Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະເທືອນຂວັນບັ້ງໄຟຕົກໃສ່ຫົວເສຍຊີວິດຄາທີ່
Anonymous

Date:
ສະເທືອນຂວັນບັ້ງໄຟຕົກໃສ່ຫົວເສຍຊີວິດຄາທີ່


ແມ່ນໃຜມີຄລິປ ເອົາມາແບ່ງໃຫ້ຂ້ອຍເບິ່ງແດ່ 

 

ພາບວິດີໂອ ທີ່ປະກົດເຫັນ ປະຊາຊົນພາກັນແລ່ນແຕກຕື່ນ ຢ່າງສົນລະວົນ ແລະ ກ່ອນຈະເຫັນພາບຮ່າງຊາຍ ໜຸ່ມຄົນ ໜຶ່ງນອນເສຍຊິວີດຍ້ອນຖືກບັ້ງໄຟຕົກມາໃສ່ຫົວໃນຂະນະທີ່ນັ່ງດື່ມກິນຢ່າງມ່ວນຊື່ນຢູ່ກາງງານບຸນບັ້ງໄຟໃນເຂດຫລັກ 36 ເມືອງໄຊທານີ, ນະຄອນຫລວງວຽງຈັນ ເຊິ່ງພາບບັທຶກດ້ວຍໂທລະສັບມືຖື ແລະ ຖືກເຜີຍແຜ່ລົງໃນສື່ສັງຄົມ (Social Media)ເມື່ອຕົ້ນອາທິດຜ່ານມາ, ອັນໄດ້ສ້າງຄວາມສະຫຍອງຂວັນໃຫ້ກັບຜູ້ທີ່ເຫັນໃນອິນເຕີເນັດບໍ່ໜ້ອຍ.

     ເຫດການສູນເສຍທີ່ບໍ່ເພິ່ງ ປາດຖະໜາຄືດັ່ງປະກົດໃນພາບວີດີໂອນັ້ນ,ໄດ້ສະທ້ອນໃຫ້ສັງຄົມເຫັນວ່ານອກຈາກບຸນບັ້ງ ໄຟຈະຈັດຂຶ້ນຕາມຮີດຄອງປະເພນີ ແລະ ເປັນບຸນປາງໜຶ່ງທີ່ສ້າງຄວາມມ່ວນຊື່ນແລ້ວ, ມັນກໍຍັງແອບແຝງດ້ວຍຄວາມອັນຕະ ລາຍທີ່ຫລາຍຄົນຄາດບໍ່ເຖິງ, ເຊິ່ງຜ່ານມາກໍເຫັນເກີດຂຶ້ນເລື້ອຍໆກ່ຽວກັບອຸປະຕິເຫດຈາກບັ້ງໄຟຕົກໃສ່ເຮືອນຊານບ້ານຊ່ອງ ແລະ ຜູ້ຄົນມີທັງ ເສຍຊີວິດ ແລະ ບາດເຈັບເປັນຈຳນວນບໍ່ໜ້ອຍ. ສະນັ້ນ ໄລຍະນີ້ ຖືວ່າເປັນໄລຍະຂອງການເລີ່ມມີ ການຈັດ ບຸນບັ້ງໄຟຢູ່ຫລາຍທ້ອງຖິ່ນ ດັ່ງນັ້ນ ກໍເຫັນສົມຄວນວ່າຄະນະຮັບຜິດຊອບຈັດບຸນດັ່ງກ່າວແຕ່ລະແຫ່ງຄວນມີມາດຕະຖານ ເພື່ອຄວາມປອດໄພ ແລະ ຄວາມຮັບພິຊອບໃນການຈັດງານໃຫ້ຫລາຍກວ່າເກົ່າ, ສ່ວນຜູ້ທີ່ໄປເບິ່ງໄປຊົມກໍຕ້ອງໄດ້ມີສະຕິລະ ມັດລະວັງຕົວສູງເພື່ອຫລີກລ້ຽງຈາກຄວາມອັນຕະລາຍຕ່າງໆທີ່ຄາດບໍ່ເຖິງເກີດຂຶ້ນຄືດັ່ງຜ່ານມາ.



__________________
Anonymous

Date:
RE: ສະເທືອນຂວັນບັ້ງໄຟຕົກໃສ່ຫົວເສຍຊີວິດຄາທີ່


ຂໍສແດງຄວາມເສົ້າສຫລົດໃຈນໍາຄອບຄົວແລະຍາດມິດຂອງຜູ່ເຄາະຮ້າຍທຸກຄົນ

ຖ້າໃສ່ໝວກກັນກະທົບອາດຈະປອດໄພກວ່າ.



__________________
Anonymous

Date:

Anonymous wrote:

ຂໍສແດງຄວາມເສົ້າສຫລົດໃຈນໍາຄອບຄົວແລະຍາດມິດຂອງຜູ່ເຄາະຮ້າຍທຸກຄົນ

ຖ້າໃສ່ໝວກກັນກະທົບອາດຈະປອດໄພກວ່າ.


 ເຈົ້າກຳລັງໂຄສນາຂາຍໝວກກັນກະທົບໃຫ້ຈີນບໍ່?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard