Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການ​ນຳ​ໃຊ້​ພາສາ​ລາວ​ ໃນ​ວົງ​ການ​ສື່​ຍັງ​ບໍ່​​ເອ​ກະພາບ !
Anonymous

Date:
ການ​ນຳ​ໃຊ້​ພາສາ​ລາວ​ ໃນ​ວົງ​ການ​ສື່​ຍັງ​ບໍ່​​ເອ​ກະພາບ !


ການ​ນຳ​ໃຊ້​ພາສາ​ລາວ​ໃນ​ວົງ​ການ​ສື່​ຍັງ​ບໍ່​​ເອ​ກະພາບ

 


 

IMG_1133+for+FB.jpg
       ສື່​ມວນ​ຊົນ​ລາວ​ຫລາຍ​ຄົນທີ່​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ນຳ​ໃຊ້​ພາສາ​ລາວ​ໃຫ້​ຖືກ​ຕ້ອງໃນ​ວຽກງານ​ສື່ ທີ່​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມານີ້ຢູ່ສະມາຄົມນັກ ຂ່າວແຫ່ງ ສປປ ລາວ ນະຄອນ ຫລວງວຽງຈັນ ​ເຫັນ​ວ່າ:ຜ່ານ​ມາ ​ສື່​ມວນ​ຊົນລາວ​ຍັງ​ບໍ່​ທັນ​ມີ​ຄວາມ​ເປັນ​ເອ​ກະພາບກັນ​ໃນ​​ການ​ນຳ​ໃຊ້​ສັບ​ພາສາ ​ເຊິ່ງບັນຫາ​ດັ່ງກ່າວ​ເຮັດ​ໃຫ້​ສັງຄົມ​ຜູ້​ບໍລິ​ໂພ​ກສື່​ມີ​ຄວາມ​ສັບສົນ​ໃນຄວາມ​ຖືກຕ້ອງ​ຂອງ​ພາສາ​ລາວ.
    ຕະຫລອດ​ໄລຍະ​ໜຶ່ງ​ອາທິດ​ເຕັມ,ສື່​ມວນ​ຊົນ​ລາວ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ໃນຫົວຂໍ້ດັ່ງກ່າວ 20 ກວ່າ​ຄົນ ໄດ້​ແລກປ່ຽນ​ບົດຮຽນກ່ຽວ​ກັບ​ການ​ນຳ​ໃຊ້​ພາສາ​ລາວກັບບັນດາ​ວິທະ ຍາກອນ​ທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ສະຖານີ​ວິທະຍຸ​ກະ ຈາຍ​ແຫ່ງ​ຊາດ,​ໂທລະພາບ​ແຫ່ງ​ຊາດ ​ແລະ ສະ​ຖາ​ບັນ​ສື່​ມວນ​ຊົນ ​ໂດຍ​ຜູ້​ເຂົ້າຮ່ວມ​ສ່ວນຫລາຍ ມີ​ຄວາມ​ເຫັນ​ຢ່າງ​ເປັນ​ເອກກະ ພາບ ກັນໃນບາງດ້ານ​ວ່າ:​ທ່າມກາງ​ວຽກ​ງານ​ສື່​ມວນ​ຊົນ ທີ່ພວມ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ນີ້ ໄດ້​ປະກອບສ່ວນ​ຢ່າງ ຕັ້ງໜ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ວັດທະນະ​ທຳ ອັນ​ສຳຄັນ ​ແມ່ນສື່​ມວນ​ຊົນ​ໄດ້​​ເຮັດ​ບົດບາດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ມີ​ຄວາມ​ຮັບ​ຜິດຊອບ​ສູງ​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ທາງ​​ການ​ເມືອງ,​ເສດຖະກິດ,ວັດ ທະນະ​ທຳ,ສາລະ​ໜ້າ​ຮູ້,ຄວາມ​ບັນ​ເທີງ ​ແລະ ອື່ນໆ ​ໃຫ້​ແກ່​ສັງຄົມ​ໄດ້​ຮັບຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ແນວທາງ​ອັນ​ຖືກຕ້ອງ​ຂອງ​ພັກ ​ແລະ ລັດຖະບານ ​ແລະ ມີ​ຄວາມ​ຕື່ນໂຕ​ເຂົ້າ​ຮ່ວມປະກອບສ່ວນ​ເຂົ້າ​ໃນ ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາ​ດ​ໃຫ້​ຈະ​ເລີ​ນ ຮຸ່ງ​ເຮືອງ​ເລື້ອຍໆ​ໃນ​ແຕ່​ລະ​ຍຸກ​ສະ​ໄໝ.​​ແຕ່​ແນວ​ໃດ​ກໍ​ດີວຽກ​ງານສື່​ມວນ​ຊົນ​ເຫັນ​ວ່າ​ຍັງ​ມີ​ຫລາຍ​ສິ່ງ​ທ້າ​ທາຍທີ່​ຈະ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ແກ້​ໄຂ ​ໂດຍ​ສະ​
ເພາະ​ແມ່ນ​ການ​ນຳ​ໃຊ້​ພາສາ​ລາວ​ໃນ​ຂົງ​ເຂດ​ສື່ເປັນຕົ້ນ​ແມ່ນໜັງສື​ພິມ, ວາລະສານ ​ແລະ ປຶ້ມ​ແບບ​ພິມ ຕ່າງໆ​​ແມ່ນບໍ່​ທັນ​ມີ​ຄວາມ​ເປັນ​ເອ​ກະພາບ​ໃນ​ການ​ນຳ​ໃຊ້​ຄຳ​ສັບ​ພາສາ​ລາວ ​ເນື່ອງ​ຈາກ​ວ່າ ປັດຈຸ ບັນປະ​ເທດ​ເຮົາ​ຍັງ​ບໍ່ມີ​ວັດ​ຈະ​ນາ​ນຸກົມ​ທີ່​ຖືກ ຕ້ອງ ຄົບ​ຖ້ວນທີ່ໄດ້​ຮັບ​ການ​ຢືນຢັນຈາກຂັ້ນ​ເທິງ ຫລື ຜູ້​ຊ່ຽວຊານ​ລະດັບ​ຊາດ​ດ້ານ​ພາສາ​ລາວຜະລິດອອກ​ມາ​ໃຫ້​ສັງຄົມ​ໄດ້​ນຳ​ໃຊ້ ຢ່າງ​ຖືກຕ້ອງ.
           ເຖິງ​ຢ່າງ​ໃດກໍຕາມ​ ມີ​ບັນດາອາຈານຜູ້ຮູ້​ດ້ານ​ກົກ​ເຄົ້າ​ຂອງພາສາ​ລາວບໍ່​ເທົ່າ​ໃດຄົນ ທີ່​ພະຍາຍາມເຮັດ​ປຶ້ມວັດຈະນານຸ ກົມ​ພາສາ​ລາວ ອອກ​ຮັບ​ໃຊ້​ສັງ ຄົມ,ແຕ່​ຜົນງານ​ຂອງ​ບັນດາ​ອາ ຈານ​ເຫລົ່ານັ້ນ ກໍ​ຍັງ​ມີຫລາຍ​ຈຸດ​ ມີ​ຄວາມ​ແຕກ​ຕ່າງກັນ​ທາງ​​ເນື້ອ​ໃນ,ຄວາມ​ໝາຍ ຂອງ​ພາສາ​ລາວ​ ສະນັ້ນບັນຫາ​ການ​ນຳ​ໃຊ້​ພາສາ​​ໃນ​ສັງຄົມຈຶ່ງຍັງ​ມີ​ຄວາມ ສັບສົນ ​ແລະ ກໍ​ຍັງ​ເປັນ​ເລື່ອງ​ສຳຄັນຢ່າງ​ຍິ່ງ​ຕໍ່ວຽກ​ງານໃນ​ສື່​ມວນ​ຊົນທີ່​ຈະ​ໃຫ້​ມີ​ຄວາມ​ເປັນ​ເອ​ກະພາບ ​ເພື່ອ​ສະໜອງ​​ເນື້ອໃນສັບພາສາ​ລາວ​ຢ່າງ​ຖືກ​ຕ້ອງຈະແຈ້ງກວ່າເກົ່າ. 


__________________
Anonymous

Date:
RE: ການ​ນຳ​ໃຊ້​ພາສາ​ລາວ​ ໃນ​ວົງ​ການ​ສື່​ຍັງ​ບໍ່​​ເອ​ກະພາບ !


ວັດຈະນານຸກົມທີ່ວາງຂາຍຕາຍຮ້ານຂາຍປຶ້ມບໍ່ໄດ້ຖືກຮັບຮອງຈາກກະຊວງສຶກສາຫວາຊັ້ນ?



__________________
Anonymous

Date:

ກັບຄືນໄປໃຊ້ພາສາລາວກ່ອນ 75 ທຸກຢ່າງກໍດີຂຶ້ນໂດຍຈະບໍ່ຕ້ອງໄດ້ຊອກຫາບັນດິດອັກສອນສາດແລະອາຈານ

ພາສາລາວມາສ້າງວັຍະກອນແລະວັຈະນານຸກົມຂື້ນໃໝ່ອີກ, ເພາະເດີມຮາກເຄົ້າຂອງມັນຍັງມີຢູ່ ບໍ່ວ່າຈະເປັນ

ຫລັກສູດການຂຽນສະເພາະໃຫ້ຖືກກັນຄວາມໝາຍຂອງສັບລາວແຕ່ລະສັບ ແລະໃຫ້ຖືກຕາມຫລັກວັຍະກອນ.

ການປ່ຽນແປງພາສາລາວຂອງທ່ານພູມີວົງວິຈິດນັບວ່າເປັນຂໍ້ຜິດພາດບາດກ້າວອັນຍິ່ງໃຫຍ່ບາດກ້າວນຶ່ງຂອງ

ປວັດສາດຂອງພາສາລາວເຮົາເພາະໄດ້ນຳເອົາພາສາລາວກ້າວຖອຍຫລັງແລະບໍ່ມີປະສິດທິພາບທຽບເທົ້າພາສາ

ສາກົນ, ຊຶ່ງທ່ານພູມີວົງວິຈິດໄດ້ແນມຫລືຄາຄະເນອານາຄົດພາຍໜ້າຂອງຄວາມຈເຣີນກ້າວໜ້າຂອງໂລກທາງ

ດ້ານ ເທັກໂນໂລຈີ ທີ່ຈະໄດ້ໃຊ້ພາສາລາວໄປກັບວັດຖຸ, ຊຶ່ງສຳຄັນແມ່ນທາງດ້ານວິທະຍາສາດ, ການແພທ ແລະ

ກົດໝາຍ.

ປັຈຸບັນ ພາສາລາວຂອງ ສປປລ ບໍ່ສາມາດຂຽນສັບວິທະຍສາດແລະການແພທໃຫ້ຖືກຕ້ອງຕາມພາສາສາກົນ

ຊຶ່ງເຮົາຈະເຫັນໂຕຢ່າງການຂຽນພາສາລາວຢູ່ຕາມໜັງສືພິມ,    ປ້າຍໂຄສະນາທຸຣະກິດແລະຫ້າງຮ້ານການຄ້າ

ຕ່າງໆ. ຂ້າພະເຈົ້າຂໍຍົກຕົວຢ່າງອອກມາໃຫ້ທ່ານເຫັນດັ່ງນີ້:

- Dao Heuang Resort = ດາວເຮືອງ ລີສອດ. ພາສາລາວບໍ່ກົງກັນພາສາສາກົນຢູ ລີສອດ ນັ້ນລະ. ແທນ

  ທີ່ຈະຂຽນດັ່ງນີ້: ຣີສອຣທ໌ ບໍ່ແມ່ນ ລີສອດ.

- Simuong Auto Repair = ສີເມືອງ ລີແປ (ແທນທີ່ຈະຂຽນ ຣີແປຣ໌) ເພື່ອໃຫ້ຖືກກັບພາສາສາກົນ.

- Embassy of Brunei = ສະຖານທູດ ບູລູໄນ (ແທນທີ່ຈະຂຽນ ບຣູໄນ) ເພື່ອໃຫ້ຖືກກັບພາສາສາກົນ.

 

ກະຣຸນາໃຊ້ວາຈາສຸພາບເວົ້າກັນຖ້າບໍ່ພໍໃຈຫລືຢາກຕ້ອງຕິ.

 



__________________


Senior Member

Status: Offline
Posts: 482
Date:

they use not correct seen they born, un pasa lao hun, wao lie.

__________________
tak


Member

Status: Offline
Posts: 21
Date:

ປັຈຈຸບັນທາງລາວກໍໄດ້ນຳເອົາ ພຍັນຊະນະ ຕົວ   ຣ  ກັບຄືນມາໃຊ້ໃໝ່ແລ້ວ  ສາມາດທີ່ຮຽນຂຽນໄດ້ແຕ່ປະຊາຊົນ

ເອງກໍບໍ່ໄດ້ນຳມາໃຊ້ໃຫ້ແຜ່ຫລາຍ ແລະຖຶກຕ້ອງແບບສາກົນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard