Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາການອະນຸຍາດໃຫ້ເອກະຊົນມາເກັບພາສີແທນລັດຖະບານມີຢູ່ໃສໃນໂລກນີ້
ຊະນະໄພ

Date:
ບັນຫາການອະນຸຍາດໃຫ້ເອກະຊົນມາເກັບພາສີແທນລັດຖະບານມີຢູ່ໃສໃນໂລກນີ້


ຂໍຕັ້ງຫົວຂໍ້ສົນທະນານຳເພື່ອນໆ ກ່ຽວກັບບັນຫາທີ່ກົມພາສີອານຸຍາດໃຫ້ ບໍລິສັດເອກະຊົນ ໄປສຳປະທານເຮັດບັດສະມາດກາດສຳຫຼັບເກັບເງີນພາສີ ແລະທຳນຽມ ຊຶ່ງເປັນເງີນທີ່ຕ້ອງມອບເຂົ້າງົບປະມານ 100% ແຕ່ພັດມາມອບໃຫ້ ບໍລິສັດເອກະຊົນຮັບເໝົາມັນຄືຊີ່ບໍ່ຖືກຕ້ອງຕິບໍ ຖ້າລັດຢາກມີແນວຄິດໃຫ້ບໍລິການປະຊາຊົນວ່ອງໄວຂຶ້ນ ລັດກໍ່ຄວນລົງທຶນເອງ ອັນນີ້ໃຫ້ເອກະຊົນມາເກັບພາສີແທນລັດ ແລ້ວຫັກເປີເຊັນມັນກໍ່ບໍ່ມີບ່ອນໄວ້ແລ້ວ ຮູ້ບໍ່ປີນຶ່ງພາສີເກັບເງີນສ່ວນນີ້ໄດ້ປະມານ 1000ຕື້ ຄູນໃຫ້ 5% ໄດ້ເງີນລ້າໆ 500ຕື້ ແທນທີ່ຊີ່ເອົາເງີນສ່ວນນີ້ໄປມອບໃຫ້ລັດ ໄປສ້າງທາງຢູ່ບ້ານນອກໄດ້ຫລາຍເສັ້ນ ສ່ວນອັນກະທົບຕໍ່ຜູ້ໃຊ້ບໍລິການຄື ເພິນບັງຄັບໃຫ້ຊື້ບັດອີກ 40000ກີບ ຖ້າຜູ້ທຽວເຂົ້າອອກເລື້ອຍກໍ່ບໍ່ເປັນຫັຍງ ແຕ່ຜູ້ປີນຶ່ງໄປເທື່ອນຶ່ງ ຫຼື ນັກທ່ອງທ່ຽວຕ່າງປະເທດ ເພິ່ນກໍ່ບໍ່ຍາກຈ່າຍ ແມ່ນບໍ່ ບັນຫາຕໍ່ໄປແມ່ນຊັກຊ້າກ່ວາໃຫ້ພະນັກງານເກັບຄືແຕ່ກ່ອນ ອີກບັນຫານຶ່ງແມ່ນສັບສົນ ຂ້ອຍເຫັນຄາຕາເມື່ອຕົ້ນອາທິດນີ້ ເບິ່ງຜູ້ໂດຍສານແຫ່ກັນໄປ ກັນກັບເພາະບໍ່ໄດ້ຊື້ບັດເພິ່ນ ແລະມີລົດຄັນນຶ່ງກໍ່ບໍ່ພໍໃຈທີ່ໃຫ້ຊື້ບັດ ຂັບລ່ວງໄປເລີຍ ເປັນຫັຍງຄືບໍ່ສຶກສາຜົນກະທົບຄັກໆຈຶ່ງເຮັດ

ອັນທີ່ສອງ ລຳຄານພວກສີດຍາເກັບເງີນລົດຄັນລະ 5000​ກີບ ຄືບໍ່ມີຢຸດເຊົາ ໄທກໍ່ເຊົາແຕ່ດົນແລ້ວ ອັນສີດຢູ່ຫັ້ນຈັກແມ່ນນ້ຳລ້າໆກໍ່ບໍ່ຈັກ ຕອນຂ້ອຍກັບມາແຕ່ໄທຝົນຕົກແຮງໆເພິ່ນກໍ່ຍັງເກັບເງີນ ແລະສີດຢາຢູ່ ມັນຊີ່ມີຜົນຫັຍງ ແຕ່ວ່າເພິ່ນລວຍຄັກໆ ສະເລ່ຍລົດຂ້າມຂົວມື້ນຶ່ງ 5000 ຄັນ ຄູນ 5000ກີບ ຄູນ 365 ວັນ ປີນຶ່ງໄດ້ເທົ່າໃດ

ຝາກໃຫ້ເບິ່ງຄືນແດ່ທ້ອນອາດຍາເຈົ້ານາຍ



__________________
Anonymous

Date:
RE: ບັນຫາການອະນຸຍາດໃຫ້ເອກະຊົນມາເກັບພາສີແທນລັດຖະບານມີຢູ່ໃສໃນໂລກນີ້


ນີ້ຄື ລາຍໄດ້ອັນງາມທີ່ສຸດ ຫາຢູ່ໃສ່ບໍ່ໄດ້ອີກ ແລ້ວ. ຄືດວ່າມັນຕ້ອງມີຜົນປະໂຫຍດເກື້ອກຸນໃນລະຫວ່າງຜູ້ມີອຳນາດ



__________________
Anonymous

Date:

ປະເທດລາວເປັນປະເທດຄໍລັບຊັນຕິດອັນດັບຕົ້ນໆຂອງໂລກ ບໍມີຄວາມໂປງໃສ,ພະນັກງານລັດຜູ້ທີ່ມີອຳນາດຍັງຂາດການໄຕຕອງທີ່ຖ້ວນເລື່ອງຜົນປະໂຫຍດຂອງຊາດ. ຖ້າທ່ານໄດ້ມີໂອກາດທຽວທາງເລກທີ 14a ໄປວັດພູຈຳປາສັກ ນີ້ກໍ່ແມ່ນກໍລະນີຫນື່ງ ທີ່ລັດມອບໃຫ້ ບລສ ອຸດອນ ແກ້ວດວງດີດຳເນີນການກໍ່ສ້າງ,ແຕ່ເງິນທຶນແມ່ນລັດເປັນຜູ້ໄປຢືມນຳທະນາຄານມາໃຫ້ ແລະ ລັດເອງເປັນຜູ້ເສຍດອກເບ້ຍໃຫ້ກັບທະນາຄານ ບໍຮູ້ວ່າເສັ້ນທາງນີ້ເປັນການສຳປະທານຂອງເອກະຊົນໄດ້ແນວໃດ?ເປັນຫຍັງຈື່ງຕັ້ງຄຳຖາມຂື້ນເຊັ່ນນີ້ ກໍ່ຍ້ອນວ່າປະຈຸບັນນີ້ແມ່ນເຫັນພະນັກງານຂອງບລສ ເປັນຜູ້ເກັບເງິນຜ່ານທາງຢູ່,ຕາມທີ່ຈີງແລ້ວໂຄງການນີ້ເປັນການລົງທຶນຂອງລັດ100% ຂພຈ ຄິດວ່າຖ້າຈະເກັບເງິນ ກໍ່ຄວນແມ່ນພະນັກງານລັດເປັນຜູ້ເກັບຈື່ງຈະຖືກຕ້ອງກ່ວາ ນີ້ແລ້ວເພີ່ນວ່າ ຄວາຍເຮັດນາຫມາກິນເຂົ້າ



__________________
Anonymous

Date:

 

ຈັງແມ່ນເຈົ້າເວົ້າຖືກບ່ອນຂ້ອຍຄັນແທ້ນໍ

ຄັກຄັກ 



__________________
Anonymous

Date:

ມັນສີດນຳ້ແຟ໊ບຊື່ໆ



__________________
Anonymous

Date:

ກະຢູ່ລາວແຫ່ງດຽວທີ່ທ່ານນຳຂ່າວມາສເນີນັ້ນເດ.ເພາະເພິ່ນບໍ່ເຊື້ອໃຈພນັກງານລັດມັນສໍ້ໂກງໂພດ.

ເລີຍໃຫ້ເອກະຊົນທີ່ເປັນເຄືອຍາດ ຫຼື ສມຸນຂອງຜູ້ມີອຳນາດໃນວົງການປົກຄອງເກັບມັນຈຶ່ງໂປ່ງໃສດີ.



__________________
Anonymous

Date:

Anonymous wrote:

ນີ້ຄື ລາຍໄດ້ອັນງາມທີ່ສຸດ ຫາຢູ່ໃສ່ບໍ່ໄດ້ອີກ ແລ້ວ. ຄືດວ່າມັນຕ້ອງມີຜົນປະໂຫຍດເກື້ອກຸນໃນລະຫວ່າງຜູ້ມີອຳນາດ


 ນີ້ເປັນພາບສະທ້ອນເຖິງຄວາມອ່ອນແອຂອງພາກປະຊາຊົນ ເຮັດໃຫ້ລັດຢາກເຮັດຫຍັງກະເຮັດຕາມໃຈ ຂາດການພິຈາລະນາຕຶກຕ້ອງ ໃນສິ່ງທີ່ຕົນເອງເຮັດວ່າຖືກ ຫລື ຜິດ.

 

ຖ້າພາກປະຊາຊົນເຂັ້ມແຂງ ເຮົາສາມາດທີ່ຈະທັກທວງ ກວດສອບບັນດາ ຫນ່ວຍງານລັດທີ່ຂາດຄວາມໂປ່ງໃສ.

 

ທີ່ຈິງແລ້ວ ຢູ່ຕ່າງປະເທດ ລັດຖະບານກໍ່ບໍ່ໄດ້ດີສົມບູນດອກ ແຕ່ວ່າການດຳເນີນການຈັດຕັ້ງປະຕິບັດແຕ່ລະຢ່າງຈະຖືກຈັບຕາ ແລະ ກວດສອບ. ເຮັດໃຫ້ລັດຖະບານບໍ່ກ້າເຮັດຫຍັງທີ່ເອົາປຽບປະຊາຊົນ.



__________________
Anonymous

Date:

ໃດ້ຍິນສັງຄົມສະພາກາເຟເວົ້າວ່າ ມີບລສຫນື່ງ ( ສະຫງວນຊື່) ໄດ້ຮັບອະນຸຍາດຈາກລັດຖະບານ ປັບປຸງ ແລະ ກໍ່ສ້າງສຳນັກງານດ່ານສາກົນວັງເຕົາມູນຄ່າປະມານ 90 ກ່ວາຕື້ກີບ ເປັນການລົງທຶນຂອງເອກະຊົນ100% ແຕ່ຈຸດທີ່ເດັ່ນນັ້ນຄື ບລສ ດັ່ງກ່າວຈະຫັກເອົາເງິນລາຍຮັບງົບປະມານທີ່ເກັບໄດ້ຈາກພາສີ,ອາກອນຂອງດ່ານ ປີລະ10%ຂອງຍອດລາຍຮັບທັງຫມົດ (ຕາມຂໍ້ມູນຜ່ານມາ ລາຍຮັບທີ່ເກັບໄດ້ແຕ່ລະປີແມ່ນບໍ່ຫລຸດ450ຕື້ກີບຂື້ນໄປ) ຕໍ່ບັນຫານີ້ ທ່ານຄິດວ່າເຫັນສົມຄວນຫລືບໍ? ສຳລັບ ຂພຈຄິດວ່າ ໂຄງການນີ້ບໍ່ມີຄວາມໂປງໃສ ຂາດປະສິດທິຜົນ 



__________________
Anonymous

Date:

ແຕ່ຖ້າໃຫ້ລັດຖະບານດຳເນີນການເອງ ມັນຈະບໍ່ມີປະສິດທິພາບ ດັ່ງນັ້ນ ເພີ່ນຈິງຫັນເປັນເອກະຊົນ (Privatisation). ແຕ່ຄວນຫຼຸດເປີເຊັນ ເອກະຊົນລົງ ເພາະ 10% ສູງເກີນໄປ.



__________________
Anonymous

Date:

Anonymous wrote:

ແຕ່ຖ້າໃຫ້ລັດຖະບານດຳເນີນການເອງ ມັນຈະບໍ່ມີປະສິດທິພາບ ດັ່ງນັ້ນ ເພີ່ນຈິງຫັນເປັນເອກະຊົນ (Privatisation). ແຕ່ຄວນຫຼຸດເປີເຊັນ ເອກະຊົນລົງ ເພາະ 10% ສູງເກີນໄປ.


 ເຫັນນຳທ່ານຜູ້ນີ້ຫຼາຍໆເດີ້້ ເວົ້າໄດ້ຖືກຕອ້ງທີ່ສຸດໃນໂລກ ກະຍອ້ນແຕ່ກີ້ມັນບໍ່ເຂົ້າງົບປະມານຂອງລັດຫັ້້ນແລະ ເພິ່ນຈຶ່ງຫັນປ່ຽນມາໃຫ້ເອກະຊົນສຳປະທານ ແລ້ວມັນຈຶ່ງບໍ່ຕົກເຮ່ຍໄປໃສ່ຖົງ ພວກຕ່າງໆນາໆທີ່ນັ່ງຈອ້ງແຕ່ຈະສົກສວຍຜົນປະໂຫຍດເຂົ້າຖົງຕົນເອງ, ເຮັດໃຫ້ລັດມີແຕ່ຈົນລົງ ແລະບຸກຄົນແມ່ນລວຍລວຍລວຍ ຂຶ້ນ.



__________________
Anonymous

Date:

ທັດສະນະ ຂພຈ ແມ່ນບໍເຫັນດີເພາະເປັນການຊິ້ນເປືອງງົບປະມານແບບບໍສົມເຫດສົມຜົນ ຍ້ອນວ່າ:ໂຄງການນີ້ ຂາດຄວາມໂປງໃສ ຈະນຳໃຊ້ງົບປະມານສູງເກີນຄວາມເປັນຈິງ,ເນື່ອງຈາກວ່າ ບໍມີການປະມູນຕາມລະບຽບການ ເປັນການຜູກຂາດເກີນໄປ ທັງໆທີ່ການຄືນທຶນແມ່ນໄລຍະສັ້ນບໍ່ເກີນ3ປີ



__________________
Anonymous

Date:

ຜູ້ຂ້າກໍ່ຂໍສະເໜີຄຳເຫັນເພື່ອເປັນການແລກປ່ຽນນຳກັນເນາະ. ຕາມທີ່ຜູ້ຂ້າເຂົ້າໃຈນີ້ ລັດຖະບານເພີ່ນອາດຈະຖື

ເອົາເຫດຜົນທີ່ວ່າ ໃຫ້ລັດດຳເນີນການຄືຜ່ານມານັ້ນ ເງີນມັນບໍ່ເຂົ້າຄັງລັດ ມັນຮົ່ວໄຫລຫລາຍ ຄືດັ່ງຫລາຍໆທ່ານ

ເຄີຍຕັ້ງກະທູ້ກ່ຽວກັບພະນັກງານພາສີລ້ຳລວຍມາສົນທະນາກັນນັ້ນລະ, ດັ່ງນັ້ນເພີ່ນກໍ່ເລີຍວ່າໃຫ້ເອກະຊົນສຳປະທານ

ດຳເນີນສາ. ຜູ້ຂ້າວ່າ ວິທີການມັນກໍ່ດີຢູ່ດອກ ເພາະຕັດບັນຫາເງີນພາສີຮົ່ວໄຫລ, ມີແຕ່ວ່າຂັ້ນຕອນໃນການຈັດຕັ້ງ

ປະຕິບັດນັ້ນ ຈະເຮັດແນວໃດໃຫ້ມີປະສິດທິຜົນສູງໃຫ້ແກ່ສ່ວນລວມ ແລະ ໂປ່ງໃສເທົ່ານັ້ນລະ

 



__________________
Anonymous

Date:

ດີຫລາຍທີ່ທ່ານ ຕົວຫນັງສືສີຟາ້ທີ່ມີຄຳເຫັນຊີ້ແນະ ແຕ່ຂ້າພະເຈົ້າຄິດວ່າທ່ານເຂົ້າໃຈຂາດເຄື່ອນໄປນ້ອຍຫນື່ງ,ທີ່ແທ້ມັນບໍ່ກ່ຽວກັບການຮົ່ວໄຫລງົບປະມານດອກ ເພາະໂຄງການນີ້ ລັດຖະບານໃຫ້ບລສລົງທຶນກໍ່ສ້າງກ່ອນ ສຳລັບຂອດການສຳລະສະສາງໃຫ້ ບລສ ນັ້ນ ແມ່ນໃຫ້ເອົາເງິນທີ່ເກັບໃດ້ໃນດ່ານນັ້ນ ປີລະ10% ມອບໃຫ້ບລສ ຫມາຍວ່າ ຖ້າລວມຍອດລາຍຮັບທັງຫມົດປະຕິບັດໄດ້450ຕື້ກີບ ບລສ ຄູນເອົາໂລດ 10%, ຖືວ່າມູນຄ່າກໍ່ສ້າງ90 ກ່ວາຕື້ກີບນັ້ນ ລັດຈະສຳລະໃຫ້ ບລສ ພຽງ ສອງປີກໍ່ຫມົດແລ້ວ, ສະນັ້ນເບີງລວມແລ້ວການນຳໃຊ້ງົບປະມານລັດຍັງເກີດປະສິດທິຜົນເທົ່າທີ່ຄວນ ເພາະຈຳນວນເງິນ10%ນັ້ນໄປນຳໃຊ້ເຂົ້າໃນວຽກງານອື່ນທີ່ຈຳເປັນກ່ວາຍັງມີຫລາຍທີ່ລໍຄອຍງົບປະມານເພື່ອແກ້ໄຂ



__________________
Anonymous

Date:

ຊະນະໄພ wrote:

ຂໍຕັ້ງຫົວຂໍ້ສົນທະນານຳເພື່ອນໆ ກ່ຽວກັບບັນຫາທີ່ກົມພາສີອານຸຍາດໃຫ້ ບໍລິສັດເອກະຊົນ ໄປສຳປະທານເຮັດບັດສະມາດກາດສຳຫຼັບເກັບເງີນພາສີ ແລະທຳນຽມ ຊຶ່ງເປັນເງີນທີ່ຕ້ອງມອບເຂົ້າງົບປະມານ 100% ແຕ່ພັດມາມອບໃຫ້ ບໍລິສັດເອກະຊົນຮັບເໝົາມັນຄືຊີ່ບໍ່ຖືກຕ້ອງຕິບໍ ຖ້າລັດຢາກມີແນວຄິດໃຫ້ບໍລິການປະຊາຊົນວ່ອງໄວຂຶ້ນ ລັດກໍ່ຄວນລົງທຶນເອງ ອັນນີ້ໃຫ້ເອກະຊົນມາເກັບພາສີແທນລັດ ແລ້ວຫັກເປີເຊັນມັນກໍ່ບໍ່ມີບ່ອນໄວ້ແລ້ວ ຮູ້ບໍ່ປີນຶ່ງພາສີເກັບເງີນສ່ວນນີ້ໄດ້ປະມານ 1000ຕື້ ຄູນໃຫ້ 5% ໄດ້ເງີນລ້າໆ 500ຕື້ ແທນທີ່ຊີ່ເອົາເງີນສ່ວນນີ້ໄປມອບໃຫ້ລັດ ໄປສ້າງທາງຢູ່ບ້ານນອກໄດ້ຫລາຍເສັ້ນ ສ່ວນອັນກະທົບຕໍ່ຜູ້ໃຊ້ບໍລິການຄື ເພິນບັງຄັບໃຫ້ຊື້ບັດອີກ 40000ກີບ ຖ້າຜູ້ທຽວເຂົ້າອອກເລື້ອຍກໍ່ບໍ່ເປັນຫັຍງ ແຕ່ຜູ້ປີນຶ່ງໄປເທື່ອນຶ່ງ ຫຼື ນັກທ່ອງທ່ຽວຕ່າງປະເທດ ເພິ່ນກໍ່ບໍ່ຍາກຈ່າຍ ແມ່ນບໍ່ ບັນຫາຕໍ່ໄປແມ່ນຊັກຊ້າກ່ວາໃຫ້ພະນັກງານເກັບຄືແຕ່ກ່ອນ ອີກບັນຫານຶ່ງແມ່ນສັບສົນ ຂ້ອຍເຫັນຄາຕາເມື່ອຕົ້ນອາທິດນີ້ ເບິ່ງຜູ້ໂດຍສານແຫ່ກັນໄປ ກັນກັບເພາະບໍ່ໄດ້ຊື້ບັດເພິ່ນ ແລະມີລົດຄັນນຶ່ງກໍ່ບໍ່ພໍໃຈທີ່ໃຫ້ຊື້ບັດ ຂັບລ່ວງໄປເລີຍ ເປັນຫັຍງຄືບໍ່ສຶກສາຜົນກະທົບຄັກໆຈຶ່ງເຮັດ

ອັນທີ່ສອງ ລຳຄານພວກສີດຍາເກັບເງີນລົດຄັນລະ 5000​ກີບ ຄືບໍ່ມີຢຸດເຊົາ ໄທກໍ່ເຊົາແຕ່ດົນແລ້ວ ອັນສີດຢູ່ຫັ້ນຈັກແມ່ນນ້ຳລ້າໆກໍ່ບໍ່ຈັກ ຕອນຂ້ອຍກັບມາແຕ່ໄທຝົນຕົກແຮງໆເພິ່ນກໍ່ຍັງເກັບເງີນ ແລະສີດຢາຢູ່ ມັນຊີ່ມີຜົນຫັຍງ ແຕ່ວ່າເພິ່ນລວຍຄັກໆ ສະເລ່ຍລົດຂ້າມຂົວມື້ນຶ່ງ 5000 ຄັນ ຄູນ 5000ກີບ ຄູນ 365 ວັນ ປີນຶ່ງໄດ້ເທົ່າໃດ

ຝາກໃຫ້ເບິ່ງຄືນແດ່ທ້ອນອາດຍາເຈົ້ານາຍ


 ເປັນກະທູທີ່ດີຂ້ອຍກະເຫັນວ່າມັນເຮັດໃຫ້ຍຸ້ງເຫຍີງກວ່າເກົ່າ. ແຕ່ສັງເກດວ່າ ເປັນຫຍັງຢູ່ຝັ່ງໄທເຂົາບໍເກັບເຂົາຄືເຮັດໄດ້ ລອງສຶກສານຳເຂົາລອງເບິ່ງ ຢ່າອ້າງເຖາະວ່າລັດບໍ່ມີເງິນຫັນ ຕົ້ວະເດັກນ້ອຍຍັງບໍ່ເຊື່ອ. ອີກຢ່າງໜຶ່ງ ສັງເກດການອອກແບບດ້ານຂອງລາວມັນບໍ່ຕອບສະໜອງຕໍ່ການສັນຈອນ ເພາະວ່າສ້າງຕຶກຕົງກາງຊໍ່າກັບວ່າຕັນທາງ ແຕ່ຖ້າເບິ່ງການສ້າງດ້ານຢູ້ຝັງກົງຂ້າມເຂົາຄິດຮອບຄອບອີຫຼີເພາະມັນທັ້ງຖືກ (ລາຄ່າກໍ່ສ້າງ) ແລະຍັງຕອບສະໜອງໃຫ້ກັບການສັນຈອນເປັນຢ່າງດີ. ອັນນີ້ບໍ່ແມ່ນຍົກເພິ່ນຂົ່ມໂຕເດີ ແຕ່ມັນເປັນແນວນັ້ນແທ້ໆ ລາວຄວນຮຽນເອົາບົດຮຽນນໍາເຂົ້າແດ່ຢ່າໄດ້ເວົ້າແຕ່ວ່າຕົນເອງສະຫຼາດສ່ອງໃສຫຼາຍ. ລະບຽບຂອງລາວຄົນລາວຍັງເບື່ອຂະເຫຍີນຄົນຕ່າງຊາດເຂົ້າມາທ່ຽວເຂົ້າຄືແຫ່ງສິຂີວປານຫຍັງພຸ້ນແຫຼະ. ອີກຢ່າງໜຶ່ງວ່າແຕ່ຕົນເອງດ້ອຍພັດທະນາຂ້ອຍຄິດວ່າລະບົບທີ່ໃຊ໊ໃນປະຈຸບັນນິ້ແຫລະມັນດ້ອຍພັດທະນາມັນບໍ່ແມ່ນເລື່ອງອື່ນດອກ. 



__________________
Anonymous

Date:

Anonymous wrote:

ດີຫລາຍທີ່ທ່ານ ຕົວຫນັງສືສີຟາ້ທີ່ມີຄຳເຫັນຊີ້ແນະ ແຕ່ຂ້າພະເຈົ້າຄິດວ່າທ່ານເຂົ້າໃຈຂາດເຄື່ອນໄປນ້ອຍຫນື່ງ,ທີ່ແທ້ມັນບໍ່ກ່ຽວກັບການຮົ່ວໄຫລງົບປະມານດອກ ເພາະໂຄງການນີ້ ລັດຖະບານໃຫ້ບລສລົງທຶນກໍ່ສ້າງກ່ອນ ສຳລັບຂອດການສຳລະສະສາງໃຫ້ ບລສ ນັ້ນ ແມ່ນໃຫ້ເອົາເງິນທີ່ເກັບໃດ້ໃນດ່ານນັ້ນ ປີລະ10% ມອບໃຫ້ບລສ ຫມາຍວ່າ ຖ້າລວມຍອດລາຍຮັບທັງຫມົດປະຕິບັດໄດ້450ຕື້ກີບ ບລສ ຄູນເອົາໂລດ 10%, ຖືວ່າມູນຄ່າກໍ່ສ້າງ90 ກ່ວາຕື້ກີບນັ້ນ ລັດຈະສຳລະໃຫ້ ບລສ ພຽງ ສອງປີກໍ່ຫມົດແລ້ວ, ສະນັ້ນເບີງລວມແລ້ວການນຳໃຊ້ງົບປະມານລັດຍັງເກີດປະສິດທິຜົນເທົ່າທີ່ຄວນ ເພາະຈຳນວນເງິນ10%ນັ້ນໄປນຳໃຊ້ເຂົ້າໃນວຽກງານອື່ນທີ່ຈຳເປັນກ່ວາຍັງມີຫລາຍທີ່ລໍຄອຍງົບປະມານເພື່ອແກ້ໄຂ


 ໂອ່ ແມ່ນເລື່ອງລົງທືນກ່ອນພຸ້ນເນາະ ຊັ້ນກໍ່ຄາດແທ້. ອັນເລື່ອງລົງທືນກ່ອນນີ້ມັນກຳລັງຮິດຕິດເມກບັນດາທ່ານທັງຫລາຍ

ຂພຈ ບໍ່ຢາກວ່າເລີຍ ແລະ ມະຫາຊົນທົ່ວໄປ ຫລື ແມ່ນກະທັ້ງປັນຍາຊົນ ໃຜກໍ່ບໍ່ຢາກໄດ້ຍີນເລີຍ. ນັບຕັ້ງແຕ່ຜູ້ຊອກເງື່ອນໄຂ

ເຮັດແນວໃດໃຫ້ເກີດມີໂຄງການ ບໍ່ຮີບດ່ວນກໍ່ຊອກເງື່ອນໄຂມາອ້າງໃສ່ມາຈຳເປັນຮີບດ່ວນ, ຈາກນັ້ນກໍ່ບອກໃຫ້ບໍລິສັດສະເໜີ

ເຈດຈຳນົງຂື້ນມາ ແລ້ວກໍ່ເຈລະຈາເຮັດສັນຍາກັນ, ບໍ່ມີການປະມູນແຂ່ງຂັນ, ບໍ່ມີການຄັດເລືອກ ເງື່ອນໄຂ ແລະ ຄຸນສົມບັດ

ຂອງບໍລິສັດເລີຍ, ຖ້າມີກໍ່ແມ່ນເຮັດລາຍງານເທັດ, ສ່ວນລາຄານັ້ນບໍ່ຕ້ອງຖາມເລີຍ ວ່າສູງກວ່າລາຄາກາງເທົ່າໃດ?

ວາງກຳນົດຊຳລະ 5ປີ (ສົມມຸດ) ແຕ່ ໃນຕົວຈີງວຽກແລ້ວ ເງີນກໍ່ຊຳລະແລ້ວ.

ເອົາເວົ້າຫລາຍໂພດລະ ເປັນອັນວ່າ ໂຄງການລົງທືນກ່ອນກຳລັງຮິດທຸກລະດັບ ກໍ່ແລ້ວກັນ



__________________
Anonymous

Date:

 ກົດຫມາຍງົບປະມານລະບຸຢ່າງຈະແຈ້ງ ວ່າ:ທຸກໆລາຍຈ່າຍງົບປະມານຂອງລັດຖະບານ ຕ້ອງຜ່ານສະພາເປັນຜູ້ຕົກລົງອະນຸມັດ ແຕ່ໃນເຊີງການປະຕິບັດ ມີຈ່າຍນອກແຜນ,ຈ່າຍເກີນແຜນ ອື່ນໆ ແລະ ບໍເຫັນວ່າມີການນຳຂັ້ນໃດຖືກວິໃນ ສຳມາຊິກສະພາກໍ່ບໍ່ເຄີຍຊັກທອດ ມີແຕ່ເຫັນດີ ບໍຮູ້ວ່າກົດຫມາຍທີ່ຂຽນອອກມານັ້ນຈະໃຫ້ປະຕິບັດ



__________________
Anonymous

Date:

Anonymous wrote:

ແຕ່ຖ້າໃຫ້ລັດຖະບານດຳເນີນການເອງ ມັນຈະບໍ່ມີປະສິດທິພາບ ດັ່ງນັ້ນ ເພີ່ນຈິງຫັນເປັນເອກະຊົນ (Privatisation). ແຕ່ຄວນຫຼຸດເປີເຊັນ ເອກະຊົນລົງ ເພາະ 10% ສູງເກີນໄປ.


 ຕາມເຂົ້າໃຈມັນບໍ່ແມ່ນລັກສະນະໃຫ້ເອກະຊົນລົງທືນກ່ອນ ເພາະວ່າຖ້າແມ່ນແນວນັ້ນເອກະຊົນກໍ່ເປັນພຽງຜູ້ມາຕິດຕັ້ງລະບົບ ຈັດຝຶກອົບຮົມການນຳໃຊ້ ແລ້ວກໍ່ມອບໃຫ້ລັດເປັນຜູ້ດຳເນີນການ ສ່ວນເປີເຊັນກໍ່ຕ້ອງແມ່ນລັດເປັນຜູ້ຫັກໃຫ້ ແຕ່ນີ້ມັນກົງກັນຂ້າມເພາະເອກະຊົນລົງທຶນ ແລ້ວແຕ່ງຕັ້ງພະນັກງານຂອງບໍລິສັດມາເປັນຄົນດຳເນີນການເກັບເງີນເອງ ມັນແມ່ນການສຳປະທານໂດຍອາໃສອຳນາດລັດມາຫາກີນ ຊຶ່ງຜ່ານມາກົມພາສີເຄີຍພະຍາຍາມເຮັດແລ້ວຄັ້ງນຶ່ງແຕ່ລົ້ວເຫຼວ ຄືນຳເອົາ ບໍລິສັດ BIVAC ມາເຮັດການກວດສອບແລ້ວເກັບເງີນສຸດທ້າຍລັດຖະບານສັ່ງໃຫ້ຍົກເລີກ ແລະໄດ້ເສຍເງີນຄ່າໂງ່ໃຫ້ບໍລິສັດຫຼາຍລ້ານໂດລາ ນີ້ຍັງບໍ່ຫຼາບ ຫຼື ຫົວໜ້າກົມ ກັບ ລັດຖະມົນຕີໂງ່ ເຫັນແກ່ໄດ້ ເຫັນແກ່ພວກພ້ອງ ເພາະບໍລິສັດແມ່ນເຄືອຂ່າຍຫົວໜ້າກົມ ຄົນດ້ອຍປະສົບການ ແຖມໂງ່ ຍັງເອົາມາເປັນຫົວໜ້າກົມ ເລື່ອງອື່ນບໍ່ສົນ ເອົາເສັ້ນຢ່າງດຽວ



__________________
Anonymous

Date:

ດຽວນີ້ນທົ່ວໂລກເຂົາໃຫ້ເອກະຊົນເຮັດຫມົດເພື່ອປ້ອງກັນການບໍລິຫານແບບເກື້ອກຸນ ອາຍາສິນ ແລະ ການຮົ່ວໄຫລ ຂອງງົບປະມານ. ໃຫ້ເອກະຊົນເຮັດສິດີກວ່າ ແຕ່ຕ້ອງຕົກລົງເລື່ອງຜົນປະໂຫຍດຊັດເຈນ ຢ່າໃຫ້ເອກະຊົນເອົາປຽບ



__________________
Anonymous

Date:

ຂີ້ລັກຫຼວງ

ຈັບໄດ້ເອົາໄປຢູ່ບ້ານສົມສະໜຸກ ທາງໄປວັງວຽງຫັ້ນ

ບ້ານນີ້ມີໝູ່ເຂົາຫຼາຍຄົນເປັນໂຣກຂີ້ທູດເຕັມ

ພາສາທາງການເອີ້ນວ່າ: ໂຣກຫຼວງ



__________________
Anonymous

Date:

À¸í¾«õ¡ ¡ñ®£¸¾´¥ó¤ÁêÉ.꾤14A.¯¾¡-À§ ¸ñ©-²ø-,¯½§¾§ö­-®-ª¾´-꾤 -À¢ö¾-®Ò-¡É¾-À¸í¾-À£õº¤-À¡ñ®-£È¾-꾤 -Áìɸ-ÁªÈ-꾤-¦ø­-®¡¾¤-¥½--À®ò¤-Àºö¾-,µ¾¡-À«ò¤-²¾¡¦È¸­-®ê†-¡È¼¸-¢º¤-©É¸¨-,«õ¡-Áìɸ-¹ìõ-¨ñ¤-,-¯½§¾§ö®- ª¾´-꾤-¡Ò-Ä©É-À¦ñ¨-²¾¦ó-ĹÉ-ìñ©.



__________________
Anonymous

Date:

ເລຶ່ອງການໃຫ້ເອກະຊົນເກັບພາສີນັ້ນຕາມທັດສະນະຂອງຂ້າພະເຈົ້າກໍ່ເຫັນດີນຳສ່ວໜື່ງເຊັ່ນຢາກໃຫ້ເພິ່ນເຮັດໃນຮູບ

ແບບມອບເໝົາເພາະວ່າແຕ່ລະປີແຕ່ລະດ່ານມອບພັນທະເຂົ້າງົບປະມານບໍ່ໄດ້ຕາມເປົ້າໝາຍຍ້ອນພະນັກງານພາສີເອົາສິນບົນຫຼາຍ

ໂພດຕົວຢ່າງດ່ານພາສີນາເຕີຍແຂວງຫຼວງນ້ຳທາສົມມຸດວ່າສະຕິຕິປີຜ່ານມາມອບເຂົ້າງົບປະມານຫ້າຮ້ອຍຕຶ້ປີຕໍ່ໄປມອບໃຫ້

ເອກະຊົນເກັບມອບເໝົາໃຫ້ເຂົາຈ່າຍຫ້າຮ້ອຍສອງຕຶ້ຖ້າຜູ້ໃດສົນໃຈກໍ່ໃຫ້ເຂົາສຳປະທານ.ປີໜຶ່ງເຂົາຊິເກັບພາສິຂາອອກ.ເຂົ້າ

ໄດ້ທໍ່ໃດກໍຢ່າເຂົາກຳໄລຫຼຶຂາດທືນກໍ່ຢ່າເພາະໃຫ້ລັດເກັບມີແຕ່ບໍ່ໄດ້ຕາຄາດໝາຍ.ີແຕ່ໃຫ້ທາງລັດເຂັ້ມງວດນຳບັນດາສີຄ້າ

ທີ່ມີຄວາມຫຼໍ່ແຫຼມເທົ່ານັ້ນໂດຍໃນແຕ່ລະປິຈະມີການສຶກສາຄືນໃໝ່ແລະຂື້ນຄ່າສຳປະທານທຸກປີ

 ຄວາມຄິດຂອງຂ້າພະເຈົ້າກໍ່ເປັນສ່ວໝ້ອຍໝື່ງຖ້າເຫັນວ່າບໍ່ຖືກຕ້ອງຂ້າພະເຈົ້າກໍ່ຍິນດີແລກປ່ຍນທັດສະນະກັບທຸກຯ

ທ່ານເພື່ອປັບປຸງລະບົບພາສີອາກອນຂອງບ້ານເຮົາໃຫ້ດີຂື້ນເຮັດໃຫ້ລັດມີງົບປະມານພຽງພໍສຳລັບການພັດທະນາພື້ນຖານໂຄງ

ລ່າງຂອງປະເທດເຮົາໃຫ້ດີຂື້ນ

 ຂໍຂອບໃຈໃນການແລກປ່ຽນບົດຮຽນທີ່ສ້າງສັນ



__________________
Anonymous

Date:

ເປັນແນວຄວາມຄິດທີ່ດີຢຽ້ມ ເຫັນດີນຳເດີ, ແຕ່ໂອກາດທີ່ຈະເປັນໄປໃດ້ນັ້ນຄືຊິມີນ້ອຍນິດ. ຂພຈ ຄິດວ່າຖ້າລັດຖະບານມີປະສົງຢາກແກ້ໄຂຈຸດອ່ອນໄຫວດັ່ງກ່າວນີ້ ກໍ່ຍັງມີຫລາຍວິທີເຊັ່ນ:ໃຫ້ພະນັກງານພາສີ ອາກອນແຈ້ງຖານະການເງິນ ຊັບສິນ,ຫນີ້ສິນຂອງຕົນຕໍ່ສາທາລະນະຊົນຮັບຊາບ ແລ້ວແຕ່ຕັ້ງຄະນະກຳມະການກວດກາເປັນໄລຍະ6ເດືອນ,ປີ1 ເປັນຕົ້ນ ຖ້າເຫັນຊັບສິນເພີ້ມຂື້ນເກີນຄວາມເປັນຈິງ ກໍ່ຕ້ອງປະຕິບັດວິໃນຢ່າງເຂັ້ມງວດ ພ້ອມຢຶດຊັບສິນນັ້ນເຂົ້າງົບປະມານລັດຕາມລະບຽບ



__________________
Anonymous

Date:

Anonymous wrote: ຂໍສະແດງຄວາມຊົມເຊີຍທ່ີເຫັນບັນດາທ່ານ ເປັນຮ່ວງເປັນໃຍນຳ ສັບສິນຂອງຊາດ, ຊຶ່ງຜູ້ເຫັນສະພາບແລ້ວກໍ່ເຈັບຫົວນຳ, ບໍ່ຮູ້້ວ່າແມ່ນໃຜ
ແທ້ຈະສາມາດມາແກ້ໄຂ ປະກົດການຫຍໍ້ທໍ້ເລົ່ານີ້ໄດ້. ຈະເຮັດວິທີໃດກໍ່ຕາມຖ້າແນວຄິດຂອງພວກຍັງເປັນຄືເກົ່າ ເຫັນແກ່ໂຕ ບໍ່ຮູ້ຈັກພໍ ແລະການນຳໃຊ້ກົດໝາຍ ຍັງບໍ່ທັນເຂັ້ມງວດ
ເທື່ອນີ້ ຜູ້ຂ້າວ່າເຮັດແນວໃດກໍ່ຍັງຈະຄືເກົ່າ,​ ຂໍອາໄພຖ້າຫາກຜິດພາດ.

ເລຶ່ອງການໃຫ້ເອກະຊົນເກັບພາສີນັ້ນຕາມທັດສະນະຂອງຂ້າພະເຈົ້າກໍ່ເຫັນດີນຳສ່ວໜື່ງເຊັ່ນຢາກໃຫ້ເພິ່ນເຮັດໃນຮູບ

ແບບມອບເໝົາເພາະວ່າແຕ່ລະປີແຕ່ລະດ່ານມອບພັນທະເຂົ້າງົບປະມານບໍ່ໄດ້ຕາມເປົ້າໝາຍຍ້ອນພະນັກງານພາສີເອົາສິນບົນຫຼາຍ

ໂພດຕົວຢ່າງດ່ານພາສີນາເຕີຍແຂວງຫຼວງນ້ຳທາສົມມຸດວ່າສະຕິຕິປີຜ່ານມາມອບເຂົ້າງົບປະມານຫ້າຮ້ອຍຕຶ້ປີຕໍ່ໄປມອບໃຫ້

ເອກະຊົນເກັບມອບເໝົາໃຫ້ເຂົາຈ່າຍຫ້າຮ້ອຍສອງຕຶ້ຖ້າຜູ້ໃດສົນໃຈກໍ່ໃຫ້ເຂົາສຳປະທານ.ປີໜຶ່ງເຂົາຊິເກັບພາສິຂາອອກ.ເຂົ້າ

ໄດ້ທໍ່ໃດກໍຢ່າເຂົາກຳໄລຫຼຶຂາດທືນກໍ່ຢ່າເພາະໃຫ້ລັດເກັບມີແຕ່ບໍ່ໄດ້ຕາຄາດໝາຍ.ີແຕ່ໃຫ້ທາງລັດເຂັ້ມງວດນຳບັນດາສີຄ້າ

ທີ່ມີຄວາມຫຼໍ່ແຫຼມເທົ່ານັ້ນໂດຍໃນແຕ່ລະປິຈະມີການສຶກສາຄືນໃໝ່ແລະຂື້ນຄ່າສຳປະທານທຸກປີ

 ຄວາມຄິດຂອງຂ້າພະເຈົ້າກໍ່ເປັນສ່ວໝ້ອຍໝື່ງຖ້າເຫັນວ່າບໍ່ຖືກຕ້ອງຂ້າພະເຈົ້າກໍ່ຍິນດີແລກປ່ຍນທັດສະນະກັບທຸກຯ

ທ່ານເພື່ອປັບປຸງລະບົບພາສີອາກອນຂອງບ້ານເຮົາໃຫ້ດີຂື້ນເຮັດໃຫ້ລັດມີງົບປະມານພຽງພໍສຳລັບການພັດທະນາພື້ນຖານໂຄງ

ລ່າງຂອງປະເທດເຮົາໃຫ້ດີຂື້ນ

 ຂໍຂອບໃຈໃນການແລກປ່ຽນບົດຮຽນທີ່ສ້າງສັນ


 



__________________
Anonymous

Date:

Anonymous wrote:

ເປັນແນວຄວາມຄິດທີ່ດີຢຽ້ມ ເຫັນດີນຳເດີ, ແຕ່ໂອກາດທີ່ຈະເປັນໄປໃດ້ນັ້ນຄືຊິມີນ້ອຍນິດ. ຂພຈ ຄິດວ່າຖ້າລັດຖະບານມີປະສົງຢາກແກ້ໄຂຈຸດອ່ອນໄຫວດັ່ງກ່າວນີ້ ກໍ່ຍັງມີຫລາຍວິທີເຊັ່ນ:ໃຫ້ພະນັກງານພາສີ ອາກອນແຈ້ງຖານະການເງິນ ຊັບສິນ,ຫນີ້ສິນຂອງຕົນຕໍ່ສາທາລະນະຊົນຮັບຊາບ ແລ້ວແຕ່ຕັ້ງຄະນະກຳມະການກວດກາເປັນໄລຍະ6ເດືອນ,ປີ1 ເປັນຕົ້ນ ຖ້າເຫັນຊັບສິນເພີ້ມຂື້ນເກີນຄວາມເປັນຈິງ ກໍ່ຕ້ອງປະຕິບັດວິໃນຢ່າງເຂັ້ມງວດ ພ້ອມຢຶດຊັບສິນນັ້ນເຂົ້າງົບປະມານລັດຕາມລະບຽບ


        ຈະໃຫ້ ໂຈນ ໄປກວດ ໂຈນ.....ມັນບໍ່ໃດ້ຜົນດອກ  ມີແຕ່ມັນຈະພາກັນໄປລັກຕໍ່. ຈະໃຫ້ໂຈນ ສື່ສັດດ້ວຍການ ເອົາ

   ຖານະຊັພສິນ ໄປລາຍງານ ໃຫ້ ຄວາມໂປງໃສ.....ຕ້ອງຖ້າຫມູ  ມີປີກ ບິນໃດ້ຄືໄກ່ກ່ອນເດີ ສະຫອຍ.

   ແນວຄິດນີ້ ກໍບໍ່ຕ່າງຫັຍງ ທີ່ ທາງນາໆ ຊາດ ມອບພັນທະໃຫ້ ສະຫາຍ ໂພນປົດ ຄົນໂປຣດ ໃຫ້ໄປ ກວດ ກາ Police

   ສະຫາຍ ໄກສອນ ພົມວິຫອຍ ( ຜູ້ຖືສິນກິນເຈ ເປັນກັມມະຖານ) ເບີ່ງວ່າ:

 

                      ສະຫາຍ ໄກ່ສອນ ໃດ້ຣະເມີດ ສິດທິມະນຸສຊົນບໍຫຼື ບໍ?

 

                            ຮ່າ ຮ່າ ຢາກຫົວໃຫ້ໂລກແຕກ.



__________________
Anonymous

Date:

¢ðÂê ¡ñ®²¾¡¦È¸­®ê†¡È¼¸¢º¤ ¢É¾­²½À¥í¾«¾´Á©È À¯ñ®¨ñ¤¥ˆ¤À¡ñ®ÁªÈ Á¢¸¤¥¿¯¾¦ñ¡ 14 A -Á¢¸¤-ºõ®-£õ-®Ò-À¡ñ®-£È¾-꾤 ­®¾¨-¨ö¡-ìñ©-ê½-´ö­-®ªó ¨ö¡Àìó¡ê‰¸-¯½-Àê©-Áìɸ ¢ð-Â꩹ì쾨ÅÅÅ -ð-»øÉ-§È¸¨ º½êò®¾¨-Á©È



__________________
Anonymous

Date:

ກິນກິນກິນ ກິນໂລດທ່ານຜູ້ທີ່ສະຫລາດສ່ອງໃສ ລະວັງແຕ່ກິນແລ້ວຖ່າຍບໍອອກເດີ ມັນຊິເຮັດໃຫ້ທ້ອງເບັງ ຮາຮາເຮວ



__________________
Anonymous

Date:

Anonymous wrote:

ເລຶ່ອງການໃຫ້ເອກະຊົນເກັບພາສີນັ້ນຕາມທັດສະນະຂອງຂ້າພະເຈົ້າກໍ່ເຫັນດີນຳສ່ວໜື່ງເຊັ່ນຢາກໃຫ້ເພິ່ນເຮັດໃນຮູບ

ແບບມອບເໝົາເພາະວ່າແຕ່ລະປີແຕ່ລະດ່ານມອບພັນທະເຂົ້າງົບປະມານບໍ່ໄດ້ຕາມເປົ້າໝາຍຍ້ອນພະນັກງານພາສີເອົາສິນບົນຫຼາຍ

ໂພດຕົວຢ່າງດ່ານພາສີນາເຕີຍແຂວງຫຼວງນ້ຳທາສົມມຸດວ່າສະຕິຕິປີຜ່ານມາມອບເຂົ້າງົບປະມານຫ້າຮ້ອຍຕຶ້ປີຕໍ່ໄປມອບໃຫ້

ເອກະຊົນເກັບມອບເໝົາໃຫ້ເຂົາຈ່າຍຫ້າຮ້ອຍສອງຕຶ້ຖ້າຜູ້ໃດສົນໃຈກໍ່ໃຫ້ເຂົາສຳປະທານ.ປີໜຶ່ງເຂົາຊິເກັບພາສິຂາອອກ.ເຂົ້າ

ໄດ້ທໍ່ໃດກໍຢ່າເຂົາກຳໄລຫຼຶຂາດທືນກໍ່ຢ່າເພາະໃຫ້ລັດເກັບມີແຕ່ບໍ່ໄດ້ຕາຄາດໝາຍ.ີແຕ່ໃຫ້ທາງລັດເຂັ້ມງວດນຳບັນດາສີຄ້າ

ທີ່ມີຄວາມຫຼໍ່ແຫຼມເທົ່ານັ້ນໂດຍໃນແຕ່ລະປິຈະມີການສຶກສາຄືນໃໝ່ແລະຂື້ນຄ່າສຳປະທານທຸກປີ

 ຄວາມຄິດຂອງຂ້າພະເຈົ້າກໍ່ເປັນສ່ວໝ້ອຍໝື່ງຖ້າເຫັນວ່າບໍ່ຖືກຕ້ອງຂ້າພະເຈົ້າກໍ່ຍິນດີແລກປ່ຍນທັດສະນະກັບທຸກຯ

ທ່ານເພື່ອປັບປຸງລະບົບພາສີອາກອນຂອງບ້ານເຮົາໃຫ້ດີຂື້ນເຮັດໃຫ້ລັດມີງົບປະມານພຽງພໍສຳລັບການພັດທະນາພື້ນຖານໂຄງ

ລ່າງຂອງປະເທດເຮົາໃຫ້ດີຂື້ນ

 ຂໍຂອບໃຈໃນການແລກປ່ຽນບົດຮຽນທີ່ສ້າງສັນ


 ບັກ​ຄວາຍ ບັກ​ໂງ່ ບັກ​ຊົ່ວ ມຶງ​ຄື​ຊີ່​ແມ່ນ​ຜູ້​ທີ່​ຊຸກຍູ້​ເລື້ອງ​ນີ້ ຫຼື ຜູ້​ທີ່​ຖ້າ​ສຳ​ປະທານ​ເງີ​ນພາສີ ​ເພື່ອ​ຈະ​ໄດ້​ນຳ​ໄປ​ຮັບ​ປະທານ ​ເຮັດ​ກອງ​ທານ​​ໄປ​ພາຍ​ພາກ​ໜ້າໃຫ້​ຍາດ​ພີ່ນ້ອງ​ມື​ງ ມຶງ​ຮຽນ​ຈົບ​ມາ​ແຕ່​ສະ​ຖາ​ບັນ​ໃດ ຄື​ມາ​ມີ​ແນວ​ຄິດ​ໃຫ້​ເອກະ​ຊົນ​ສຳ​ປະທານ​ເກັບ​ພາສີ​ອາກອນ ຊຶ່ງ​ເປັນ​ເງີ​ນທີ່​ທຸກໆ​ຄົນ​ຕ້ອງ​ຈ່າ​ບ​ເຂົ້າ​ງົບປະມານ​ຕາມ​ພັນທະ​ຕົນ​ເອງ ​ເງີ​ນນີ້​ແມ້​ແຕ່​ກີບ​ດຽວ​ກໍ່​ບໍ່​ມີ​ສິດ​ເອົາ​ໄປ​ໃຊ້​ສ່ວນ​ຕົວ.

ທຸກໆ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ອາ​ໃສ​ເງີ​ນພາສີ​ອາກອນ​ນີ້​ມາ​ເປັນ​ງົບປະມານ​ໃນ​ການ​ພັດທະນາ ​ໂດຍ​ສະ​ເພາະ​ປະ​ເທດ​ດ້ອຍ​ພັດທະນາ​ຄື​ລາວ​ແຮງ​ກວມ​ເອົາ​ເກີນ 50% ຄັນ​ມອບ​ໃຫ້​ເອກະ​ຊົນ​ເກັບ​ມັນ​ກໍ່​ກາຍ​ເປັນ​ລັດຖະບານ​ໄປ​ໃນ​ໂຕ​ໂລດ ​ແຕ່​ວ່າການ​ເສຍ​ພາສີ​ອາກອນ​ແບບ​ມອບ​ເໝົາ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ແມ່ນ​ເປັນ​ໄປ​ໄດ້ ​ແຕ່​ນີ້​ມັນ​ບໍ່​ຄື​ກັນ​ຕົວ​ເລກ​ເງີ​ນພາສີ​ອາກອນ​ມັນ​ຂຶ້ນ​ກັບ​ການ​ນຳ​ເຂົ້າ​ສົ່ງ​ອອກ​ຕົວ​ຈິງ ສະ​ນັນ​ຢ່າ​ພາກັນ​ຄິດ​ອີກ​ເດີ​ພວກ​ໂງ່​ທັງຫຼາຍ ລວມທັງ​ພວກ​ໃຫ້​ສຳ​ປະທານ ​ແລະ​ສຳ​ປະທານ​ໃນ​ປະຈຸ​ບັນ​ຢູ່​ດ່ານ​ຂົວ​ມິດ​ຕະພາບ ຂໍ​ໃຫ້​ພວກ​ສູ​ລົ້ມ​ຈົມ​ເນີ ​ເງີ​ນທີ່​ໄດ້​ມາ​ກໍ່​ໃຫ້​ເປັນ​ຝຸ່ນ​ເປັນ​ຜົງ​ປົກ​ໜ້າ​ສູ ຂໍ​ຢ່າ​ໃຫ້​ສູ​ມີ​ຄວາມສຸກ​ເຖົ້າ​ຊົ່ວ​ກາລະ​ນານ



__________________
Anonymous

Date:

ກ່ອນອື່ນຂໍສແດງຄວາມດີໃຈ

ນຳທ່ານຜູ້ທີ່ອອກຄວາມເຫັນສ້າງສັນດີ,ທີ່ຈິງແລ້ວຂ້າພະເຈົ້າບໍ່ໄດ້ມີຍາດມິດທີ່ໄດ້ຣັບສຳປະທານຄຶທ່ານກ່າວຫາດອອກ

ຂ້າພະເຈົ້າກໍເປັນລູດກຈ້າງຂອງໂຄງການຊື່ຯບໍ່ໄດ້ຮັບຜົນປະໂຫຍດຫັຍງທັບຊ້ອນ.ການທີ່ຂ້າພະເຈົ້າສະແດງຄວາມເຫັນນັ້ນກໍຍ້ອນ

ເປັນຫ່ວງເລື່ອງງົບປະມານຂອງພັກລັດຫັ້ນແລ້ວ,ຖ້າເຈົ້າມີການສຶກສາແລະມັກອ່ານຂ່າວຄາວໃຫ້ເຈົ້າມືນຕາເບີ່ງແດ່ບົດລາຍງານ

ການເງິນຂອງລັດຖະມົນຕີລາຍງານຕໍ່ສະພາຫຼືວ່າຫູເຈົ້າໜວກພ້ອມທັງຕາບອດບໍ່ຈື່ງບໍ່ຫັຍງລາຍງານແຕ່ລະປີແຕ່ລະດ່ານຈະເກັບ

ລາຍຣັບບໍ່ໄດ້ຕາມເປົາໝາຍຈັກປີແທນທີ່ຈະໄດ້ເກີນເປົ້າ,ສັງເກດເບິ່ງສີນຄ້າຂາອອກຂາເຂົ້າໃນແຕ່ລະປີຖ້າເກັບແທ້ຯເກັບພຽງ7

ເດືອນກໍໄດ້ຕາມເປົ້າແລ້ວ.ເປັນຫັຍງຈື່ງບໍ່ໄດ້ຕາມເປົ້າ?ເຈົ້າເບີ່ງພະນັກງານພາສີແຕ່ລະຄົນຢູ່ບ່ອນໃດເຫັນເຂົາທຸກ.ເບຍລາວ

ເຂົາກໍຍັງບໍ່ກີນຢ່າງໜ້ອຍກໍຈອນນີດຳພຸ້ນເບີ່ງໜ້າບັກໃດກໍເຫຼືອງໂຊຯຕັບແຂງໃກ້ຊິຕາຍແລ້ວ,ຂ້າພະເຈົ້າບໍໄດ້ຫັຍງດອອຈາກການ

ສຳປະທານມີແຕ່ເສຍພາສີລາຍໄດ້ໃນແຕ່ລະເດືອນກໍເທົ່ານັ້ນແລ້ວ.



__________________
Anonymous

Date:

what about road 14 A INFORMATION

 



__________________
Anonymous

Date:

GFDGDSGFS



__________________
Anonymous

Date:

Anonymous wrote:

 

¢ðÂê ¡ñ®²¾¡¦È¸­®ê†¡È¼¸¢º¤ ¢É¾­²½À¥í¾«¾´Á©È À¯ñ®¨ñ¤¥ˆ¤À¡ñ®ÁªÈ Á¢¸¤¥¿¯¾¦ñ¡ 14 A -Á¢¸¤-ºõ®-£õ-®Ò-À¡ñ®-£È¾-꾤 ­®¾¨-¨ö¡-ìñ©-ê½-´ö­-®ªó ¨ö¡Àìó¡ê‰¸-¯½-Àê©-Áìɸ ¢ð-Â꩹ì쾨ÅÅÅ -ð-»øÉ-§È¸¨ º½êò®¾¨-Á©È


 ລັດຖະບານບໍ່ມີເງີນຈ່າຍຄ່າກໍ່ສ້າງ ເພີ່ນເລີຍໃຫ້ນັກທຸລະກິດລົງທືນເອງ

ແລ້ວເກັບເອົາເງີນຄ່າຜ່ານທາງເອງ ວ່າຊັ້ນ. ແບບຢູ່ເມືອງໄທເພີ່ນໃຫ້ນາຍທືນ

ລົງທືນສ້າງທາງດ່ວນແລ້ວເກັບເງີນເອົາເອງຫັ້ນລະ



__________________
Anonymous

Date:

ຄັນເປັນຄືແນວນີ້ 2014 ຂ້ອຍຊີ່ຂໍສຳປະທານຫ້ອງວ່າການລັດຖະບານ ກັບ ກະຊວງປ້ອງກັນຄວາມສະຫງົບ ເພິ່ນຊີ່ເອົາປີເທົ່າໃດນໍ



__________________
Anonymous

Date:

 ແມ່ນຄວາມ ເຫັນດີນຳທ່ານ,ຖ້າຢູ່ບ່ອນໃດກໍ່ໃຫ້ແຕ່ເອກະຊົນສຳປະທານ ລັດເຮົາຈະເຮັດຫຍັງ, ໃຜຈະຄຸ້ມຄອງໃຜ. ບໍ່ຕ່າງຫຍັງກັບທິມເຕະບານ ຢູ່ໃນເດີນການແຂງຂັນ ບໍມີກຳມະການ ຄວບຄຸມການແຂ່ງ ທ່ານວ່າມັນຈະເປັນແນວໃດ?



__________________
Anonymous

Date:

§º®Ã¥ ê†Ä¹É£¸¾´¡½¥È¾¤Á¥É¤ªÒ°øÉ»øÉÀꉾ®ÒÀ«ò¤.¢¾©¸È¾ºó¡ªÒÎɾ꾤ê÷¡¦¾¨ ®ð¦ñ©¡Ò¦É¾¤ ìö¤êõ® ÁìɸÀ¡ñ®Àºö¾.ºó¡ªÒÎɾ¥½´ó®¾¨êô­®´¾¦¿¯½êȾ­® 꾤À¢í¾ ®É¾® À¥í¾ ÁìɸÀ¡ñ®À¤ó­®°È¾­®ê¾¤ Àºö¾.À²¾½À¥í¾®Ò´ó´óÀ¤ó­®¦É¾¤ê¾¤À¥í¾ À»õº­®À¥í¾Àº¤ . ( °ò© ²¾© ¢ðÂê©À©ó )



__________________
Anonymous

Date:

S



__________________
Anonymous

Date:

ຂ້ອຍໃດ້ຍິນຫລາຍໆບລສ ເພີ່ນວ່າ ໄປຢືມເງິນຢູ່ຄັງເງິນງ່າຍກ່ວາໄປຢືມຢູ່ທະນາຄານ ເສຍດອກເທື່ອດຽວຖືວ່າແລ້ວ ສຳລັບຕົ້ນທີ່ຢືມນັ້ນ 20ປີກໍ່ບໍ່ສຳລະ ສະບາຍສະບາຍ. ຂພຈ ຊາວນາ ມ ສຸຂຸມາ ເມືອງທຸກຍາກ ວ່າຢາກໄປຢືມນຳເພີ່ນພໍໃດ້ເປັນທຶນມາລ້ຽງກົບຊິໃດ້ບໍນໍ?



__________________
Anonymous

Date:

ກ່ອນອື່ນຂໍສແດງຄວາມດີໃຈ

ນຳທ່ານຜູ້ທີ່ອອກຄວາມເຫັນສ້າງສັນດີ,ທີ່ຈິງແລ້ວຂ້າພະເຈົ້າບໍ່ໄດ້ມີຍາດມິດທີ່ໄດ້ຣັບສຳປະທານຄຶທ່ານກ່າວຫາດອອກ

ຂ້າພະເຈົ້າກໍເປັນລູດກຈ້າງຂອງໂຄງການຊື່ຯບໍ່ໄດ້ຮັບຜົນປະໂຫຍດຫັຍງທັບຊ້ອນ.ການທີ່ຂ້າພະເຈົ້າສະແດງຄວາມເຫັນນັ້ນກໍຍ້ອນ

ເປັນຫ່ວງເລື່ອງງົບປະມານຂອງພັກລັດຫັ້ນແລ້ວ,ຖ້າເຈົ້າມີການສຶກສາແລະມັກອ່ານຂ່າວຄາວໃຫ້ເຈົ້າມືນຕາເບີ່ງແດ່ບົດລາຍງານ

ການເງິນຂອງລັດຖະມົນຕີລາຍງານຕໍ່ສະພາຫຼືວ່າຫູເຈົ້າໜວກພ້ອມທັງຕາບອດບໍ່ຈື່ງບໍ່ຫັຍງລາຍງານແຕ່ລະປີແຕ່ລະດ່ານຈະເກັບ

ລາຍຣັບບໍ່ໄດ້ຕາມເປົາໝາຍຈັກປີແທນທີ່ຈະໄດ້ເກີນເປົ້າ,ສັງເກດເບິ່ງສີນຄ້າຂາອອກຂາເຂົ້າໃນແຕ່ລະປີຖ້າເກັບແທ້ຯເກັບພຽງ7

ເດືອນກໍໄດ້ຕາມເປົ້າແລ້ວ.ເປັນຫັຍງຈື່ງບໍ່ໄດ້ຕາມເປົ້າ?ເຈົ້າເບີ່ງພະນັກງານພາສີແຕ່ລະຄົນຢູ່ບ່ອນໃດເຫັນເຂົາທຸກ.ເບຍລາວ

ເຂົາກໍຍັງບໍ່ກີນຢ່າງໜ້ອຍກໍຈອນນີດຳພຸ້ນເບີ່ງໜ້າບັກໃດກໍເຫຼືອງໂຊຯຕັບແຂງໃກ້ຊິຕາຍແລ້ວ,ຂ້າພະເຈົ້າບໍໄດ້ຫັຍງດອອຈາກການ

ສຳປະທານມີແຕ່ເສຍພາສີລາຍໄດ້ໃນແຕ່ລະເດືອນກໍເທົ່ານັ້ນແລ້ວ.

---------------------------------------------------------------------------------------------------------------------------------------------------------------------------------------------------

 

ຄວາມຄິດເຫັນຂອງຂ້າພະເຈົ້າ: ແມ່ນເຫັນດີນຳ ຖ້າຫາກວ່າ ມີການປະກາດການປະເມີນຈ່າງຈະແຈ້ງ, ແລະ ປະມູນເປັນບ່ອນໆ, ປະມູນໃນໄລຍະປີຕໍ່ປີ, ສ້າງໃຫ້ມີການະມູນແບບແຂ່ງຂັນ, ບໍລິສັດໃດຍື່ນລາຄາໃຫ້ຫຼາຍ ກໍ່ເອົາບໍລິສັດນັ້ນ, ຖ້າເຮັດໃດ້ແນວນີ້ ລັດກໍ່ຈະ ເກັບພາສີໃດ້ຕາມເປົ້າ,

ຂ້າພະເຈົາ ເຊື່ອແນ່ວ່າ ຖ້າລັດເຮັດໃດ້ຄື ຜູ້ຂ້າຂຽນໃວ້, ພາສີເຂົ້າລັດຈະຫຼາຍຂື້ນ

ແຕ່ສິ່ງທີ່ຜູ້ຂ້າເປັນຫວ່ງກະຄື: ການຈ້າງຄົນຕົນເອງໃນລາຄາສູງມາເກັບພາສີໃຫ້ ແລ້ວ ການປັນສ່ວນເປັນ ເປີເຊັນ, ເຮັດການປະມູນພໍຄືໆ, ບາດສຸດທ້າຍກະເລືອກເອົາທີມງານຕົນເອງ 

 



__________________
Anonymous

Date:

ss



__________________
Anonymous

Date:

ເຊົາຄິດສາ ອາຍຊາວໂລກເພິ່ນ ໃນໂລກນີ້ບໍ່ມີລັດຖະບານໃດດອກທີ່ອະນຸຍາດໃຫ້ເອກະຊົນມາເກັບພາສີ ສ່ວນອາກອນນັ້ນມີແຕ່ເພິ່ນກຳນົດເປັນຂອບເຂດສະເພາະ ຫຼື ເຂດເສດຖະກິດພິເສດໃດນຶ່ງ ສ່ວນການຈັດເກັບພາສີ ອາກອນໃນລະບົບປົກກະຕິນັ້ນເປັນໄປບໍ່ໄດ້ດອກ ອັນທີ່ຂົວມິດຕະພາບອະນຸຍາດໃຫ້ເອກະຊົນມາສຳປະທານນັ້ນບໍ່ແມ່ນຄ່າພາສີ ອາກອນ ມັນແມ່ນຄ່າທຳນຽມເຂົ້າອອກເມືອງ ແລະຄ່າທຳນຽມຜ່ານຂົວຊື່ໆ ຢ່າໄປສັບສົນເດີ ແຕ່ວ່າຂ້າພະເຈົ້າກໍ່ບໍ່ເຫັນດີນຳທີ່ມາບັງຄັບໃຫ້ຊື້ບັດສະມາດຄາດ ຄວນເຮັດເປັນສອງລະບົບຄວບຄູ່ກັນໄປໃຜຢາກໃຊ້ລະບົບໃດກໍ່ສຸດແລ້ວແຕ່ ໂດຍສະເພາະແມ່ນນັກທ່ອງທ່ຽວ ແລະ ຜູ້ທີ່ບໍ່ຄ່ອຍໄດ້ເຂົ້າ ອອກ ເລື້ອຍໆ ກໍ່ບໍ່ຈຳເປັນຕ້ອງໃຊ້ບັດ ຄວນຈີກປີ້ຄືເກົ່າ

ສ່ວນລະບົບພາສີນັ້ນບໍ່ມີລັດຖະບານໃດໃຫ້ເອກະຊົນມາສຳປະທານໄດ້ດອກ ເພາະວຽກພາສີບໍ່ແມ່ນແຕ່ຊີ່ມາເກັບພາສີ ອາກອນເທົ່ານັ້ນ ແຕ່ຍັງມີວຽກກວດກາ ປາບປາມ ອຳນວຍຄວາມສະດວກ ເກັບກຳຕົວເລະສະຖິຕິ ສະກັດກັ້ນການຄ້າຂາຍເຖື່ອນ ຜິດກົດໝາຍ ແລະເຮັດໜ້າທີ່ກວດກາແທນຂະແໜງການອື່ນອີກ ໃນປະເທດທີ່ຈະເລີນແລ້ວພາສີຍັງເຮັດວຽກແທນຕຳລວດກວດຄົນເຂົ້າເມືອງອີກ ສະນັ້ນ ຢ່າໄປຄິດໃຫ້ເຈັບສະໝອງທ້ອນແນວທີ່ເປັນໄປບໍ່ໄດ້ ແລະຂໍແນະນຳຜູ້ທີ່ມີແນວຄິດຢາກສຳປະທານເກັບພາສີໄປສຶກສາກົດໝາຍຄືນເດີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard