Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອັນໃດເສຍຫາຍກ່ວາກັນ
Anonymous

Date:
ອັນໃດເສຍຫາຍກ່ວາກັນ


ໄລຍະຜ່ານມາມັກມີຂ່າວການຈັບພວກຄ້າປະເວນີ(ກະຫຼີ່ ຫຼືແມ່ຈ້າງ) ແຕ່ບໍ່ຄ່ອຍມີຂ່າວການຈັບພວກສໍ້ລາດບັງລວງທີ່ຍັກຍອກຂອງສ່ວນລວມເລີຍ.

ຢາກຖາມວ່າລະຫວ່າງພວກກະຫຼີ່ ແລະພວກສໍ້ລາດບັງຫຼວງອັນໃດເສຍຫາຍຍກ່ວາກັນ!



__________________
Anonymous

Date:

Anonymous wrote:

ໄລຍະຜ່ານມາມັກມີຂ່າວການຈັບພວກຄ້າປະເວນີ(ກະຫຼີ່ ຫຼືແມ່ຈ້າງ) ແຕ່ບໍ່ຄ່ອຍມີຂ່າວການຈັບພວກສໍ້ລາດບັງລວງທີ່ຍັກຍອກຂອງສ່ວນລວມເລີຍ.

ຢາກຖາມວ່າລະຫວ່າງພວກກະຫຼີ່ ແລະພວກສໍ້ລາດບັງຫຼວງອັນໃດເສຍຫາຍຍກ່ວາກັນ!


 ກະຫຼີ່ ຫຼືແມ່ຈ້າງ ມີສັກສີກ່ອນພວກສໍ້ລາດບັງຫຼວງ ເພາະພວກເຂົາບໍ່ໄດ້ໄປ

ຍັກຍອກຂອງສ່ວນລວມມາເປັນຂອງສ່ວນໂຕ ພວກເຂົາບໍ່ໄດ້ໄປສໍ້ໄປໂກງ

ສັບສົມບັດ ຫຼື ດິນດອນຄ່ອນຫຍ້າຂອງປະຊາຊົນມາເປັນຂອງເຂົາເໝືອນ

ກັນກັບພວກສໍ້ລາດບັງຫຼວງ. ເຖິງເປັນອາຊີບທີ່ສັງຄົມລັງກຽດແຕ່ກໍເປັນ

ອາຊີບທີ່ບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນນຳ,   ແຕ່ພວກສໍ້ລາດບັງຫຼວງນີ້ຕີ

ເຮັດໃຫ້ປະຊາຊົນເດືອດຮ້ອນ ຖືກໄລ່ທີ່ໄລ່ທາງ ດິນດອນຕ່ອນຫຍ້າທີ່ເຄີຍ

ປູກເຄີຍຝັງລ້ຽງຊີບມາຫລາຍສົ່ວຄົນກໍມາຖືກຍຶດຖືກໄລ່ໜີ. ເງິນລັດທີ່ຈະ

ນຳມາສ້າງຖະໜົນຫົນທາງ ສ້າງຂົວສ້າງສະພານກໍຖືກຍັກຖືກຍອກຈາກ

ພວກສໍ້ລາດບັງຫຼວງ ແລ້ວກໍເປັນເຫດໃຫ້ປະຊາຊົນຂາດຄວາມສະດວກ

ໃນການຄົມມະນາຄົມ ຫຼືສັນຈອນໄປມາ. ເຮືອນເພເຮືອນພັງກໍບໍ່ມີໄມ້ມາ

ສ້ອມແປງ ເພາະໄມ້ເຕັມປ່າກໍແປນກ້ຽງປານໜ້າກອງຍ້ອນຖືກພວກສໍ້

ລາດບັງຫລວງຕັດໄມ້ທຳລາຍປ່ານຳໄປຂາຍໃຫ້ຄົນຕ່າງຊາດໝົດ. ຜູ້ທີ່ໄດ້

ຮັບຄວາມລຳບາກກໍແມ່ນປະຊາຊົນ ຜູ້ທີ່ສະເຫວີຍສຸກຢູ່ບົນຫລັງຄວາມ

ທຸກຂອງປະຊາຊົນກໍແມ່ນພວກສໍ້ລາດບັງຫຼວງ.

ດັ່ງນັ້ນ ພວກສໍ້ລາດບັງຫຼວງຈຶ່ງມີກຽດແລະສັກສີຕ່ຳກ່ອນພວກກະຫຼີ່ແລະ

ແມ່ຈ້າງ.



__________________
Anonymous

Date:

ໃນສາຍຕາຂອງພວກທ່ານ ນັກສໍ້ລາດບັງຫລວງເປັນຜູ່ທໍາລາຍຊາດຫລາຍກວ່າ

ແຕ່ໃນສາຍຕາຂອງນັກລົງທຶນຕ່າງປະເທດທີ່ຢາກເຂົ້າມາສ້າງຮັ່ງຄູນມີຈາກຊັບ

ພະກອນທໍາມະຊາດທີ່ອຸດົມຮັງມີຂອງຊາດລາວ ຜູ່ທີ່ມີລາຍເຊັນງາມ ຄໍາເວົ້າເປັນ

ດາວແມ່ນຜູ່ທີ່ມີກຽດສັກສີສູງສົ່ງ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard