Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດຄາດຕະກຳໂຫດເສຍຊີວິດ 3 ເຈັບສາຫັດ 1 ຄົນ !!!
Anonymous

Date:
ເກີດເຫດຄາດຕະກຳໂຫດເສຍຊີວິດ 3 ເຈັບສາຫັດ 1 ຄົນ !!!


ເກີດເຫດຄາດຕະກຳໂຫດເສຍຊີວິດ 3 ເຈັບສາຫັດ 1 ຄົນ ຢູ່ເມືອງໂພນທອງ

 

ເກີດເຫດຄາດຕະກຳໂຫດ ຢູ່ບ້ານ ແລະ ເມືອງໂພນທອງ ແຂວງຈຳປາສັກ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 3 ຄົນ ແລະ ໄດ້ ຮັບບາດເຈັບສາຫັດອີກ 1 ຄົນ, ຜູ້ກໍ່ເຫດຮັບສາລະພາບເຮັດ ລົງໄປຍ້ອນຄວາມຮັກ ແລະ ຄວາມຫຶງຫວງ.              

          ຕາມການໃຫ້ຂໍ້ມູນຂອງ ທ່ານ ພັນຕີ ຄຳບູນ ວິພົມ ຮອງ ຫົວໜ້າພະແນກຕຳຫຼວດ ກອງ ບັນຊາການ ປກສເມືອງໂພນ ທອງແຂວງຈຳປາສັກໃຫ້ຮູ້ ວ່າ: ເຫດເກີດໃນເວລາປະ ມານ 22 ໂມງຂອງວັນທີ 6 ເມ ສາ 2013 ຢູ່ທີ່ເຮືອນແມ່ເຊີຍ ບຸນຄ້ອມ ຄຸ້ມ 5 ໂພຄຳ ບ້ານ ແລະ ເມືອງໂພນທອງ ເຊິ່ງຜູ້ ກໍ່ເຫດນັ້ນແມ່ນທ້າວ ພົດ ພົມ ມະວັນ ອາຍຸ 21 ປີ,ອາຊີບເຮັດ ນາ ຢູ່ບ້ານ ດຽວກັນສົ່ງຜົນ ເຮັດໃຫ້ແມ່ເຊີຍ ບຸນຄ້ອມ ອາຍຸ 82 ປີ, ນາງລາຕີ ອາຍຸ 45 ປີ ແລະ ນາງ ເດັກແຄ ຫລື ນາງ ນ້ອຍ ອາຍຸ 3 ປີເສຍຊີວິດ ແລະ ນາງ ແຫລ ອາຍຸ 22 ປີໄດ້ຮັບບາດເຈັບສາຫັດ.         
          ຈາກການສືບສວນ ແລະ ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວ ຮັບສາລະພາບວ່າ:ສາເຫດຂອງ ການກໍ່ເຫດຄັ້ງນີ້ແມ່ນ ຍ້ອນຄວາມຮັກ ແລະ ຄວາມຫຶງຫວງ ຜູ້ສາວເພາະວ່ານາງ ແຫລ ແມ່ນ ເປັນຄົນຮັກຂອງຕົນ, ແຕ່ໃນມື້ນັ້ນ ນາງ ແຫລ ໄດ້ມີ ຜູ້ບ່າວ­ມາລົມ ແລະ ໄດ້ເຫັນຜູ້ບ່າວຄົນ​ນັ້ນຊີ່ມ ໃສ່ຫູນາງແຫລໃກ້ໆຈິ່ງເກີດມີ ແນວຄິດວ່າຜູ້ສາວບໍ່ຮັກຕົນເອງ ແລະ ຢ້ານຜູ້ ສາວໄປຮັກຜູ້ອື່ນ ບວກກັບອາການມຶນເມົາຈິ່ງໄດ້ ຂຶ້ນໄປເຮືອນ ແລະ ໄປກອດເອົາ ນາງແຫລ , ແຕ່ວ່ານ້າສາວຂອງ ນາງແຫລ ມາເຫັນເວົ້າໃສ່ວ່າ ຈະເອົາເລື່ອງນີ້ໄປບອກພໍ່ຂອງ ຕົນມາເວົ້າຄວາມກັນ ແລະ ໄດ້ ໃຊ້ມືຕີບາດໜຶ່ງ; ຈາກນັ້ນທ້າວພົດ ໃຈຮ້າຍ ຈິ່ງໄດ້ລົງໄປຕະລ່າງເຮືອນ ແລະ ໄດ້ໄມ້ຄ້ອນຂະໜາດ 3x8 cm , ຍາວປະມານ 60-70 cm ຂຶ້ນຕີນາງ ແຫລ 3 ບາດເປັນ
ຄົນທຳອິດຈົນລົ້ມລົງ, ຈາກນັ້ນ ກໍຕີທີຫົວນາງ ລາຕີ ຜູ້ເປັນນ້າສາວ ຂອງນາງແຫລອີກ 2 ບາດ. ເມື່ອ ເຫັນວ່ານາງ ລາຕີ ຕາຍ ແລ້ວ ຈິ່ງໄດ້ໄປຕີແມ່ເຊີຍ ແລະ ນາງ ເດັກແຄ (ນາງນ້ອຍ)ຈົນເສຍຊີວິດ; ຫລັງຈາກນັ້ນຈິ່ງໄດ້ລົງເຮືອນຫລົບໜີໄປລີ້ ນອນຢູ່ ຖ້ຳກາງປ່າເປັນເວລາ 2 ວັນ 2 ຄືນ; ຮອດວັນ ທີ 9 ເມສາຜູ້ກ່ຽວໄດ້ຖືກກັກ​ເພື່ອ​ມາ​ດຳ​ເນີນ​ຄະດີ.
         ຮອງຫົວໜ້າພະແນກ ຕຳຫຼວດກອງບັນຊາການ ປກສ ເມືອງໂພນທອງໃຫ້ຮູ້ຕື່ມວ່າ: ຄະ ດີດັ່ງກ່າວແມ່ນຮ້າຍແຮງ ແລະ ໂຫດຫ້ຽມທີ່ສຸດ.


__________________
Anonymous

Date:
RE: ເກີດເຫດຄາດຕະກຳໂຫດເສຍຊີວິດ 3 ເຈັບສາຫັດ 1 ຄົນ !!!


This doesn't surprise me. This is typically a reaction from a primitive human being. 



__________________
Anonymous

Date:

ຢູ່ຈຳປາສັກ ມີຢາບ້າຫລາຍ ເຫດການຂີ້ລັກຂຶ້ນເຮືອນຍັງຖືວ່າແມ່ນເຫດການປົກກະຕິ ໄປແລ້ວ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard