Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຈນອອກອາລະວາດ ລັກລົດຈັກຢູ່ນະຄອນຫຼວງ !
Anonymous

Date:
ໂຈນອອກອາລະວາດ ລັກລົດຈັກຢູ່ນະຄອນຫຼວງ !


ລົດເສຍຫລາຍຄັນໃນອາທິດຜ່ານມາ

 

ເຈົ້າໜ້າທີ​່ຫ້ອງ​ຕຳຫຼວດນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ໃນ​ອາທິດ​ຜ່ານ​ມາ ນັບ​ແຕ່​ວັນ​ທີ 8 ຫາ 14 ພຶດສະພາ ນີ້ ໄດ້​ຮັບ​ແຈ້ງ​ຈາກປະຊາຊົນ​ມີ​ສະພາບ​ລົດ​ເສຍ​ເກີດ​ຂຶ້ນຫຼາຍ ກວ່າ​ສິບ​ຄັນ ຊຶ່ງ​ສ່ວນ​ໃຫຍ່​ລົດ​ທີ່​ເສຍ​ແມ່ນ​ປະ​ເພດ​ລົດຈັກ ​ແລະ ມີ​ 2 ຄັນ​ເປັນ​ລົດ​ໃຫຍ່​ທີ່​ຖືກ​ລັກ​ໄປ ຊຶ່ງ​ທາງ​ເຈົ້າໜ້າທີ່ ​​​ພວມ​ເລັ່ງຕິດຕາມ​ນຳ​ຈັບ​ຄົນ​ຮ້າຍ​ມາ​ດຳ​ເນີນ​ຄະດ​ີ​ໃຫ້​ໄດ້​ໂດຍ​ໄວ.

         ​ເຈົ້າໜ້າທີ່ ຫ້ອງ​ຕຳຫຼວດ ກ່າວ​ວ່າ​: ​ສະພາບ​ລັກ​ລົດ​ເກີດ​ຂຶ້ນຫຼາຍ​​ຢູ່​ຕາມ​ສະຖານ​ທີ່​ຄຸ້ມ​ບ້ານນັ້ນ​ແມ່ນຍ້ອນ​ການ​ຂາດ​ສະຕິ​ຊັບ​ສິນຂອງ​ຕົນ ແລະ ພ້ອມດຽວກັນນັ້ນ​ຂະ​ບວນ ການ​ລັກ​ລົດຈັກ​ຍັງ​ເຮັດ​ເປັນ​ກຸ່ມ​ແກ໊ງ​ທີ່​ມີ​ການ​ຕິດຕໍ່ຂາຍຊື້ ຂາຍ​ກັນ​ຜິດ​ກົດໝາຍ, ພວກ​ໂຈນ​ດັ່ງກ່າວ​ຈະມີເຄື່ອງມື​ອຸປະກອນ​ຊ່ວຍ​ໃນ​ການ​ລັກ​ລົດ​ທີ່​ທັນ​ສະ​ໄໝອີກ​ດ້ວຍ​ເຊັ່ນ: ກະ​ແຈ​ໂຕ T  ຫຼື ຄີມ​ພະລັງ​ແຮງ ເຮັດ​ໃຫ້ການ​ລັກ​ລົດ​ອ່າວງ່າຍ ​ແລະ ​ວ່ອງ​ໄວ​ທີ່​ສຸດ,​ພວກ​ເຂົາ ພຽງ​ໃຊ້​ເວລາ​ບໍ່​ເທົ່າ​ໃດ​ນາທີກໍ​ສາມາດ​ລັກ​ລົດ​ໄປ​ໄດ້​ຄື ​ໃນ​ວັນ​ທີ 13 ພຶດສະພານີ້,ຫ້ອງ​ຕຳຫຼວດ ນະຄອນຫຼວງວຽງຈັນ ໄດ້​ຮັບ​ແຈ້ງປະຊາຊົນ​ເກີດ​ເຫດ​ລັກ​ລົດຈັກ ຢູ່​ເຂດ​ບ້ານ ຄຳ​ຮຸ່ງ ​​ແລະ ​ໄດ້​ມີ​ຄົນ​ຮ້າຍ​ລັກ​ລົດ​ໃຫຍ່​ຫຍີ່​ຫໍ້ ເຊັບ​ໂລ​ເລັດ ຢູ່​ເຂດກາ​ຊີໂນ​ແດນ​ສະຫວັນ ຊຶ່ງ​ປັດຈຸບັນ​ເຈົ້າໜ້າທີ່​ກຳລັງ​ຕິດຕາມ​ແກ້​ໄຂ​ບັນຫາ​ດັ່ງ ກ່າວ ​ແລະ ຂໍ​ຮຽກຮ້ອງ​ມາ​ຍັງ​ປະ ຊາຊົນ​ໃຫ້​ຊ່ວຍ​ເປັນ​ເຈົ້າ​ການ​ຮັກ ສາ​ຊັບ​ສິນ​ຂອງ​ຕົນ​ໃຫ້​ຫລາຍຂຶ້ນ ແລະ ຊ່ວຍ​ເປັນ​ຫູ​ເປັນຕາ​ຊ່ວຍ​ເຈົ້າໜ້າທີ່​ແກ້​ໄຂ​ສະພາບ​ຫຍໍ້​ທໍ້​ດັ່ງກ່າວ​ໃຫ້ໝົດ​ໄປ​ເພື່ອ​ສັງຄົມ​ມີ​ຄວາມ​ສະຫງົບ​ສຸກ.


__________________
Anonymous

Date:

ຖ້າຂາດສະຕິຊັບຈະເສຍທຸກຢ່າງເນີ, ຢູ່ບ້ານດອນຊ້າໄພມີຫລາຍຄົນເສຍເຮືອຈັກຫາງຍາວ

ຍ້ອນຂາດສະຕິບໍ່ຄິດວ່າຈັກໜັກຫລາຍຮ້ອຍກິໂລເຂົາຈະລັກໄປໄດ້. ສໍາລັບຂ້າພະເຈົ້າແລ້ວ

ຈອດເຮືອປຶບແມ່ນແບກຈັກຂຶ້ນໄປໄວ້ຫ້ອງເກັບເຄື່ອງໂລດ ໃສ່ກະແຈໄວ້ອີກສອງຊັ້ນ, ລົດອີ

ຊູຊູກໍ່ຈອດໄວ້ເຮືອນຈອດລົດໃສ່ກະແຈພວງມະໄລພ້ອມ ບໍ່ບໍ່ປະມາດ. ດຽວນີ້ຄິດຢາກໃສ່ກະ

ແຈແມ່ເດັກນ້ອຍຍາມລາວນອນຫລັບ ຢ້ານເຂົາລັກຂຶ້ນມາມ່າເຂົ້າເປືອກຕອນຂ້າພະເຈົ້າໄປໄຫລມອງ.



__________________
Anonymous

Date:

ຕອນແລງເວລາ 7:30 ມື້ ວັນທີ່ 15/05/2013 ລົດຈັກຮອນດາສີດຳ ປ້າຍ (ຫົວພັນ ຈຄ 2761) ກໍ່ເສຍຢູ່ເດີ່ນບານສ້າງສັນ

ເປີດໃໝ່ໃກ້ກັບຄິວເມສາຍໃຕ້, ເຈົ້າໜ້າທີ່ຈະແຈ້ງໃຫ້ພາກສ່ວນໃດ ຈີ່ງຈະພໍຊ່ອຍຕິດຕາມລົດໃຫ້  ຂໍຄວາມຊ່ອຍເຫຼືອແດ່.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard