Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແລກປ່ຽນກ່ຽວກັບການພາດຫົວຂ່າວຂອງນັກຂ່າວລາວ
Anonymous

Date:
ແລກປ່ຽນກ່ຽວກັບການພາດຫົວຂ່າວຂອງນັກຂ່າວລາວ


ແຮ່ໆ ຢາກແລກປ່ຽນຫນ້ອຍຫນຶ່ງເລື່ອງການພາດຫົວຂ່າວໃນຫນັງສືພີມ ຫລື ໂທລະພາບຂອງນັກຂ່າວລາວ. ຮູ້ສຶກວ່າ ຫົວຂໍ້ຂ່າວສ່ວນໃຫຍ່ຈະຂຶ້ນຕົ້ນດ້ວຍ "ກອງປະຊຸຸມນັ້ນ- ກອງປະຊຸມນີ້ " ຫລື " ຂ່າວການຢ້ຽມຢາມນັ້ນ ຢ້ຽມຢາມນີ້ ຂອງຜູ້ນຳພັກລັດ"ບໍ່ວ່າຈະເປັນກ່ຽວກັບເລື່ອງໃດກະຢ່າ. ຄ້າຍກັບຂ່າວໃນພະລາຊສຳນັກຂອງໄທເລີຍ

ສ່ວນຢູ່ຕ່າງປະເທດເຂົາຈະພາດຫົວຂໍຂ່າວທີ່ເປັນໃຈກາງຂອງປະເດັນ ເຮັດໃຫ້ຂ່າວຫນ້າສົນໃຈຢາກອ່ານ

 

ທ່ານຄິດວ່າແນວໃດ?



__________________
Anonymous

Date:
RE: ແລກປ່ຽນກ່ຽວກັບການພາດຫົວຂ່າວຂອງນັກຂ່າວລາວ


ເຫັນດີນຳທ່ານ,ຫນ້າແລກຂອງຫນັງສືພິມຄວນເປັນປະເດັນຮ້ອນ,ໃຫມ່,ສົດ ແລະ ຫນ້າສົນໃຈ ຜ່ານມາງັນໆລະ ບຸນບ້ານເຮົາເອງ 



__________________
Anonymous

Date:

ເຈົ້າເວົ້າກະຖືກ ແຕ່ວ່ານັກຂ່າວເຂົາກະຕັ້ງຫົວຂໍ້ຂ່າວຕາມທີ່ເຂົາໄດ້ຮຽນມາ ອີກອັນໜື່ງແມ່ນບໍ່ມີການຍາດແຍ່ງຊື້ຂ່າວ ຂາຍຂ່າວຄືກັບປະເທດອື່ນ ປະຈຸບັນນັກຂ່າວທີ່ໄປເອົາຂ່າວແມ່ນບໍໄດ້ຊອກຫາແຫຼ່ງເອງແຕ່ມີການພົວພັນຂອງບ່ອນທີ່ຢາກໃຫ້ໄປເອົາຂ່າວ ຈາກນັ້ນ ກໍ່ໄດ້ຊອງຂາວແລ້ວກະກັບ ມື້ໜື່ງໄດ້ຈັກ 3-4 ບ່ອນກະພໍຢູ່ໄດ້ແລ້ວ ຈຳເປັນຫຍັງຊີດີ້ນໂລນ 



__________________
Anonymous

Date:

ຢາກໃຫ້ນັກຂ່າວລາວພາດຫົວຂ່າວແບບນີ້:

 

1. ເກີດເຫດຂ້າກັນຕາຍ.................ດັບອານາດ

2. ສາວໃຫຍ່ຖືກໄວລຸ້ນລຸມຂົ້ມຂືນ

3. ນັກຂ່າວດຶກເກີບໃສ່ ຈອຊ ດັບເບີລຢູ ບຸຊ

4. ຫນຸ່ມໂລກຈິດ ລັກສະຫລິບຜູ້ຊາຍໄປດົມ

5. ແກ້ງຢາບ້າປະທະດ່ວນປືນກັນສະຫນັ່ນເມືອງ ບາດເຈັບ 10 ດັບສະຍອງ 20......

6. ເຄື່ອງບິນລົບໄອ້ກັນຖືກສອຍລ່ວງ...........

 

ແລະ ອື່ນໆ 



__________________
Anonymous

Date:

ຢາກເວົ້າແບບເພິ່ນກໍໄດ້ ແຕ່ຕອ້ງມີແນວດຶງດູດ 

 

ເຊັ່ນວ່າ ຄະນະ ສຈ ລາວເດີນທາງໄປ ສຫລ ປະຖະກະຖາເລື້ອງ  ສປປລ ປີ 2015 ປະຊາຊົນບໍ່ທຸກອີກແລ້ວ

          ເຈົ້າແຂວງ ເລີກ ຈາກກອງປະຊຸມ ຖອດຊຸດ ລົງດຳນາຊອ່ຍຊາວບ້ານໂຄກດໍ

          ລມຕ ສຶກສາ ຍ່າງຂຶ້ນພູ ເປ້ ປື້ມອ່ານໄປຕອ້ນນັກຮຽນເຜົ່າມົ້ງ

          ນອ້ງ ກຳພອຍ ບ້ານ ພູສູງ ໄດ້ທຶນຮຽນ ຈົນຈົບ ປລິນຍາ 

           ຕໍ່ໄປ     

                     

 



__________________


Veteran Member

Status: Offline
Posts: 93
Date:

ມັນຕ້ອງຈັ່ງຊີ້



__________________
kong
Anonymous

Date:

ຖ້າຢາກໃຫ້ຄັກມັນຕ້ອງແບບນີ້

ສານປູ່ຕາ ສັ່ງລົງໂທດ ອະດີດປະທານບ້ານ ຖານສໍ້ໂກງ

ເຈົ້າພໍ່ດອນໄຊ ສັ່ງສືບສວນດ່ວນ ຄະດີການຕັດໄມ້ ແລະສໍາປະທານ ທີ່ດິນຂອງອະດີດນາຍຍໍ

 



__________________
Anonymous

Date:

 

ຈີນວືດເຮັດສົງຄາມກັບຢີ່ປຸ່ນ ໃນຂໍ້ຂັດແຍ່ງເລື່ອງຫມູ່ເກາະ

 

ຫນ້າສົ່ງສານເດັກພິການ 3 ຂວບ ຖືກພໍ່ແມ່ບັງຄັບຂໍທານ

 

ເມຍນ້ອຍບຸກຕົບເມຍຫລວງ 

 



__________________
Anonymous

Date:

Anonymous wrote:

ແຮ່ໆ ຢາກແລກປ່ຽນຫນ້ອຍຫນຶ່ງເລື່ອງການພາດຫົວຂ່າວໃນຫນັງສືພີມ ຫລື ໂທລະພາບຂອງນັກຂ່າວລາວ. ຮູ້ສຶກວ່າ ຫົວຂໍ້ຂ່າວສ່ວນໃຫຍ່ຈະຂຶ້ນຕົ້ນດ້ວຍ "ກອງປະຊຸຸມນັ້ນ- ກອງປະຊຸມນີ້ " ຫລື " ຂ່າວການຢ້ຽມຢາມນັ້ນ ຢ້ຽມຢາມນີ້ ຂອງຜູ້ນຳພັກລັດ"ບໍ່ວ່າຈະເປັນກ່ຽວກັບເລື່ອງໃດກະຢ່າ. ຄ້າຍກັບຂ່າວໃນພະລາຊສຳນັກຂອງໄທເລີຍ

ສ່ວນຢູ່ຕ່າງປະເທດເຂົາຈະພາດຫົວຂໍຂ່າວທີ່ເປັນໃຈກາງຂອງປະເດັນ ເຮັດໃຫ້ຂ່າວຫນ້າສົນໃຈຢາກອ່ານ

 

ທ່ານຄິດວ່າແນວໃດ?


 Welcome to Socialist Democratic Republic Sir. if you don't know, you now know Sir. Have you ever watch the Chinese News ? 



__________________
Anonymous

Date:

ຂ່າວເດັ່ນປະຈຳວັນທີ......

"ທ່ານທອງສິງທຳມະວົງນາຍົກລັດຖະມົນຕີແຫ່ງສປປລາວ ຕ້ອນຮັບຄະນະຜູ້ແທນພັກຄອມມິວນິສຫວຽດນາມ..."

ຫຼ້າຫຼັງກວ່ານີ້ມີອີກບໍ?



__________________


Senior Member

Status: Offline
Posts: 428
Date:

Anonymous wrote:

ຢາກໃຫ້ນັກຂ່າວລາວພາດຫົວຂ່າວແບບນີ້:

 

1. ເກີດເຫດຂ້າກັນຕາຍ.................ດັບອານາດ

2. ສາວໃຫຍ່ຖືກໄວລຸ້ນລຸມຂົ້ມຂືນ

3. ນັກຂ່າວດຶກເກີບໃສ່ ຈອຊ ດັບເບີລຢູ ບຸຊ

4. ຫນຸ່ມໂລກຈິດ ລັກສະຫລິບຜູ້ຊາຍໄປດົມ

5. ແກ້ງຢາບ້າປະທະດ່ວນປືນກັນສະຫນັ່ນເມືອງ ບາດເຈັບ 10 ດັບສະຍອງ 20......

6. ເຄື່ອງບິນລົບໄອ້ກັນຖືກສອຍລ່ວງ...........

 

ແລະ ອື່ນໆ 


 

ເປັນຫົວຂໍ້ຂ່າວ ທີ່ໝ້າຕິດຕາມອີ່ຫຼີ  wink



__________________
Anonymous

Date:

​ມັນ​ບໍ່​ເປັນຕາ​ສິ​ແຕກທັງ​ນັກ​ຂ່າວ ຜູ້​ປະກາດ​ຂ່າວ ​ແລະ​ລັດຖະມົນຕີ ​ໂດຍ​ສະ​ເພາະ​ຊ່ອງ​ໂທລະພາບ​ແຫ່ງ​ຊາດ ພິທີ​ກອນ​ຊາຍ​ແຮງ​ບໍ່​ເປັນຕາ​ແດກ ​ແຕ່​ເກົ່າ​ແມ່ນ​ບັກ​ໜ້າ​ຕີ່ໆ​ເຂົາ​ດ່າ​ຫຼາຍ​ເລີດ​ປົດ​ອອກ​ຍັງ​ເຫຼືອ​ບັກ ຈັນທະ​ສອນ ອ່ານ​ຜິດ​ຕະລອດ ມັນ​ຄື​ບໍ່​ຮຽບຮຽງ ກະກຽມ​ກ່ອນ​ມາ​ອ່ານ ອ່ານ​ພາສາ​ລາວ​ກໍ່​ບໍ່​ຕົກ ພາສາ​ຕ່າງປະ​ເທດ​ແຮງ​ຢ່າ​ເວົ້າ ສ່ວນ​ຝ່າຍ​ຍິງ ​ແມ່ນ​ອີ່​ຕຸ້ຍ​ໆ​ມັກ​ອ່ານ​ຜິດ​ຕະລອດ ສ່ວນ​ຜູ້​ອື່ນ​ແມ່ນ​ໃຊ້​ໄດ້​ໂດຍ​ສະ​ເພາະ ນາງ​ໜ້າ​ຕາ​ດີໆ​ເວົ້າ​ຄ່ອງ​ແຄ້ວ​ດີ​ຢູ່ ສ່ວນ ນາງ ຄຳ​ຫຼ້າ ມັກ​ອ່ານ​ຂ້າມ ຕົວຢ່າງ ກະຊວງ​ຖະ​ແຫລ​ງຂ່າວ ​ເພິ່ນ ອ່ານ​ວ່າ ກະຊວງ​ແຫລ​ງຂ່າວ ຟ້າວ​ໄປ​ໃສ ບໍ່​ແມ່ນ​ຍ້ອງ​ເດີ ນັກ​ຂ່າວ​ກອງທັບ ຕຳ​ລວດ ​ແລະ​ຂອງ​ກະຊວງ​ອື່ນ ​ເວົ້າ​ໄດ້​ດີ​ກ່ວາ

 

ຂ່າວ​ເດັ່ນ:

ລັດຖະມົນຕີ​ກະຊວງ​ແຫລ​ງຂ່າວ ​ວັດ​ທຳ ​ແລະ​ທ່ຽວ ຕ້ອນຮັບ​ແຂກ ກະຊວງ​ແຫລງຂ່າວ ສສ ຫວຽດນາມ

ກົມ​ສື່​ມວນ​ຊົນ ສປປລ ຮ່ວມ​ສຳ​ມະ​ນາ​ກັບ ກົມ​ສື່​ມວນ​ຊົນ ສສ ຫວຽດນາມ

 

​ເພັງ​ເດັ່ນ​ຕະລອດ​ການ

ບັ້ນ​ຮົບ​ນ້ຳ​ບາກ ມຶງ​ຊີ້​ເປີດ​ໄປ​ຫາ​ພໍ່​ມຶງ​ຫັຍ​ງ ​ເລື້ອງ​ອະດີດ​ເວົ້າ​ແລ້ວ​ມັນ​ຊິ​ໄດ້​ຫັຍ​ງ ຫວຽດນາມ​ແຮງ​ເສຍ ຕາຍ​ຫຼາຍ​ກ່ວາ​ລາວ 100​ເທົ່າ​ເຂົາ​ຍັງ​ເຊົາ​ເວົ້າ​ແລ້ວ ກັບ​ອັນ​ຍ້ອງຍໍ​ພັກ​ ກັບ​ຜູ້ນຳ ວ່າ​ສະຫລາດ​ສ່ອງ​ໃສ ​ເຊົາ​ສາ​ໃຜ​ຊີ່​ຍ້ອງ​ຕົນ​ເອງ​ເດ ຊີ່​ສະຫລາດ​ສ່ອງ​ໃສ​ກໍ່​ເບິ່ງ​ການ​ພັດທະນາ​ເອົາ​ຕົວ ກັບ​ອັນ​ນຶ່ງ​ເພິ່ນ​ມັກ​ເວົ້າ​ວ່າ ປະ​ເທດ​ລາວ​ອຸດົມ​ຮັ່ງມີ ສວຍ​ງາມ ປະຊາຊົນ​ມີ​ມູນ​ເຊື້ອ​ດຸ​ໝັ່ນ ​ເຊົາ​ວ່າ​ສາ​ອາຍ​ເຂົາ ປະ​ເທດ​ໂຕ​ທຸກ​ຊີ່​ຕາຍ ສົກກະປົກ​ຊີ່​ຕາຍ ຂີ້ລ້າຍ​ຊີ່​ຕາຍ ຂີ້ຄ້ານ​ທີ່​ນຶ່ງ ນີ້​ຄື​ຄວາມ​ຈິງ



__________________
Anonymous

Date:

Anonymous wrote:

ຢາກໃຫ້ນັກຂ່າວລາວພາດຫົວຂ່າວແບບນີ້:

 

1. ເກີດເຫດຂ້າກັນຕາຍ.................ດັບອານາດ

2. ສາວໃຫຍ່ຖືກໄວລຸ້ນລຸມຂົ້ມຂືນ

3. ນັກຂ່າວດຶກເກີບໃສ່ ຈອຊ ດັບເບີລຢູ ບຸຊ

4. ຫນຸ່ມໂລກຈິດ ລັກສະຫລິບຜູ້ຊາຍໄປດົມ

5. ແກ້ງຢາບ້າປະທະດ່ວນປືນກັນສະຫນັ່ນເມືອງ ບາດເຈັບ 10 ດັບສະຍອງ 20......

6. ເຄື່ອງບິນລົບໄອ້ກັນຖືກສອຍລ່ວງ...........

 

ແລະ ອື່ນໆ 


 7. ລາກຄໍຫົວໜ້າກົມພາສີເຂົ້າຄຸກຖານກິນສິນບົນ ແລະສໍ້ໂກງປຊຊ...

8. ຈັບລູກລັດຖະມົນຕີກະຊວງ...ໄດ້ຄາໜັງຄາເຂົາ...

ຖ້າພາດຫົວແບບນີ້ໃຜກໍ່ຕ້ອງອ່ານ ແລະປະກົດການຍໍ້ທໍ້ໃນສັງຄົມຕ້ອງໝົດໄປແນ່ນອນ.



__________________
Anonymous

Date:

ປະຊາຊົນບ້ານໜອງທາເໜືອ ປູກໝາກພິກໄດ້ເພີ່່ມອີກ ສິບຕົ້ນ

ອອກແຮງງານລວມໝູ່ ວັນເສົາແດງ ເພື່ອຄໍານັບຮັບຕ້ອນ ວັນຊາດຄົບຮອບ40ປີ

ປະຊາຊົນ ບ້ານເມືອງວາທົ່ງສໍາເລັດ ການເກັບກ່ຽວເຂົ້ານາແຊງ ໄດ້ຕາມຄາດໝາຍ

 ພັກລັດ ເພິ່ນມັກແບບນີ້....  su c  kkkkkkkkkkkkkkk



__________________
Anonymous

Date:

Anonymous wrote:

ແຮ່ໆ ຢາກແລກປ່ຽນຫນ້ອຍຫນຶ່ງເລື່ອງການພາດຫົວຂ່າວໃນຫນັງສືພີມ ຫລື ໂທລະພາບຂອງນັກຂ່າວລາວ. ຮູ້ສຶກວ່າ ຫົວຂໍ້ຂ່າວສ່ວນໃຫຍ່ຈະຂຶ້ນຕົ້ນດ້ວຍ "ກອງປະຊຸຸມນັ້ນ- ກອງປະຊຸມນີ້ " ຫລື " ຂ່າວການຢ້ຽມຢາມນັ້ນ ຢ້ຽມຢາມນີ້ ຂອງຜູ້ນຳພັກລັດ"ບໍ່ວ່າຈະເປັນກ່ຽວກັບເລື່ອງໃດກະຢ່າ. ຄ້າຍກັບຂ່າວໃນພະລາຊສຳນັກຂອງໄທເລີຍ

ສ່ວນຢູ່ຕ່າງປະເທດເຂົາຈະພາດຫົວຂໍຂ່າວທີ່ເປັນໃຈກາງຂອງປະເດັນ ເຮັດໃຫ້ຂ່າວຫນ້າສົນໃຈຢາກອ່ານ

 

ທ່ານຄິດວ່າແນວໃດ?


 - ແບບນີ້ກະມ່ວນ

໑. ຊາວບ້ານທາດເຂົາ ສາມັກຄີກັນລົງດຳນາແຊງຢູ່ຫາດດອນຈັກອຶກກະທຶ.

໒. ປີນີ້ການປູກເຂົ້າເທິງຫຼັງຄາຕຶກບັນດາໂຮງແຮມຫ້າດາວໃນນະຄອນວຽງຈັນບັນລຸຜົນເກີນຄາດໝາຍ.

໓. ເດັກນ້ອຍ ອະນຸບານຕົ້ນ ບັງອາດແບກອາກາບຸກໂຮງຄຸກ

໔. ທະຫານ ຕຳຫຼວດລາວ ຮ່ວມມືກັນລົງຂອງລ່ອງເຮືອເຮັດຮົ້ວອ້ອມນ້ຳຂອງ



__________________
Anonymous

Date:

Anonymous wrote:

ປະຊາຊົນບ້ານໜອງທາເໜືອ ປູກໝາກພິກໄດ້ເພີ່່ມອີກ ສິບຕົ້ນ

ອອກແຮງງານລວມໝູ່ ວັນເສົາແດງ ເພື່ອຄໍານັບຮັບຕ້ອນ ວັນຊາດຄົບຮອບ40ປີ

ປະຊາຊົນ ບ້ານເມືອງວາທົ່ງສໍາເລັດ ການເກັບກ່ຽວເຂົ້ານາແຊງ ໄດ້ຕາມຄາດໝາຍ

 ພັກລັດ ເພິ່ນມັກແບບນີ້....  su c  kkkkkkkkkkkkkkk


 ຮາຮາຮາຮາ

ຂ່າວແບບນີ້້ຍັງມີເຫຼືອຢູ່ເບາະ

ສະໄໝກ່ອນ  ຂ່າວແບບນີ້ເພິ່ນປະກາດໂທຣະໂຂ່ງທຸກມື້  

ຟັງຈົນຢາກຮາກ

 

ຂໍຊົມເຊີຍ

ປະຊາຊົນບ້ານຮູປິງໄດ້ລ້ຽງໄກ່3ໂຕ  ໝູ2ໂຕ  ໝາຫົກໂຕ

ໄກ່3ໂຕຜະລິດໄຂ່ໃຫ້ຊາວບ້ານມື້ລະ2ໜ່ວຍ

ໝູ2ໂຕ ຜະລິດຂີ້ໃຫ້ຊາວບ້ານເອົາໄປໃຊ້ເປັນປຸ໋ຍໃນຜົນຜະລິດປູກຜັກອີຕູ່8ຕົ້ນ

ໝາ6ໂຕຊ່ອຍກອງຫຼອນຮັກສາຄວາມສງົບ  ປ້ອງກັນພວກປະຕິການ

ນອກຈາກນັ້ນ  ກອງຫຼອນບ້ານຮູປິງຍັງໄດ້ຂ້າໝາ3ໂຕ  

ເພື່ອລ້ຽງສະຫາຍກອງຫຼອນຫວຽດນາມທີ່ມາຢ້ຽມຢາມບ້ານຮູປິງ

ໃນວາລະສະຫຼອງວັນຕາຍຫ່າຂອງທ່ານຜູນຳໂຮຈີມິນ



__________________
Anonymous

Date:

​- ​ຍິນ​ດີ​ຕ້ອນ​ຮັບ​ແລະ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ສະ​ຫາຍ​ຜູ້​ຕາງ​ໜ້າ​ພັກ​ສັງ​ຄົມ​ນິ​ຍົມ

  ຫວຽດ​ນາມ​ທີ່​ມາ​ຢ້ຽມ​ຢາມ ສ​ປ​ປ​ລ ຢ່າງ​ສຸດ​ອົກ​ສຸດ​ໃຈ.

- ກອງ​ຫລອນ​ບ້ານ​ເກົ້າ​ລ້ຽວ​ໄດ້​ຮັບ​ໃບ​ຍ້ອງ​ຍໍ​ຈາກ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ

   ທີ່​ສາ​ມາດ​ສ້າງ​ຜົນ​ງານ​ຢ່າງພາກ​ພູມ​ໃຈ​ໃຫ້​ແກ​ພັກ​ລັດ​ໃນ​ການ​ສັງ​ຫານ​ແລະ​ດັບ​ສູນ​ປະ

   ຊາ​ຊົນ​ທີ່​ລັກ​ລອບ​ລອຍ​ຂ້າມ​ຟາກໄປ​ໄທໃນ​ໄຕ​ມາດ​ທີ່​ນຶ່ງ​ຂອງ​ປີ 76.

 



__________________
Anonymous

Date:

ສະຫະພັນນັກຮົບເກົ່າຕັ້ງໜ້າລົງເຄື່ອນໄຫວປຸກລະດົມປຊຊໃຫ້ຮັບຮູ້ເຂົ້າໃຈແນວທາງຂອງພັກໃນໄລຍະໃໝ່...

555

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard