Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກທຸລະກິດຍິງລາວໄດ້ຮັບຫຼຽນຄຳ !
Anonymous

Date:
ນັກທຸລະກິດຍິງລາວໄດ້ຮັບຫຼຽນຄຳ !


ນັກທຸລະກິດຍິງລາວໄດ້ຮັບຫຼຽນຄຳຈາກການວາງສະແດງສິ່ງປະດິດແມ່ຍິງສາກົນຈາກ ສ.ເກົາຫຼີ

 


 
business.jpg
            ການວາງສະແດງສິ່ງປະດິດແມ່ຍິງສາກົນເຊິ່ງໄດ້ຈັດຂື້ນ ແຕ່ວັນທີ 1-9 ພຶດສະພາ 2013 ນີ້ຢູ່ສາທາລະນະລັດເກົາ ຫຼີ, ສະມາຄົມນັກທຸລະກິດຍິງລາວ ຂອງສູນກາງສະຫະພັນແມ່ຍິງ ລາວໄດ້ຄັດເລືອກເອົານັກທຸລະກິດແມ່ຍິງລາວເອົາ ຜະລິດ ຕະພັນສິ່ງປະດິດຂອງຕົນເຂົ້າຮ່ວມໃນການວາງສະແດງດັ່ງກ່າວເປັນຄັ້ງທຳ ອິດແລະໄດ້ຮັບການຍ້ອງຍໍຈາກຄະນະກຳມະການຈັດວາງສະແດງສິນຄ້າສິ່ງປະດິດ ແມ່ຍິງສາກົນໂດຍການມອບລາງ ວັນຫຼຽນຄຳ1ຫຼຽນແລະຫຼຽນເງິນ 3 ຫຼຽນຈາກ ສິນຄ້າສາມປະເພດໃນຈຳນວນສິນຄ້າສິ່ງປະດິດທີ່ນຳເຂົ້າສະແດງທັງໝົດ 6 ປະເພດ.
           ຜົນສຳເລັດຈາກການເຂົ້າ ຮ່ວມການວາງສະແດງຄັ້ງນີ້ໄດ້ ຮັບການເປີດເຜີຍ ຈາກທ່ານນາງ ຈັນເທົາ ປະທັມມະວົງ ປະທານ ສະມາຄົມນັກທຸລະກິດຍິງລາວ, ໃນພິທີຖະແຫຼງຂ່າວກ່ຽວກັບຜົນ ສຳເລັດ ການເຂົ້າຮ່ວມການວາງສະແດງສິ່ງປະດິດ ແມ່ຍິງສາກົນ ໃນວັນທີ14ພິດສະພານີ້ຢູ່ສະມາ ຄົມນັກຂ່າວແຫ່ງສປປລາວ. ປະທານສະມາຄົມນັກທຸລະກິດ ແມ່ຍິງລາວກ່າວ ວ່າ:ການນຳເອົາ ສິ່ງປະດີດຂອງແມ່ຍິງລາວໄປວາງສະແດງໃນລະດັບສາກົນຄັ້ງ ນີ້ນັບວ່າເປັນຄັ້ງປະຫວັດສາດສຳລັບນັກທຸລະ ກິດແມ່ຍິງລາວເຊິ່ງການວາງສະແດງຄັ້ງນີ້ເປັນ ຄັ້ງທີ6ທີ່ສາທາລະນະລັດເກົາຫຼີ ເປັນເຈົ້າພາບຈັດຂຶ້ນແລະໄດ້ຮັບກຽດອັນສູງ ທີ່ນັກທຸລະກິດແມ່ຍິງ ລາວໄດ້ຮັບລາງວັນຫຼຽນຄຳ ແລະ
ເງິນມາສູ່ປະເທດຊາດແລະແມ່ຍິງ ລາວທຸກຄົນ.ສຳລັບສິ່ງປະດິດທ່ີ ນຳເຂົ້າວາງສະແດງໄດ້ຮັບລາງ ວັນໃນຄັ້ງນີ້,ປະເພດຫຼຽນຄຳ ໄດ້ຈາກປະເພດຜ້າພັນຄໍ, ປະເພດລາງວັນຫຼຽນເງິນໄດ້ຈາກຜະ ລິດຕະພັນຜ້າພັນຄໍແລະກີ່ຕ່ຳຫູກ ໂດຍມື ເປັນຜົນງານຂອງທ່ານ ນາງສຸວິຕາປະເສີດເຈົ້າຂອງໂຮງງານພົມປະຫັດສະຈັນ, ສຳ ລັບຫຼຽນເງິນອີກໜຶ່ງຫຼຽນໄດ້ຈາກຜະ ລິດຕະພັນຜ້າປະດັບເອ້ແຂວນຝາ ເຊິ່ງເປັນຜົນງານຂອງທ່ານນາງ ພັນລາພິລາວົງ ຫັດຖະ ກຳຕ່ຳ ແຜ່ນຄອບຄົວຈາກແຂວງຫົວພັນ, ຜົນສຳເລັດຈາກການເຂົ້າຮ່ວມ ວາງສະແດງສິ່ງປະດິດແມ່ຍິງສາກົນຂອງແມ່ຍິງລາວ ພວກເຮົາໃນ ຄັ້ງນີ້ນັບວ່າເປັນການຈຸດປະກາຍ ດຶງດູດໃຫ້ແມ່ຍິງລາວໂດຍສະ ເພາະແມ່ນແມ່ຍິງຜູ້ທີ່ມີຫົວຄິດປະດິດສ້າງທີ່ ຢາກເຂົ້າໄປແຂ່ງຂັນ ເອົາລາງວັນໃນຄັ້ງຕໍ່ໆໄປ.ດັ່ງທີ່ ທຸກຄົນໄດ້ຮັບຊາບຢູ່ແລ້ວວ່າ:ແມ່ ຍິງເປັນໄມ້ງັດອັນໜຶ່ງໃນການພັດທະ ນາປະເທດຊາດ ເຊິ່ງສະແດງ ອອກສິ່ງປະດິດທ່ີຜ່ານມາແມ່ຍິງແມ່ນມີຫົວຄິດປະດິດສ້າງ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ແມ່ຍິງ ໃນຫຼາຍໆປະເທດໄດ້ປະດິດຂຶ້ນມາແຕ່ບໍ່ໄດ້ມີລິຂະສິດເປັນຂອງຕົນເອງພາໃຫ້ອັບປະໂຫຍດຍ້ອນຄວາມຮູ້ເທົ່າບໍ່ເຖິງການ ເຮັດໃຫ້ໂຮງຈັກໂຮງງານສວຍໂອກາດເອົາສິ່ງປະດິດເຫຼົ່ານັ້ນໄປປະດິດເປັນສິນຄ້າ. ການເຂົ້າຮ່ວມວາງສະແດງຂອງນັກທຸລະ ກິດຍິງຄັ້ງນີ້ຈະກາຍເປັນແບບຢ່າງອັນດີໃນການຜະລິດສິນຄ້າທີ່ເປັນລິຂະສິດຂອງແມ່ຍິງລາວໂດຍສະເພາະສິ່ງປະດິດທ່ີໄດ້ຮັບລາງວັນ ຈະໄດ້ຮັບການຈົດລິຂະສິດໃຫ້ເປັນເອກະລັກສະເພາະຂອງຕົນໂດຍຜູ້ອື່ນບໍ່ສາມາດຮຽນແບບໄດ້.


__________________
Anonymous

Date:

ຊົມເຊີຍຫຼາຍໆ



__________________
Anonymous

Date:

ຜູ່ຍີງທຳທຸຣະກິດ ສ່ວນຫລາຍແລ້ວໄດ້ປະສົບຜົນສຳເຣັດ ເພາະວ່າດ້ວຍເຫດໃດ

ຈື່ງໄດ້ຜົນສຳເຣັດ ຍ້ອນວ່າເຂົາບໍ່ມີສິດທີ່ຈະມີຜົວນ້ອຍ ແບບບັນດາຜູ່ຊາຍທັງຫລາຍ

ຖ້າຜູ່ຊາຊທຳທຸຣະກີດແມ່ນເງີນຮົ່ວໄຫລແລະຫາຍສາບສູນ ຍ້ອນເພີ່ນໄປມີເມຍນ້ອຍ

ຫ້ອຍເມຍປາຍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard