Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂມງໜ່ວຍໃຫຍ່ທີ່ສຸດໃນປະເທດລາວ ຕັ້ງຢູ່ຫໍຄໍາ
Anonymous

Date:
ໂມງໜ່ວຍໃຫຍ່ທີ່ສຸດໃນປະເທດລາວ ຕັ້ງຢູ່ຫໍຄໍາ


ກຸ່ມບໍລິສັດພອນສັກ ມອບໂມງໃຫຍ່ໃຫ້ທຳນຽບປະທານປະເທດ

 
1.jpg
     ກຸ່ມບໍລິສັດ ພອນສັກ ໄດ້ມອບໂມງໃຫຍ່ ຈຳນວນ 1 ຄູ່ໃຫ້ແກ່ທຳນຽບປະທານ ປະເທດໃນຕອນເຊົ້າວັນທີ 15 ພຶດສະພາ 2013 ນີ້ ທີ່ທຳນຽບປະທານປະເທດ, ໂດຍແມ່ນທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການປະທານປະ ເທດເປັນຜູ້ກ່າວຮັບຈາກ ທ່ານ ພອນສັກ ວິໄລສັກ ປະທານກຸ່ມ ບໍລິສັດ ພອນສັກ, ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ.
     ທ່ານ ພົງສະຫວັດ ໄດ້ສະແດງຄວາມຂອບ ອົກຂອບໃຈມາຍັງທ່ານ ພອນສັກ ວິໄລສັກ ກໍຄືກຸ່ມ ບໍລິສັດພອນສັກ ທີ່ໄດ້ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການປະກອບສ່ວນຊ່ວຍເຫລືອແກ່ທຳນຽບປະທານປະເທດໃນໄລຍະຜ່ານມາກໍຄືປັດ ຈຸບັນ.
     ພ້ອມນີ້ ທ່ານຍັງສະແດງຄວາມ ຫວັງວ່າ ຈະໄດ້ຮັບການຊ່ວຍ ເຫລືອຈາກ ກຸ່ມບໍລິສັດດັ່ງກ່າວ ຕື່ມອີກ ໃນຂັ້ນຕໍ່ໄປ. ໂມງຈຳນວນ ດັ່ງກ່າວມີຂະໜາດ 1,5 ແມັດ ຍີ້ຫໍ້ ໂອເມກາ ເປັນໂມງທີ່ນຳເຂົ້າຈາກປະເທດເຢຍລະມັນ, ມູນຄ່າ 168 ລ້ານກີບ ໂດຍໄດ້ຕິດຕັ້ງຢູ່ສີໜ້າຫໍຄຳດ້ານໜ້າ ແລະ ດ້ານຫລັງ ແລະ ໂມງດັ່ງກ່າວຈະດັງໃນທຸກໆຊົ່ວໂມງເພື່ອເຕືອນໃຫ້ຮູ້.
     ຂ່າວໃຫ້ຮູ້ຕື່ມວ່າ: ໃນເດືອນ ຕຸລາ 2012 ຜ່ານມາ, ກຸ່ມບໍລິສັດ ພອນສັກ ກໍໄດ້ມອບຄຳ ຈຳນວນ 5 ກິໂລ ໃນມູນຄ່າ 2,3 ຕື້ກວ່າກີບ. ເພື່ອຜະລິດຍອດຊໍ່ຟ້າຫໍຄຳ ໃຫ້ແກ່ສຳນັກງານປະທານປະເທດ (ຫໍຄຳ) ໃນນັ້ນປະກອບມີຍອດຊໍ່ຟ້າ ໃຫຍ່ (ຈອມ ຫໍຄຳ), ມີນ້ຳໜັກລວມ 100 ກິໂລ, ສູງ 1,56 ແມັດຫລໍ່ດ້ວຍທອງສຳລິດປະສົມຄຳສົດຈຳນວນ 3 ກິໂລ, ຍອດຊໍ່ຟ້ານ້ອຍຈຳ ນວນ 4 ຈອມແຕ່ລະຈອມໜັກ 25 ກິໂລ,ສູງ0,77 ແມັດ, ຫລໍ່ດ້ວຍ ທອງສຳລິດ ປະສົມຄຳສົດຈອມ ລະ 0,5 ກິໂລ. ລວມ ທັງ 4 ຈອມ ມີຄຳ 2 ກິໂລ.


__________________
Anonymous

Date:
RE: ໂມງໜ່ວຍໃຫຍ່ທີ່ສຸດໃນປະເທດລາວ ຕັ້ງຢູ່ຫໍຄໍາ


ໂມງນີ້ໃຊ້ຖ່ານຫລືໃຊ້ໄຟຟ້າ? ແລະຄວາມແຮງຂອງລໍາໂພງມີຈັກວັດ?f



__________________
Anonymous

Date:

koom bls phonsack man phai hoo bor?



__________________
Anonymous

Date:

ຂ້າລັດຖະການຈະບໍ່ສາມາດໄຊ້ໂມງຍືດໄດ້ຕໍ່ໄປເພາະ ປະທານປະເທດເພິ່ນເລີ້ມຈັບເວລາເພື່ອຕຽມຕົວເຂົ້າສູ່ປະຊາຄົມອາຊຽນ

ເພື່ອຈະບໍ່ໄດ້ຖືກກ່າວຂັວນ ແລະ ອາຍໜ້າປະເທດອື່ນ.ຂໍຊົມເຊີຍຢ່າງສຸດໃຈທີ່ຜູ້ນຳສູງສຸດມີສາຍຕາໄກ ໂດຽໃຫ້ແບບຢ່າງອັນ

ສະຫຼາດສ່ອງໃສ ແລະ ດີເລີດແກ່ລູກພັກ.



__________________
Anonymous

Date:

ຕອບແທນບຸນຄຸນຫຍັງກັນເດ. ງົບປະມານລັດຖະບານກະມີ ເປັນຫຍັງບໍ່ຊື້ເອງ.

ພວກທີ່ມັນເອົາໂມງໃຫ້ບໍ່ຮູ້ວ່າມັນຫວັງຫຍັງຈາກລັດຖະບານ

 

ຢ່າເອົາຂອງເອກະຊົນແມ່ນດີທີ່ສຸດ. 



__________________
Anonymous

Date:

Anonymous wrote:

ຕອບແທນບຸນຄຸນຫຍັງກັນເດ. ງົບປະມານລັດຖະບານກະມີ ເປັນຫຍັງບໍ່ຊື້ເອງ.

ພວກທີ່ມັນເອົາໂມງໃຫ້ບໍ່ຮູ້ວ່າມັນຫວັງຫຍັງຈາກລັດຖະບານ

 

ຢ່າເອົາຂອງເອກະຊົນແມ່ນດີທີ່ສຸດ. 


1. ຕັດໄມ້ໃນລາວ
2.ບໍ່ຄຳຫຼັກຊາວ
3.ໂຄ້ງການຍ້າຍເມືອງກະລືມ ສ້າງເມືອງກະລືມໃໝ່
4.ບໍ່ຖ່ານຫີນ
5.ໄຟຟ້າ .......



__________________
Anonymous

Date:

ສະຫລາດປ່ອງໃສອີຫລີ



__________________
Anonymous

Date:

ບໍ່ບອກແນ່ເນາະວ່າ ລຸ້ນໃດ ລາຄາຂາຍຢູ່ ເຢຍລະມັນເລີຍບໍ ຫລືລາຄາຂາຍຢູ່ໄທ ລວມພາສີແລ້ວບໍ

ຮັບປະກັນຈັກປີ ຕິດຕັ້ງໃຫ້ພ້ອມບໍ່ ບາດເພມາແປງແນວໃດ ບໍ່ໄດ້ຈົກຖົງໃສ່ເບາະ  ບາດຕົກໃສ່ຫົວຄົນເດະ ມີປະກັນໄພບໍ່



__________________
Smoker

Date:

Anonymous wrote:

ຕອບແທນບຸນຄຸນຫຍັງກັນເດ. ງົບປະມານລັດຖະບານກະມີ ເປັນຫຍັງບໍ່ຊື້ເອງ.

ພວກທີ່ມັນເອົາໂມງໃຫ້ບໍ່ຮູ້ວ່າມັນຫວັງຫຍັງຈາກລັດຖະບານ

 

ຢ່າເອົາຂອງເອກະຊົນແມ່ນດີທີ່ສຸດ. 


 ມັນ dai dang ຫວັງ leo 

major projects, soft loan, 450 years road, and lot of... 

 



__________________
Anonymous

Date:

ຂອງຟຣີ ເກືອບວ່າບໍ່ມີ

ຈົ່ງຊ່ວຍກັນສັງເກດເບິ່ງວ່າ

ຖ້າມີໃຜຊ່ວຍເຫຼືອລັດທະບານ ແມ່ນມີຈຸດປະສົງອື່ນຫຼືບໍ່



__________________
Anonymous

Date:

Anonymous wrote:

koom bls phonsack man phai hoo bor?


 ເຈົ້າຊິຖາມເຮັດຫຍັງ? ຄົນລາວ ເຊື້ອຊາດ ວຽດນາມ ໝົດທັງຕະກູນຜູ້ກ່ຽວ ແລະ ເບື້ອງເມັຍ

ອົພຍົກໄປຢູ່ USA ແຕ່ George Bush ບໍ່ອານຸຍາດໃຫ້ໃຫຍ່ຢູ່ USA ແລະ George Bush

ບໍ່ຮັບເປັນພີ່ນ້ອງ ກໍ່ເລີຍບໍ່ເຂົ້າຊາຕາກັບ George Bush ຈື່ງຕັດສີນໃຈກັບມາໃຫຍ່ຢູ່ເມືອງ

ລາວດີກວ່າ ບໍ່ງໍ້ George Bush, OK? is it clear for you?



__________________
Anonymous

Date:



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard