Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແຮງງານລາວມີລັກສະນະເຫລືອບໍ່ພໍ ?
Anonymous

Date:
ແຮງງານລາວມີລັກສະນະເຫລືອບໍ່ພໍ ?


    ປັດຈຸ​ບັນ​ໂດຍ​ລວມ​ແລ້ວ​ແຮງ​ງານ​ລາວ​ເຮົາ​ມີ​ລັກສະນະ​ເຫຼືອບໍ່ພໍ ສິ່ງ​ນີ້ພວກ​ເຮົາ​ຈະ​ເຫັນ​ໄດ້​ຈາກ​ບຸກຄະລາ​ກອນ ແລະ ພະນັກງານ​ທີ່​ສັງ​ກັດ​ໃນ​ຂະ​ແໜງການ​ຕ່າງໆ,ສ່ວນຫຼາຍ​ແມ່ນ​ມີ​ພຽງພໍ​ແຕ່​ພັດ​ຂາດພະນັກງານ​ວິຊາ​ການ ຜູ້​ມີ​ຄວາມ​ຮູ້​ສາມາດ.ນີ້ກໍ​ເນື່ອງ​ຈາກ​ວ່າ:​ໃນ​ໄລຍະ​ຜ່ານ​ມາ:​ພວກ​ເຮົາ​ຍັງ​ຂາດ​ການເອົາ​ໃຈ​ໃສ່​ສ້າງ​ພະນັກ ງານ​ວິຊາ​ການ​ຂອງ​ຂະ​ແໜງການ​ຕ່າງໆ ແລະ ກໍ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຕໍ່ການ​ຝຶກ​ອົບຮົມ​ວິຊາ​ຊີບ​ໃຫ້​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ,ດັ່ງນັ້ນຈຶ່ງ​ເຮັດ​ໃຫ້ການ​ຕອບ​ສະໜອງ​ແຮງ​ງານຈິ່ງ​ບໍ່ພຽງພໍ ແລະ ​ໄດ້ຕາມ​ຄວາມ​ຕ້ອງການ, ທັງ​ນີ້ ອີກ​ສ່ວນໜຶ່ງກໍ​ເນື່ອງ​ມາ​ຈາກ ຄ່າ​ນິຍົມ​ຂອງ​ໄວ ໜຸ່ມນັກຮຽນ, ນັກ​ສຶກສາ​ຂອງ​ເຮົາ​ເອງ​ມັກ​ສົນ​ໃຈ​ເຂົ້າຮຽນ​ໃນ​ຂະ​ແໜງການ​ອື່ນ​ທີ່​ນັ່ງ​ຢູ່​ຫ້ອງການ ຫຼາຍກ່ວາ​ລົງ​ປະຕິບັດຢູ່​ພາກ​ສະໜາມຄື: ສິຊາ​ທະນາຄານ, ການ​ເງີ​ນ ຫຼື ຂະ​ແໜງບໍລິຫານ ອື່ນໆ, ຊຶ່ງ​ບໍ່ມັກ​ຈະ​ໄປ​ຮຽນ​ໃນ​ສາຍ​ວິຊາ​ຊີບ​ຕ່າງໆ. ສິ່ງ​ນີ້ ກໍ​ເຮັດ​ໃຫ້​ເກ​ີດມີ​ສະພາບ​ແຮງ​ງານ​ເຫຼືອ ບໍ່ພໍ, ​ເຮັດ​ໃຫ້​ຕະຫຼາດ​ແຮງ​ງານ​ບໍ່ກົມ ກຽວກັນລະ​ຫວ່າງ​ການສະ ໜອງຄວາມ​ຕ້ອງການ, ຊຶ່ງ​ຈຸດ​ນີ້ ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ແກ້​ໄຂ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ແຮງ​ງານ​ຂັ້ນຕ່ຳ​ມີ​ຄຸນ​ນະພາ​ບ ​ແລະ ປະສິດທິພາບຫຼາຍຂື້ນ.


        ທ່ານ ພອນ​ສີ ມະຫາວົງ ຫົວ ໜ້າພະ​ແນ​ກ ພັດທະນາ​ສີມືແຮງ​ງານ ແລະ ຈັດ​ຫາ​ງານ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ​ໃນ​ປີ 2012 ຜ່ານ​ມາ ທົ່ວ​ປະ​ເທດ​ສາມາດ​ສ້າງ ​ແລະ ພັດທະນາ​ສີມື​ແຮ​ງງານ​ລາວ​ເຮົາ​ໄດ້ຫຼາຍ ກ່ວາ 36.000 ຄົນ, ​ແຕ່​ກໍ​ຍັງ​ບໍ່ທັນ​ສາມາດ​ຕອບ​ສະໜ​ອງ​ຄວາມ​ຕ້ອງການ​ແຮງ​ງານ​ພາຍ​ໃນ​ໄດ້ ແລະ ຄາດ​ວ່າ​ແຕ່​ນີ້ຮອດ​ປີ 2015 ລາວ​ເຮົາ​ຈະ​ຕ້ອງ​ສ້າງ​ແຮງ​ງານທີ່​ມີ​ສີມື ໃຫ້​ໄດ້​ຢ່າງໜ້ອຍ 2 ແສນ​ຄົນ, ຈຶ່ງ​ຈະ​ຕອບ​ສະໜອງ ຄວາມ​ຕ້ອງການ​ແຮງ​ງານ​ໄດ້​ຕາມ​ຈັງຫວະ​ການ​ຂະຫຍາຍຕົວ​ຂອງ​ໂຄງ​ປະກອບ​ເສດຖະ ກິດ​ຂອງ​ປະ​ເທດ​ໄດ້ ແລະ ຕາມ​ການ​ປະ​ເມີນ​ແລ້ວ​ຄວາມ​ຕ້ອງການ​ແຮງ​ງານ​ໃນ​ປີ 2015 ຈະ​ມີ​ປະ ມານ 3 ລ້ານກ່ວາ​ຄົນ ແລະ ອີກ​ອັຮນໜຶ່ງກໍ​ເພື່ອ​ຮອງ​ຮັບ​ການ​ເຂົ້າ​ເປັນ​ປະ ຊາ​ຄົມ​ເສດຖະກິດ​ອາ ຊຽນ​ໃຫ້​ໄດ້​ນັ້ນ, ການ​ພັດທະນາ​ສີມື​ແຮງ​ງານ​ລາວ​ກໍ​ເປັນ​ສິ່ງ​ທ້າ​ທາຍ ໜຶ່ງທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ຄື: ປະຈຸ​ບັນ ແຕ່ ລະ​ປີ ລັດ ຖະກບານ​ລາວ​ກໍ​ໄດ້​ວາງ​ງົບປະ ມານ 1 ຕື້ກ່ວາ​ກີບ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຂອງ​ສີມື​ແຮງ​ງານ​ລາວ​ເຮົາ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ໄດ້​ເຂົ້າ​ເຖີງ ການ​ພັດທະນາ​ດັ່ງກ່າວ.


__________________
Anonymous

Date:

ເຮັດຫນ້ອຍເຮັດຫລາຍ ເຮັດເກັ່ງ-ບໍ່ເກັ່ງກະໄດ້ເງິນເດືອນຊຳ່ເກົ່າ

ຕຳແຫນ່ງກະຂຶ້ນຕາມເສັ້ນບໍ່ແມ່ນຜົນງານ

ນາຍກະມົວແຕ່ຫາໂຄງການ ບໍ່ໄດ້ຮ້າຍ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard