຈີນມາໃຊ້ໜີ້

ຜູ້ທີ່ຕ້ອງເປັນໜີ້ກໍ່ແມ່ນປະຊາຊົນ.

.

__________________
Anonymous

Date:

Anonymous wrote:
KPS wrote:

ຖ້າຈະສ້າງແທ້ໆ ໃຫ້ຄໍານຶງຫາບ່ອນຈອດລົດແນ່ເດີ
ຄັນສ້າງແລ້ວບໍ່ມີບ່ອນຈອດລົດ ຂ້ອຍຄິດວ່າບໍ່ຕ້ອງສ້າງດີກ່າວ

ເຮັດຊັ້ນໃຕ້ດິນເປັນບ່ອນຈອດລົດພະນັກງານ ສ່ວນເດີນທາງນອກໃຫ້ເປັນບ່ອນຈອດລົດແຂກ ເພາະຕາມທີ່ຂ້ອຍເຫັນຢູ່ສໍານັກງານໃຫ່ຍ ທຄຕລ
ສ່ວນຫລາຍແມ່ນລົດພະນັກງານຈອດໝົດ ສ່ວນລູກຄ້າທີ່ມາໃຊ້ບໍລິການ ຮອດບໍ່ມີບ່ອນຈອດລົດ

 ເຫດຜົນທີ່ເພີ່ນສ້າງຕຶກໃຫມ່ກະຍ້ອນເຫດຜົນນີ້ຕົ໋ວະ ຫາແຫ່ງຂ່າວສານຫລາຍ‍ๆແດ່ທ່ານ

          ອັນນັ້ນແມ່ນເຂໍ້ອ້າງ ເຫດຜົນແທ້ໆແມ່ນຢາກເອົາເງີນລັດອອກມາປັນກັນກິນ ອາຄານຊໍ່ານັ້ນ ມູນຄ່າການກໍ່ສ້າງ85ລ້ານດອນ ຄິດເອົາ.ແລ້ວ
ແມ່ນລູກເຂີຍນາຍພົນດວງຈິດເປັນຜູ້ໄດ້ສຳປະທານ,ເຈົ້າຂອງຮ້ານຂາຍລົດຢູໂຣບໃກ້ໄອເຕັກຫັ້ນເດ້. ທະນາຄານຊື່ໆມັນຈຳເປັນຫຍັງຊິໄປຮອດ25ຊັ້ນ

ບາດຜູ້ອື່ນຂໍອະນຸຍາດປູກ10ຊັ້ນຫຸ້ມລູມກັດເຂົາເອົາແທ້ເອົາວ່າ ບາດຂອງລູກເຂີຍນາຍພົນດວງຈິດ ຄຳຫນື່ງກໍ່ບໍ່ເອີ່ຍ. ເພາະກົດໝາຍລາວຍັງບໍ່ໄດ້ອະນຸຍາດ

ໃຫ້ອາຄານເກີນ10ຊັ້ນບໍ່ວ່າຈະຢູ່ເຂດໃດ.

__________________
Anonymous

Date:

Anonymous wrote:

ຢ່າຟ້າວເວົ້າເລື່ອງຄວາມໂປ່ງໃສ່ເທື່ອ ຂໍໃຫ້ມີຕຶກໃຫຍ່ ແຫ່ງ ທຳອິດຂອງປະເທດກ່ອນ. ຕຶກໃຫຍ່ຕຶກສູງຢູ່ຕ່າງປະເທດ ກະລ້ວນແລ້ວແຕ່ ແມ່ນມາເຟຍ ເປັນຄົນສ້າງ

        ເວົ້າແນວນັ້ນບໍ່ຖືກ ເພາະມັນຈະແມ່ນການເອົາເງີນພາສີຂອງປະຊາຊົນເປັນຜູ້ຈ່າຍແທນ ແລ້ວພວກເຂົາເຈົ້າປັນກັນກິນ ເຈົ້າຢາກໃຫ້ລູກຫຼານເຈົ້າເປັນໜີ້້ຫຼາຍກ່ອນນີ້ຫວາ

          ຖ້າອະນຸຍາດໃຫ້ໂຄງການນີ້ເຮັດໄປໄດ້ ບັນດາລູກຜູ້ໃຫຍ່ອື່ນໆກໍ່ຕ້ອງນຳແນວເຮັດເປັນແຖບໆ ສຸດທ້າຍຜູ້ເປັນໜີ້້ແມ່ນປະຊາຊົນ ບ້າຫວາ.

       ດຽວນີ້,ມີແຕ່ຄົນຄົນຕາບອດ ມືຍາວສາວໄດ້ສາວເອົາ ຜູ້ຄິດເພື່ອປະຊາຊົນຕາຍກັນໝົດແລ້ວ.

__________________
Anonymous

Date:

ບໍ່ຢາກຕິປານໃດ ແຕ່ເບິ່ງແລວ້ ຄືບໍ່ງາມວາດໃດວາດນຶ່ງ 

ຖ້າເບິ່ງດ້ານຫນ້າ ຄືກັບບ່ວງຕັ້ງຢູ່ເທິງກັບເຈັ້ຍເຊັດມື 

ຫມາຍຄວາມວ່າ ທາງລຸ່ມ ແລະທາງເທິງ ມັນບໍເຂົ້າກັນ

ບໍ່ເຂົ້າກັບສິ່ງແວດລອ້ມ ອອ້ມຂ້າງ

          ຢູ່ລາວສ່ວນໃຫຍ່ບໍ່ແມ່ນນັກອອກແບບອີ່ຫຼີມາອອກ ແມ່ນນັກກອບປີ້ ໂດຍອາໃສ

          ໂປຼແກມຮູບ3ດີມາເປັນໂຕຊ່ອຍໃຫ້ຮູບພາບງາມຊື່ໆ ເພື່ອລວງຕາຜູ້ໃຫຍ່ຜູ້ບໍ່ຮູ້ອີ່ຫຍັງ

          ເຫັນຮູບງາມກໍ່ວ່າງາມ ສຸດທ້າຍຂີ້ແມວເຕັມກະດົ້ງ. ຮູບພາບຊໍ່ານີ້ ມູນຄ່າກໍ່ສ້າງຮອດ84ລ້ານດອນ

          ມັນກະໂພດພີ່ລືກ.ຂ້ອຍກະວ່າມັນບໍ່ງາມບໍ່ສົມລາຄາພໍໜ້ອຍ

          ຮູບຊໍ່ານີ້ ເດັກນັກຮຽນສະຖາປັດເຮົາກະຍັງເຮັດໄດ້.

 ໂຄງການ​ກໍ່ສ້າງ​ອາຄານ​ສຳນັກງານ​ໃຫຍ່​ຫຼັງ​ໃໝ່​ນີ້ ມີ​ພື້ນ​ທີ່​ກວ້າງຂວາງ ໃນ​ເນື້ອທີ່ 40.764 ຕາ​ແມັດ ຕົວ​ອາຄານ​ຈະ​ເປັນ​ອາຄານ​ພານິດ 25 ຊັ້ນ ກວ້າງ 41.5 ແມັດ ຍາວ 63.2 ແມັດ ມີ​ການ​ອອກ​ແບບ​ໂຄງ​ສ້າງ-ການ​ຕົບແຕ່ງ​ທີ່​ທັນ​ສະໄໝ ແລະ ມີ​ລັກສະນະ​ເປັນ​ເອກະລັກ​ຂອງ ​ທຄຕລ

ອອກ​ແບບ​ໂດຍ​ບໍລິສັດ ອາ​ຄີ​ເນຍ ອາ​ໂຊ​ຊີ​ເອັດ ສຳ​ຫຼວດ​ອອກ​ແບບ ແລະ ທີ່​ປຶກສາ ຈຳກັດ

ບໍລິສັດ ສີ​ເມືອງ​ກຼຸບ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ-ຕົບແຕ່ງ ແລະ ລົງທຶນ​ກ່ອນ

ດ້ວຍ​ມູນ​ຄ່າ​ປະມານ 85 ລ້ານ​ໂດ​ລາ​ສະຫະລັດ ໄລຍະ​ເວລາ​ການ​ກໍ່ສ້າງ 3 ປີ

ອາຄານ​ແຫ່ງ​ນີ້ ພາຍຫຼັງ​ກໍ່ສ້າງ​ສຳເລັດ​ແລ້ວ ຈະ​ມີ​ຄວາມ​ໂດດ​ເດັ່ນ ແລະ ກາຍເປັນ​ໃບ​ໜ້າ​ໃໝ່​ໃຫ້​ແກ່​ນະຄອນຫຼວງ​ວຽງ​ຈັນ.

ຢາກຖາມແດ່ວ່າ ໂຄງການໃຫຍ່ປານນີ້ ກໍມີປະມູນຢູ່ບໍ່ 

ສວ່ນຮູບການລົງທຶນກອ່ນ ຈ່າຍຕາມຫລັງ ມັນດີແນວໃດແດ່

ທະນາຄານ ມີເງິນເປັນຕື້ ຍັງບໍ່ຍອມຈົກເງິນອອກຄ່າກໍ່ສ້າງກອ່ນບໍ່

 ເຂົາກະເວົ້າກັນຢູ່ເທີງຫັ້ນເດ້ ວ່າມັນບໍ່ໄດ້ປະມູນ ມັນເອົາໃຫ້ພວກມັນປັນກັນກິນກັນຢູ່ ແລ້ວກໍ່ມາໃຫ້ປະຊາຊົນລາວໃຊ້ໜີ້ແທນ. ແຕ່ຈັກໜ້ອຍເຫັນຄົນເວົ້າໃຫ້ຫຼາຍ

ເພີ່ນອາດຈະຈັດຜ້າສາກປະມູນຂື້ນ ສຸດທ້າຍກໍ່ແມ່ນລູກແຫຼ່ງເຂົາໄດ້ຄືເກົ່າ ເຈົ້າເຄີຍເຫັນວ່າ ແບບຊໍ່າມືສະມັກເຫຼັ້ນ25ຊັ້ນຊື່ໆ ມູນຄ່າ85ລ້ານດອນ. ສົງໃສມັນຕິດເພັດອ້ອມຕືກ.

__________________
Anonymous

Date:

 ອາໃສແຕ່ວ່າຕືກສູງ25ຊັ້ນຕິດກະຈົກໄປກອບປິ້ແບບຮູບຂອງຕືກບ່ອນໃດບ່ອນຫນື່ງແລ້ວມາເພີ່ມອາຄານອ້ອມຂ້າງໃສ່ ແຕ່ມັນບໍ່ລົງໂຕ

ພໍໜ້ອຍ ຂີ້ລ້າຍ.​ຄືກັນກັບຫໍຄຳທີ່ເຮັດເປັນລູກປະສົມຝຮັ່ງກັບພະມ້າ ກະເລີຍກາຍເປັນລູກຊີດ

ຜູ້ໃຫຍ່ທະນາຄານເຫັນວ່າເປັນຕືກສູງຕິດກະຈົກ ຮູບສີງາມໆ ບໍ່ມີຄວາມຮູ້ກວ່າງຂວາງ

ບໍ່ມີວິໃສທັດ ພຽງພໍ. ປະເທດຊາດຊິຈະເລີນຍ້ອນ.

__________________
Anonymous

Date:

ການຟອກເງີນຢ່າງເປັນຂະບວນການ

ການນຳເງີນພາສີປະຊາຊົນມາແຈກຈ່າຍນຳກຸ່ມກ້ອນ

ແລ້ວໃຫ້ລູກຫຼານຕາດຳໆເປັນຜູ້ແບກໜີແທນ

ກຳລັງກາຍເປັນເລື່ອງປົກກະຕິຂອງສັງຄົມລາວ ຂອງຜູ້ໃຫຍ່ເພີ່ນພາກັນເຮັດ

ຖ້າລຸງໄກສອນຢູ່ ເພີ່ນຊິວ່າແນວໃດນໍ້ ຫຼືວ່າຖ້າລຸງຄຳໄຕຮູ້ເລື່ອງນີ້ ເພີ່ນຈະມາ

ຊ່ອຍສະກັດກັ້ນອຳນາດມືດພວກນີ້ຫຼືບໍ່?

__________________
Anonymous

Date:

Anonymous wrote:
Anonymous wrote:

ບໍ່ຢາກຕິປານໃດ ແຕ່ເບິ່ງແລວ້ ຄືບໍ່ງາມວາດໃດວາດນຶ່ງ 

ຖ້າເບິ່ງດ້ານຫນ້າ ຄືກັບບ່ວງຕັ້ງຢູ່ເທິງກັບເຈັ້ຍເຊັດມື 

ຫມາຍຄວາມວ່າ ທາງລຸ່ມ ແລະທາງເທິງ ມັນບໍເຂົ້າກັນ

ບໍ່ເຂົ້າກັບສິ່ງແວດລອ້ມ ອອ້ມຂ້າງ

          ຢູ່ລາວສ່ວນໃຫຍ່ບໍ່ແມ່ນນັກອອກແບບອີ່ຫຼີມາອອກ ແມ່ນນັກກອບປີ້ ໂດຍອາໃສ

          ໂປຼແກມຮູບ3ດີມາເປັນໂຕຊ່ອຍໃຫ້ຮູບພາບງາມຊື່ໆ ເພື່ອລວງຕາຜູ້ໃຫຍ່ຜູ້ບໍ່ຮູ້ອີ່ຫຍັງ

          ເຫັນຮູບງາມກໍ່ວ່າງາມ ສຸດທ້າຍຂີ້ແມວເຕັມກະດົ້ງ. ຮູບພາບຊໍ່ານີ້ ມູນຄ່າກໍ່ສ້າງຮອດ84ລ້ານດອນ

          ມັນກະໂພດພີ່ລືກ.ຂ້ອຍກະວ່າມັນບໍ່ງາມບໍ່ສົມລາຄາພໍໜ້ອຍ

          ຮູບຊໍ່ານີ້ ເດັກນັກຮຽນສະຖາປັດເຮົາກະຍັງເຮັດໄດ້.

ກໍ່ບໍລິສັດສະຖາປັດບ້ານເຮົານີ້ລະ ຜູ້ອອກແບບ ແຕ້ມແບບທັງໝົດກໍ່ແມ່ນເດັກນ້ອຍ

ສະຖາປານິກບ້ານເຮົານີ້ລະ ບໍ່ແມ່ນຕ່າງຊາດມາເຮັດດອກ ທ່ານ. ຂ້າພະເຈົ້າວ່າ ສະຖາປານິກ

ລາວເຮົາ ກໍ່ຫາກໍ່ເລີ່ມເຕີບໂຕ ເຂົາເຮັດໄດ້ເທົ່ານີ້ກໍ່ຖືວ່າດີແລ້ວ ດີກວ່າໃຫ້ຕ່າງຊາດມາເຮັດຫອບ

ເອົາເງີນອອກໄປ. ເລື່ອງອອກແບບມັນກໍ່ຕ້ອງໄດ້ເຮັດໄປຕາມຄວາມມັກຂອງເຈົ້າຂອງເຮືອນແດ່

ກໍ່ຄືທ່ານປຸກເຮືອນທ່ານເອງຫັ້ນລະ ທ່ານກໍ່ຕ້ອງສັ່ງເຂົາເຮັດໃຫ້ໄດ້ຕາມຄວາມມັກ ແລະ ຄວາມ

ສາມາດຂອງທ່ານ ແມ່ນບໍ່?. ສ່ວນລາຄາຖືກ ຫລື ແພງນັ້ນມັນບໍ່ແມ່ນສະຖາປານິກ ຫລື ຜູ້ອອກແບບ

ຕັດສີນ ມັນແມ່ນການຕົກລົງກັນລະຫວ່າງຜູ້ຮັບເໝົາ ກັບເຈົ້າຂອງໂຄງການ, ຜູ້ອອກແບບບໍ່ມີສິດ

ໄປຫຍຸ້ງກ່ຽວເລື່ອງຈັດຊື້ຈັດຈ້າງນຳເຂົາ.

         ຄັນຍອມຮັບວ່າຝີມືຫາກໍ່ເລີ່ມເຕີບໂຕ ມີຄວາມອ່ອນນ້ອມຖ່ອມໂຕ ຮູ້ຈັກໃຫ້ກຽດຜູ້ອື່ນ ກະຊິບໍ່ຕຳນິດອກ ອັນນີ້ເວົ້າຢູ່ເທີງຟ້າພຸ້ນນນນນນນນນນນນນ ຂີ້ໂມ້ລະດັບໄດ້ລາງວັນພຸ້ນແລ້ວ.ຊໍ້າບໍ່ພໍດູຖູກຄົນບໍ່ໄດ້ທຳມະດາ

        ປະກາດໂປ່ງເປັ້ງ ໂຄສະນາວ່າເກັ່ງສຸດຂອງປະເທດລາວ..... ລຳພັງແບບແຕ້ມໄດ້ຊໍ້່ານີ້ແຕ່ເອົາໄປອວດອ້າງທັບຖົມຜູ້ອື່ນເຈົ້າວ່າສົມຄວນຖືກຍົກຍ້ອງບໍ່? ຖ້າເຈົ້າຢູ່ປະເທດລາວ ບໍ່ມີໃຜບໍ່ຮູ້ຈັກບໍລິສັດຂີ້ໂມ້ແລະມັກດຸຖູກຜູ້ອື່ນຂອງບໍລິສັດນີ້, ອັນໄດ້ວຽກມາ

       ກໍ່ຍ້ອນແມ່ນແກ້ງໂກງກີນເງີນນຳລູກຜູ້ໃຫຍ່ ເຂົາເຖີງເອົາວຽກໃຫ້ ,ກະແມ່ນບໍລິສັດດຽວທີ່ອອກແບບກ້ອນສີ່ລ່ຽມຕັນອະນຸສາວະລີຫັ້ນແລ້ວ ເຮັດໃຫ້ລົດຕິດເອົາແທ້ເອົາວ່າ..........

          ເຈົ້າບໍ່ຮູ້ເບາະວ່າບໍລິສັດຮັບເໝົາ+ເຈົ້າຂອງໂຄງການ+ບໍລິສັດທີ່ປືກສາເປັນເຄືອຂ່າຍດຽວກັນ ທີ່ໄດ້ຮັບສ່ວນແບ່ງນຳກັນ ປັນກັນກິນ ຕົກລົງກັນວ່າຊິເອົາຈັກເປີເຊັນ.......ຖ້າເຈົ້າບໍ່ຮູ້ລະໄປສຶກສາຂໍ້ມູນໃໝ່.

__________________
Anonymous

Date:

*ກ້ອນສີ່ລ່ຽມທີ່ໃຊ້ເປັນຮ້ານອາຫານ ຕັນນໍ້າພຸ.

ຄັນມີຄວາມສາມາດແທ້ ບໍລິສຸດຈີງ ເປັນຫຍັງຈື່ງບໍ່ເປີດການປະມູນຢ່າງໂປ່ງໃສ? ໃຫ້ບໍລິສັດອື່ນໄດ້ເຂົ້າປະມູນນຳ.

ບໍ່ຕ້ອງແກ້ຕ່າງດອກ ຮູ້ຢູ່ແກ່ໃຈວ່າບໍລິສັດນີ້ໄດ້ວຽກມາໄດ້ແນວໃດ ເຮັດວຽກເປັນແນວໃດ

ປະສິດທິພາບວຽກເປັນແນວໃດ ຖ້າຢູ່ລາວບໍ່ມີວ່າໃຜຊຶບໍ່ຮູ້.

ຄວາມໂຊກດີຂອງບໍລິສັດນີ້ແມ່ນເຈົ້ານາຍຮູ້ເບີ່ງແຕ່ຮູບງາມ ລະເປັນພໍ ແລະເລຍຕີນນາຍເກັ່ງ ເງີນເຖີງ

ບໍ່ເຊື່ອໄປຖາມພະນັກງານບໍລິສັດໄຟຟ້າເບີ່ງເດີ້ ວ່າຄຸນນະພາບຂອງຕືກທີ່ເຂົາເຈົ້າອອກແບບແລ້ວ

ເປັນແນວໃດ ນຳໄປແກ້ໄຂຄືນຈັກເທື່ອ.......ຄວາມຈີງເປັນສີ່ງບໍ່ຕາຍ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ບໍ່ຢາກຕິປານໃດ ແຕ່ເບິ່ງແລວ້ ຄືບໍ່ງາມວາດໃດວາດນຶ່ງ 

ຖ້າເບິ່ງດ້ານຫນ້າ ຄືກັບບ່ວງຕັ້ງຢູ່ເທິງກັບເຈັ້ຍເຊັດມື 

ຫມາຍຄວາມວ່າ ທາງລຸ່ມ ແລະທາງເທິງ ມັນບໍເຂົ້າກັນ

ບໍ່ເຂົ້າກັບສິ່ງແວດລອ້ມ ອອ້ມຂ້າງ

          ຢູ່ລາວສ່ວນໃຫຍ່ບໍ່ແມ່ນນັກອອກແບບອີ່ຫຼີມາອອກ ແມ່ນນັກກອບປີ້ ໂດຍອາໃສ

          ໂປຼແກມຮູບ3ດີມາເປັນໂຕຊ່ອຍໃຫ້ຮູບພາບງາມຊື່ໆ ເພື່ອລວງຕາຜູ້ໃຫຍ່ຜູ້ບໍ່ຮູ້ອີ່ຫຍັງ

          ເຫັນຮູບງາມກໍ່ວ່າງາມ ສຸດທ້າຍຂີ້ແມວເຕັມກະດົ້ງ. ຮູບພາບຊໍ່ານີ້ ມູນຄ່າກໍ່ສ້າງຮອດ84ລ້ານດອນ

          ມັນກະໂພດພີ່ລືກ.ຂ້ອຍກະວ່າມັນບໍ່ງາມບໍ່ສົມລາຄາພໍໜ້ອຍ

          ຮູບຊໍ່ານີ້ ເດັກນັກຮຽນສະຖາປັດເຮົາກະຍັງເຮັດໄດ້.

ກໍ່ບໍລິສັດສະຖາປັດບ້ານເຮົານີ້ລະ ຜູ້ອອກແບບ ແຕ້ມແບບທັງໝົດກໍ່ແມ່ນເດັກນ້ອຍ

ສະຖາປານິກບ້ານເຮົານີ້ລະ ບໍ່ແມ່ນຕ່າງຊາດມາເຮັດດອກ ທ່ານ. ຂ້າພະເຈົ້າວ່າ ສະຖາປານິກ

ລາວເຮົາ ກໍ່ຫາກໍ່ເລີ່ມເຕີບໂຕ ເຂົາເຮັດໄດ້ເທົ່ານີ້ກໍ່ຖືວ່າດີແລ້ວ ດີກວ່າໃຫ້ຕ່າງຊາດມາເຮັດຫອບ

ເອົາເງີນອອກໄປ. ເລື່ອງອອກແບບມັນກໍ່ຕ້ອງໄດ້ເຮັດໄປຕາມຄວາມມັກຂອງເຈົ້າຂອງເຮືອນແດ່

ກໍ່ຄືທ່ານປຸກເຮືອນທ່ານເອງຫັ້ນລະ ທ່ານກໍ່ຕ້ອງສັ່ງເຂົາເຮັດໃຫ້ໄດ້ຕາມຄວາມມັກ ແລະ ຄວາມ

ສາມາດຂອງທ່ານ ແມ່ນບໍ່?. ສ່ວນລາຄາຖືກ ຫລື ແພງນັ້ນມັນບໍ່ແມ່ນສະຖາປານິກ ຫລື ຜູ້ອອກແບບ

ຕັດສີນ ມັນແມ່ນການຕົກລົງກັນລະຫວ່າງຜູ້ຮັບເໝົາ ກັບເຈົ້າຂອງໂຄງການ, ຜູ້ອອກແບບບໍ່ມີສິດ

ໄປຫຍຸ້ງກ່ຽວເລື່ອງຈັດຊື້ຈັດຈ້າງນຳເຂົາ.

           ບໍ່ແມ່ນຂ້ອຍບໍ່ຢາກສົ່ງເສີມໃຫ້ນຳໃຊ້ນັກອອກແບບລາວ ຂ້ອຍເຫັນດີໃຫ້ນຳໃຊ້ນັກອອກແບບລາວ ທີ່ຈົບດ້ານສະຖາປັດແທ້ໆ ມາອອກແບບ , ແຕ່ໃນຄວາມເປັນຈີງມັນບໍ່ແມ່ນນັກອອກແບບມັນແມ່ນນັກກອບແຕ່ຮູບນອກ

        ສຸດທ້າຍວາງຜັງທາງໃນກະຍັງບໍ່ເປັນ. ທີ່ສຳຄັນການຮຽນຮູ້ການເລີ່ມຕົ້ນເຮັດເອງເປັນສີ່ງທີ່ດີ ດ້ວຍຄວາມເຄົາລົບແລະໃຫ້ກຽດຜູ້ອື່ນ. ຕືກອາຄານໄຟຟ້າທີ່ສຳເລັດແລ້ວກໍ່ເປັນບັນຫາທີ່ຕ້ອງໄດ້ນຳໄປແກ້ໄຂຫຼາຍເທື່ອ ເຂົາປ້ອຍນຳກົ້ນ ແຕ່

       ເນື່ອງຈາກວ່າເຈົ້າຂອງໂຄງການເປັນພວກດຽວກັນ ເລື່ອງເລີຍງຽບ. ມາຊຸດນີ້ກໍ່ຄົງບໍ່ຕ່າງ ຖ້າເຈົ້າບໍ່ເຊື່ອຂ້ອຍເອົາໄວ້ສ້າງແລ້ວໆ ພໍມີຫຍັງເກີດຂື້ນກັບອາຄານຫຼັງນີ້ຂ້ອຍຊິມາບອກເຈົ້າວ່າຍ້ອນຫຍັງ ເພາະຊິໃຫ້ມືສະມັກເຫຼັ້ນທີ່ຮູ້ແຕ່ເຮັດຮູບນອກງາມ

       ໄປອອກແບບອາຄານສູງເປັນສີ່ງທີ່ບໍ່ສົມຄວນຢ່າງຍີ່ງ........ຈື່ຄຳເວົ້າຂ້ອຍໄວ້ເດີ້ ກໍລະນີມີຫຍັງເກີດຂື້ນ.

__________________
Anonymous

Date:

ການໃຫ້ໂອກາດແກ່ນັກອອກແບບລາວທີ່ຈົບສະຖາປັດຫຼືຈົບໂຍທາ ມາອອກແບບຄືສີ່ງທີ່ຄວນສົ່ງເສີມ

ແຕ່ບໍ່ຄວນຈະເອົາອາຄານສູງມາເປັນໜູທົດລອງໃຫ້ກັບມືໃໝ່ມາລອງຝີມື.

 ຢ້ານເປັນຄືຕຶກຢູ່ປະເທດ ບັງກາລາເທດ ນັ້ນເດໜໍ ຫຍຸບລົງມາຫລັງຈາກສຳເລັດກໍ່ສ້າງບໍ່ຮອດ 5 ປີ, ນັ້ນກໍ

ແມ່ນນັກສະຖາປານີກມືໃໝ່ຂອງຄົນ ບັງກາລາເທດ ເປັນຜູ້ອອກແບບແລະຄິດໄລ່ວັດຖຸຂອງການກໍ່ສ້າງຕຶກ

ທີ່ພັງລົງມານັ້ນເອງ. ຄຸນນະພາບເປັນສິ່ງສຳຄັນ, ນັກສະຖາປານິກມືໃໝ່ຂອງລາວຄົນນີ້ເຄີຍອອກແບບແລະ

ສ້າງມາຈັກຕຶກແລ້ວ? ແລະແຕ່ລະຕຶກມີຈັກຊັ້ນ? ຜູ້ອອກແບບຈະຕ້ອງຄິດໄລ່ວັດຖຸແລະອຸບປະກອນການກໍ່

ສ້າງທຸກຢ່າງ ບໍ່ແມ່ນມີແຕ່ອອກແບບເທົ່ານັ້ນ.   ເຫັນໂຕຢ່າງທີ່ຜູ້ອອກແບບຫລື ອິນຈີເນຍ ສ້າງທາງກ່ອນ

ກ່ອນງານ SEA Games ຢູ່ວຽງທີ່ຜ່ານມາແລ້ວບໍ່? ເກືອບງານກິລາ ຊີເກມ ບໍ່ທັນຈົບ ຖະໜົນແຕກແລະຂຸ

ພັງໄປບໍ່ພໍເທົ່າໃດຫລັງຈາກສ້າງຖະໜົນແລ້ວ. ນັ້ນກໍແມ່ນສີໄມ້ລາຍມືຂອງ ອິນຈີເນຍ ມືໃໝ່ຂອງ.....ນັ້ນແລ້ວ.

__________________
Anonymous

Date:

Anonymous wrote:

ຄວາມຝັນ ຈະກາຍເປັນຄວາມຈິງ...

ບາດແລ້ວໆ ຂ້ຽຢາກຂຶ້ນຊັ້ນສຸດຍອດ ແລ້ວຫຼຽວໄປ

ທາງ ພູເຂົາຄວາຍ...ຄືຊິງາມຂະໜາດ smile

B%204.jpg

 ບໍ່ມັກທາງເຂົ້າຊັ້ນລຸ່ມຂອງຕໍິກມັນເເມ່ນບໍ່ເຂົ້າກັນກັບລັກສະນະໝົດທັງມວນຂອງຕໍິກ. thumbsdown.gif

It's such an unattractive architectural feature for the east meets west style. thumbsdown.gif

__________________
Anonymous

Date:

For me it looks a bit more like a Casino than a bank. Doesn't go very well with the more naturally looking surrounding area.

__________________
Anonymous

Date:

    thumbsup.gif    Excellent design  number1.gif

It'll be the most modern and beautiful building in Laos.

__________________
Anonymous

Date:

           ບໍ່ແມ່ນຂ້ອຍບໍ່ຢາກສົ່ງເສີມໃຫ້ນຳໃຊ້ນັກອອກແບບລາວ ຂ້ອຍເຫັນດີໃຫ້ນຳໃຊ້ນັກອອກແບບລາວ ທີ່ຈົບດ້ານສະຖາປັດແທ້ໆ ມາອອກແບບ , ແຕ່ໃນຄວາມເປັນຈີງມັນບໍ່ແມ່ນນັກອອກແບບມັນແມ່ນນັກກອບແຕ່ຮູບນອກ

        ສຸດທ້າຍວາງຜັງທາງໃນກະຍັງບໍ່ເປັນ. ທີ່ສຳຄັນການຮຽນຮູ້ການເລີ່ມຕົ້ນເຮັດເອງເປັນສີ່ງທີ່ດີ ດ້ວຍຄວາມເຄົາລົບແລະໃຫ້ກຽດຜູ້ອື່ນ. ຕືກອາຄານໄຟຟ້າທີ່ສຳເລັດແລ້ວກໍ່ເປັນບັນຫາທີ່ຕ້ອງໄດ້ນຳໄປແກ້ໄຂຫຼາຍເທື່ອ ເຂົາປ້ອຍນຳກົ້ນ ແຕ່

       ເນື່ອງຈາກວ່າເຈົ້າຂອງໂຄງການເປັນພວກດຽວກັນ ເລື່ອງເລີຍງຽບ. ມາຊຸດນີ້ກໍ່ຄົງບໍ່ຕ່າງ ຖ້າເຈົ້າບໍ່ເຊື່ອຂ້ອຍເອົາໄວ້ສ້າງແລ້ວໆ ພໍມີຫຍັງເກີດຂື້ນກັບອາຄານຫຼັງນີ້ຂ້ອຍຊິມາບອກເຈົ້າວ່າຍ້ອນຫຍັງ ເພາະຊິໃຫ້ມືສະມັກເຫຼັ້ນທີ່ຮູ້ແຕ່ເຮັດຮູບນອກງາມ

       ໄປອອກແບບອາຄານສູງເປັນສີ່ງທີ່ບໍ່ສົມຄວນຢ່າງຍີ່ງ........ຈື່ຄຳເວົ້າຂ້ອຍໄວ້ເດີ້ ກໍລະນີມີຫຍັງເກີດຂື້ນ.

 ຢ້ານເປັນຄືຕຶກຢູ່ປະເທດ ບັງກາລາເທດ ນັ້ນເດໜໍ ຫຍຸບລົງມາຫລັງຈາກສຳເລັດກໍ່ສ້າງບໍ່ຮອດ 5 ປີ, ນັ້ນກໍ

ແມ່ນນັກສະຖາປານີກມືໃໝ່ຂອງຄົນ ບັງກາລາເທດ ເປັນຜູ້ອອກແບບແລະຄິດໄລ່ວັດຖຸຂອງການກໍ່ສ້າງຕຶກ

ທີ່ພັງລົງມານັ້ນເອງ. ຄຸນນະພາບເປັນສິ່ງສຳຄັນ, ນັກສະຖາປານິກມືໃໝ່ຂອງລາວຄົນນີ້ເຄີຍອອກແບບແລະ

ສ້າງມາຈັກຕຶກແລ້ວ? ແລະແຕ່ລະຕຶກມີຈັກຊັ້ນ? ຜູ້ອອກແບບຈະຕ້ອງຄິດໄລ່ວັດຖຸແລະອຸບປະກອນການກໍ່

ສ້າງທຸກຢ່າງ ບໍ່ແມ່ນມີແຕ່ອອກແບບເທົ່ານັ້ນ.   ເຫັນໂຕຢ່າງທີ່ຜູ້ອອກແບບຫລື ອິນຈີເນຍ ສ້າງທາງກ່ອນ

ກ່ອນງານ SEA Games ຢູ່ວຽງທີ່ຜ່ານມາແລ້ວບໍ່? ເກືອບງານກິລາ ຊີເກມ ບໍ່ທັນຈົບ ຖະໜົນແຕກແລະຂຸ

ພັງໄປບໍ່ພໍເທົ່າໃດຫລັງຈາກສ້າງຖະໜົນແລ້ວ. ນັ້ນກໍແມ່ນສີໄມ້ລາຍມືຂອງ ອິນຈີເນຍ ມືໃໝ່ຂອງ.....ນັ້ນແລ້ວ.

 ຂ້າພະເຈົ້າກໍ່ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບບັນດາໂຄງການທີ່ພວກທ່ານກ່າວກັນຢູ່ໃນນີ້ດອກ, ພຽງແຕ່ວ່າເຫັນຄຳ

ເຫັນຂອງບັນດາທ່ານທີ່ກ່າວຢູ່ໃນນີ້ມີບາງອັນກໍ່ຄືວ່າບໍ່ເໝາະສົມປານໃດ. ຢູ່ໃນທີມງານອອກແບບທີມໜື່ງມັນກໍ່ປະກອບ

ດ້ວຍວິສະວະກອນ ແລະ ວິຊາການສະເພາະດ້ານຫລາຍຄົນ, ສະຖາປານິກກໍ່ເວົ້າແຕ່ເລື່ອງສິນລະປະ ຮູບຮ່າງ ແລະ ການຕົບແຕ່ງ

ສ່ວນດ້ານໂຄງສ້າງກໍ່ເຮັດໜ້າທີ່ຄິດໄລ່ ວິເຄາະໂຄງສ້າງ, ແລະ ດ້ານອື່ນໆ ກໍ່ໄປຕາມວິຊາສະເພາະໃຜມັນ ບໍ່ແມ່ນເຂົາຊິເຮັດ

ສຸມສີ່ສຸມຫ້າໄປ, ຖ້າເຂົາບໍ່ມີຄວາມຮູ້ ຄວາມສາມາດ ເຂົາກໍ່ບໍ່ກ້າຮັບວຽກດອກ. ສຳລັບທາງຊີເກມ (ສາມແຍກດອນໜູນ ຫາ

ສະໜາມກິລາ) ທີ່ທ່ານເວົ້າມານັ້ນ ແມ່ນເກົາຫຼີເປັນຜູ້ອອກແບບ ເກົາຫຼີເປັນຜູ້ກວດກາຄຸນນະພາບ ເກົາຫຼີເປັນຜູ້ຮັບເໝົາ

ແຕ່ຫີ້ວກະເປົ໋າຂີ່ຍົນມາຈ້າງຜູ້ຮັບເໝົາຕໍ່ (Sub Contract) ຢູ່ລາວ ແຕ່ຜູ້ຮັບເໝົາລາວນັ້ນພັດເປັນຜູ້ບໍ່ມີຄວາມພ້ອມ ແຕ່

ມີຂໍ້ດີຢູ່ຍ່ອນໜື່ງຄື ເປັນເຄືອຍາດຂອງຫົວໜ້າໂຄງການ ເລີຍວ່າໃຜກໍ່ບັງຄັບບໍ່ໄດ້, ສຸດທ້າຍບາດມີບັນຫາແລ້ວກໍ່ບໍ່ມີໃຜເວົ້າ

ເຖີງຜູ້ຮັບເໝົາຕໍ່ດັ່ງກ່າວ ເລີຍໄປລົງໃສ່ເກົາຫຼີຫວັງຈະໃຫ້ເຂົາຮັບຜິດຊອບກໍ່ສ້າງຄືນໃໝ່ ແຕ່ເຂົາກໍ່ບໍ່ໂງ່ ຕີກັບວ່າເຂົາຖືກຝ່າຍ

ລາວບັງຄັບດ້ານເວລາເລັ່ງລັດຕັດຕອນໃຫ້ທັນງານຊີເກມ ເຂົາບໍ່ສາມາດເຮັດວຍກໄປຕາມຂັ້ນຕອນດ້ານເຕັກນິກຜົນຈື່ງອອກ

ມາຄືແນວນີ້, ສຸດທ້າຍລັດຖະບານກໍ່ໃຫ້ຈີນລົງທືນກ່ອນເຮັດວຍກສ້ອມແປງ. ສະນັ້ນທ່ານບໍ່ຄວນມາລົງໃສ່ວິສະວະກອນລາວ

ມັນເປັນການຫຍໍ້ຫຍັນຊາດຕົນເອງ ເພາະວິສະວະກອນລາວບໍ່ໄດ້ເຮັດວຽກນີ້ ມີແຕ່ຫົວໜ້າໂຄງການຫັ້ນລະທີ່ເຂົ້າໄປຮັບຜິດຊອບ

ແຕ່ເມື່ອມີບັນຫາຄືແນວນີຂັ້ນເທີງເພີ່ນກໍ່ບໍ່ໄດ້ປະຕິບັດວິໄນແນວໃດຕໍ່ຜູ້ກ່ຽວ ກໍຍັງເຫັນຂີ່ລົດປ້າຍຟ້າ ປືດໄປ ປືດມາຢູ່

__________________
Anonymous

Date:

ພວກຂ້ອຍບໍ່ໄດ້ເວົ້າໃຫ້ວິສະວະກອນລາວທັງໝົດຢູ່ໃນປະເທດລາວ

ເວົ້າສະເພາະໃນທີມຂອງບໍລິສັດນີ້ນິແຫລະ ເພາະພວກຂ້ອຍຮູ້ຈັກຜົນງານແລະກຸ່ມພວກນີ້ດີເຖີງໄດ້ມີຂໍ້ມູນເວົ້າບໍ່ໄດ້ຫາເລື່ອງ ກະຍ້ອນມີທີມນັ້ນທີມນີ້ຫັນຕົວະ ເຖີງເນົ່າຄັບທີບ. ຊັ້ນພວກຂ້ອຍຊິທ້າໃຫ້ໄປຖາມພະນັກງານ

ບໍລິສັດໄຟຟ້າລາວທີ່ເຂົາເຈົ້າເອົາມາອວດອ້າງເປັນຜົນງານແລະຄົນສ່ວນໃຫຍ່ທີ່ບໍ່ຮູ້ເຫັນແຕ່ທາງໜ້າວ່າແມ່ນຕືກສູງ

ກໍ່ພາກັນຄິດວ່າຄັກ.ຫຼືເຈົ້າຈະໄປເບີ່ງກ້ອນສີ່ຫຼ່ຽມສອງກ້ອນທີ່ຕັນນໍ້າພຸກໍ່ໄດ້ ອັນນັ້ນກໍ່ແມ່ນຜົນງານຂອງເຂົາເຈົ້າ

ທີ່ອອກແບບເຮັດໃຫ້ເສຍຄຸນຄ່າທາງປະຫວັດສາດ  ຖ້າບໍ່ມີຄົນປະທ້ວງນໍ້າພຸຖືກທຸບຖີ້ມແຕ່ດົນ ເຮັດລົດຕິດຂື້ນອີກຫຼາຍເທົ້າໂຕ

ຖ້າມີຄວາມຮູ້ອີ່ຫຼີແດ່ຈັກໜ໊ອຍຄົງຈະບໍ່ເຮັດແນວນີ້ ຫຼືຈະໄປເບີ່ງອາຊຽນມໍກະໄດ້ .

ອາຄານສູງມັນບໍ່ຄືອາຄານທົ່ວໄປ ຈະໄດ້ໃຫ້ຄົນຝີມືສະມັກເຫຼັ້ນ ທີ່ອ້າງແຕ່ວ່າຈົບສະຖາປັດ ວ່າແມ່ນທີມງານໂຄງສ້າງກໍ່ແມ່ນຄົນທີ່

ບໍ່ໄດ້ຈົບດ້ານໂຄງສ້າງແທ້ໆ ແຕ່ແມ່ນພວກໃຊ້ໂປຼແກມເປັນ ທີ່ມັນກຳລັງລະບາດໃນລາວດຽວນີ້. ພວກຂ້ອຍຮູ້ຈັກທີມງານພວກນີ້ດີ

ເຖີງກ້າເວົ້າກ້າບອກໃຫ້ເຈົ້າໄປເບີ່ງຜົນງານ ທີ່ເວົ້າມາທັງໝົດ ເພາະເປັນຫ່ວງ ບໍ່ຢາກໃຫ້ຄົນຕາຍຍ້ອນ

ແຕ່ແນວໃດກະດີ ຖ້າເບີ່ງຕໍ່ໄປ ຂ້ອຍໝັ້ນໃຈເລີຍວ່າເຂົາເຈົ້າຈະໄດ້ຢູ່ກັບຄວາມລະແວງວ່າຕືກໂຕນີ້ຈະປອດໄພຕະຫຼອດຊີວິດທີ່ເຂົາເຈົ້າຢູ່ບໍ່

ເພາະມັນຕ້ອງໃຊ້ເວລາ ໃນກໍລະນີຈະເຫັນຜົນກະດີ. ເຊີນຕາມສະດາຍ ເພາະຕາຍກໍ່ບໍ່ແມ່ນຂ້ອຍຕາຍ .

__________________
Anonymous

Date:

ເອົາສະເພາະຜົນງານຂອງທີມນີ້ນິມາເວົ້າກັນບໍ່ຕ້ອງອອກນອກປະເດັນ

ເອີ່ຍຊື່ມາໂລດວ່າວິສະວະກອນອອກແບບແມ່ນໃຜ,ຫຼືທີມໂຄງສ້າງແມ່ນໃຜ

 ແຕ່ລະຄົນຈົບດ້ານໃດມາກັນແທ້ໆໆ.

ຂ້ອຍຮູ້ວ່າເຈົ້າແມ່ນຫນື່ງໃນທີມເຂົາເຈົ້າ ແຕ່ຄົນເຮົາຕົວະໃຜກະຕົວະໄດ້ຢ່າໄປຕົວະໂຕເອງ ບໍ່ແມ່ນວ່າຄົນ

ລາວເຂົາຊິໂງ່ກັນໝົດທົ່ວປະເທດ ບໍ່ຮູ້ວ່າອີ່ຫຍັງເປັນຫຍັງ.

ທີ່ເວົ້າບໍ່ແມ່ນຢາກໂຈມຕີ ແຕ່ບໍ່ມັກທີ່ໃຊ້ເສັ້ນສາຍໄດ້ວຽກມາແລ້ວ ໄປອວດອ້າງຂີ້ໂມ້ທັບຖົມຄົນອື່ນ

ວ່າໂຕເອງໄດ້ມາຍ້ອນຄວາມເກັ່ງ ໝົດປະເທດລາວມີແຕ່ໂຕເອງເກັ່ງຜູ່ດຽວ ທັງໆທີ່ວຽກແຕ່ລະວຽກທີ່ໄດ້ມາ

ກໍ່ແມ່ນຍ້ອນເລຍຕີນເຂົາມາ.

ອັນທີ່ຕືກໄຟຟ້າທີ່ຕັ້ງຢູ່ໄດ້ກໍ່ບໍ່ແມ່ນຍ້ອນຄວາມເກັ່ງແຕ່ແມ່ນຍ້ອນໃຊ້ມວຍວັດ ຍັດເຫຼັກໃສ່ຈົນບໍ່ມີຮອດບ່ອນຊິຍ່າງ

ເສົາເຂັມກະຕອກຈົນບໍ່ມີບ່ອນຊິຕອກມັນເຖີງຕັ້ງຢູ່ໄດ້ ເຂົາບໍ່ຮ້ອງວ່າມີທີມໂຄງສ້າງທີ່ເກັ່ງ ອັນນັ້ນເຂົາຮ້ອງວ່າ ມວຍວັດ.

ຂ້ອຍທ້າອີກ ໄປເອົາຜັງມາເບີ່ງໂລດວ່າແມ່ນຄວາມຂ້ອຍບໍ່.........ປາກມີຫູປະຕູມີຊ່ອງ ບໍ່ແມ່ນວ່າເຮັດຫຍັງລະຈະບໍ່ມີໃຜຮູ້

ຫຼືຈະໃຫ້ຂ້ອຍຂຽນຜົນງານພວກເຈົ້າຫຼາຍກ່ອນນີ້ບໍ່?

__________________
Anonymous

Date:

Anonymous wrote:

           ບໍ່ແມ່ນຂ້ອຍບໍ່ຢາກສົ່ງເສີມໃຫ້ນຳໃຊ້ນັກອອກແບບລາວ ຂ້ອຍເຫັນດີໃຫ້ນຳໃຊ້ນັກອອກແບບລາວ ທີ່ຈົບດ້ານສະຖາປັດແທ້ໆ ມາອອກແບບ , ແຕ່ໃນຄວາມເປັນຈີງມັນບໍ່ແມ່ນນັກອອກແບບມັນແມ່ນນັກກອບແຕ່ຮູບນອກ

        ສຸດທ້າຍວາງຜັງທາງໃນກະຍັງບໍ່ເປັນ. ທີ່ສຳຄັນການຮຽນຮູ້ການເລີ່ມຕົ້ນເຮັດເອງເປັນສີ່ງທີ່ດີ ດ້ວຍຄວາມເຄົາລົບແລະໃຫ້ກຽດຜູ້ອື່ນ. ຕືກອາຄານໄຟຟ້າທີ່ສຳເລັດແລ້ວກໍ່ເປັນບັນຫາທີ່ຕ້ອງໄດ້ນຳໄປແກ້ໄຂຫຼາຍເທື່ອ ເຂົາປ້ອຍນຳກົ້ນ ແຕ່

       ເນື່ອງຈາກວ່າເຈົ້າຂອງໂຄງການເປັນພວກດຽວກັນ ເລື່ອງເລີຍງຽບ. ມາຊຸດນີ້ກໍ່ຄົງບໍ່ຕ່າງ ຖ້າເຈົ້າບໍ່ເຊື່ອຂ້ອຍເອົາໄວ້ສ້າງແລ້ວໆ ພໍມີຫຍັງເກີດຂື້ນກັບອາຄານຫຼັງນີ້ຂ້ອຍຊິມາບອກເຈົ້າວ່າຍ້ອນຫຍັງ ເພາະຊິໃຫ້ມືສະມັກເຫຼັ້ນທີ່ຮູ້ແຕ່ເຮັດຮູບນອກງາມ

       ໄປອອກແບບອາຄານສູງເປັນສີ່ງທີ່ບໍ່ສົມຄວນຢ່າງຍີ່ງ........ຈື່ຄຳເວົ້າຂ້ອຍໄວ້ເດີ້ ກໍລະນີມີຫຍັງເກີດຂື້ນ.

 ຢ້ານເປັນຄືຕຶກຢູ່ປະເທດ ບັງກາລາເທດ ນັ້ນເດໜໍ ຫຍຸບລົງມາຫລັງຈາກສຳເລັດກໍ່ສ້າງບໍ່ຮອດ 5 ປີ, ນັ້ນກໍ

ແມ່ນນັກສະຖາປານີກມືໃໝ່ຂອງຄົນ ບັງກາລາເທດ ເປັນຜູ້ອອກແບບແລະຄິດໄລ່ວັດຖຸຂອງການກໍ່ສ້າງຕຶກ

ທີ່ພັງລົງມານັ້ນເອງ. ຄຸນນະພາບເປັນສິ່ງສຳຄັນ, ນັກສະຖາປານິກມືໃໝ່ຂອງລາວຄົນນີ້ເຄີຍອອກແບບແລະ

ສ້າງມາຈັກຕຶກແລ້ວ? ແລະແຕ່ລະຕຶກມີຈັກຊັ້ນ? ຜູ້ອອກແບບຈະຕ້ອງຄິດໄລ່ວັດຖຸແລະອຸບປະກອນການກໍ່

ສ້າງທຸກຢ່າງ ບໍ່ແມ່ນມີແຕ່ອອກແບບເທົ່ານັ້ນ.   ເຫັນໂຕຢ່າງທີ່ຜູ້ອອກແບບຫລື ອິນຈີເນຍ ສ້າງທາງກ່ອນ

ກ່ອນງານ SEA Games ຢູ່ວຽງທີ່ຜ່ານມາແລ້ວບໍ່? ເກືອບງານກິລາ ຊີເກມ ບໍ່ທັນຈົບ ຖະໜົນແຕກແລະຂຸ

ພັງໄປບໍ່ພໍເທົ່າໃດຫລັງຈາກສ້າງຖະໜົນແລ້ວ. ນັ້ນກໍແມ່ນສີໄມ້ລາຍມືຂອງ ອິນຈີເນຍ ມືໃໝ່ຂອງ.....ນັ້ນແລ້ວ.

 ຂ້າພະເຈົ້າກໍ່ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບບັນດາໂຄງການທີ່ພວກທ່ານກ່າວກັນຢູ່ໃນນີ້ດອກ, ພຽງແຕ່ວ່າເຫັນຄຳ

ເຫັນຂອງບັນດາທ່ານທີ່ກ່າວຢູ່ໃນນີ້ມີບາງອັນກໍ່ຄືວ່າບໍ່ເໝາະສົມປານໃດ. ຢູ່ໃນທີມງານອອກແບບທີມໜື່ງມັນກໍ່ປະກອບ

ດ້ວຍວິສະວະກອນ ແລະ ວິຊາການສະເພາະດ້ານຫລາຍຄົນ, ສະຖາປານິກກໍ່ເວົ້າແຕ່ເລື່ອງສິນລະປະ ຮູບຮ່າງ ແລະ ການຕົບແຕ່ງ

ສ່ວນດ້ານໂຄງສ້າງກໍ່ເຮັດໜ້າທີ່ຄິດໄລ່ ວິເຄາະໂຄງສ້າງ, ແລະ ດ້ານອື່ນໆ ກໍ່ໄປຕາມວິຊາສະເພາະໃຜມັນ ບໍ່ແມ່ນເຂົາຊິເຮັດ

ສຸມສີ່ສຸມຫ້າໄປ, ຖ້າເຂົາບໍ່ມີຄວາມຮູ້ ຄວາມສາມາດ ເຂົາກໍ່ບໍ່ກ້າຮັບວຽກດອກ. ສຳລັບທາງຊີເກມ (ສາມແຍກດອນໜູນ ຫາ

ສະໜາມກິລາ) ທີ່ທ່ານເວົ້າມານັ້ນ ແມ່ນເກົາຫຼີເປັນຜູ້ອອກແບບ ເກົາຫຼີເປັນຜູ້ກວດກາຄຸນນະພາບ ເກົາຫຼີເປັນຜູ້ຮັບເໝົາ

ແຕ່ຫີ້ວກະເປົ໋າຂີ່ຍົນມາຈ້າງຜູ້ຮັບເໝົາຕໍ່ (Sub Contract) ຢູ່ລາວ ແຕ່ຜູ້ຮັບເໝົາລາວນັ້ນພັດເປັນຜູ້ບໍ່ມີຄວາມພ້ອມ ແຕ່

ມີຂໍ້ດີຢູ່ຍ່ອນໜື່ງຄື ເປັນເຄືອຍາດຂອງຫົວໜ້າໂຄງການ ເລີຍວ່າໃຜກໍ່ບັງຄັບບໍ່ໄດ້, ສຸດທ້າຍບາດມີບັນຫາແລ້ວກໍ່ບໍ່ມີໃຜເວົ້າ

ເຖີງຜູ້ຮັບເໝົາຕໍ່ດັ່ງກ່າວ ເລີຍໄປລົງໃສ່ເກົາຫຼີຫວັງຈະໃຫ້ເຂົາຮັບຜິດຊອບກໍ່ສ້າງຄືນໃໝ່ ແຕ່ເຂົາກໍ່ບໍ່ໂງ່ ຕີກັບວ່າເຂົາຖືກຝ່າຍ

ລາວບັງຄັບດ້ານເວລາເລັ່ງລັດຕັດຕອນໃຫ້ທັນງານຊີເກມ ເຂົາບໍ່ສາມາດເຮັດວຍກໄປຕາມຂັ້ນຕອນດ້ານເຕັກນິກຜົນຈື່ງອອກ

ມາຄືແນວນີ້, ສຸດທ້າຍລັດຖະບານກໍ່ໃຫ້ຈີນລົງທືນກ່ອນເຮັດວຍກສ້ອມແປງ. ສະນັ້ນທ່ານບໍ່ຄວນມາລົງໃສ່ວິສະວະກອນລາວ

ມັນເປັນການຫຍໍ້ຫຍັນຊາດຕົນເອງ ເພາະວິສະວະກອນລາວບໍ່ໄດ້ເຮັດວຽກນີ້ ມີແຕ່ຫົວໜ້າໂຄງການຫັ້ນລະທີ່ເຂົ້າໄປຮັບຜິດຊອບ

ແຕ່ເມື່ອມີບັນຫາຄືແນວນີຂັ້ນເທີງເພີ່ນກໍ່ບໍ່ໄດ້ປະຕິບັດວິໄນແນວໃດຕໍ່ຜູ້ກ່ຽວ ກໍຍັງເຫັນຂີ່ລົດປ້າຍຟ້າ ປືດໄປ ປືດມາຢູ່

ກໍຢ້ານມີເຫດການເກີດຂຶ້ນແບບດຽວກັບການສ້າງຖະໜົນຂີເກມນັ້ນລະ ເພາະໄດ້ຍິນຂ່າວວ່າບໍ່ມີການປະມູນສຳຫລັບ

ບໍລີສັດກໍ່ສ້າງທີ່ຈະມາສ້າງຕຶກນີ້. ຫວັງວ່າຕຶກຫລັງນີ້ຄົງຈະໄດ້ມາດຕະຖານໃນການກໍ່ສ້າງສູງ   ເພາະບໍ່ຢາກເຫັນເຫດ

ການຫລືບັນຫາຕາມມາທີຫລັງແລ້ວຈະໄປນຳເອົາຄວາມຜິດກັບໃຜ? ເພາະເຫັນໂຕຢ່າງໂທ່ນໂທ້ຢູ່ແລ້ວ ຈັບຜິດກັນບໍ່

ໄດ້ຍ້ອນເສັ້ນໃຫຍ່ສາຍຫລວງ ຄືດັ່ງທ່ານກ່າວມານັ້ນແລ້ວວ່າຍັງເຫັນຂີ່ລົດປີດໄປ ປີດມາຢູ່, ອັນນັ້ນແມ່ນຖະໜົນຫົນ

ທາງຂຸພັງແຕ່ຖະໜົນຊື່ໆ ບໍ່ມີການລົ້ມການຕາຍເກີດຂຶ້ນ, ອັນນີ້ເປັນຕຶກຊາວກ່ວາຊັ້ນແລ້ວແຕ່ລະມື້ມີຄົນຢູ່ໃນຕຶກນັ້ນ

ຈັກຄົນ?    ນິໄສບໍລິສັດກໍ່ສ້າງຄົນລາວໃຜໆກໍຮູ້ແກ່ໃຈຢູ່ແລ້ວ, ໃຫ້ປູຢ່າງຖະໜົນ 3 ຊັ້ນ ແລະຊັ້ນນຶ່ງໜາ20ເຊັນ ແຕ່

ບໍລິສັດສ້າງກໍທາງປູ 3 ຊັ້ນ ແຕ່ວ່າແຕ່ລະຊັ້ນໜາພຽງ10ເຊັນເທົ່ານັ້ນ ເພາະຫັນເອົາເງິນພິເສດເຂົ້າຖົງເຄິ່ງນຶ່ງ. ຍ້ອນ

ແນວນັ້ນແລ້ວຖະໜົນຈຶ່ງຂຸພັງລົງເພາະບໍ່ໄດ້ມາດຕະຖານຕາມທີ່ Engineer ເຂົາກຳໜົດໄວ້.

__________________
Anonymous

Date:

ຫຼືເຈົ້າຊິເອົາໂຄງການທີ່ໃຫ້ເຂົາເຈົ້າໄປແກ້ໄຂແລ້ວໃຊ້ສູດມວຍວັດເພື່ອ

ຕົວະເອົາເງີນເຈົ້າຂອງບ້ານຕື່ມເປັນແສນສອງແສນໂດລາບໍ່? biggrinbiggrinbiggrinbiggrinbiggrin

ຜູ້ໃດທີ່ເຄີຍຈ້າງບໍລິສັດນີ້ຂ້ອຍຊິບອກເປັນຂໍ້ຄິດວ່າສູດມວຍວັດທີ່ໃຊ້ຫາກີນ

ມາຫຼາຍໂຄງການຫນື່ງໃນວິທີນັ້ນແມ່ນຫຍັງ: ຖ້າຄານຫຼືເສົາແຫງຂື້ນມາ ພວກເພີ່ນກໍ່ຈະບອກວ່າບໍ່ໄດ້

ມີບັນຫາໜັກຕ້ອງໄດ້ເຮັດນັ້ນເຮັດນີ້ ຕ້ອງແກ້ດ້ວຍວິທີເພີ່ນຄືການຍັດເຫຼັກເຂົ້າກາງເສົາທີ່ຫຼໍ່ໄປແລ້ວກາງຄັນ

ຖ້າຜູ້ໃດຮູ້ເລື່ອງນີ້ແດ່ ຄືຊິີຮູ້ວ່າມັນສົມຄວນຫຼຶບໍ່ ເດັກນ້ອຍມື້ວານຊືນເຂົາຍັງຮູ້ ແລ້ວຮຽກເງີນແສນສອງແສນດອນ.

ຫັ້ນແຫລະຄືທີມງານທີ່ເກັ່ງທີ່ຈະໄປອອກແບບອາຄານ25ຊັ້ນ. ຜູ້ໃດທີ່ເຄີຍຈ້າງບໍລິສັດນີ້ອອກແບບ

ນີ້ພວກເຈົ້າເອີ້ຍ............ຂ້ອຍລະຫວາດສຽວແທນພວກເຈົ້າ.

ຖ້າເວົ້າເຖີງທີມສະຖາປັດ: ໄປເບີ່ງເອຊຽນມໍໄດ້ ມືດຕືບ ໃຜເຄີຍໄປໜ້າຈະຮູ້ດີ ມັນເຮັດໃຫ້ຄົນບໍ່ຢາກເຂົ້າໄປຍ່າງ

ອັນນັ້ນກໍ່ແມ່ນຜົນງານຂອງທີມສະຖາປັດທີ່ຈະໄປອອກແບບອາຄານ25ຊັ້ນ.

ຖ້າຄົນທີ່ຮຽນສະຖາປັດມາແທ້ໆ ຈະບໍ່ມີທາງໄປອອກແບບເຮັດໃຫ້ຄຸນຄ່າທາງປະຫວັດສາດຂອງວັດຖຸບູຮານເຊື່ອມຄ່າ

ລົງເດັດຂາດ ແຕ່ທີມພວກນີ້ພັດເຮັດໄປແບບບໍ່ມີຈັນຍາບັນ ຍັງເອົາມາຂີ້ໂມ້ວ່າເກັ່ງ ,ຕ່າງປະເທດເຂົາຂຽນ

ວິຈານໜັກເລື່ອງນໍ້າພຸ ໄປຊອກອ່ານໄດ້.........

ຢ່າໄປເຊື່ອໃນສີ່ງທີ່ເຂົາເຈົ້າເປັນ ແຕ່ໃຫ້ເປີດຕາເປີດໃຈເບີ່ງຜົນງານຂອງເຂົາເຈົ້າ ວ່າດີແຕ່ຮູບຫຼືດີແຕ່ຄຳເວົ້າແທ້ບໍ່

ຮູບທີ່ໃຊ້ຄອມເຮັດແນວໃດກະງາມ ແຕ່ໂຕຈີງພຸ້ນມັນດີແທ້ບໍ່.

ຜູ້ໃຫຍ່ທີ່ບໍ່ມີວິໃສທັດ ຄວາມຮູ້ເທົ່າຫາງອື່ງ ບໍ່ສາມາດຕີລາຄາແລະສັ່ງສາແລະເຫັນບັນຫາໄດ້ຢ່າງແທ້ຈີງ ສຸດທ້າຍແລ້ວ

ແຕ່ກັມແຕ່ເວນ.

__________________
Anonymous

Date:

ທີ່ຈີງປະເດັນຫຼັກໆທີ່ພວກຂ້ອຍຢາກເວົ້າແມ່ນ:ເປັນຫຍັງລູກເຂີຍນາຍພົນດວງໃຈຄືໄດ້ໂຄງການ

ແບບບໍ່ປະມູນແລະມູນຄ່າການກໍ່ສ້າງມັນສູງເກີນຈີງພີລືກ ເພາະສຸດທ້າຍກໍ່ຈະແມ່ນໄປຢືມເງີນ

ມາໃຊ້ໜີ້ແລ້ວໃຫ້ປະຊາຊົນເປັນຜູ້ເປັນໜີ້ແທນພຸ້ນ...

ສ່ວນແບບມັນບໍ່ງາມບໍ່ສົມລາຄາ ແບບບໍ່ລົງໂຕ ຫຼື ມັນຊິຫັກລົງມາທັບຄໍຄົນຕາຍກະສຸດແລ້ວແຕ່ເວນແຕ່ກັມຂອງໃຜລາວ

ເພາະທະນາຄານການຄ້າຍອມຮັບໃນຄວາມບໍ່ງາມຂອງແບບນີ້ເອງ ບໍ່ໄດ້ແມ່ນປະເດັນສຳຄັນຫຍັງ ເວລາສ້າງແລ້ວກໍ່ເປັນຂີ້ປາກ

ໃຫ້ຄົນເວົ້າຂວັນຊື່ໆ ຫຼືຖ້າເກີດຫຍັງຂື້ນ ຜູ້ອອກແບບກໍ່ເຂົ້າຄຸກກໍ່ເທົ່ານັ້ນເອງ ບໍ່ກ່ຽວກັບພວກຂ້ອຍ.

__________________
Anonymous

Date:

ກໍ່ໜ້າເປັນຫ່ວງແທ້ໄດຖ້າໃຫ້ທິມວິສະວະກອນລາວອອກແບບ ແລະກວດກາເອງ ຢ້ານມັນຊີ່ພັງລົງມາແທ້ໃດເພາະຂາດປະສົບການ ຂາດຄວາມໂປ່ງໃສ ແລະສຸດທ້່າຍກໍ່ຈະເຮັດໃຫ້ບໍ່ໄດ້ມາດຕະຖານສາກົນ ເບິ່ງປະເທດຈີນ ຫວຽດນາມ ໄທ ກໍ່ຍັງຈ້າງວິສະວະກອນຈາກຢູຣົບມາອອກແບບ ສ່ວນບໍລິສັດ ສີເມືອງກຣຸບ ມັນຊິ່ມີວິສະວະກອນມາແຕ່ໃສ ຄັນປະສົບການຄ້າລົດເຖື່ອນ ໄມ້ເຖື່ອນ ຢາເສບຕິດ ແມ່ນຍອມຮັບໃນປະສົບການເພິ່ນແທ້

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard