Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫັຍງຄົນຈີ່ງຢາກໄປເຮັດວຽກຢູ່ທະນາຄານການຄ້າແລະທະນາຄານພັດທະນາລາວ(ຢາກຮູ້)
Anonymous

Date:
ເປັນຫັຍງຄົນຈີ່ງຢາກໄປເຮັດວຽກຢູ່ທະນາຄານການຄ້າແລະທະນາຄານພັດທະນາລາວ(ຢາກຮູ້)


???



__________________
Anonymous

Date:
RE: ເປັນຫັຍງຄົນຈີ່ງຢາກໄປເຮັດວຽກຢູ່ທະນາຄານການຄ້າແລະທະນາຄານພັດທະນາລາວ(ຢາກຮູ້)


ຕ້ອງຈ້າງເຂົ້າຈີ່ງໄດ້ເຮັດsmilesmile



__________________
Anonymous

Date:

ເຂົ້າເຮັດແລ້ວ ແມ່ນເຮັດຕະຫລອດຊີວິດ ບໍ່ເຄີຍຖືກໄລ່ອອກ ຄືກັບເຮັດກັບບໍລິສັດຕ່າງປະເທດ 

 

ແຖມເງິນເດືອນ ແລະ ສະຫວັດດີການຍັງດີອີກ 



__________________
Anonymous

Date:

-ເງິນເດືອນດີ-ສະຫວັດດີການ-bonus

-ມີຫນ້າຕາໃນສັງຄົມ (ເຄິ່ງລັດ-ເຕິ່ງເອກະຊົນ)

 

ດັ່ງນັ້ນຄົນທີ່ເຮັດວຽກຢູ່ຫັ້ນສ່ວນຫລາຍແມ່ນຄົນ ເຫັນແກ່ເງິນ ມັກຫນ້າມັກຕາ ມັກເດັ່ນ



__________________
Anonymous

Date:

ຄົນທີໄດ້ເຂົ້າສ່ວນໃຫຍ່ກະແມ່ນລູກເຈົ້າລູກນາຍ, ລູກຄົນລວຍ ຫລາຍສຸດແມ່ນລູກຫລານຂອງພະນັກງານເອງ ຄົນເກັ່ງແທ້ບໍ່ຮອດ5% ບາງຄົນເສັງໄດ້ແຕ່ບໍ່ໄດ້ເຂົ້າຍອ້ນເດັກເສັ້ນຍາດເອົາໝົດ ຈັ່ງແມ່ນໜ້າສົງສານ



__________________
Anonymous

Date:

So the rumor is true.... the guy who got people in BCEL is not arrested at all, only be re-educated by the village chief. 

 

Seriously BCEL? 

PublicNotice-for-applicant-no.gif



__________________
Anonymous

Date:

ເວົ້າບ່ອນສຸດແມ່ນເງິນເດືອນສູງຫລາຍ ພ້ອມກັນນັ້ນກໍ່ຍັງມີເງິນເບ້ຍລ້ຽງປະຈຳວັນອີກ ສະບາຍໃຜກໍ່ຢາກເຮັດyawnyawnyawn



__________________
Anonymous

Date:

ຄັນເກັ່ງແທ້ກະສິຕິດຢູ່ດອກ ອັນນິພໍຊ່ຳໃດຊ່ຳໜຶ່ງ ລະຫວັງສິຕິດນິຕິ ຢາກວ່າຕະຫຼົກໜ້ອຍໜຶ່ງ ເອົາເບິ່ງດຸຮຽນຈົບໄດ້3,5 ອັງກິດເອົາແບບດີເລີດທັງ ອ່ານ,ເວົ້າ,ຂຽນ,ຟັງ ໃຊ້ຄອມເກັ່ງ ລອງເບິ່ງຄັນບໍ່ຕິດຈຶ່ງອອກມາເວົ້າໃໝ່



__________________
Anonymous

Date:

Anonymous wrote:

So the rumor is true.... the guy who got people in BCEL is not arrested at all, only be re-educated by the village chief. 

 

Seriously BCEL? 

PublicNotice-for-applicant-no.gif


 ອອກແຈ້ງການພໍໄດ້ຮູບການຊື່ໆນີ້ລະ, ຜອ ໃຫຍ່ອາດຈະບໍ່ເຮັດນຳ ແຕ່ຜູ້ນ້ອຍມັນເຮັດ

ເຖີງແນວໃດມັນກໍ່ເປັນແບບນີ້ເກືອບໝົດທຸກສຳນັກງານອົງການຫັ້ນລະ ບໍ່ແມ່ນແຕ່ BCEL

ດອກ ຈະຕ່າງກັນແຕ່ວ່າບ່ອນໃດໜັກ ບ່ອນໃດເບົາ ເທົ່ານັ້ນລະ,

ຜູ້ເປັນລູກເຈົ້າຫລານນາຍ ເສັ້ນໃຫຍ່ ນາມສະກຸນງາມ ບໍ່ມີບັນຫາແທ້ ຢາກເຮັດຢູ່ໃສເລືອກໄດ້

ຕາມໃຈ ຈັດໜ້າທີ່ຕຳແໜ່ງໃຫ້ພ້ອມ ສະບາຍ, ສ່ວນລູຫລານສາມັນຊົນຕ້ອງສ້າງຜົນງານ

ສ້າງ ແລ້ວສ້າງອີກ ເລື້ອຍໆໄປ ສຸດທ້າຍທົນບໍ່ໄຫວກໍ່ໂບກມືລາ



__________________


Senior Member

Status: Offline
Posts: 482
Date:

born dai mi u mi kin, pai ka yuk pai tua.

__________________
Anonymous

Date:

I would like to work there too. how to??????????????



__________________
Anonymous

Date:

- ເງີນດີ

- ມີຄວາມໝັ້ນຄົງ

- ຢູ່ຫ້ອງແອ

 



__________________
Anonymous

Date:

yak kao yu,tae bor mee pun yah



__________________
Anonymous

Date:

Anonymous wrote:

???


 ກໍ່ຢາກເຮັດແລ້ວເຮັດກັບບໍເງິນບໍຄຳນໍ່ ຟັງແຕ່ຊື່ກໍ່ຮູ້ແລ້ວວ່າ ການຄ້າຕ່າງປະເທດ ກັບ ພັດທະນາລາວ



__________________
Anonymous

Date:

ມື້ໃດເພີ່ນຮັບບອກແດ່



__________________
Anonymous

Date:

ຕ້ອງໄດ້ຈ້າງເຂົ້າຫວ່າງປີສອງປີເຂົາຈ້າງກັນແປດຫມື່ນບາດຂຶ້ນເມືອ ແຕ່ດຽວນີ້ອາດບໍໄດ້ຄືແຕ່ເກົ່າແລ້ວ ຍ້ອນຄົນຍາດແຍ່ງກັນເຂົ້າ ອີກຢ່າງຖ້າມີເສັນສາຍກະເຂົ້າໄດ້ງ່າຍແດ່ ຍ້ອນມັນດີວິການລວຍໆແບບງ່າຍໆ ຫັກເອົາເງິນຝາກເງິນຖອນນຳຄົນໄປຝາກໄປຖອນກະໄດ້ພໍແຮງແລ້ວ ອີກຢ່າງເຫັນເຂົາເຈົ້າເຮັດສາຂາຍ່ອຍຂອງເມືອງຊົນນະບົດ ມີພະນັກສາຂາສາມຄົນ ເຂົາຈະຫັກເອົາເງິນຄົນຝາກຄົນຖອດແລ້ວໄປປັນກັນ ທັງສາມຄົນລວຍເຮັດ ບໍພໍເທົ່າໄດປີ ມີເຮືອນມີລົດຄັນງາມໆ ທີ່ຈິງຕອນນັ້ນຈ້າງເຂົ້າບໍແພງປານໄດ ພຽງແຕ່ຫົກຫມື່ນບາດ ເວລາຄົນໄປຖອນເງິນພີ່ນ້ອງສົ່ງໃຫ້ກະຕົວະອັດຕາແລກປ່ຽນຖືກກ່ອນປົກກະຕິທີທະນາຄານກາງກຳນົດ ຕາສີຕາສາຊາວນາຊິຮູ້ຂີ້ຫມາດັງດາກຫຍັງ ເຂົາວ່າແນວໄດກະວ່ານຳໄດ້ແຕ່ຈຳຍອມຍ້ອນບໍຮູ້ ຄັນເຂົ້າໄດ້ລະເຂົ້າໄປໂລດເຂົ້າແລ້ວມີແຕ່ໄດ້ກັບໄດ້ ເຮັດໃຫ້ຖານະການເງິນລາຍໄດ້ຫມັ້ນຄົງ ລວຍໄວນຳອິກ. ຈັກນ້ອຍເພິ່ນປັບປຸງລະບົບກວດສອບ ໃຫ້ເຄັ້ງຄັດຂຶ້ນຊິຍາກເຂົ້າໄວເທົ່າໄດຍິ່ງດີລວຍໆກັບລວຍ.



__________________
Anonymous

Date:

ໝັ້ນຄົງແຕ່ບ່ອແນ່ນອນ ທີ່ແນ່ນອນຢ່າລືມ ຄືກອງພອນ ທູກຄົນຕ້ອງໄປ ເພາະສະນິ້ນລວຍຫຼືຈົນກະຄົນຄືກັນ ສູດທ້າຍໄປໝ້ອງດຽວກັນ ຂ້ອຍວ່າການທີ່ໄດ້ເຮັດວຽກ ຢູ່ບ່ອນໄດມັນກະດີໝົດ ຂໍແຕ່ເຮົາ ເຮັດກັບມັນຢ່າງມີຄວາມພໍໄຈ ມີຄວາມພໍໃຈແລ້ວ ກໍ່ໄຫ້ເກີດມີຄວາມສຸກໃຈຕາມມາ ນີ້ລະ ຄືຄຸນຄ່າຂອງຄົນ ເຮົາ ເກີດມາພຽງຊາດດຽວ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard